ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 38


ພາກທີ 38

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ວັນທີ 2 ເດືອນ​ມັງກອນ, 1831. ເຫດ​ການ​ນັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ.

1–6, ພຣະ​ຄຣິດ​ໄດ້​ສ້າງ​ທຸກ​ສິ່ງ​ທັງ​ປວງ; 7–8, ພຣະ​ອົງ​ຢູ່​ໃນ​ທ່າມ​ກາງ​ໄພ່​ພົນ​ຂອງ​ພຣະ​ອົງ, ຜູ້​ຈະ​ເຫັນ​ພຣະ​ອົງ​ໃນ​ບໍ່​ຊ້າ; 9–12, ເນື້ອ​ໜັງ​ທັງ​ປວງ​ເສື່ອມ​ໂຊມ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ; 13–22, ພຣະ​ອົງ​ໄດ້​ສະ​ຫງວນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ໄວ້​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ອົງ​ໃນ​ການ​ເວລາ ແລະ ໃນ​ຊົ່ວ​ນິ​ລັນ​ດອນ; 23–27, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ບັນ​ຊາ​ໃຫ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ນັບ​ຖື​ກັນ​ສັນ​ອ້າຍ​ນ້ອງ; 28–29, ມີ​ການ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ສົງ​ຄາມ; 30–33, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ອຳນາດ​ຈາກ​ເບື້ອງ​ບົນ ແລະ ຈະ​ອອກ​ໄປ​ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ; 34–42, ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ບັນ​ຊາ​ໃຫ້​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ ແລະ ໃຫ້​ສະແຫວງ​ຫາ​ຄວາມ​ຮັ່ງ​ມີ​ແຫ່ງ​ຊົ່ວ​ນິ​ລັນ​ດອນ.

1 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ເຮົາ​ເປັນ​ຜູ້​ຍິ່ງ​ໃຫຍ່, ອາລະ​ຟາ ແລະ ໂອ​ເມຄາ, ເປັນ​ຕົ້ນ ແລະ ທີ່​ສຸດ, ຜູ້​ດຽວ​ກັນ​ນັ້ນ​ທີ່​ຫລຽວ​ເບິ່ງ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ຊົ່ວ​ນິ​ລັນ​ດອນ, ແລະ ໄພ່​ພົນ​ເຊຣາ​ຟີມ​ແຫ່ງ​ສະຫວັນ​ທັງ​ໝົດ, ກ່ອນ​ໂລກ​ໄດ້​ຖືກ ສ້າງ​ຂຶ້ນ;

2 ຜູ້​ດຽວ​ກັນ​ນັ້ນ​ທີ່ ຮູ້​ທຸກ​ສິ່ງ, ເພາະ ທຸກ​ສິ່ງ​ໄດ້​ຢູ່​ຕໍ່​ໜ້າ​ຕໍ່​ຕາ​ເຮົາ;

3 ເຮົາ​ຄື​ຜູ້​ດຽວ​ກັນ​ນັ້ນ​ທີ່​ກ່າວ, ແລະ ໂລກ​ໄດ້​ຖືກ ສ້າງ​ຂຶ້ນ, ແລະ ທຸກ​ສິ່ງ​ທັງ​ປວງ​ໄດ້​ບັງ​ເກີດ​ຂຶ້ນ​ໂດຍ​ເຮົາ.

4 ເຮົາ​ຄື​ຜູ້​ດຽວ​ກັນ​ນັ້ນ ທີ່​ໄດ້​ເອົາ​ເມືອງ ຊີໂອນ​ຂອງ​ເອນົກ​ເຂົ້າ​ມາ​ໄວ້​ໃນ​ຊວງ​ເອິກ​ຂອງ​ເຮົາ​ເອງ; ແລະ ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ວ່າ ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່ ເຊື່ອ​ໃນ​ນາມ​ຂອງ​ເຮົາ, ເພາະ​ເຮົາ​ຄື​ພຣະ​ຄຣິດ, ແລະ ໃນ​ນາມ​ຂອງ​ເຮົາ​ເອງ, ໂດຍ​ຄຸນ​ນະ​ທຳ​ຂອງ ເລືອດ​ທີ່​ເຮົາ​ໄດ້​ຫລັ່ງ, ເຮົາ​ໄດ້​ອ້ອນ​ວອນ​ຕໍ່​ພຣະ​ບິດາ​ແທນ​ເຂົາ.

5 ແຕ່​ຈົ່ງ​ເບິ່ງ, ຄົນ​ຊົ່ວ​ຜູ້​ທີ່​ເຫລືອ​ຢູ່ ເຮົາ​ໄດ້​ລ່າມ​ໄວ້​ດ້ວຍ ໂສ້​ແຫ່ງ​ຄວາມ​ມືດ ຈົນ​ກວ່າ ການ​ພິ​ພາກ​ສາ​ແຫ່ງ​ວັນ​ອັນ​ຍິ່ງ​ໃຫຍ່, ຊຶ່ງຈະ​ມາ​ໃນ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ;

6 ແລະ ແມ່ນ​ແຕ່​ເຊັ່ນ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຊົ່ວ​ຖືກ​ລ່າມ​ໄວ້, ຜູ້​ທີ່​ບໍ່​ຍອມ​ຟັງ​ສຽງ​ຂອງ​ເຮົາ ແຕ່​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ, ແລະ ວິບັດ, ວິບັດ, ວິບັດ, ຄື​ຊາ​ຕາ​ກຳ​ຂອງ​ເຂົາ.

7 ແຕ່​ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຕາ​ເຮົາ​ຈ້ອງ​ມອງ​ພວກ​ເຈົ້າ​ຢູ່. ເຮົາ​ຢູ່​ໃນ ທ່າມ​ກາງ​ພວກ​ເຈົ້າ ແລະ ພວກ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນ​ເຮົາ;

8 ແຕ່​ວັນ​ນັ້ນ​ຈະ​ມາ​ເຖິງ​ໃນ​ບໍ່​ດົນ​ນີ້​ທີ່​ພວກ​ເຈົ້າ​ຈະ​ໄດ້ ເຫັນ​ເຮົາ, ແລະ ຮູ້​ວ່າ​ເຮົາ​ດຳ​ລົງ​ຢູ່; ເພາະ​ບໍ່​ດົນ​ມ່ານ​ແຫ່ງ​ຄວາມ​ມືດ​ຈະ​ຖືກ​ສີກ​ອອກ, ແລະ ຄົນ​ທີ່​ບໍ່ ບໍ​ລິ​ສຸດ​ຈະ ຄົງ​ຢູ່​ໃນ​ວັນ​ນັ້ນ​ບໍ່​ໄດ້.

9 ດັ່ງ​ນັ້ນ, ຈົ່ງ​ຄາດ​ແອວ​ຂອງ​ພວກ​ເຈົ້າ ແລະ ຕຽມ​ພ້ອມ. ຈົ່ງ​ເບິ່ງ, ອາ​ນາ​ຈັກ​ເປັນ​ຂອງ​ພວກ​ເຈົ້າ, ແລະ ສັດ​ຕູ​ຈະ​ເອົາ​ຊະນະ​ບໍ່​ໄດ້.

10 ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ ສະອາດ​ແລ້ວ, ແຕ່​ບໍ່​ແມ່ນ​ທັງ​ໝົດ; ແລະ ບໍ່​ມີ​ຄົນ​ອື່ນ​ທີ່​ເຮົາ ພໍ​ໃຈ​ນຳ​ຫລາຍ​ກວ່າ;

11 ເພາະ ເນື້ອ​ໜັງ​ທັງ​ປວງ​ເສື່ອມ​ໂຊມ​ຢູ່​ຕໍ່​ໜ້າ​ເຮົາ; ແລະ ອຳນາດ​ແຫ່ງ ຄວາມ​ມືດ​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ, ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ຕໍ່​ໜ້າ​ໄພ່​ພົນ​ຂອງ​ສະຫວັນ​ທັງ​ໝົດ—

12 ຊຶ່ງ​ເຮັດ​ໃຫ້​ຄວາມ​ງຽບ​ສະ​ຫງັດ​ຄອບ​ງຳ, ແລະ ຕະຫລອດ​ຊົ່ວ​ນິ​ລັນ​ດອນ ເຈັບ​ປວດ, ແລະ ເຫລົ່າ​ທູດ​ພວມ​ລໍ​ຖ້າ​ຄຳ​ບັນ​ຊາ​ອັນ​ຍິ່ງ​ໃຫຍ່​ຢູ່ ທີ່​ຈະ ເກັບ​ກ່ຽວ​ແຜ່ນ​ດິນ​ໂລກ, ເພື່ອ​ເຕົ້າ​ໂຮມ ເຂົ້າ​ນົກ​ໄວ້​ເພື່ອ ເຜົາ; ແລະ, ຈົ່ງ​ເບິ່ງ, ສັດ​ຕູ​ໄດ້​ເຕົ້າ​ໂຮມ​ຕົວ​ເຂົ້າ​ກັນ.

13 ແລະ ບັດ​ນີ້ ເຮົາ​ສະແດງ​ໃຫ້​ພວກ​ເຈົ້າ​ເຫັນ​ຄວາມ​ລຶກ​ລັບ, ສິ່ງ​ທີ່​ເຄີຍ​ຖືກ​ເກັບ​ໄວ້​ໃນ​ຫ້ອງ​ລຶກ​ລັບ, ເພື່ອ​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ເກີດ​ຂຶ້ນ ແມ່ນ​ແຕ່ ຄວາມ​ພິນາດ​ຂອງ​ພວກ​ເຈົ້າ​ຕາມ​ຄວາມ​ສົມ​ຄວນ​ຂອງ​ເວລາ, ແລະ ພວກ​ເຈົ້າ​ບໍ່​ຮູ້​ມັນ;

14 ແຕ່​ບັດ​ນີ້ ເຮົາ​ບອກ​ໃຫ້​ພວກ​ເຈົ້າ​ຮູ້​ສິ່ງ​ນີ້, ແລະ ພວກ​ເຈົ້າ​ເປັນ​ສຸກ​ແລ້ວ, ບໍ່​ແມ່ນ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຈົ້າ, ທັງ​ບໍ່​ແມ່ນ​ເພາະ​ໃຈ​ຂອງ​ພວກ​ເຈົ້າ​ບໍ່​ເຊື່ອ​ຖື; ເພາະ​ຕາມ​ຄວາມ​ຈິງ​ແລ້ວ ບາງ​ຄົນ​ໃນ​ພວກ​ເຈົ້າ​ເຮັດ​ຄວາມ​ຜິດ​ຕໍ່​ເຮົາ, ແຕ່​ເຮົາ​ຈະ​ເມດ​ຕາ​ຕໍ່​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຈົ້າ.

15 ສະນັ້ນ, ພວກ​ເຈົ້າ​ຈົ່ງ ເຂັ້ມ​ແຂງ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ; ຢ່າ​ສູ່ ຢ້ານ, ເພາະ​ອາ​ນາ​ຈັກ​ເປັນ​ຂອງ​ພວກ​ເຈົ້າ.

16 ແລະ ເພື່ອ​ຄວາມ​ລອດ​ຂອງ​ພວກ​ເຈົ້າ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ເພາະ​ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ, ແລະ ຄົນ​ຍາກ​ຈົນ​ໄດ້​ຈົ່ມ​ຕໍ່​ເຮົາ, ແລະ ຄົນ​ຮັ່ງ​ມີ​ເຮົາ​ກໍ​ໄດ້​ສ້າງ​ຂຶ້ນ, ແລະ ເນື້ອ​ໜັງ​ທັງ​ປວງ​ເປັນ​ຂອງ​ເຮົາ, ແລະ ເຮົາ​ບໍ່ ເລືອກ​ໜ້າ​ຄົນ.

17 ແລະ ເຮົາ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ອຸ​ດົມ​ສົມ​ບູນ, ແລະ ຈົ່ງ​ເບິ່ງ ມັນ​ເປັນ ບ່ອນ​ຮອງ​ຕີນ​ຂອງ​ເຮົາ, ດັ່ງ​ນັ້ນ, ເຮົາ​ຈະ​ຢືນ​ຢູ່​ເທິງ​ທີ່​ນັ້ນ​ອີກ​ເທື່ອ​ໜຶ່ງ.

18 ແລະ ເຮົາ​ໄດ້​ສະ​ເໜີ ແລະ ຍອມ​ທີ່​ຈະ​ມອບ​ຄວາມ​ຮັ່ງ​ມີ​ຫລາຍ​ກວ່າ​ນີ້​ໃຫ້​ແກ່​ພວກ​ເຈົ້າ, ແມ່ນ​ແຕ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ແຜ່ນ​ດິນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ນົມ ແລະ ນ້ຳ​ເຜິ້ງ, ຊຶ່ງ​ເທິງ​ນັ້ນ​ຈະ​ບໍ່​ມີ​ຄຳ​ສາບ​ແຊ່ງ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ;

19 ແລະ ເຮົາ​ຈະ​ມອບ​ມັນ​ໃຫ້​ແກ່​ພວກ​ເຈົ້າ ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຈົ້າ, ຖ້າ​ຫາກ​ພວກ​ເຈົ້າ​ສະແຫວງ​ຫາ​ມັນ​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຈົ້າ.

20 ແລະ ນີ້ຈະ​ເປັນ​ພັນທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ມັນ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຈົ້າ, ແລະ ເປັນ ມູນ​ມໍ​ລະ​ດົກ​ຂອງ​ລູກ​ຫລານ​ຂອງ​ພວກ​ເຈົ້າ​ຕະຫລອດ​ການ, ໃນ​ຂະນະ​ທີ່​ແຜ່ນ​ດິນ​ໂລກ​ຍັງ​ຕັ້ງ​ຢູ່, ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ​ມັນ​ອີກ​ໃນ​ຊົ່ວ​ນິ​ລັນ​ດອນ, ໂດຍ​ບໍ່​ສູນ​ສິ້ນ​ອີກ​ຕໍ່​ໄປ.

21 ແຕ່, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມື້​ໜຶ່ງ​ພວກ​ເຈົ້າ​ຈະ​ບໍ່​ມີ​ກະສັດ ຫລື ຜູ້​ປົກ​ຄອງ, ເພາະ​ເຮົາ​ຈະ​ເປັນ ກະສັດ​ຂອງ​ພວກ​ເຈົ້າ ແລະ ເຝົ້າ​ດູ​ແລ​ພວກ​ເຈົ້າ.

22 ດັ່ງ​ນັ້ນ, ຈົ່ງ​ຟັງ​ສຽງ​ຂອງ​ເຮົາ ແລະ ຕາມ​ເຮົາ​ມາ, ແລະ ພວກ​ເຈົ້າ​ຈະ​ເປັນ ຄົນ​ອິດສະ​ລະ, ແລະ ພວກ​ເຈົ້າ​ຈະ​ບໍ່​ມີ​ກົດ​ນອກ​ຈາກ​ກົດ​ຂອງ​ເຮົາ ເມື່ອ​ເຮົາ​ມາ, ເພາະ​ເຮົາ​ຄື ຜູ້​ໃຫ້​ກົດ​ຂອງ​ພວກ​ເຈົ້າ, ແລະ ແມ່ນ​ຫຍັງ​ຈະ​ຢັບ​ຢັ້ງ​ມື​ຂອງ​ເຮົາ​ໄດ້?

23 ແຕ່, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ ສິດ​ສອນ​ກັນ​ແລະ​ກັນ​ຕາມ​ໜ້າ​ທີ່​ຊຶ່ງ​ເຮົາ​ໄດ້​ແຕ່ງ​ຕັ້ງ​ພວກ​ເຈົ້າ;

24 ແລະ ໃຫ້​ທຸກໆ​ຄົນ ນັບ​ຖື​ອ້າຍ​ນ້ອງ​ຂອງ​ຕົນ​ເໝືອນ​ດັ່ງ​ຕົນ​ເອງ, ແລະ ປະ​ຕິ​ບັດ​ດ້ວຍ ຄຸນ​ນະ​ທຳ ແລະ ຄວາມ​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ.

25 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ທຸກໆ​ຄົນ​ນັບ​ຖື​ອ້າຍ​ນ້ອງ​ຂອງ​ຕົນ​ເໝືອນ​ດັ່ງ​ຕົນ​ເອງ.

26 ເພາະ​ຄົນ​ໃດ​ແດ່​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ມີ​ລູກ​ຊາຍ​ສິບ​ສອງ​ຄົນ, ແລະ ບໍ່​ໄດ້​ເລືອກ​ໜ້າ​ພວກ​ເຂົາ, ແລະ ພວກ​ເຂົາ​ກໍ​ໄດ້​ຮັບ​ໃຊ້​ລາວ​ຢ່າງ​ເຊື່ອ​ຟັງ, ແລະ ລາວ​ຈະ​ເວົ້າ​ກັບ​ຄົນ​ໜຶ່ງ​ບໍ​ວ່າ: ໃຫ້​ລູກ​ນຸ່ງ​ຖື​ເສື້ອ​ຜ້າ​ຜືນ​ງາມ ແລະ ໃຫ້​ນັ່ງ​ຢູ່​ນີ້; ແລະ ກັບ​ອີກ​ຄົນ​ໜຶ່ງ​ວ່າ: ໃຫ້​ເຈົ້າ​ນຸ່ງ​ເສື້ອ​ຜ້າ​ຂາດ ແລະ ນັ່ງ​ຢູ່​ບ່ອນ​ນັ້ນ—ແລະ ຫລຽວ​ເບິ່ງ​ພວກ​ລູກ​ຊາຍ ແລະ ເວົ້າ​ວ່າ​ເຮົາ​ຍຸດ​ຕິ​ທຳ​ແລ້ວ?

27 ຈົ່ງ​ເບິ່ງ, ເຮົາ​ໄດ້​ມອບ​ສິ່ງ​ນີ້​ໃຫ້​ພວກ​ເຈົ້າ​ເປັນ​ຄຳ​ອຸປະມາ, ແລະ ມັນ​ເປັນ​ເໝືອນ​ດັ່ງ​ທີ່​ເຮົາ​ເປັນ. ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ຈົ່ງ​ເປັນ​ອັນ ໜຶ່ງ​ດຽວ​ກັນ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ.

28 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສັດ​ຕູ​ຢູ່​ໃນ​ຫ້ອງ​ລຶກ​ລັບ​ສະແຫວງ​ຫາ​ທີ່​ຈະ​ເອົາ ຊີ​ວິດ​ຂອງ​ພວກ​ເຈົ້າ.

29 ພວກ​ເຈົ້າ​ໄດ້​ຍິນ​ເລື່ອງ ສົງ​ຄາມ​ຢູ່​ໃນ​ປະເທດ​ໄກ, ແລະ ພວກ​ເຈົ້າ​ເວົ້າ​ວ່າ ບໍ່​ດົນ​ຈະ​ມີ​ສົງ​ຄາມ​ໃຫຍ່​ໃນ​ປະເທດ​ໄກ, ແຕ່​ພວກ​ເຈົ້າ​ບໍ່​ຮູ້​ໃຈ​ຂອງ​ຄົນ​ໃນ​ແຜ່ນ​ດິນ​ຂອງ​ຕົນ​ເອງ​ເລີຍ.

30 ເຮົາ​ບອກ​ສິ່ງ​ນີ້​ກັບ​ພວກ​ເຈົ້າ ເພາະ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ; ດັ່ງ​ນັ້ນ, ຈົ່ງ ສະ​ສົມ ປັນ​ຍາ​ໄວ້​ໃນ​ຊວງ​ອົກ​ຂອງ​ພວກ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ມະນຸດ​ຈະ​ເປີດ​ເຜີຍ​ເລື່ອງ​ເຫລົ່າ​ນີ້​ແກ່​ພວກ​ເຈົ້າ​ໂດຍ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ໃນ​ວິ​ທີ​ທີ່​ຈະ​ກ່າວ​ເຂົ້າ​ຫູ​ຂອງ​ພວກ​ເຈົ້າ​ດ້ວຍ​ສຽງ​ດັງ​ກວ່າ​ສຽງ​ທີ່​ຈະ​ສັ່ນ​ແຜ່ນ​ດິນ​ໂລກ; ແຕ່ ຖ້າ​ຫາກ​ພວກ​ເຈົ້າ​ຕຽມ​ພ້ອມ ພວກ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ.

31 ແລະ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ໜີ​ພົ້ນ​ອຳນາດ​ຂອງ​ສັດ​ຕູ, ແລະ ເຕົ້າ​ໂຮມ​ເຂົ້າ​ກັນ​ເປັນ​ຄົນ​ຊອບ​ທຳ​ຂອງ​ເຮົາ, ບໍ່​ມີ​ຂໍ້​ຕຳ​ນິ ແລະ ມົນ​ທິນ

32 ດັ່ງ​ນັ້ນ, ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ມອບ​ພຣະ​ບັນ​ຍັດ​ໃຫ້​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຄວນ​ໄປ​ຫາ​ລັດ ໂອ​ໄຮ​ໂອ; ແລະ ຢູ່​ທີ່​ນັ້ນ​ເຮົາ​ຈະ​ມອບ ກົດ​ຂອງ​ເຮົາ​ໃຫ້​ພວກ​ເຈົ້າ; ແລະ ຢູ່​ທີ່​ນັ້ນ​ພວກ​ເຈົ້າ​ຈະ​ໄດ້ ຮັບ​ພອນ​ດ້ວຍ​ອຳນາດ​ຈາກ​ເບື້ອງ​ບົນ;

33 ແລະ ຈາກ​ທີ່​ນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ເຮົາ​ປະສົງ ຈະ ອອກ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ, ແລະ ເຂົາ​ຈະ​ຖືກ​ບອກ​ວ່າ ເຂົາ​ຄວນ​ເຮັດ​ສິ່ງ​ໃດ; ເພາະ​ເຮົາ​ມີ​ວຽກ​ງານ​ອັນ​ສຳ​ຄັນ​ທີ່​ໄດ້​ສະ​ສົມ​ໄວ້, ເພາະ​ອິດສະ​ຣາເອນ​ຈະ ລອດ, ແລະ ເຮົາ​ຈະ​ນຳ​ພາ​ເຂົາ​ໄປ​ຫາ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ປະສົງ, ແລະ ບໍ່​ມີ​ອຳນາດ​ໃດ​ທີ່​ຈະ ຢັບ​ຢັ້ງ​ມື​ຂອງ​ເຮົາ​ໄດ້.

34 ແລະ ບັດ​ນີ້, ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ໃນ​ພາກ​ສ່ວນ​ນີ້, ຄື​ຜູ້​ຊາຍ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ ສຽງ​ຂອງ​ສາດ​ສະ​ໜາ​ຈັກ;

35 ແລະ ພວກ​ເຂົາ​ຈະ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ​ເພື່ອ ບັນ​ເທົາ​ພວກ​ເຂົາ​ຈາກ​ຄວາມທຸກ​ຍາກ​ລຳບາກ​ຂອງ​ພວກ​ເຂົາ; ແລະ ສົ່ງພວກ​ເຂົາ​ໄປ​ຫາ​ບ່ອນ​ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ;

36 ແລະ ນີ້​ຈະ​ເປັນ​ວຽກ​ງານ​ຂອງ​ພວກ​ເຂົາ, ທີ່​ຈະ​ບໍ​ລິ​ຫານ​ງານ​ເນື່ອງ​ດ້ວຍ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້.

37 ແລະ ຜູ້​ທີ່​ມີ​ໄຮ່​ນາ​ຊຶ່ງ​ຂາຍ​ບໍ່​ໄດ້, ກໍ​ໃຫ້​ເຂົາ​ປະ​ມັນ​ໄປ ຫລື ໃຫ້​ຄົນ​ອື່ນ​ເຊົ່າ ດັ່ງ​ທີ່​ພວກ​ເຂົາ​ເຫັນ​ວ່າ​ດີ.

38 ຈົ່ງ​ເບິ່ງ​ວ່າ ທຸກ​ສິ່ງ​ຖືກ​ປົກ​ປັກ​ຮັກ​ສາ; ແລະ ເມື່ອ​ມະນຸດ​ໄດ້ ຮັບ​ພອນ​ດ້ວຍ​ອຳນາດ​ຈາກ​ເບື້ອງ​ບົນ ແລະ ຖືກ​ສົ່ງ​ອອກ​ໄປ, ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຈະ​ຖືກ​ຮວບ​ຮວມ​ເຂົ້າ​ໃນ​ຊວງ​ອົກ​ຂອງ​ສາດ​ສະ​ໜາ​ຈັກ.

39 ແລະ ຖ້າ​ຫາກ​ພວກ​ເຈົ້າ​ສະແຫວງ​ຫາ ຄວາມ​ຮັ່ງ​ມີ ຊຶ່ງ​ມັນ​ເປັນ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ທີ່​ຈະ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແລ້ວ​ພວກ​ເຈົ້າ​ຈະ​ເປັນ​ຄົນ​ຮັ່ງ​ມີ​ທີ່​ສຸດ​ຫລາຍ​ກວ່າ​ທຸກ​ຄົນ​ທັງ​ປວງ, ເພາະ​ພວກ​ເຈົ້າ​ຈະ​ມີ ຄວາມ​ຮັ່ງ​ມີ​ແຫ່ງ​ຊົ່ວ​ນິ​ລັນ​ດອນ; ແລະ ມັນ​ຈຳ​ເປັນ​ວ່າ ຄວາມ​ຮັ່ງ​ມີ​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ຂອງ​ເຮົາ​ທີ່​ຈະ​ມອບ​ໃຫ້; ແຕ່​ຈົ່ງ​ລະ​ວັງ ຄວາມ​ທະນົງ​ຕົວ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ ຊາວ​ນີໄຟ​ໃນ​ສະ​ໄໝ​ບູຮານ.

40 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ມອບ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຈົ້າ, ວ່າ​ມະນຸດ​ທຸກ​ຄົນ, ທັງ​ແອວເດີ, ປະ​ໂລ​ຫິດ, ຄູ​ສອນ, ແລະ ສະມາ​ຊິກ​ນຳ​ອີກ, ຈົ່ງ​ໄປ​ດ້ວຍ​ສຸດ​ພະ​ລັງ​ຂອງ​ຕົນ, ດ້ວຍ​ເຫື່ອ​ແຮງ​ຂອງ ມື​ຕົນ, ເພື່ອ​ຕຽມ ແລະ ບັນ​ລຸ​ສິ່ງ​ຊຶ່ງ​ເຮົາ​ໄດ້​ບັນ​ຊາ.

41 ແລະ ຈົ່ງ​ໃຫ້ ການ​ສັ່ງ​ສອນ​ຂອງ​ພວກ​ເຈົ້າ​ເປັນ​ສຽງ ເຕືອນ, ມະນຸດ​ທຸກ​ຄົນ​ເຕືອນ​ເພື່ອນ​ບ້ານ​ຂອງ​ຕົນ, ດ້ວຍ​ຄວາມ​ນິ້ມ​ນວນ ແລະ ດ້ວຍ​ຄວາມ​ອ່ອນ​ໂຍນ.

42 ແລະ ພວກ​ເຈົ້າ​ຈົ່ງ ອອກ​ໄປ​ຈາກ​ບັນ​ດາ​ຄົນ​ຊົ່ວ. ຈົ່ງ​ຊ່ວຍ​ຕົວ​ເອງ​ໃຫ້​ລອດ. ເຈົ້າ​ທີ່​ຖື​ພາ​ຊະນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຮັກ​ສາ​ຕົວ​ໃຫ້​ສະອາດ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.