ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 118


ພາກ​ທີ 118

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຟາ​ແວັດ, ລັດ​ມີ​ເຊີຣີ, ວັນທີ 8 ເດືອນ​ກໍລະກົດ, 1838, ໃນ​ການ​ຕອບຕໍ່​ຄຳ​ອ້ອນ​ວອນ​ທີ່​ວ່າ, “ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຈົ່ງ​ສະແດງ​ພຣະ​ປະສົງ​ຂອງ​ພຣະ​ອົງ​ແກ່​ພວກ​ຂ້າ​ພຣະ​ອົງ​ກ່ຽວ​ກັບ​ອັກຄະ​ສາວົກ​ສິບ​ສອງ​ດ້ວຍ​ເທີ້ນ.”

1–3, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ​ຫາ​ໃຫ້​ຄອບ​ຄົວ​ຂອງ​ອັກຄະ​ສາວົກ​ສິບ​ສອງ; 4–6, ຕຳ​ແໜ່ງ​ວ່າງ​ໃນ​ສະພາ​ອັກຄະ​ສາວົກ​ສິບ​ສອງ​ຖືກ​ບັນ​ຈຸ​ໃຫ້​ເຕັມ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ໃຫ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ໂດຍ​ທັນ​ທີ; ໃຫ້​ຈັດ​ຕັ້ງ​ອັກຄະ​ສາວົກ​ສິບ​ສອງ; ແລະ ໃຫ້​ກຳ​ນົດ​ຊາຍ​ບາງ​ຄົນ ເຂົ້າ​ແທນ​ທີ່​ຄົນ​ທີ່​ຕົກ​ໄປ.

2 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ ຄົງ​ຢູ່​ຕໍ່​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ​ໃນ​ແຜ່ນ​ດິນ​ຊີໂອນ, ເພື່ອ​ປະ​ກາດ​ຄຳ​ຂອງ​ເຮົາ.

3 ໃຫ້​ຜູ້​ທີ່​ເຫລືອ​ຢູ່​ສັ່ງ​ສອນ​ຕໍ່​ໄປ​ນັບ​ຕັ້ງ​ແຕ່​ຊົ່ວ​ໂມງ​ນັ້ນ, ແລະ ຖ້າ​ຫາກ​ພວກ​ເຂົາ​ຈະ​ເຮັດ​ການ​ນີ້​ດ້ວຍ​ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ, ດ້ວຍ​ຄວາມ​ອ່ອນ​ໂຍນ ແລະ ຖ່ອມ​ຕົວ, ແລະ ດ້ວຍ ຄວາມ​ອົດ​ກັ້ນ, ແລ້ວ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໃຫ້​ຄຳ​ສັນ​ຍາ​ແກ່​ພວກ​ເຂົາ​ວ່າ ເຮົາ​ຈະ​ຈັດ​ຫາ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຂົາ; ແລະ ປະຕູ​ທີ່​ມີ​ປະ​ສິດ​ທິ​ພາບ​ຈະ​ເປີດ​ໄວ້​ໃຫ້​ພວກ​ເຂົາ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ.

4 ແລະ ລະ​ດູ​ໃບ​ໄມ້​ປົ່ງ​ໜ້າ​ນີ້ ໃຫ້​ພວກ​ເຂົາ​ອອກ​ເດີນ​ທາງ​ຂ້າມ​ນ້ຳ​ອັນ​ກວ້າງ​ໃຫຍ່, ແລະ ຢູ່​ທີ່​ນັ້ນ ໃຫ້​ປ່າວ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຄວາມ​ສົມ​ບູນ​ຂອງ​ມັນ, ແລະ ກ່າວ​ເປັນ​ພະຍານ​ເຖິງ​ນາມ​ຂອງ​ເຮົາ.

5 ໃຫ້​ພວກ​ເຂົາ​ໄປ​ຈາກ​ໄພ່​ພົນ​ຂອງ​ເຮົາ​ໃນ​ເມືອງ​ຟາ​ແວັດ, ໃນ​ວັນທີ​ຊາວ​ຫົກ​ຂອງ​ເດືອນ​ເມສາ​ໜ້າ, ຈາກ​ບ່ອນ​ທີ່​ຈະ​ສ້າງ​ບ້ານ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

6 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ເທ​ເລີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ອີ ເພຈ໌ ນຳ​ອີກ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວເຝີດ ວູດຣັບ ນຳ​ອີກ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວເລີດ ຣິເຈີສ໌ ນຳອີກ, ຖືກ​ກຳ​ນົດ​ສູ່​ຕຳ​ແໜ່ງ​ຂອງ​ຄົນ​ທີ່​ຕົກ​ໄປ, ແລະ ໃຫ້​ແຈ້ງ​ການ​ກຳ​ນົດ​ຂອງ​ພວກ​ເຂົາ​ນັ້ນ​ຢ່າງ​ເປັນ​ທາງ​ການ.