ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 24


ພາກ​ທີ 24

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ອໍ​ລີ​ເວີ ຄາວ​ເດີຣີ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ກໍລະກົດ 1830. ເຖິງ​ແມ່ນ​ວ່າ​ເວລາ​ຜ່ານ​ໄປ​ຍັງ​ບໍ່​ເຖິງ​ສີ່​ເດືອນ​ນັບ​ຕັ້ງ​ແຕ່​ສາດ​ສະ​ໜາ​ຈັກ​ຖືກ​ຈັດ​ຕັ້ງ​ຂຶ້ນ, ແຕ່​ການ​ຂົ່ມ​ເຫັງ​ໄດ້​ເລີ່ມ​ຮຸນ​ແຮງ​ຫລາຍ​ຂຶ້ນ, ແລະ ຜູ້​ນຳ​ຕ້ອງ​ໄດ້​ລີ້​ຊ່ອນ​ຕົວ​ຢູ່​ເປັນ​ບາງ​ເວລາ. ການ​ເປີດ​ເຜີຍ​ສາມ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້ ຖືກ​ມອບ​ໃຫ້​ໃນ​ເວລາ​ນີ້​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ໃຫ້​ກຳ​ລັງ​ໃຈ, ແລະ ໃຫ້​ຄຳ​ແນະນຳ​ເຂົາ​ເຈົ້າ.

1–9, ໂຈເຊັບ ສະມິດ ຖືກ​ເອີ້ນ​ໃຫ້​ແປ, ສັ່ງ​ສອນ, ແລະ ຊີ້​ແຈງ​ພຣະ​ຄຳ​ພີ; 10–12, ອໍ​ລີ​ເວີ ຄາວ​ເດີຣີ ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ; 13–19, ມີ​ການ​ເປີດ​ເຜີຍ​ກົດ​ກ່ຽວ​ກັບ​ສິ່ງ​ມະຫັດ​ສະຈັນ, ການ​ສາບ​ແຊ່ງ, ການ​ສັ່ນ​ຝຸ່ນ​ຈາກ​ຕີນ, ແລະ ການ​ເດີນ​ທາງ​ປາດ​ສະ​ຈາກ​ກະເປົາ​ເງິນ ຫລື ກະເປົາ​ເຄື່ອງ.

1 ຈົ່ງ​ເບິ່ງ, ເຈົ້າ​ຖືກ​ເອີ້ນ ແລະ ຖືກ​ເລືອກ​ໃຫ້​ຂຽນ​ພຣະ​ຄຳ​ພີ​ມໍມອນ, ແລະ ມາ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ; ແລະ ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ, ແລະ ໄດ້​ແນະນຳ​ເຈົ້າ, ຈົນ​ວ່າ​ເຈົ້າ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ສັດ​ຕູ​ຂອງ​ເຈົ້າ, ແລະ ເຈົ້າ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ອຳນາດ​ຂອງ​ຊາຕານ ແລະ ຈາກ​ຄວາມ​ມືດ!

2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ບໍ່​ມີ​ຂໍ້​ແກ້​ຕົວ​ກ່ຽວ​ກັບ ການ​ລ່ວງ​ລະເມີດ​ຂອງ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ ແລະ ຢ່າ​ເຮັດ​ບາບ​ອີກ​ຕໍ່​ໄປ.

3 ຈົ່ງ ຂະ​ຫຍາຍ​ໜ້າ​ທີ່​ຂອງ​ເຈົ້າ; ແລະ ຫລັງ​ຈາກ​ເຈົ້າ​ໄດ້​ຫວ່ານ​ທົ່ງ​ຂອງ​ເຈົ້າ ແລະ ດູ​ແລ​ມັນ​ແລ້ວ, ໃຫ້​ເຈົ້າ​ຟ້າວ​ໄປ​ຫາ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເມືອງ ໂຄນສະວຽວ, ເມືອງ​ເຟແອດ, ແລະ ເມືອງ​ແມນເຈດ​ສະເຕີ, ແລະ ພວກ​ເຂົາ​ຈະ ສະ​ໜັບ​ສະ​ໜູນ​ເຈົ້າ; ແລະ ເຮົາ​ຈະ​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ​ທັງ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ຝ່າຍ​ໂລກ;

4 ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ຮັບ​ເອົາ​ເຈົ້າ, ເຮົາຈະ​ສົ່ງ​ການ​ສາບ​ແຊ່ງ​ມາ​ເທິງ​ພວກ​ເຂົາ​ແທນ​ທີ່​ຈະ​ສົ່ງ​ພອນ.

5 ແລະ ເຈົ້າ​ຈົ່ງ​ສືບ​ຕໍ່​ເອີ້ນ​ຫາ​ພຣະ​ເຈົ້າ​ໃນ​ນາມ​ຂອງ​ເຮົາ, ແລະ ຂຽນ​ສິ່ງ​ທີ່​ຈະ​ຖືກ​ມອບ​ໃຫ້​ເຈົ້າ​ໂດຍ ພຣະຜູ້​ປອບ​ໂຍນ, ແລະ ຊີ້​ແຈງ​ພຣະ​ຄຳ​ພີ​ທັງ​ໝົດ​ຕໍ່​ສາດ​ສະ​ໜາ​ຈັກ.

6 ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ເຈົ້າ​ໃນ​ເວລາ​ທີ່​ເຈົ້າ​ຈະ ກ່າວ ແລະ ຂຽນ, ແລະ ພວກ​ເຂົາ​ຈະ​ໄດ້​ຍິນ​ມັນ, ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ສົ່ງ​ການ​ສາບ​ແຊ່ງ​ມາ​ເທິງ​ພວກ​ເຂົາ​ແທນ​ທີ່​ຈະ​ສົ່ງ​ພອນ.

7 ເພາະ​ເຈົ້າ​ຈະ​ອຸ​ທິດ ການ​ຮັບ​ໃຊ້​ທັງ​ໝົດ​ຂອງ​ເຈົ້າ​ໃນ​ຊີໂອນ; ແລະ ໃນ​ການ​ນີ້ ເຈົ້າ​ຈະ​ມີ​ພະ​ລັງ.

8 ຈົ່ງ ອົດ​ທົນ​ກັບ ຄວາມ​ທຸກ​ທໍ​ລະ​ມານ, ເພາະ​ເຈົ້າ​ຈະ​ມີ​ຫລາຍ; ແຕ່ ຈົ່ງ​ອົດ​ທົນ​ກັບ​ມັນ, ເພາະ, ເບິ່ງ​ແມ, ເຮົາ​ຢູ່​ນຳເຈົ້າ, ແມ່ນ​ແຕ່​ຈົນ​ເຖິງ​ວັນ​ເວລາ ສຸດ​ທ້າຍ​ຂອງ​ເຈົ້າ.

9 ແລະ ໃນ​ການ​ອອກ​ແຮງ​ທາງ​ຝ່າຍ​ໂລກ ເຈົ້າ​ຈະ​ບໍ່​ມີ​ພະລັງ, ເພາະ​ສິ່ງ​ນີ້​ບໍ່​ແມ່ນ​ການ​ເອີ້ນ​ຂອງ​ເຈົ້າ. ຈົ່ງ​ເອົາ​ໃຈ​ໃສ່​ຕໍ່ ການ​ເອີ້ນ​ຂອງ​ເຈົ້າ ແລະ ເຈົ້າຈະ​ມີ​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ​ເພື່ອ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ເຈົ້າ, ແລະ ຊີ້​ແຈງ ພຣະ​ຄຳ​ພີ​ທັງ​ໝົດ, ແລະ ສືບ​ຕໍ່​ໃນ​ການ​ວາງ​ມື ແລະ ການ​ຢືນ​ຢັນ​ໃນ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ.

10 ແລະ ອ້າຍ​ນ້ອງ​ຂອງ​ເຈົ້າ ອໍ​ລີ​ເວີ ຈະ​ສືບ​ຕໍ່​ເປັນ​ພະຍານ​ເຖິງ​ນາມ​ຂອງ​ເຮົາ​ຕໍ່​ໂລກ, ແລະ ຕໍ່​ສາດ​ສະ​ໜາ​ຈັກ​ນຳ​ອີກ. ແລະ ລາວ​ຈະ​ບໍ່​ຕ້ອງ​ຄິດ​ວ່າ ລາວ​ກ່າວ​ພຽງ​ພໍ​ແລ້ວ​ໃນ​ອຸ​ດົມ​ການ​ຂອງ​ເຮົາ; ແລະ ເບິ່ງ​ແມ, ເຮົາ​ຈະ​ຢູ່​ນຳ​ລາວ​ຈົນ​ເຖິງ​ທີ່​ສຸດ.

11 ໃນ​ເຮົາ ລາວ​ຈະ​ມີ​ລັດ​ສະ​ໝີ​ພາບ, ແລະ ບໍ່​ແມ່ນ​ຈາກ​ລາວ​ເອງ, ບໍ່​ວ່າ​ໃນ​ຄວາມ​ອ່ອນ​ແອ ຫລື ໃນ​ຄວາມ​ເຂັ້ມ​ແຂງ, ບໍ່​ວ່າ​ໃນ​ພັນທະ​ການ ຫລື ອິດສະ​ລະ;

12 ແລະ ໃນ​ທຸກ​ເວລາ, ແລະ ໃນ​ທຸກ​ແຫ່ງ, ລາວ​ຈະ​ເປີດ​ປາກ​ຂອງ​ລາວ ແລະ ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຄື​ກັບ​ວ່າ​ສຽງ ແກ, ທັງ​ເວັນ ແລະ ຄືນ. ແລະ ເຮົາ​ຈະ​ມອບ​ພະ​ລັງ​ໃຫ້​ລາວ ຢ່າງທີ່​ບໍ່​ຮູ້​ມາ​ກ່ອນ​ໃນ​ບັນ​ດາ​ມະນຸດ.

13 ຢ່າ​ຮຽກ​ຮ້ອງ ສິ່ງ​ມະຫັດ​ສະຈັນ, ຍົກ​ເວັ້ນ​ແຕ່​ເຮົາ​ຈະ ບັນ​ຊາ​ເຈົ້າ, ຍົກ​ເວັ້ນ​ແຕ່​ໃນ​ການ ຂັບ​ໄລ່ ຜີ​ມານ, ປິ່ນປົວ​ຄົນ​ເຈັບ​ປ່ວຍ, ແລະ ແກ້ ພິດ​ງູ, ແລະ ແກ້​ພິດ​ຮ້າຍ​ເຖິງ​ຕາຍ​ເທົ່າ​ນັ້ນ;

14 ແລະ ສິ່ງ​ເຫລົ່າ​ນີ້​ເຈົ້າ​ຈະ​ບໍ່​ເຮັດ, ຍົກ​ເວັ້ນ​ແຕ່​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ​ໂດຍ​ຄົນ​ທີ່​ປາດ​ຖະ​ໜາ​ມັນ​ເທົ່າ​ນັ້ນ, ເພື່ອ​ວ່າ​ພຣະ​ຄຳ​ພີ​ຈະ​ສຳ​ເລັດ​ຄົບ​ຖ້ວນ; ເພາະ​ເຈົ້າຈະ​ເຮັດ​ຕາມ​ທີ່​ມີ​ຂຽນ​ໄວ້.

15 ແລະ ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ ເຂົ້າ​ໄປ, ແລະ ເຂົາ​ບໍ່ຮັບ​ເອົາ​ເຈົ້າ​ໃນ​ນາມ​ຂອງ​ເຮົາ, ເຈົ້າ​ຈົ່ງ​ຝາກ​ການ​ສາບ​ແຊ່ງ​ແທນ​ທີ່​ຈະ​ຝາກ​ພອນ, ໂດຍ​ການ​ສັ່ນ ຝຸ່ນ​ດິນ​ອອກ​ຈາກ​ຕີນ​ຂອງ​ເຈົ້າ​ໄວ້​ເປັນ​ປະຈັກ​ພະຍານ​ຕໍ່​ຕ້ານ​ພວກ​ເຂົາ, ແລະ ລ້າງ​ຕີນ​ຂອງ​ເຈົ້າ​ຢູ່​ຂ້າງ​ທາງ.

16 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ຈັບ​ກຸມ​ເຈົ້າ​ດ້ວຍ​ຄວາມ​ຮຸນ​ແຮງ, ເຈົ້າ​ຈົ່ງ​ບັນ​ຊາ​ໃຫ້​ເຂົາ​ຖືກ​ລົງ​ທັນ​ໃນ​ນາມ​ຂອງ​ເຮົາ; ແລະ, ຈົ່ງ​ເບິ່ງ, ເຮົາ​ຈະ​ລົງ​ທັນ​ເຂົາ​ຕາມ​ຖ້ອຍ​ຄຳ​ຂອງ​ເຈົ້າ, ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ.

17 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ໃຊ້​ກົດ​ໝາຍ​ກັບ​ເຈົ້າ ເຂົາ​ຈະ​ຖືກ​ກ່າວ​ໂທດ​ດ້ວຍ​ກົດ​ໝາຍ.

18 ແລະ ເຈົ້າ​ຈະ​ບໍ່​ເອົາ ກະເປົາ​ເງິນ ຫລື ກະເປົາ​ເຄື່ອງ​ໄປ​ນຳ, ທັງ​ບໍ່​ມີ​ໄມ້​ຄ້ອນ​ເທົ້າ, ທັງ​ບໍ່​ໃຫ້​ມີ​ເສື້ອ​ໃຫຍ່​ສອງ​ໂຕ, ເພາະ​ສາດ​ສະ​ໜາ​ຈັກ​ຈະ​ມອບ​ມັນ​ໃຫ້​ແກ່​ເຈົ້າ​ໃນ​ຊົ່ວ​ໂມງ​ທີ່​ເຈົ້າ​ຕ້ອງ​ການ​ອາຫານ ແລະ ເຄື່ອງ​ນຸ່ງ​ຫົ່ມ, ແລະ ເກີບ ແລະ ເງິນ​ຄຳ, ແລະ ເຄື່ອງ​ຂອງ.

19 ເພາະ​ເຈົ້າ​ຖືກ​ເອີ້ນ​ໃຫ້ ລິ​ງ່າ​ສວນ​ອະງຸ່ນ​ຂອງ​ເຮົາ ດ້ວຍ​ການ​ລິ​ງ່າ​ເທື່ອ​ໃຫຍ່​ຍິ່ງ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ເປັນ​ເທື່ອ​ສຸດ​ທ້າຍ; ແທ້​ຈິງ​ແລ້ວ, ແລະ ທຸກ​ຄົນ​ຜູ້​ທີ່​ເຈົ້າ​ໄດ້ ແຕ່ງ​ຕັ້ງ​ນຳ​ອີກ, ແລະ ພວກ​ເຂົາ​ຈະ​ເຮັດ ແມ່ນ​ແຕ່​ຕາມ​ແບບ​ແຜນ​ນີ້. ອາແມນ.