ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 14


ພາກ​ທີ 14

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ເດວິດ ວິດເມີ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ມິຖຸນາ 1829. ຄອບ​ຄົວ​ວິດເມີ ມີ​ຄວາມ​ສົນ​ໃຈ​ຫລາຍ​ນຳ​ການ​ແປ​ພຣະ​ຄຳ​ພີ​ມໍມອນ. ສາດ​ສະ​ດາ​ໄດ້​ພັກ​ຢູ່​ບ້ານ​ຂອງ​ພີເຕີ ວິດເມີ ຜູ້ພໍ່ ບ່ອນ​ເພິ່ນ​ໄດ້​ອາ​ໄສ​ຢູ່​ຈົນ​ກວ່າ​ວຽກ​ງານຂອງ​ການ​ແປ​ສຳ​ເລັດ ແລະ ລິ​ຂະ​ສິດ​ພຣະ​ຄຳ​ພີ​ກໍຮຽບ​ຮ້ອຍ. ລູກ​ຊາຍ​ສາມ​ຄົນ​ຂອງ​ຄອບ​ຄົວ​ວິດເມີ, ຊຶ່ງ​ແຕ່​ລະ​ຄົນ​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ແທ້​ແນ່​ນອນ​ຂອງ​ວຽກ​ງານ, ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຫລາຍ​ນຳ​ໜ້າ​ທີ່​ສະ​ເພາະ​ຂອງ​ຕົນ. ການ​ເປີດ​ເຜີຍ​ນີ້ ແລະ ການ​ເປີດ​ເຜີຍ​ອີກ​ສອງ​ຢ່າງ ຕິດ​ຕາມ​ພາກ​ນີ້ (ພາກທີ 15 ແລະ 16) ໄດ້​ຖືກ​ມອບ​ໃຫ້​ເປັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ ຜ່ານ​ອຸລີມ ແລະ ທຸມມີມ. ຕໍ່​ມາ​ເດວິດ ວິດເມີ ໄດ້​ກາຍ​ເປັນ​ຜູ້​ໜຶ່ງ​ໃນ​ພະຍານ​ສາມ​ຄົນ​ເຖິງ​ພຣະ​ຄຳ​ພີ​ມໍມອນ.

1–6, ຜູ້​ທຳ​ງານ​ໃນ​ສວນ​ອະງຸ່ນ​ຈະ​ໄດ້​ຮັບ​ຄວາມ​ລອດ; 7–8, ຊີ​ວິດ​ນິ​ລັນ​ດອນ​ເປັນ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະທານ​ຂອງ​ພຣະ​ເຈົ້າ; 9–11, ພຣະ​ຄຣິດ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ.

1 ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ພວມ​ຈະ​ອອກ​ມາ​ສູ່​ລູກ​ຫລານ​ມະນຸດ.

2 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ; ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຂອງ​ເຮົາ, ຊຶ່ງ​ມີ​ຊີ​ວິດ ແລະ ມີ​ພະ​ລັງ, ແຫລມ​ຄົມ​ຫລາຍ​ກວ່າ​ດາບ​ສອງ​ຄົມ, ຊຶ່ງ​ຈະ​ແຍກ​ທັງ​ຂໍ້​ຕໍ່ ແລະ ໄຂ​ໃນ​ກະ​ດູກ​ອອກ​ຈາກ​ກັນ; ສະນັ້ນ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຂອງ​ເຮົາ.

3 ຈົ່ງ​ເບິ່ງ, ທົ່ງ​ກໍ​ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ; ສະນັ້ນ, ຜູ້​ໃດ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ, ກໍ​ໃຫ້​ເຂົາ​ເດ່​ກ່ຽວ​ຂອງ​ເຂົາ​ອອກ​ໄປ​ດ້ວຍ​ສຸດ​ພະ​ລັງ​ຂອງ​ເຂົາ, ແລະ ເກັບ​ກ່ຽວ​ໃນ​ຂະນະ​ທີ່​ຍັງ​ເວັນ​ຢູ່, ເພື່ອ​ເຂົາ​ຈະ​ໄດ້​ສະ​ສົມ​ຄວາມ​ລອດ​ອັນ​ເປັນ​ນິດ​ໄວ້​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

4 ແທ້​ຈິງ​ແລ້ວ, ຄົນ​ໃດ​ກໍ​ຕາມ​ທີ່​ຈະ​ເດ່​ກ່ຽວ​ຂອງ​ຕົນ​ອອກ​ໄປ ແລະ ເກັບ​ກ່ຽວ, ຄົນໆ​ນັ້ນ​ແມ່ນ​ຖືກ​ເອີ້ນ ຈາກ​ພຣະ​ເຈົ້າ.

5 ສະນັ້ນ, ຖ້າ​ຫາກ​ເຈົ້າ​ໝັ່ນ​ຂໍ​ຈາກ​ເຮົາ ເຈົ້າ​ກໍ​ຈະ​ໄດ້​ຮັບ; ຖ້າ​ເຈົ້າ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ເຈົ້າ.

6 ຈົ່ງ​ສະແຫວງ​ຫາ​ທີ່​ຈະ​ນຳ​ຊີໂອນ​ຂອງ​ເຮົາ​ອອກ​ມາ ແລະ ສະຖາ​ປະນາ​ມັນ​ຂຶ້ນ. ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ​ໃນ​ທຸກ​ສິ່ງ.

7 ແລະ, ຖ້າ​ເຈົ້າ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ເຈົ້າ​ຈະ​ມີ ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.

8 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ເຈົ້າ​ຈະ​ທູນ​ຖາມ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ, ໃນ​ສັດທາ​ທີ່​ເຊື່ອ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ໃຫ້​ເອີ່ຍ​ປາກ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຢືນ ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເຈົ້າ​ທັງ​ຈະ ໄດ້​ຍິນ ແລະ ໄດ້​ເຫັນ, ແລະ ເພື່ອ​ວ່າ​ເຈົ້າ​ຈະ​ປະ​ກາດ​ການ​ກັບ​ໃຈ​ແກ່​ຄົນ​ລຸ້ນ​ນີ້​ນຳ​ອີກ.

9 ຈົ່ງ​ເບິ່ງ, ເຮົາ​ຄື ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ຜູ້ ໄດ້​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ເປັນ ຄວາມ​ສະ​ຫວ່າງ ຊຶ່ງ​ບໍ່​ສາ​ມາດ​ຊຸກ​ເຊື່ອງ​ໄວ້​ຢູ່​ໃນ ຄວາມ​ມືດ;

10 ດັ່ງນັ້ນ, ເຮົາ​ຈະ​ຕ້ອງ​ນຳ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ອອກ​ມາ​ຈາກ ຄົນ​ຕ່າງ​ຊາດ ໄປ​ສູ່​ເຊື້ອ​ສາຍ​ອິດສະ​ຣາເອນ.

11 ແລະ ຈົ່ງ​ເບິ່ງ, ເຈົ້າ​ຄື​ເດວິດ, ແລະ ເຈົ້າ​ຖືກ​ເອີ້ນ​ໃຫ້​ມາ​ຊ່ວຍ; ຊຶ່ງ​ສິ່ງ​ນັ້ນ​ຖ້າ​ຫາກ​ເຈົ້າ​ເຮັດ, ແລະ ຊື່​ສັດ, ເຈົ້າ​ຈະ​ໄດ້​ຮັບ​ພອນ ທັງ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ຝ່າຍ​ໂລກ, ແລະ ລາງ​ວັນ​ຂອງ​ເຈົ້າ​ຈະ​ຍິ່ງ​ໃຫຍ່. ອາແມນ.