ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 135


ພາກ​ທີ 135

ການ​ປະ​ກາດ​ເຖິງ​ການ​ຕາຍ​ເພາະ​ຄວາມ​ເຊື່ອ​ຂອງ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ອ້າຍ​ຂອງ​ເພິ່ນ, ໄຮຣຳ ສະມິດ ຜູ້​ເປັນປິຕຸ, ທີ່​ເມືອງ​ຄາດເທດ, ລັດ​ອິ​ລິ​ນອຍ, ວັນທີ 27 ເດືອນ​ມິຖຸນາ, 1844. ເອກະ​ສານ​ນີ້​ໄດ້​ຖືກ​ຕື່ມ​ໃສ່​ໃນ​ທ້າຍ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ຊຸດ​ສະບັບ 1844, ຊຶ່ງ​ເກືອບ​ພ້ອມ​ແລ້ວ ສຳ​ລັບ​ການ​ພິມ ເມື່ອ​ໂຈເຊັບ ແລະ ໄຮຣຳ ໄດ້​ຖືກ​ຂ້າ.

1–2, ໂຈເຊັບ ແລະ ໄຮຣຳ ໄດ້​ຖືກ​ສັງ​ຫານ​ໃນ​ຄຸກ​ຄາດເທດ; 3, ຖານະ​ອັນ​ສູງ​ສຸດ​ຂອງ​ສາດ​ສະ​ດາ​ໄດ້​ຖືກ​ປ່າວ​ປະ​ກາດ; 4–7, ເລືອດ​ບໍ​ລິ​ສຸດ​ຂອງ​ພວກ​ເພິ່ນ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ ແລະ ຄວາມ​ສັກ​ສິດ​ຂອງ​ວຽກ​ງານ.

1 ເພື່ອ​ຜະ​ນຶກ​ປະຈັກ​ພະຍານ​ຂອງ​ໜັງ​ສື​ເຫລັ້ມ​ນີ້ ແລະ ພຣະ​ຄຳ​ພີ​ມໍມອນ, ພວກ​ເຮົາ​ຂໍ​ປະ​ກາດ​ເຖິງ ການ​ຕາຍ​ເພາະ​ຄວາມ​ເຊື່ອ​ຂອງ ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ແລະ ໄຮຣຳ ສະມິດ ຜູ້​ເປັນປິຕຸ. ພວກ​ເພິ່ນ​ໄດ້​ຖືກ​ຍິງ​ໃນ ຄຸກ​ຄາດເທດ, ວັນທີ 27 ເດືອນ​ມິຖຸນາ, 1844, ປະ​ມານ​ຫ້າ​ໂມງ​ແລງ, ໂດຍ​ກຸ່ມ​ອັນ​ຕະ​ພານ—​ທາ​ໜ້າ​ດ່າງ​ດຳ—ປະ​ມານ 150 ເຖິງ 200 ຄົນ. ໄຮຣຳ​ໄດ້​ຖືກ​ຍິງ​ກ່ອນ ແລະ ລົ້ມລົງ, ໂດຍ​ຮ້ອງ​ວ່າ: ເຮົາຕາຍ​ແທ້ໆ​ແລ້ວ! ໂຈເຊັບ​ໄດ້​ໂດດ​ຈາກ​ປ່ອງ​ຢ້ຽມ, ແລະ ຖືກ​ຍິງ​ຕາຍ​ໃນ​ຂະນະ​ທີ່​ໂດດ​ລົງ, ໂດຍ​ຮ້ອງ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ! ພວກ​ເພິ່ນ​ທັງ​ສອງ​ໄດ້​ຖືກ​ຍິງ​ອີກ​ຫລັງ​ຈາກ​ຕາຍ​ແລ້ວ, ໃນ​ວິ​ທີ​ທີ່​ໂຫດ​ຮ້າຍ, ແລະ ທັງ​ສອງ​ໄດ້​ຖືກ​ລູກ​ປືນ​ສີ່​ນັດ.

2 ຈອນ ເທ​ເລີ ແລະ ວິວ​ເລີດ ຣິ​ເຈີດສ໌, ສອງ​ຄົນ​ທີ່​ເປັນ​ອັກຄະ​ສາວົກ​ສິບ​ສອງ, ໄດ້​ຢູ່​ໃນ​ຫ້ອງ​ໃນ​ເວລາ​ນັ້ນ; ຄົນ​ທຳ​ອິດ​ໄດ້​ຮັບ​ບາດ​ເຈັບ​ໂດຍ​ວິ​ທີ​ທີ່​ປ່າ​ເຖື່ອນ​ດ້ວຍ​ລູກ​ປືນ​ສີ່​ນັດ, ແຕ່​ຈາກ​ນັ້ນ​ໄດ້​ຫາຍ​ດີ​ເປັນ​ປົກ​ກະ​ຕິ​ແລ້ວ; ຄົນ​ທີ​ສອງ, ດ້ວຍ​ການ​ອາ​ລັກ​ຂາ​ຂອງ​ພຣະ​ເຈົ້າ, ໄດ້​ຫລົບ​ທັນ, ໂດຍ​ບໍ່​ມີ​ຮູ​ລູກ​ປືນ​ແມ່ນ​ແຕ່​ຮູ​ດຽວ​ຢູ່​ທີ່​ເສື້ອ​ຜ້າ​ຂອງ​ລາວ.

3 ໂຈເຊັບ ສະມິດ, ຜູ້​ເປັນ ສາດ​ສະ​ດາ ແລະ ຜູ້​ພະ​ຍາ​ກອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເຮັດ​ເພື່ອ​ຄວາມ​ລອດ​ຂອງ​ມະນຸດ​ໃນ​ໂລກ​ນີ້​ຫລາຍ​ກວ່າ​ຄົນ​ອື່ນ, ຍົກ​ເວັ້ນ​ແຕ່​ພຣະ​ເຢຊູ​ເທົ່າ​ນັ້ນ. ໃນ​ໄລ​ຍະ​ເວລາ​ສັ້ນໆ​ຊາວ​ປີ, ເພິ່ນ​ໄດ້​ນຳ​ພຣະ​ຄຳ​ພີ​ມໍມອນ​ອອກ​ມາ, ຊຶ່ງ​ເພິ່ນ​ໄດ້​ແປ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຈາກ​ພຣະ​ເຈົ້າ, ແລະ ໄດ້​ເປັນ​ເຄື່ອງ​ມື​ໃຫ້​ພິມ​ໃນ​ສອງ​ທະ​ວີບ; ໄດ້​ສົ່ງ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ, ຊຶ່ງ​ມີ​ຢູ່​ໃນ​ນັ້ນ, ໄປ​ຍັງ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ; ໄດ້​ນຳ​ການ​ເປີດ​ເຜີຍ ແລະ ພຣະ​ບັນ​ຍັດ​ອອກ​ມາ ຊຶ່ງ​ຮວມ​ເປັນ​ໜັງ​ສື ຄຳ​ສອນ ແລະ ພັນທະ​ສັນ​ຍາ​ເຫລັ້ມ​ນີ້, ແລະ ເປັນ​ເອ​ກະ​ສານ ແລະ ຄຳ​ແນະນຳ​ທີ່​ສະຫລາດ​ອື່ນໆ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ​ຫລານ​ມະນຸດ; ໄດ້​ເຕົ້າ​ໂຮມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ພັນ​ຄົນ, ໄດ້​ສ້າງ​ຕັ້ງ ເມືອງ​ໃຫຍ່​ແຫ່ງ​ໜຶ່ງ, ແລະ ໄດ້​ຝາກ​ກຽດ​ຕິ​ຍົດ ແລະ ຊື່​ສຽງ​ທີ່​ບໍ່​ມີ​ວັນ​ທຳ​ລາຍ​ໄວ້. ເພິ່ນ​ໄດ້​ດຳ​ເນີນ​ຊີ​ວິດ​ຢ່າງ​ສູງ​ສົ່ງ, ແລະ ເພິ່ນ​ໄດ້​ຕາຍ​ຢ່າງ​ສູງ​ສົ່ງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ ແລະ ໃນ​ສາຍ​ຕາ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ; ແລະ ເຊັ່ນ​ດຽວ​ກັບ​ຜູ້​ຖືກ​ເຈີມ​ໄວ້​ສ່ວນ​ຫລາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສະ​ໄໝ​ບູຮານ, ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ ເລືອດ​ຂອງ​ເພິ່ນ​ເອງ; ແລະ ອ້າຍ​ຂອງ​ເພິ່ນ ໄຮຣຳ ກໍ​ຄື​ກັນ. ໃນ​ຊີ​ວິດ​ພວກ​ເພິ່ນ​ບໍ່​ເຄີຍ​ໄດ້​ແຍກ​ອອກ​ຈາກ​ກັນ, ແລະ ໃນ​ຄວາມ​ຕາຍ​ພວກ​ເພິ່ນ​ກໍ​ບໍ່​ໄດ້​ແຍກ​ອອກ​ຈາກ​ກັນ!

4 ເມື່ອ​ໂຈເຊັບ​ໄດ້​ໄປ​ເມື​ອງຄາດເທດ​ເພື່ອ​ມອບ​ຕົວ​ຕາມ​ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ທີ່​ນຳ​ຂຶ້ນ​ມາ​ອ້າງ, ສອງ ຫລື ສາມ​ມື້​ກ່ອນ​ເພິ່ນ​ຖືກ​ລອບ​ສັງ​ຫານ, ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄປ​ດັ່ງ ລູກ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ; ແຕ່​ຂ້າ​ພະ​ເຈົ້າ​ກໍ​ສະຫງົບ​ຢູ່​ດັ່ງ​ຕອນ​ເຊົ້າ​ຂອງ​ລະ​ດູ​ຮ້ອນ; ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຳ​ນຶກ​ປາດ​ສະ​ຈາກ​ຄວາມ​ຜິດ​ຕໍ່​ພຣະ​ເຈົ້າ, ແລະ ຕໍ່​ມະນຸດ​ທັງ​ປວງ. ຂ້າ​ພະ​ເຈົ້າ​ຈະ​ຕາຍ​ຢ່າງ​ຜູ້​ບໍ​ລິ​ສຸດ, ແລະ ໃນ​ວັນ​ໜຶ່ງ​ຜູ້​ຄົນ​ຈະ​ກ່າວ​ເຖິງ​ຂ້າ​ພະ​ເຈົ້າ—​ເພິ່ນ​ຖືກ​ຂ້າ​ຢ່າງ​ເລືອດ​ເຢັນ.”—​ເຊົ້າ​ວັນ​ດຽວ​ກັນ, ຫລັງ​ຈາກ​ໄຮຣຳ​ໄດ້​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ໄປ—ຈະ​ເອີ້ນ​ວ່າ​ໄປ​ຖືກ​ຂ້າ​ບໍ? ແມ່ນ​ແລ້ວ, ເພາະ​ມັນ​ເປັນ​ເຊັ່ນ​ນັ້ນ—​ເພິ່ນ​ໄດ້​ອ່ານ​ຂໍ້​ຄວາມ​ຕໍ່​ໄປ​ນີ້, ໃນ​ທ້າຍ​ບົດ​ທີ​ສິບ​ສອງ​ຂອງ​ອີເທີ, ໃນ​ພຣະ​ຄຳ​ພີ​ມໍມອນ, ແລະ ໄດ້​ພັບ​ໜ້າ​ນັ້ນ​ໄວ້:

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ພຣະ​ອົງ​ປະທານ​ຄຸນ​ງາມ​ຄວາມ​ດີ​ໃຫ້​ແກ່​ຄົນ​ຕ່າງ​ຊາດ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ໃຈ​ບຸນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຖ້າ​ຫາກ​ພວກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ມັນ​ກໍ​ບໍ່​ສຳ​ຄັນ​ສຳ​ລັບ​ເຈົ້າ, ເຈົ້າ​ເປັນ​ຄົນ​ຊື່​ສັດ; ດັ່ງ​ນັ້ນ ອາ​ພອນ​ຂອງ​ເຈົ້າ​ຈຶ່ງ​ຖືກ​ຊຳລະ​ລ້າງ​ໃຫ້ ຂາວ​ສະອາດ​ແລ້ວ. ແລະ ຍ້ອນ​ວ່າ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ເຈົ້າ​ເອງ, ເຈົ້າຈຶ່ງ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ຈົນ​ວ່າ​ສາ​ມາດ​ໄປ​ນັ່ງ​ລົງ​ໃນ​ບ່ອນ ຊຶ່ງ​ເຮົາ​ໄດ້​ຕຽມ​ໄວ້​ໃນ​ຜາ​ສາດ​ຂອງ​ພຣະ​ບິດາ​ຂອງ​ເຮົາ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ … ຂໍ​ກ່າວ​ຄຳ​ອຳ​ລາ​ຄົນ​ຕ່າງ​ຊາດ, ແທ້​ຈິງ​ແລ້ວ, ແລະ ທັງ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ຮັກ​ແພງ​ນຳ​ອີກ, ຈົນ​ກວ່າ​ພວກ​ເຮົາ​ຈະ​ພົບ​ກັນ​ອີກ​ຕໍ່​ໜ້າ ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ບ່ອນ​ທີ່​ຄົນ​ທັງ​ໝົດ​ຈະ​ຮູ້​ຈັກ​ວ່າ ອາ​ພອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຈຸດ​ດ່າງ​ດຳ​ດ້ວຍ​ເລືອດ​ຂອງ​ທ່ານ. ບັດ​ນີ້ ຜູ້​ເປັນ​ພະຍານ​ໄດ້​ສິ້ນ​ຊີ​ວິດ​ໄປ​ແລ້ວ, ແລະ ປະຈັກ​ພະຍານ​ຂອງ​ພວກ​ເພິ່ນ​ຍັງ​ມີ​ພະ​ລັງ​ຢູ່.

6 ໄຮຣຳ ສະມິດ ມີ​ອາ​ຍຸ​ໄດ້​ສີ່​ສິບ​ສີ່​ປີ​ໃນ​ເດືອນ​ກຸມພາ, 1844, ແລະ ໂຈເຊັບ ສະມິດ ມີ​ອາ​ຍຸ​ໄດ້​ສາມ​ສິບ​ແປດ​ປີ​ໃນ​ເດືອນ​ທັນວາ, 1843; ແລະ ນັບ​ແຕ່​ນີ້​ຕໍ່​ໄປ​ຊື່​ຂອງ​ພວກ​ເພິ່ນ​ຈະ​ຖືກ​ຈັດ​ໄວ້ ໃນ​ບັນ​ດາ​ຜູ້​ທີ່​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ​ສາດ​ສະ​ໜາ; ແລະ ຜູ້​ອ່ານ​ໃນ​ທຸກ​ປະ​ຊາ​ຊາດ​ຈະ​ໄດ້​ຖືກ​ເຕືອນ​ຄວາມ​ຈຳ​ວ່າ ພຣະ​ຄຳ​ພີ​ມໍມອນ, ແລະ ໜັງ​ສື​ຄຳ​ສອນ ແລະ ພັນທະ​ສັນ​ຍາ​ເຫລັ້ມ​ນີ້​ຂອງ​ສາດ​ສະ​ໜາ​ຈັກ, ຕ້ອງ​ແລກ​ດ້ວຍ​ເລືອດ​ອັນ​ປະ​ເສີດ​ຂອງ​ສັດ​ຕະ​ວັດ​ທີ​ສິບ​ເກົ້າ ເພື່ອ​ນຳ​ໜັງ​ສື​ເຫລົ່າ​ນີ້​ອອກ​ມາ​ສຳ​ລັບ​ຄວາມ​ລອດ​ຂອງ​ໂລກ​ທີ່​ເສື່ອມ​ໂຊມ​ນີ້. ແລະ​ວ່າ​ຖ້າ​ຫາກ​ໄຟ​ສາ​ມາດ​ເຜົາ​ຜານ ຕົ້ນ​ໄມ້​ສົດ​ຕົ້ນ​ໜຶ່ງ​ເພື່ອ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ແລ້ວ​ມັນ​ຈະ​ສາ​ມາດ​ເຜົາ​ໄໝ້​ຕົ້ນ​ໄມ້​ແຫ້ງ​ໄດ້​ງ່າຍ​ຂະ​ໜາດ​ໃດ ເພື່ອ​ເຮັດ​ໃຫ້​ສວນ​ອະງຸ່ນ​ທີ່​ເສື່ອມ​ໂຊມ​ລົງ​ບໍ​ລິ​ສຸດ. ພວກ​ເພິ່ນ​ໄດ້​ດຳ​ເນີນ​ຊີ​ວິດ​ເພື່ອ​ລັດ​ສະ​ໝີ​ພາບ; ພວກ​ເພິ່ນ​ໄດ້​ຕາຍ​ເພື່ອ​ລັດ​ສະ​ໝີ​ພາບ; ແລະ ລັດ​ສະ​ໝີ​ພາບ​ເປັນ​ລາງ​ວັນ​ນິ​ລັນ​ດອນ​ຂອງ​ພວກ​ເພິ່ນ. ຈາກ​ຍຸກ​ສະ​ໄໝ​ສູ່​ຍຸກ​ສະ​ໄໝ​ຊື່​ຂອງ​ພວກ​ເພິ່ນ​ຈະ​ລົງ​ໄປ​ເຖິງ​ລູກ​ຫລານ​ດັ່ງ​ເພັດ​ພອຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ແລ້ວ.

7 ພວກ​ເພິ່ນ​ເປັນ​ຜູ້​ບໍ​ລິ​ສຸດ​ຈາກ​ອາ​ຊະ​ຍາ​ກຳ​ໃດໆ​ທັງ​ສິ້ນ, ດັ່ງ​ທີ່​ພວກ​ເພິ່ນ​ໄດ້​ຮັບ​ການ​ພິ​ສູດ​ມາ​ກ່ອນ, ແລະ ໄດ້​ຖືກ​ຄຸມ​ຂັງ​ໃນ​ຄຸກ​ໂດຍ​ການ​ຄົບ​ຄິດ​ຂອງ​ຄົນ​ທໍ​ລະ​ຍົດ ແລະ ຄົນ​ຊົ່ວ; ແລະ ເລືອດ​ບໍ​ລິ​ສຸດຂອງ​ພວກ​ເພິ່ນ​ຢູ່​ເທິງ​ພື້ນ​ຄຸກ​ຄາດເທດ​ໄດ້​ເປັນ​ຕາ​ປະ​ທັບ​ອັນ​ໃຫຍ່​ທີ່​ຜະ​ນຶກ “ຄວາມ​ເຊື່ອ​ຂອງ​ຊາວ​ມໍມອນ” ທີ່​ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ໂດຍ​ສານ​ໃດໆ​ຢູ່​ໃນ​ໂລກ​ນີ້, ແລະ ເລືອດ​ບໍ​ລິ​ສຸດຂອງ​ພວກ​ເພິ່ນ​ນັ້ນ ລັດ​ອິ​ລິ​ນອຍ ຕ້ອງ​ຮັບ​ຜິດ​ຊອບ, ດ້ວຍ​ການ​ໝົດ​ສັດທາ​ຂອງ​ລັດ​ຊຶ່ງ​ປະ​ຕິ​ຍານ​ໂດຍ​ເຈົ້າ​ລັດ, ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ທີ່​ຊາວ​ໂລກ​ທັງ​ປວງ​ບໍ່​ສາ​ມາດ​ໂຕ້​ແຍ້ງ; ແລະ ເລືອດ​ບໍ​ລິ​ສຸດຂອງ​ພວກ​ເພິ່ນ​ຢູ່​ເທິງ​ປ້າຍ​ແຫ່ງ​ເສ​ລີ​ພາບ, ແລະ ຢູ່​ເທິງ​ກົດ​ອັນ​ໃຫຍ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ເປັນ​ອັກຄະທູດ​ໃຫ້ສາດ​ສະ​ໜາ​ຂອງ​ພຣະ​ເຢຊູ​ຄຣິດ, ທີ່​ຈະ​ສຳ​ພັດ​ໃຈ​ຂອງ​ຄົນ​ທີ່​ຊື່​ສັດ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ; ແລະ ເລືອດ​ບໍ​ລິ​ສຸດຂອງ​ພວກ​ເພິ່ນ, ພ້ອມ​ດ້ວຍ​ເລືອດ​ບໍ​ລິ​ສຸດ​ຂອງ​ຜູ້​ຕາຍ​ຍ້ອນ​ຄວາມ​ເຊື່ອ​ທັງ​ປວງ​ພາຍ​ໃຕ້ ແທ່ນ​ທີ່​ໂຢຮັນ​ໄດ້​ເຫັນ, ຈະ​ຮ້ອງ​ທູນ​ຈອມ​ໂຍທາ ຈົນ​ກວ່າ​ພຣະ​ອົງ​ຈະ​ແກ້​ແຄ້ນ​ໃຫ້​ເລືອດ​ນັ້ນ​ເທິງ​ແຜ່ນ​ດິນ​ໂລກ. ອາແມນ.