ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 2


ພາກທີ 2

ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ປະຫວັດ​ສາດ​ຂອງ​ໂຈເຊັບ ສະມິດ ກ່ຽວ​ກັບ​ຖ້ອຍ​ຄຳ​ຂອງ​ທູດ​ໂມ​ໂຣ​ໄນ​ທີ່ກ່າວ​ຕໍ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ຂະນະ​ທີ່​ຢູ່​ໃນ​ບ້ານ​ຂອງ​ພໍ່​ຂອງ​ສາດ​ສະ​ດາ ທີ່​ເມືອງ​ແມນເຈດ​ສະເຕີ, ລັດ​ນິວຢອກ, ໃນ​ຕອນ​ແລງ​ຂອງ​ວັນທີ 21 ເດືອນ​ກັນຍາ 1823. ໂມ​ໂຣ​ໄນ​ເປັນ​ນັກ​ປະຫວັດ​ສາດ​ຄົນ​ສຸດ​ທ້າຍ ຜູ້​ໄດ້​ເຮັດ​ການ​ບັນ​ທຶກ ຊຶ່ງ​ບັດ​ນີ້​ມີ​ຢູ່​ຕໍ່​ໜ້າ​ຊາວ​ໂລກ ນັ້ນ​ຄື​ພຣະ​ຄຳ​ພີ​ມໍມອນ. (ເບິ່ງ​ໃສ່​ກັບ ມາ​ລາ​ກີ 4:5–6; ເບິ່ງ ພາກ​ທີ 27:9; 110:13–16; ແລະ 128:18 ນຳ​ອີກ.)

1, ເອລີ​ຢາ​ຈະ​ເປີດ​ເຜີຍ​ຖານະ​ປະ​ໂລ​ຫິດ; 2–3, ຄຳ​ສັນ​ຍາ​ຕໍ່​ບັນ​ພະ​ບຸ​ລຸດ​ຈະ​ຖືກ​ປູກ​ຝັງ​ໄວ້​ຢູ່​ໃນ​ຫົວ​ໃຈ​ຂອງ​ລູກ​ຫລານ.

1 ຈົ່ງ​ເບິ່ງ, ເຮົາ​ຈະ​ເປີດ​ເຜີຍ​ຖານະ​ປະ​ໂລ​ຫິດ​ແກ່​ເຈົ້າ, ໂດຍ​ມື​ຂອງ ເອລີ​ຢາ​ຜູ້​ເປັນ​ສາດ​ສະ​ດາ, ກ່ອນ​ມື້ ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ.

2 ແລະ ເພິ່ນ​ຈະ​ປູກ​ຝັງ ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ກັບ​ພໍ່​ໄວ້​ໃນ​ໃຈ​ລູກ, ແລະ ໃຈ​ລູກ​ຈະ​ຫັນ​ໄປ​ຫາ​ພໍ່​ຂອງ​ເຂົາ.

3 ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ, ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ​ໃນ​ຕອນ​ພຣະ​ອົງ​ສະ​ເດັດ​ມາ.