ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 136


ພາກ​ທີ 136

ພຣະ​ຄຳ ແລະ ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ມອບ​ໃຫ້​ຜ່ານ​ປະທານ​ບຣິ​ກຳ ຢັງ ທີ່​ເມືອງ​ວິນ​ເຕີ​ຄວດ​ເຕີສ໌, ຄ້າຍ​ອິດສະ​ຣາເອນ, ໂອ​ມາ​ຮາ ເນ​ເຊິນ, ຢູ່​ຝັ່ງ​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ມີ​ເຊີຣີ, ໃກ້​ຄັນ​ໂຊ ບລັບສ໌, ລັດ​ໄອ​ໂອ​ວາ.

1–16, ວິ​ທີ​ວາງ​ລະບຽບ​ຄ້າຍ​ອິດສະ​ຣາເອນ​ໃນ​ການ​ເດີນ​ທາງ​ໄປ​ທາງ​ຕາ​ເວັນ​ຕົກ​ໄດ້​ຖືກ​ອະ​ທິ​ບາຍ​ໄວ້; 17–27, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ບັນ​ຊາ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ​ຫລາຍໆ​ຂໍ້; 28–33, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ຮ້ອງ​ເພງ, ເຕັ້ນ​ລຳ, ອະ​ທິ​ຖານ, ແລະ ຮຽນ​ຮູ້​ປັນ​ຍາ; 34–42, ສາດ​ສະ​ດາ​ທັງ​ຫລາຍ​ໄດ້​ຖືກ​ຂ້າ​ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ໄດ້​ຮັບ​ກຽດ ແລະ ຄົນ​ຊົ່ວ​ຈະ​ຖືກ​ກ່າວ​ໂທດ.

1 ພຣະ​ຄຳ ແລະ ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຄ້າຍ​ອິດສະ​ຣາເອນ ໃນ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ​ໄປ​ທາງ​ຕາ​ເວັນ​ຕົກ:

2 ໃຫ້​ຜູ້​ຄົນ​ທັງ​ປວງ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແລະ ຄົນ​ທີ່​ເດີນ​ທາງ​ໄປ​ກັບ​ພວກ​ເຂົາ, ໄດ້​ຖືກ​ຈັດ​ຕັ້ງ​ເປັນ​ກຸ່ມໆ, ພ້ອມ​ດ້ວຍ​ພັນທະ​ສັນ​ຍາ ແລະ ຄຳ​ສັນ​ຍາ​ທີ່​ຈະ​ຮັກ​ສາ ພຣະ​ບັນ​ຍັດ​ທຸກ​ປະ​ການ ແລະ ຂໍ້​ກຳ​ນົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ.

3 ໃຫ້​ແຕ່​ລະ​ກຸ່ມ​ແຕ່ງ​ຕັ້ງ​ຜູ້​ໜຶ່ງ​ເປັນ​ຫົວ​ໜ້າ​ກຸ່ມ​ຂອງ ໜຶ່ງ​ຮ້ອຍ​ຄົນ, ຫົວ​ໜ້າ​ກຸ່ມ​ຂອງ​ຫ້າ​ສິບ​ຄົນ, ແລະ ຫົວ​ໜ້າ​ກຸ່ມ​ຂອງ​ສິບ​ຄົນ, ພ້ອມ​ດ້ວຍ​ປະທານ ແລະ ທີ່​ປຶກ​ສາ​ສອງ​ຄົນ​ຂອງ​ລາວ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ອັກຄະ​ສາວົກ​ສິບ​ສອງ.

4 ແລະ ນີ້​ຈະ​ເປັນ ພັນທະ​ສັນ​ຍາ​ຂອງ​ພວກ​ເຂົາ—ວ່າ​ພວກ​ເຮົາ​ຈະ ດຳ​ເນີນ​ຊີ​ວິດ​ຕາມ ພິ​ທີ​ການ​ທັງ​ປວງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

5 ໃຫ້​ແຕ່​ລະ​ກຸ່ມ​ຈັດ​ຕຽມ​ຕົນ​ເອງ​ດ້ວຍ​ສັດ​ລາກ​ກວຽນ, ກວຽນ, ສະ​ບຽງ​ອາຫານ, ເຄື່ອງ​ນຸ່ງ​ຫົ່ມ, ແລະ ສິ່ງ​ຂອງ​ຈຳ​ເປັນ​ອື່ນໆ​ສຳ​ລັບ​ການ​ເດີນ​ທາງ, ຕາມ​ທີ່​ພວກ​ເຂົາ​ສາ​ມາດ.

6 ເມື່ອ​ກຸ່ມ​ຕ່າງໆ​ໄດ້​ຖືກ​ຈັດ​ຕຽມ​ແລ້ວ ໃຫ້​ພວກ​ເຂົາ​ໄປ​ດ້ວຍ​ຄວາມ​ສຸດ​ກຳ​ລັງ​ຂອງ​ພວກ​ເຂົາ, ເພື່ອ​ຕຽມ​ສຳ​ລັບ​ຄົນ​ທີ່​ຈະ​ຢູ່​ຕໍ່​ໄປ.

7 ໃຫ້​ແຕ່​ລະ​ກຸ່ມ, ພ້ອມ​ດ້ວຍ​ຫົວ​ໜ້າ​ກຸ່ມ ແລະ ປະທານ​ຂອງ​ເຂົາ​ເຈົ້າ, ພິ​ຈາ​ລະ​ນາ​ວ່າ ມີ​ຈັກ​ຄົນ​ທີ່​ຈະ​ໄປ​ໄດ້​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ປີ​ຕໍ່​ໄປ; ຈາກ​ນັ້ນ​ໃຫ້​ເລືອກ​ເອົາ​ຊາຍ​ທີ່​ມີ​ຄວາມ​ສາ​ມາດ ແລະ ຊຳ​ນານ​ຈຳນວນ​ຫລາຍ​ພໍ, ເພື່ອ​ເອົາ​ຂະ​ບວນ​ກວຽນ, ເມັດ​ພືດ, ແລະ ເຄື່ອງ​ມື​ເຮັດ​ຮົ້ວ​ສວນ​ໄປ​ໃນ​ຖານະ​ເປັນ​ຜູ້​ບຸກ​ເບີກ​ໃນ​ການ​ຕຽມ​ປູກ​ພືດ​ພັນ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ.

8 ໃຫ້​ແຕ່​ລະ​ກຸ່ມ​ແບກ​ຫາບ​ພາ​ລະ​ໃຫ້​ເທົ່າ​ທຽມ​ກັນ, ຕາມ​ຊັບ​ສິນ​ຂອງ​ພວກ​ເຂົາ​ທີ່​ໄດ້​ແບ່ງ​ໃຫ້, ໃນ​ການ​ຮັບ​ເອົາ ຄົນ​ຍາກ​ຈົນ, ແມ່​ໝ້າຍ, ເດັກ​ກຳ​ພ້າ​ພໍ່, ແລະ ຄອບ​ຄົວ​ຂອງ​ຄົນ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ທັບ, ເພື່ອ​ວ່າ​ສຽງ​ຮ້ອງ​ຂອງ​ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ​ພໍ່​ຈະ​ບໍ່​ຂຶ້ນ​ມາ​ເຖິງ​ພຣະ​ກັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຟ້ອງ​ຜູ້​ຄົນ​ເຫລົ່າ​ນີ້.

9 ໃຫ້​ແຕ່​ລະ​ກຸ່ມ​ຕຽມ​ບ້ານ​ເຮືອນ, ແລະ ທົ່ງ​ໄວ້​ປູກ​ພືດ​ພັນ, ໄວ້​ໃຫ້​ຄົນ​ທີ່​ຈະ​ຢູ່​ຕໍ່​ໄປ​ໃນ​ລະ​ດູ​ນີ້; ແລະ ນີ້​ຄື​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ.

10 ໃຫ້​ທຸກ​ຄົນ​ໃຊ້​ອິດ​ທິ​ພົນ ແລະ ຊັບ​ສົມ​ບັດ​ທັງ​ປວງ​ຂອງ​ຕົນ ເພື່ອ​ພາ​ຜູ້​ຄົນ​ເຫລົ່າ​ນີ້​ອອກ​ໄປ​ຫາ​ສະຖານ​ທີ່​ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕັ້ງ ສະເຕກ​ແຫ່ງ​ຊີໂອນ.

11 ແລະ ຖ້າ​ຫາກ​ພວກ​ເຈົ້າ​ເຮັດ​ສິ່ງ​ນີ້​ດ້ວຍ​ໃຈ​ທີ່​ບໍ​ລິ​ສຸດ, ດ້ວຍ​ສຸດ​ຄວາມ​ຊື່​ສັດ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ພອນ; ພວກ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ໃນ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຈົ້າ, ແລະ ໃນ​ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຈົ້າ, ແລະ ໃນ​ທົ່ງ​ຂອງ​ພວກ​ເຈົ້າ, ແລະ ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ, ແລະ ໃນ​ຄອບ​ຄົວ​ຂອງ​ພວກ​ເຈົ້າ.

12 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອ​ຊະ​ຣາ ທີ ເບັນ​ສັນ ແລະ ອີ​ຣາ​ສະ​ຕັສ ສະ​ໂນ ຈັດ​ຕຽມ​ກຸ່ມ​ໜຶ່ງ.

13 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ພະແຣັດ ແລະ ວິວເຝີດ ວູດຣັບ ຈັດ​ຕຽມ​ກຸ່ມ​ໜຶ່ງ.

14 ພ້ອມ​ນີ້, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອາມາສາ ໄລມັນ ແລະ ຈອດ ເອ ສະມິດ ຈັດ​ຕຽມ​ກຸ່ມ​ໜຶ່ງ.

15 ແລະ ກຳ​ນົດ​ປະທານ, ແລະ ຫົວ​ໜ້າ​ກຸ່ມ​ຂອງ​ໜຶ່ງ​ຮ້ອຍ​ຄົນ, ແລະ ຂອງ​ຫ້າ​ສິບ​ຄົນ, ແລະ ຂອງ​ສິບ​ຄົນ.

16 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທີ່​ໄດ້​ກຳ​ນົດ​ໄວ້​ອອກ​ໄປ ແລະ ສິດ​ສອນ​ເລື່ອງ​ນີ້, ຄວາມ​ປະສົງ​ຂອງ​ເຮົາ, ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ພ້ອມ​ທີ່​ຈະ​ໄປ​ສູ່​ແຜ່ນ​ດິນ​ແຫ່ງ​ສັນ​ຕິ​ສຸກ.

17 ຈົ່ງ​ໄປ​ຕາມ​ທາງ​ຂອງ​ພວກ​ເຈົ້າ ແລະ ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ເຈົ້າ, ແລະ ຢ່າ​ຢ້ານ​ກົວ​ສັດ​ຕູ​ຂອງ​ພວກ​ເຈົ້າ; ເພາະ​ພວກ​ເຂົາ​ບໍ່​ມີ​ອຳນາດ​ທີ່​ຈະ​ຢຸດ​ຢັ້ງ​ວຽກ​ງານ​ຂອງ​ເຮົາ​ໄດ້.

18 ຊີໂອນ​ຈະ​ຖືກ ໄຖ່​ຖອນ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ.

19 ແລະ ຖ້າ​ຫາກ​ຄົນ​ໃດ​ສະແຫວງ​ຫາ​ທີ່​ຈະ​ເສີມ​ສ້າງ​ຕົນ​ເອງ, ແລະ ບໍ່​ໄດ້​ສະແຫວງ​ຫາ ຄຳ​ແນະນຳ​ຂອງ​ເຮົາ, ແລ້ວ​ເຂົາ​ຈະ​ບໍ່​ມີ​ອຳນາດ, ແລະ ຄວາມ​ໂງ່​ຈ້າ​ຂອງ​ເຂົາ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ.

20 ຈົ່ງ​ສະແຫວງ​ຫາ; ແລະ ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ມີ​ຕໍ່​ກັນ; ແລະ ຢ່າ ໂລບ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ.

21 ຈົ່ງ ຮັກ​ສາ​ຕົນ​ເອງ​ຈາກ​ຄວາມ​ຊົ່ວ​ທີ່​ຈະ​ກ່າວ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ, ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແມ່ນ​ແຕ່ ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ, ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ແລະ ຂອງ​ອີ​ຊາກ ແລະ ຂອງ​ຢາໂຄບ.

22 ເຮົາ​ຄື​ຜູ້​ນັ້ນ​ທີ່​ໄດ້​ນຳ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ອອກ​ຈາກ​ແຜ່ນ​ດິນ​ເອຢິບ; ແລະ ແຂນ​ຂອງ​ເຮົາ​ເດ່​ອອກ​ໄປ​ໃນ​ຍຸກ​ສຸດ​ທ້າຍ, ເພື່ອ ຊ່ວຍ​ກູ້​ອິດສະ​ຣາເອນ​ຜູ້​ຄົນ​ຂອງ​ເຮົາ.

23 ຈົ່ງ​ເຊົາ ຂັດ​ແຍ້ງ​ກັນ; ຈົ່ງ​ເຊົາ ນິນ​ທາ​ຊຶ່ງ​ກັນ​ແລະ​ກັນ.

24 ຈົ່ງ ເຊົາ​ມຶນ​ເມົາ; ແລະ ໃຫ້​ຖ້ອຍ​ຄຳ​ຂອງ​ພວກ​ເຈົ້າ ເສີມ​ສ້າງ​ກັນ​ແລະ​ກັນ.

25 ຖ້າ​ຫາກ​ພວກ​ເຈົ້າ​ກູ້​ຢືມ​ສິ່ງ​ຂອງ​ຂອງ​ເພື່ອນ​ບ້ານ, ພວກ​ເຈົ້າ​ຕ້ອງ​ສົ່ງ​ຄືນ​ສິ່ງ​ທີ່​ພວກ​ເຈົ້າ ຢືມ​ມາ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ຈ່າຍ​ຄືນ​ໃຫ້​ເຂົາ​ບໍ່​ໄດ້ ກໍ​ໃຫ້​ຟ້າວ​ໄປ​ບອກ​ເພື່ອນ​ບ້ານ​ຂອງ​ພວກ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ກ່າວ​ໂທດ​ພວກ​ເຈົ້າ.

26 ຖ້າ​ຫາກ​ພວກ​ເຈົ້າ​ພົບ​ເຫັນ​ສິ່ງ​ທີ່​ເພື່ອນ​ບ້ານ​ຂອງ​ພວກ​ເຈົ້າ​ເຮັດ ເສຍ, ພວກ​ເຈົ້າ​ຈະ​ຕ້ອງ​ຊອກ​ຫາ​ເຈົ້າ​ຂອງ​ດ້ວຍ​ຄວາມ​ພາກ​ພຽນ​ຈົນ​ວ່າ​ພວກ​ເຈົ້າ​ຈະ​ມອບ​ສິ່ງ​ນັ້ນ​ຄືນ​ໃຫ້​ເຂົາ.

27 ຈົ່ງ ພາກ​ພຽນ​ໃນ​ການ​ຮັກ​ສາ​ສິ່ງ​ທີ່​ພວກ​ເຈົ້າ​ມີ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເປັນ ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະຫລາດ; ເພາະ​ວ່າ​ມັນ​ເປັນ​ຂອງ​ປະທານ​ທີ່​ມອບ​ໃຫ້​ລ້າໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພຣະ​ອົງ.

28 ຖ້າ​ຫາກ​ພວກ​ເຈົ້າ​ມ່ວນ​ຊື່ນ, ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ ການ​ຮ້ອງ​ເພງ, ດ້ວຍ​ດົນ​ຕີ, ດ້ວຍ ການ​ເຕັ້ນ​ລຳ, ແລະ ດ້ວຍ ຄຳ​ອະ​ທິ​ຖານ​ທີ່​ເປັນ​ຄວາມ​ສັນ​ລະ​ເສີນ ແລະ ຄວາມ​ຂອບ​ພຣະ​ໄທ.

29 ຖ້າ​ຫາກ​ພວກ​ເຈົ້າ ເສົ້າ​ສະ​ຫລົດ​ໃຈ, ຈົ່ງ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ການ​ອ້ອນ​ວອນ, ເພື່ອ​ວ່າ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ຈະ ຊື່ນ​ຊົມ.

30 ຢ່າ​ຢ້ານ​ກົວ​ສັດ​ຕູ​ຂອງ​ພວກ​ເຈົ້າ, ເພາະ​ວ່າ​ພວກ​ເຂົາ​ຢູ່​ໃນ​ມື​ຂອງ​ເຮົາ ແລະ ເຮົາ​ຈະ​ເຮັດ​ກັບ​ພວກ​ເຂົາ​ຕາມ​ໃຈ​ຂອງ​ເຮົາ.

31 ຜູ້​ຄົນ​ຂອງ​ເຮົາ​ຕ້ອງ​ຖືກ ທົດ​ລອງ​ໃນ​ທຸກ​ສິ່ງ​ທັງ​ປວງ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຕຽມ​ພ້ອມ​ຮັບ ລັດ​ສະ​ໝີ​ພາບ​ທີ່​ເຮົາ​ມີ​ໄວ້​ໃຫ້​ພວກ​ເຂົາ, ແມ່ນ​ແຕ່​ລັດ​ສະ​ໝີ​ພາບ​ຂອງ​ຊີໂອນ; ແລະ ຄົນ​ໃດ​ທີ່​ບໍ່​ອົດ​ທົນ​ກັບ ການ​ຕີ​ສອນ ຄົນໆ​ນັ້ນ​ກໍ​ບໍ່​ມີ​ຄ່າ​ຄວນ​ພໍ​ສຳ​ລັບ​ອາ​ນາ​ຈັກ​ຂອງ​ເຮົາ.

32 ໃຫ້​ຄົນ​ທີ່​ໂງ່​ຈ້າ​ຮຽນ​ຮູ້ ປັນ​ຍາ​ໂດຍ ການ​ຖ່ອມ​ຕົວ ແລະ ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ, ເພື່ອ​ວ່າ​ຕາ​ຂອງ​ເຂົາ​ຈະ​ຖືກ​ເປີດ ເພື່ອ​ວ່າ​ເຂົາ​ຈະ​ຫລຽວ​ເຫັນ, ແລະ ຫູ​ຂອງ​ເຂົາ​ຈະ​ຖືກ​ເປີດ ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຍິນ;

33 ເພາະ ວິນ​ຍານ​ຂອງ​ເຮົາ​ໄດ້​ຖືກ​ສົ່ງ​ອອກ​ໄປ​ໃນ​ໂລກ​ເພື່ອ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຄົນ​ຖ່ອມ​ຕົວ ແລະ ສຳ​ນຶກ​ຜິດ, ແລະ ເພື່ອ​ການ​ກ່າວ​ໂທດ​ຄົນ​ອະທຳ.

34 ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ​ໄດ້​ປະ​ຕິ​ເສດ​ພວກ​ເຈົ້າ ແລະ ປະຈັກ​ພະຍານ​ຂອງ​ພວກ​ເຈົ້າ, ໝາຍ​ເຖິງ​ປະ​ຊາ​ຊາດ​ທີ່​ໄດ້ ຂັບ​ໄລ່​ພວກ​ເຈົ້າ​ອອກ​ໄປ;

35 ແລະ ບັດ​ນີ້ ວັນ​ແຫ່ງ​ຄວາມ​ສູນ​ເສຍ​ຂອງ​ພວກ​ເຂົາ​ຈະ​ມາ​ເຖິງ, ແມ່ນ​ແຕ່​ວັນ​ແຫ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ, ເໝືອນ​ຜູ້​ຍິງ​ໃກ້​ຈະ​ຄອດ​ລູກ; ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຂົາ​ຈະ​ໃຫຍ່​ຫລວງ ຍົກ​ເວັ້ນ​ແຕ່ ພວກ​ເຂົາ​ຈະ​ກັບ​ໃຈ​ຢ່າງ​ໄວ, ແທ້​ຈິງ​ແລ້ວ, ຢ່າງ​ໄວ​ແທ້ໆ.

36 ເພາະ​ພວກ​ເຂົາ​ໄດ້​ຂ້າ​ສາດ​ສະ​ດາ, ແລະ ຄົນ​ທີ່​ໄດ້​ຖືກ​ສົ່ງ​ໄປ​ຫາ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ, ຊຶ່ງ​ຮ້ອງ​ຈາກ​ພື້ນ​ດິນ​ຟ້ອງ​ພວກ​ເຂົາ.

37 ສະນັ້ນ, ຢ່າ​ປະ​ຫລາດ​ໃຈ​ໃນ​ເລື່ອງ​ເຫລົ່າ​ນີ້, ເພາະ​ວ່າ​ພວກ​ເຈົ້າ​ຍັງ​ບໍ່ ບໍ​ລິ​ສຸດ​ເທື່ອ; ພວກ​ເຈົ້າ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ຍັງ​ບໍ່​ໄດ້​ເທື່ອ; ແຕ່​ພວກ​ເຈົ້າ​ຈະ​ໄດ້​ເຫັນ​ມັນ ຖ້າ​ຫາກ​ພວກ​ເຈົ້າ​ຊື່​ສັດ​ໃນ​ການ​ຮັກ​ສາ​ຖ້ອຍ​ຄຳ​ທັງ​ໝົດ​ຂອງ​ເຮົາ​ທີ່​ເຮົາ​ໄດ້ ມອບ​ໃຫ້​ແກ່​ພວກ​ເຈົ້າ, ຈາກ​ວັນ​ເວລາ​ຂອງ​ອາດາມ​ເຖິງ​ອັບ​ຣາ​ຮາມ, ຈາກ ອັບ​ຣາ​ຮາມ​ເຖິງ​ໂມເຊ, ຈາກ​ໂມເຊ​ເຖິງ​ພຣະ​ເຢຊູ ແລະ ອັກຄະ​ສາວົກ​ຂອງ​ພຣະ​ອົງ, ແລະ ຈາກ​ພຣະ​ເຢຊູ ແລະ ອັກຄະ​ສາວົກ​ຂອງ​ພຣະ​ອົງ​ເຖິງ​ໂຈເຊັບ ສະມິດ, ຜູ້​ທີ່​ເຮົາ​ໄດ້​ເອີ້ນ​ຫາ​ໂດຍ ເຫລົ່າ​ທູດ​ຂອງ​ເຮົາ, ຜູ້​ຮັບ​ໃຊ້​ທີ່​ປະ​ຕິ​ບັດ​ຂອງ​ເຮົາ, ແລະ ໂດຍ​ສຽງ​ຂອງ​ເຮົາ​ເອງ​ອອກ​ຈາກ​ສະຫວັນ, ເພື່ອ​ນຳ​ວຽກ​ງານ​ຂອງ​ເຮົາ​ອອກ​ມາ;

38 ຊຶ່ງ​ຮາກ​ຖານ​ນັ້ນ​ລາວ​ໄດ້​ວາງ​ໄວ້, ແລະ ລາວ​ຊື່​ສັດ; ແລະ ເຮົາ​ໄດ້​ຮັບ​ເອົາ​ລາວ​ໄວ້​ກັບ​ຕົວ​ເຮົາ​ເອງ.

39 ຫລາຍ​ຄົນ​ໄດ້​ປະ​ຫລາດ​ໃຈ​ເພາະ​ການ​ຕາຍ​ຂອງ​ລາວ; ແຕ່​ມັນ​ຈຳ​ເປັນ​ທີ່​ລາວ​ຈະ ຜະ​ນຶກ ປະຈັກ​ພະຍານ​ຂອງ​ລາວ​ໄວ້​ດ້ວຍ ເລືອດ​ຂອງ​ລາວ, ເພື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ກຽດ ແລະ ຄົນ​ຊົ່ວ​ຈະ​ຖືກ​ກ່າວ​ໂທດ.

40 ເຮົາ​ບໍ່​ໄດ້​ປົດ​ປ່ອຍ​ພວກ​ເຈົ້າ​ຈາກ ສັດ​ຕູ​ຂອງ​ພວກ​ເຈົ້າ​ບໍ, ໃນ​ວິ​ທີ​ດຽວ​ເທົ່າ​ນັ້ນ​ທີ່​ເຮົາ​ໄດ້​ຝາກ​ພະຍານ​ເຖິງ​ນາມ​ຂອງ​ເຮົາ​ໄວ້?

41 ບັດ​ນີ້, ສະນັ້ນ, ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ແຫ່ງ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ແລະ ພວກ​ເຈົ້າ​ແອວເດີ​ຈົ່ງ​ຟັງ​ນຳ​ກັນ; ພວກ​ເຈົ້າ​ໄດ້​ຮັບ ອາ​ນາ​ຈັກ​ຂອງ​ເຮົາ​ແລ້ວ.

42 ຈົ່ງ​ພາກ​ພຽນ​ໃນ​ການ​ຮັກ​ສາ​ບັນ​ຍັດ​ທັງ​ໝົດ​ຂອງ​ເຮົາ, ຖ້າ​ບໍ່​ດັ່ງ​ນັ້ນ​ການ​ພິ​ພາກ​ສາ​ຈະ​ມາ​ເຖິງ​ພວກ​ເຈົ້າ, ແລະ ສັດທາ​ຂອງ​ພວກ​ເຈົ້າ​ຈະ​ລົ້ມ​ເຫລວ, ແລະ ສັດ​ຕູ​ຂອງ​ພວກ​ເຈົ້າ​ຈະ​ມີ​ໄຊ​ເໜືອ​ພວກ​ເຈົ້າ. ສະນັ້ນ​ບໍ່​ມີ​ອັນ​ໃດ​ອີກ​ໃນ​ເວລາ​ນີ້. ອາແມນ ແລະ ອາແມນ.