ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 3


ພາກທີ 3

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຮາມ​ໂມ​ນີ, ລັດ​ເພັນໂຊ​ເວເນຍ, ເດືອນ​ກໍລະກົດ 1828, ກ່ຽວ​ກັບ​ການ​ສູນ​ເສຍ​ຕົ້ນ​ສະບັບ​ຂອງ​ການ​ແປ​ສ່ວນ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍມອນ 116 ໜ້າ, ຊຶ່ງ​ເອີ້ນ​ວ່າ ໜັງ​ສື​ລີໄຮ. ສາດ​ສະ​ດາ​ໄດ້​ຍິນ​ຍອມ​ໃຫ້​ມາຕິນ ແຮຣິສ ເອົາ​ການ​ແປ​ເຫລົ່າ​ນັ້ນ​ໄປ​ຈາກ​ການ​ອາ​ລັກ​ຂາ​ຂອງ​ເພິ່ນ​ດ້ວຍ​ຄວາມ​ລັງ​ເລ​ໃຈ, ຜູ້​ໄດ້​ຊ່ວຍ​ເປັນ​ຄົນ​ຂຽນ​ການ​ແປ​ຂອງ​ພຣະ​ຄຳ​ພີ​ມໍມອນ​ໃຫ້​ເພິ່ນ​ຊົ່ວ​ໄລ​ຍະ​ໜຶ່ງ. ການ​ເປີດ​ເຜີຍ​ແມ່ນ​ຖືກ​ມອບ​ໃຫ້​ຜ່ານ​ອຸລີມ ແລະ ທຸມມີມ. (ເບິ່ງ ພາກ​ທີ 10.)

1–4, ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ໜຶ່ງ​ຮອບ​ນິ​ລັນ​ດອນ; 5–15, ໂຈເຊັບ ສະມິດ ຈະ​ຕ້ອງ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ສູນ​ເສຍ​ຂອງ​ປະທານ​ແຫ່ງ​ການ​ແປ; 16–20, ພຣະ​ຄຳ​ພີ​ມໍມອນ​ອອກ​ມາ​ເພື່ອ​ຊ່ວຍ​ເຊື້ອ​ສາຍ​ຂອງ​ລີໄຮ​ໃຫ້​ໄດ້​ຮັບ​ຄວາມ​ລອດ.

1 ວຽກ​ງານ, ແລະ ແຜນ​ການ, ແລະ ຈຸດ​ປະສົງ​ຂອງ​ພຣະ​ເຈົ້າ ຈະ​ລົ້ມ​ເຫລວ​ບໍ່​ໄດ້, ທັງ​ບໍ່​ໄຮ້​ປະ​ໂຫຍດ.

2 ເພາະ ພຣະ​ເຈົ້າ​ບໍ່​ດຳ​ເນີນ​ໄປ​ຕາມ​ທາງ​ຄົດ, ທັງ​ພຣະ​ອົງ​ຈະ​ບໍ່​ລ້ຽວ​ໄປ​ທາງ​ຂວາມື ຫລື ຊ້າຍ, ທັງ​ພຣະ​ອົງ​ຈະ​ບໍ່​ປ່ຽນ​ແປງ​ຈາກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້, ສະນັ້ນ ທາງ​ຂອງ​ພຣະ​ອົງ​ຊື່​ຕົງ, ແລະ ເສັ້ນ​ທາງ​ເດີນ​ຂອງ​ພຣະ​ອົງ​ຈຶ່ງ​ເປັນ​ໜຶ່ງ​ຮອບ​ນິ​ລັນ​ດອນ.

3 ຈົ່ງ​ຈຳ​ໄວ້, ຈຳ​ໄວ້​ວ່າ ບໍ່​ແມ່ນ ວຽກ​ງານ​ຂອງ​ພຣະ​ເຈົ້າ​ທີ່​ລົ້ມ​ເຫລວ, ແຕ່​ແມ່ນ​ວຽກ​ງານ​ຂອງ​ມະນຸດ;

4 ເພາະ​ເຖິງ​ແມ່ນ​ວ່າ​ມະນຸດ​ອາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ, ແລະ ມີ​ອຳນາດທີ່​ຈະ​ເຮັດ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ, ແຕ່​ຖ້າ​ຫາກ​ເຂົາ ອວດ​ອ້າງ​ໃນ​ກຳ​ລັງ​ຂອງ​ຕົນ​ເອງ, ແລະ ຖື​ວ່າ ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ​ໄຮ້​ປະ​ໂຫຍດ, ແລະ ເຮັດ​ຕາມ​ຄວາມ​ປະສົງ ແລະ ຄວາມ​ປາດ​ຖະ​ໜາ​ອັນ​ເປັນ ຕັນ​ຫາ​ຂອງ​ຕົນ​ແລ້ວ, ເຂົາ​ຈະ​ຕົກ​ໄປ ແລະ ຈະ​ນຳ ການ​ແກ້​ແຄ້ນ​ຂອງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຕົນ.

5 ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ​ຝາກ​ຝັງ​ໄວ້​ນຳ​ເຈົ້າ, ແຕ່​ບັນ​ຍັດ​ທີ່​ເຈົ້າ​ໄດ້​ຮັບ​ເຄັ່ງ​ຄັດ​ຫລາຍ​ຂະ​ໜາດ​ໃດ; ແລະ ໃຫ້​ຈື່​ຈຳ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ເຈົ້າ​ນຳ​ອີກ, ຖ້າ​ເຈົ້າ​ບໍ່​ໄດ້​ລ່ວງ​ລະເມີດ​ມັນ.

6 ແລະ ຈົ່ງ​ເບິ່ງ, ຈັກ​ເທື່ອ​ແລ້ວ​ທີ່​ເຈົ້າ​ໄດ້ ລ່ວງ​ລະເມີດ​ບັນ​ຍັດ ແລະ ກົດ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ເຮັດ​ຕາມ ການ​ຊັກ​ຊວນ​ຂອງ​ມະນຸດ​ຕໍ່​ໄປ.

7 ເພາະ, ຈົ່ງ​ເບິ່ງ, ເຈົ້າ​ບໍ່​ຄວນ ຢ້ານ​ກົວ​ມະນຸດ​ຫລາຍ​ກວ່າ​ພຣະ​ເຈົ້າ. ເຖິງ​ແມ່ນ​ວ່າ​ມະນຸດ​ຈະ​ຖື​ວ່າ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ​ໄຮ້​ປະ​ໂຫຍດ, ແລະ ດູ​ຖູກ​ພຣະ​ຄຳ​ຂອງ​ພຣະ​ອົງ—

8 ແຕ່​ເຈົ້າ​ຄວນ​ຈະ​ຊື່​ສັດ; ແລະ ພຣະ​ອົງ​ຄົງ​ຈະ​ເດ່​ແຂນ​ຂອງ​ພຣະ​ອົງ​ອອກ​ມາ ແລະ ຄ້ຳ​ຈູນ​ເຈົ້າ​ຕ້ານ​ທານ​ກັບ ລູກ​ສອນ​ໄຟ​ທັງ​ປວງ​ຂອງ ຄູ່​ຕໍ່​ສູ້; ແລະ ພຣະ​ອົງ​ຄົງ​ຈະ​ຢູ່​ນຳ​ເຈົ້າ​ໃນ ຄວາມ​ທຸກ​ຮ້ອນ ທຸກ​ເທື່ອ.

9 ຈົ່ງ​ເບິ່ງ, ເຈົ້າ​ຄື​ໂຈເຊັບ, ແລະ ເຈົ້າ​ໄດ້​ຖືກ​ເລືອກ​ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ເປັນ​ເພາະ​ການ​ລ່ວງ​ລະເມີດ, ຖ້າ​ເຈົ້າ​ບໍ່​ລະ​ວັງ ເຈົ້າ​ຈະ​ຕົກ​ໄປ.

10 ແຕ່ ຈົ່ງ​ຈຳ​ໄວ້​ວ່າ ພຣະ​ເຈົ້າ​ມີ​ເມດ​ຕາ; ສະນັ້ນ, ຈົ່ງ​ກັບ​ໃຈ​ຈາກ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຜ່ານ​ມາ ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ບັນ​ຍັດ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ, ແລະ ເຈົ້າ​ຍັງ​ຖືກ​ເລືອກ, ແລະ ເຈົ້າ​ຖືກ​ເອີ້ນ​ໃຫ້​ເຮັດ​ວຽກ​ງານ​ຄືນ​ອີກ;

11 ຍົກ​ເວັ້ນ​ແຕ່​ເຈົ້າ​ຈະ​ເຮັດ​ສິ່ງ​ນີ້, ເຈົ້າ​ຈະ​ຖືກ​ປ່ອຍ​ໄປ ແລະ ເປັນ​ເໝືອນ​ດັ່ງ​ຄົນ​ອື່ນໆ, ແລະ ບໍ່​ມີ​ຂອງ​ປະທານ​ອີກ​ຕໍ່​ໄປ.

12 ແລະ ເມື່ອ​ເຈົ້າ​ປ່ອຍ​ການ​ຫລຽວ​ເຫັນ ແລະ ອຳນາດ​ທີ່​ຈະ ແປ ຊຶ່ງ​ພຣະ​ເຈົ້າ​ປະທານ​ໃຫ້​ເຈົ້າ​ໄປ ກໍ​ເທົ່າ​ກັບ​ວ່າ​ເຈົ້າ​ໄດ້​ປ່ອຍ​ໃຫ້​ສິ່ງ​ສັກ​ສິດ​ຕົກ​ຢູ່​ໃນ​ມື​ຂອງ ຄົນ​ຊົ່ວ,

13 ຜູ້​ຖື​ວ່າ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ​ໄຮ້​ປະ​ໂຫຍດ, ແລະ ເຮັດ​ຜິດ​ຄຳ​ສັນ​ຍາ​ທີ່​ສັກ​ສິດ​ທີ່​ສຸດ ຊຶ່ງ​ໄດ້​ເຮັດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ເພິ່ງ​ການ​ຕັດ​ສິນ​ຂອງ​ຕົນ​ເອງ ແລະ ໄດ້ ອວດ​ອ້າງ​ໃນ​ປັນ​ຍາ​ຂອງ​ຕົນ​ເອງ.

14 ແລະ ນີ້​ຄື​ເຫດ​ຜົນ​ທີ່​ເຈົ້າ​ໄດ້​ສູນ​ເສຍ​ສິດ​ທິ​ພິ​ເສດ​ຂອງ​ເຈົ້າ​ໄປ​ເປັນ​ໄລ​ຍະ​ໜຶ່ງ—

15 ເພາະ​ເຈົ້າ​ໄດ້​ຍອມ​ໃຫ້​ຄຳ​ແນະນຳ​ຂອງ ຜູ້​ນຳ​ພາ​ຂອງ​ເຈົ້າ​ຖືກ​ຢຽບ​ຍ່ຳ​ຕັ້ງ​ແຕ່​ຕົ້ນ.

16 ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ຂອງ​ເຮົາ​ຈະ​ດຳ​ເນີນ​ໄປ​ໜ້າ, ເພາະ​ຕາບ​ໃດ​ທີ່ ຄວາມ​ຮູ້​ເລື່ອງ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອົງ​ໜຶ່ງ​ໄດ້​ມາ​ສູ່​ໂລກ​ຜ່ານ ປະຈັກ​ພະຍານ​ຂອງ​ຊາວ​ຢິວ​ສັນ​ໃດ, ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອົງ​ໜຶ່ງ​ຈະ​ມາ​ສູ່​ຜູ້​ຄົນ​ຂອງ​ເຮົາ​ສັນ​ນັ້ນ—

17 ແລະ ມາ​ສູ່ ຊາວ​ນີໄຟ, ແລະ ຊາວ​ຢາໂຄບ, ແລະ ຊາວ​ໂຢເຊັບ, ແລະ ຊາວ​ໂຊຣຳ, ຜ່ານ​ປະຈັກ​ພະຍານ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ—

18 ແລະ ປະຈັກ​ພະຍານ​ນີ້​ຈະ​ມາ​ສູ່​ຄວາມ​ຮູ້​ຂອງ ຊາວ​ເລມັນ, ແລະ ຊາວ​ເລ​ມູ​ເອນ, ແລະ ຊາວ​ອິດ​ຊະ​ມາ​ເອນ, ຜູ້ ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ, ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຍອມ​ໃຫ້ ທຳ​ລາຍ​ຊາວ​ນີໄຟ​ພີ່​ນ້ອງ​ຂອງ​ເຂົາ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ເຂົາ.

19 ແລະ ເພາະ ຈຸດ​ປະສົງ​ນີ້ ແຜ່ນ​ຈາລຶກ​ເຫລົ່າ​ນີ້​ຈຶ່ງ​ຖືກ​ຮັກ​ສາ​ໄວ້, ຊຶ່ງ​ບັນ​ຈຸ​ບັນ​ທຶກ​ເຫລົ່າ​ນີ້—ເພື່ອ​ວ່າ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ;

20 ແລະ ເພື່ອ​ວ່າ ຊາວ​ເລມັນ​ຈະ​ມີ​ຄວາມ​ຮູ້​ເລື່ອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ, ແລະ ເພື່ອ​ວ່າ​ເຂົາ​ຈະ​ຮູ້​ກ່ຽວ​ກັບ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເພື່ອ​ວ່າ​ເຂົາ​ຈະ ເຊື່ອ​ພຣະ​ກິດ​ຕິ​ຄຸນ ແລະ ເພິ່ງ​ອາ​ໄສ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ເຢຊູ​ຄຣິດ, ແລະ ຮຸ່ງ​ເຫລື້ອມ​ຜ່ານ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ເພື່ອ​ວ່າ ຜ່ານ​ການ​ກັບ​ໃຈ ເຂົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ. ອາແມນ.