ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 110


ພາກ​ທີ 110

ພາບ​ນິມິດ​ທີ່​ສະແດງ​ໃຫ້​ປະຈັກ​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ອໍ​ລີ​ເວີ ຄາວ​ເດີຣີ ໃນ​ພຣະ​ວິຫານ ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 3 ເດືອນ​ເມສາ 1836. ເຫດ​ການ​ນັ້ນ​ເປັນ​ການ​ປະ​ຊຸມ​ໃນ​ວັນ​ຊະ​ບາ​ໂຕ. ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ: “ໃນ​ຕອນ​ບ່າຍ, ຂ້າ​ພະ​ເຈົ້າ​ໄດ້​ຊ່ວຍ​ປະທານ​ຄົນ​ອື່ນໆ​ໃນ​ການ​ມອບ​ອາຫານ​ຄ່ຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່ ສາດ​ສະ​ໜາ​ຈັກ, ໂດຍ​ຮັບ​ມັນ​ມາ​ຈາກ​ອັກຄະ​ສາວົກ​ສິບ​ສອງ, ຊຶ່ງ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ທີ່​ໂຕະ​ສັກ​ສິດ​ໃນ​ມື້​ນີ້. ຫລັງ​ຈາກ​ໄດ້​ປະ​ຕິ​ບັດ​ພິ​ທີ​ນີ້​ແກ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຂ້າ​ພະ​ເຈົ້າ​ຈຶ່ງ​ອອກ​ໄປ​ຍັງ​ແທ່ນ​ປາ​ໄສ, ມ່ານກັ້ງ​ໄດ້​ເລື່ອນ​ລົງ, ແລະ ຂ້າ​ພະ​ເຈົ້າ​ໄດ້​ນອບ​ນ້ອມ​ກາຍ​ລົງ, ພ້ອມ​ກັບ​ອໍ​ລີ​ເວີ ຄາວ​ເດີຣີ, ໃນ​ການ​ອະ​ທິ​ຖານ​ທີ່​ຈິງ​ຈັງ ແລະ ສະຫງົບ​ງຽບ. ເມື່ອ​ລຸກ​ຂຶ້ນ​ຈາກ​ການ​ອະ​ທິ​ຖານ, ພາບ​ນິມິດ​ຕໍ່​ໄປ​ນີ້​ຖືກ​ເປີດ​ເຜີຍ​ແກ່​ພວກ​ເຮົາ.”

1–10, ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢ​ໂຮ​ວາ ປະກົດ​ຕົວ​ໃນ​ລັດ​ສະ​ໝີ​ພາບ ແລະ ຮັບ​ເອົາ​ພຣະ​ວິຫານ​ເຄີດແລນ ເປັນ​ບ້ານ​ຂອງ​ພຣະ​ອົງ; 11–12, ໂມເຊ ແລະ ອີລາຍ ຕ່າງ​ກໍ​ມາ​ປະກົດ ແລະ ມອບ​ຂໍ​ກະແຈ​ກັບ​ຍຸກ​ສະ​ໄໝ​ຂອງ​ພວກ​ເພິ່ນ​ໃຫ້; 13–16, ເອລີ​ຢາ​ກັບ​ມາ ແລະ ມອບ​ຂໍ​ກະແຈ​ກັບ​ຍຸກ​ສະ​ໄໝ​ຂອງ​ເພິ່ນ​ໃຫ້ ດັ່ງ​ທີ່​ມາ​ລາ​ກີ​ໄດ້​ສັນ​ຍາ​ໄວ້.

1 ມ່ານ​ໄດ້​ຖືກ​ເອົາ​ອອກ​ໄປ​ຈາກ​ຈິດ​ໃຈ​ຂອງ​ພວກ​ເຮົາ, ແລະ ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ​ໄດ້​ຖືກ​ເປີດ.

2 ພວກ​ເຮົາ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ ຢືນ​ຢູ່​ທີ່​ແທ່ນ​ປາ​ໄສ​ຢູ່​ຕໍ່​ໜ້າ​ພວກ​ເຮົາ; ແລະ ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ​ມີ​ລານ​ຮອງ​ພຣະ​ບາດ​ທີ່​ເຮັດ​ດ້ວຍ​ຄຳ​ສົດ, ເປັນ​ສີ​ເຫລືອງ.

3 ພຣະ​ເນດ​ຂອງ​ພຣະ​ອົງ​ເປັນ​ດັ່ງ​ແປວ​ໄຟ; ພຣະ​ເກ​ສາ​ຂອງ​ພຣະ​ອົງ​ຂາວ​ເໝືອນ​ຫິ​ມະ​ບໍ​ລິ​ສຸດ; ພຣະ​ພັກ​ຂອງ​ພຣະ​ອົງ​ຮຸ່ງ​ເຫລື້ອມ​ແຈ້ງ​ກວ່າ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ; ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຄື​ກັບ​ສຽງ​ນ້ຳ​ໄຫລ ຢ່າງ​ໄວ​ຂອງ​ແມ່​ນ້ຳ​ອັນ​ກວ້າງ​ໃຫຍ່, ແມ່ນ​ແຕ່​ສຸ​ລະ​ສຽງ​ຂອງ ພຣະ​ເຢ​ໂຮ​ວາ, ກ່າວ​ວ່າ:

4 ເຮົາ​ເປັນ​ຜູ້ ທຳ​ອິດ ແລະ ຜູ້​ສຸດ​ທ້າຍ; ເຮົາ​ຄື​ເຂົາ​ຜູ້​ນັ້ນ​ທີ່ ມີ​ຊີ​ວິດ, ເຮົາ​ຄື​ຜູ້​ນັ້ນ​ທີ່​ຖືກ​ປະ​ຫານ; ເຮົາ​ຄື ຜູ້​ວິງ​ວອນ​ແທນ​ພວກ​ເຈົ້າ​ນຳ​ພຣະ​ບິດາ.

5 ຈົ່ງ​ເບິ່ງ, ບາບ​ຂອງ​ພວກ​ເຈົ້າ​ໄດ້​ຖືກ ອະ​ໄພ​ໃຫ້​ແລ້ວ; ພວກ​ເຈົ້າ​ສະອາດ​ຢູ່​ຕໍ່​ໜ້າ​ເຮົາ; ສະນັ້ນ, ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ປິ​ຕິ​ຍິນ​ດີ​ເຖີດ.

6 ຈົ່ງ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ​ປິ​ຕິ​ຍິນ​ດີ, ແລະ ໃຫ້​ຫົວ​ໃຈ​ຂອງ​ຜູ້​ຄົນ​ທັງ​ປວງ​ຂອງ​ເຮົາ​ປິ​ຕິ​ຍິນ​ດີ ຜູ້​ທີ່​ໄດ້ ສ້າງ​ບ້ານ​ແຫ່ງ​ນີ້​ດ້ວຍ​ສຸດ​ກຳ​ລັງ​ຂອງ​ພວກ​ເຂົາ ແດ່​ນາມ​ຂອງ​ເຮົາ.

7 ເພາະ​ຈົ່ງ​ເບິ່ງ, ເຮົາ​ໄດ້ ຍອມ​ຮັບ​ເອົາ ບ້ານ​ແຫ່ງ​ນີ້, ແລະ ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນີ້; ແລະ ເຮົາ​ຈະ​ສະແດງ​ຕົນ​ໃຫ້​ປະຈັກ​ແກ່​ຜູ້​ຄົນ​ຂອງ​ເຮົາໃນ​ຄວາມ​ເມດ​ຕາ​ໃນ​ບ້ານ​ແຫ່ງ​ນີ້.

8 ແທ້​ຈິງ​ແລ້ວ, ເຮົາ​ຈະ ປະກົດ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ແລະ ກ່າວ​ກັບ​ພວກ​ເຂົາ​ດ້ວຍ​ສຽງ​ຂອງ​ເຮົາ​ເອງ, ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ບໍ່​ເຮັດ​ໃຫ້ ບ້ານ​ສັກ​ສິດ​ແຫ່ງ​ນີ້​ຂອງ​ເຮົາ ເປິ​ເປື້ອນ.

9 ແທ້​ຈິງ​ແລ້ວ ຫົວ​ໃຈ​ຂອງ​ຫລາຍ​ພັນ​ຄົນ ແລະ ຫລາຍ​ໝື່ນ​ຄົນ​ຈະ​ປິ​ຕິ​ຍິນ​ດີ​ເຫລືອ​ລົ້ນ​ອັນ​ເປັນ​ຜົນ​ຈາກ ພອນ​ຊຶ່ງ​ຈະ​ຖອກ​ເທ​ລົງ​ມາ, ແລະ ຂອງ​ປະທານ​ສັກ​ສິດ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ຮັບ​ຢູ່​ໃນ​ບ້ານ​ແຫ່ງ​ນີ້.

10 ແລະ ຊື່​ສຽງ​ຂອງ​ບ້ານ​ແຫ່ງ​ນີ້​ຈະ​ແຜ່​ອອກ​ໄປ​ຍັງ​ຕ່າງ​ແດນ; ແລະ ນີ້​ເປັນ​ການ​ເລີ່ມ​ຕົ້ນ​ພອນ​ຊຶ່ງ​ຈະ ຖອກ​ເທ​ລົງ​ມາ​ເທິງ​ຫົວ​ຂອງ​ຜູ້​ຄົນ​ຂອງ​ເຮົາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

11 ຫລັງ​ຈາກ ພາບ​ນິມິດ​ນີ້​ສິ້ນ​ສຸດ​ລົງ, ຟ້າ​ສະຫວັນ​ໄດ້​ຖືກ​ເປີດ​ແກ່​ພວກ​ເຮົາ​ອີກ; ແລະ ໂມເຊ​ໄດ້​ປະກົດ​ຢູ່​ຕໍ່​ໜ້າ​ພວກ​ເຮົາ, ແລະ ໄດ້​ມອບ​ໝາຍ ຂໍ​ກະແຈ​ແຫ່ງ​ການ ເຕົ້າ​ໂຮມ​ຂອງ​ຊາວ​ອິດສະ​ຣາເອນ​ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ການ​ນຳ​ພາ​ສິບ​ເຜົ່າ​ມາ​ຈາກ​ແຜ່ນ​ດິນ​ທາງ ເໜືອ​ໃຫ້​ແກ່​ພວກ​ເຮົາ.

12 ຫລັງ​ຈາກ​ນີ້, ອີລາຍ​ໄດ້​ປະກົດ, ແລະ ໄດ້​ມອບ​ໝາຍ ຍຸກ​ສະ​ໄໝ​ແຫ່ງ ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ​ໃຫ້, ໂດຍ​ກ່າວ​ວ່າ ໃນ​ພວກ​ເຮົາ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ ຄົນ​ທຸກ​ລຸ້ນ​ຕໍ່​ຈາກ​ພວກ​ເຮົາ​ຈະ​ໄດ້​ຮັບ​ພອນ.

13 ຫລັງ​ຈາກ​ພາບ​ນິມິດ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, ພາບ​ນິມິດ​ທີ່​ສຳ​ຄັນ ແລະ ປະ​ເສີດ​ທີ່​ສຸດ​ອີກ​ພາບ​ໜຶ່ງ​ໄດ້​ມາ​ປະຈັກ​ແກ່​ພວກ​ເຮົາ; ເພາະ ເອ​ລີ​ຢາ​ຜູ້​ເປັນ​ສາດ​ສະ​ດາ, ຜູ້​ໄດ້​ຖືກ ຮັບ​ຂຶ້ນ​ໄປ​ສະຫວັນ​ໂດຍ​ບໍ່​ໄດ້​ຊີມ​ລົດ​ຊາດ​ຂອງ​ຄວາມ​ຕາຍ, ໄດ້​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເຮົາ, ແລະ ກ່າວ​ວ່າ:

14 ຈົ່ງ​ເບິ່ງ, ເວລາ​ມາ​ເຖິງ​ໂດຍ​ສົມ​ບູນ​ແລ້ວ, ຊຶ່ງ​ໄດ້​ກ່າວ​ໄວ້​ໂດຍ​ປາກ​ຂອງ​ມາ​ລາ​ກີ—ໂດຍ​ເປັນ​ພະຍານ​ວ່າ ເພິ່ນ [ເອລີ​ຢາ] ຈະ​ຖືກ​ສົ່ງ​ມາ, ກ່ອນ​ມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ—

15 ເພື່ອ ຫັນ​ໃຈພໍ່​ມາ​ຫາ​ລູກ, ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່, ຖ້າ​ບໍ່​ດັ່ງ​ນັ້ນ​ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ສາບ​ແຊ່ງ—

16 ສະນັ້ນ, ຂໍ​ກະແຈ​ຂອງ​ຍຸກ​ສະ​ໄໝ​ນີ້ ຈຶ່ງ​ຖືກ​ມອບ​ໄວ້​ຢູ່​ໃນ​ມື​ຂອງ​ພວກ​ທ່ານ; ແລະ ໂດຍ​ການ​ນີ້ ພວກ​ທ່ານ​ຈະ​ຮູ້​ວ່າ ມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃກ້, ແມ່ນ​ແຕ່​ຢູ່​ທີ່​ປະຕູ.