ພາກທີ 27
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງຮາມໂມນີ ລັດເພັນໂຊເວເນຍ, ເດືອນສິງຫາ 1830. ໃນການຕຽມປະຊຸມທາງສາດສະໜາ ຊຶ່ງໃນນັ້ນຈະປະຕິບັດສິນລະລຶກດ້ວຍເຂົ້າຈີ່ ແລະ ເຫລົ້າອະງຸ່ນ, ໂຈເຊັບໄດ້ອອກໄປຫາເຫລົ້າອະງຸ່ນ. ເພິ່ນໄດ້ພົບກັບທູດສະຫວັນອົງໜຶ່ງ ແລະ ໄດ້ຮັບການເປີດເຜີຍນີ້, ສ່ວນໜຶ່ງໄດ້ຖືກຂຽນໄວ້ໃນເວລານັ້ນ ແລະ ສ່ວນທີ່ເຫລືອຢູ່ໄດ້ຖືກຂຽນໄວ້ໃນເດືອນກັນຍາຕໍ່ມາ. ບັດນີ້ ນ້ຳໄດ້ຖືກໃຊ້ແທນເຫລົ້າອະງຸ່ນໃນກອງປະຊຸມສິນລະລຶກຂອງສາດສະໜາຈັກ.
1–4, ການອະທິບາຍກ່ຽວກັບເຄື່ອງໝາຍທີ່ຈະໃຊ້ໃນການຮັບສິນລະລຶກ; 5–14, ພຣະຄຣິດ ແລະ ຜູ້ຮັບໃຊ້ຂອງພຣະອົງ ຈາກທຸກຍຸກທຸກສະໄໝຈະຮັບສ່ວນສິນລະລຶກ; 15–18, ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ.
1 ຈົ່ງຟັງສຸລະສຽງຂອງພຣະເຢຊູຄຣິດ, ພຣະຜູ້ເປັນເຈົ້າຂອງເຈົ້າ, ພຣະເຈົ້າຂອງເຈົ້າ, ແລະ ພຣະຜູ້ໄຖ່ຂອງເຈົ້າ, ຊຶ່ງພຣະຄຳຂອງພຣະອົງມີ ກຊີວິດຊີວາ ແລະ ມີພະລັງ.
2 ເພາະ, ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ບໍ່ສຳຄັນວ່າເຈົ້າຈະກິນຫຍັງ ຫລື ເຈົ້າຈະດື່ມຫຍັງ ເມື່ອເຈົ້າຮັບສ່ວນ ກສິນລະລຶກ, ຖ້າຫາກມັນເປັນວ່າ ເຈົ້າກະທຳໄປເພາະການທີ່ເຫັນແກ່ ຂລັດສະໝີພາບຂອງເຮົາແຕ່ຢ່າງດຽວ—ລະນຶກເຖິງເນື້ອກາຍຂອງເຮົາຕໍ່ພຣະບິດາ ຊຶ່ງຍອມຕາຍເພື່ອເຈົ້າ, ແລະ ຄເລືອດຂອງເຮົາ ຊຶ່ງຫລັ່ງເພື່ອ ງການປົດບາບຂອງເຈົ້າ.
3 ດັ່ງນັ້ນ, ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ເຈົ້າ, ວ່າເຈົ້າຈະບໍ່ຊື້ເຫລົ້າອະງຸ່ນ ທັງບໍ່ຊື້ເຫລົ້າປຸກຈາກສັດຕູຂອງເຈົ້າ;
4 ດັ່ງນັ້ນ, ເຈົ້າຈະບໍ່ດື່ມອັນໃດ ຍົກເວັ້ນແຕ່ມັນຖືກເຮັດຂຶ້ນໃໝ່ຢູ່ໃນບັນດາພວກເຈົ້າ; ແທ້ຈິງແລ້ວ, ໃນອານາຈັກຂອງພຣະບິດາຂອງເຮົາ ຊຶ່ງຈະຖືກສ້າງຂຶ້ນເທິງແຜ່ນດິນໂລກ.
5 ຈົ່ງເບິ່ງ, ນີ້ເປັນຄວາມສະຫລຽວສະຫລາດຂອງເຮົາ; ດັ່ງນັ້ນ, ຢ່າປະຫລາດໃຈເລີຍ, ເພາະຊົ່ວໂມງ ຈະມາເຖິງ ເມື່ອເຮົາຈະ ກດື່ມໝາກຜົນຂອງຕົ້ນອະງຸ່ນຢູ່ເທິງແຜ່ນດິນໂລກກັບເຈົ້າ, ແລະ ກັບ ຂໂມໂຣໄນ, ຜູ້ເຮົາໄດ້ສົ່ງມາຫາເຈົ້າເພື່ອເປີດເຜີຍພຣະຄຳພີມໍມອນ, ທີ່ບັນຈຸຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດຂອງເຮົາ, ຜູ້ຊຶ່ງເຮົາໄດ້ມອບຂໍກະແຈຂອງບັນທຶກ ຄກິ່ງງ່າຂອງເອຟະຣາອີມໃຫ້;
6 ແລະ ກັບ ກອີລາຍນຳອີກ, ຜູ້ຊຶ່ງເຮົາໄດ້ມອບຂໍກະແຈແຫ່ງການເຮັດໃຫ້ເກີດການຟື້ນຟູຂອງທຸກສິ່ງໃຫ້ ທີ່ກ່າວໂດຍປາກຂອງສາດສະດາຜູ້ບໍລິສຸດທຸກຄົນ ນັບແຕ່ການເລີ່ມຕົ້ນຂອງໂລກ, ກ່ຽວກັບຍຸກສຸດທ້າຍ;
7 ແລະ ກັບໂຢຮັນ ບຸດຂອງຊາຂາຣີຢານຳອີກ, ຊຶ່ງຊາຂາຣີຢາຄົນນັ້ນ ທີ່ເພິ່ນ (ກອີລາຍ) ໄດ້ມາຢ້ຽມຢາມ ແລະ ໃຫ້ສັນຍາວ່າ ລາວຈະມີລູກຊາຍ, ແລະ ເຂົາຈະມີຊື່ວ່າ ຂໂຢຮັນ, ແລະ ເຂົາຈະເຕັມໄປດ້ວຍວິນຍານຂອງອີລາຍ;
8 ຊຶ່ງໂຢຮັນຄົນນັ້ນ ທີ່ເຮົາໄດ້ສົ່ງມາຫາເຈົ້າ, ຜູ້ຮັບໃຊ້ຂອງເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ອໍລີເວີ ຄາວເດີຣີ, ເພື່ອແຕ່ງຕັ້ງເຈົ້າຕໍ່ ກຖານະປະໂລຫິດທຳອິດ ຊຶ່ງເຈົ້າໄດ້ຮັບ, ເພື່ອເຈົ້າຈະຖືກເອີ້ນ ແລະ ຂແຕ່ງຕັ້ງ ເໝືອນດັ່ງ ຄອາໂຣນ;
9 ແລະ ກັບ ກເອລີຢານຳອີກ, ຜູ້ຊຶ່ງເຮົາໄດ້ມອບຂໍກະແຈແຫ່ງອຳນາດຂອງການ ຂຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່, ເພື່ອວ່າທັງແຜ່ນດິນໂລກຈະບໍ່ຖືກລົງທັນດ້ວຍຄຳສາບແຊ່ງ;
10 ແລະ ກັບໂຢເຊັບ ແລະ ຢາໂຄບ, ແລະ ອີຊາກ, ແລະ ອັບຣາຮາມ, ບັນພະບຸລຸດຂອງເຈົ້ານຳອີກ, ຊຶ່ງໂດຍຜູ້ຄົນເຫລົ່ານັ້ນ ກຄຳສັນຍາຍັງຄົງຢູ່;
11 ແລະ ກັບມີຄາເອນນຳອີກ, ຫລື ກອາດາມ, ບິດາຂອງຄົນທັງປວງ, ເຈົ້າຊາຍຂອງຄົນທັງປວງ; ຜູ້ມີຊີວິດຢູ່ຕະຫລອດໄປ;
12 ແລະ ກັບເປໂຕ, ແລະ ຢາໂກໂບ, ແລະ ໂຢຮັນນຳອີກ, ຜູ້ຊຶ່ງເຮົາໄດ້ສົ່ງມາຫາເຈົ້າ, ຊຶ່ງເຮົາໄດ້ ກແຕ່ງຕັ້ງເຈົ້າ ແລະ ຢືນຢັນເຈົ້າເປັນ ຂອັກຄະສາວົກ, ແລະ ຄເປັນພະຍານພິເສດເຖິງນາມຂອງເຮົາ, ແລະ ຖືຂໍກະແຈຂອງການປະຕິບັດສາດສະໜາກິດ ແລະ ໃນສິ່ງດຽວກັບທີ່ເຮົາໄດ້ເປີດເຜີຍແກ່ພວກເຂົາ;
13 ແກ່ຄົນເຫລົ່ານັ້ນ ເຮົາໄດ້ ກມອບ ຂຂໍກະແຈແຫ່ງອານາຈັກຂອງເຮົາໃຫ້, ແລະ ມອບ ຄຍຸກສະໄໝແຫ່ງ ງພຣະກິດຕິຄຸນເປັນ ຈເທື່ອສຸດທ້າຍໃຫ້; ແລະ ສຳລັບ ສຄວາມສົມບູນແຫ່ງເວລາ, ຊຶ່ງໃນນັ້ນເຮົາຈະເຕົ້າໂຮມທຸກສິ່ງ ຊເຂົ້າກັນ, ທັງສິ່ງໃນສະຫວັນ, ແລະ ສິ່ງເທິງແຜ່ນດິນໂລກ;
14 ແລະ ກັບທຸກຄົນນຳອີກ ຜູ້ທີ່ພຣະບິດາຂອງເຮົາໄດ້ ກປະທານໃຫ້ເຮົາຈາກໂລກນີ້.
15 ດັ່ງນັ້ນ, ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ, ແລະ ຈົ່ງຄາດແອວເຈົ້າ, ແລະ ຈົ່ງຖື ກຍຸດທະພັນຄົບຊຸດຂອງເຮົາ, ເພື່ອວ່າເຈົ້າຈະສາມາດຕ້ານທານກັບວັນອັນຊົ່ວຮ້າຍໄດ້, ຫລັງຈາກທີ່ເຈົ້າໄດ້ເຮັດທຸກສິ່ງທຸກຢ່າງ, ເພື່ອວ່າເຈົ້າຈະສາມາດ ຂຕ້ານທານກັບມັນໄດ້.
16 ສະນັ້ນ, ຈົ່ງຢືນເຖີດ, ໂດຍ ກຄາດແອວເຈົ້າໄວ້ດ້ວຍ ຂຄວາມຈິງ, ໂດຍມີ ຄແຜ່ນປົກເອິກແຫ່ງ ງຄວາມຊອບທຳ, ແລະ ສວມຕີນຂອງເຈົ້າດ້ວຍການຕຽມພຣະກິດຕິຄຸນແຫ່ງ ຈສັນຕິສຸກ, ຊຶ່ງເຮົາໄດ້ສົ່ງ ສເຫລົ່າທູດຂອງເຮົາມາມອບໃຫ້ແກ່ເຈົ້າ;
17 ຈົ່ງສວມເຄື່ອງປ້ອງກັນແຫ່ງສັດທາ ຊຶ່ງໃນນັ້ນເຈົ້າຈະສາມາດດັບລູກສອນ ກໄຟທັງໝົດຂອງຄົນຊົ່ວໄດ້;
18 ແລະ ຈົງຖືໝວກເຫລັກແຫ່ງຄວາມລອດ, ແລະ ດາບຂອງພຣະວິນຍານຂອງເຮົາ, ຊຶ່ງເຮົາຈະຖອກເທລົງເທິງເຈົ້າ, ແລະ ຖ້ອຍຄຳຂອງເຮົາ ຊຶ່ງເຮົາໄດ້ເປີດເຜີຍໃຫ້ແກ່ເຈົ້າ, ແລະ ເຫັນພ້ອມນຳກັນໃນສິ່ງໃດກໍຕາມທີ່ເຈົ້າໄດ້ຖາມເຮົາ, ແລະ ຈົ່ງຊື່ສັດຈົນກວ່າເຮົາຈະມາ, ແລະ ເຈົ້າຈະຖືກ ກພາຂຶ້ນໄປ, ເພື່ອວ່າບ່ອນໃດທີ່ເຮົາຢູ່ ເຈົ້າກໍຈະຢູ່ບ່ອນນັ້ນ ຂຄືກັນ. ອາແມນ.