ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 4


ພາກ​ທີ 4

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ພໍ່​ຂອງ​ເພິ່ນ, ໂຈເຊັບ ສະມິດ ຜູ້ພໍ່, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ກຸມພາ 1829.

1–4, ການ​ຮັບ​ໃຊ້​ຢ່າງ​ກ້າ​ຫານ​ຊ່ວຍ​ເຫລືອ​ຜູ້​ປະ​ຕິ​ບັດ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 5–6, ຄຸນ​ລັກ​ສະ​ນະ​ຢ່າງ​ພຣະ​ເຈົ້າ​ເຮັດ​ໃຫ້​ເຂົາ​ເຈົ້າ​ເໝາະ​ສົມ​ຕໍ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ; 7, ຕ້ອງ​ສະແຫວງ​ຫາ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ເຈົ້າ.

1 ບັດ​ນີ້ ຈົ່ງ​ເບິ່ງ, ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ພວມ​ຈະ​ອອກ​ມາ​ສູ່​ລູກ​ຫລານ​ມະນຸດ.

2 ສະນັ້ນ, ໂອ້ ເຈົ້າ​ຜູ້​ເລີ່ມ​ຕົ້ນ​ໃນ ການ​ຮັບ​ໃຊ້​ພຣະ​ເຈົ້າ, ຈົ່ງ​ເບິ່ງ​ວ່າ​ເຈົ້າ ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ ໃຈ, ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ​ຢືນ​ຢ່າງ ບໍ່​ມີ​ຂໍ້​ຕຳ​ນິ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ.

3 ສະນັ້ນ, ຖ້າ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ເຈົ້າ​ກໍ​ໄດ້​ຖືກ ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ;

4 ເພາະ​ຈົ່ງ​ເບິ່ງ ທົ່ງ​ກໍ​ຂາວ​ພ້ອມ​ແລ້ວ​ທີ່​ຈະ ເກັບ​ກ່ຽວ; ແລະ ເບິ່ງ​ແມ, ຄົນ​ໃດ​ທີ່​ຍື່ນ​ກ່ຽວ​ຂອງ​ເຂົາ​ມາ​ດ້ວຍ​ເຫື່ອ​ແຮງ, ຄົນໆ​ນັ້ນ​ຈະ ສະ​ສົມ​ມັນ​ໄວ້​ເພື່ອ​ເຂົາ​ຈະ​ບໍ່​ພິນາດ, ແຕ່​ຈະ​ນຳ​ຄວາມ​ລອດ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ຕົນ;

5 ແລະ ສັດທາ, ຄວາມ​ຫວັງ, ຄວາມ​ໃຈ​ບຸນ ແລະ ຄວາມ​ຮັກ, ເພາະການ​ທີ່ ເຫັນ​ແກ່ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ຍ່ອມ​ເຮັດ​ໃຫ້​ເຂົາ​ເໝາະ​ສົມ​ກັບ​ວຽກ​ງານ.

6 ຈົ່ງ​ຈື່​ຈຳ​ສັດທາ, ຄຸນ​ນະ​ທຳ, ຄວາມ​ຮູ້, ຄວາມ​ຢັບ​ຢັ້ງ​ຕົນ, ຄວາມ​ອົດ​ທົນ, ຄວາມ​ກະ​ລຸ​ນາ​ສັນ​ອ້າຍ​ນ້ອງ, ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ, ຄວາມ​ໃຈ​ບຸນ, ຄວາມ​ຖ່ອມ​ຕົວ, ຄວາມ​ພາກ​ພຽນ.

7 ຈົ່ງ ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້. ອາແມນ.