ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 42


ພາກ​ທີ 42

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ເປັນ​ສອງ​ພາກ ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 9 ແລະ 23 ເດືອນ​ກຸມພາ, 1831. ພາກ​ທຳ​ອິດ, ປະກອບ​ດ້ວຍ ຂໍ້​ທີ 1 ຈົນ​ເຖິງ 72, ໄດ້​ຮັບ​ຢູ່​ຕໍ່​ໜ້າ​ແອວເດີ​ສິບ​ສອງ​ຄົນ ແລະ ໃນ​ການ​ບັນລຸ​ຕາມ​ຄຳ​ສັນ​ຍາ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ໄວ້​ກ່ອນ​ໜ້າ​ນັ້ນ​ວ່າ ຈະ​ມອບ “ກົດ” ໃຫ້​ໃນ​ລັດ​ໂອ​ໄຮ​ໂອ (ເບິ່ງ ພາກ​ທີ 38:32). ພາກ​ທີ​ສອງ​ປະກອບ​ດ້ວຍ​ຂໍ້​ທີ 73 ຈົນ​ເຖິງ 93. ສາດ​ສະ​ດາ​ລະບຸ​ວ່າ​ການ​ເປີດ​ເຜີຍ​ນີ້ “ບັນ​ຈຸ​ກົດ​ຂອງ​ສາດ​ສະ​ໜາ​ຈັກ.”

1–10, ແອວເດີ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ບັບຕິ​ສະມາ​ໃຫ້​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ, ແລະ ເສີມ​ສ້າງ​ສາດ​ສະ​ໜາ​ຈັກ; 11–12, ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ເອີ້ນ ແລະ ຮັບ​ການ​ແຕ່ງ​ຕັ້ງ ແລະ ຕ້ອງ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ; 13–17, ເຂົາ​ເຈົ້າ​ຕ້ອງ​ສິດ​ສອນ ແລະ ທຳ​ນາຍ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ; 18–29, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ບັນ​ຊາ​ບໍ່​ໃຫ້​ຂ້າ​ຄົນ, ລັກ, ຕົວະ, ຕັນ​ຫາ​ລາ​ມົກ, ຫລິ້ນ​ຊູ້, ຫລື ກ່າວ​ຮ້າຍ​ຄົນ​ອື່ນ; 30–39, ກົດ​ຄວບ​ຄຸມ​ຊັບ​ສິນ​ທີ່​ອຸ​ທິດ​ຖວາຍ​ໄດ້​ຖືກ​ຕັ້ງ​ຂຶ້ນ; 40–42, ຄວາມ​ທະນົງ​ຕົວ ແລະ ຄວາມ​ກຽດ​ຄ້ານ​ຖືກ​ກ່າວ​ໂທດ; 43–52, ຄົນ​ເຈັບ​ປ່ວຍ​ຕ້ອງ​ໄດ້​ຮັບ​ການ​ປິ່ນ​ປົວ​ຜ່ານ​ການ​ປະ​ຕິ​ບັດ ແລະ ໂດຍ​ສັດທາ; 53–60, ພຣະ​ຄຳ​ພີ​ປົກ​ຄອງ​ສາດ​ສະ​ໜາ​ຈັກ ແລະ ຕ້ອງ​ປະ​ກາດ​ຕໍ່​ໂລກ; 61–69, ສະຖານ​ທີ່​ຂອງ​ເຢຣູ​ຊາເລັມ​ໃໝ່ ແລະ ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ຈະ​ຖືກ​ເປີດ​ເຜີຍ; 70–73, ຊັບ​ສິນ​ທີ່​ອຸ​ທິດ​ຖວາຍ​ຈະ​ຕ້ອງ​ໃຊ້​ເພື່ອ​ຄ້ຳ​ຈູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ; 74–93, ກົດ​ຄວບ​ຄຸມ​ການ​ລ່ວງ​ປະ​ເວ​ນີ, ການ​ຫລິ້ນ​ຊູ້, ການ​ຂ້າ​ຄົນ, ການ​ລັກ, ແລະ ການ​ສາ​ລະ​ພາບ​ບາບ​ຖືກ​ຕັ້ງ​ຂຶ້ນ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ນຳ​ກັນ​ໃນ​ນາມ​ຂອງ​ເຮົາ, ແມ່ນ​ແຕ່ ພຣະ​ເຢຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ; ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ​ເຊື່ອ​ໃນ​ນາມ​ຂອງ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

2 ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ເຊື່ອ​ຟັງ ແລະ ຟັງ ແລະ ເຊື່ອ​ຟັງ ກົດ​ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່ ພວກ​ເຈົ້າ.

3 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ເພາະ​ພວກ​ເຈົ້າ​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ນຳ​ກັນ​ຕາມ ບັນ​ຍັດ ຊຶ່ງ​ໃນ​ນັ້ນ​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ, ແລະ ເຫັນ​ພ້ອມ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້, ແລະ ໄດ້​ທູນ​ຖາມ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ມັນ.

4 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ມອບ​ບັນ​ຍັດ​ຂໍ້​ທຳ​ອິດ​ນີ້​ໃຫ້​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຈະ​ອອກ​ໄປ​ໃນ​ນາມ​ຂອງ​ເຮົາ, ທຸກ​ຄົນ​ພວກ​ເຈົ້າ, ຍົກ​ເວັ້ນ​ແຕ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກ​ດອນ ເທົ່າ​ນັ້ນ.

5 ແລະ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ເຂົາ​ເຈົ້າ ວ່າ​ເຂົາ​ເຈົ້າ​ຈະ​ອອກ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ, ແລະ ຈະ​ມອບ​ໃຫ້​ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ ວ່າ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ມາ​ເມື່ອ​ໃດ.

6 ແລະ ພວກ​ເຈົ້າ​ຈະ​ອອກ​ໄປ​ໃນ​ອຳນາດ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ, ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ເປັນ ຄູ່ໆ, ໃນ​ນາມ​ຂອງ​ເຮົາ, ເປັ່ງ​ສຽງ​ຂອງ​ພວກ​ເຈົ້າ​ດັ່ງ​ກັບ​ສຽງ​ແກ, ປະ​ກາດ​ຄຳ​ຂອງ​ເຮົາ​ເໝືອນ​ດັ່ງ​ເຫລົ່າ​ທູດ ຂອງ​ພຣະ​ເຈົ້າ.

7 ແລະ ພວກ​ເຈົ້າ​ຈະ​ອອກ​ໄປ​ບັບຕິ​ສະມາ​ດ້ວຍ​ນ້ຳ, ກ່າວ​ວ່າ: ທ່ານ​ຈົ່ງ​ກັບ​ໃຈ, ທ່ານ​ຈົ່ງ​ກັບ​ໃຈ, ເພາະ ອາ​ນາ​ຈັກ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ.

8 ແລະ ຈາກ​ບ່ອນ​ນີ້ ພວກ​ເຈົ້າ​ຈະ​ໄປ​ຫາ​ພາກ​ພື້ນ​ຕ່າງໆ​ທາງ​ຕາ​ເວັນ​ຕົກ; ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ຈະ​ພົບ​ຄົນ​ທີ່​ຮັບ​ເອົາ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໃນ​ທຸກ​ພາກ​ພື້ນ—

9 ຈົນ​ກວ່າ​ເວລາ​ຈະ​ມາ​ເຖິງ ເມື່ອ​ມັນ​ຈະ​ຖືກ​ເປີດ​ເຜີຍ​ແກ່​ພວກ​ເຈົ້າ​ຈາກ​ເບື້ອງ​ບົນ, ເມື່ອ ເມືອງ ເຢຣູ​ຊາເລັມ​ໃໝ່​ຈະ​ຖືກ​ຈັດ​ຕຽມ, ເພື່ອ​ພວກ​ເຈົ້າ​ຈະ​ຖືກ ເຕົ້າ​ໂຮມ​ເຂົ້າ​ເປັນ​ອັນ​ໜຶ່ງ​ດຽວ​ກັນ, ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເປັນ ຜູ້​ຄົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ.

10 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດ​ທຣິດ ຈະ​ດຳ​ລົງ​ຢູ່​ໃນ ຕຳ​ແໜ່ງ​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ລາວ. ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ລາວ​ລ່ວງ​ລະເມີດ ຄົນ​ອື່ນ​ຈະ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ແທນ​ລາວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

11 ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈະ​ບໍ່​ຖືກ​ມອບ​ໃຫ້​ແກ່​ຄົນ​ໃດ​ເພື່ອ​ໄປ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນຂອງ​ເຮົາ, ຫລື ເພື່ອ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ໄດ້​ຮັບ ການ​ແຕ່ງ​ຕັ້ງ​ໂດຍ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີ ສິດ​ອຳນາດ, ແລະ ເປັນ​ທີ່​ຮູ້​ຈັກ​ຕໍ່​ສາດ​ສະ​ໜາ​ຈັກ​ວ່າ​ລາວ​ມີ​ສິດ​ອຳນາດ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຢ່າງ​ຖືກ​ຕ້ອງ​ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ.

12 ແລະ ອີກ​ເທື່ອ​ໜຶ່ງ, ແອວເດີ, ປະ​ໂລ​ຫິດ ແລະ ຄູ​ສອນ ຂອງ​ສາດ​ສະ​ໜາ​ຈັກ​ນີ້ ຈະ ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຊຶ່ງ​ມີ​ຢູ່​ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ໃນ​ນັ້ນ​ຄື​ຄວາມ​ສົມ​ບູນ​ແຫ່ງ ພຣະ​ກິດ​ຕິ​ຄຸນ.

13 ແລະ ພວກ​ເຂົາ​ຈະ​ປະ​ຕິ​ບັດ​ຕາມ ພັນທະ​ສັນ​ຍາ ແລະ ກົດ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ນີ້​ຈະ​ເປັນ​ຄຳ​ສອນ​ຂອງ​ພວກ​ເຂົາ, ດັ່ງ​ທີ່​ພວກ​ເຂົາໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ.

14 ແລະ ພຣະ​ວິນ​ຍານ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ໂດຍ ການ​ອະ​ທິ​ຖານ​ດ້ວຍ​ສັດທາ; ແລະ ຖ້າ​ຫາກ​ພວກ​ເຈົ້າ ບໍ່​ໄດ້​ຮັບ ພຣະ​ວິນ​ຍານ ພວກ​ເຈົ້າ​ຈະ​ບໍ່​ສິດ​ສອນ.

15 ແລະ ພວກ​ເຈົ້າ​ຈະ​ປະ​ຕິ​ບັດ​ຕາມ​ທັງ​ໝົດ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ກ່ຽວ​ກັບ​ການ​ສິດ​ສອນ​ຂອງ​ພວກ​ເຈົ້າ, ຈົນ​ກວ່າ​ຄວາມ​ສົມ​ບູນ​ແຫ່ງ ພຣະ​ຄຳ​ພີ​ຂອງ​ເຮົາ​ຖືກ​ມອບ​ໃຫ້.

16 ແລະ ຂະນະ​ທີ່​ພວກ​ເຈົ້າ​ເປັ່ງ​ສຽງ​ຂອງ​ພວກ​ເຈົ້າ​ໂດຍ ພຣະ​ຜູ້​ປອບ​ໂຍນ, ພວກ​ເຈົ້າ​ຈະ​ກ່າວ ແລະ ທຳ​ນາຍ​ດັ່ງ​ທີ່​ເຮົາ​ເຫັນ​ວ່າ​ດີ;

17 ເພາະ, ຈົ່ງ​ເບິ່ງ, ພຣະ​ຜູ້​ປອບ​ໂຍນ​ຮູ້​ທຸກ​ສິ່ງ, ແລະ ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບຸດ.

18 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ສາດ​ສະ​ໜາ​ຈັກ. ຢ່າ ຂ້າ​ຄົນ; ແລະ ຄົນ​ທີ່ ຂ້າ​ຄົນ​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ໃນ​ໂລກ​ນີ້, ຫລື ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

19 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ວ່າ ຢ່າ​ຂ້າ​ຄົນ; ແຕ່​ຄົນ​ທີ່​ຂ້າ​ຄົນ​ຈະ ຕາຍ.

20 ຢ່າ​ລັກ; ແລະ ຄົນ​ທີ່ ລັກ ແລະ ບໍ່​ກັບ​ໃຈ ຈະ​ຖືກ​ຂັບ​ໄລ່​ອອກ​ໄປ.

21 ຢ່າ​ຕົວະ; ຄົນ​ທີ່ ຕົວະ ແລະ ບໍ່​ກັບ​ໃຈ ຈະ​ຖືກ​ຂັບ​ໄລ່​ອອກ​ໄປ.

22 ຈົ່ງ ຮັກ​ເມຍ​ຂອງ​ພວກ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຈົ້າ, ແລະ ຈະ ແນບ​ສະ​ໜິດ​ຢູ່​ກັບ​ນາງ ແລະ ບໍ່​ມີ​ຄົນ​ອື່ນ​ອີກ.

23 ແລະ ຄົນ​ທີ່​ຫລຽວ​ເບິ່ງ​ຜູ້​ຍິງ​ດ້ວຍ ຄວາມ​ໄຄ່​ໃນ​ນາງ ຈະ​ປະ​ຕິ​ເສດ​ສັດທາ, ແລະ ຈະ​ບໍ່​ມີ​ພຣະ​ວິນ​ຍານ​ຢູ່​ນຳ; ແລະ ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ ເຂົາ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ.

24 ຢ່າ​ຫລິ້ນ​ຊູ້; ແລະ ຄົນ​ທີ່ ຫລິ້ນ​ຊູ້, ແລະ ບໍ່​ກັບ​ໃຈ, ຈະຖືກ​ຂັບ​ໄລ່​ອອກ​ໄປ.

25 ແຕ່​ຄົນ​ທີ່​ໄດ້​ຫລິ້ນ​ຊູ້ ແລະ ກັບ​ໃຈ​ດ້ວຍ​ສຸດ​ໃຈ​ຂອງ​ເຂົາ, ແລະ ປະ​ຖິ້ມ​ມັນ, ແລະ ບໍ່​ເຮັດ​ມັນ​ອີກ, ພວກ​ເຈົ້າ​ຈົ່ງ ອະ​ໄພ​ໃຫ້​ເຂົາ;

26 ແຕ່ຖ້າ​ຫາກ​ເຂົາ​ເຮັດ​ຄືນ ອີກ, ເຂົາ​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ແຕ່​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ.

27 ຢ່າ ກ່າວ​ຮ້າຍ​ເພື່ອນ​ບ້ານ​ຂອງ​ພວກ​ເຈົ້າ, ຫລື ທຳ​ຮ້າຍ​ເຂົາ​ແຕ່​ຢ່າງ​ໃດ.

28 ພວກ​ເຈົ້າ​ຮູ້​ກົດ​ຂອງ​ເຮົາ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ ຊຶ່ງ​ໃຫ້​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ເຮົາ; ຄົນ​ທີ່​ເຮັດ​ບາບ ແລະ ບໍ່​ກັບ​ໃຈ ຈະ​ຖືກ​ຂັບ​ໄລ່ ອອກ​ໄປ.

29 ຖ້າ​ຫາກ​ພວກ​ເຈົ້າ ຮັກ​ເຮົາ ພວກ​ເຈົ້າ​ຈະ ຮັບ​ໃຊ້​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ທັງ​ໝົດ​ຂອງ​ເຮົາ.

30 ແລະ ຈົ່ງ​ເບິ່ງ, ຈົ່ງ​ນຶກ​ເຖິງ​ຄົນ ຍາກ​ຈົນ, ແລະ ອຸ​ທິດ​ຊັບ​ສິນ​ຂອງ​ພວກ​ເຈົ້າ​ເພື່ອ ຄ້ຳ​ຈູນ​ເຂົາ ກັບ​ສິ່ງ​ທີ່​ພວກ​ເຈົ້າ​ມີ​ເພື່ອ​ແບ່ງ​ປັນ​ໃຫ້​ເຂົາ, ດ້ວຍ​ພັນທະ​ສັນ​ຍາ ແລະ ໃບ​ຢັ້ງ​ຢືນ ຊຶ່ງຈະ​ຝ່າ​ຝືນ​ບໍ່​ໄດ້.

31 ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ໄດ້ ໃຫ້​ເຂົ້າ​ຂອງ ຂອງ​ພວກ​ເຈົ້າ​ໃຫ້​ແກ່​ຄົນ ຍາກ​ຈົນ, ພວກ​ເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ; ແລະ ຄວນ​ມອບ​ມັນ​ໃຫ້​ແກ່ ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ແລະ ທີ່​ປຶກ​ສາ​ຂອງ​ລາວ, ແອວເດີ​ສອງ​ຄົນ, ຫລື ມະຫາ​ປະ​ໂລ​ຫິດ, ດັ່ງ​ທີ່​ລາວ​ຈະ​ກຳ​ນົດ ຫລື ໄດ້​ຖືກ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໄວ້​ສຳ​ລັບ​ຈຸດ​ປະສົງ​ນັ້ນ.

32 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ໄດ້​ມອບ​ມັນ​ໃຫ້​ແກ່​ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ຫລັງ​ຈາກ​ທີ່​ລາວ​ໄດ້​ຮັບ​ປະຈັກ​ພະຍານ​ກ່ຽວ​ກັບ ການ​ອຸ​ທິດ​ຖວາຍ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ວ່າ​ຈະ​ເອົາ​ມັນ​ໄປ​ຈາກ​ສາດ​ສະ​ໜາ​ຈັກ​ບໍ່​ໄດ້, ຕາມ​ບັນ​ຍັດ​ຂອງ​ເຮົາ, ທຸກໆ​ຄົນ​ຈະ​ຖືກ​ເຮັດ​ໃຫ້ ຮູ້​ຈັກ​ຮັບ​ຜິດ​ຊອບ​ຕໍ່​ເຮົາ, ເປັນ ຜູ້​ພິ​ທັກ​ຮັກ​ສາ​ຊັບ​ສິນ​ຂອງ​ຕົນ​ເອງ, ຫລື ສິ່ງ​ທີ່​ເຂົາ​ໄດ້​ຮັບ​ໂດຍ​ການ​ອຸ​ທິດ​ຖວາຍ, ເທົ່າ​ທີ່​ຈະ​ພຽງ​ພໍ​ສຳ​ລັບ​ເຂົາ ແລະ ຄອບ​ຄົວ.

33 ແລະ ອີກ​ເທື່ອ​ໜຶ່ງ, ຖ້າ​ມີ​ຊັບ​ສິນ​ຢູ່​ໃນ​ມື​ຂອງ​ສາດ​ສະ​ໜາ​ຈັກ, ຫລື ບຸກ​ຄົນ​ໃດ​ໜຶ່ງ, ມີ​ຫລາຍ​ກວ່າ​ຄວາມ​ຈຳ​ເປັນ​ທີ່​ຈະ​ຄ້ຳ​ຈູນ​ເຂົາ​ຫລັງ​ຈາກ​ການ​ອຸ​ທິດ​ຖວາຍ​ເທື່ອ​ທຳ​ອິດ, ສ່ວນ​ທີ່​ເຫລືອ​ຈະ​ຖືກ​ອຸ​ທິດ​ຖວາຍ​ໃຫ້​ແກ່​ອະ​ທິ​ການ, ມັນ​ຈະ​ຖືກ​ຮັກ​ສາ​ໄວ້​ເພື່ອ​ຊ່ວຍ​ເຫລືອ​ຜູ້​ທີ່​ບໍ່​ມີ​ເປັນ​ບາງ​ຄັ້ງ, ເພື່ອ​ວ່າ​ທຸກ​ຄົນ​ທີ່​ຂາດ​ເຂີນ​ຈະ​ມີ​ໃຊ້ ແລະ ໄດ້​ຮັບ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ.

34 ສະນັ້ນ, ສິ່ງ​ທີ່​ເຫລືອ​ຢູ່​ຈະ​ຖືກ​ຮັກ​ສາ​ໄວ້​ໃນ​ຄັງ​ຂອງ​ເຮົາ, ເພື່ອ​ປະ​ຕິ​ບັດ​ຕໍ່​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ດັ່ງ​ທີ່​ຈະ​ກຳ​ນົດ​ໄວ້​ໂດຍ​ສະພາ​ສູງ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ອະ​ທິ​ການ ແລະ ສະພາ​ຂອງ​ລາວ;

35 ແລະ ເພື່ອ​ຈຸດ​ປະສົງ​ຂອງ​ການ​ຊື້​ທີ່​ດິນ​ເພື່ອ​ປະ​ໂຫຍດ​ສ່ວນ​ລວມ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເພື່ອ​ການ​ສ້າງ​ບ້ານ​ແຫ່ງ​ການ​ນະມັດ​ສະການ, ແລະ ການ​ເສີມ​ສ້າງ ເຢຣູ​ຊາເລັມ​ໃໝ່ ຊຶ່ງ​ຈະ​ເປີດ​ເຜີຍ​ໃຫ້​ຮູ້​ຕໍ່​ຈາກ​ນີ້​ໄປ—

36 ເພື່ອ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ເຮົາ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ວັນ​ນັ້ນເມື່ອ​ເຮົາ​ຈະ ມາ​ຫາ ພຣະ​ວິຫານ​ຂອງ​ເຮົາ. ແລະ ສິ່ງ​ນີ້​ເຮົາ​ເຮັດ​ໄປ​ເພື່ອ​ຄວາມ​ລອດ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

37 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄົນ​ທີ່​ເຮັດ​ບາບ ແລະ ບໍ່​ກັບ​ໃຈ ຈະ​ຖືກ​ຂັບ ໄລ່​ອອກ​ຈາກ​ສາດ​ສະ​ໜາ​ຈັກ, ແລະ ຈະ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ລາວ​ໄດ້ ອຸ​ທິດ​ຖວາຍ​ໃຫ້​ແກ່​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ອີກ, ຫລື ອີກ​ຄຳ​ໜຶ່ງ, ໃຫ້​ແກ່​ເຮົາ—

38 ເພາະ​ຕາບ​ໃດ​ທີ່​ພວກ​ເຈົ້າ​ໄດ້ ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ຄົນ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ, ພວກ​ເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.

39 ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຈະ​ສຳ​ເລັດ​ຄົບ​ຖ້ວນ; ເພາະ​ເຮົາ​ຈະ​ອຸ​ທິດ​ຖວາຍ​ຄວາມ​ຮັ່ງ​ມີ​ຂອງ​ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ ໃຫ້​ແກ່​ຄົນ​ຍາກ​ຈົນ​ຂອງ​ຜູ້​ຄົນ​ຂອງ​ເຮົາ ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

40 ແລະ ອີກ​ເທື່ອ​ໜຶ່ງ, ຢ່າ ອວດ​ດີ​ໃນ​ໃຈ​ຂອງ​ພວກ​ເຈົ້າ; ຈົ່ງ​ໃຫ້ ອາ​ພອນ​ທັງ​ໝົດ​ຂອງ​ພວກ​ເຈົ້າ​ຮຽບ​ຮ້ອຍ, ແລະ ຄວາມ​ງາມ​ຂອງ​ມັນ​ເປັນ​ຄວາມ​ງາມ​ຂອງ​ວຽກ​ງານ​ຈາກ​ມື​ຂອງ​ພວກ​ເຈົ້າ​ເອງ;

41 ແລະ ຈົ່ງ​ໃຫ້​ທຸກ​ສິ່ງ​ສຳ​ເລັດ​ໃນ​ຄວາມ​ສະອາດ​ຕໍ່​ເຮົາ.

42 ຢ່າ​ກຽດ​ຄ້ານ; ເພາະ​ຄົນ​ທີ່ ກຽດ​ຄ້ານ​ຈະ​ບໍ່​ກິນ​ອາຫານ ຫລື ໃສ່ອາພອນ​ຂອງ​ຄົນ​ທຳ​ງານ.

43 ແລະ ຜູ້​ໃດ​ກໍ​ຕາມ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່ ເຈັບ​ປ່ວຍ, ແລະ ບໍ່​ມີ​ສັດທາ​ທີ່​ຈະ​ຮັບ​ການ​ປິ່ນ​ປົວ, ແຕ່​ເຊື່ອ, ຈະ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ດ້ວຍ​ຄວາມ​ອ່ອນ​ໂຍນ​ທຸກ​ຢ່າງ, ດ້ວຍ​ສະ​ໝຸນ​ໄພ ແລະ ອາຫານ​ອ່ອນ, ແລະ ການ​ນັ້ນ​ບໍ່​ແມ່ນ​ໂດຍ​ມື​ຂອງ​ສັດ​ຕູ.

44 ແລະ ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ, ສອງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ, ຈະ​ຖືກ​ເອີ້ນ, ແລະ ຈະ​ອະ​ທິ​ຖານ​ເພື່ອ ແລະ ວາງ ມື​ຂອງ​ພວກ​ເຂົາ​ໃສ່​ເທິງ​ເຂົາ​ໃນ​ນາມ​ຂອງ​ເຮົາ; ແລະ ຖ້າ​ເຂົາ ຕາຍ ເຂົາ​ຈະ​ຕາຍ​ເພື່ອ​ເຮົາ, ແລະ ຖ້າ​ເຂົາ​ມີ​ຊີ​ວິດ​ຢູ່ ເຂົາ​ຈະ​ມີ​ຊີ​ວິດ​ຢູ່​ເພື່ອ​ເຮົາ.

45 ຈົ່ງ ຢູ່​ນຳ​ກັນ​ໃນ ຄວາມ​ຮັກ, ເຖິງ​ຂະ​ໜາດ​ທີ່​ພວກ​ເຈົ້າ​ຈະ ຮ້ອງ​ໄຫ້​ນຳ​ຄົນ​ທີ່​ຕາຍ​ໄປ, ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ນຳ​ຄົນ​ທີ່​ບໍ່​ມີ ຄວາມ​ຫວັງ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ອັນ​ຮຸ່ງ​ເຫລື້ອມ.

46 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄົນ​ທີ່​ຕາຍ​ໃນ​ເຮົາ ຈະ​ບໍ່​ໄດ້​ຊີມ​ລົດ​ຊາດ​ຂອງ ຄວາມ​ຕາຍ, ເພາະ​ມັນ​ຈະ ຫວານ​ຊື່ນ​ສຳ​ລັບ​ເຂົາ;

47 ແລະ ຄົນ​ທີ່​ບໍ່​ໄດ້​ຕາຍ​ໃນ​ເຮົາ, ວິບັດ​ແກ່​ເຂົາ, ເພາະ​ຄວາມ​ຕາຍ​ຂອງ​ເຂົາ​ຂົມ​ຂື່ນ.

48 ແລະ ອີກ​ເທື່ອ​ໜຶ່ງ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄົນ​ທີ່​ມີ ສັດທາ​ໃນ​ເຮົາ​ທີ່​ຈະ​ຮັບ ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ, ແລະ ບໍ່​ໄດ້​ຖືກ ກຳ​ນົດ​ໃຫ້​ຕາຍ, ຈະ​ຫາຍ​ດີ.

49 ຄົນ​ທີ່​ມີ​ສັດທາ​ວ່າ​ຈະ​ເຫັນ ກໍ​ຈະ​ໄດ້​ເຫັນ.

50 ຄົນ​ທີ່​ມີ​ສັດທາ​ວ່າ​ຈະ​ໄດ້​ຍິນ ກໍ​ຈະ​ໄດ້​ຍິນ.

51 ຄົນ​ເປ້ຍ​ລ່ອຍ​ທີ່​ມີ​ສັດທາ​ວ່າ​ຈະ​ຍ່າງ​ໄດ້ ກໍ​ຈະ​ຍ່າງ​ໄດ້.

52 ແລະ ຄົນ​ທີ່​ບໍ່​ມີ​ສັດທາ​ທີ່​ຈະ​ເຮັດ​ສິ່ງ​ເຫລົ່າ​ນີ້, ແຕ່​ເຊື່ອ​ໃນ​ເຮົາ, ມີ​ຄວາມ​ສາ​ມາດ​ທີ່​ຈະ​ກາຍ​ເປັນ ບຸດ​ຂອງ​ເຮົາ; ແລະ ຕາບ​ໃດ​ທີ່​ເຂົາ​ບໍ່​ໄດ້​ຝ່າ​ຝືນ​ກົດ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ຕ້ອງ ຊ່ວຍ​ບັນ​ເທົາ​ຄວາມ​ເຈັບ​ປ່ວຍ​ຂອງ​ເຂົາ.

53 ພວກ​ເຈົ້າ​ຈະ​ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ເປັນ ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຈົ້າ.

54 ຢ່າ​ເອົາອາພອນ​ຂອງ​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ; ພວກ​ເຈົ້າ​ຕ້ອງ​ຈ່າຍ​ຄ່າ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຈາກ​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ.

55 ແລະ ຖ້າ​ຫາກ​ພວກ​ເຈົ້າ ໄດ້​ຮັບ​ຫລາຍ​ກວ່າ​ສິ່ງ​ທີ່​ຈະ​ຄ້ຳ​ຈູນ​ພວກ​ເຈົ້າ, ໃຫ້​ພວກ​ເຈົ້າ​ມອບ​ມັນ​ໄວ້​ໃນ ຄັງ​ຂອງ​ເຮົາ, ເພື່ອ​ວ່າ​ທຸກ​ສິ່ງ​ຈະ​ເປັນ​ໄປ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້.

56 ຈົ່ງ​ຖາມ, ແລະ ຈະ​ມອບ ພຣະ​ຄຳ​ພີ​ຂອງ​ເຮົາ​ໃຫ້​ດັ່ງ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້, ແລະ ມັນ​ຈະ​ຖືກ ຮັກ​ສາ​ໄວ້​ໃນ​ຄວາມ​ປອດ​ໄພ;

57 ແລະ ເຫັນ​ສົມ​ຄວນ​ທີ່​ພວກ​ເຈົ້າ​ຈະ​ງຽບ​ຢູ່​ກ່ຽວ​ກັບ​ມັນ, ແລະ ບໍ່​ສິດ​ສອນ​ມັນ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ມັນ​ຢ່າງ​ສົມ​ບູນ.

58 ແລະ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຈົ້າ​ວ່າ ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ສິດ​ສອນ​ມັນ​ໃຫ້​ແກ່​ມະນຸດ​ທັງ​ປວງ; ເພາະ​ມັນ​ຈະ​ຕ້ອງ​ຖືກ​ສິດ​ສອນ​ໃຫ້​ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ ແລະ ທຸກ​ຜູ້​ຄົນ ທັງ​ປວງ.

59 ຈົ່ງ​ຮັບ​ເອົາ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮັບ, ຊຶ່ງ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ໃນ​ພຣະ​ຄຳ​ພີ​ຂອງ​ເຮົາ​ໄວ້​ເປັນ​ກົດ, ເພື່ອ​ເປັນ​ກົດ​ຂອງ​ເຮົາ​ໃນ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ;

60 ແລະ ຄົນ​ທີ່ ເຮັດ​ຕາມ​ສິ່ງ​ເຫລົ່າ​ນີ້​ຈະ​ລອດ, ແລະ ຄົນ​ທີ່​ບໍ່​ເຮັດ​ຕາມ​ນັ້ນ​ຈະ ອັບ​ປະ​ໂຫຍດ ຖ້າ​ຫາກ​ເຂົາ​ເຮັດ​ແນວ​ນີ້​ຢູ່​ຕໍ່​ໄປ.

61 ຖ້າ​ພວກ​ເຈົ້າ​ຈະ​ຖາມ, ພວກ​ເຈົ້າ​ຈະ​ໄດ້​ຮັບ ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້ ຄວາມ​ລຶກ​ລັບ ແລະ ສິ່ງ​ທີ່​ເປັນ ສັນ​ຕິ​ສຸກ—ສິ່ງ​ຊຶ່ງ​ນຳ ຄວາມ​ຊື່ນ​ຊົມ​ມາ​ໃຫ້, ສິ່ງ​ຊຶ່ງ​ນຳ​ຊີ​ວິດ​ນິ​ລັນ​ດອນ​ມາ​ໃຫ້.

62 ຈົ່ງ​ຖາມ, ແລະ ມັນ​ຈະ​ຖືກ​ເປີດ​ເຜີຍ​ແກ່​ພວກ​ເຈົ້າ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ ວ່າ ເຢຣູ​ຊາເລັມ​ໃໝ່​ຈະ​ຖືກ​ສ້າງ​ຂຶ້ນ​ຢູ່​ໃສ.

63 ແລະ ຈົ່ງ​ເບິ່ງ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ຖືກ​ສົ່ງ​ອອກ​ໄປ​ທິດ​ຕາ​ເວັນ​ອອກ ແລະ ທິດ​ຕາ​ເວັນ​ຕົກ, ທິດ​ເໜືອ ແລະ ທິດ​ໃຕ້.

64 ແລະ ແມ່ນ​ແຕ່​ບັດ​ນີ້, ໃຫ້​ຄົນ​ທີ່​ໄປ​ທິດ​ຕາ​ເວັນ​ອອກ​ສິດ​ສອນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ວ່າ​ໃຫ້​ຫລົບ​ໜີ​ໄປ​ຫາ ທິດ​ຕາ​ເວັນ​ຕົກ, ແລະ ນີ້​ເປັນ​ຜົນ​ເນື່ອງ​ມາ​ຈາກ​ສິ່ງ​ທີ່​ຈະ​ມາ​ສູ່​ແຜ່ນ​ດິນ​ໂລກ, ແລະ ຈາກ ການ​ມົ້ວ​ສຸມ​ລັບ.

65 ຈົ່ງ​ເບິ່ງ, ພວກ​ເຈົ້າ​ຈົ່ງ​ຍຶດ​ຖື​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ, ແລະ ລາງ​ວັນ​ອັນ​ຍິ່ງ​ໃຫຍ່​ຈະ​ເປັນ​ຂອງ​ພວກ​ເຈົ້າ; ເພາະ​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ຈະ​ໄດ້​ຮູ້​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ, ແຕ່​ບໍ່​ໄດ້​ມອບ​ໃຫ້​ແກ່​ໂລກ ເພື່ອ​ຮູ້​ຈັກ​ມັນ.

66 ຈົ່ງ​ຍຶດ​ຖື​ກົດ​ທີ່​ພວກ​ເຈົ້າ​ໄດ້​ຮັບ ແລະ ຈົ່ງ​ຊື່​ສັດ.

67 ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ ພັນທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ພາຍ​ຫລັງ, ຊຶ່ງ​ຈະ​ພຽງ​ພໍ​ທີ່​ຈະ​ສະຖາ​ປະນາ​ພວກ​ເຈົ້າ, ທັງ​ຢູ່​ບ່ອນ​ນີ້ ແລະ ໃນ​ເຢຣູ​ຊາເລັມ​ໃໝ່.

68 ສະນັ້ນ, ຄົນ​ໃດ​ທີ່​ຂາດ ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຄົນ​ນັ້ນ​ທູນ​ຂໍ​ຈາກ​ເຮົາ, ແລະ ເຮົາ​ຈະ​ມອບ​ມັນ​ໃຫ້​ເຂົາ​ດ້ວຍ​ພຣະ​ກະ​ລຸ​ນາ ແລະ ບໍ່​ຊົງ​ກ່າວ​ຕິ.

69 ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ, ເພາະ​ພວກ​ເຈົ້າ​ໄດ້​ຮັບ ອາ​ນາ​ຈັກ​ແລ້ວ, ຫລື ອີກ​ຄຳ​ໜຶ່ງ, ຂໍ​ກະແຈ ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ມອບ​ໃຫ້​ແລ້ວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

70 ປະ​ໂລ​ຫິດ ແລະ ຄູ​ສອນ ຈະ​ມີ​ສິ່ງ​ທີ່​ຢູ່​ໃນ ຄວາມ​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຂົາ, ແມ່ນ​ແຕ່​ເໝືອນ​ດັ່ງ​ສະມາ​ຊິກ.

71 ແລະ ແອວເດີ ຫລື ມະຫາ​ປະ​ໂລ​ຫິດ ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຊ່ວຍ​ເຫລືອ​ອະ​ທິ​ການ​ໃນ​ຖານະ​ທີ່​ປຶກ​ສາ​ຂອງ​ລາວ​ໃນ​ທຸກ​ສິ່ງ, ຈະ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ຮັບ​ການ​ຄ້ຳ​ຈູນ​ດ້ວຍ​ຊັບ​ສິນ​ທີ່ ອຸ​ທິດ​ຖວາຍ​ແກ່​ອະ​ທິ​ການ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ຍາກ​ຈົນ, ແລະ ເພື່ອ​ຈຸດ​ປະສົງ​ອື່ນໆ, ດັ່ງ​ທີ່​ກ່າວ​ຜ່ານ​ມາ;

72 ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຕ້ອງ​ໄດ້​ຮັບ​ການ​ທົດ​ແທນ​ທີ່​ຍຸດ​ຕິ​ທຳ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ພວກ​ເຂົາ, ຖ້າ​ບໍ່​ເປັນ​ສິ່ງ​ຢູ່​ໃນ​ຄວາມ​ພິ​ທັກ​ຮັກ​ສາ ກໍ​ເປັນ​ໃນ​ທາງ​ອື່ນໆ, ຕາມ​ການ​ເຫັນ​ສົມ​ຄວນ​ທີ່​ສຸດ ຫລື ຕາມ​ການ​ຕັດ​ສິນ​ໃຈ​ຂອງ​ທີ່​ປຶກ​ສາ ແລະ ອະ​ທິ​ການ.

73 ແລະ ອະ​ທິ​ການ​ກໍ​ຄື​ກັນ, ຈະ​ໄດ້​ຮັບ​ການ​ຄ້ຳ​ຈູນ, ຫລື ການ​ທົດ​ແທນ​ຢ່າງ​ຍຸດ​ຕິ​ທຳ​ສຳ​ລັບ​ການ​ຮັບ​ໃຊ້​ທັງ​ໝົດ​ຂອງ​ລາວ​ໃນ​ສາດ​ສະ​ໜາ​ຈັກ.

74 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ໃດ​ກໍ​ຕາມ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ເລີກ​ກັບ​ຄູ່​ຄອງ​ຂອງ​ຕົນ​ເພາະ ການ​ລ່ວງ​ປະ​ເວ​ນີ, ຫລື ອີກ​ຄຳ​ໜຶ່ງ, ຖ້າ​ຫາກ​ເຂົາ​ເປັນ​ພະຍານ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ​ດ້ວຍ​ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ​ວ່າ ສະຖາ​ນະ​ການ​ເປັນ​ເຊັ່ນ​ນັ້ນ, ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ຂັບ​ໄລ່​ເຂົາ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຈົ້າ;

75 ແຕ່ ຖ້າ​ຫາກ​ພວກ​ເຈົ້າ​ພົບ​ເຫັນ​ຄົນ​ໃດ​ຄົນ​ໜຶ່ງ​ປະ​ຖິ້ມ​ຄູ່​ຄອງ​ໄປ​ເນື່ອງ​ດ້ວຍ ການ​ຫລິ້ນ​ຊູ້, ແລະ ເຂົາ​ເອງ​ເປັນ​ຄົນ​ກະ​ທຳ​ຄວາມ​ຜິດ, ແລະ ຄູ່​ຄອງ​ຂອງ​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່, ແລ້ວ​ເຂົາ​ຈະ​ຖືກ​ຂັບ ໄລ່​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຈົ້າ.

76 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ ເຝົ້າ​ລະ​ວັງ ແລະ ລະ​ມັດ​ລະ​ວັງ, ດ້ວຍ​ການ​ສອບ​ຖາມ​ຢ່າງ​ລະ​ອຽດ​ທຸກ​ຢ່າງ, ວ່າ​ພວກ​ເຈົ້າ​ຈະ​ບໍ່​ຮັບ​ເອົາ​ຄົນ​ເຊັ່ນ​ນັ້ນ​ເຂົ້າ​ມາ​ໃນ​ບັນ​ດາ​ພວກ​ເຈົ້າ ຖ້າ​ເຂົາ​ແຕ່ງ​ງານ​ແລ້ວ;

77 ແລະ ຖ້າ​ຫາກ​ເຂົາ​ບໍ່​ໄດ້​ແຕ່ງ​ງານ, ເຂົາ​ຈະ​ຕ້ອງ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ເຂົາ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຢ່າ​ໄດ້​ຮັບ​ເອົາ​ເຂົາ.

78 ແລະ ອີກ​ເທື່ອ​ໜຶ່ງ, ທຸກ​ຄົນ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້​ຂອງ​ພຣະ​ຄຣິດ, ຈະ​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ພັນທະ​ສັນ​ຍາ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ.

79 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຈົ້າ​ໄດ້ ຂ້າ​ຄົນ ເຂົາ​ຈະ​ຖືກ​ສົ່ງ​ໄປ ແລະ ຖືກ​ດຳ​ເນີນ​ການ​ຕາມ​ກົດ​ໝາຍ​ຂອງ​ແຜ່ນ​ດິນ; ຈົ່ງ​ຈຳ​ໄວ້​ວ່າ​ເຂົາ​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ; ແລະ ຈະ​ໄດ້​ຮັບ​ການ​ພິ​ສູດ​ຄະ​ດີ​ຕາມ​ກົດ​ໝາຍ​ຂອງ​ແຜ່ນ​ດິນ.

80 ແລະ ຖ້າ​ຫາກ​ຜູ້​ຊາຍ ຫລື ຜູ້​ຍິງ​ຄົນ​ໃດ​ຫລິ້ນ​ຊູ້, ເຂົາ​ຈະ​ຖືກ​ສອບ​ສວນ​ໂດຍ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ສອງ​ຄົນ, ຫລື ຫລາຍ​ກວ່າ​ນັ້ນ, ແລະ ທຸກ​ຄຳ​ຈະ​ຖືກ​ຕັ້ງ​ໄວ້​ເພື່ອ​ກ່າວ​ຫາ​ເຂົາ​ໂດຍ​ພະຍານ​ຂອງ​ສາດ​ສະ​ໜາ​ຈັກ​ສອງ​ຄົນ, ແລະ ບໍ່​ແມ່ນ​ຂອງ​ສັດ​ຕູ; ແຕ່​ຖ້າ​ຫາກ​ມີ​ພະຍານ​ຫລາຍ​ກວ່າ​ສອງ​ຄົນ​ຈະ​ດີ​ກວ່າ.

81 ແຕ່​ເຂົາ​ຈະ​ຖືກ​ກ່າວ​ໂທດ​ໂດຍ​ປາກ​ຂອງ​ພະຍານ​ສອງ​ຄົນ; ແລະ ແອວເດີ​ຈະ​ສະ​ເໜີ​ເລື່ອງ​ນັ້ນ​ຢູ່​ຕໍ່​ໜ້າ​ສາດ​ສະ​ໜາ​ຈັກ, ແລະ ສາດ​ສະ​ໜາ​ຈັກ​ຈະ​ຍົກ​ມື​ຂຶ້ນ​ສະ​ໜັບ​ສະ​ໜູນ​ຂໍ້​ກ່າວ​ຫາ​ເຂົາ, ເພື່ອ​ວ່າ​ເຂົາ​ຈະ​ຖືກ​ດຳ​ເນີນ​ຕາມ​ກົດ​ຂອງ​ພຣະ​ເຈົ້າ.

82 ແລະ ຖ້າ​ຫາກ​ເປັນ​ໄປ​ໄດ້, ກໍ​ຈຳ​ເປັນ​ທີ່​ອະ​ທິ​ການ​ຈະ​ມີ​ໜ້າ​ຢູ່​ທີ່​ນັ້ນ​ດ້ວຍ.

83 ແລະ ຈົ່ງ​ຈັດ​ການ​ກັບ​ທຸກ​ກໍ​ລະ​ນີ​ດັ່ງ​ນີ້ ຊຶ່ງ​ຈະ​ມາ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ.

84 ແລະ ຖ້າ​ຊາຍ ຫລື ຍິງ​ຄົນ​ໃດ​ປຸ້ນ​ສະ​ດົມ, ເຂົາ​ຈະ​ຖືກ​ສົ່ງ​ໄປ​ຫາ​ກົດ​ໝາຍ​ຂອງ​ແຜ່ນ​ດິນ.

85 ແລະ ຖ້າ​ຫາກ​ເຂົາ ລັກ, ເຂົາ​ຈະ​ຖືກ​ສົ່ງ​ໄປ​ຫາ​ກົດ​ໝາຍ​ຂອງ​ແຜ່ນ​ດິນ.

86 ແລະ ຖ້າ​ຫາກ​ເຂົາ ຕົວະ, ເຂົາ​ຈະ​ຖືກ​ສົ່ງ​ໄປ​ຫາ​ກົດ​ໝາຍ​ຂອງ​ແຜ່ນ​ດິນ.

87 ແລະ ຖ້າ​ຫາກ​ເຂົາ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ໃດໆ, ເຂົາ​ຈະ​ຖືກ​ສົ່ງ​ໄປ​ຫາ​ກົດ​ໝາຍ, ແມ່ນ​ແຕ່​ກົດ​ໝາຍ​ຂອງ​ພຣະ​ເຈົ້າ.

88 ແລະ ຖ້າ​ຫາກ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ໄດ້ ເຮັດ​ຜິດ​ຕໍ່​ເຈົ້າ, ໃຫ້​ເຈົ້າ​ພາ​ເຂົາ​ໄປ ເຈົ້າ​ກັບ​ເຂົາ​ເທົ່າ​ນັ້ນ​ຢູ່​ຕາມ​ລຳ​ພັງ; ແລະ ຖ້າ​ຫາກ​ເຂົາ ສາ​ລະ​ພາບ ໃຫ້​ເຈົ້າ​ຄືນ​ດີ​ກັບ​ເຂົາ.

89 ແລະ ຖ້າ​ຫາກ​ເຂົາ​ບໍ່​ສາ​ລະ​ພາບ ໃຫ້​ເຈົ້າ​ສົ່ງ​ເຂົາ​ໄປ​ຫາ​ສາດ​ສະ​ໜາ​ຈັກ, ບໍ່​ແມ່ນ​ຫາ​ສະມາ​ຊິກ, ແຕ່​ໄປ​ຫາ​ພວກ​ແອວເດີ. ແລະ ມັນ​ຈະ​ຖືກ​ດຳ​ເນີນ​ໃນ​ການ​ປະ​ຊຸມ, ແລະ ບໍ່​ແມ່ນ​ຢູ່​ຕໍ່​ໜ້າ​ໂລກ.

90 ແລະ ຖ້າ​ຫາກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ເຮັດ​ຜິດ​ຕໍ່​ຫລາຍ​ຄົນ, ເຂົາ​ຈະ​ຕ້ອງ​ຖືກ ຕີ​ສອນ​ຢູ່​ຕໍ່​ໜ້າ​ຫລາຍ​ຄົນ.

91 ແລະ ຖ້າ​ຫາກ​ຄົນ​ໃດ​ເຮັດ​ຜິດ​ຢ່າງ​ເປີດ​ເຜີຍ, ເຂົາ​ຈະ​ຖືກ​ຕິ​ຕຽນ​ຢ່າງ​ເປີດ​ເຜີຍ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ອັບ​ອາຍ. ແລະ ຖ້າ​ຫາກ​ເຂົາ​ບໍ່​ສາ​ລະ​ພາບ, ເຂົາ​ຈະ​ຖືກ​ສົ່ງ​ໄປ​ຫາ​ກົດ​ໝາຍ​ຂອງ​ພຣະ​ເຈົ້າ.

92 ຖ້າ​ຫາກ​ຄົນ​ໃດ​ເຮັດ​ຜິດ​ໃນ​ບ່ອນ​ລັບ​ລີ້, ເຂົາ​ຈະ​ຖືກ​ຕິ​ຕຽນ​ໃນ​ບ່ອນ​ລັບ​ລີ້, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ມີ​ໂອ​ກາດ​ສາ​ລະ​ພາບ​ໃນ​ບ່ອນ​ລັບ​ລີ້​ກັບ​ຄົນ​ທີ່​ເຂົາ​ໄດ້​ເຮັດ​ຜິດ​ຕໍ່, ແລະ ກັບ​ພຣະ​ເຈົ້າ, ເພື່ອ​ວ່າ​ສາດ​ສະ​ໜາ​ຈັກ​ຈະ​ບໍ່​ໄດ້​ກ່າວ​ຄຳ​ເວົ້າ​ຕຳ​ນິ​ໃສ່​ເຂົາ.

93 ແລະ ພວກ​ເຈົ້າ​ຈະ​ດຳ​ເນີນ​ການ​ດັ່ງ​ນັ້ນ​ໃນ​ທຸກ​ສິ່ງ.