ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 39


ພາກ​ທີ 39

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ເຈມສ໌ ໂຄແວວ ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ວັນທີ 5 ເດືອນ​ມັງກອນ, 1831. ເຈມສ໌ ໂຄແວວ, ຜູ້​ໄດ້​ເປັນ​ຄຸນ​ພໍ່​ຂອງ​ສາດ​ສະ​ໜາ​ຈັກ​ເມໂທດິສ​ໄດ້​ປະ​ມານ​ສີ່​ສິບ​ປີ, ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ລາວ​ຈະ​ເຊື່ອ​ຟັງ​ຄຳ​ບັນ​ຊາ​ທັງ​ໝົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ໃຫ້​ແກ່​ລາວ​ຜ່ານ​ໂຈເຊັບ ຜູ້​ເປັນ​ສາດ​ສະ​ດາ.

1–4, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; 5–6, ການ​ຍອມ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຄື​ການ​ຍອມ​ຮັບ​ເອົາ​ພຣະ​ຄຣິດ; 7–14, ເຈມສ໌ ໂຄ​ແວວ ໄດ້​ຖືກ​ບັນ​ຊາ​ໃຫ້​ຮັບ​ບັບຕິ​ສະມາ ແລະ ອອກ​ແຮງ​ຢູ່​ໃນ​ສວນ​ອະງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 15–21, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; 22–24, ຜູ້​ທີ່​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ​ໃນ​ການ​ເວລາ ແລະ ໃນ​ຊົ່ວ​ນິ​ລັນ​ດອນ.

1 ຈົ່ງ​ເຊື່ອ​ຟັງ ແລະ ຟັງ​ສຽງ​ຂອງ​ພຣະ​ອົງ ຜູ້​ດຳ​ລົງ​ຢູ່​ຈາກ​ຕະຫລອດ ຊົ່ວ​ນິ​ລັນ​ດອນ​ເຖິງ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ, ເຮົາ​ເປັນ​ຜູ້​ຍິ່ງ​ໃຫຍ່, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ—

2 ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ; ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ມືດບໍ່​ເຂົ້າ​ໃຈ​ມັນ​ເລີຍ;

3 ຜູ້​ດຽວ​ກັນ​ນັ້ນ ຊຶ່ງ​ໄດ້​ສະ​ເດັດ​ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ​ໃນ ເວລາ​ອັນ​ຮຸ່ງ​ໂລດ, ແລະ ຜູ້​ຄົນ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ເອົາ​ເຮົາ;

4 ແຕ່​ກັບ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ຮັບ​ເອົາ​ເຮົາ, ເຮົາ​ຈະ​ມອບ​ຄວາມ​ສາ​ມາດໃຫ້​ເພື່ອ​ຈະ​ກາຍ​ເປັນ ບຸດ​ຂອງ​ເຮົາ; ແລະ ແມ່ນ​ແຕ່​ເປັນ​ເຊັ່ນ​ນັ້ນ​ທີ່​ເຮົາ​ຈະ​ມອບ​ໃຫ້​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ຮັບ​ເອົາ​ເຮົາ, ຄວາມ​ສາ​ມາດ​ທີ່​ຈະ​ກາຍ​ເປັນ​ບຸດ​ຂອງ​ເຮົາ.

5 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໄດ້ ຮັບ​ເອົາ​ເຮົາ; ແລະ ຄົນ​ທີ່​ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ບໍ່​ໄດ້​ຮັບ​ເອົາ​ເຮົາ.

6 ແລະ ນີ້​ຄື ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ—ການ​ກັບ​ໃຈ ແລະ ບັບຕິ​ສະມາ​ດ້ວຍ​ນ້ຳ, ແລະ ຈາກ​ນັ້ນ ການ​ບັບຕິ​ສະມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ​ເຖິງ, ແມ່ນ​ແຕ່​ພຣະ​ຜູ້​ປອບ​ໂຍນ, ຊຶ່ງ​ຈະ​ສະແດງ​ທຸກ​ສິ່ງ, ແລະ ສິດ​ສອນ​ສິ່ງ​ທີ່​ເປັນ​ສັນ​ຕິ​ສຸກ​ຂອງ​ອາ​ນາ​ຈັກ.

7 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຈມສ໌, ເຮົາ​ໄດ້​ເບິ່ງ​ວຽກ​ງານ​ຂອງ​ເຈົ້າ ແລະ ເຮົາ​ຮູ້​ຈັກ​ເຈົ້າ.

8 ແລະ ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ບັດ​ນີ້ ຫົວ​ໃຈ​ຂອງ​ເຈົ້າ​ຖືກ​ຕ້ອງ​ຕໍ່​ເຮົາ​ໃນ​ເວລາ​ນີ້; ແລະ, ຈົ່ງ​ເບິ່ງ, ເຮົາ​ໄດ້​ມອບ​ພອນ​ອັນ​ຍິ່ງ​ໃຫຍ່​ໄວ້​ເທິງ​ຫົວ​ຂອງ​ເຈົ້າ;

9 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ເຄີຍ​ເຫັນ​ຄວາມ​ໂສກ​ເສົ້າ​ອັນ​ໃຫຍ່​ຫລວງ​ມາ​ຫລາຍ​ແລ້ວ, ເພາະ​ເຈົ້າ​ໄດ້​ປະ​ຕິ​ເສດ​ເຮົາ​ຫລາຍ​ເທື່ອ ເພາະ​ຄວາມ​ທະນົງ​ຕົວ ແລະ ຄວາມ​ເປັນ​ຫ່ວງ​ສິ່ງ​ທາງ ໂລກ.

10 ແຕ່, ຈົ່ງ​ເບິ່ງ, ວັນ​ເວລາ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ເຈົ້າ​ໄດ້​ມາ​ເຖິງ​ແລ້ວ, ຖ້າ​ຫາກ​ເຈົ້າ​ຈະ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ຊຶ່ງ​ກ່າວ​ກັບ​ເຈົ້າ​ວ່າ: ຈົ່ງ​ລຸກ​ຂຶ້ນ ແລະ ຮັບ ບັບຕິ​ສະມາ, ແລະ ລ້າງ​ບາບ​ຂອງ​ເຈົ້າ​ເສຍ, ໂດຍ​ເອີ້ນ​ຫາ​ນາມ​ຂອງ​ເຮົາ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ຂອງ​ເຮົາ, ແລະ ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​ມາ​ກ່ອນ.

11 ແລະ ຖ້າ​ຫາກ​ເຈົ້າ​ເຮັດ​ເຊັ່ນ​ນີ້, ເຮົາ​ໄດ້​ຕຽມ​ເຈົ້າ​ໄວ້​ສຳ​ລັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ກວ່າ. ເຈົ້າ​ຈະ​ສັ່ງ​ສອນ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ສົ່ງ​ອອກ​ໄປ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ພັນທະ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ສົ່ງ​ອອກ​ໄປ​ເພື່ອ ກູ້​ຜູ້​ຄົນ​ຂອງ​ເຮົາ, ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

12 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ອຳນາດ​ນັ້ນ​ຈະ ຢູ່​ກັບ​ເຈົ້າ; ເຈົ້າ​ຈະ​ມີ​ສັດທາ​ອັນ​ຍິ່ງ​ໃຫຍ່, ແລະ ເຮົາ​ຈະ​ຢູ່​ກັບ​ເຈົ້າ ແລະ ອອກ​ໜ້າ​ເຈົ້າ.

13 ເຈົ້າ​ຖືກ​ເອີ້ນ​ໃຫ້ ອອກ​ແຮງ​ຢູ່​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ, ແລະ ໃຫ້​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ນຳ​ຊີໂອນ​ອອກ​ມາ, ເພື່ອ​ວ່າ​ມັນ​ຈະ​ປິ​ຕິ​ຍິນ​ດີ​ຢູ່​ເທິງ​ຄ້ອຍ​ພູ ແລະ ຈະ​ເລີນ​ຮຸ່ງ​ເຮືອງ.

14 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຈົ້າ​ບໍ່​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ຫາ​ດິນ​ແດນ​ທາງ​ພາກ​ຕາ​ເວັນ​ອອກ, ແຕ່​ເຈົ້າ​ຖືກ​ເອີ້ນ​ໃຫ້​ໄປ​ຫາ​ລັດ​ໂອ​ໄຮ​ໂອ.

15 ແລະ ຕາບ​ໃດ​ທີ່​ຜູ້​ຄົນ​ຂອງ​ເຮົາ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ລັດ​ໂອ​ໄຮ​ໂອ, ເຮົາ​ໄດ້​ຮັກ​ສາ ພອນ​ທີ່​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ​ໄວ້, ແລະ ມັນ​ຈະ​ຖືກ​ຖອກ​ເທ​ລົງ​ມາ​ເທິງ​ຫົວ​ຂອງ​ພວກ​ເຂົາ. ແລະ ຈາກ​ນັ້ນ​ມະນຸດ​ຈະ​ອອກ​ໄປ​ສູ່ ປະ​ຊາ​ຊາດ ທັງ​ປວງ.

16 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຜູ້​ຄົນ​ໃນ​ລັດ​ໂອ​ໄຮ​ໂອ​ໄດ້​ເອີ້ນ​ຫາ​ເຮົາ​ດ້ວຍ​ສັດທາ​ຢ່າງ​ຫລວງ​ຫລາຍ, ໂດຍ​ຄິດ​ວ່າ​ເຮົາ​ຈະ​ຢັບ​ຢັ້ງ​ມື​ຂອງ​ເຮົາ​ໃນ​ການ​ພິ​ພາກ​ສາ​ປະ​ຊາ​ຊາດ, ແຕ່​ເຮົາ​ຈະ​ປະ​ຕິ​ເສດ​ຄຳ​ຂອງ​ເຮົາ​ບໍ່​ໄດ້.

17 ດັ່ງ​ນັ້ນ ຈົ່ງ​ອອກ​ແຮງ​ຈົນ​ສຸດ​ພະ​ລັງ​ຂອງ​ເຈົ້າ ແລະ ເອີ້ນ​ຄົນ​ງານ​ທີ່​ຊື່​ສັດ​ໃຫ້​ເຂົ້າ​ໄປ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ, ເພື່ອ​ມັນ​ຈະ​ຖືກ ລິ​ງ່າ​ເປັນ​ເທື່ອ​ສຸດ​ທ້າຍ.

18 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ກັບ​ໃຈ ແລະ ຮັບ​ເອົາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ, ແລ້ວ​ເຮົາ​ຈະ​ຢັບ​ຢັ້ງ​ມື​ຂອງ​ເຮົາ​ໃນ ການ​ພິ​ພາກ​ສາ.

19 ດັ່ງ​ນັ້ນ, ຈົ່ງ​ອອກ​ໄປ, ປ່າວ​ປະ​ກາດ​ດ້ວຍ​ສຽງ​ດັງ, ກ່າວ​ວ່າ: ອາ​ນາ​ຈັກ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ; ປະ​ກາດ​ວ່າ: ໂຮ​ຊັນ​ນາ! ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ.

20 ຈົ່ງ​ອອກ​ໄປ​ບັບຕິ​ສະມາ​ດ້ວຍ​ນ້ຳ, ໂດຍ​ການ​ຕຽມ​ທາງ​ໄວ້​ຕໍ່​ໜ້າ​ເຮົາ​ສຳ​ລັບ​ເວລາ​ຂອງ ການ​ມາ​ຂອງ​ເຮົາ;

21 ເພາະ​ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ; ມື້​ໃດ ຫລື ຊົ່ວ​ໂມງ​ໃດ​ນັ້ນບໍ່​ມີ​ຄົນ​ໃດ ຮູ້; ແຕ່​ມັນ​ຈະ​ມາ​ເຖິງ​ຢ່າງ​ແນ່​ນອນ.

22 ແລະ ຄົນ​ທີ່​ຮັບ​ເອົາ​ສິ່ງ​ເຫລົ່າ​ນີ້ ກໍ​ຮັບ​ເອົາ​ເຮົາ; ແລະ ພວກ​ເຂົາ​ຈະ​ຖືກ​ເຕົ້າ​ໂຮມ​ໄວ້​ໃຫ້​ເຮົາ​ໃນ​ການ​ເວລາ ແລະ ໃນ​ຊົ່ວ​ນິ​ລັນ​ດອນ.

23 ແລະ ອີກ​ເທື່ອ​ໜຶ່ງ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຈົ້າ​ຈະ​ໃຫ້​ບັບຕິ​ສະມາ​ດ້ວຍ​ນ້ຳ, ເຈົ້າ​ຈະ​ວາງ ມື​ຂອງ​ເຈົ້າ​ໃສ່, ແລະ ພວກ​ເຂົາ​ຈະ​ໄດ້​ຮັບ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຈະ ເຝົ້າ​ລໍ​ຄອຍ​ເຄື່ອງ​ໝາຍ​ຂອງ ການ​ມາ​ຂອງ​ເຮົາ, ແລະ ຈະ​ຮູ້​ຈັກ​ເຮົາ.

24 ຈົ່ງ​ເບິ່ງ, ເຮົາ​ມາ​ຢ່າງ​ໄວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.