ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 33


ພາກ​ທີ 33

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ເອຊະ​ຣາ ແຕ ແລະ ນອດ​ທະໂຣບ ສະວີດ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ຕຸລາ 1830. ໃນ​ການ​ແນະນຳ​ການ​ເປີດ​ເຜີຍ​ນີ້, ປະຫວັດ​ຂອງ​ໂຈເຊັບ ສະມິດ ຢືນ​ຢັນ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ … ພ້ອມ​ສະເໝີ​ທີ່​ຈະ​ແນະນຳ​ຄົນ​ທີ່​ສະແຫວງ​ຫາ​ຢ່າງ​ພາກ​ພຽນ​ດ້ວຍ​ສັດທາ.”

1–4, ຄົນ​ງານ​ໄດ້​ຖືກ​ເອີ້ນ​ໃຫ້​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ໃນ​ຊົ່ວ​ໂມງ​ທີ​ສິບ​ເອັດ; 5–6, ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ການ​ສະຖາ​ປະນາ​ຂຶ້ນ, ແລະ ຜູ້​ທີ່​ຖືກ​ເລືອກ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ; 7–10, ຈົ່ງ​ກັບ​ໃຈ, ເພາະ​ອາ​ນາ​ຈັກ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ; 11–15, ສາດ​ສະ​ໜາ​ຈັກ​ຖືກ​ສ້າງ​ຂຶ້ນ​ໄວ້​ເທິງ​ດານ​ຫີນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ; 16–18, ຈົ່ງ​ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ເຈົ້າ​ບ່າວ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອ​ຊະ​ຣາ ແລະ ນອດ​ທະ​ໂຣບ, ວ່າ​ຈົ່ງ​ເປີດ​ຫູ​ຂອງ​ເຈົ້າ ແລະ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ຊຶ່ງ ຖ້ອຍ​ຄຳ​ມີ​ຊີ​ວິດ ແລະ ມີ​ພະ​ລັງ, ແຫລມ​ຄົມ​ຫລາຍ​ກວ່າ​ດາບ​ສອງ​ຄົມ, ຊຶ່ງ​ຈະ​ແຍກ​ທັງ​ຂໍ້​ຕໍ່ ແລະ ໄຂ​ໃນ​ກະ​ດູກ, ຈິດ​ວິນ​ຍານ ແລະ ວິນ​ຍານ​ອອກ​ຈາກ​ກັນ; ແລະ ພຣະ​ອົງ​ຫລິງ​ເຫັນ​ຄວາມ​ນຶກ​ຄິດ ແລະ ຄວາມ​ເຈດ​ຕະນາ​ຂອງ​ໃຈ.

2 ເພາະ​ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັ່ງ​ສຽງ​ຂອງ​ເຈົ້າ​ດັ່ງ​ກັບ ສຽງ​ແກ, ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້​ແກ່​ລຸ້ນ​ທີ່​ຄົດ​ໂກງ ແລະ ເສຍ​ຄົນ​ນີ້.

3 ເພາະ​ຈົ່ງ​ເບິ່ງ, ທົ່ງ​ກໍ​ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ; ແລະ ນີ້​ຄື​ຊົ່ວ​ໂມງ ທີ​ສິບ​ເອັດ, ແລະ ເທື່ອ​ສຸດ​ທ້າຍ​ທີ່​ເຮົາ​ຈະ​ເອີ້ນ​ຄົນ​ງານ​ໃຫ້​ເຂົ້າ​ໄປ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

4 ແລະ ສວນ​ອະງຸ່ນ​ຂອງ​ເຮົາ​ກັບ​ມາ ເສຍ​ໄປ​ໝົດ​ທຸກ​ບ່ອນ; ແລະ ບໍ່​ມີ​ໃຜ​ເຮັດ ຄວາມ​ດີ ນອກ​ຈາກ​ຈຳນວນ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ; ແລະ ພວກ​ເຂົາ​ເຮັດ ຄວາມ​ຜິດ​ພາດ​ຫລາຍ​ຢ່າງ​ເພາະ ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ, ທຸກ​ຄົນ​ມີ​ຈິດ​ໃຈ​ເສື່ອມ​ຊາມ.

5 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ ສາດ​ສະ​ໜາ​ຈັກ​ນີ້ ເຮົາ​ໄດ້ ສະຖາ​ປະນາ​ມັນ​ຂຶ້ນ ແລະ ເອີ້ນ​ໃຫ້​ອອກ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

6 ແລະ ແມ່ນ​ແຕ່​ເຊັ່ນ​ນັ້ນ ເຮົາ​ຈະ ເຕົ້າ​ໂຮມ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ເຮົາ​ຈາກ ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ​ໃນ​ເຮົາ, ແລະ ເຊື່ອ​ຟັງ​ສຽງ​ຂອງ​ເຮົາ.

7 ແທ້​ຈິງ​ແລ້ວ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ທົ່ງ​ກໍ​ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ; ດັ່ງ​ນັ້ນ, ຈົ່ງ​ເດ່​ກ່ຽວ​ຂອງ​ເຈົ້າ​ອອກ​ໄປ, ແລະ ເກັບ​ກ່ຽວ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງ​ເຈົ້າ.

8 ຈົ່ງ ເປີດ​ປາກ​ຂອງ​ເຈົ້າ ແລະ ມັນ​ຈະ​ຖືກ​ເຮັດ​ໃຫ້​ເຕັມ, ແລະ ເຈົ້າ​ຈະ​ກາຍ​ເປັນ​ແມ່ນ​ແຕ່​ເໝືອນ​ດັ່ງ ນີໄຟ​ໃນ​ສະ​ໄໝ​ບູຮານ, ຜູ້​ໄດ້​ເດີນ​ທາງ​ຈາກ​ເຢຣູ​ຊາເລັມ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

9 ແທ້​ຈິງ​ແລ້ວ, ຈົ່ງ​ເປີດ​ປາກ​ຂອງ​ເຈົ້າ ແລະ ຢ່າ​ຢັບ​ຢັ້ງ​ໄວ້, ແລະ ເຈົ້າ​ຈະ​ໜັກ​ດ້ວຍ ມັດ​ເຂົ້າ​ຢູ່​ເທິງ​ບ່າ​ຂອງ​ເຈົ້າ, ເພາະ​ເບິ່ງ​ແມ, ເຮົາ​ຢູ່​ນຳ​ເຈົ້າ.

10 ແທ້​ຈິງ​ແລ້ວ, ຈົ່ງ​ເປີດ​ປາກ​ຂອງ​ເຈົ້າ ແລະ ມັນ​ຈະ​ຖືກ​ເຮັດ​ໃຫ້​ເຕັມ, ກ່າວ​ວ່າ: ຈົ່ງ ກັບ​ໃຈ, ຈົ່ງ​ກັບ​ໃຈ​ເຖີດ, ແລະ ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ທາງ​ຂອງ​ພຣະ​ອົງ​ຊື່​ຕົງ; ເພາະ​ອາ​ນາ​ຈັກ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ;

11 ແທ້​ຈິງ​ແລ້ວ, ຈົ່ງ​ກັບ​ໃຈ ແລະ ຮັບ ບັບຕິ​ສະມາ, ເຈົ້າ​ທຸກ​ຄົນ, ເພື່ອ​ການ​ປົດ​ບາບ​ຂອງ​ເຈົ້າ; ແທ້​ຈິງ​ແລ້ວ, ລົງ​ໄປ​ໃນ​ນ້ຳ​ຮັບ​ບັບຕິ​ສະມາ, ແລະ ຈາກ​ນັ້ນ​ການ​ບັບຕິ​ສະມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ມາ​ເຖິງ.

12 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ນີ້​ຄື ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ; ແລະ ຈົ່ງ​ຈື່​ຈຳ​ໄວ້​ວ່າ ພວກ​ເຂົາ​ຕ້ອງ​ມີ​ສັດທາ​ໃນ​ເຮົາ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ບໍ່​ມີ​ທາງ​ທີ່​ຈະ​ລອດ​ໄດ້​ເລີຍ;

13 ແລະ ເທິງ ດານ​ຫີນ​ນີ້ ເຮົາ​ຈະ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນ; ແທ້​ຈິງ​ແລ້ວ, ເທິງ​ດານ​ຫີນ​ນີ້ ເຈົ້າ​ຈະ​ຖືກ​ສ້າງ​ຂຶ້ນ, ແລະ ຖ້າ​ຫາກ​ເຈົ້າ​ດຳ​ເນີນ​ຕໍ່​ໄປ, ປະຕູ​ນະລົກ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່​ໄດ້.

14 ແລະ ເຈົ້າ​ຈົ່ງ​ຈື່​ຈຳ​ທີ່​ຈະ​ຮັກ​ສາ ກົດ ແລະ ພັນທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ.

15 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ມີ​ສັດທາ ເຈົ້າ​ຈົ່ງ ຢືນ​ຢັນ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໂດຍ​ການ​ວາງ ມື, ແລະ ເຮົາ​ຈະ​ມອບ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົາ.

16 ແລະ ພຣະ​ຄຳ​ພີ​ມໍມອນ ແລະ ພຣະ​ຄຳ​ພີ​ທີ່​ສັກ​ສິດ ໄດ້​ຖືກ​ມອບ​ໃຫ້​ຈາກ​ເຮົາ​ເພື່ອ​ເປັນ ການ​ແນະນຳ​ແກ່​ເຈົ້າ; ແລະ ອຳນາດ​ວິນ​ຍານ​ຂອງ​ເຮົາ​ເຮັດ​ໃຫ້​ທຸກ​ສິ່ງ​ມີ ຊີ​ວິດ​ຊີ​ວາ.

17 ດັ່ງ​ນັ້ນ, ຈົ່ງ​ຊື່​ສັດ, ຈົ່ງ​ອະ​ທິ​ຖານ​ສະເໝີ, ຕັດ​ໄສ້​ຕະ​ກຽງ​ຂອງ​ເຈົ້າ ແລະ ໃຫ້​ມັນ​ລຸກ​ຢູ່, ແລະ ມີ​ນ້ຳ​ມັນ​ຢູ່​ນຳ​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ​ຕຽມ​ພ້ອມ​ໃນ​ການ​ສະ​ເດັດ​ມາ​ຂອງ ເຈົ້າບ່າວ​—

18 ເພາະ​ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ເຮົາ ມາ​ຢ່າງ​ໄວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.