ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 133


ພາກ​ທີ 133

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 3 ເດືອນ​ພະຈິກ, 1831. ໃນ​ບົດ​ຄຳ​ນຳ​ຕໍ່​ການ​ເປີດ​ເຜີຍ​ນີ້ ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ, “ໃນ​ເວລາ​ນີ້​ມີ​ຫລາຍ​ເລື່ອງ ຊຶ່ງ​ພວກ​ແອວເດີ​ປາດ​ຖະ​ໜາ​ທີ່​ຈະ​ຮູ້​ກ່ຽວ​ກັບ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ແລະ ກ່ຽວ​ກັບ​ການ​ເຕົ້າ​ໂຮມ; ແລະ ໃນ​ການ​ດຳ​ລົງ​ຊີ​ວິດ​ໂດຍ​ຄວາມ​ສະ​ຫວ່າງ​ທີ່​ແທ້​ຈິງ, ແລະ ໄດ້​ຮັບ​ການ​ແນະນຳ​ຈາກ​ເບື້ອງ​ບົນ, ໃນ​ວັນທີ 3 ເດືອນ​ພະຈິກ, 1831, ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ສຳ​ຄັນ​ດັ່ງ​ຕໍ່​ໄປ​ນີ້.” ໃນ​ຕອນ​ທຳ​ອິດ ພາກ​ນີ້​ໄດ້​ຖືກ​ຕື່ມ​ໃສ່​ໃນ​ພຣະ​ຄຳ​ພີ ຄຳ​ສອນ ແລະ ພັນທະ​ສັນ​ຍາ ເປັນ​ພາກ​ຫ້ອຍ​ທ້າຍ ແລະ ຕໍ່​ມາ​ໄດ້​ຖືກ​ຈັດ​ໃຫ້​ເປັນ​ພາກ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ນີ້.

1–6, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ບັນ​ຊາ​ໃຫ້​ຕຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; 7–16, ມະນຸດ​ທຸກ​ຄົນ​ໄດ້​ຖືກ​ບັນ​ຊາ​ໃຫ້​ໜີ​ຈາກ​ບາ​ບີ​ໂລນ, ມາ​ສູ່​ຊີໂອນ, ແລະ ຕຽມ​ພ້ອມ​ສຳ​ລັບ​ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 17–35, ພຣະ​ອົງ​ຈະ​ປະ​ທັບ​ຢືນ​ຢູ່​ເທິງ​ພູ​ຊີໂອນ, ທະ​ວີບ​ທັງ​ຫລາຍ​ຈະ​ກາຍ​ເປັນ​ຜືນ​ແຜ່ນ​ດິນ​ດຽວ, ແລະ ບັນ​ດາ​ເຜົ່າ​ທີ່​ສູນ​ຫາຍ​ໄປ​ຂອງ​ອິດສະ​ຣາເອນ​ຈະ​ກັບ​ຄືນ​ມາ; 36–40, ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຜ່ານ​ໂຈເຊັບ ສະມິດ ເພື່ອ​ຈະ​ຖືກ​ສັ່ງ​ສອນ​ໃນ​ທົ່ວ​ໂລກ; 41–51, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ລົງ​ມາ​ໃນ​ການ​ແກ້​ແຄ້ນ​ຄົນ​ຊົ່ວ; 52–56, ມັນ​ຈະ​ເປັນ​ປີ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ; 57–74, ພຣະ​ກິດ​ຕິ​ຄຸນ​ຕ້ອງ​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ຊ່ວຍ​ກູ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ ເພື່ອ​ນຳ​ຄວາມ​ພິນາດ​ມາ​ສູ່​ຄົນ​ຊົ່ວ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ, ແລະ ຟັງ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ພວກ​ເຈົ້າ—

2 ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຈະ ສະ​ເດັດ​ມາ​ທີ່​ພຣະ​ວິຫານ​ຂອງ​ພຣະ​ອົງ​ໃນ​ທັນ​ທີ; ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຈະ​ສະ​ເດັດ​ມາ​ເທິງ​ໂລກ​ດ້ວຍ ການ​ພິ​ພາກ​ສາ​ດ້ວຍ​ການ​ສາບ​ແຊ່ງ; ແທ້​ຈິງ​ແລ້ວ, ເທິງ​ປະ​ຊາ​ຊາດ​ທັງ​ປວງ​ທີ່​ລືມ​ພຣະ​ເຈົ້າ, ແລະ ເທິງ​ຄົນ​ອະທຳ​ທັງ​ປວງ​ໃນ​ບັນ​ດາ​ພວກ​ເຈົ້າ.

3 ເພາະ​ພຣະ​ອົງ​ຈະ ກາງ​ແຂນ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ປວງ, ແລະ ທົ່ວ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເຫັນ ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ.

4 ດັ່ງ​ນັ້ນ, ຈົ່ງ​ຕຽມ​ພ້ອມ, ຈົ່ງ​ຕຽມ​ພ້ອມ, ໂອ້ ຜູ້​ຄົນ​ຂອງ​ເຮົາ; ຈົ່ງ​ຊຳລະ​ຕົນ​ເອງ​ໃຫ້​ບໍ​ລິ​ສຸດ; ເຕົ້າ​ໂຮມ​ກັນ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຢູ່​ເທິງ​ແຜ່ນ​ດິນ​ຊີໂອນ, ພວກ​ເຈົ້າ​ທຸກ​ຄົນ​ທີ່​ບໍ່​ໄດ້​ຮັບ​ບັນ​ຊາ​ໃຫ້​ຢູ່​ຕໍ່​ໄປ.

5 ຈົ່ງ​ອອກ​ໄປ​ຈາກ ບາ​ບີ​ໂລນ. ພວກ​ເຈົ້າ​ທີ່​ຖື​ພາ​ຊະນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຮັກ​ສາ​ຕົວ​ໃຫ້ ສະອາດ.

6 ຈົ່ງ​ເອີ້ນ​ໃຫ້​ມີ​ການ​ຊຸມ​ນຸມ, ແລະ ກ່າວ​ນຳ​ກັນ​ເລື້ອຍໆ. ແລະ ໃຫ້​ທຸກໆ​ຄົນ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

7 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ອີກ, ເວລາ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ພວກ​ເຈົ້າ: ຈົ່ງ​ອອກ​ໄປ​ຈາກ​ບາ​ບີ​ໂລນ; ເຕົ້າ​ໂຮມ​ກັນ​ຈາກ​ບັນ​ດາ​ປະ​ຊາ​ຊາດ, ຈາກ ສີ່​ທິດ, ຈາກ​ຂອບ​ຟ້າ​ສົ້ນ​ໜຶ່ງ​ເຖິງ​ອີກ​ສົ້ນ​ໜຶ່ງ.

8 ຈົ່ງ ສົ່ງ​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໄປ​ຍັງ​ປະ​ຊາ​ຊາດ​ທັງ​ຫລາຍ​ຊຶ່ງ​ຢູ່​ໃນ​ແດນ​ໄກ; ໄປ​ຍັງ ໝູ່​ເກາະ​ໃນທະເລ; ຈົ່ງ​ສົ່ງ​ອອກ​ໄປ​ຍັງ​ແຜ່ນ​ດິນ​ຕ່າງ​ແດນ; ຈົ່ງ​ເອີ້ນ​ຫາ​ປະ​ຊາ​ຊາດ​ທັງ​ປວງ, ທຳ​ອິດ​ຫາ ຄົນ​ຕ່າງ​ຊາດ, ແລະ ຈາກ​ນັ້ນ​ຫາ ຊາວ​ຢິວ.

9 ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ນີ້​ຈະ​ເປັນ​ການ​ເອີ້ນ​ຂອງ​ພວກ​ເຂົາ, ແລະ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ຜູ້​ຄົນ​ທັງ​ປວງ: ຈົ່ງ​ອອກ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ, ເພື່ອ​ວ່າ​ເຂດ​ແດນ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຂະ​ຫຍາຍ​ອອກ​ໄປ, ແລະ ເພື່ອ​ວ່າ ສະເຕກ​ຂອງ​ນາງ​ຈະ​ເຂັ້ມ​ແຂງ​ຂຶ້ນ, ແລະ ເພື່ອ​ວ່າ ຊີໂອນ​ຈະ​ອອກ​ໄປ​ເຖິງ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ.

10 ແທ້​ຈິງ​ແລ້ວ, ໃຫ້​ສຽງ​ຮ້ອງ​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ: ຈົ່ງ​ຕື່ນ ແລະ ລຸກ​ຂຶ້ນ ແລະ ອອກ​ໄປ​ພົບ​ເຈົ້າ​ບ່າວ; ຈົ່ງ​ເບິ່ງ ແລະ ເບິ່ງ​ເຖີດ, ເຈົ້າ​ບ່າວ​ພວມ​ມາ; ຈົ່ງ​ອອກ​ໄປ​ພົບ​ພຣະ​ອົງ. ຈົ່ງ​ຕຽມ​ຕົນ​ເອງ​ສຳ​ລັບ ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

11 ສະນັ້ນ, ຈົ່ງ ຄອຍ​ເຝົ້າ​ຢູ່, ເພາະ​ພວກ​ເຈົ້າ​ບໍ່ ຮູ້​ຈັກ​ວ່າ​ວັນ​ໃດ ຫລື ຊົ່ວ​ໂມງ​ໃດ.

12 ສະນັ້ນ, ໃຫ້​ພວກ​ເຂົາ​ຜູ້​ຢູ່ ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ​ຫລົບ​ໜີ​ໄປ​ຍັງ ຊີໂອນ.

13 ແລະ ໃຫ້​ພວກ​ເຂົາ​ຜູ້​ເປັນ​ຂອງ ຢູ​ດາ​ຫລົບ​ໜີ​ໄປ​ຍັງ ເຢຣູ​ຊາເລັມ, ໄປ​ຍັງ ພູ​ຂອງ ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

14 ຈົ່ງ​ອອກ​ໄປ​ຈາກ​ບັນ​ດາ​ປະ​ຊາ​ຊາດ, ແມ່ນ​ແຕ່​ຈາກ​ບາ​ບີ​ໂລນ, ຈາກ​ບັນ​ດາ​ຄວາມ​ຊົ່ວ​ຮ້າຍ, ຊຶ່ງ​ເປັນ​ບາ​ບີ​ໂລນ​ທາງ​ວິນ​ຍານ.

15 ແຕ່​ຕາມ​ຄວາມ​ຈິງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ຢ່າ​ໃຫ້​ການ​ໜີ​ໄປ​ຂອງ​ພວກ​ເຈົ້າ​ເປັນ​ໄປ​ແບບ ຟ້າວ​ຟັ່ງ, ແຕ່​ໃຫ້​ທຸກ​ສິ່ງ​ທັງ​ປວງ​ຖືກ​ຈັດ​ຕຽມ​ໄວ້​ກ່ອນ​ໜ້າ​ພວກ​ເຈົ້າ; ແລະ ຄົນ​ທີ່​ອອກ​ໄປ, ຢ່າ​ໃຫ້​ເຂົາ​ຫລຽວ​ຫລັງ​ກັບ​ຄືນ​ມາ​ເບິ່ງ ຖ້າ​ບໍ່​ດັ່ງ​ນັ້ນ​ຄວາມ​ພິນາດ​ຈະ​ເກີດ​ກັບ​ເຂົາ​ຢ່າງ​ທັນ​ທີ.

16 ຈົ່ງ​ເຊື່ອ​ຟັງ ແລະ ຟັງ​ເຖີດ, ໂອ້ ເຈົ້າ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ. ຈົ່ງ ຟັງ, ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ວ່າ​ພຣະ​ອົງ​ໄດ້​ເອີ້ນ​ຫາ​ມະນຸດ​ທັງ​ປວງ, ແລະ ພຣະ​ອົງ​ໄດ້​ບັນ​ຊາ​ມະນຸດ​ທັງ​ປວງ​ໃນ​ທຸກ​ແຫ່ງ​ຫົນ​ໃຫ້ ກັບ​ໃຈ.

17 ເພາະ​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ສົ່ງ​ທູດ​ອອກ​ໄປ​ປ່າວ​ຮ້ອງ​ຜ່ານ​ທ່າມ​ກາງ​ຟ້າ​ສະຫວັນ, ກ່າວ​ວ່າ: ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ທາງ​ຂອງ​ພຣະ​ອົງ​ໃຫ້ ຊື່, ເພາະ​ວ່າ​ຊົ່ວ​ໂມງ​ຂອງ ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ໃກ້​ຈະ​ມາ​ເຖິງ​ແລ້ວ—

18 ເມື່ອ ພຣະ​ເມສາ​ນ້ອຍ​ຈະ​ປະ​ທັບ​ຢືນ​ຢູ່​ເທິງ ພູ​ຊີໂອນ, ແລະ ຢູ່​ກັບ​ພຣະ​ອົງ​ຈະ​ມີ ໜຶ່ງ​ແສນ​ສີ່​ໝື່ນ​ສີ່​ພັນ​ຄົນ, ໂດຍ​ມີ​ພຣະ​ນາມ​ຂອງ​ພຣະ​ບິດາ​ຂອງ​ພຣະ​ອົງ​ຂຽນ​ໄວ້​ຢູ່​ເທິງ​ໜ້າ​ຜາກ​ຂອງ​ພວກ​ເຂົາ.

19 ດັ່ງ​ນັ້ນ, ຈົ່ງ​ຕຽມ​ພ້ອມ​ສຳ​ລັບ ການ​ສະ​ເດັດ​ມາ​ຂອງ ເຈົ້າ​ບ່າວ; ພວກ​ເຈົ້າ​ຈົ່ງ​ໄປ, ພວກ​ເຈົ້າ​ຈົ່ງ​ອອກ​ໄປ​ພົບ​ພຣະ​ອົງ.

20 ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ປະ​ທັບ ຢືນ​ຢູ່​ເທິງ​ພູ​ໝາກ​ກອກ​ເທດ, ແລະ ເທິງ​ມະຫາ​ສະ​ໝຸດ​ອັນ​ກວ້າງ​ໃຫຍ່​ໄພ​ສານ, ແມ່ນ​ແຕ່​ເລິກ​ອັນ​ໃຫຍ່​ຫລວງ, ແລະ ເທິງ​ໝູ່​ເກາະ​ໃນ​ທະເລ, ແລະ ເທິງ​ແຜ່ນ​ດິນ​ຊີໂອນ.

21 ແລະ ພຣະ​ອົງ​ຈະ ເປັ່ງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຈາກ ຊີໂອນ, ແລະ ພຣະ​ອົງ​ຈະ​ກ່າວ​ຈາກ​ເຢຣູ​ຊາເລັມ, ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຈະ​ໄດ້​ຍິນ​ໃນ​ທ່າມ​ກາງ​ທຸກ​ຜູ້​ຄົນ​ທັງ​ປວງ;

22 ແລະ ສຽງ​ນັ້ນ​ຈະ​ເປັນ​ດັ່ງ ສຽງ​ຂອງ​ແມ່​ນ້ຳ​ຫລວງ​ຫລາຍ, ແລະ ຈະ​ເປັນ​ດັ່ງ​ສຽງ ຟ້າ​ຮ້ອງ, ຊຶ່ງ​ຈະ ພັງ​ພູ​ລົງ​ມາ, ແລະ ຮ່ອມ​ພູ​ຈະ​ບໍ່​ຖືກ​ພົບ​ເຫັນ.

23 ພຣະ​ອົງ​ຈະ​ບັນ​ຊາ​ຄວາມ​ເລິກ​ອັນ​ໃຫຍ່​ຫລວງ, ແລະ ມັນ​ຈະ​ຖືກ​ໄລ່​ກັບ​ໄປ​ຍັງ​ດິນ​ແດນ​ທາງ​ເໜືອ, ແລະ ໝູ່​ເກາະ​ຈະ​ກາຍ​ເປັນ​ແຜ່ນ​ດິນ​ດຽວ;

24 ແລະ ແຜ່ນ​ດິນ ເຢຣູ​ຊາເລັມ ແລະ ແຜ່ນ​ດິນ​ຊີໂອນ ຈະ​ກັບ​ຄືນ​ສູ່​ສະຖານ​ທີ່​ຂອງ​ມັນ​ເອງ, ແຜ່ນ​ດິນ​ໂລກ​ຈະ​ເປັນ​ເໝືອນ​ດັ່ງ​ທີ່​ມັນ​ເຄີຍ​ເປັນ​ໃນ​ວັນ​ເວລາ​ກ່ອນ​ທີ່​ມັນ​ໄດ້ ແຍກ​ອອກ​ຈາກ​ກັນ.

25 ແລະ ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຈະ​ປະ​ທັບ​ຢືນ​ຢູ່​ໃນ​ທ່າມ​ກາງ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ຈະ ປົກ​ຄອງ​ເໜືອ​ເນື້ອ​ໜັງ​ທັງ​ປວງ.

26 ແລະ ພວກ​ເຂົາ​ທີ່​ຢູ່​ໃນ​ດິນ​ແດນ ທາງ​ເໜືອ​ຈະ​ມາ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ສາດ​ສະ​ດາ​ຂອງ​ພວກ​ເຂົາ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ຈະ​ບໍ່​ຢັບ​ຢັ້ງ​ຕົນ​ເອງ​ອີກ​ຕໍ່​ໄປ; ແລະ ພວກ​ເຂົາ​ຈະ​ຕີ​ກ້ອນ​ຫີນ, ແລະ ນ້ຳ​ກ້ອນ​ຈະ​ໄຫລ​ລົງ​ມາ​ຢູ່​ຕໍ່​ໜ້າ​ພວກ​ເຂົາ.

27 ແລະ ທາງ​ຫລວງ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ທ່າມ​ກາງ​ຄວາມ​ເລິກ​ອັນ​ໃຫຍ່​ຫລວງ.

28 ສັດ​ຕູ​ຂອງ​ພວກ​ເຂົາ​ຈະ​ກາຍ​ເປັນ​ເຫຍື່ອ​ໃຫ້​ພວກ​ເຂົາ,

29 ແລະ ໃນ​ທະເລ​ຊາຍ​ທີ່ ແຫ້ງ​ແລ້ງ ຈະ​ບັງ​ເກີດ​ບໍ່​ນ້ຳ​ທີ່​ປະກອບ​ດ້ວຍ​ຊີ​ວິດ; ແລະ ພື້ນ​ດິນ​ທີ່​ແຫ້ງ​ແລ້ງ​ຈະ​ບໍ່​ເປັນ​ແຜ່ນ​ດິນ​ທີ່​ກະ​ຫາຍ​ນ້ຳ​ອີກ​ຕໍ່​ໄປ.

30 ແລະ ພວກ​ເຂົາ​ຈະ​ນຳ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ພວກ​ເຂົາ​ມາ​ໃຫ້​ລູກ​ຫລານ​ຂອງ ເອຟະ​ຣາອີມ, ຜູ້​ຮັບ​ໃຊ້​ຂອງ​ເຮົາ.

31 ແລະ ເຂດ​ແດນ​ຂອງ ເນີນ​ພູ​ອັນ​ເປັນ​ນິດ​ຈະ​ສັ່ນ​ສະ​ເທືອນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ.

32 ແລະ ຢູ່​ທີ່​ນັ້ນ​ພວກ​ເຂົາ​ຈະ​ກົ້ມ​ຂາບ​ລົງ ແລະ ຖືກ​ສວມ​ມົງ​ກຸດ​ດ້ວຍ​ລັດ​ສະ​ໝີ​ພາບ, ແມ່ນ​ແຕ່​ໃນ​ຊີໂອນ, ໂດຍ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ລູກ​ຫລານ​ຂອງ​ເອຟະ​ຣາອີມ.

33 ແລະ ພວກ​ເຂົາ​ຈະ​ເຕັມ​ໄປ​ດ້ວຍ ເພງ​ແຫ່ງ​ຄວາມ​ສຸກ​ອັນ​ເປັນ​ນິດ.

34 ຈົ່ງ​ເບິ່ງ, ນີ້​ແມ່ນ​ພອນ​ຂອງ​ພຣະ​ເຈົ້າ​ຜູ້​ເປັນ​ນິດ​ແກ່ ບັນ​ດາ​ເຜົ່າ​ຂອງ​ອິດສະ​ຣາເອນ, ແລະ ພອນ​ທີ່​ເລີດ​ກວ່າ​ໄວ້​ເທິງ​ຫົວ​ຂອງ ເອຟະ​ຣາອີມ ແລະ ເພື່ອນ​ມິດ​ສະ​ຫາຍ​ຂອງ​ລາວ.

35 ແລະ ພວກ​ເຂົາ​ກໍ​ເປັນ​ຂອງ​ເຜົ່າ ຢູ​ດາ​ຄື​ກັນ, ຫລັງ​ຈາກ​ຄວາມ​ເຈັບ​ປວດ​ຂອງ​ພວກ​ເຂົາ, ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້ ບໍ​ລິ​ສຸດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ທຸກ​ວັນ ແລະ ທຸກ​ຄືນ, ຕະຫລອດ​ການ ແລະ ຕະຫລອດ​ໄປ.

36 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ສິ່ງ​ເຫລົ່າ​ນີ້​ຈະ​ໄດ້​ເປັນ​ທີ່​ຮູ້​ຈັກ​ໃນ​ບັນ​ດາ ພວກ​ເຈົ້າ, ໂອ້ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ເຮົາ​ໄດ້​ສົ່ງ ທູດ​ຂອງ​ເຮົາ​ເຫາະ​ຜ່ານ​ທ່າມ​ກາງ​ຟ້າ​ສະຫວັນ, ໂດຍ​ມີ ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ, ຜູ້​ໄດ້​ປະກົດ​ຕໍ່​ບາງ​ຄົນ ແລະ ໄດ້​ມອບ​ໝາຍ​ມັນ​ໃຫ້​ແກ່​ມະນຸດ, ຜູ້​ຈະ​ປະກົດ​ຕໍ່​ຫລາຍ​ຄົນ​ທີ່​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

37 ແລະ ພຣະ​ກິດ​ຕິ​ຄຸນ​ນີ້​ຈະ​ຖືກ ສັ່ງ​ສອນ​ແກ່ ທຸກ​ປະ​ຊາ​ຊາດ, ແລະ ທຸກ​ຕະ​ກຸນ, ແລະ ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

38 ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ຈະ​ອອກ​ໄປ, ກ່າວ​ດ້ວຍ​ສຽງ​ດັງ​ວ່າ: ຈົ່ງ​ຢ້ານ​ກົວ​ພຣະ​ເຈົ້າ ແລະ ມອບ​ລັດ​ສະ​ໝີ​ພາບ​ແດ່​ພຣະ​ອົງ, ເພາະ​ຊົ່ວ​ໂມງ​ຂອງ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ມາ​ເຖິງ​ແລ້ວ;

39 ແລະ ຈົ່ງ ນະມັດ​ສະການ​ພຣະ​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແລະ ແຜ່ນ​ດິນ​ໂລກ, ແລະ ທະເລ, ແລະ ຕົ້ນ​ນ້ຳ​ລຳ​ທານ—

40 ໂດຍ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ວັນ ແລະ ທຸກ​ຄືນ, ກ່າວ​ວ່າ: ໂອ້ ຖ້າ​ຫາກ​ພຣະ​ອົງ​ຈະ ແຍກ​ຟ້າ​ສະຫວັນ, ຖ້າ​ຫາກ​ພຣະ​ອົງ​ຈະ​ລົງ​ມາ, ຖ້າ​ຫາກ​ພູ​ເຂົາ​ຈະ​ໄຫລ​ລົງ​ມາ​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຢູ່​ຂອງ​ພຣະ​ອົງ.

41 ແລະ ມັນ​ຈະ​ຕອບ​ຢູ່​ເທິງ​ຫົວ​ພວກ​ເຂົາ; ເພາະ​ວ່າ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ຄື​ກັນ​ກັບ​ໄຟ​ຫລໍ່​ຫລອມ​ທີ່​ລຸກ​ໄໝ້, ແລະ ເປັນ​ໄຟ​ທີ່​ເຮັດ​ໃຫ້​ນ້ຳ ຟົດ.

42 ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ຈະ​ສະ​ເດັດ​ລົງ​ມາ​ເພື່ອ​ເຮັດ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ປໍ​ລະ​ປັກ​ຂອງ​ພຣະ​ອົງ, ແລະ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຕົວ​ສັ່ນ​ຢູ່​ຕໍ່​ໜ້າ​ພຣະ​ພັກ​ຂອງ​ພຣະ​ອົງ—

43 ເມື່ອ​ພຣະ​ອົງ​ເຮັດ​ສິ່ງ​ທີ່​ໜ້າ​ຢ້ານ​ກົວ, ສິ່ງ​ທີ່​ພວກ​ເຂົາ​ບໍ່​ຄາດ​ຄິດ;

44 ແທ້​ຈິງ​ແລ້ວ, ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ມາ, ແລະ ພູ​ເຂົາ​ໄຫລ​ລົງ​ມາ​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຢູ່​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ ພົບ​ຄົນ​ທີ່​ປິ​ຕິ​ຍິນ​ດີ ແລະ ເຮັດ​ຄວາມ​ຊອບ​ທຳ, ຜູ້​ທີ່​ລະ​ນຶກ​ເຖິງ​ພຣະ​ອົງ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ.

45 ເພາະ​ວ່າ​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ເປັນ​ຕົ້ນ​ມາ ບໍ່​ມີ​ມະນຸດ​ຄົນ​ໃດ​ໄດ້​ຍິນ ຫລື ໄດ້​ຮູ້​ຈັກ​ດ້ວຍ​ຫູ, ທັງ​ບໍ່​ເຄີຍ​ໄດ້​ເຫັນ​ດ້ວຍ​ຕາ, ໂອ້ ພຣະ​ອົງ​ເຈົ້າ, ນອກ​ຈາກ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້ ຕຽມ​ສິ່ງ​ຍິ່ງ​ໃຫຍ່​ພຽງ​ໃດ​ສຳ​ລັບ​ຜູ້​ທີ່ ລໍ​ຖ້າ​ພຣະ​ອົງ.

46 ແລະ ຈະ​ກ່າວ​ກັນ​ວ່າ: ນີ້ ແມ່ນ​ໃຜ​ຜູ້​ທີ່​ລົງ ມາ​ຈາກ​ພຣະ​ເຈົ້າ​ໃນ​ສະຫວັນ​ດ້ວຍອາພອນ​ຍ້ອມ​ສີ; ແທ້​ຈິງ​ແລ້ວ, ຈາກ​ພາກ​ພື້ນ​ຊຶ່ງ​ບໍ່​ຮູ້​ຈັກ, ຫຸ້ມ​ຫໍ່​ດ້ວຍອາພອນ​ທີ່​ສະ​ຫງ່າ​ລາ​ສີ, ເດີນ​ທາງ​ໃນ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ພະ​ລັງ​ຂອງ​ພຣະ​ອົງ?

47 ແລະ ພຣະ​ອົງ​ຈະ​ກ່າວ​ວ່າ: ເຮົາ​ຄື​ຄົນ​ທີ່​ໄດ້​ກ່າວ​ແລ້ວ​ໃນ​ຄວາມ​ຊອບ​ທຳ, ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ທີ່​ຈະ​ຊ່ວຍ​ໃຫ້​ລອດ.

48 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ແຕ່ງ​ກາຍ​ໃນ ສີ​ແດງ, ແລະ ອາ​ພອນ​ຂອງ​ພຣະ​ອົງ​ຈະ​ເໝືອນ​ດັ່ງ​ຂອງ​ຜູ້​ທີ່​ຢຽບ​ໝາກ​ອະງຸ່ນ.

49 ແລະ ລັດ​ສະ​ໝີ​ພາບ​ແຫ່ງ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ຈະ​ຍິ່ງ​ໃຫຍ່​ທີ່​ສຸດ​ຈົນ​ເຖິງ​ຂະ​ໜາດ ດວງ​ຕາ​ເວັນ ຈະ​ເຊື່ອງ​ໜ້າ​ຂອງ​ມັນ​ດ້ວຍ​ຄວາມ​ອັບ​ອາຍ, ແລະ ດວງ​ເດືອນ​ຈະ​ດັບ​ແສງ​ຂອງ​ມັນ, ແລະ ດວງ​ດາວ​ຈະ​ຖືກ​ຊັດ​ອອກ​ຈາກ​ບ່ອນ​ຂອງ​ມັນ.

50 ແລະ ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ວ່າ: ເຮົາ​ໄດ້ ຢຽບ​ເຄື່ອງ​ປັ່ນ​ໝາກ​ອະງຸ່ນ​ຄົນ​ດຽວ, ແລະ ໄດ້​ນຳ​ການ​ພິ​ພາກ​ສາ​ມາ​ໄວ້​ເທິງ​ຜູ້​ຄົນ​ທັງ​ປວງ; ແລະ ບໍ່​ມີ​ຜູ້​ໃດ​ຢູ່​ກັບ​ເຮົາ;

51 ແລະ ເຮົາ​ໄດ້​ຢຽບ​ພວກ​ເຂົາ​ໃນ​ຄວາມ​ໂມ​ໂຫ​ຮ້າຍ​ຂອງ​ເຮົາ, ແລະ ເຮົາ​ໄດ້​ຢຽບ​ຍ່ຳ​ພວກ​ເຂົາ​ລົງ​ໃນ​ຄວາມ​ພຣະ​ພິ​ໂລດ​ຂອງ​ເຮົາ, ແລະ ເລືອດ​ຂອງ​ພວກ​ເຂົາ​ນັ້ນ ເຮົາ​ໄດ້ ຊິດ​ໃສ່ອາພອນ​ຂອງ​ເຮົາ, ແລະ ເປິ​ເປື້ອນ​ເຄື່ອງ​ນຸ່ງ​ຫົ່ມ​ທັງ​ໝົດ​ຂອງ​ເຮົາ; ເພາະ​ວ່າ​ນີ້​ຄື​ວັນ​ແຫ່ງ​ການ​ແກ້​ແຄ້ນ​ຊຶ່ງ​ຢູ່​ໃນ​ໃຈ​ຂອງ​ເຮົາ.

52 ແລະ ບັດ​ນີ້ ປີ​ແຫ່ງ​ຜູ້​ໄດ້​ຮັບ​ການ​ໄຖ່​ຂອງ​ເຮົາ​ມາ​ເຖິງ​ແລ້ວ; ແລະ ພວກ​ເຂົາ​ຈະ​ກ່າວ​ເຖິງ​ຄວາມ​ກະ​ລຸ​ນາ​ຮັກ​ຫອມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ພວກ​ເຂົາ​ຕາມ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ, ແລະ ຕາມ​ຄວາມ​ກະ​ລຸ​ນາ​ຮັກ​ຫອມ​ຂອງ​ພຣະ​ອົງ, ຕະຫລອດ​ການ ແລະ ຕະຫລອດ​ໄປ.

53 ໃນ ຄວາມ​ທຸກ​ທໍ​ລະ​ມານ​ທັງ​ປວງ​ຂອງ​ພວກ​ເຂົາ ພຣະ​ອົງ​ໄດ້​ເປັນ​ທຸກ. ແລະ ທູດ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ໄດ້​ຊ່ວຍ​ພວກ​ເຂົາ; ແລະ ໃນ ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ໃນ​ຄວາມ​ສົງ​ສານ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້ ໄຖ່​ພວກ​ເຂົາ, ແລະ ໄດ້​ແບກ​ພວກ​ເຂົາ, ແລະ ອູ້ມ​ພວກ​ເຂົາ​ຕະຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ​ເກົ່າ​ກ່ອນ;

54 ແທ້​ຈິງ​ແລ້ວ, ແລະ ເອນົກ​ນຳ​ອີກ, ແລະ ຄົນ​ທີ່​ຢູ່​ກັບ​ລາວ; ສາດ​ສະ​ດາ​ຜູ້​ມີ​ຊີ​ວິດ​ກ່ອນ​ລາວ; ແລະ ໂນອາ​ນຳ​ອີກ, ແລະ ຜູ້​ທີ່​ມີ​ຊີ​ວິດ​ກ່ອນ​ລາວ; ແລະ ໂມເຊ​ນຳ​ອີກ, ແລະ ຜູ້​ທີ່​ມີ​ຊີ​ວິດ​ກ່ອນ​ລາວ;

55 ແລະ ຈາກ​ໂມເຊ​ເຖິງ​ເອລີ​ຢາ, ແລະ ຈາກ​ເອລີ​ຢາ​ເຖິງ​ໂຢຮັນ, ຜູ້​ໄດ້​ຢູ່​ກັບ​ພຣະ​ຄຣິດ​ໃນ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ອັກຄະ​ສາວົກ​ຜູ້​ບໍ​ລິ​ສຸດ, ພ້ອມ​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາໂຄບ, ຈະ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເມສາ​ນ້ອຍ.

56 ແລະ ຫລຸມ​ສົບ​ຂອງ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຖືກ ເປີດ​ອອກ; ແລະ ພວກ​ເຂົາ​ຈະ​ອອກ​ມາ ແລະ ຢືນ​ຢູ່​ທາງ ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເມສາ​ນ້ອຍ, ເມື່ອ​ພຣະ​ອົງ​ຈະ​ປະ​ທັບ​ຢືນ​ຢູ່​ເທິງ ພູ​ຊີໂອນ, ແລະ ເທິງ​ນະຄອນ​ສັກ​ສິດ, ເຢຣູ​ຊາເລັມ​ໃໝ່; ແລະ ພວກ​ເຂົາ​ຈະ​ຮ້ອງ ເພງ​ສັນ​ລະ​ເສີນ ພຣະ​ເມສາ​ນ້ອຍ, ທັງ​ວັນ ແລະ ຄືນ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

57 ແລະ ເພາະ​ດ້ວຍ​ເຫດ​ນີ້, ເພື່ອ​ວ່າ​ມະນຸດ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ຜູ້​ຮັບ ລັດ​ສະ​ໝີ​ພາບ​ຊຶ່ງ​ຈະ​ຖືກ​ເປີດ​ເຜີຍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຄວາມ​ສົມ​ບູນ​ແຫ່ງ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ອອກ​ໄປ, ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ໂດຍ​ໃຫ້​ເຫດ​ຜົນ​ໃນ​ຄວາມ​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ—

58 ເພື່ອ​ຕຽມ​ຄົນ​ອ່ອນ​ແອ​ໄວ້​ສຳ​ລັບ​ສິ່ງ​ທີ່​ຈະ​ມາ​ເທິງ​ແຜ່ນ​ດິນ​ໂລກ, ແລະ ເພື່ອ​ແລ່ນ​ວຽກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ທີ່ ຄົນ​ອ່ອນ​ແອ​ຈະ​ເຮັດ​ໃຫ້​ຄົນ​ສະຫລາດ​ຈຳ​ນົນ, ແລະ ຄົນ​ເລັກ​ໜ້ອຍ​ກາຍ​ເປັນ​ປະ​ຊາ​ຊາດ​ທີ່​ເຂັ້ມ​ແຂງ, ແລະ ຄົນ ສອງ​ຄົນ​ຈະ​ເຮັດ​ໃຫ້​ຫລາຍ​ໝື່ນ​ຄົນ​ປົບ​ໜີ​ໄປ.

59 ແລະ ໂດຍ​ສິ່ງ​ທີ່​ອ່ອນ​ແອ​ຂອງ​ແຜ່ນ​ດິນ​ໂລກ ພຣະ​ຜູ້​ເປັນ​ເຈົ້າ​ຈະ ຝັດ​ປະ​ຊາ​ຊາດ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ.

60 ແລະ ເພາະ​ເຫດ​ນີ້ ບັນ​ຍັດ​ເຫລົ່າ​ນີ້​ຈຶ່ງ​ໄດ້​ຖືກ​ມອບ​ໃຫ້; ມັນ​ຖືກ​ບັນ​ຊາ​ໃຫ້​ຮັກ​ສາ​ໄວ້​ຈາກ​ໂລກ​ໃນ​ວັນ​ທີ່​ມັນ​ຖືກ​ມອບ​ໃຫ້, ແຕ່​ບັດ​ນີ້​ຈະ ອອກ​ໄປ​ສູ່​ເນື້ອ​ໜັງ ທັງ​ປວງ

61 ແລະ ນີ້​ຕາມ​ພຣະ​ດຳ​ລັດ ແລະ ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ປົກ​ຄອງ​ເໜືອ​ເນື້ອ​ໜັງ​ທັງ​ປວງ.

62 ແລະ ກັບ​ຄົນ​ທີ່ ກັບ​ໃຈ ແລະ ຊຳລະ​ຕົນ​ໃຫ້​ບໍ​ລິ​ສຸດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ໄດ້​ຮັບ ຊີ​ວິດ​ນິ​ລັນ​ດອນ.

63 ແລະ ກັບ​ຄົນ​ທີ່ ບໍ່​ໄດ້​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ສຳ​ເລັດ​ຜົນ​ຕາມ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ​ໂມເຊ, ວ່າ​ພວກ​ເຂົາ​ຈະ​ຖືກ ຕັດ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ.

64 ແລະ ສິ່ງ​ທີ່​ໄດ້​ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ ມາ​ລາ​ກີ​ນຳ​ອີກ: ເພາະ, ຈົ່ງ​ເບິ່ງ, ວັນ​ນັ້ນ​ຍ່ອມ​ມາ​ເຖິງ ຊຶ່ງ​ຈະ ເຜົາ​ໃໝ້​ດັ່ງ​ເຕົາ​ອົບ, ແລະ ຄົນ​ທັງ​ໝົດ​ທີ່​ອວດ​ດີ, ແທ້​ຈິງ​ແລ້ວ, ແລະ ຄົນ​ທັງ​ໝົດ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ ຈະ​ເປັນ​ຄື​ກັນ​ກັບ​ເຟືອງ​ເຂົ້າ; ແລະ ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໄຟ​ຈະ​ເຜົາ​ພວກ​ເຂົາ, ຈອມ​ໂຍທາ​ໄດ້​ກ່າວ, ຈົນ​ບໍ່​ມີ​ທັງ​ຮາກ ຫລື ກິ່ງ​ງ່າ​ເຫລືອ​ຢູ່.

65 ດັ່ງ​ນັ້ນ, ນີ້​ຈະ​ເປັນ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ພວກ​ເຂົາ:

66 ໃນ​ມື້​ນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ, ບໍ່​ມີ​ໃຜ​ໃນ​ບັນ​ດາ​ພວກ​ເຈົ້າ ຮັບ​ເຮົາ, ແລະ ພວກ​ເຈົ້າ​ຖືກ​ໄລ່​ອອກ​ໄປ.

67 ເມື່ອ​ເຮົາ​ເອີ້ນ​ອີກ ແຕ່​ບໍ່​ມີ​ໃຜ​ໃນ​ພວກ​ເຈົ້າ​ຕອບ; ແຕ່ ແຂນ​ຂອງ​ເຮົາ​ບໍ່​ໄດ້​ສັ້ນ​ລົງ​ຈົນ​ວ່າ​ເຮົາ​ບໍ່​ສາ​ມາດ​ໄຖ່, ຫລື ອຳນາດ​ຂອງ​ເຮົາ​ບໍ່​ສາ​ມາດ​ປົດ​ປ່ອຍ.

68 ຈົ່ງ​ເບິ່ງ, ໂດຍ​ການ​ຕິ​ຕຽນ​ຂອງ​ເຮົາ, ເຮົາ​ເຮັດ​ໃຫ້​ນ້ຳ​ທະເລ ແຫ້ງ​ລົງ. ເຮົາ​ເຮັດ​ໃຫ້​ແມ່​ນ້ຳ​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ປາ​ຂອງ​ພວກ​ເຂົາ​ສົ່ງ​ກິ່ນ​ເໝັນ, ແລະ ຕາຍໄປ​ເພາະ​ຂາດ​ນ້ຳ.

69 ເຮົາ​ຫຸ້ມ​ສະຫວັນ​ໄວ້​ດ້ວຍ​ຄວາມ​ມືດ, ແລະ ເອົາ​ຜ້າ​ກະ​ສອບ​ມາ​ຄຸມ​ໄວ້.

70 ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ ຢ່າງ​ນີ້​ຈາກ​ມື​ຂອງ​ເຮົາ​—ພວກ​ເຈົ້າ​ຈະ​ຕ້ອງ​ນອນ​ລົງ​ໃນ​ຄວາມ​ເສົ້າ​ສະ​ຫລົດ​ໃຈ.

71 ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ບໍ່​ມີ​ໃຜ​ຈະ​ປົດ​ປ່ອຍ​ພວກ​ເຈົ້າ; ເພາະ​ວ່າ​ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ ເມື່ອ​ເຮົາ​ເອີ້ນ​ພວກ​ເຈົ້າ​ຈາກ​ສະຫວັນ; ພວກ​ເຈົ້າ​ບໍ່​ເຊື່ອ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ແລະ ເມື່ອ​ພວກ​ເຂົາ​ຖືກ ສົ່ງ​ມາ​ຫາ​ພວກ​ເຈົ້າ, ພວກ​ເຈົ້າ​ບໍ່​ຮັບ​ເອົາ​ພວກ​ເຂົາ.

72 ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້ ຜະ​ນຶກ​ປະຈັກ​ພະຍານ ແລະ ຜູກ​ມັດ​ກົດ​ໄວ້, ແລະ ພວກ​ເຈົ້າ​ໄດ້​ຖືກ​ສົ່ງ​ໄປ​ສູ່​ຄວາມ​ມືດ.

73 ຄົນ​ເຫລົ່າ​ນັ້ນ​ຈະ​ອອກ​ໄປ​ສູ່​ຄວາມ​ມືດ​ພາຍ​ນອກ, ບ່ອນ​ທີ່​ມີ​ການ ຮ້ອງ​ໄຫ້, ແລະ ການ​ຄວນ​ຄາງ, ແລະ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ.

74 ຈົ່ງ​ເບິ່ງ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ​ມັນ​ໄວ້. ອາແມນ.