ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 19


ພາກ​ທີ 19

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ, ທີ່​ເມືອງ​ແມນເຈດ​ສະເຕີ, ລັດ​ນິວຢອກ, ອາດ​ເປັນ​ໃນ​ລະ​ດູ​ແລ້ງ​ຂອງ​ປີ 1829. ໃນ​ປະຫວັດ​ຂອງ​ເພິ່ນ, ສາດ​ສະ​ດາ​ສະ​ເໜີ​ມັນ​ວ່າ​ເປັນ “ພຣະ​ບັນ​ຍັດ​ຈາກ​ພຣະ​ເຈົ້າ ແລະ ບໍ່​ແມ່ນ​ຈາກ​ມະນຸດ, ແກ່​ມາຕິນ ແຮຣິສ, ມອບ​ໃຫ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ນິ​ລັນ​ດອນ.”

1–3, ພຣະ​ຄຣິດ​ມີ​ອຳນາດ​ທັງ​ໝົດ; 4–5, ມະນຸດ​ທັງ​ປວງ​ຈະ​ຕ້ອງ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຕ້ອງ​ທຸກ​ທໍ​ລະ​ມານ; 6–12, ການ​ລົງ​ໂທດ​ນິ​ລັນ​ດອນ​ຄື​ການ​ລົງ​ໂທດ​ຂອງ​ພຣະ​ເຈົ້າ; 13–20, ພຣະ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ທຸກ​ຄົນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຖ້າ​ຫາກ​ພວກ​ເຂົາ​ກັບ​ໃຈ; 21–28, ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ; 29–41, ຈົ່ງ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ.

1 ເຮົາ​ຄື ອາລະ​ຟາ ແລະ ໂອ​ເມຄາ, ພຣະ​ຄຣິດ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ເຮົາ​ນີ້​ແຫລະ​ຄື​ຜູ້​ນັ້ນ, ເປັນ​ຕົ້ນ ແລະ ທີ່​ສຸດ, ເປັນ​ພຣະ​ຜູ້​ໄຖ່​ຂອງ​ໂລກ.

2 ເຮົາ, ຫລັງ​ຈາກ​ໄດ້​ບັນ​ລຸ ແລະ ສຳ​ເລັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ​ຜູ້​ຊຶ່ງ​ເຮົາ​ຂຶ້ນ​ຢູ່​ກັບ ແມ່ນ​ແຕ່​ພຣະ​ບິດາ, ກ່ຽວ​ກັບ​ເຮົາ—ໂດຍ​ທີ່​ສຳ​ເລັດ​ສິ່ງ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້ ເຮັດ​ໃຫ້​ທຸກ​ສິ່ງ​ຂຶ້ນ​ຢູ່​ກັບ​ເຮົາ—

3 ໂດຍ​ມີ ອຳນາດ​ທັງ​ໝົດ, ແມ່ນ​ຈົນ​ເຖິງ ການ​ທຳ​ລາຍ​ຊາຕານ ແລະ ວຽກ​ງານ​ຂອງ​ມັນ​ໃນ​ຄາວ ສິ້ນ​ສຸດ​ໂລກ, ແລະ ວັນ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ພິ​ພາກ​ສາ, ຊຶ່ງ​ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ໂດຍ ການ​ພິ​ພາກ​ສາ​ມະນຸດ​ທຸກໆ​ຄົນ​ຕາມ ວຽກ​ງານ ແລະ ການ​ກະ​ທຳ​ຂອງ​ເຂົາ ຊຶ່ງ​ເຂົາ​ໄດ້​ເຮັດ​ໄປ.

4 ແລະ ແນ່​ນອນ​ວ່າ​ມະນຸດ​ທຸກໆ​ຄົນ​ຈະ​ຕ້ອງ ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ ທຸກ​ທໍ​ລະ​ມານ, ເພາະ​ເຮົາ, ພຣະ​ເຈົ້າ, ບໍ່​ມີ​ທີ່​ສຸດ.

5 ດັ່ງ​ນັ້ນ, ເຮົາ​ຈະ​ບໍ່ ຍົກ​ເລີກ​ການ​ພິ​ພາກ​ສາ ຊຶ່ງ​ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ, ແຕ່​ວິບັດ​ຈະ​ອອກ​ໄປ, ແທ້​ຈິງ​ແລ້ວ, ການ​ຮ້ອງ​ໄຫ້, ການ​ຄວນ​ຄາງ ແລະ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ ຈະ​ເກີດ​ກັບ​ຄົນ​ທີ່​ຖືກ​ພົບ​ວ່າ​ຢູ່​ທາງ​ເບື້ອງ ຊ້າຍ​ມື​ຂອງ​ເຮົາ.

6 ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ມີ​ຂຽນ​ໄວ້​ວ່າ ຄວາມ​ທຸກ​ທໍ​ລະ​ມານ​ນີ້​ຈະ​ບໍ່​ມີ​ທີ່​ສຸດ​ຈັກ​ເທື່ອ, ແຕ່​ມີ​ຂຽນ​ໄວ້​ວ່າ ເປັນ​ຄວາມທໍ​ລະ​ມານ​ທີ່ ບໍ່​ມີ​ວັນ​ສິ້ນ​ສຸດ.

7 ອີກ​ເທື່ອ​ໜຶ່ງ, ມີ​ຂຽນ​ໄວ້​ວ່າ​ເປັນ ຄວາມ​ອັບ​ປະ​ໂຫຍດ​ນິ​ລັນ​ດອນ; ດັ່ງ​ນັ້ນ ມັນ​ຈຶ່ງ​ແຈ່ມ​ແຈ້ງ​ຫລາຍ​ກວ່າ​ຂໍ້​ພຣະ​ຄຳ​ພີ​ອື່ນໆ, ເພື່ອ​ວ່າ​ມັນ​ຈະ​ກະ​ທົບ​ກະ​ເທືອນ​ໃຈ​ຂອງ​ລູກ​ຫລານ​ມະນຸດ, ທັງ​ໝົດ​ນີ້​ກໍ​ເພື່ອ​ລັດ​ສະ​ໝີ​ພາບ​ແຫ່ງ​ນາມ​ຂອງ​ເຮົາ.

8 ດັ່ງ​ນັ້ນ, ເຮົາ​ຈະ​ອະ​ທິ​ບາຍ​ຄວາມ​ລຶກ​ລັບ​ນີ້​ແກ່​ເຈົ້າ, ເພາະ​ມັນ​ສົມ​ຄວນ​ທີ່​ເຈົ້າ​ຈະ​ຮູ້ ເຊັ່ນ​ດຽວ​ກັບ​ອັກຄະ​ສາວົກ​ຂອງ​ເຮົາ.

9 ເຮົາ​ກ່າວ​ກັບ​ເຈົ້າ​ທີ່​ຖືກ​ເລືອກ​ໃນ​ການ​ນີ້, ແມ່ນ​ແຕ່​ກັບ​ວ່າ​ເປັນ​ຄົນ​ໜຶ່ງ, ເພື່ອ​ເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ເຮົາ.

10 ເພາະ, ຈົ່ງ​ເບິ່ງ, ຄວາມ​ລຶກ​ລັບ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ຊ່າງ​ຍິ່ງ​ໃຫຍ່​ພຽງ​ໃດ! ເພາະ, ຈົ່ງ​ເບິ່ງ, ເຮົາ​ບໍ່​ມີ​ທີ່​ສຸດ, ແລະ ການ​ລົງ​ໂທດ ຊຶ່ງ​ເຮົາ​ມອບ​ໃຫ້​ຈາກ​ມື​ຂອງ​ເຮົາ​ແມ່ນ​ການ​ລົງ​ໂທດ​ທີ່​ບໍ່​ມີ​ທີ່​ສຸດ, ເພາະ ບໍ່​ມີ​ທີ່​ສຸດ​ຄື​ນາມ​ຂອງ​ເຮົາ. ດັ່ງ​ນັ້ນ—

11 ການ​ລົງ​ໂທດ ນິ​ລັນ​ດອນ​ຄື​ການ​ລົງ​ໂທດ​ຂອງ​ພຣະ​ເຈົ້າ.

12 ການ​ລົງ​ໂທດ​ທີ່​ບໍ່​ມີ​ທີ່​ສຸດ​ຄື​ການ​ລົງ​ໂທດ​ຂອງ​ພຣະ​ເຈົ້າ.

13 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ບັນ​ຊາ​ເຈົ້າ​ໃຫ້​ກັບ​ໃຈ, ແລະ ຮັກ​ສາ ບັນ​ຍັດ ຊຶ່ງ​ເຈົ້າ​ໄດ້​ຮັບ​ໂດຍ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ໃນ​ນາມ​ຂອງ​ເຮົາ;

14 ແລະ ເປັນ​ໂດຍ​ອຳນາດ​ທີ່​ຊົງ​ລິດ​ຍິ່ງ​ໃຫຍ່​ຂອງ​ເຮົາ​ທີ່​ເຈົ້າ​ໄດ້​ຮັບ​ມັນ;

15 ສະນັ້ນ ເຮົາ​ຈຶ່ງ​ບັນ​ຊາ​ເຈົ້າ​ໃຫ້​ກັບ​ໃຈ—ກັບ​ໃຈ​ເຖີດ, ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ຕີ​ສອນ​ເຈົ້າ​ດ້ວຍ​ແສ້​ຈາກ​ປາກ​ຂອງ​ເຮົາ, ແລະ ໂດຍ​ພຣະ​ພິ​ໂລດ​ຂອງ​ເຮົາ, ແລະ ໂດຍ​ຄວາມ​ໂມ​ໂຫ​ຂອງ​ເຮົາ, ແລ້ວ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ​ຈະ​ສາ​ຫັດ—ສາ​ຫັດ​ພຽງ​ໃດ​ເຈົ້າ​ບໍ່​ຮູ້, ໃຫຍ່​ຫລວງ​ພຽງ​ໃດ​ເຈົ້າ​ບໍ່​ຮູ້, ແທ້​ຈິງ​ແລ້ວ, ຍາກ​ແສນ​ຈະ​ທົນ​ພຽງ​ໃດ​ເຈົ້າ​ບໍ່​ຮູ້.

16 ເພາະ​ຈົ່ງ​ເບິ່ງ, ເຮົາ​ພຣະ​ເຈົ້າ, ໄດ້​ທົນ ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ເຫລົ່າ​ນີ້​ແທນ​ທຸກ​ຄົນ, ເພື່ອ​ວ່າ​ພວກ​ເຂົາ ຈະ​ບໍ່​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຖ້າ​ຫາກ​ພວກ​ເຂົາ​ຈະ ກັບ​ໃຈ;

17 ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ພວກ​ເຂົາ​ຈະ​ຕ້ອງ​ທົນ ທຸກ​ທໍ​ລະ​ມານ​ແມ່ນ​ແຕ່​ເໝືອນ​ດັ່ງ​ເຮົາ;

18 ຊຶ່ງ​ຄວາມ​ທຸກ​ທໍ​ລະ​ມານ​ເຮັດ​ໃຫ້​ຕົວ​ເຮົາ​ເອງ, ແມ່ນ​ແຕ່​ພຣະ​ເຈົ້າ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ແລະ ທົນ​ທຸກ​ທໍ​ລະ​ມານ​ທັງ​ຮ່າງ​ກາຍ ແລະ ວິນ​ຍານ—ແລະ ປາດ​ຖະ​ໜາ​ທີ່​ເຮົາ​ຈະ ບໍ່​ຕ້ອງ​ດື່ມ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ, ແລະ ຢຸດ​ສະ​ຫງັກ​ຢູ່—

19 ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ​ສະ​ໝີ​ພາບ​ຈົ່ງ​ມີ​ແດ່​ພຣະ​ບິດາ, ແລະ ເຮົາ​ໄດ້​ຮັບ​ເອົາ ແລະ ໄດ້ ສຳ​ເລັດ​ການ​ຕຽມ​ຂອງ​ເຮົາ​ເພື່ອ​ລູກ​ຫລານ​ມະນຸດ.

20 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ບັນ​ຊາ​ເຈົ້າ​ອີກ​ໃຫ້​ກັບ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຖ່ອມ​ຕົວ​ລົງ​ດ້ວຍ​ອຳນາດ​ທີ່​ຊົງ​ລິດ​ຍິ່ງ​ໃຫຍ່​ຂອງ​ເຮົາ; ແລະ ວ່າ​ເຈົ້າ​ຈະ ສາ​ລະ​ພາບ​ບາບ​ຂອງ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ​ເຈົ້າ​ຈະ​ໄດ້​ທົນ​ກັບ​ການ​ລົງ​ໂທດ​ເຫລົ່າ​ນີ້​ທີ່​ເຮົາ​ໄດ້​ກ່າວ​ມາ, ຊຶ່ງ​ໃນ​ລະ​ດັບ​ນ້ອຍ​ທີ່​ສຸດ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ໃນ​ລະ​ດັບ​ຕ່ຳ​ທີ່​ສຸດ ເຈົ້າ​ກໍ​ໄດ້​ຊີມ​ມາ​ແລ້ວ​ໃນ​ເວລາ​ທີ່​ເຮົາ​ຖອນ​ວິນ​ຍານ​ຂອງ​ເຮົາ​ອອກ​ໄປ.

21 ແລະ ເຮົາ​ບັນ​ຊາ​ເຈົ້າ​ວ່າ ເຈົ້າ​ຈະ​ບໍ່ ສັ່ງ​ສອນ​ສິ່ງ​ໃດ​ນອກ​ຈາກ​ການ​ກັບ​ໃຈ, ແລະ ບໍ່​ສະແດງ​ເລື່ອງ​ເຫລົ່າ​ນີ້​ໃຫ້​ໂລກ​ເຫັນ​ຈົນ​ກວ່າ​ເຮົາ​ເຫັນ​ວ່າ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ ທີ່​ຈະ​ເຮັດ.

22 ເພາະ​ພວກ​ເຂົາ​ຍັງ ກິນ​ຊີ້ນ​ບໍ່​ໄດ້​ເທື່ອ​ຕອນ​ນີ້, ພຽງ​ແຕ່​ກິນ ນົມ​ໄດ້​ເທົ່າ​ນັ້ນ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ບໍ່​ຄວນ​ຮູ້​ເລື່ອງ​ເຫລົ່າ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ.

23 ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ, ແລະ ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ; ຈົ່ງ ເດີນ​ໄປ​ໃນ ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ມີ ສັນ​ຕິ​ສຸກ​ໃນ​ເຮົາ.

24 ເຮົາ​ຄື ພຣະ​ເຢຊູ​ຄຣິດ; ເຮົາ​ໄດ້​ມາ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິດາ, ແລະ ເຮົາ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ.

25 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ບັນ​ຊາ​ເຈົ້າ​ວ່າ ເຈົ້າ​ຈະ​ບໍ່ ໂລບ​ເອົາ ເມຍ​ຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ; ຫລື ສະແຫວງ​ຫາ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ.

26 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ບັນ​ຊາ​ເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ໂລບ​ຊັບ​ສົມ​ບັດ​ຂອງ​ເຈົ້າ​ເອງ, ແຕ່​ໃຫ້​ແບ່ງ​ມັນ​ໄປ​ດ້ວຍ​ຄວາມ​ເຕັມ​ໃຈ​ໃນ​ການ​ພິມ​ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ບັນ​ຈຸ ຄວາມ​ຈິງ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ—

27 ຊຶ່ງ​ເປັນ​ຖ້ອຍ​ຄຳ​ຂອງ​ເຮົາ​ເຖິງ ຄົນ​ຕ່າງ​ຊາດ, ເພື່ອ​ບໍ່​ດົນ​ມັນ​ຈະ​ໄປ​ເຖິງ ຊາວ​ຢິວ, ຊຶ່ງ​ຊາວ​ເລມັນ​ເປັນ ຜູ້​ທີ່​ເຫລືອ​ຢູ່​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ເຊື່ອ​ພຣະ​ກິດ​ຕິ​ຄຸນ, ແລະ ບໍ່​ເຝົ້າ​ຄອຍ​ຖ້າ​ການ​ສະ​ເດັດ​ມາ​ຂອງ ພຣະ​ເມ​ຊີ​ອາ ຜູ້​ຊຶ່ງ​ໄດ້​ສະ​ເດັດ​ມາ​ແລ້ວ.

28 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ບັນ​ຊາ​ເຈົ້າ​ວ່າ ຈົ່ງ ອະ​ທິ​ຖານ ອອກ​ສຽງ ແລະ ຢູ່​ໃນ​ໃຈ​ຂອງ​ເຈົ້າ​ນຳ​ອີກ; ແທ້​ຈິງ​ແລ້ວ, ຢູ່​ຕໍ່​ໜ້າ​ໂລກ ແລະ ໃນ​ບ່ອນ​ລີ້​ລັບ​ນຳ​ອີກ, ໃນ​ສາ​ທາ​ລະ​ນະ ແລະ ໃນ​ບ່ອນ​ລັບ​ລີ້​ນຳ​ອີກ.

29 ແລະ ເຈົ້າ​ຈົ່ງ ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ, ແທ້​ຈິງ​ແລ້ວ, ເຈົ້າ​ຈົ່ງ​ປະ​ກາດ​ມັນ​ຢູ່​ເທິງ​ພູ, ແລະ ຢູ່​ສະຖານ​ທີ່​ສູງ​ທຸກ​ແຫ່ງ​ຫົນ, ແລະ ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ ໃນ​ບ່ອນ​ທີ່​ເຈົ້າ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຮັດ.

30 ແລະ ເຈົ້າ​ຈົ່ງ​ເຮັດ​ສິ່ງ​ນີ້​ດ້ວຍ​ຄວາມ​ຖ່ອມ​ຕົວ​ທີ່​ສຸດ, ໄວ້​ວາງ​ໃຈ​ໃນ​ເຮົາ, ຢ່າ​ໝິ່ນ​ປະ​ໝາດ​ຄົນ​ທີ່​ໝິ່ນ​ປະ​ໝາດ.

31 ແລະ ກ່ຽວ​ກັບ ຄຳ​ສອນ​ຕ່າງໆ​ເຈົ້າ​ຢ່າ​ເວົ້າ​ເຖິງ, ແຕ່​ເຈົ້າ​ຈົ່ງ​ປະ​ກາດ​ການ​ກັບ​ໃຈ ແລະ ສັດທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ການ​ປົດ​ບາບ​ໂດຍ​ການ ບັບຕິ​ສະມາ, ແລະ ໂດຍ ໄຟ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

32 ຈົ່ງ​ເບິ່ງ, ນີ້​ຄື ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ສຸດ​ທ້າຍ ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້; ເພາະ​ສິ່ງ​ນີ້​ພຽງ​ພໍ​ສຳ​ລັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຈົ້າ, ແມ່ນ​ແຕ່​ຈົນ​ເຖິງ​ວັນ​ສຸດ​ທ້າຍ​ຂອງ​ຊີ​ວິດ​ເຈົ້າ.

33 ແລະ ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຖ້າ​ເຈົ້າ​ບໍ່​ເອົາ​ໃຈ​ໃສ່​ຕໍ່ ຄຳ​ແນະນຳ​ເຫລົ່າ​ນີ້, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຕົວ​ເຈົ້າ​ເອງ ແລະ ຊັບ​ສິນ​ຈະ​ພິນາດ​ໄປ.

34 ຈົ່ງ ແບ່ງ​ປັນ​ຊັບ​ສິນ​ສ່ວນ​ໜຶ່ງ​ຂອງ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ທີ່​ດິນ​ສ່ວນ​ໜຶ່ງ​ຂອງ​ເຈົ້າ, ແລະ ທຸກ​ສິ່ງ​ຍົກ​ເວັ້ນ​ແຕ່​ການ​ລ້ຽງ​ດູ​ຄອບ​ຄົວ​ຂອງ​ເຈົ້າ.

35 ຈົ່ງ​ຊຳລະ ໜີ້​ສິນ​ທີ່​ເຈົ້າ​ໄດ້ ເຮັດ​ສັນ​ຍາ​ກັບ​ຜູ້​ພິມ. ຈົ່ງ​ປົດ​ປ່ອຍ​ຕົວ​ເຈົ້າ​ເອງ​ຈາກ​ຄວາມ ເປັນ​ທາດ.

36 ຈົ່ງ ປະ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ເຈົ້າ​ໄປ, ຍົກ​ເວັ້ນ​ແຕ່​ຕອນ​ເຈົ້າ​ປາດ​ຖະ​ໜາ​ຢາກ​ເຫັນ​ຄອບ​ຄົວ​ຂອງ​ເຈົ້າ;

37 ແລະ ຈົ່ງ ກ່າວ​ກັບ​ທຸກ​ຄົນ​ຢ່າງ​ເປີດ​ເຜີຍ; ແທ້​ຈິງ​ແລ້ວ, ໃຫ້​ສັ່ງ​ສອນ, ແນະນຳ, ປະ​ກາດ ຄວາມ​ຈິງ, ແມ່ນ​ແຕ່​ດ້ວຍ​ສຽງ​ດັງ, ດ້ວຍ​ສຽງ​ຂອງ​ຄວາມ​ປິ​ຕິ​ຍິນ​ດີ, ໂຮ່​ຮ້ອງ—ໂຮ​ຊັນ​ນາ, ໂຮ​ຊັນ​ນາ, ຂໍ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ!

38 ຈົ່ງ ອະ​ທິ​ຖານ​ສະເໝີ, ແລະ ເຮົາ​ຈະ ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ເຮົາ​ລົງ​ມາ​ເທິງ​ເຈົ້າ, ແລະ ພອນ​ຂອງ​ເຈົ້າ​ຈະ​ຍິ່ງ​ໃຫຍ່—​ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຫລາຍ​ກວ່າ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຊັບ​ສົມ​ບັດ​ຂອງ​ແຜ່ນ​ດິນ​ໂລກ ແລະ ຄວາມ​ເສື່ອມ​ໂຊມ​ທີ່​ມີ​ຢູ່​ໃນ​ນັ້ນ.

39 ຈົ່ງ​ເບິ່ງ, ເຈົ້າ​ຈະ​ອ່ານ​ເລື່ອງ​ນີ້​ປາດ​ສະ​ຈາກ​ຄວາມ​ປິ​ຕິ​ຍິນ​ດີ ແລະ ເຊີດ​ຊູ​ໃຈ​ໄດ້​ບໍ?

40 ຫລື ເຈົ້າ​ຈະ​ແລ່ນ​ຕໍ່​ໄປ​ເໝືອນ​ດັ່ງ​ຜູ້​ນຳ​ທີ່​ຕາ​ບອດ​ໄດ້​ບໍ?

41 ຫລື ເຈົ້າ​ຈະ ຖ່ອມ​ຕົວ ແລະ ອ່ອນ​ໂຍນ, ແລະ ປະ​ພຶດ​ຕົນ​ຢ່າງ​ສະຫລາດ​ຢູ່​ຕໍ່​ໜ້າ​ເຮົາ​ໄດ້​ບໍ? ແທ້​ຈິງ​ແລ້ວ, ຈົ່ງ ມາ​ຫາ​ເຮົາ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຈົ້າ​ເຖີດ. ອາແມນ.