ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 25


ພາກ​ທີ 25

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ກໍລະກົດ 1830 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 24). ການ​ເປີດ​ເຜີຍ​ນີ້​ໄດ້​ສະແດງ​ໃຫ້​ປະຈັກ​ເຖິງ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ເອມມາ ສະມິດ, ຜູ້​ເປັນ​ພັນ​ລະ​ຍາ​ຂອງ​ສາດ​ສະ​ດາ.

1–6, ເອມມາ ສະມິດ, ສະ​ຕີ​ຜູ້​ຖືກ​ເລືອກ, ຖືກ​ເອີ້ນ​ໃຫ້​ຊ່ວຍ​ເຫລືອ ແລະ ປອບ​ໂຍນ​ສາ​ມີ​ຂອງ​ນາງ; 7–11, ນາງ​ໄດ້​ຖືກ​ເອີ້ນ​ໃຫ້​ຂຽນ, ໃຫ້​ຊີ້​ແຈງ​ພຣະ​ຄຳ​ພີ, ແລະ ໃຫ້​ເລືອກ​ເພງ​ສວດ; 12–14, ເພງ​ຂອງ​ຄົນ​ຊອບ​ທຳ​ເປັນ​ຄຳ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ; 15–16, ຫລັກ​ທຳ​ຂອງ​ການ​ເຊື່ອ​ຟັງ​ໃນ​ການ​ເປີດ​ເຜີຍ​ນີ້ ແມ່ນ​ເໝາະ​ສົມ​ຕໍ່​ທຸກ​ຄົນ.

1 ຈົ່ງ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ໃນ​ຂະນະ​ທີ່​ເຮົາ​ກ່າວ​ກັບ​ເຈົ້າ, ເອມມາ ສະມິດ, ທິດາ​ຂອງ​ເຮົາ; ເພາະ​ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ທຸກ​ຄົນ​ທີ່​ໄດ້ ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ເປັນ​ບຸດ ແລະ ທິດາ​ໃນ ອາ​ນາ​ຈັກ​ຂອງ​ເຮົາ.

2 ການ​ເປີດ​ເຜີຍ​ທີ່​ເຮົາ​ປະທານ​ໃຫ້​ແກ່​ເຈົ້າ​ແມ່ນ​ກ່ຽວ​ກັບ​ພຣະ​ປະສົງ​ຂອງ​ເຮົາ; ແລະ ຖ້າ​ຫາກ​ເຈົ້າ​ຊື່​ສັດ ແລະ ເດີນ​ໄປ​ໃນ​ທາງ​ແຫ່ງ ຄຸນ​ນະ​ທຳ​ຢູ່​ຕໍ່​ໜ້າ​ເຮົາ, ແລ້ວ​ເຮົາ​ຈະ​ຮັກ​ສາ​ຊີ​ວິດ​ຂອງ​ເຈົ້າ​ໄວ້, ແລະ ເຈົ້າ​ຈະ​ໄດ້​ຮັບ ມູນ​ມໍ​ລະ​ດົກ​ໃນ​ຊີໂອນ.

3 ຈົ່ງ​ເບິ່ງ, ບາບ​ຂອງ​ເຈົ້າ​ໄດ້​ຖືກອະໄພ​ໃຫ້​ແລ້ວ, ແລະ ເຈົ້າ​ເປັນ​ສະ​ຕີ​ຜູ້​ຖືກ​ເລືອກ, ຜູ້​ຊຶ່ງ​ເຮົາ​ໄດ້ ເອີ້ນ.

4 ຢ່າ​ຈົ່ມ​ເລີຍ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ຍັງ​ບໍ່​ໄດ້​ເຫັນ, ເພາະ​ມັນ​ຖືກ​ປິດ​ບັງ​ຈາກ​ເຈົ້າ ແລະ ຈາກ​ໂລກ, ຊຶ່ງ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

5 ແລະ ໜ້າ​ທີ່​ຂອງ​ການ​ເອີ້ນ​ຂອງ​ເຈົ້າ​ຄື​ທີ່​ຈະ​ເປັນ​ຜູ້ ປອບ​ໂຍນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ສາ​ມີ​ຂອງ​ເຈົ້າ, ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ລາວ, ດ້ວຍ​ຖ້ອຍ​ຄຳ​ທີ່​ເຮັດ​ໃຫ້​ສະ​ບາຍ​ໃຈ​ຂຶ້ນ, ໃນ​ວິນ​ຍານ​ແຫ່ງ​ຄວາມ​ອ່ອນ​ໂຍນ.

6 ແລະ ເຈົ້າ​ຈົ່ງ​ໄປ​ກັບ​ລາວ​ໃນ​ເວລາ​ທີ່​ລາວ​ໄປ, ແລະ ເປັນ​ຜູ້​ຂຽນ​ໃຫ້​ລາວ, ໃນ​ຕອນ​ທີ່​ລາວ​ບໍ່​ມີ​ຜູ້​ຂຽນ​ໃຫ້​ລາວ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ອໍ​ລີ​ເວີ ຄາວ​ເດີຣີ, ໄປ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ຕ້ອງ​ການ.

7 ແລະ ເຈົ້າ​ຈະ​ຖືກ ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ລາວ ເພື່ອ​ຊີ້​ແຈງ​ພຣະ​ຄຳ​ພີ, ແລະ ເພື່ອ​ແນະນຳ​ສາດ​ສະ​ໜາ​ຈັກ, ຕາມ​ທີ່​ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ຂອງ​ເຮົາ.

8 ເພາະ​ລາວ​ຈະ​ວາງ ມື​ຂອງ​ລາວ​ເທິງ​ເຈົ້າ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຈົ່ງ​ມີ​ເວລາ​ເພື່ອ​ການ​ຂຽນ, ແລະ ເພື່ອ​ຮຽນ​ຮູ້​ໃຫ້​ຫລາຍ.

9 ແລະ ເຈົ້າ​ບໍ່​ຕ້ອງ​ຢ້ານ​ກົວ, ເພາະ​ສາ​ມີ​ຂອງ​ເຈົ້າ​ຈະ​ສະ​ໜັບ​ສະ​ໜູນ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ; ເພາະ​ຕໍ່​ພວກ​ເຂົາ ມັນ​ແມ່ນ ການ​ເອີ້ນ​ຂອງ​ລາວ, ວ່າ​ທຸກ​ສິ່ງ​ຈະ​ຖືກ ເປີດ​ເຜີຍ​ແກ່​ພວກ​ເຂົາ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ຕ້ອງ​ການ, ຕາມ ສັດທາ​ຂອງ​ພວກ​ເຂົາ.

10 ແລະ ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ຈົ່ງ​ປ່ອຍ​ວາງ ສິ່ງ​ທີ່​ເປັນ​ຂອງ ໂລກ​ນີ້, ແລະ ສະແຫວງ​ຫາ​ສິ່ງ​ທີ່​ດີ​ກວ່າ.

11 ແລະ ຈະ​ໃຫ້​ມັນ​ແກ່​ເຈົ້າ, ພ້ອມ​ນີ້, ທັງ​ໃຫ້​ເລືອກ ເພງ​ສວດ​ອັນ​ສັກ​ສິດ​ນຳ​ອີກ, ດັ່ງ​ທີ່​ຈະ​ໃຫ້​ແກ່​ເຈົ້າ, ຊຶ່ງ​ເປັນ​ທີ່​ພໍ​ໃຈ​ແກ່​ເຮົາ, ທີ່​ຈະ​ໃຫ້​ມີ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

12 ເພາະ​ຈິດ​ວິນ​ຍານ​ຂອງ​ເຮົາ​ເບີກ​ບານ​ໃນ ເພງ​ຈາກ ໃຈ; ແທ້​ຈິງ​ແລ້ວ, ເພງ​ຂອງ​ຄົນ​ຊອບ​ທຳ​ເປັນ​ຄຳ​ອະ​ທິ​ຖານ​ຫາ​ເຮົາ, ແລະ ຈະ​ໄດ້​ຮັບ​ຄຳ​ຕອບ​ດ້ວຍ​ພອນ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ.

13 ດັ່ງ​ນັ້ນ, ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ, ແລະ ແນບ​ສະ​ໜິດ​ຢູ່​ກັບ​ພັນທະ​ສັນ​ຍາ ຊຶ່ງ​ເຈົ້າ​ໄດ້​ເຮັດ.

14 ຈົ່ງ​ດຳ​ເນີນ​ໃນ​ວິນ​ຍາ​ນ​ແຫ່ງ ຄວາມ​ອ່ອນ​ໂຍນ​ຕໍ່​ໄປ, ແລະ ລະ​ວັງ ຄວາມ​ທະນົງ​ຕົວ. ຈົ່ງ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຈົ້າ​ເບີກ​ບານ​ໃນ​ສາ​ມີ​ຂອງ​ເຈົ້າ, ແລະ ຄຳ​ສັນ​ລະ​ເສີນ​ທີ່​ຈະ​ມາ​ເຖິງ​ລາວ.

15 ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ​ຕະຫລອດ​ໄປ, ແລະ ເຈົ້າ​ຈະ​ໄດ້​ຮັບ ມົງ​ກຸດ​ແຫ່ງ ຄວາມ​ຊອບ​ທຳ. ແລະ ຍົກ​ເວັ້ນ​ແຕ່​ເຈົ້າ​ຈະ​ເຮັດ​ສິ່ງ​ນີ້, ບ່ອນ​ທີ່​ເຮົາ​ຢູ່ ເຈົ້າ​ຈະ​ມາ​ຫາ ບໍ່​ໄດ້.

16 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່ານີ້​ຄື ສຽງ​ຂອງ​ເຮົາ​ເຖິງ​ທຸກ​ຄົນ. ອາແມນ.