ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 119


ພາກ​ທີ 119

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຟາ​ແວັດ, ລັດ​ມີ​ເຊີຣີ, ວັນທີ 8 ເດືອນ​ກໍລະກົດ, 1838, ໃນ​ການ​ຕອບ​ຕໍ່​ຄຳ​ອ້ອນ​ວອນ​ຂອງ​ເພິ່ນ​ທີ່​ວ່າ: “ໂອ້ ພຣະຜູ້​ເປັນເຈົ້າ! ຂໍ​ຈົ່ງ​ສະແດງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ ພຣະ​ອົງ​ຮຽກ​ຮ້ອງ​ເອົາ​ຊັບ​ສິນ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຫລາຍ​ເທົ່າ​ໃດ​ສຳ​ລັບ​ສ່ວນ​ສິບ.” ກົດ​ສ່ວນ​ສິບ, ຕາມ​ທີ່​ເຂົ້າ​ໃຈ​ກັນ​ໃນ​ວັນ​ເວລາ​ນີ້, ບໍ່​ໄດ້​ຖືກ​ມອບ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ກ່ອນ​ການ​ເປີດ​ເຜີຍ​ຄັ້ງ​ນີ້. ຄຳ​ວ່າ​ສ່ວນ​ສິບ​ໃນຄຳ​ອະ​ທິ​ຖານ​ທີ່​ຫາ​ກໍ​ອ້າງ​ເຖິງ ແລະ ໃນ​ການ​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້ (64:23; 85:3; 97:11) ບໍ່​ໄດ້​ໝາຍ​ເຖິງ​ໜຶ່ງ​ສ່ວນ​ສິບ​ເທົ່າ​ນັ້ນ, ແຕ່​ເປັນ​ເຄື່ອງ​ບູຊາ​ທັງ​ປວງ​ດ້ວຍ​ຄວາມ​ເຕັມ​ໃຈ​ນຳ​ອີກ, ຫລື ເປັນ​ການ​ບໍ​ລິ​ຈາກ, ໃຫ້​ແກ່​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ. ກ່ອນ​ໜ້າ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ ແລະ ສິ່ງ​ທີ່ຢູ່​ໃນ​ຄວາມ​ພິ​ທັກ​ຮັກ​ສາ​ຊຶ່ງ​ເປັນ​ຊັບ​ສິນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ຊຶ່ງ​ສະມາ​ຊິກ (ໂດຍ​ສະ​ເພາະ​ພວກ​ແອວເດີ​ທີ່​ເປັນ​ຜູ້​ນຳ) ໃຫ້​ເຂົ້າ​ຢູ່​ພາຍ​ໃຕ້​ກົດ​ນັ້ນ​ໂດຍ​ພັນທະ​ສັນ​ຍາ ຊຶ່ງ​ຄວນ​ເປັນ​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ. ເພາະ​ຄວາມ​ລົ້ມ​ເຫລວ​ຂອງ​ຫລາຍ​ຄົນ​ທີ່​ບໍ່​ສາ​ມາດ​ຮັກ​ສາ​ພັນທະ​ສັນ​ຍາ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຖອນ​ກົດ​ນີ້​ອອກ​ໄປ​ຊົ່ວ​ໄລຍະ​ໜຶ່ງ ແລະ ໄດ້​ປະທານ​ກົດ​ສ່ວນ​ສິບ​ໃຫ້​ທົ່ວທັງ​ສາດ​ສະ​ໜາ​ຈັກ​ແທນ. ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າວ່າ ພຣະ​ອົງ​ຕ້ອງ​ການ​ຊັບ​ສິນ​ຂອງ​ພວກ​ເຂົາ​ຫລາຍ​ປານ​ໃດ ເພື່ອ​ຈຸດ​ປະສົງ​ອັນ​ສັກ​ສິດ. ຄຳ​ຕອບ​ກໍ​ຄື​ການ​ເປີດ​ເຜີຍ​ຄັ້ງ​ນີ້.

1–5, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຈ່າຍ​ຊັບ​ສິນ​ທີ່​ເຫລືອ​ໃຊ້​ຂອງ​ພວກ​ເຂົາ ແລະ ຈາກ​ນັ້ນ​ມອບ​ໃຫ້, ເປັນ​ສ່ວນ​ສິບ, ໜຶ່ງ​ສ່ວນ​ສິບ​ຂອງ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຂົາ​ທຸກໆ​ປີ 6–7, ຫລັກ​ການ​ເຊັ່ນ​ນີ້​ຈະ​ຊຳລະ​ແຜ່ນ​ດິນ​ຊີໂອນ​ໃຫ້​ບໍ​ລິ​ສຸດ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ຮຽກ​ຮ້ອງ​ໃຫ້​ນຳ​ຊັບ​ສິນ​ທັງ​ໝົດ​ທີ່ ເຫລືອ​ໃຊ້​ຂອງ​ພວກ​ເຂົາ​ມາ​ໄວ້​ໃນ​ມື​ຂອງ​ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໃນ​ຊີໂອນ,

2 ເພື່ອ​ການ​ສ້າງ ບ້ານ​ຂອງ​ເຮົາ, ແລະ ເພື່ອ​ການ​ວາງ​ຮາກ​ຖານ​ຂອງ​ຊີໂອນ ແລະ ເພື່ອ​ຖານະ​ປະ​ໂລ​ຫິດ, ແລະ ເພື່ອ​ໜີ້​ສິນ​ຂອງ​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

3 ແລະ ນີ້​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ການ​ເກັບ ສ່ວນ​ສິບ​ຈາກ​ຜູ້​ຄົນ​ຂອງ​ເຮົາ.

4 ແລະ ຫລັງ​ຈາກ​ນັ້ນ, ຄົນ​ທີ່​ເຮົາ​ເກັບ​ສ່ວນ​ສິບ​ດັ່ງ​ນີ້​ຈະ​ຈ່າຍ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ໄດ້​ທັງ​ໝົດ​ຂອງ​ພວກ​ເຂົາ​ທຸກໆ​ປີ; ແລະ ນີ້​ຈະ​ເປັນ​ກົດ​ຖາ​ວອນ​ສຳ​ລັບ​ພວກ​ເຂົາ​ຕະຫລອດ​ການ, ເພື່ອ​ຖານະ​ປະ​ໂລ​ຫິດ​ສັກ​ສິດ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

5 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ທັງ​ຫລາຍ​ທີ່​ມາ​ເຕົ້າ​ໂຮມ​ກັນ​ໃນ​ແຜ່ນ​ດິນ ຊີໂອນ​ຈະຕ້ອງ​ຈ່າຍ​ສ່ວນ​ສິບ​ຂອງ​ຊັບ​ສິນ​ທີ່​ເຫລືອ​ໃຊ້​ຂອງ​ພວກ​ເຂົາ, ແລະ ຈະ​ຍຶດ​ຖື​ກົດ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ຖືກ​ພົບ​ວ່າ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ.

6 ແລະ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ບໍ່​ຍຶດ​ຖື​ກົດ​ນີ້, ເພື່ອ​ຮັກ​ສາ​ມັນ​ໄວ້​ໃຫ້​ສັກ​ສິດ, ແລະ ໂດຍ​ກົດ​ນີ້ ຊຳລະ​ແຜ່ນ​ດິນ ຊີໂອນ​ໃຫ້​ບໍ​ລິ​ສຸດ​ຕໍ່​ເຮົາ, ເພື່ອ​ຂໍ້​ກຳ​ນົດ ແລະ ການ​ພິ​ພາກ​ສາ​ຂອງ​ເຮົາ ຈະ​ຖືກ​ຮັກ​ສາ​ໃນ​ທີ່​ນັ້ນ, ເພື່ອ​ມັນ​ຈະ​ສັກ​ສິດ​ທີ່​ສຸດ, ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ຈະ​ບໍ່​ເປັນ​ແຜ່ນ​ດິນ​ຊີໂອນ​ສຳ​ລັບ​ພວກ​ເຈົ້າ.

7 ແລະ ນີ້​ຈະ​ເປັນ​ແບບ​ຢ່າງ​ໃຫ້​ແກ່ ສະເຕກ​ທັງ​ໝົດ​ຂອງ​ຊີໂອນ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.