ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 27


ພາກທີ 27

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ສິງຫາ 1830. ໃນ​ການ​ຕຽມ​ປະ​ຊຸມ​ທາງ​ສາດ​ສະ​ໜາ ຊຶ່ງ​ໃນ​ນັ້ນ​ຈະ​ປະ​ຕິ​ບັດ​ສິນ​ລະ​ລຶກ​ດ້ວຍ​ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ, ໂຈເຊັບ​ໄດ້​ອອກ​ໄປ​ຫາ​ເຫລົ້າ​ອະງຸ່ນ. ເພິ່ນ​ໄດ້​ພົບ​ກັບ​ທູດ​ສະຫວັນ​ອົງ​ໜຶ່ງ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ສ່ວນ​ໜຶ່ງ​ໄດ້​ຖືກ​ຂຽນ​ໄວ້​ໃນ​ເວລາ​ນັ້ນ ແລະ ສ່ວນ​ທີ່​ເຫລືອ​ຢູ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ເດືອນ​ກັນຍາ​ຕໍ່​ມາ. ບັດ​ນີ້ ນ້ຳ​ໄດ້​ຖືກ​ໃຊ້​ແທນ​ເຫລົ້າ​ອະງຸ່ນ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຂອງ​ສາດ​ສະ​ໜາ​ຈັກ.

1–4, ການ​ອະ​ທິ​ບາຍ​ກ່ຽວ​ກັບ​ເຄື່ອງ​ໝາຍ​ທີ່​ຈະ​ໃຊ້​ໃນ​ການ​ຮັບ​ສິນ​ລະ​ລຶກ; 5–14, ພຣະ​ຄຣິດ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຈາກ​ທຸກ​ຍຸກ​ທຸກ​ສະ​ໄໝ​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ; 15–18, ຈົ່ງ​ສວມ​ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ.

1 ຈົ່ງ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ, ພຣະ​ເຈົ້າ​ຂອງ​ເຈົ້າ, ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ຊຶ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ​ມີ ຊີ​ວິດ​ຊີ​ວາ ແລະ ມີ​ພະ​ລັງ.

2 ເພາະ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າວ່າ ບໍ່​ສຳ​ຄັນ​ວ່າ​ເຈົ້າ​ຈະ​ກິນ​ຫຍັງ ຫລື ເຈົ້າ​ຈະ​ດື່ມ​ຫຍັງ ເມື່ອ​ເຈົ້າ​ຮັບ​ສ່ວນ ສິນ​ລະ​ລຶກ, ຖ້າ​ຫາກ​ມັນ​ເປັນ​ວ່າ ເຈົ້າ​ກະ​ທຳ​ໄປ​ເພາະ​ການ​ທີ່​ເຫັນ​ແກ່ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ແຕ່​ຢ່າງ​ດຽວ—ລະ​ນຶກ​ເຖິງ​ເນື້ອ​ກາຍ​ຂອງ​ເຮົາ​ຕໍ່​ພຣະ​ບິດາ ຊຶ່ງ​ຍອມ​ຕາຍ​ເພື່ອ​ເຈົ້າ, ແລະ ເລືອດ​ຂອງ​ເຮົາ ຊຶ່ງ​ຫລັ່ງ​ເພື່ອ ການ​ປົດ​ບາບ​ຂອງ​ເຈົ້າ.

3 ດັ່ງ​ນັ້ນ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ, ວ່າ​ເຈົ້າ​ຈະ​ບໍ່​ຊື້​ເຫລົ້າ​ອະງຸ່ນ ທັງ​ບໍ່​ຊື້​ເຫລົ້າ​ປຸກ​ຈາກ​ສັດ​ຕູ​ຂອງ​ເຈົ້າ;

4 ດັ່ງ​ນັ້ນ, ເຈົ້າ​ຈະ​ບໍ່​ດື່ມ​ອັນ​ໃດ ຍົກ​ເວັ້ນ​ແຕ່​ມັນ​ຖືກ​ເຮັດ​ຂຶ້ນ​ໃໝ່​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ; ແທ້​ຈິງ​ແລ້ວ, ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ ຊຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ເທິງ​ແຜ່ນ​ດິນ​ໂລກ.

5 ຈົ່ງ​ເບິ່ງ, ນີ້​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ; ດັ່ງ​ນັ້ນ, ຢ່າ​ປະ​ຫລາດ​ໃຈ​ເລີຍ, ເພາະ​ຊົ່ວ​ໂມງ ຈະ​ມາ​ເຖິງ ເມື່ອ​ເຮົາ​ຈະ ດື່ມ​ໝາກ​ຜົນ​ຂອງ​ຕົ້ນ​ອະງຸ່ນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ກັບ​ເຈົ້າ, ແລະ ກັບ ໂມ​ໂຣ​ໄນ, ຜູ້​ເຮົາ​ໄດ້​ສົ່ງ​ມາ​ຫາ​ເຈົ້າ​ເພື່ອ​ເປີດ​ເຜີຍ​ພຣະ​ຄຳ​ພີ​ມໍມອນ, ທີ່​ບັນ​ຈຸ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ໄດ້​ມອບ​ຂໍ​ກະແຈ​ຂອງ​ບັນ​ທຶກ ກິ່ງ​ງ່າ​ຂອງ​ເອຟະ​ຣາອີມ​ໃຫ້;

6 ແລະ ກັບ ອີລາຍ​ນຳ​ອີກ, ຜູ້​ຊຶ່ງ​ເຮົາ​ໄດ້​ມອບ​ຂໍ​ກະແຈ​ແຫ່ງ​ການ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຟູ​ຂອງ​ທຸກ​ສິ່ງ​ໃຫ້ ທີ່​ກ່າວ​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທຸກ​ຄົນ ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ, ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ;

7 ແລະ ກັບ​ໂຢຮັນ ບຸດ​ຂອງ​ຊາຂາ​ຣີຢາ​ນຳ​ອີກ, ຊຶ່ງ​ຊາຂາ​ຣີຢາ​ຄົນ​ນັ້ນ ທີ່ເພິ່ນ (ອີລາຍ) ໄດ້​ມາ​ຢ້ຽມ​ຢາມ ແລະ ໃຫ້​ສັນ​ຍາ​ວ່າ ລາວ​ຈະ​ມີ​ລູກ​ຊາຍ, ແລະ ເຂົາ​ຈະ​ມີ​ຊື່​ວ່າ ໂຢຮັນ, ແລະ ເຂົາ​ຈະ​ເຕັມ​ໄປ​ດ້ວຍ​ວິນ​ຍານ​ຂອງ​ອີລາຍ;

8 ຊຶ່ງໂຢຮັນ​ຄົນ​ນັ້ນ ທີ່​ເຮົາ​ໄດ້​ສົ່ງ​ມາ​ຫາ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ອໍ​ລີ​ເວີ ຄາວ​ເດີຣີ, ເພື່ອ​ແຕ່ງ​ຕັ້ງ​ເຈົ້າ​ຕໍ່ ຖານະ​ປະ​ໂລ​ຫິດ​ທຳ​ອິດ ຊຶ່ງ​ເຈົ້າ​ໄດ້​ຮັບ, ເພື່ອ​ເຈົ້າ​ຈະ​ຖືກ​ເອີ້ນ ແລະ ແຕ່ງ​ຕັ້ງ ເໝືອນ​ດັ່ງ ອາໂຣນ;

9 ແລະ ກັບ ເອລີ​ຢາ​ນຳ​ອີກ, ຜູ້​ຊຶ່ງ​ເຮົາ​ໄດ້​ມອບ​ຂໍ​ກະແຈ​ແຫ່ງ​ອຳນາດ​ຂອງ​ການ ຫັນ​ໃຈ​ພໍ່​ມາ​ຫາ​ລູກ, ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່, ເພື່ອ​ວ່າ​ທັງ​ແຜ່ນ​ດິນ​ໂລກ​ຈະ​ບໍ່​ຖືກ​ລົງ​ທັນ​ດ້ວຍ​ຄຳ​ສາບ​ແຊ່ງ;

10 ແລະ ກັບ​ໂຢເຊັບ ແລະ ຢາໂຄບ, ແລະ ອີ​ຊາກ, ແລະ ອັບ​ຣາ​ຮາມ, ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ​ນຳ​ອີກ, ຊຶ່ງ​ໂດຍ​ຜູ້​ຄົນ​ເຫລົ່າ​ນັ້ນ ຄຳ​ສັນ​ຍາ​ຍັງ​ຄົງ​ຢູ່;

11 ແລະ ກັບ​ມີຄາເອນ​ນຳ​ອີກ, ຫລື ອາດາມ, ບິດາ​ຂອງ​ຄົນ​ທັງ​ປວງ, ເຈົ້າ​ຊາຍ​ຂອງ​ຄົນ​ທັງ​ປວງ; ຜູ້​ມີ​ຊີ​ວິດ​ຢູ່​ຕະຫລອດ​ໄປ;

12 ແລະ ກັບ​ເປໂຕ, ແລະ ຢາ​ໂກ​ໂບ, ແລະ ໂຢຮັນ​ນຳ​ອີກ, ຜູ້​ຊຶ່ງ​ເຮົາ​ໄດ້​ສົ່ງ​ມາ​ຫາ​ເຈົ້າ, ຊຶ່ງ​ເຮົາ​ໄດ້ ແຕ່ງ​ຕັ້ງ​ເຈົ້າ ແລະ ຢືນ​ຢັນ​ເຈົ້າ​ເປັນ ອັກຄະ​ສາວົກ, ແລະ ເປັນ​ພະຍານ​ພິ​ເສດ​ເຖິງ​ນາມ​ຂອງ​ເຮົາ, ແລະ ຖື​ຂໍ​ກະແຈ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ໃນ​ສິ່ງ​ດຽວ​ກັບ​ທີ່​ເຮົາ​ໄດ້​ເປີດ​ເຜີຍ​ແກ່​ພວກ​ເຂົາ;

13 ແກ່​ຄົນ​ເຫລົ່າ​ນັ້ນ ເຮົາ​ໄດ້ ມອບ ຂໍ​ກະແຈ​ແຫ່ງ​ອາ​ນາ​ຈັກ​ຂອງ​ເຮົາ​ໃຫ້, ແລະ ມອບ ຍຸກ​ສະ​ໄໝ​ແຫ່ງ ພຣະ​ກິດ​ຕິ​ຄຸນ​ເປັນ ເທື່ອ​ສຸດ​ທ້າຍ​ໃຫ້; ແລະ ສຳລັບ ຄວາມ​ສົມ​ບູນ​ແຫ່ງ​ເວລາ, ຊຶ່ງ​ໃນ​ນັ້ນ​ເຮົາ​ຈະ​ເຕົ້າ​ໂຮມ​ທຸກ​ສິ່ງ ເຂົ້າ​ກັນ, ທັງ​ສິ່ງ​ໃນ​ສະຫວັນ, ແລະ ສິ່ງ​ເທິງ​ແຜ່ນ​ດິນ​ໂລກ;

14 ແລະ ກັບ​ທຸກ​ຄົນ​ນຳ​ອີກ ຜູ້​ທີ່​ພຣະ​ບິດາ​ຂອງ​ເຮົາ​ໄດ້ ປະທານ​ໃຫ້​ເຮົາ​ຈາກ​ໂລກ​ນີ້.

15 ດັ່ງ​ນັ້ນ, ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ, ແລະ ຈົ່ງ​ຄາດ​ແອວ​ເຈົ້າ, ແລະ ຈົ່ງ​ຖື ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ເຮົາ, ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຕ້ານ​ທານ​ກັບ​ວັນ​ອັນ​ຊົ່ວ​ຮ້າຍ​ໄດ້, ຫລັງ​ຈາກ​ທີ່​ເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ, ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ ຕ້ານ​ທານ​ກັບ​ມັນ​ໄດ້.

16 ສະນັ້ນ, ຈົ່ງ​ຢືນ​ເຖີດ, ໂດຍ ຄາດ​ແອວ​ເຈົ້າ​ໄວ້​ດ້ວຍ ຄວາມ​ຈິງ, ໂດຍ​ມີ ແຜ່ນ​ປົກ​ເອິກ​ແຫ່ງ ຄວາມ​ຊອບ​ທຳ, ແລະ ສວມ​ຕີນ​ຂອງ​ເຈົ້າ​ດ້ວຍ​ການ​ຕຽມ​ພຣະ​ກິດ​ຕິ​ຄຸນ​ແຫ່ງ ສັນ​ຕິ​ສຸກ, ຊຶ່ງ​ເຮົາ​ໄດ້​ສົ່ງ ເຫລົ່າ​ທູດ​ຂອງ​ເຮົາ​ມາ​ມອບ​ໃຫ້​ແກ່​ເຈົ້າ;

17 ຈົ່ງ​ສວມ​ເຄື່ອງ​ປ້ອງ​ກັນ​ແຫ່ງ​ສັດທາ ຊຶ່ງ​ໃນ​ນັ້ນ​ເຈົ້າ​ຈະ​ສາ​ມາດ​ດັບ​ລູກ​ສອນ ໄຟ​ທັງ​ໝົດ​ຂອງ​ຄົນ​ຊົ່ວໄດ້;

18 ແລະ ຈົງ​ຖື​ໝວກ​ເຫລັກ​ແຫ່ງ​ຄວາມ​ລອດ, ແລະ ດາບ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ, ຊຶ່ງ​ເຮົາ​ຈະ​ຖອກ​ເທ​ລົງ​ເທິງ​ເຈົ້າ, ແລະ ຖ້ອຍ​ຄຳ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ເປີດ​ເຜີຍ​ໃຫ້​ແກ່​ເຈົ້າ, ແລະ ເຫັນ​ພ້ອມ​ນຳ​ກັນ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ໄດ້​ຖາມ​ເຮົາ, ແລະ ຈົ່ງ​ຊື່​ສັດ​ຈົນ​ກວ່າ​ເຮົາ​ຈະ​ມາ, ແລະ ເຈົ້າ​ຈະ​ຖືກ ພາ​ຂຶ້ນ​ໄປ, ເພື່ອ​ວ່າບ່ອນ​ໃດ​ທີ່​ເຮົາ​ຢູ່ ເຈົ້າກໍ​ຈະ​ຢູ່​ບ່ອນ​ນັ້ນ ຄື​ກັນ. ອາແມນ.