ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 122


ພາກ​ທີ 122

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ຂະນະ​ທີ່​ເພິ່ນ​ຖືກ​ຈຳ​ຄຸກ​ຢູ່​ທີ່​ເມືອງ​ລີ​ເບີ​ຕີ, ລັດ​ມີ​ເຊີຣີ. ພາກ​ນີ້​ແມ່ນ​ການຄັດ​ລອກ​ເອົາ​ມາ​ຈາກ ສານ​ທີ່​ສົ່ງ​ເຖິງ​ສາດ​ສະ​ໜາ​ຈັກ ລົງ​ວັນທີ 20 ເດືອນ​ມີນາ 1839 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 121).

1–4, ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ສອບ​ຖາມ​ກ່ຽວ​ກັບ​ນາມ​ຂອງ​ໂຈເຊັບ ສະມິດ; 5–7, ໄພ​ອັນ​ຕະ​ລາຍ ແລະ ຄວາມ​ເຈັບ​ປວດ​ທັງ​ປວງ​ຂອງ​ເພິ່ນ​ຈະ​ເປັນ​ປະ​ສົບ​ການ​ແກ່​ເພິ່ນ ແລະ ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເພິ່ນ; 8–9, ບຸດ​ມະນຸດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ.

1 ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ສອບ​ຖາມ​ກ່ຽວ​ກັບ ນາມ​ຂອງ​ເຈົ້າ, ແລະ ຄົນ​ໂງ່​ຈະ​ເຫັນ​ວ່າ​ເຈົ້າ​ສົມ​ຄວນ​ທີ່​ຈະ​ຖືກ​ເຍາະ​ເຍີ້ຍ, ແລະ ນະລົກ​ຈະ​ລຸກ​ໄໝ້​ຕໍ່​ຕ້ານ​ເຈົ້າ;

2 ໃນ​ຂະນະ​ທີ່​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ, ແລະ ຄົນ​ສະຫລາດ, ແລະ ຜູ້​ມີ​ກຽດ, ແລະ ຜູ້​ມີ​ຄຸນ​ນະ​ທຳ, ຈະ​ສະແຫວງ​ຫາ ຄຳ​ແນະນຳ, ແລະ ສິດ​ອຳນາດ, ແລະ ພອນ​ຢູ່​ສະເໝີ​ຈາກ​ມື​ຂອງ​ເຈົ້າ.

3 ແລະ ປະຈັກ​ພະຍານ​ຂອງ​ຄົນ​ທີ່​ທໍ​ລະ​ຍົດ​ຕໍ່​ເຈົ້າ​ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຈົ້າ​ຫັນ​ມາ​ຕໍ່​ຕ້ານ​ເຈົ້າ.

4 ແລະ ເຖິງ​ແມ່ນ​ອິດ​ທິ​ພົນ​ຂອງ​ພວກ​ເຂົາ​ຈະ​ນຳ​ເຈົ້າ​ໄປ​ສູ່​ຄວາມ​ທຸກ​ຮ້ອນ, ແລະ ໄປ​ສູ່​ກົງ​ເຫລັກ ແລະ ກຳ​ແພງ, ແຕ່​ເຈົ້າ​ຈະ​ຖືກ​ຍົກ​ຍ້ອງ; ແລະ ບໍ່​ດົນ​ສຽງ​ຂອງ​ເຈົ້າ​ຈະ​ເປັນ​ໜ້າ​ຢ້ານ​ກົວ​ໃນ​ທ່າມ​ກາງ​ສັດ​ຕູ​ຂອງ​ເຈົ້າ​ຍິ່ງ​ກວ່າ​ສຽງ​ຂອງ ໂຕ​ສິງ​ດຸ​ເດືອດ, ເພາະ​ຄວາມ​ຊອບ​ທຳ​ຂອງ​ເຈົ້າ; ແລະ ພຣະ​ເຈົ້າ​ຂອງ​ເຈົ້າ​ຢືນ​ຄຽງ​ຂ້າງ​ເຈົ້າ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

5 ຖ້າ​ຫາກ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ປະ​ສົບ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ; ຖ້າ​ຫາກ​ເຈົ້າ​ຢູ່​ໃນ​ໄພ​ອັນ​ຕະ​ລາຍ​ທ່າມ​ກາງ​ອ້າຍ​ເອື້ອຍ​ນ້ອງ​ຈອມ​ປອມ​ຂອງ​ເຈົ້າ; ຖ້າ​ຫາກ​ເຈົ້າ​ຢູ່​ໃນ​ໄພ​ອັນ​ຕະ​ລາຍ​ທ່າມ​ກາງ​ພວກ​ໂຈນ; ຖ້າ​ຫາກ​ເຈົ້າ​ຢູ່​ໃນ​ໄພ​ອັນ​ຕະ​ລາຍ​ເທິງ​ບົກ ຫລື ໃນ​ທະເລ;

6 ຖ້າ​ຫາກ​ເຈົ້າ​ຖືກ​ກ່າວ​ຫາ​ດ້ວຍ​ຂໍ້​ກ່າວ​ຫາ​ເທັດ; ຖ້າ​ຫາກ​ສັດ​ຕູ​ມາ​ຮຸກ​ຮານ​ເຈົ້າ; ຖ້າ​ຫາກ​ພວກ​ເຂົາ​ແຍກ​ເຈົ້າ​ຈາກ​ການ​ຢູ່​ກັບ​ພໍ່​ແມ່ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ; ແລະ ຖ້າ​ຫາກ​ດ້ວຍ​ດາບ​ທີ່​ສັດ​ຕູ​ຂອງ​ເຈົ້າ​ຖອດ​ອອກ​ມາ​ເພື່ອ​ແຍກ​ເຈົ້າ​ອອກ​ຈາກ​ອົກ​ຂອງ​ພັນ​ລະ​ຍາ​ຂອງ​ເຈົ້າ, ແລະ ຈາກ​ລູກໆ​ຂອງ​ເຈົ້າ, ແລະ ຈາກ​ລູກ​ຜູ້​ໃຫຍ່​ຂອງ​ເຈົ້າ, ເຖິງ​ແມ່ນ​ພຽງ​ແຕ່​ອາ​ຍຸ​ຫົກ​ປີ, ຈະ​ດຶງອາພອນ​ຂອງ​ເຈົ້າ, ແລະ ຈະ​ກ່າວ​ວ່າ ພໍ່​ເອີຍ, ພໍ່​ເອີຍ, ເປັນ​ຫຍັງ​ພໍ່​ຈຶ່ງ​ຢູ່​ນຳ​ພວກ​ເຮົາ​ບໍ່​ໄດ້? ໂອ້, ພໍ່​ເອີຍ, ພວກ​ຜູ້​ຊາຍ​ເຫລົ່າ​ນັ້ນ​ຈະ​ເຮັດ​ຫຍັງ​ກັບ​ພໍ່? ແລະ ຈາກ​ນັ້ນ ຖ້າ​ຫາກ​ເຂົາ​ຈະ​ຖືກ​ຊຸກ​ໜີ​ຈາກ​ເຈົ້າ​ດ້ວຍ​ດາບ, ແລະ ເຈົ້າ​ຖືກ​ລາກ​ໄປ​ທີ່​ຄຸກ, ແລະ ສັດ​ຕູ​ຂອງ​ເຈົ້າ​ວົນ​ວຽນ​ອ້ອມ​ຮອບ​ເຈົ້າ​ຄື​ກັບ​ຝູງ​ໝາ ປ່າ​ຢາກ​ກິນ​ເລືອດ​ຂອງ​ລູກ​ແກະ;

7 ແລະ ຖ້າ​ຫາກ​ເຈົ້າ​ຖືກ​ໂຍນ​ລົງ​ໄປ​ໃນ​ຫລຸມ, ຫລື ໃນ​ມື​ຂອງ​ຄາດ​ຕະ​ກອນ, ແລະ ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ; ຖ້າ​ຫາກ​ເຈົ້າ​ຖືກ​ໂຍນ​ລົງ​ໄປ​ໃນ ເຫວ​ເລິກ; ຖ້າ​ຫາກ​ຄື້ນ​ໃຫຍ່​ຊັດ​ກະ​ໜ່ຳ​ເຈົ້າ; ຖ້າ​ຫາກ​ພະ​ຍຸ​ຮ້າຍ​ກາຍ​ເປັນ​ສັດ​ຕູ​ຂອງ​ເຈົ້າ; ຖ້າ​ຫາກ​ຟ້າ​ສະຫວັນ​ເຕົ້າ​ໂຮມ​ຄວາມ​ມືດ, ແລະ ທາດ​ທັງ​ປວງ​ຮ່ວມ​ກັນ​ຕັນ​ທາງ​ເຈົ້າ; ແລະ ເໜືອ​ທຸກ​ສິ່ງ​ອື່ນ​ໝົດ, ຖ້າ​ຫາກ​ປາກ ນະລົກ​ຈະ​ເປີດ​ກວ້າງ​ງັບ​ເອົາ​ເຈົ້າ, ເຈົ້າ​ຈົ່ງ​ຮູ້​ໄວ້​ເຖີດ, ລູກ​ຂອງ​ພໍ່, ວ່າ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ຈະ​ເປັນ ປະ​ສົບ​ການ​ໃຫ້​ແກ່​ເຈົ້າ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ.

8 ບຸດ​ມະນຸດ​ໄດ້ ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ. ເຈົ້າ​ຍິ່ງ​ໃຫຍ່​ກວ່າ​ພຣະ​ອົງ​ບໍ?

9 ສະນັ້ນ, ຈົ່ງ​ຍຶດ​ໝັ້ນ​ຢູ່​ໃນ​ທາງ​ຂອງ​ເຈົ້າ, ແລະ ຖານະ​ປະ​ໂລ​ຫິດ​ຈະ ຄົງ​ຢູ່​ກັບ​ເຈົ້າ; ເພາະ ຂອບ​ເຂດ​ຂອງ​ມັນ​ໄດ້​ຖືກ​ຕັ້ງ​ໄວ້​ແລ້ວ, ມັນ​ບໍ່​ສາ​ມາດ​ຜ່ານ​ຂ້າມ. ວັນ​ເວລາ​ຂອງ​ເຈົ້າ​ໄດ້​ຖືກ​ຮັບ​ຮູ້, ແລະ ປີ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ນັບ​ໃຫ້​ໜ້ອຍ​ລົງ; ສະນັ້ນ, ຢ່າ​ຢ້ານ​ກົວ​ສິ່ງ​ທີ່​ມະນຸດ​ສາ​ມາດ​ເຮັດ​ໄດ້, ເພາະ​ພຣະ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ​ຕະຫລອດ​ການ ແລະ ຕະຫລອດ​ໄປ.