ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 137


ພາກ​ທີ 137

ພາບ​ນິມິດ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ພຣະ​ວິຫານ​ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 21 ເດືອນ​ມັງກອນ, 1836. ເຫດ​ການ​ເທື່ອ​ນີ້​ເປັນ​ການ​ປະ​ຕິ​ບັດ​ພິ​ທີ​ການ ໃນ​ການ​ຕຽມ​ສຳ​ລັບ​ການ​ອຸ​ທິດ​ພຣະ​ວິຫານ.

1–6, ສາດ​ສະ​ດາ​ເຫັນ​ອ້າຍ​ຂອງ​ເພິ່ນ ອາລ໌​ວິນ ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ; 7–9, ຄຳ​ສອນ​ກ່ຽວ​ກັບ​ຄວາມ​ລອດ​ສຳ​ລັບ​ຄົນ​ຕາຍ​ໄດ້​ຖືກ​ເປີດ​ເຜີຍ; 10, ເດັກ​ນ້ອຍ​ທຸກ​ຄົນ​ລອດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

1 ສະຫວັນ​ໄດ້​ເປີດ​ຕໍ່​ພວກ​ເຮົາ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ອາ​ນາ​ຈັກ ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ, ແລະ ລັດ​ສະ​ໝີ​ພາບ​ຂອງ​ທີ່​ນັ້ນ, ຈະ​ຢູ່​ໃນ ຮ່າງ​ກາຍ ຫລື ນອກ​ຮ່າງ​ກາຍ​ຂ້າ​ພະ​ເຈົ້າ​ບອກ​ບໍ່​ໄດ້.

2 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ງາມ​ອັນ​ເລີດ​ລ້ຳ​ຂອງ ປະຕູ​ຊຶ່ງ​ໂດຍ​ທາງ​ນັ້ນ​ຜູ້​ເປັນ​ທາ​ຍາດ​ຂອງ​ອາ​ນາ​ຈັກ​ນັ້ນ​ຈະ​ເຂົ້າ​ໄປ, ຊຶ່ງ​ເໝືອນ​ກັບ ແປວ​ໄຟ​ທີ່​ເປັນ​ວົງ;

3 ພ້ອມ​ທັງ​ບັນ​ລັງ​ອັນ ເຈີດ​ຈ້າ​ຂອງ​ພຣະ​ເຈົ້າ, ຊຶ່ງ ພຣະ​ບິດາ ແລະ ພຣະ​ບຸດ​ໄດ້​ປະ​ທັບ​ນັ່ງ​ຢູ່​ເທິງ​ນັ້ນ.

4 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຖະ​ໜົນ​ອັນ​ສວຍ​ງາມ​ຂອງ​ອາ​ນາ​ຈັກ​ນັ້ນ, ຊຶ່ງ​ມີ​ລັກ​ສະ​ນະ​ລາດ​ດ້ວຍ ຄຳ.

5 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພໍ່ ອາດາມ ແລະ ອັບ​ຣາ​ຮາມ; ແລະ ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ແມ່​ຂອງ​ຂ້າ​ພະ​ເຈົ້າ; ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ອາລ໌​ວິນ, ທີ່​ໄດ້​ຫລັບ​ໄປ​ດົນ​ນານ​ແລ້ວ;

6 ແລະ ປະ​ຫລາດ​ໃຈ​ວ່າ​ລາວ​ໄດ້​ຮັບ​ອາ​ນາ​ຈັກ​ນັ້ນ​ເປັນ ມູນ​ມໍ​ລະ​ດົກ​ໄດ້​ແນວ​ໃດ, ໂດຍ​ທີ່​ເຫັນ​ວ່າ​ລາວ​ໄດ້​ຈາກ​ຊີ​ວິດ​ນີ້​ໄປ​ກ່ອນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລົງ​ພຣະ​ຫັດ​ຂອງ​ພຣະ​ອົງ​ເພື່ອ​ເຕົ້າ​ໂຮມ​ອິດສະ​ຣາເອນ​ເປັນ​ຄັ້ງ ທີ​ສອງ, ແລະ ຍັງ​ບໍ່​ໄດ້​ຮັບ ບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ.

7 ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້, ໂດຍ​ກ່າວ​ວ່າ: ຄົນ​ທັງ​ປວງ​ທີ່​ໄດ້​ຕາຍ​ໄປ ປາດ​ສະ​ຈາກ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ນີ້, ຜູ້​ທີ່​ຈະ​ຮັບ​ໄວ້​ຖ້າ​ຫາກ​ພວກ​ເຂົາ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ຢູ່​ຕໍ່​ໄປ, ຈະ​ເປັນ ທາ​ຍາດ​ແຫ່ງ​ອາ​ນາ​ຈັກ ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ;

8 ຜູ້​ຄົນ​ທັງ​ປວງ​ທີ່​ຈະ​ຕາຍ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ປາດ​ສະ​ຈາກ​ຄວາມ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ຄື​ກັນ, ຜູ້ ທີ່​ຈະ​ຮັບ​ມັນ​ໄວ້​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຂົາ, ຈະ​ເປັນ​ທາ​ຍາດ​ຂອງ​ອາ​ນາ​ຈັກ​ນັ້ນ;

9 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ພິ​ພາກ​ສາ​ມະນຸດ​ທັງ​ປວງ​ຕາມ ວຽກ​ງານ​ຂອງ​ພວກ​ເຂົາ, ຕາມ ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ເຂົາ.

10 ແລະ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ເດັກ​ນ້ອຍ​ທັງ​ປວງ​ຜູ້​ໄດ້​ຕາຍ​ກ່ອນ ອາ​ຍຸ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ​ກໍ ລອດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ແຫ່ງ​ສະຫວັນ​ຄື​ກັນ.