ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 124


ພາກ​ທີ 124

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ວັນທີ 19 ເດືອນ​ມັງກອນ, 1841. ເພາະ​ວ່າ​ມີ​ການ​ຂົ່ມ​ເຫັງ ແລະ ການ​ເຮັດ​ຜິດ​ກົດ​ໝາຍ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ​ຕ້ານ​ເຂົາ​ເຈົ້າ​ໂດຍ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ໄດ້​ຖືກ​ບັງ​ຄັບ​ໃຫ້​ໜີ​ຈາກ​ລັດ​ມີ​ເຊີຣີ. ຄຳ​ສັ່ງ​ໃຫ້​ກຳ​ຈັດ​ທີ່​ອະ​ນຸ​ມັດ​ໂດຍ ລຽວເບີນ ດັບ​ເບິນ​ຢູ ບອກສ໌, ເຈົ້າລັດ​ມີ​ເຊີຣີ, ລົງ​ວັນທີ 27 ເດືອນ​ຕຸລາ, 1838, ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ. ໃນ​ປີ 1841, ເມື່ອ​ການ​ເປີດ​ເຜີຍ​ນີ້​ໄດ້​ຖືກ​ມອບ​ໃຫ້, ເມືອງ​ນາວູ, ຊຶ່ງ​ຕັ້ງ​ຢູ່​ໃນ​ສະຖານ​ທີ່​ຊຶ່ງ​ແຕ່​ກ່ອນ​ຄືໝູ່​ບ້ານ​ຄອມ​ເມີສ, ລັດ​ອິ​ລິ​ນອຍ, ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ຢູ່​ທີ່​ນີ້​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ.

1–14, ໂຈເຊັບ ສະມິດ ຖືກ​ບັນ​ຊາ​ໃຫ້​ຂຽນ​ການ​ປະ​ກາດ​ທີ່​ເປັນ​ທາງ​ການ​ເລື່ອງ​ຂອງ​ພຣະ​ກິດ​ຕິ​ຄຸນ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ, ເຈົ້າ​ລັດ, ແລະ ຜູ້​ປົກ​ຄອງ​ຂອງ​ທຸກ​ປະ​ຊາ​ຊາດ; 15–21, ໄຮຣຳ ສະມິດ, ເດວິດ ດັບ​ເບິນ​ຢູ ແພດ​ເຕັນ, ໂຈເຊັບ ສະມິດ, ຜູ້ພໍ່, ແລະ ຜູ້​ອື່ນໆ​ໃນ​ບັນ​ດາ​ຄົນ​ເປັນ ແລະ ຄົນ​ຕາຍ ໄດ້​ຮັບ​ພອນ​ສຳ​ລັບ​ຄວາມ​ຊື່​ສັດ ແລະ ຄຸນ​ນະ​ທຳ​ຂອງ​ເຂົາ​ເຈົ້າ; 22–28, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ບັນ​ຊາ​ໃຫ້​ສ້າງ​ບ້ານ​ເພື່ອ​ຕ້ອນ​ຮັບ​ຄົນ​ຕ່າງ​ດ້າວ ແລະ ພຣະ​ວິຫານ​ໃນ​ເມືອງ​ນາວູ; 29–36, ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ຕ້ອງ​ຖືກ​ກະ​ທຳ​ຢູ່​ໃນ​ພຣະ​ວິຫານ; 37–44, ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສ້າງ​ພຣະ​ວິຫານ​ສະເໝີ ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​ສັກ​ສິດ; 45–55, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ຍົກ​ເວັ້ນ​ຈາກ​ການ​ສ້າງ​ພຣະ​ວິຫານ​ໃນ​ເຂດ​ແຈ໊ກສັນ​ເນື່ອງ​ດ້ວຍ​ການ​ກົດ​ຂີ່​ຂອງ​ສັດ​ຕູ​ຂອງ​ເຂົາ​ເຈົ້າ; 56–83, ມີ​ຄຳ​ແນະນຳ​ໃຫ້​ໄວ້​ກ່ຽວ​ກັບ​ການ​ສ້າງ​ບ້ານ​ຢູ່​ເມືອງ​ນາວູ; 84–96, ໄຮຣຳ ສະມິດ ຖືກ​ເອີ້ນ​ໃຫ້​ເປັນປິຕຸ, ເພື່ອ​ຮັບ​ຂໍ​ກະແຈ, ແລະ ຂຶ້ນ​ແທນ​ອໍ​ລີ​ເວີ ຄາວ​ເດີຣີ; 97–122, ວິວລຽມ ລໍ ແລະ ຄົນ​ອື່ນໆ​ຖືກ​ແນະນຳ​ໃນ​ວຽກ​ງານ​ຂອງ​ເຂົາ​ເຈົ້າ; 123–145, ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ໃນ​ທ້ອງ​ຖິ່ນ​ໄດ້​ຖືກ​ລະບຸ​ຊື່, ພ້ອມ​ກັບ​ໜ້າ​ທີ່ ແລະ ກຸ່ມ​ທີ່​ເຂົາ​ເຈົ້າ​ກ່ຽວ​ຂ້ອງ​ດ້ວຍ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ເຮົາ​ພໍ​ໃຈ​ຫລາຍ​ກັບ​ເຄື່ອງ​ຖວາຍ ແລະ ການ​ຍອມ​ຮັບ​ຂອງ​ເຈົ້າ, ຊຶ່ງ​ເຈົ້າ​ໄດ້​ເຮັດ​ມາ; ເພາະ​ເພື່ອ​ຈຸດ​ເປົ້າ​ໝາຍ​ນີ້​ທີ່​ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສະແດງ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ​ອອກ​ມາ​ທາງ​ສິ່ງ​ທີ່ ອ່ອນ​ແອ​ຂອງ​ແຜ່ນ​ດິນ​ໂລກ.

2 ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ; ແລະ ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ເຫລົ່າ​ນັ້ນ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ບັດ​ນີ້ ເຈົ້າ​ໄດ້​ຖືກ​ເອີ້ນ​ທັນ​ທີ​ໃຫ້​ຂຽນ​ການ​ປະ​ກາດ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ດ້ວຍ​ຄວາມ​ໜັກ​ແໜ້ນ, ແລະ ກ່ຽວ​ກັບ ສະເຕກ​ນີ້ ຊຶ່ງ​ເຮົາ​ໄດ້​ຕັ້ງ​ໃຫ້​ເປັນ​ຫີນ​ເສົາ​ເອກ​ຂອງ​ຊີໂອນ, ຊຶ່ງ​ຈະ​ຖືກ​ຂັດ​ເງົາ​ດ້ວຍ​ຄວາມ​ປາ​ນີດ ຊຶ່ງ​ຈະ​ເປັນ​ໄປ​ຕາມ​ແບບ​ຢ່າງ​ທີ່​ເໝືອນ​ວັງ.

3 ການ​ປະ​ກາດ​ນີ້​ຈະ​ຖືກ​ກະ​ທຳ​ໄປ​ເຖິງ​ບັນ​ດາ ກະສັດ​ທັງ​ປວງ​ຂອງ​ໂລກ, ເຖິງ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ເຖິງ​ຜູ້​ໄດ້​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ກຽດ, ແລະ ເຈົ້າ​ລັດ​ຕ່າງໆ​ຜູ້​ສູງ​ສົ່ງ​ຂອງ​ປະ​ຊາ​ຊາດ ຊຶ່ງ​ເຈົ້າ​ອາ​ໄສ​ຢູ່, ແລະ ເຖິງ​ປະ​ຊາ​ຊາດ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ທີ່​ກະ​ຈັດ​ກະ​ຈາຍ​ກັນ​ຢູ່​ທົ່ວ​ໄປ.

4 ໃຫ້​ຂຽນ​ມັນ​ໄວ້​ໃນ​ວິນ​ຍານ​ແຫ່ງ ຄວາມ​ອ່ອນ​ໂຍນ ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ ຈະ​ຢູ່​ໃນ​ເຈົ້າ​ໃນ​ເວລາ​ທີ່​ຂຽນ​ການ​ປະ​ກາດ​ອັນ​ດຽວ​ກັນ​ນັ້ນ;

5 ເພາະ​ເຈົ້າ​ຈະ​ໄດ້​ຮັບ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ຮູ້​ຈັກ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ກະສັດ ແລະ ເຈົ້າ​ໜ້າ​ທີ່​ເຫລົ່າ​ນັ້ນ, ແມ່ນ​ແຕ່​ສິ່ງ​ທີ່​ຈະ​ບັງ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

6 ເພາະ, ຈົ່ງ​ເບິ່ງ, ເຮົາ​ກຳ​ລັງ​ຈະ​ເອີ້ນ​ພວກ​ເຂົາ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ຂອງ​ຊີໂອນ, ເພາະ​ວ່າ​ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ມາ​ເຖິງ​ແລ້ວ​ທີ່​ຈະ​ໂປດ​ປານ​ນາງ.

7 ສະນັ້ນ, ເຈົ້າ​ຈົ່ງ​ເອີ້ນ​ຫາ​ພວກ​ເຂົາ​ດ້ວຍ​ການ​ເອີ້ນ​ປະ​ກາດ​ອັນ​ດັງ, ແລະ ດ້ວຍ​ປະຈັກ​ພະຍານ​ຂອງ​ເຈົ້າ, ໂດຍ​ບໍ່​ຢ້ານ​ກົວ​ພວກ​ເຂົາ​ເລີຍ, ເພາະ​ວ່າ​ພວກ​ເຂົາ​ເປັນ​ເໝືອນ​ດັ່ງ ຫຍ້າ, ແລະ ລັດ​ສະ​ໝີ​ພາບ​ທັງ​ປວງ​ຂອງ​ພວກ​ເຂົາ​ເປັນ​ເໝືອນ​ດັ່ງ​ດອກ​ໄມ້ ຊຶ່ງ​ບໍ່​ດົນ​ກໍ​ຈະ​ລ້ວງ​ຫລົ່ນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຕົກ​ຢູ່​ໃນ​ສະພາບ​ທີ່​ບໍ່​ມີ​ຂໍ້​ແກ້​ຕົວ—

8 ແລະ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ວັນ​ແຫ່ງ​ການ​ມາ​ຢ້ຽມ​ຢາມ, ເມື່ອ​ເຮົາ​ຈະ​ເປີດ​ເຜີຍ​ໜ້າ​ຂອງ​ເຮົາ​ຈາກ​ການ​ປົກ​ປິດ, ເພື່ອ​ກຳ​ນົດ​ສ່ວນ​ຂອງ​ຜູ້​ກົດ​ຂີ່​ໃນ​ບັນ​ດາ​ຄົນ​ໜ້າ​ຊື່​ໃຈ​ຄົດ, ບ່ອນ​ທີ່​ມີ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ, ຖ້າ​ພວກ​ເຂົາ​ປະ​ຕິ​ເສດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ ປະຈັກ​ພະຍານ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ເປີດ​ເຜີຍ​ແກ່​ພວກ​ເຂົາ.

9 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ຈະ​ມາ​ຢ້ຽມ​ຢາມ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ອ່ອນ​ລົງ, ຫລາຍ​ຄົນ​ພວກ​ເຂົາ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ພົບ​ພຣະ​ຄຸນ​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ມາ​ສູ່ ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງ, ແລະ ຄົນ​ຕ່າງ​ຊາດ​ມາ​ສູ່​ຄວາມ​ສູງ​ສົ່ງ ຫລື ການ​ຍົກ​ຂຶ້ນ​ຂອງ​ຊີໂອນ.

10 ເພາະ​ວ່າ​ວັນ​ແຫ່ງ​ການ​ມາ​ຢ້ຽມ​ຢາມ​ຂອງ​ເຮົາ​ຈະ​ມາ​ເຖິງ​ຢ່າງ​ໄວ, ໃນ ຊົ່ວ​ໂມງ​ທີ່​ພວກ​ເຈົ້າ​ບໍ່​ຄາດ​ຄິດ; ແລະ ບ່ອນ​ໃດ​ຈະ​ເປັນ​ສະຖານ​ທີ່​ປອດ​ໄພ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ແລະ ເປັນ​ທີ່​ພັກ​ສຳ​ລັບ​ຄົນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ?

11 ຕື່ນ​ເຖີດ, ໂອ້ ບັນ​ດາ​ກະສັດ​ຂອງ​ແຜ່ນ​ດິນ​ໂລກ! ຈົ່ງ​ມາ, ໂອ້, ຈົ່ງ​ມາ, ດ້ວຍ​ຄຳ​ຂອງ​ພວກ​ເຈົ້າ ແລະ ດ້ວຍ​ເງິນ​ຂອງ​ພວກ​ເຈົ້າ, ເພື່ອ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ເຮົາ, ສູ່​ບ້ານ​ຂອງ​ທິດາ​ຂອງ​ຊີໂອນ.

12 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຣໍ​ເບີດ ບີ ທອມສັນ ຊ່ວຍ​ເຫລືອ​ເຈົ້າ​ໃນ​ການ​ຂຽນ​ການ​ປະ​ກາດ​ນີ້, ເພາະ​ເຮົາ​ພໍ​ໃຈ​ຫລາຍ​ກັບ​ລາວ, ແລະ ທີ່​ລາວ​ຈະ​ຢູ່​ກັບ​ເຈົ້າ;

13 ສະນັ້ນ, ຈົ່ງ​ໃຫ້​ລາວ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ເຈົ້າ, ແລະ ເຮົາ​ຈະ​ໃຫ້​ພອນ​ແກ່​ລາວ​ດ້ວຍ​ພອນ​ຢ່າງ​ຫລວງ​ຫລາຍ; ໃຫ້​ລາວ​ຊື່​ສັດ ແລະ ຈິງ​ຈັງ​ໃນ​ທຸກ​ສິ່ງ​ທັງ​ປວງ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ແລະ ລາວ​ຈະ​ຍິ່ງ​ໃຫຍ່​ໃນ​ສາຍ​ຕາ​ຂອງ​ເຮົາ;

14 ແຕ່​ໃຫ້​ລາວ​ຈື່​ຈຳ​ໄວ້​ວ່າ ການ​ພິ​ທັກ​ຮັກ​ສາ​ຂອງ​ລາວ​ຈະ​ຖືກ​ຮຽກ​ຮ້ອງ​ຈາກ​ມື​ຂອງ​ລາວ.

15 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ສະມິດ ເປັນ​ສຸກ​ແລ້ວ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮັກ​ລາວ ເພາະ ຄວາມ​ຊື່​ສັດ​ຂອງ​ໃຈ​ລາວ, ແລະ ເພາະ​ວ່າ​ລາວ​ຮັກ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ໜ້າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

16 ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຊີ ເບັນ​ເນັດ ຊ່ວຍ​ເຫລືອ​ເຈົ້າ​ໃນ​ວຽກ​ງານ​ຂອງ​ເຈົ້າ ໃນ​ການ​ສົ່ງ​ຄຳ​ຂອງ​ເຮົາ​ໄປ​ເຖິງ​ບັນ​ດາ​ກະສັດ ແລະ ຜູ້​ຄົນ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຢືນ​ຄຽງ​ຂ້າງ​ເຈົ້າ, ແມ່ນ​ແຕ່​ເຈົ້າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ໃນ​ຊົ່ວ​ໂມງ​ແຫ່ງ​ຄວາມ​ທຸກ​ຍາກ​ລຳ​ບາກ; ແລະ ລາງ​ວັນ​ຂອງ​ລາວ​ຈະ​ບໍ່​ສູນ​ເສຍ​ໄປ​ໃສ ຖ້າ​ຫາກ​ລາວ​ຮັບ​ເອົາ ຄຳ​ແນະນຳ.

17 ແລະ ເປັນ​ເພາະ​ຄວາມ​ຮັກ​ຂອງ​ລາວ, ລາວ​ຈະ​ຍິ່ງ​ໃຫຍ່, ເພາະ​ວ່າ​ລາວ​ຈະ​ເປັນ​ຂອງ​ເຮົາ ຖ້າ​ຫາກ​ລາວ​ເຮັດ​ສິ່ງ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ເຮົາ​ໄດ້​ເຫັນ​ວຽກ​ງານ​ທີ່​ລາວ​ເຮັດ​ມາ​ແລ້ວ, ຊຶ່ງ​ເຮົາ​ຍອມ​ຮັບ​ຖ້າ​ຫາກ​ລາວ​ເຮັດ​ຕໍ່​ໄປ, ແລະ ຈະ​ສວມ​ມົງ​ກຸດ​ໃຫ້​ລາວ ພ້ອມ​ດ້ວຍ​ພອນ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.

18 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້ ຈະ​ສັ່ງ​ສອນ​ຕໍ່​ໄປ​ເພື່ອ​ຊີໂອນ, ໃນ​ວິນ​ຍານ​ແຫ່ງ​ຄວາມ​ອ່ອນ​ໂຍນ, ໂດຍ​ຍອມ​ຮັບ​ເຮົາ​ຢູ່​ຕໍ່​ໜ້າ​ໂລກ; ແລະ ເຮົາ​ຈະ​ຄ້ຳ​ຈູນ​ລາວ​ດັ່ງ​ເທິງ​ປີກ ນົກ​ອິນ​ຊີ; ແລະ ລາວ​ຈະ​ກໍ່​ໃຫ້​ເກີດ​ລັດ​ສະ​ໝີ​ພາບ ແລະ ກຽດ​ຕິ​ຍົດ​ໃຫ້​ແກ່​ຕົນ​ເອງ ແລະ ໃຫ້​ແກ່​ນາມ​ຂອງ​ເຮົາ.

19 ເພື່ອ​ວ່າ​ເມື່ອ​ລາວ​ບັນລຸ​ວຽກ​ງານ​ຂອງ​ລາວ ເຮົາ​ຈະ​ຮັບ​ລາວ​ກັບ​ຕົວ​ເຮົາ, ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເດວິດ ແພດ​ເຕັນ, ຜູ້​ທີ່​ຢູ່​ກັບ​ເຮົາ​ໃນ​ເວລາ​ນີ້, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ ນຳ​ອີກ, ແລະ ຜູ້​ຮັບ​ໃຊ້​ອາ​ວຸ​ໂສ​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ພໍ່, ນຳ​ອີກ, ຜູ້​ທີ່​ນັ່ງ ກັບ​ອັບ​ຣາ​ຮາມ​ທາງ​ຂວາ​ມື​ຂອງ​ລາວ, ແລະ ລາວ​ເປັນ​ສຸກ​ແລ້ວ ແລະ ບໍ​ລິ​ສຸດ, ເພາະ​ວ່າ​ລາວ​ເປັນ​ຂອງ​ເຮົາ.

20 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອດ ມຽວ​ເລີ ປາດ​ສະ​ຈາກ ອຸ​ບາຍ; ລາວ​ເປັນ​ຄົນ​ທີ່​ໄວ້​ວາງ​ໃຈ​ໄດ້ ເພາະ​ຄວາມ​ຊື່​ສັດ​ຂອງ​ໃຈ​ລາວ; ແລະ ເພາະ​ຄວາມ​ຮັກ​ຊຶ່ງ​ລາວ​ມີ​ຕໍ່​ປະຈັກ​ພະຍານ​ຂອງ​ເຮົາ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮັກ​ລາວ.

21 ສະນັ້ນ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ຜະ​ນຶກ​ໜ້າ​ທີ່​ຂອງ ຝ່າຍ​ອະ​ທິ​ການ​ໄວ້​ເທິງ​ຫົວ​ຂອງ​ລາວ, ເໝືອນ​ກັນ​ກັບຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ, ເພື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ຂອງ​ອຸ​ທິດ​ສຳ​ລັບ​ຄົວ​ເຮືອນ​ຂອງ​ເຮົາ, ເພື່ອ​ວ່າ​ລາວ​ຈະ​ໄດ້​ມອບ​ພອນ​ໄວ້​ເທິງ​ຫົວ​ຂອງ​ຄົນ​ຍາກ​ຈົນ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ຢ່າ​ໃຫ້​ມະນຸດ​ຄົນ​ໃດ​ໝິ່ນ​ປະ​ໝາດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອດ, ເພາະ​ວ່າ​ລາວ​ຈະ​ໃຫ້​ກຽດ​ເຮົາ.

22 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອດ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ສະ​ໄນ​ເດີ, ແລະ ຄົນ​ອື່ນໆ ສ້າງ ບ້ານ​ແດ່​ນາມ​ຂອງ​ເຮົາ, ໃນ​ຮູບ​ແບບ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ຈະ​ສະແດງ​ແກ່​ພວກ​ເຂົາ, ໃນ​ສະຖານ​ທີ່​ທີ່​ລາວ​ຈະ​ສະແດງ​ແກ່​ພວກ​ເຂົາ​ຄື​ກັນ.

23 ແລະ ມັນ​ຈະ​ເປັນ​ບ້ານ​ພັກ, ບ້ານ​ທີ່​ຄົນ​ຕ່າງ​ດ້າວ​ທີ່​ມາ​ຈາກ​ແດນ​ໄກ​ຈະ​ພັກ​ພາ​ອາ​ໄສ; ສະນັ້ນ ໃຫ້​ມັນ​ເປັນ​ບ້ານ​ທີ່​ດີ, ຄູ່​ຄວນ​ກັບ​ການ​ຍອມ​ຮັບ​ທັງ​ປວງ, ເພື່ອ​ວ່າ ຄົນ​ເດີນ​ທາງ​ທີ່​ເມື່ອຍ​ອ່ອນ​ຈະ​ມີ​ເຫື່ອ​ແຮງ​ຂຶ້ນ ແລະ ຄວາມ​ປອດ​ໄພ​ໃນ​ຂະນະ​ທີ່​ພວກ​ເຂົາ​ໄຕ່​ຕອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຫີນ​ເສົາ​ເອກ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ຊີໂອນ.

24 ບ້ານ​ນີ້​ຈະ​ເປັນ​ບ້ານ​ພັກ​ທີ່​ສຸກ​ສະ​ບາຍ​ຖ້າ​ຫາກ​ມັນ​ຖືກ​ສ້າງ​ຂຶ້ນ​ແດ່​ນາມ​ຂອງ​ເຮົາ, ແລະ ຖ້າ​ຫາກ​ຜູ້​ປົກ​ຄອງ ຊຶ່ງ​ຈະ​ກຳ​ນົດ​ໄວ້​ກັບ​ມັນ​ຈະ​ບໍ່​ປ່ອຍ​ໃຫ້​ມົນ​ທິນ​ໃດໆ​ມາ​ສູ່​ບ້ານ​ຫລັງ​ນີ້. ມັນ​ຈະ​ເປັນ​ສະຖານ​ທີ່​ສັກ​ສິດ, ຖ້າ​ບໍ່​ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ປະ​ທັບ​ຢູ່​ໃນ​ນັ້ນ.

25 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ໃຫ້​ໄພ່​ພົນ​ຂອງ​ເຮົາ​ທັງ​ໝົດ​ມາ​ຈາກ​ແດນ​ໄກ.

26 ແລະ ໃຫ້​ສົ່ງ​ຜູ້​ສົ່ງ​ສານ​ໄປ​ຢ່າງ​ວ່ອງ​ໄວ, ແທ້​ຈິງ​ແລ້ວ, ຜູ້​ສົ່ງ​ສານ​ທີ່​ໄດ້​ເລືອກ​ໄວ້​ແລ້ວ, ແລະ ໃຫ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ມາ​ເຖີດ, ພ້ອມ​ກັບ​ຄຳ​ທັງ​ໝົດ​ຂອງ​ພວກ​ເຈົ້າ, ແລະ ເງິນ​ຂອງ​ພວກ​ເຈົ້າ, ແລະ ເພັດ​ນິນ​ຈິນ​ດາ​ຂອງ​ພວກ​ເຈົ້າ, ແລະ ວັດ​ຖຸ​ບູຮານ​ທັງ​ໝົດ​ຂອງ​ພວກ​ເຈົ້າ; ແລະ ພ້ອມ​ກັບ​ທຸກ​ຄົນ​ທີ່​ຮູ້​ເລື່ອງ​ວັດ​ຖຸ​ບູຮານ ທີ່​ປະສົງ​ຈະ​ມາ, ຍ່ອມ​ມາ​ໄດ້, ແລະ ນຳ​ຕົ້ນ​ບອກ, ແລະ ຕົ້ນ​ເຟີ, ແລະ ຕົ້ນ​ແປກ, ພ້ອມ​ກັບ​ຕົ້ນ​ໄມ້​ທີ່​ມີ​ຄ່າ​ທຸກ​ຕົ້ນ​ຂອງ​ແຜ່ນ​ດິນ​ໂລກ;

27 ແລະ ພ້ອມ​ກັບ​ເຫລັກ, ພ້ອມ​ກັບ​ທອງ​ແດງ, ແລະ ພ້ອມ​ກັບ​ທອງ​ເຫລືອງ, ແລະ ພ້ອມ​ກັບ​ສັງ​ກະ​ສີ, ແລະ ພ້ອມ​ກັບ​ຂອງ​ມີ​ຄ່າ​ຂອງ​ເຈົ້າ​ທັງ​ໝົດ​ໃນ​ແຜ່ນ​ດິນ​ໂລກ; ແລະ ສ້າງ ບ້ານ​ແດ່​ນາມ​ຂອງ​ເຮົາ, ເພື່ອ​ພຣະ​ຜູ້​ສູງ​ສຸດ​ຈະ​ໄດ້ ປະ​ທັບ​ຢູ່​ໃນ​ນັ້ນ.

28 ເພາະ​ຈະ​ບໍ່​ມີ​ສະຖານ​ທີ່​ໃດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ ແລະ ຟື້ນ​ຟູ​ອີກ​ເທື່ອ​ໜຶ່ງ​ສິ່ງຊຶ່ງ​ໄດ້​ສູນ​ເສຍ​ໄປ​ແລ້ວ​ສຳລັບ​ພວກ​ເຈົ້າ, ຫລື ຊຶ່ງ​ພຣະ​ອົງ​ໄດ້​ເອົາ​ອອກ​ໄປ​ແລ້ວ, ແມ່ນ​ແຕ່​ຄວາມ​ສົມ​ບູນ​ຂອງ​ຖານະ​ປະ​ໂລ​ຫິດ.

29 ເພາະ​ອ່າງ ບັບຕິ​ສະມາ​ບໍ່​ໄດ້​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ເພື່ອ​ວ່າ​ພວກ​ເຂົາ, ໄພ່​ພົນ​ຂອງ​ເຮົາ, ຈະ​ໄດ້​ຮັບ ບັບຕິ​ສະມາ​ແທນ​ຄົນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ—

30 ເພາະ​ວ່າ​ພິ​ທີ​ການ​ນີ້​ເປັນ​ຂອງ​ບ້ານ​ຂອງ​ເຮົາ, ແລະ ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ, ຍົກ​ເວັ້ນ​ແຕ່​ໃນ​ວັນ​ເວລາ​ແຫ່ງ​ຄວາມ​ຍາກ​ຈົນ, ຊຶ່ງ​ໃນ​ເວລາ​ນັ້ນ ພວກ​ເຈົ້າ​ບໍ່​ສາ​ມາດ​ສ້າງ​ບ້ານ​ໃຫ້​ແກ່​ເຮົາ.

31 ແຕ່​ເຮົາ​ບັນ​ຊາ​ພວກ​ເຈົ້າ, ພວກ​ເຈົ້າ​ໄພ່​ພົນ​ທັງ​ປວງ​ຂອງ​ເຮົາ, ຈົ່ງ ສ້າງ​ບ້ານ​ໃຫ້​ແກ່​ເຮົາ; ແລະ ເຮົາ​ໄດ້​ໃຫ້​ເວລາ​ພຽງ​ພໍ​ແກ່​ພວກ​ເຈົ້າ​ທີ່​ຈະ​ສ້າງ​ບ້ານ​ໃຫ້​ແກ່​ເຮົາ; ແລະ ລະຫວ່າງ​ເວລາ​ນີ້ ການ​ບັບຕິ​ສະມາ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ.

32 ແຕ່​ຈົ່ງ​ເບິ່ງ, ເມື່ອ​ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສິ້ນ​ສຸດ​ລົງ ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້​ກ່ອນ​ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສິ້ນ​ສຸດ​ລົງ, ແລ້ວ​ພວກ​ເຈົ້າ​ຈະ​ຖືກ​ປະ​ຕິ​ເສດ​ໃນ​ຖານະ​ທີ່​ເປັນ​ສາດ​ສະ​ໜາ​ຈັກ, ພ້ອມ​ກັບ​ຄົນ​ຕາຍ​ຂອງ​ພວກ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

33 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຫລັງ​ຈາກ​ທີ່​ພວກ​ເຈົ້າ​ມີ​ເວລາ​ພຽງ​ພໍ​ທີ່​ຈະ​ສ້າງ​ບ້ານ​ໃຫ້​ແກ່​ເຮົາ, ຊຶ່ງ​ພິ​ທີ​ການ​ແຫ່ງ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ເປັນ​ຂອງ​ບ້ານ​ແຫ່ງ​ນີ້, ແລະ ພິ​ທີ​ການ​ດຽວ​ກັນ​ນີ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ແຕ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ການ​ບັບຕິ​ສະມາ​ຂອງ​ພວກ​ເຈົ້າ​ແທນ​ຄົນ​ຕາຍ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ;

34 ເພາະ​ໃນ​ນັ້ນ​ມີ ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ສັກ​ສິດ​ຖືກ​ແຕ່ງ​ຕັ້ງ​ໄວ້, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ກຽດ​ຕິ​ຍົດ ແລະ ລັດ​ສະ​ໝີ​ພາບ.

35 ແລະ ຫລັງ​ຈາກ​ເວລາ​ນີ້, ບັບຕິ​ສະມາ​ຂອງ​ພວກ​ເຈົ້າ​ແທນ​ຄົນ​ຕາຍ, ໂດຍ​ຄົນ​ທີ່​ກະ​ຈັດ​ກະ​ຈາຍ​ກັນ​ຢູ່​ທົ່ວ​ໄປ, ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

36 ເພາະ​ວ່າ​ມີ​ການ​ແຕ່ງ​ຕັ້ງ​ໄວ້​ວ່າ​ໃນ​ຊີໂອນ, ແລະ ໃນ​ສະເຕກ​ຂອງ​ນາງ, ແລະ ໃນ​ເຢຣູ​ຊາເລັມ, ສະຖານ​ທີ່​ເຫລົ່າ​ນັ້ນ ຊຶ່ງ​ເຮົາ​ກຳ​ນົດ​ໃຫ້​ເປັນ ທີ່​ພັກ, ຈະ​ເປັນ​ສະຖານ​ທີ່​ເພື່ອ​ການ​ບັບຕິ​ສະມາ​ຂອງ​ພວກ​ເຈົ້າ ແທນ​ຄົນ​ຕາຍ​ຂອງ​ພວກ​ເຈົ້າ.

37 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ການ​ຊຳລະ​ລ້າງ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ​ໄດ້​ແນວ​ໃດ, ຍົກ​ເວັ້ນ​ແຕ່​ພວກ​ເຈົ້າ​ຈະ​ປະ​ຕິ​ບັດ​ມັນ​ຢູ່​ໃນ​ບ້ານ​ທີ່​ພວກ​ເຈົ້າ​ສ້າງ​ແດ່​ນາມ​ຂອງ​ເຮົາ?

38 ເພາະ, ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ໄດ້​ບັນ​ຊາ​ໂມເຊ​ໃຫ້​ສ້າງ ສະຖານ​ທີ່​ນະມັດ​ສະການ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ແບກ​ມັນ​ໄປ​ກັບ​ພວກ​ເຂົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ໃຫ້​ສ້າງ ບ້ານ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ເພື່ອ​ວ່າ​ຈະ​ໄດ້​ເປີດ​ເຜີຍ​ພິ​ທີ​ການ​ເຫລົ່າ​ນັ້ນ ຊຶ່ງ​ໄດ້​ເຊື່ອງ​ຊ້ອນ​ໄວ້​ຕັ້ງ​ແຕ່​ກ່ອນ​ໂລກ​ມີ​ມາ.

39 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ການ​ເຈີມ​ຂອງ​ພວກ​ເຈົ້າ, ແລະ ການ​ຊຳລະ​ລ້າງ​ຂອງ​ພວກ​ເຈົ້າ, ແລະ ການ​ບັບຕິ​ສະມາ​ຂອງ​ພວກ​ເຈົ້າ​ແທນ​ຄົນ​ຕາຍ, ແລະ ການ​ຊຸມ​ນຸມ​ທີ່​ສັກ​ສິດ​ຂອງ​ພວກ​ເຈົ້າ, ແລະ ພິ​ທີ​ການ​ຂອງ​ພວກ​ເຈົ້າ​ສຳ​ລັບ ການ​ຖວາຍ​ເຄື່ອງ​ບູຊາ​ໂດຍ​ພວກ​ລູກ​ຊາຍ​ຂອງເລວີ, ແລະ ການ​ເປີດ​ເຜີຍ​ຂອງ​ພວກ​ເຈົ້າ​ໃນ ສະຖານ​ທີ່ ທີ່​ສັກ​ສິດ​ທີ່​ສຸດ ຊຶ່ງ​ໃນ​ນັ້ນ​ພວກ​ເຈົ້າ​ໄດ້​ຮັບ​ຄຳ​ສົນ​ທະ​ນາ, ແລະ ຂໍ້​ກຳ​ນົດ ແລະ ການ​ພິ​ພາກ​ສາ​ຂອງ​ພວກ​ເຈົ້າ, ສຳ​ລັບ​ການ​ເລີ່ມ​ຕົ້ນ​ຂອງ​ການ​ເປີດ​ເຜີຍ ແລະ ຮາກ​ຖານ​ຂອງ​ຊີໂອນ, ແລະ ສຳ​ລັບ​ລັດ​ສະ​ໝີ​ພາບ, ກຽດ​ຕິ​ຍົດ, ແລະ ຂອງ​ປະທານ​ສັກ​ສິດ​ຂອງ​ພົນ​ລະ​ເມືອງ​ທັງ​ໝົດ​ຂອງ​ນາງ, ຖືກ​ແຕ່ງ​ຕັ້ງ​ໂດຍ​ພິ​ທີ​ການ​ໃນ​ບ້ານ​ອັນ​ສັກ​ສິດ​ຂອງ​ເຮົາ, ຊຶ່ງ​ຜູ້​ຄົນ​ຂອງ​ເຮົາ​ໄດ້​ຖືກ​ບັນ​ຊາ​ຢູ່​ສະເໝີ​ໃຫ້​ສ້າງ​ແດ່​ນາມ​ອັນ​ສັກ​ສິດ​ຂອງ​ເຮົາ.

40 ແລະ ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ບ້ານ​ນີ້​ຖືກ​ສ້າງ​ຂຶ້ນ​ແດ່​ນາມ​ຂອງ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປີດ​ເຜີຍ​ພິ​ທີ​ການ​ຂອງ​ເຮົາ​ໃນ​ນັ້ນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ເຮົາ;

41 ເພາະ​ເຮົາ​ເຫັນ​ວ່າ​ສົມ​ຄວນ​ທີ່​ຈະ ເປີດ​ເຜີຍ​ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ເຖິງ​ສິ່ງ​ທີ່​ຖືກ ເຊື່ອງ​ຊ້ອນ​ໄວ້​ນັບ​ແຕ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ສິ່ງ​ທີ່​ກ່ຽວ​ກັບ​ຍຸກ​ສະ​ໄໝ​ຂອງ ຄວາມ​ສົມ​ບູນ​ແຫ່ງ​ເວລາ.

42 ແລະ ເຮົາ​ຈະ​ສະແດງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ເຫັນ​ທຸກ​ສິ່ງ​ທັງ​ປວງ​ກ່ຽວ​ກັບ​ບ້ານ​ຫລັງ​ນີ້, ແລະ ຖານະ​ປະ​ໂລ​ຫິດ​ໃນ​ນັ້ນ, ແລະ ສະຖານ​ທີ່ ທີ່​ມັນ​ຈະ​ຖືກ​ສ້າງ​ຂຶ້ນ.

43 ແລະ ພວກ​ເຈົ້າ​ຈະ​ສ້າງ​ມັນ​ໃນ​ສະຖານ​ທີ່​ຊຶ່ງ​ພວກ​ເຈົ້າ​ໄດ້​ຄິດ​ໄຕ່​ຕອງ​ທີ່​ຈະ​ສ້າງ​ມັນ, ເພາະ​ວ່າ​ນັ້ນ​ເປັນ​ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ພວກ​ເຈົ້າ​ເພື່ອ​ສ້າງ​ມັນ.

44 ຖ້າ​ພວກ​ເຈົ້າ​ທຳ​ງານ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ພວກ​ເຈົ້າ, ເຮົາ​ຈະ​ອຸ​ທິດ​ຖວາຍ​ບ່ອນ​ນັ້ນ ເພື່ອ​ວ່າ​ມັນ​ຈະ​ຖືກ​ເຮັດ​ໃຫ້ ສັກ​ສິດ.

45 ແລະ ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ຈະ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ແລະ ສຽງ​ຂອງ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຜູ້​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ນຳ​ພາ​ຜູ້​ຄົນ​ຂອງ​ເຮົາ, ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ບໍ່​ຖືກ​ຍ້າຍ​ອອກ​ຈາກ​ສະຖານ​ທີ່​ຂອງ​ພວກ​ເຂົາ.

46 ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ຫລື ສຽງ​ຂອງ​ຜູ້​ຊາຍ​ເຫລົ່າ​ນີ້ ຜູ້​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້, ແລ້ວ​ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ພອນ, ເພາະ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພື້ນ​ທີ່​ສັກ​ສິດ​ມີ​ມົນ​ທິນ, ແລະ ພິ​ທີ​ການ​ທີ່​ສັກ​ສິດ​ຂອງ​ເຮົາ, ແລະ ກົດ, ແລະ ຖ້ອຍ​ຄຳ​ທີ່​ສັກ​ສິດ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ.

47 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ພວກ​ເຈົ້າ​ສ້າງ​ບ້ານ​ແດ່​ນາມ​ຂອງ​ເຮົາ, ແລະ ບໍ່​ເຮັດ​ສິ່ງ​ທີ່​ເຮົາ​ກ່າວ, ເຮົາ​ຈະ​ບໍ່​ປະ​ຕິ​ບັດ​ຕາມ ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ເຮັດ​ກັບ​ພວກ​ເຈົ້າ, ທັງ​ບໍ່​ເຮັດ​ໃຫ້​ຄຳ​ສັນ​ຍາ​ທີ່​ພວກ​ເຈົ້າ​ຫວັງ​ຈາກ​ມື​ຂອງ​ເຮົາ​ສຳ​ເລັດ​ຜົນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

48 ເພາະ ແທນ​ທີ່​ຈະ​ໄດ້​ຮັບ​ພອນ, ພວກ​ເຈົ້າ, ໂດຍ​ວຽກ​ງານ​ຂອງ​ພວກ​ເຈົ້າ​ເອງ, ຈະ​ນຳ​ການ​ສາບ​ແຊ່ງ, ພຣະ​ພິ​ໂລດ, ຄວາມ​ເຄືອງ​ແຄ້ນ, ແລະ ການ​ພິ​ພາກ​ສາ ມາ​ໃສ່​ຫົວ​ຂອງ​ພວກ​ເຈົ້າ​ເອງ, ໂດຍ​ຄວາມ​ໂງ່​ຈ້າ​ຂອງ​ພວກ​ເຈົ້າ, ແລະ ໂດຍ​ຄວາມ​ໜ້າ​ກຽດ​ຊັງ​ທັງ​ປວງ​ຂອງ​ພວກ​ເຈົ້າ, ຊຶ່ງ​ພວກ​ເຈົ້າ​ປະ​ຕິ​ບັດ​ຢູ່​ຕໍ່​ໜ້າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

49 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ເມື່ອ​ເຮົາ​ມອບ​ບັນ​ຍັດ​ໃຫ້​ແກ່​ບຸດ​ຄົນ​ໃດ​ຂອງ​ມະນຸດ​ເພື່ອ​ໃຫ້​ເຮັດ​ວຽກ​ງານ​ແດ່​ນາມ​ຂອງ​ເຮົາ, ແລະ ບຸດ​ເຫລົ່າ​ນັ້ນ​ຂອງ​ມະນຸດ​ເຮັດ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ພວກ​ເຂົາ ແລະ ດ້ວຍ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ມີ ເພື່ອ​ເຮັດ​ວຽກ​ງານ​ນັ້ນ, ແລະ ບໍ່​ລົດ​ລະ ຄວາມ​ພາກ​ພຽນ​ຂອງ​ພວກ​ເຂົາ, ແລະ ສັດ​ຕູ​ຂອງ​ພວກ​ເຂົາ​ມາ​ໂຈມ​ຕີ​ພວກ​ເຂົາ ແລະ ຂັດ​ຂວາງ​ພວກ​ເຂົາ​ຈາກ​ການ​ເຮັດ​ວຽກ​ງານ​ນັ້ນ, ຈົ່ງ​ເບິ່ງ, ເຮົາ​ເຫັນ​ສົມ​ຄວນ​ທີ່​ຈະ​ບໍ່ ຮຽກ​ຮ້ອງ​ວຽກ​ງານ​ນັ້ນ​ອີກ​ຕໍ່​ໄປ​ຈາກ​ມື​ຂອງ​ບຸດ​ເຫລົ່າ​ນັ້ນ​ຂອງ​ມະນຸດ, ແຕ່​ຈະ​ຍອມ​ຮັບ​ເຄື່ອງ​ຖວາຍ​ຂອງ​ພວກ​ເຂົາ.

50 ແລະ ຄວາມ​ຊົ່ວ​ຮ້າຍ ແລະ ການ​ລ່ວງ​ລະເມີດ​ກົດ ແລະ ບັນ​ຍັດ​ທີ່​ສັກ​ສິດ​ຂອງ​ເຮົາ, ເຮົາ​ຈະ​ມາ ຢ້ຽມ​ຢາມ​ເທິງ​ຫົວ​ຂອງ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ຂັດ​ຂວາງ​ວຽກ​ງານ​ຂອງ​ເຮົາ, ຈົນ​ເຖິງ​ຄົນ ລຸ້ນ​ທີ​ສາມ ແລະ ທີ​ສີ່, ຕາບ​ໃດ​ທີ່​ພວກ​ເຂົາ ບໍ່​ກັບ​ໃຈ, ແລະ ກຽດ​ຊັງ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

51 ສະນັ້ນ, ເພາະ​ດ້ວຍ​ເຫດ​ນີ້, ເຮົາ​ຈຶ່ງ​ຍອມ​ຮັບ​ເຄື່ອງ​ຖວາຍ​ຂອງ​ຄົນ​ເຫລົ່າ​ນັ້ນ ຜູ້​ເຮົາ​ໄດ້​ບັນ​ຊາ​ໃຫ້​ສ້າງ​ເມືອງ ແລະ ບ້ານ​ແດ່​ນາມ​ຂອງ​ເຮົາ, ໃນ ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ແລະ ຖືກ​ຂັດ​ຂວາງ​ໂດຍ​ສັດ​ຕູ​ຂອງ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

52 ແລະ ເຮົາ​ຈະ​ຕອບ ການ​ພິ​ພາກ​ສາ, ພຣະ​ພິ​ໂລດ, ແລະ ຄວາມ​ເຄືອງ​ແຄ້ນ, ການ​ຄວນ​ຄາງ, ແລະ ຄວາມ​ເຈັບ​ປວດ, ແລະ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ, ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່, ຕາບ​ໃດ​ທີ່​ພວກ​ເຂົາ​ບໍ່​ກັບ​ໃຈ, ແລະ ກຽດ​ຊັງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

53 ແລະ ການ​ນີ້ ເຮົາ​ເຮັດ​ໄປ​ເພື່ອ​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ພວກ​ເຈົ້າ, ເພື່ອ​ການ​ປອບ​ໃຈ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ທຸກ​ຄົນ​ຜູ້​ໄດ້​ຖືກ​ບັນ​ຊາ​ໃຫ້​ເຮັດ​ວຽກ​ງານ ແລະ ຖືກ​ຂັດ​ຂວາງ​ໂດຍ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ, ແລະ ໂດຍ​ການ​ກົດ​ຂີ່, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ.

54 ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ຈະ​ຊ່ວຍ​ເຫລືອ​ອ້າຍ​ເອື້ອຍ​ນ້ອງ​ທຸກ​ຄົນ​ຂອງ​ພວກ​ເຈົ້າ​ຜູ້​ທີ່​ມີ​ໃຈ ບໍ​ລິ​ສຸດ, ແລະ ໄດ້​ຖືກ ຂ້າ​ໃນ​ແຜ່ນ​ດິນ​ລັດ​ມີ​ເຊີຣີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

55 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ບັນ​ຊາ​ພວກ​ເຈົ້າ​ອີກ​ໃຫ້​ສ້າງ ບ້ານ​ແດ່​ນາມ​ຂອງ​ເຮົາ, ແມ່ນ​ແຕ່​ໃນ​ບ່ອນ​ນີ້, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້ ພິ​ສູດ​ຕົນ​ເອງຕໍ່​ເຮົາ ວ່າ​ພວກ​ເຈົ້າ​ຊື່​ສັດ​ໃນ​ທຸກ​ສິ່ງ​ທັງ​ປວງ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ບັນ​ຊາ​ພວກ​ເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ໃຫ້​ພອນ​ແກ່​ພວກ​ເຈົ້າ, ແລະ ສວມ​ມົງ​ກຸດ​ພວກ​ເຈົ້າ​ດ້ວຍ​ກຽດ​ຕິ​ຍົດ, ຄວາມ​ເປັນ​ອະ​ມະ​ຕະ, ແລະ ຊີ​ວິດ​ນິ​ລັນ​ດອນ.

56 ແລະ ບັດ​ນີ້​ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ກ່ຽວ​ກັບ ບ້ານ​ພັກ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ​ໃຫ້​ສ້າງ​ເພື່ອ​ໃຫ້​ຄົນ​ຕ່າງ​ດ້າວ​ໄດ້​ພັກ​ເຊົາ, ໃຫ້​ສ້າງ​ມັນ​ແດ່​ນາມ​ຂອງ​ເຮົາ, ແລະ ໃຫ້​ນາມ​ຂອງ​ເຮົາ​ຢູ່​ເທິງ​ນັ້ນ, ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ແລະ ຄົວ​ເຮືອນ​ຂອງ​ລາວ​ມີ​ທີ່​ຢູ່​ໃນ​ນັ້ນ, ຈາກ​ລຸ້ນ​ສູ່​ລຸ້ນ.

57 ເພາະ​ເຮົາ​ໄດ້​ມອບ​ການ​ເຈີມ​ນີ້​ໄວ້​ເທິງ​ຫົວ​ຂອງ​ລາວ, ວ່າ​ພອນ​ຂອງ​ລາວ​ຈະ​ຖືກ​ໃຫ້​ໄວ້​ເທິງ​ຫົວ​ຂອງ​ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ.

58 ແລະ ເຮົາ​ໄດ້​ກ່າວ​ກັບ ອັບ​ຣາ​ຮາມ​ກ່ຽວ​ກັບ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ສັນ​ໃດ, ເຮົາ​ກໍ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສັນ​ນັ້ນ​ວ່າ: ຜ່ານ​ເຈົ້າ ແລະ ຜ່ານ ລູກ​ຫລານ​ຂອງ​ເຈົ້າ ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ.

59 ສະນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ​ມີ​ບ່ອນ​ຢູ່​ໃນ​ບ້ານ​ນັ້ນ, ຈາກ​ລຸ້ນ​ສູ່​ລຸ້ນ, ຕະຫລອດ​ການ ແລະ ຕະຫລອດ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

60 ແລະ ໃຫ້​ຊື່​ຂອງ​ບ້ານ​ນັ້ນ​ຖືກ​ເອີ້ນ​ວ່າ ບ້ານ​ນາວູ; ແລະ ໃຫ້​ມັນ​ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ທີ່​ເບີກ​ບານ​ໃຈ​ສຳ​ລັບ​ມະນຸດ, ແລະ ເປັນ​ສະຖານ​ທີ່​ພັກ​ຜ່ອນ​ສຳ​ລັບ​ຄົນ​ເດີນ​ທາງ​ທີ່​ອິດ​ເມື່ອຍ, ເພື່ອ​ວ່າ​ເຂົາ​ຈະ​ໄຕ່​ຕອງ​ເຖິງ​ລັດ​ສະ​ໝີ​ພາບ​ຂອງ​ຊີໂອນ, ແລະ ລັດ​ສະ​ໝີ​ພາບ​ຂອງ​ທີ່​ນີ້, ຫີນ​ເສົາ​ເອກ​ຂອງ​ມັນ;

61 ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ເປັນ​ດັ່ງ ພືດ​ພັນ​ທີ່​ມີ​ຊື່​ສຽງ, ແລະ ເປັນ​ດັ່ງ ຄົນ​ຍາມ​ຢູ່​ເທິງ​ກຳ​ແພງ​ຂອງ​ນາງ.

62 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອດ ມຽວ​ເລີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ສະ​ໄນ​ເດີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ພີເຕີ ຮໍສ໌, ວາງ​ລະບຽບ​ຂອງ​ພວກ​ເຂົາ​ເອງ, ແລະ ກຳ​ນົດ​ຄົນ​ໜຶ່ງ​ໃນ​ພວກ​ເຂົາ​ໃຫ້​ເປັນ​ປະທານ​ດູ​ແລ​ກຸ່ມ​ຂອງ​ພວກ​ເຂົາ​ເພື່ອ​ຈຸດ​ປະສົງ​ໃນ​ການ​ສ້າງ​ບ້ານ​ນັ້ນ.

63 ແລະ ພວກ​ເຂົາ​ຈະ​ຕ້ອງ​ຕັ້ງ​ກົດ​ຂຶ້ນ, ຊຶ່ງ​ໂດຍ​ການ​ນີ້ ພວກ​ເຂົາ​ຈະ​ໄດ້​ຮັບ​ຫຸ້ນ​ເພື່ອ​ການ​ສ້າງ​ບ້ານ​ນັ້ນ.

64 ແລະ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ໜ້ອຍ​ກວ່າ​ຫ້າ​ສິບ​ໂດ​ລາ​ສຳ​ລັບ​ຫຸ້ນ​ໜຶ່ງ​ໃນ​ບ້ານ​ນັ້ນ, ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຮັບ​ເອົາ​ໜຶ່ງ​ໝື່ນ​ຫ້າ​ພັນ​ໂດ​ລາ​ຈາກ​ຄົນ​ໃດ​ຄົນ​ໜຶ່ງ​ເປັນ​ຄ່າ​ຫຸ້ນ​ໃນ​ບ້ານ​ນັ້ນ.

65 ແຕ່​ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຮັບ​ເອົາ​ຫລາຍ​ກວ່າ​ໜຶ່ງ​ໝື່ນ​ຫ້າ​ພັນ​ໂດ​ລາ​ຈາກ​ຄົນ​ໃດ​ຄົນ​ໜຶ່ງ​ເປັນ​ຄ່າ​ຫຸ້ນ.

66 ແລະ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຮັບ​ເອົາ​ໜ້ອຍ​ກວ່າ​ຫ້າ​ສິບ​ໂດ​ລາ​ຈາກ​ຄົນ​ໃດ​ຄົນ​ໜຶ່ງ​ເປັນ​ຄ່າ​ຫຸ້ນ​ໃນ​ບ້ານ​ນັ້ນ.

67 ແລະ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຮັບ​ເອົາ​ຄົນ​ໃດ​ຄົນ​ໜຶ່ງ, ເປັນ​ຜູ້​ຖື​ຫຸ້ນ​ໃນ​ບ້ານ​ນີ້, ຍົກ​ເວັ້ນ​ແຕ່​ຄົນ​ດຽວ​ກັນ​ນັ້ນ​ຈະ​ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ​ໃນ​ເວລາ​ທີ່​ເຂົາ​ຮັບ​ເອົາ​ຫຸ້ນ;

68 ແລະ ຕາມ​ສັດ​ສ່ວນ​ຂອງ​ຈຳນວນ​ເງິນ​ຄ່າ​ຫຸ້ນ​ທີ່​ເຂົາ​ຈ່າຍ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ, ເຂົາ​ຈະ​ໄດ້​ຮັບ​ຫຸ້ນ​ໃນ​ບ້ານ​ນັ້ນ; ແຕ່​ຖ້າ​ຫາກ​ເຂົາ​ບໍ່​ຈ່າຍ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ, ແລ້ວ​ເຂົາ​ຈະ​ບໍ່​ໄດ້​ຮັບ​ຫຸ້ນ​ໃດໆ​ໃນ​ບ້ານ​ນັ້ນ.

69 ແລະ ຖ້າ​ຫາກ​ຄົນ​ໃດ​ກໍ​ຕາມ​ທີ່​ໄດ້​ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ ມັນ​ຈະ​ເປັນ​ຄ່າ​ຫຸ້ນ​ໃນ​ບ້ານ​ນັ້ນ, ສຳ​ລັບ​ຕົວ​ເຂົາ, ແລະ ສຳ​ລັບ​ລູກ​ຫລານ​ລຸ້ນ​ຫລັງ​ຈາກ​ເຂົາ, ຈາກ​ລຸ້ນ​ສູ່​ລຸ້ນ, ຕາບ​ໃດ​ທີ່​ເຂົາ ແລະ ທາ​ຍາດ​ຂອງ​ເຂົາ​ຈະ​ຖື​ຫຸ້ນ​ນັ້ນ​ຢູ່, ແລະ ບໍ່​ຂາຍ ຫລື ນຳ​ຫຸ້ນ​ໄປ​ຈາກ​ມື​ຂອງ​ພວກ​ເຂົາ​ໂດຍ​ຄວາມ​ເຕັມ​ໃຈ ແລະ ການ​ກະ​ທຳ​ຂອງ​ພວກ​ເຂົາ​ເອງ, ຖ້າ​ຫາກ​ພວກ​ເຈົ້າ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

70 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອດ ມຽວ​ເລີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ສະ​ໄນ​ເດີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ພີເຕີ ຮໍສ໌, ໄດ້​ຮັບ​ຫຸ້ນ​ໃດ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ, ເປັນ​ເງິນ, ຫລື ເປັນ​ຊັບ​ສິນ ຊຶ່ງ​ໃນ​ນັ້ນ ພວກ​ເຂົາ​ໄດ້​ຮັບ​ຕາມ​ມູນ​ຄ່າ​ແທ້​ຂອງ​ເງິນ, ພວກ​ເຂົາ​ຈະ​ບໍ່​ນຳ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຄ່າ​ຫຸ້ນ​ນັ້ນ​ໄປ​ເພື່ອ​ເຮັດ​ຈຸດ​ປະສົງ​ອື່ນ​ໃດ, ຍົກ​ເວັ້ນ​ແຕ່​ໃນ​ບ້ານ​ນັ້ນ.

71 ແລະ ຖ້າ​ຫາກ​ພວກ​ເຂົາ​ນຳ​ເອົາ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຫຸ້ນ​ນັ້ນ​ໄປ​ບ່ອນ​ອື່ນ, ຍົກ​ເວັ້ນ​ແຕ່​ໃນ​ບ້ານ​ນັ້ນ, ໂດຍ​ປາດ​ສະ​ຈາກ​ການ​ຍິນ​ຍອມ​ຂອງ​ຜູ້​ຖື​ຫຸ້ນ, ແລະ ບໍ່​ຈ່າຍ​ຄືນ​ໃຫ້​ສີ່​ເທົ່າ​ສຳ​ລັບ​ຫຸ້ນ​ທີ່​ພວກ​ເຂົາ​ໄດ້​ເອົາ​ໄປ​ບ່ອນ​ອື່ນ, ຍົກ​ເວັ້ນ​ແຕ່​ໃນ​ບ້ານ​ນັ້ນ, ແລ້ວ​ພວກ​ເຂົາ​ຈະ​ຖືກ​ສາບ​ແຊ່ງ, ແລະ ຈະ​ຖືກ​ຍ້າຍ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ພວກ​ເຂົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຄື​ພຣະ​ເຈົ້າ, ແລະ ຈະ​ຖືກ ເຍາະ​ເຍີ້ຍ​ບໍ່​ໄດ້​ໃນ​ເລື່ອງ​ໃດ​ກໍ​ຕາມ​ໃນ​ເລື່ອງ​ເຫລົ່າ​ນີ້.

72 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ​ເພື່ອ​ການ​ສ້າງ​ບ້ານ​ນັ້ນ, ຕາມ​ທີ່​ລາວ​ເຫັນ​ວ່າ​ດີ; ແຕ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ບໍ່​ສາ​ມາດ​ຈ່າຍ​ຄ່າ​ຫຸ້ນ​ເກີນ​ກວ່າ​ໜຶ່ງ​ໝື່ນ​ຫ້າ​ພັນ​ໂດ​ລາ​ໃນ​ບ້ານ​ນັ້ນ, ຫລື ໜ້ອຍ​ກວ່າ​ຫ້າ​ສິບ​ໂດ​ລາ​ກໍ​ບໍ່​ໄດ້; ທັງ​ຄົນ​ອື່ນ​ໃດ​ກໍ​ເຮັດ​ບໍ່​ໄດ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

73 ແລະ ມີ​ຄົນ​ອື່ນໆ​ນຳ​ອີກ​ຜູ້​ທີ່​ຢາກ​ຮູ້​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ພວກ​ເຂົາ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຂໍ​ສິ່ງ​ນີ້​ຈາກ​ມື​ເຮົາ.

74 ສະນັ້ນ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິນ​ສັນ ໄນ້, ຖ້າ​ຫາກ​ລາວ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ, ກໍ​ໃຫ້​ລາວ​ຊື້​ຫຸ້ນ​ໃນ​ບ້ານ​ນັ້ນ​ສຳ​ລັບ​ຕົວ​ລາວ​ເອງ, ແລະ ສຳ​ລັບ​ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ຈາກ​ລຸ້ນ​ສູ່​ລຸ້ນ.

75 ແລະ ໃຫ້​ລາວ​ເປັ່ງ​ສຽງ​ຂອງ​ລາວ​ໃຫ້​ດົນ​ນານ ແລະ ດັງ, ໃນ​ທ່າມ​ກາງ​ຜູ້​ຄົນ, ເພື່ອ ອ້ອນ​ວອນ​ສິດ​ທິ​ຂອງ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ; ແລະ ບໍ່​ໃຫ້​ລາວ​ລົ້ມ​ເຫລວ, ທັງ​ບໍ່​ໃຫ້​ລາວ​ທໍ້​ຖອຍ​ໃຈ; ແລະ ເຮົາ​ຈະ ຍອມ​ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ລາວ, ເພາະ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ເຮົາ​ເໝືອນ​ດັ່ງ​ເຄື່ອງ​ຖວາຍ​ຂອງ​ກາ​ອິນ, ເພາະ​ລາວ​ຈະ​ເປັນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

76 ໃຫ້​ຄອບ​ຄົວ​ຂອງ​ລາວ​ປິ​ຕິ​ຍິນ​ດີ ແລະ ຫັນ​ໃຈ​ຂອງ​ພວກ​ເຂົາ​ໄປ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ; ເພາະ​ເຮົາ​ໄດ້​ເລືອກ​ລາວ ແລະ ໄດ້​ເຈີມ​ລາວ, ແລະ ລາວ​ຈະ​ໄດ້​ຮັບ​ກຽດ​ໃນ​ທ່າມ​ກາງ​ຄົວ​ເຮືອນ​ຂອງ​ລາວ, ເພາະ​ເຮົາ​ຈະ​ໃຫ້​ອະ​ໄພ​ບາບ​ທັງ​ໝົດ​ຂອງ​ລາວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ອາແມນ.

77 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ຊື້​ຫຸ້ນ​ໃນ​ບ້ານ​ນັ້ນ ຕາມ​ທີ່​ລາວ​ເຫັນ​ວ່າ​ດີ, ສຳ​ລັບ​ຕົວ​ລາວ​ເອງ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ຈາກ​ລຸ້ນ​ສູ່​ລຸ້ນ.

78 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄອ​ເຊັກ ກາ​ແລນ ຊື້​ຫຸ້ນ​ໃນ​ບ້ານ​ນັ້ນ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮັກ​ລາວ​ເພາະ​ວຽກ​ງານ​ທີ່​ລາວ​ໄດ້​ເຮັດ, ແລະ ຈະ​ໃຫ້​ອະ​ໄພ​ບາບ​ທັງ​ໝົດ​ຂອງ​ລາວ; ສະນັ້ນ, ໃຫ້​ລາວ​ຖືກ​ຈື່​ຈຳ​ວ່າ​ມີ​ລາຍ​ໄດ້​ໃນ​ບ້ານ​ນັ້ນ​ຈາກ​ລຸ້ນ​ສູ່​ລຸ້ນ.

79 ໃຫ້ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄອ​ເຊັກ ກາ​ແລນ ຖືກ​ກຳ​ນົດ​ໄວ້​ໃນ​ບັນ​ດາ​ພວກ​ເຈົ້າ, ແລະ ຖືກ​ແຕ່ງ​ຕັ້ງ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ມາກສ໌, ແລະ ໄດ້​ຮັບ​ພອນ​ຈາກ​ລາວ, ເພື່ອ​ຈະ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ເພື່ອ​ບັນ​ລຸ​ວຽກ​ງານ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ຈະ​ຊີ້​ໃຫ້​ພວກ​ເຂົາ​ເຫັນ, ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ.

80 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ມາກສ໌ ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ບ້ານ​ນັ້ນ, ຕາມ​ທີ່​ລາວ​ເຫັນ​ວ່າ​ດີ, ສຳ​ລັບ​ຕົວ​ລາວ​ເອງ ແລະ ລູກ​ຫລານ​ຂອງ​ລາວ, ຈາກ​ລຸ້ນ​ສູ່​ລຸ້ນ.

81 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຮັນ​ຣີ ຈີ ເຊີ​ວູດ ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ບ້ານ​ນັ້ນ, ຕາມ​ທີ່​ລາວ​ເຫັນ​ວ່າ​ດີ, ສຳ​ລັບ​ຕົວ​ລາວ​ເອງ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ຈາກ​ລຸ້ນ​ສູ່​ລຸ້ນ

82 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ລໍ ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ບ້ານ​ນັ້ນ, ສຳ​ລັບ​ຕົວ​ລາວ​ເອງ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ຈາກ​ລຸ້ນ​ສູ່​ລຸ້ນ.

83 ຖ້າ​ຫາກ​ລາວ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ ກໍ​ຢ່າ​ໃຫ້​ລາວ​ພາ​ຄອບ​ຄົວ​ຂອງ​ລາວ​ໄປ​ຍັງ​ຜືນ​ແຜ່ນ​ດິນ​ທາງ​ຕາ​ເວັນ​ອອກ, ແມ່ນ​ແຕ່​ໄປ​ຫາ​ເມືອງ​ເຄີດແລນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສ້າງ​ສາ​ເມືອງ​ເຄີດແລນ​ຂຶ້ນ, ແຕ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຕຽມ​ໄມ້​ແສ້​ໄວ້​ຂ້ຽນ​ຕີ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ.

84 ແລະ ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແອວ​ມອນ ແບບ​ບິດ, ມີ​ຫລາຍ​ເລື່ອງ​ທີ່​ເຮົາ​ບໍ່​ພໍ​ໃຈ; ຈົ່ງ​ເບິ່ງ, ລາວ​ໄດ້​ສະແຫວງ​ຫາ​ທີ່​ຈະ​ສະຖາ​ປະນາ​ຄຳ​ແນະນຳ​ຂອງ​ລາວ​ເອງ​ຂຶ້ນ​ແທນ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້, ແມ່ນ​ແຕ່​ຄຳ​ແນະນຳ​ຂອງ​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ແລະ ລາວ​ໄດ້​ຕັ້ງ​ງົວ ຄຳ​ຂຶ້ນ​ເພື່ອ​ໃຫ້​ຜູ້​ຄົນ​ຂອງ​ເຮົາ​ນະມັດ​ສະການ.

85 ຢ່າ​ໃຫ້​ຄົນ​ໃດ ໄປ​ຈາກ​ສະຖານ​ທີ່​ນີ້ ຜູ້​ທີ່​ໄດ້​ມາ​ຫາ​ສະຖານ​ທີ່​ນີ້​ທີ່​ພະ​ຍາ​ຍາມ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

86 ຖ້າ​ຫາກ​ພວກ​ເຂົາ​ມີ​ຊີ​ວິດ​ຢູ່​ທີ່​ນີ້ ກໍ​ໃຫ້​ພວກ​ເຂົາ​ມີ​ຊີ​ວິດ​ຢູ່​ເພື່ອ​ເຮົາ; ແລະ ຖ້າ​ຫາກ​ພວກ​ເຂົາ​ຕາຍ ກໍ​ໃຫ້​ພວກ​ເຂົາ​ຕາຍ​ເພື່ອ​ເຮົາ; ເພາະ​ວ່າ​ພວກ​ເຂົາ​ຈະ​ໄດ້ ພັກ​ຜ່ອນ​ຈາກ​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຂົາ​ຢູ່​ທີ່​ນີ້, ແລະ ຈະ​ທຳ​ງານ​ຂອງ​ພວກ​ເຂົາ​ຕໍ່​ໄປ.

87 ສະນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ໄວ້​ວາງ​ໃຈ​ໃນ​ເຮົາ, ແລະ ເຊົາ​ຢ້ານ​ກົວ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ລາວ, ເພາະ​ຄວາມ​ເຈັບ​ປ່ວຍ​ຢູ່​ໃນ​ແຜ່ນ​ດິນ. ຖ້າ​ຫາກ​ພວກ​ເຈົ້າ ຮັກ​ເຮົາ, ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ; ແລະ ຄວາມ​ເຈັບ​ປ່ວຍ​ຢູ່​ໃນ​ແຜ່ນ​ດິນ​ຈະ ນຳ​ລັດ​ສະ​ໝີ​ພາບ​ມາ​ສູ່​ພວກ​ເຈົ້າ.

88 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ໄປ ແລະ ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ ດ້ວຍ​ສຽງ​ອັນ​ດັງ, ແລະ ດ້ວຍ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່, ດັ່ງ​ທີ່ ພຣະ​ວິນ​ຍານ​ຂອງ​ເຮົາ​ຈະ​ດົນ​ໃຈ​ລາວ, ແກ່​ຜູ້​ອາ​ໄສ​ຂອງ​ເມືອງ​ວໍ​ຊໍ, ແລະ ແກ່​ຜູ້​ອາ​ໄສ​ຂອງ​ເມືອງ​ຄາດ​ເທດ​ນຳ​ອີກ, ແລະ ແກ່​ຜູ້​ອາ​ໄສ​ຂອງ​ເມືອງ​ເບີ​ລິງ​ຕັນ, ແລະ ແກ່​ຜູ້​ອາ​ໄສ​ຂອງ​ເມືອງ​ແມອດີ​ເຊິນ, ແລະ ຄອຍ​ຖ້າ​ຄຳ​ແນະນຳ​ເພີ່ມ​ເຕີມ​ດ້ວຍ​ຄວາມ​ອົດ​ທົນ ແລະ ຢ່າງ​ພາກ​ພຽນ​ຢູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

89 ຖ້າ​ຫາກ​ລາວ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ ກໍ​ໃຫ້​ລາວ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ແລະ ດ້ວຍ​ກຳ​ລັງ ແລະ ຄວາມ​ສາ​ມາດ​ຂອງ​ລາວ​ໃຫ້​ລາວ​ສະ​ໜັບ​ສະ​ໜູນ ສິດ​ທິ​ຂອງ​ຄົນ​ຍາກ​ຈົນ, ແລະ ພິມ ຄຳ​ແປ​ໃໝ່​ຂອງ​ຄຳ​ອັນ​ສັກ​ສິດ​ຂອງ​ເຮົາ​ໃຫ້​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.

90 ແລະ ຖ້າ​ຫາກ​ລາວ​ຈະ​ເຮັດ​ການ​ນີ້ ເຮົາ​ຈະ ອວຍ​ພອນ​ລາວ​ດ້ວຍ​ພອນ​ຢ່າງ​ຫລວງ​ຫລາຍ, ເພື່ອ​ວ່າ​ລາວ​ຈະ​ບໍ່​ຖືກ​ປະ​ຖິ້ມ, ຫລື ພົບ​ເຫັນ​ລູກ​ຫລານ​ຂອງ​ລາວ​ອອກ​ໄປ ຂໍ​ອາຫານ.

91 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ຖືກ​ກຳ​ນົດ, ແຕ່ງ​ຕັ້ງ, ແລະ ເຈີມ, ໃຫ້​ເປັນ​ທີ່​ປຶກ​ສາ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈເຊັບ, ແທນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ, ເພື່ອ​ວ່າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ຈະ​ໄດ້​ຮັບ​ຕຳ​ແໜ່ງ​ຖານະ​ປະ​ໂລ​ຫິດ ແລະ ປິ​ຕຸ, ຊຶ່ງ​ໄດ້​ຖືກ​ກຳ​ນົດ​ໃຫ້​ລາວ​ໂດຍ​ພໍ່​ຂອງ​ລາວ, ໂດຍ​ພອນ ແລະ ໂດຍ​ສິດ​ນຳ​ອີກ;

92 ເພື່ອ​ວ່າ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ລາວ​ຈະ​ຖື​ຂໍ​ກະແຈ​ຂອງ ປິ​ຕຸ​ພອນ​ໄວ້​ເທິງ​ຫົວ​ຂອງ​ຜູ້​ຄົນ​ທັງ​ໝົດ​ຂອງ​ເຮົາ,

93 ເພື່ອ​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ລາວ​ໃຫ້​ພອນ​ຈະ​ໄດ້​ຮັບ​ພອນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ລາວ ສາບ​ແຊ່ງ​ຈະ​ຖືກ​ສາບ​ແຊ່ງ; ເພື່ອ​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ລາວ​ຈະ ຜູກ​ມັດ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ນັ້ນ​ຈະ​ຖືກ​ຜູກ​ມັດ​ໃນ​ສະຫວັນ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ລາວ​ຈະ​ແກ້​ໃຫ້​ຫລຸດ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ໃນ​ສະຫວັນ.

94 ແລະ ຈາກ​ເວລາ​ນີ້​ເປັນ​ຕົ້ນ​ໄປ ເຮົາ​ຈະ​ກຳ​ນົດ​ກັບ​ລາວ​ວ່າ ລາວ​ຈະ​ເປັນ​ສາດ​ສະ​ດາ, ແລະ ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ແກ່​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ເຊັນ​ດຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ;

95 ເພື່ອ​ວ່າ​ລາວ​ຈະ​ໄດ້​ກະ​ທຳ​ໃນ​ຄວາມ​ສອດ​ຄ່ອງ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ນຳ​ອີກ; ແລະ ວ່າ​ລາວ​ຈະ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ຜູ້​ຈະ​ສະແດງ ຂໍ​ກະແຈ​ແກ່​ລາວ ຊຶ່ງ​ໂດຍ​ສິ່ງ​ນີ້ ລາວ​ຈະ​ຂໍ ແລະ ໄດ້​ຮັບ, ແລະ ຖືກ​ສວມ​ມົງ​ກຸດ​ດ້ວຍ​ພອນ, ແລະ ລັດ​ສະ​ໝີ​ພາບ, ແລະ ກຽດ​ຕິ​ຍົດ, ແລະ ຖານະ​ປະ​ໂລ​ຫິດ, ແລະ ຂອງ​ປະທານ​ຂອງ​ຖານະ​ປະ​ໂລ​ຫິດ​ອັນ​ດຽວ​ກັນ​ນັ້ນ, ຊຶ່ງ​ຄັ້ງ​ໜຶ່ງ​ເຄີຍ​ໄດ້​ມອບ​ໃຫ້​ລາວ​ທີ່​ເຄີຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີ​ຣີ;

96 ເພື່ອ​ວ່າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ຈະ​ໄດ້​ກ່າວ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ລາວ, ເພື່ອ​ວ່າ​ຊື່​ຂອງ​ລາວ​ຈະ​ມີ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຢ່າງ​ມີ​ກຽດ​ຈາກ​ລຸ້ນ​ສູ່​ລຸ້ນ, ຕະຫລອດ​ການ ແລະ ຕະຫລອດ​ໄປ.

97 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ລໍ ໄດ້​ຮັບ​ຂໍ​ກະແຈ​ນຳ​ອີກ ຊຶ່ງ​ໂດຍ​ສິ່ງ​ນີ້ ລາວ​ຈະ​ຂໍ ແລະ ໄດ້​ຮັບ​ພອນ; ໃຫ້​ລາວ ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ, ແລະ ປາດ​ສະ​ຈາກ ອຸ​ບາຍ, ແລະ ລາວ​ຈະ​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ຂອງ​ເຮົາ, ແມ່ນ​ແຕ່ ພຣະ​ຜູ້​ປອບ​ໂຍນ, ຊຶ່ງ​ຈະ​ສະແດງ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ​ໃຫ້​ປະຈັກ​ແກ່​ລາວ, ແລະ ຈະ​ມອບ​ໃຫ້​ລາວ, ໃນ​ຊົ່ວ​ໂມງ​ນັ້ນ, ສິ່ງ​ທີ່​ລາວ​ຈະ​ກ່າວ.

98 ແລະ ເຄື່ອງ​ໝາຍ​ເຫລົ່າ​ນີ້​ຈະ​ຕິດ​ຕາມ​ລາວ—ລາວ​ຈະ ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ລາວ​ຈະ​ຂັບ​ໄລ່​ຜີ​ຮ້າຍ​ອອກ​ໄປ, ແລະ ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຄົນ​ທີ່​ຈະ​ວາງ​ຢາ​ພິດ​ຮ້າຍ​ເຖິງ​ຕາຍ​ແກ່​ລາວ;

99 ແລະ ລາວ​ຈະ​ຖືກ​ນຳ​ໄປ​ຕາມ​ທາງ​ທີ່​ງູ ພິດ​ບໍ່​ສາມາດ​ຕອດ​ສົ້ນ​ໜ່ອງ​ຂອງ​ລາວ, ແລະ ລາວ​ຈະ​ທະ​ຍານ​ຂຶ້ນ​ສູງ​ໃນ​ມະ​ໂນ​ພາບ​ແຫ່ງ ຄວາມ​ນຶກ​ຄິດ​ຂອງ​ລາວ​ເໝືອນ​ຢູ່​ເທິງ​ປີກ​ຂອງ​ນົກ​ອິນ​ຊີ.

100 ແລະ ຖ້າ​ຫາກ​ເຮົາ​ຈະ​ໃຫ້​ລາວ​ເຮັດ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ, ກໍ​ຢ່າ​ໃຫ້​ລາວ​ຢັບ​ຢັ້ງ​ສຽງ​ຂອງ​ລາວ​ໄວ້.

101 ສະນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ເປັ່ງ​ສຽງ​ດັງ ແລະ ຢ່າ​ຢັບ​ຢັ້ງ, ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ປິ​ຕິ​ຍິນ​ດີ, ແລະ ດ້ວຍ​ໂຮ​ຊັນ​ນາ​ແດ່​ພຣະ​ອົງ​ຜູ້​ປະ​ທັບ​ຢູ່​ເທິງ​ພຣະ​ບັນ​ລັງ​ຕະຫລອດ​ການ ແລະ ຕະຫລອດ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

102 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ມີ​ພາ​ລະ​ກິດ​ເກັບ​ໄວ້​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ, ແລະ ສຳ​ລັບ​ພວກ​ເຂົາ​ເທົ່າ​ນັ້ນ; ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ຢູ່​ບ້ານ​ຕໍ່​ໄປ, ເພາະ​ຕ້ອງ​ການ​ລາວ. ສ່ວນ​ທີ່​ເຫລືອ​ຢູ່​ເຮົາ​ຈະ​ສະແດງ​ໃຫ້​ພວກ​ເຈົ້າ​ຮູ້​ໃນ​ພາຍ​ຫລັງ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

103 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຈະ​ຮັບ​ໃຊ້​ເຮົາ ແລະ ເປັນ​ທີ່​ປຶກ​ສາ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ກໍ​ໃຫ້​ລາວ​ລຸກ​ຂຶ້ນ ແລະ ອອກ​ມາ​ຢືນ​ຢູ່​ໃນ​ໜ້າ​ທີ່​ຂອງ​ການ​ເອີ້ນ​ຂອງ​ລາວ, ແລະ ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ.

104 ແລະ ຖ້າ​ຫາກ​ລາວ​ຈະ​ຖວາຍ​ເຄື່ອງ​ຖວາຍ​ອັນ​ເປັນ​ທີ່​ຍອມ​ຮັບ​ແກ່​ເຮົາ, ແລະ ການ​ຍອມ​ຮັບ, ແລະ ຍັງ​ຢູ່​ກັບ​ຜູ້​ຄົນ​ຂອງ​ເຮົາ, ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ຈະ​ປິ່ນ​ປົວ​ລາວ ເພື່ອ​ວ່າ​ລາວ​ຈະ​ໄດ້​ຫາຍ​ດີ; ແລະ ລາວ​ຈະ​ເປັ່ງ​ສຽງ​ຂອງ​ລາວ​ອີກ​ຢູ່​ເທິງ​ພູ, ແລະ ເປັນ ຜູ້​ປະ​ກາດ​ແທນ​ຢູ່​ຕໍ່​ໜ້າ​ເຮົາ.

105 ໃຫ້​ລາວ​ມາ ແລະ ຕັ້ງ​ຖິ່ນ​ຖານ​ຄອບ​ຄົວ​ຂອງ​ລາວ​ຢູ່​ໃນ​ຄຸ້ມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ອາ​ໄສ​ຢູ່.

106 ແລະ ໃນ​ການ​ເດີນ​ທາງ​ທັງ​ໝົດ​ຂອງ​ລາວ, ໃຫ້​ລາວ​ເປັ່ງ​ສຽງ​ຂອງ​ລາວ​ດັ່ງ​ກັບ​ສຽງ​ແກ, ແລະ ເຕືອນ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ໃຫ້​ຫລົບ​ໜີ​ຈາກ​ພຣະ​ພິ​ໂລດ​ທີ່​ຈະ​ມາ​ເຖິງ.

107 ໃຫ້​ລາວ​ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ລໍ ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ນຳ​ອີກ, ໃນ​ການ​ອອກ ການ​ປະ​ກາດ​ທີ່​ໜັກ​ແໜ້ນ​ເຖິງ​ບັນ​ດາ​ກະສັດ​ຂອງ​ແຜ່ນ​ດິນ​ໂລກ, ແມ່ນ​ແຕ່​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ມາ​ກ່ອນ​ແລ້ວ.

108 ຖ້າ​ຫາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ, ກໍ​ຢ່າ​ໃຫ້​ລາວ​ພາ​ຄອບ​ຄົວ​ຂອງ​ລາວ​ອອກ​ໄປ​ຫາ​ແຜ່ນ​ດິນ​ທາງ ຕາ​ເວັນ​ອອກ, ແຕ່​ໃຫ້​ລາວ​ປ່ຽນ​ບ່ອນ​ຢູ່​ອາ​ໄສ​ຂອງ​ພວກ​ເຂົາ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ກ່າວ.

109 ຈົ່ງ​ເບິ່ງ, ມັນ​ບໍ່​ແມ່ນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ລາວ​ຈະ​ສະແຫວງ​ຫາ​ສະຖານ​ທີ່​ປອດ​ໄພ ແລະ ທີ່​ພັກ​ພາ​ຢູ່​ນອກ​ເມືອງ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ພວກ​ເຈົ້າ, ແມ່ນ​ແຕ່​ເມືອງ ນາວູ.

110 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ແມ່ນ​ແຕ່​ບັດ​ນີ້, ຖ້າ​ຫາກ​ລາວ​ຈະ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ມັນ​ກໍ​ຈະ​ດີ​ກັບ​ລາວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

111 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອມ​ມັດ ເດວີ ຈ່າຍ​ຄ່າ​ຫຸ້ນ​ໄວ້​ໃນ​ມື​ຂອງ​ຜູ້​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ເພື່ອ​ສ້າງ​ບ້ານ​ພັກ, ແມ່ນ​ແຕ່​ບ້ານ​ນາວູ.

112 ການ​ນີ້​ໃຫ້​ລາວ​ເຮັດ ຖ້າ​ຫາກ​ລາວ​ຢາກ​ຈະ​ມີ​ຜົນ​ປະ​ໂຫຍດ; ແລະ ໃຫ້​ລາວ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ທຳ​ງານ​ດ້ວຍ​ມື​ຂອງ​ລາວ​ເອງ ເພື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ມະນຸດ.

113 ແລະ ເມື່ອ​ລາວ​ໄດ້​ພິ​ສູດ​ຕົນ​ເອງ​ວ່າ ຊື່​ສັດ​ໃນ​ທຸກ​ສິ່ງ​ທີ່​ຈະ​ຝາກ​ຝັງ​ໄວ້​ໃນ​ການ​ດູ​ແລ​ຂອງ​ລາວ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ບໍ່​ເທົ່າ​ໃດ​ສິ່ງ, ລາວ​ຈະ​ຖືກ​ເຮັດ​ໃຫ້​ເປັນ ຜູ້​ປົກ​ຄອງ​ຫລາຍ​ສິ່ງ;

114 ສະນັ້ນ ໃຫ້​ລາວ ຖ່ອມ​ຕົວ ເພື່ອ​ວ່າ​ລາວ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ສູງ​ສົ່ງ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

115 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຣໍ​ເບີດ ດີ ຟໍ​ສະເຕີ ຈະ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ໃຫ້​ລາວ​ສ້າງ​ບ້ານ​ຫລັງ​ໜຶ່ງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ຕາມ​ສັນ​ຍາ​ທີ່​ລາວ​ໄດ້​ເຮັດ​ໄວ້​ກັບ​ລາວ, ດັ່ງ​ທີ່​ປະຕູ​ຈະ​ເປີດ​ໃຫ້​ແກ່​ລາວ​ເປັນ​ບາງ​ຄັ້ງ.

116 ແລະ ໃຫ້​ລາວ​ກັບ​ໃຈ​ຈາກ​ຄວາມ​ໂງ່​ຈ້າ​ທັງ​ໝົດ​ຂອງ​ລາວ, ແລະ ຫຸ້ມ​ຫໍ່​ຕົວ​ລາວ​ດ້ວຍ ຄວາມ​ໃຈ​ບຸນ; ແລະ ເຊົາ​ເຮັດ​ຄວາມ​ຊົ່ວ​ຮ້າຍ, ແລະ ປະ​ຖິ້ມ​ຄຳ​ເວົ້າ​ຮຸນ​ແຮງ​ທັງ​ໝົດ​ຂອງ​ລາວ;

117 ແລະ ຈ່າຍ​ຄ່າ​ຫຸ້ນ​ຄື​ກັນ​ໄວ້​ໃນ​ມື​ຂອງ​ກຸ່ມ​ຄະນະ​ກຳ​ມະ​ການ​ຂອງ​ບ້ານ​ນາວູ, ສຳ​ລັບ​ຕົວ​ລາວ​ເອງ ແລະ ສຳ​ລັບ​ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ຈາກ​ລຸ້ນ​ສູ່​ລຸ້ນ;

118 ແລະ ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ໄຮຣຳ, ແລະ ວິວລຽມ ລໍ, ແລະ ເຈົ້າ​ໜ້າ​ທີ່​ຊຶ່ງ​ເຮົາ​ໄດ້​ເອີ້ນ​ໃຫ້​ວາງ​ຮາກ​ຖານ​ຂອງ​ຊີໂອນ; ແລະ ມັນ​ຈະ​ດີ​ກັບ​ລາວ​ຕະຫລອດ​ການ ແລະ ຕະຫລອດ​ໄປ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

119 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຢ່າ​ໃຫ້​ຄົນ​ໃດ​ຈ່າຍ​ຄ່າ​ຫຸ້ນ​ໃຫ້​ກຸ່ມ​ຄະນະ​ກຳ​ມະ​ການ​ຂອງ​ບ້ານ​ນາວູ ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ຄຳ​ພີ​ມໍມອນ, ແລະ ການ​ເປີດ​ເຜີຍ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ;

120 ເພາະ​ສິ່ງ​ໃດ​ທີ່ ຫລາຍ​ກວ່າ ຫລື ໜ້ອຍ​ກວ່າ​ນີ້​ມາ​ຈາກ​ຄວາມ​ຊົ່ວ, ແລະ ຈະ​ສະ​ຖິດ​ຢູ່​ກັບ​ການ​ສາບ​ແຊ່ງ ແລະ ບໍ່​ແມ່ນ​ພອນ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

121 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ກຸ່ມ​ຄະນະ​ກຳ​ມະ​ການ​ຂອງ​ບ້ານ​ນາວູ​ໄດ້​ຮັບ​ຄ່າ​ຈ້າງ​ຊົດ​ເຊີຍ​ທີ່​ທ່ຽງ​ທຳ​ສຳ​ລັບ​ວຽກ​ງານ​ຂອງ​ພວກ​ເຂົາ ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ໃນ​ການ​ສ້າງ​ບ້ານ​ນາວູ; ແລະ ໃຫ້​ຄ່າ​ຈ້າງ​ຂອງ​ພວກ​ເຂົາ​ເປັນ​ໄປ​ດັ່ງ​ທີ່​ຈະ​ຕົກ​ລົງ​ກັນ​ໃນ​ບັນ​ດາ​ພວກ​ເຂົາ​ເອງ, ກ່ຽວ​ກັບ​ລາ​ຄາ​ຂອງ​ມັນ.

122 ແລະ ໃຫ້​ທຸກ​ຄົນ​ທີ່​ຈ່າຍ​ຄ່າ​ຫຸ້ນ​ຮັບ​ຜິດ​ຊອບ​ສ່ວນ​ທີ່​ເປັນ​ຄ່າ​ຈ້າງ​ຂອງ​ພວກ​ເຂົາ, ຖ້າ​ຫາກ​ຈຳ​ເປັນ, ເພື່ອ​ການ​ຄ້ຳ​ຈູນ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ຖ້າ​ບໍ່​ດັ່ງ​ນັ້ນ, ວຽກ​ງານ​ຂອງ​ພວກ​ເຂົາ​ຈະ​ຖື​ເປັນ​ຫຸ້ນ​ໃຫ້​ພວກ​ເຂົາ​ໃນ​ບ້ານ​ຫລັງ​ນັ້ນ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

123 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ບັດ​ນີ້ ເຮົາ​ມອບ ເຈົ້າ​ໜ້າ​ທີ່​ຊຶ່ງ​ເປັນ​ຂອງ​ຖານະ​ປະ​ໂລ​ຫິດ​ຂອງ​ເຮົາ​ໃຫ້​ແກ່​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຖື ຂໍ​ກະແຈ​ນັ້ນ, ແມ່ນ​ແຕ່​ຖານະ​ປະ​ໂລ​ຫິດ ຊຶ່ງ​ເປັນ​ໄປ​ຕາມ​ລະບຽບ​ຂອງ ເມນ​ຄີ​ເສ​ເດັກ, ຊຶ່ງ​ເປັນ​ໄປ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ.

124 ທຳ​ອິດ, ເຮົາ​ມອບ ໄຮຣຳ ສະມິດ ໃຫ້​ແກ່​ພວກ​ເຈົ້າ​ເພື່ອ​ເປັນ ປິ​ຕຸ​ແກ່​ພວກ​ເຈົ້າ, ທີ່​ຈະ​ຖື​ພອນ ການ​ຜະ​ນຶກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແມ່ນ​ແຕ່​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ ຄຳ​ສັນ​ຍາ, ຊຶ່ງ​ໂດຍ​ການ​ນີ້​ພວກ​ເຈົ້າ​ຈະ​ຖືກ ຜະ​ນຶກ​ໄວ້​ສຳ​ລັບ​ວັນ​ແຫ່ງ​ການ​ໄຖ່, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ຕົກ​ເຖິງ​ແມ່ນ​ໃນ ຊົ່ວ​ໂມງ​ແຫ່ງ​ການ​ລໍ້​ລວງ​ທີ່​ຈະ​ເກີດ​ກັບ​ພວກ​ເຈົ້າ.

125 ເຮົາ​ມອບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ໃຫ້​ແກ່​ພວກ​ເຈົ້າ ທີ່​ຈະ​ເປັນ​ແອວເດີ​ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ທັງ​ໝົດ​ຂອງ​ເຮົາ, ເພື່ອ​ເປັນ​ຜູ້​ແປ, ຜູ້​ເປີດ​ເຜີຍ, ຜູ້​ພະ​ຍາ​ກອນ, ແລະ ສາດ​ສະ​ດາ.

126 ເຮົາ​ມອບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກດອນ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ລໍ ໃຫ້​ເປັນ​ທີ່​ປຶກ​ສາ​ຂອງ​ລາວ, ເພື່ອ​ວ່າ​ຄົນ​ເຫລົ່າ​ນີ້​ຈະ​ໄດ້​ປະກອບ​ກຸ່ມ ແລະ ຝ່າຍ​ປະທານ​ສູງ​ສຸດ, ເພື່ອ​ຮັບ​ເອົາ ການ​ເປີດ​ເຜີຍ​ແທນ​ທັງ​ສາດ​ສະ​ໜາ​ຈັກ.

127 ເຮົາ​ມອບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ບຣິ​ກຳ ຢັງ ໃຫ້​ພວກ​ເຈົ້າ ເພື່ອ​ເປັນ​ປະທານ​ສະພາ​ອັກຄະ​ສາວົກ​ສິບ​ສອງ​ທີ່​ເຄື່ອນ​ທີ່;

128 ຊຶ່ງ ອັກຄະ​ສາວົກ​ສິບ​ສອງ​ຖື​ຂໍ​ກະແຈ​ທີ່​ຈະ​ເປີດ​ສິດ​ອຳນາດ​ຂອງ​ອາ​ນາ​ຈັກ​ຂອງ​ເຮົາ​ເທິງ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຕໍ່​ຈາກ​ນັ້ນ ທີ່​ຈະ ສົ່ງ​ຄຳ​ສອນ​ຂອງ​ເຮົາ​ໄປ​ເຖິງ​ມະນຸດ​ສະ​ໂລກ​ທັງ​ໝົດ.

129 ຄົນ​ເຫລົ່າ​ນັ້ນ​ຄື ຮີເບີ ຊີ ຄິມ​ໂບ, ພາລີ ພີ ພະແຣັດ, ອໍສັນ ພະແຣັດ, ອໍສັນ ຮາຍດ໌, ວິວລຽມ ສະມິດ, ຈອນ ເທເລີ, ຈອນ ອີ ເພຈ໌, ວິວເຝີດ ວູດຣັບ, ວິວເລີດ ຣິເຈີສ໌, ຈອດ ເອ ສະມິດ;

130 ເຮົາ​ໄດ້ ຮັບ ເດວິດ ແພດ​ເຕັນ ໄວ້​ກັບ​ຕົວ​ເຮົາ​ເອງ; ຈົ່ງ​ເບິ່ງ, ບໍ່​ມີ​ຄົນ​ໃດ​ເອົາ​ຖານະ​ປະ​ໂລ​ຫິດ​ຂອງ​ລາວ​ໄປ​ຈາກ​ລາວ; ແຕ່, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ກຳ​ນົດ​ສູ່​ການ​ເອີ້ນ​ຢ່າງ​ດຽວ​ກັນ​ນີ້.

131 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ມອບ ສະພາ​ສູງ​ໃຫ້​ແກ່​ພວກ​ເຈົ້າ, ເພື່ອ​ເປັນ​ຫີນ​ເສົາ​ເອກ​ຂອງ​ຊີໂອນ—

132 ນັ້ນຄື, ແຊມໂຍ ເບັ້ນ, ເຮັນຣີ ຈີ ເຊີວູດ, ຈອດ ດັບ​ເບິນ​ຢູ ແຮຣິສ, ຊາລີ ຊີ ຣິຈ໌, ທອມມັສ ໂກຣເວີ, ນິວເອັນ ໄນ້, ເດວິດ ດອດ, ດັນບາ ວິວສັນ—ຊີມໍ ບຣັນສັນ ເຮົາ​ໄດ້​ຮັບ​ໄວ້​ກັບ​ຕົວ​ເຮົາ; ບໍ່​ມີ​ຄົນ​ໃດ​ເອົາ​ຖານະ​ປະ​ໂລ​ຫິດ​ຂອງ​ລາວ​ໄປ, ແຕ່​ອີກ​ຄົນ​ໜຶ່ງ​ຈະ​ຖືກ​ກຳ​ນົດ​ສູ່​ຖານະ​ປະ​ໂລ​ຫິດ​ນີ້​ແທນ​ລາວ; ແລະ ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອາໂຣນ ຈອນສັນ ຖືກ​ແຕ່ງ​ຕັ້ງ ສູ່​ການ​ເອີ້ນ​ນີ້​ແທນ​ລາວ—ເດວິດ ຟູເມີ, ອາຟີ​ອັສ ຄັດເລີ, ວິວລຽມ ຮັນ​ຕິງ​ຕັນ.

133 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ມອບ ດອນ ຊີ ສະມິດ ໃຫ້​ພວກ​ເຈົ້າ​ເພື່ອ​ເປັນ​ປະທານ​ດູ​ແລ​ກຸ່ມ​ຂອງ​ມະຫາ​ປະ​ໂລ​ຫິດ;

134 ຊຶ່ງ​ເປັນ​ພິ​ທີ​ການ​ໄດ້​ຖືກ​ຕັ້ງ​ຂຶ້ນ​ເພື່ອ​ຈຸດ​ປະສົງ​ຂອງ​ການ​ເບິ່ງ​ຄວາມ​ເໝາະ​ສົມ​ຂອງ​ຄົນ​ເຫລົ່າ​ນັ້ນ​ຜູ້​ຈະ​ຖືກ​ກຳ​ນົດ​ໃຫ້​ເປັນ​ປະທານ​ປະ​ຈຳ ຫລື ເປັນ​ຜູ້​ຮັບ​ໃຊ້​ດູ​ແລ ສະເຕກ​ຕ່າງໆ​ທີ່​ກະ​ຈາຍ​ກັນ​ໄປ​ທົ່ວ;

135 ແລະ ພວກ​ເຂົາ​ອາດ​ຈະ​ເດີນ​ທາງ​ນຳ​ອີກ​ກໍ​ໄດ້​ຖ້າ​ຫາກ​ພວກ​ເຂົາ​ເລືອກ, ແຕ່​ຈະ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ປະທານ​ປະ​ຈຳ​ຫລາຍ​ກວ່າ; ນີ້​ເປັນ​ໜ້າ​ທີ່​ຂອງ​ການ​ເອີ້ນ​ຂອງ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

136 ເຮົາ​ມອບ ອາມາ​ສາ ໄລ​ມັນ ແລະ ໂນອາ ແພ໊ກ​ກາດ ໃຫ້​ແກ່​ລາວ​ເພື່ອ​ເປັນ​ທີ່​ປຶກ​ສາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຄວບ​ຄຸມ​ກຸ່ມ​ຂອງ​ມະຫາ​ປະ​ໂລ​ຫິດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

137 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ​ມອບ ຈອນ ເອ ຮິກສ໌, ແຊມໂຍ ວິວ​ລຽມສ໌, ແລະ ເຈ​ຊີ ເບກ​ເກີ, ຊຶ່ງ​ເປັນ​ຖານະ​ປະ​ໂລ​ຫິດ​ທີ່​ຄວບ​ຄຸມ​ກຸ່ມ​ຂອງ ແອວເດີ, ຊຶ່ງ​ກຸ່ມ​ໄດ້​ຖືກ​ຕັ້ງ ສຳ​ລັບ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ປະ​ຈຳ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ອາດ​ຈະ​ເດີນ​ທາງ​ກໍ​ໄດ້, ແຕ່​ພວກ​ເຂົາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ປະ​ຈຳ​ຢູ່​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

138 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ມອບ ໂຈເຊັບ ຢັງ, ໂຈ​ໄຊ​ຢາ ບັດ​ເຕີ​ຟຽວ, ແດນ​ໂຍ ມາຍ​ເອີ, ເຮັນຣີ ເຮີ​ຣີ​ແມນ, ຊີຣາ ໂພ​ຊິ​ເຟີ, ລີ​ວາຍ ແຮນ​ຄ໊ອກ, ເຈມສ໌ ຟໍ​ສະ​ເຕີ, ເພື່ອ​ເປັນ​ປະທານ​ຄວບ​ຄຸມ​ກຸ່ມ​ຂອງ ສາວົກ​ເຈັດ​ສິບ;

139 ຊຶ່ງ​ເປັນ​ກຸ່ມ​ທີ່​ຖືກ​ຕັ້ງ​ຂຶ້ນ​ເພື່ອ​ກຸ່ມ​ແອວເດີ​ທີ່​ເຄື່ອນ​ທີ່ ເພື່ອ​ເປັນ​ພະຍານ​ເຖິງ​ນາມ​ຂອງ​ເຮົາ​ໃນ​ທົ່ວ​ໂລກ, ບ່ອນ​ໃດ​ກໍ​ຕາມ​ທີ່​ສະພາ​ສູງ​ເຄື່ອນ​ທີ່, ອັກຄະ​ສາວົກ​ຂອງ​ເຮົາ, ຈະ​ສົ່ງ​ພວກ​ເຂົາ​ໄປ​ເພື່ອ​ຕຽມ​ທາງ​ໄວ້​ກ່ອນ​ເຮົາ.

140 ຄວາມ​ແຕກ​ຕ່າງ​ລະຫວ່າງ​ກຸ່ມ​ໂຄຣຳ​ນີ້ ແລະ ກຸ່ມ​ຂອງ​ແອວເດີ​ຄື ກຸ່ມ​ໜຶ່ງ​ຕ້ອງ​ເດີນ​ທາງ​ຕະຫລອດ​ໄປ, ແລະ ອີກ​ກຸ່ມ​ໜຶ່ງ​ຕ້ອງ​ຄວບ​ຄຸມ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ບາງ​ຄັ້ງ; ກຸ່ມ​ໜຶ່ງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເປັນ​ປະທານ​ເປັນ​ບາງ​ຄັ້ງ, ແລະ ອີກ​ກຸ່ມ​ໜຶ່ງ​ບໍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເປັນ​ປະທານ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

141 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ມອບ ວິນ​ສັນ ໄນ້, ແຊມໂຍ ເອັຈ ສະມິດ, ແລະ ຊັດຣາກ ຣາວດີ ໃຫ້​ແກ່​ພວກ​ເຈົ້າ, ຖ້າ​ຫາກ​ລາວ​ຈະ​ຮັບ​ເອົາ​ມັນ, ເພື່ອ​ຄວບ​ຄຸມ ຝ່າຍ​ອະ​ທິ​ການ; ຄວາມ​ຮູ້​ເລື່ອງ​ຝ່າຍ​ອະ​ທິ​ການ​ທີ່​ກ່າວ​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ຢູ່​ໃນ​ໜັງ​ສື ຄຳ​ສອນ ແລະ ພັນທະ​ສັນ​ຍາ.

142 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ແຊມໂຍ ໂຣຟ໌ ແລະ ທີ່​ປຶກ​ສາ​ຂອງ​ລາວ​ສຳ​ລັບ​ປະ​ໂລ​ຫິດ, ແລະ ປະທານ​ຂອງ​ຄູ​ສອນ ແລະ ທີ່​ປຶກ​ສາ​ຂອງ​ລາວ, ແລະ ປະທານ​ຂອງ​ມັກ​ຄະ​ນາ​ຍົກ ແລະ ທີ່​ປຶກ​ສາ​ຂອງ​ລາວ​ນຳ​ອີກ, ແລະ ປະທານ​ສະເຕກ ແລະ ທີ່​ປຶກ​ສາ​ຂອງ​ລາວ​ນຳ​ອີກ.

143 ຕຳ​ແໜ່ງ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ​ຢູ່​ຂ້າງ​ເທິງ, ແລະ ຂໍ​ກະແຈ​ໃນ​ນັ້ນ, ເພື່ອ​ເປັນ​ການ​ຊ່ວຍ​ເຫລືອ ແລະ ການ​ປົກ​ຄອງ, ເພື່ອ​ວຽກ​ງານ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ເຮັດ​ໃຫ້​ໄພ່​ພົນ​ຂອງ​ເຮົາ ດີ​ພ້ອມ.

144 ແລະ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຄວນ​ບັນ​ຈຸ​ຕຳ​ແໜ່ງ​ເຫລົ່າ​ນີ້​ທັງ​ໝົດ ແລະ ເຫັນ​ຊອບ​ກັບ​ຊື່​ເຫລົ່າ​ນີ້​ຊຶ່ງ​ເຮົາ​ໄດ້​ກ່າວ​ເຖິງ, ຫລື ບໍ່​ດັ່ງ​ນັ້ນ ກໍ​ບໍ່​ໃຫ້​ເຫັນ​ຊອບ​ກັບ​ຊື່​ເຫລົ່າ​ນີ້​ຢູ່​ທີ່ ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ເຮົາ;

145 ແລະ ວ່າ​ພວກ​ເຈົ້າ​ຈະ​ຕຽມ​ຫ້ອງ​ສຳ​ລັບ​ຕຳ​ແໜ່ງ​ທັງ​ໝົດ​ນີ້​ໃນ​ບ້ານ​ຂອງ​ເຮົາ ເມື່ອ​ພວກ​ເຈົ້າ​ສ້າງ​ມັນ​ແດ່​ນາມ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.