ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 130


ພາກ​ທີ 130

ຄຳ​ແນະນຳ​ຕ່າງໆ​ທີ່​ມອບ​ໃຫ້​ໂດຍ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຣາ​ມັສ, ລັດ​ອິ​ລິ​ນອຍ, ວັນທີ 2 ເດືອນ​ເມສາ, 1843.

1–3, ພຣະ​ບິດາ ແລະ ພຣະ​ບຸດ ອາດ​ມາ​ປະກົດ​ດ້ວຍ​ຕົວ​ພຣະ​ອົງ​ເອງ​ຕໍ່​ມະນຸດ; 4–7, ເຫລົ່າ​ທູດ​ອາ​ໄສ​ຢູ່​ໃນ​ຂອບ​ເຂດ​ແຫ່ງ​ຊັ້ນ​ສູງ; 8–9, ໂລກ​ຊັ້ນ​ສູງ​ຈະ​ເປັນ​ອຸລີມ ແລະ ທຸມມີມ​ທີ່​ຍິ່ງ​ໃຫຍ່; 10–11, ຫີນ​ຂາວ​ມີ​ໄວ້​ໃຫ້​ສຳ​ລັບ​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ໂລກ​ຊັ້ນ​ສູງ; 12–17, ເວລາ​ແຫ່ງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຖືກ​ປົກ​ປິດ​ໄວ້​ຈາກ​ສາດ​ສະ​ດາ; 18–19, ຄວາມ​ຮູ້​ແຈ້ງ​ທີ່​ໄດ້​ຮັບ​ໃນ​ຊີ​ວິດ​ນີ້​ຈະ​ລຸກ​ຂຶ້ນ​ກັບ​ພວກ​ເຂົາ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ; 20–21, ພອນ​ທັງ​ປວງ​ມາ​ເຖິງ​ໂດຍ​ການ​ເຊື່ອ​ຟັງ​ກົດ; 22–23, ພຣະ​ບິດາ ແລະ ພຣະ​ບຸດ ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ.

1 ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ ມາ​ປະກົດ ພວກ​ເຮົາ​ຈະ​ເຫັນ​ພຣະ​ອົງ​ດັ່ງ​ທີ່​ພຣະ​ອົງ​ເປັນ​ຢູ່. ພວກ​ເຮົາ​ຈະ​ເຫັນ​ວ່າ​ພຣະ​ອົງ​ເປັນ ມະນຸດ​ຄື​ກັນ​ກັບ​ພວກ​ເຮົາ.

2 ແລະ ສັງ​ຄົມ​ດຽວ​ກັນ​ທີ່​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຮົາ​ຢູ່​ທີ່​ນີ້ ຈະ​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຮົາ​ຢູ່​ທີ່​ນັ້ນ, ພຽງ​ແຕ່​ມັນ​ຈະ​ຖືກ​ຄຽງ​ຄູ່​ໄປ​ກັບ ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ, ຊຶ່ງ​ເປັນ​ລັດ​ສະ​ໝີ​ພາບ​ທີ່​ພວກ​ເຮົາ​ບໍ່​ໄດ້​ຊື່ນ​ຊົມ​ໃນ​ຕອນ​ນີ້.

3 ໂຢຮັນ 14:23—ການ​ປະກົດ​ຂອງ ພຣະ​ບິດາ ແລະ ພຣະ​ບຸດ, ຢູ່​ໃນ​ຂໍ້​ນັ້ນ, ເປັນ ການ​ປະກົດ​ດ້ວຍ​ຕົວ​ຂອງ​ພວກ​ພຣະ​ອົງ​ເອງ; ແລະ ແນວ​ຄິດ​ທີ່​ວ່າ​ພຣະ​ບິດາ ແລະ ພຣະ​ບຸດ ສະ​ຖິດ​ຢູ່​ໃນ​ໃຈ​ຂອງ​ມະນຸດ​ເປັນ​ຄວາມ​ເຊື່ອ​ຂອງ​ຄົນ​ໃນ​ນິ​ກາຍ​ຕ່າງໆ​ໃນ​ສະ​ໄໝ​ກ່ອນ, ແລະ ຜິດ.

4 ໃນ​ການ​ຕອບ​ຄຳ​ຖາມ—ບໍ່​ແມ່ນ​ການ​ຄິດ​ໄລ່ ເວລາ​ຂອງ​ພຣະ​ເຈົ້າ, ເວລາ​ຂອງ​ທູດ, ເວລາ​ຂອງ​ສາດ​ສະ​ດາ, ແລະ ເວລາ​ຂອງ​ມະນຸດ, ຕາມ​ດາວ​ພະ​ເຄາະ​ທີ່​ພວກ​ເຂົາ​ອາ​ໄສ​ຢູ່​ບໍ?

5 ຂ້າ​ພະ​ເຈົ້າ​ຕອບ​ວ່າ, ແມ່ນ​ແລ້ວ. ແຕ່​ບໍ່​ມີ ເຫລົ່າ​ທູດ​ຜູ້​ປະ​ຕິ​ບັດ​ຕໍ່​ແຜ່ນ​ດິນ​ໂລກ​ນີ້ ນອກ​ຈາກ​ຄົນ​ທີ່​ເປັນ​ຂອງ​ມັນ ແລະ ເຄີຍ​ເປັນ​ຂອງ​ມັນ.

6 ເຫລົ່າ​ທູດ​ບໍ່​ໄດ້​ອາ​ໄສ​ຢູ່​ເທິງ​ດາວ​ພະ​ເຄາະ​ເໝືອນ​ດັ່ງ​ແຜ່ນ​ດິນ​ໂລກ​ນີ້;

7 ແຕ່​ເຫລົ່າ​ທູດ​ຜູ້​ທີ່​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ໃນ​ໂລກ​ເໝືອນ​ດັ່ງ ທະເລ​ແກ້ວ ແລະ ໄຟ, ບ່ອນ​ທີ່​ທຸກ​ສິ່ງ​ສຳ​ລັບ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເພິ່ນ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ, ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ, ແລະ ເປັນ​ຢູ່​ເຊັ່ນ​ນັ້ນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

8 ສະຖານ​ທີ່​ບ່ອນ​ທີ່​ພຣະ​ເຈົ້າ​ອາ​ໄສ​ຢູ່​ເປັນ ອຸລີມ ແລະ ທຸມມີມ​ທີ່​ຍິ່ງ​ໃຫຍ່.

9 ແຜ່ນ​ດິນ​ໂລກ​ນີ້, ໃນ​ສະພາບ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ແລະ ອະ​ມະ​ຕະ​ຂອງ​ມັນ, ຈະ​ຖືກ​ເຮັດ​ໃຫ້​ເປັນ​ເໝືອນ​ດັ່ງ​ແກ້ວ​ໃສ ແລະ ຈະ​ເປັນ​ອຸລີມ ແລະ ທຸມມີມ ແກ່​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ຊຶ່ງ​ໂດຍ​ການ​ນັ້ນ ທຸກ​ສິ່ງ​ທັງ​ປວງ​ທີ່​ກ່ຽວ​ກັບ​ອາ​ນາ​ຈັກ​ທີ່​ຕ່ຳ​ກວ່າ, ຫລື ອາ​ນາ​ຈັກ​ທັງ​ປວງ​ຂອງ​ລະບຽບ​ທີ່​ຕ່ຳ​ກວ່າ, ຈະ​ສະແດງ​ໃຫ້​ປະຈັກ​ແກ່​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ; ແລະ ແຜ່ນ​ດິນ​ໂລກ​ນີ້​ຈະ​ເປັນ​ຂອງ​ພຣະ​ຄຣິດ.

10 ຈາກ​ນັ້ນ ຫີນ​ຂາວ​ທີ່​ຖືກ​ກ່າວ​ເຖິງ​ໃນ ພຣະ​ນິມິດ 2:17, ຈະ​ກາຍ​ເປັນ​ອຸລີມ ແລະ ທຸມມີມ ແກ່​ທຸກ​ຄົນ​ທີ່​ໄດ້​ຮັບ​ກ້ອນ​ໜຶ່ງ, ຊຶ່ງ​ໂດຍ​ການ​ນີ້ ລະບຽບ​ທີ່​ສູງ​ກວ່າ​ຂອງ​ອາ​ນາ​ຈັກ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ;

11 ແລະ ຫີນ​ຂາວ​ຈະ​ຖືກ​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ, ຊຶ່ງ​ໃນ​ທີ່​ນັ້ນ​ຈະ​ຕ້ອງ​ຂຽນ​ຊື່​ໃໝ່​ໄວ້, ຊຶ່ງ​ບໍ່​ມີ​ຄົນ​ໃດ​ຮູ້​ຍົກ​ເວັ້ນ​ແຕ່​ຜູ້​ທີ່​ໄດ້​ຮັບ​ມັນ. ຊື່​ໃໝ່​ເປັນ​ຄຳ​ໄຂ.

12 ຂ້າ​ພະ​ເຈົ້າ​ທຳ​ນາຍ, ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ວ່າ​ການ​ເລີ່ມ​ຕົ້ນ​ຂອງ ຄວາມ​ທຸກ​ຍາກ​ລຳ​ບາກ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ການ​ນອງ​ເລືອດ​ຄັ້ງ​ໃຫຍ່​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ ຂອງ​ບຸດ​ມະນຸດ​ຈະ​ເກີດ​ຂຶ້ນ​ໃນ​ລັດ ຊ້າວ​ຄາ​ໂຣ​ໄລ​ນາ.

13 ມັນ​ອາດ​ຈະ​ເກີດ​ຂຶ້ນ​ຈາກ​ບັນ​ຫາ​ເລື່ອງ​ການ​ເປັນ​ທາດ. ສຽງ​ໄດ້​ປະ​ກາດ​ແກ່​ຂ້າ​ພະ​ເຈົ້າ, ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ພາກ​ພຽນ​ແທ້ໆ​ກ່ຽວ​ກັບ​ເລື່ອງ​ນີ້, ວັນທີ 25 ເດືອນ​ທັນວາ, 1832.

14 ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຢ່າງ​ພາກ​ພຽນ​ເພື່ອ​ວ່າ ຈະ​ໄດ້​ຮູ້​ຈັກ​ເວລາ​ແຫ່ງ ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ, ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຮັບ​ສັ່ງ​ດັ່ງ​ຕໍ່​ໄປ​ນີ້:

15 ໂຈເຊັບ, ບຸດ​ຂອງ​ເຮົາ, ຖ້າ​ຫາກ​ເຈົ້າ​ມີ​ຊີ​ວິດ​ຢູ່​ຈົນ​ເຖິງ​ອາ​ຍຸ​ແປດ​ສິບ​ຫ້າ​ປີ, ເຈົ້າ​ຈະ​ເຫັນ​ພຣະ​ພັກ​ຂອງ​ບຸດ​ມະນຸດ; ສະນັ້ນ ໃຫ້​ສິ່ງ​ນີ້​ພຽງ​ພໍ, ແລະ ຢ່າ​ລົບ​ກວນ​ເຮົາ​ອີກ​ໃນ​ເລື່ອງ​ນີ້.

16 ຂ້າ​ພະ​ເຈົ້າ​ຖືກ​ປະ​ໄວ້​ເຊັ່ນ​ນັ້ນ, ໂດຍ​ປາດ​ສະ​ຈາກ​ຄວາມ​ສາ​ມາດ​ທີ່​ຕັດ​ສິນ​ໃຈ ຖ້າ​ຫາກ​ວ່າ​ການ​ສະ​ເດັດ​ມາ​ເທື່ອ​ນີ້​ອ້າງ​ເຖິງ​ການ​ເລີ່ມ​ຕົ້ນ​ຂອງ​ພັນ​ປີ ຫລື ເປັນ​ການ​ປະກົດ​ກ່ອນ​ໜ້າ​ນັ້ນ, ຫລື ວ່າ​ຂ້າ​ພະ​ເຈົ້າ​ຈະ​ຕາຍ ແລ້ວ​ຈຶ່ງ​ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ.

17 ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ​ຈະ​ບໍ່​ໄວ​ກວ່າ​ເວລາ​ນັ້ນ.

18 ຫລັກ​ທຳ​ແຫ່ງ ຄວາມ​ຮູ້​ແຈ້ງ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ບັນ​ລຸ​ໃນ​ຊີ​ວິດ​ນີ້, ມັນ​ຈະ​ລຸກ​ຂຶ້ນ​ກັບ​ພວກ​ເຮົາ​ໃນ ການ​ຟື້ນ​ຄືນ​ຊີ​ວິດ.

19 ແລະ ຖ້າ​ຫາກ​ບຸກ​ຄົນ​ໃດ​ບັນ​ລຸ ຄວາມ​ຮູ້ ແລະ ຄວາມ​ຮູ້​ແຈ້ງ​ໃນ​ຊີ​ວິດ​ນີ້ ຜ່ານ ຄວາມ​ພາກ​ພຽນ ແລະ ການ​ເຊື່ອ​ຟັງ​ຂອງ​ເຂົາ​ຫລາຍ​ກວ່າ​ຄົນ​ອື່ນ​ເທົ່າ​ໃດ, ບຸກ​ຄົນ​ນັ້ນ​ກໍ​ຈະ ໄດ້​ປຽບ​ຄົນ​ອື່ນ​ຫລາຍ​ກວ່າ​ເທົ່າ​ນັ້ນ ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

20 ມີ​ກົດ, ອອກ ຄຳ​ສັ່ງ​ໄວ້​ໃນ​ສະຫວັນ​ຢ່າງ​ປ່ຽນ​ແປງ​ບໍ່​ໄດ້ ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ຊຶ່ງ​ໃນ​ນັ້ນ ພອນ​ທັງ​ປວງ​ໄດ້​ຖືກ​ກຳ​ນົດ​ໄວ້​ແລ້ວ—

21 ແລະ ເມື່ອ​ພວກ​ເຮົາ​ໄດ້​ຮັບ​ພອນ​ປະ​ການ​ໃດ​ຈາກ​ພຣະ​ເຈົ້າ, ຍ່ອມ​ເປັນ​ໄປ​ເພາະ​ການ​ເຊື່ອ​ຟັງ​ຕໍ່​ກົດ​ນັ້ນ ຊຶ່ງ​ມັນ​ໄດ້​ຖືກ​ກຳ​ນົດ​ໄວ້​ແລ້ວ.

22 ພຣະ​ບິດາ​ມີ​ພຣະ​ກາຍ​ທີ່​ເປັນ ເນື້ອ​ໜັງ ແລະ ກະ​ດູກ ທີ່​ສຳ​ພັດ​ໄດ້​ດັ່ງ​ຂອງ​ມະນຸດ; ພຣະ​ບຸດ​ກໍ​ຄື​ກັນ; ແຕ່ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ່​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ, ແຕ່​ເປັນ​ພຣະ​ກາຍ​ທີ່​ເປັນ​ພຣະ​ວິນ​ຍານ. ຖ້າ​ຫາກ​ບໍ່​ເປັນ​ເຊັ່ນ​ນັ້ນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສະ​ຖິດ​ຢູ່​ໃນ​ເຮົາ​ບໍ່​ໄດ້.

23 ມະນຸດ​ອາດ​ຈະ​ຮັບ​ເອົາ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ພຣະ​ອົງ​ອາດ​ສະ​ເດັດ​ລົງ​ມາ​ຢູ່​ເທິງ​ເຂົາ ແລະ ບໍ່​ສະ​ຖິດ​ຢູ່​ຕໍ່​ໄປ​ກັບ​ເຂົາ​ກໍ​ໄດ້.