ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 43


ພາກ​ທີ 43

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ໃນ​ເດືອນ​ກຸມພາ 1831. ໃນ​ເວລາ​ນີ້​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ວຸ້ນ​ວາຍ​ໃຈ​ເພາະ​ມີ​ຄົນ​ອ້າງ​ຕົນ​ວ່າ​ເປັນ​ຜູ້​ເປີດ​ເຜີຍ. ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ສື່​ສານ​ນີ້​ເຖິງ​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ. ສ່ວນ​ທຳ​ອິດ​ແມ່ນ​ກ່ຽວ​ກັບ​ເລື່ອງ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ; ສ່ວນ​ຕໍ່​ໄປ​ບັນ​ຈຸ​ການ​ເຕືອນ​ວ່າ ແອວເດີ​ຕ້ອງ​ມອບ​ໃຫ້​ແກ່​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ.

1–7, ການ​ເປີດ​ເຜີຍ ແລະ ພຣະ​ບັນ​ຍັດ ມາ​ເຖິງ​ພຽງ​ແຕ່​ຜ່ານ​ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໄວ້​ເທົ່າ​ນັ້ນ; 8–14, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ໂດຍ​ການ​ເຮັດ​ໃນ​ຄວາມ​ບໍ​ລິ​ສຸດ​ທຸກ​ຢ່າງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 15–22, ແອວເດີ​ໄດ້​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ເອີ້ນ​ປະ​ກາດ​ການ​ກັບ​ໃຈ ແລະ ຕຽມ​ມະນຸດ​ສຳ​ລັບ​ວັນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 23–28, ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ມະນຸດ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ແລະ ຜ່ານ​ພະ​ລັງ​ທຳ​ມະ​ຊາດ; 29–35, ຊ່ວງ​ໄລ​ຍະ​ພັນ​ປີ ແລະ ການ​ຜູກ​ມັດ​ຊາຕານ ຈະ​ເກີດ​ຂຶ້ນ.

1 ໂອ້ ຈົ່ງ​ເຊື່ອ​ຟັງ, ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ງ່ຽງ​ຫູ​ຟັງ​ຖ້ອຍ​ຄຳ ຊຶ່ງ​ເຮົາ​ຈະ​ກ່າວ​ກັບ​ພວກ​ເຈົ້າ.

2 ເພາະ​ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ໄດ້​ຮັບ​ບັນ​ຍັດ​ຂໍ້​ໜຶ່ງ​ໄວ້​ເປັນ ກົດ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໂດຍ​ຜ່ານ​ຄົນ​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ ບັນ​ຍັດ ແລະ ການ​ເປີດ​ເຜີຍ​ຈາກ​ມື​ຂອງ​ເຮົາ.

3 ແລະ ການ​ນີ້​ພວກ​ເຈົ້າ​ຈະ​ຮູ້​ຢ່າງ​ແນ່​ນອນ—ບໍ່​ມີ​ຄົນ​ອື່ນ​ໄດ້​ຖືກ​ກຳ​ນົດ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ຮັບ​ບັນ​ຍັດ ແລະ ການ​ເປີດ​ເຜີຍ ຈົນ​ກວ່າ​ເຂົາ​ຈະ​ຖືກ​ຮັບ​ເອົາ​ໄປ, ຖ້າ​ຫາກ​ເຂົາ ແນບ​ສະ​ໜິດ​ຢູ່​ໃນ​ເຮົາ.

4 ແຕ່ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ ບໍ່​ມີ​ຄົນ​ໃດ​ຈະ​ຖືກ​ກຳ​ນົດ​ສຳ​ລັບ​ຂອງ​ປະທານ​ນີ້ ຍົກ​ເວັ້ນ​ແຕ່​ຈະ​ເປັນ​ຜ່ານ​ເຂົາ; ເພາະ​ຖ້າ​ຫາກ​ມັນ​ຖືກ​ເອົາ​ໄປ​ຈາກ​ເຂົາ, ເຂົາ​ຈະ​ບໍ່​ມີ​ອຳນາດ​ອີກ​ຍົກ​ເວັ້ນ​ແຕ່​ຈະ​ກຳ​ນົດ​ຄົນ​ອື່ນ​ແທນ​ເຂົາ.

5 ແລະ ນີ້​ຈະ​ເປັນ​ກົດ​ຂໍ້​ໜຶ່ງ​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ບໍ່​ຮັບ​ເອົາ​ຄຳ​ສອນ​ຈາກ​ຄົນ​ໃດ​ທີ່​ມາ​ຫາ​ພວກ​ເຈົ້າ ວ່າ​ເປັນ​ການ​ເປີດ​ເຜີຍ ຫລື ບັນ​ຍັດ;

6 ແລະ ສິ່ງ​ນີ້​ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ຖືກ ຫລອກ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້​ວ່າ ມັນ​ບໍ່​ໄດ້​ມາ​ຈາກ​ເຮົາ.

7 ເພາະ​ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ທີ່​ໄດ້​ຮັບ​ການ ແຕ່ງ​ຕັ້ງ​ຈາກ​ເຮົາ ຈະ​ເຂົ້າ​ມາ​ທາງ ປະຕູ ແລະ ຮັບ​ການ​ແຕ່ງ​ຕັ້ງ​ດັ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ມາ​ກ່ອນ, ເພື່ອ​ສິດ​ສອນ​ການ​ເປີດ​ເຜີຍ​ເຫລົ່າ​ນັ້ນ ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ ແລະ ຈະ​ໄດ້​ຮັບ​ຜ່ານ​ຄົນ​ທີ່​ເຮົາ​ກຳ​ນົດ​ໄວ້.

8 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ຄື​ເມື່ອ​ພວກ​ເຈົ້າ​ມາ​ຊຸມ​ນຸມ​ກັນ ພວກ​ເຈົ້າ​ຈະ ແນະນຳ ແລະ ສິດ​ສອນ​ກັນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້​ວິ​ທີ​ທີ່​ຈະ​ປະ​ຕິ​ບັດ ແລະ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຮູ້​ວິ​ທີ​ທີ່​ຈະ​ກະ​ທຳ​ຕາມ​ຈຸດ​ຕ່າງໆ​ຂອງ​ກົດ ແລະ ບັນ​ຍັດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້.

9 ແລະ ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ໄດ້​ຮັບ​ຄຳ​ແນະນຳ​ກ່ຽວ​ກັບ​ກົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮັບ, ແລະ ພວກ​ເຈົ້າ​ຈະ​ຜູກ​ມັດ​ຕົວ​ເອງ​ທີ່​ຈະ​ກະ​ທຳ​ໃນ​ຄວາມ​ສັກ​ສິດ​ທັງ​ໝົດ​ຢູ່​ຕໍ່​ໜ້າ​ເຮົາ—

10 ຄື​ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ​ເຮັດ​ສິ່ງ​ນີ້, ລັດ​ສະ​ໝີ​ພາບ​ຈະ​ຖືກ ຕື່ມ​ໃສ່​ອາ​ນາ​ຈັກ ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ. ຕາບ​ໃດ​ທີ່​ພວກ​ເຈົ້າ​ບໍ່​ເຮັດ​ຕາມ, ມັນ​ຈະ​ຖືກ ເອົາ​ໄປ, ແມ່ນ​ແຕ່​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮັບ.

11 ຈົ່ງ​ຊຳລະ​ລ້າງ ຄວາມ​ຊົ່ວ​ຮ້າຍ​ຊຶ່ງ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ​ອອກ​ໄປ; ຈົ່ງ​ຊຳລະ​ຕົນ​ເອງ​ໃຫ້​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ;

12 ແລະ ຖ້າ​ຫາກ​ພວກ​ເຈົ້າ​ປາດ​ຖະ​ໜາ​ລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ, ຈົ່ງ​ກຳ​ນົດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ສະ​ໜັບ​ສະ​ໜູນ​ລາວ​ຢູ່​ຕໍ່​ໜ້າ​ເຮົາ​ໂດຍ​ການ​ອະ​ທິ​ຖານ​ດ້ວຍ​ສັດທາ.

13 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ປາດ​ຖະ​ໜາ ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ, ຈົ່ງ​ຈັດ​ຫາ​ອາຫານ​ການ​ກິນ ແລະ ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ລາວ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ລາວ​ຕ້ອງ​ການ​ເພື່ອ​ຈະ​ໄດ້​ສຳ​ເລັດ​ວຽກ​ງານ​ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ລາວ;

14 ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເຮັດ​ສິ່ງ​ນີ້ ລາວ​ຈະ​ຢູ່​ກັບ​ຄົນ​ທີ່​ຮັບ​ເອົາ​ລາວ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບ​ຜູ້​ຄົນ​ທີ່ ບໍ​ລິ​ສຸດ​ໄວ້​ຕໍ່​ໜ້າ​ເຮົາ.

15 ອີກ​ເທື່ອ​ໜຶ່ງ​ເຮົາ​ກ່າວ​ວ່າ ຈົ່ງ​ເຊື່ອ​ຟັງ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້: ພວກ​ເຈົ້າ​ບໍ່​ໄດ້​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ຮັບ​ການ​ສິດ​ສອນ, ແຕ່​ເພື່ອ ສິດ​ສອນ​ລູກ​ຫລານ​ມະນຸດ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ວາງ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ​ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ​ຂອງ​ເຮົາ;

16 ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ ການ​ສິດ​ສອນ​ຈາກ​ເບື້ອງ​ບົນ. ຈົ່ງ ຊຳລະ​ຕົນ​ໃຫ້​ບໍ​ລິ​ສຸດ ແລ້ວ​ພວກ​ເຈົ້າ​ຈະ ໄດ້​ຮັບ​ອຳນາດ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ມອບ​ໃຫ້​ແມ່ນ​ແຕ່​ດັ່ງ​ເຊັ່ນ​ທີ່​ເຮົາ​ໄດ້​ກ່າວ.

17 ພວກ​ເຈົ້າ​ຈົ່ງ​ເຊື່ອ​ຟັງ, ເພາະ, ຈົ່ງ​ເບິ່ງ, ວັນ ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.

18 ເພາະ​ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເອີ່ຍ ສຽງ​ຂອງ​ພຣະ​ອົງ​ອອກ​ມາ​ຈາກ​ສະຫວັນ; ຟ້າ​ສະຫວັນ​ຈະ ສັ່ນ ແລະ ແຜ່ນ​ດິນ​ໂລກ​ຈະ ສະ​ເທືອນ, ແລະ ແກ​ຂອງ​ພຣະ​ເຈົ້າ​ຈະ​ສົ່ງ​ສຽງ​ອັນ​ຍາວ​ນານ ແລະ ດັງ​ກ້ອງ, ແລະ ຈະ​ກ່າວ​ກັບ​ປະ​ຊາ​ຊາດ​ທີ່​ຫລັບ​ຢູ່​ວ່າ: ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເອີຍ ຈົ່ງ ລຸກ​ຂຶ້ນ ແລະ ມີ​ຊີ​ວິດ; ສ່ວນ​ພວກ​ເຈົ້າ ຄົນ​ບາບ ໃຫ້ ຢູ່​ເສີຍ ແລະ ຫລັບ​ຢູ່ ຈົນ​ກວ່າ​ເຮົາ​ຈະ​ເອີ້ນ​ອີກ.

19 ດັ່ງ​ນັ້ນ ຈົ່ງ​ຄາດ​ແອວ​ຂອງ​ພວກ​ເຈົ້າ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ຖືກ​ພົບ​ເຫັນ​ຢູ່​ໃນ​ບັນ​ດາ​ຄົນ​ຊົ່ວ.

20 ຈົ່ງ​ເປັ່ງ​ສຽງ​ຂອງ​ພວກ​ເຈົ້າ ແລະ ຢ່າ​ຢັບ​ຢັ້ງ​ໄວ້​ເລີຍ. ຈົ່ງ​ເອີ້ນ​ໃຫ້​ປະ​ຊາ​ຊາດ​ກັບ​ໃຈ, ທັງ​ຄົນ​ແກ່ ແລະ ຄົນ​ໜຸ່ມ, ທັງ​ຂ້າ​ທາດ ແລະ ທັງ​ຜູ້​ເປັນ​ອິດສະ​ລະ, ໂດຍ​ກ່າວ​ວ່າ: ຈົ່ງ​ຕຽມ​ຕົວ​ເອງ​ສຳ​ລັບ​ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

21 ເພາະ​ເຮົາ, ຜູ້​ເປັນ​ມະນຸດ, ເປັ່ງ​ສຽງ​ຂອງ​ເຮົາ ແລະ ເອີ້ນ​ພວກ​ເຈົ້າ​ໃຫ້​ກັບ​ໃຈ, ແລະ ພວກ​ເຈົ້າ​ກຽດ​ຊັງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ວ່າ​ແນວ​ໃດ​ເມື່ອ​ວັນ​ນັ້ນ​ມາ​ເຖິງ ເມື່ອ ຟ້າ​ຮ້ອງ​ຈະ​ສົ່ງ​ສຽງ​ຂອງ​ມັນ​ຈາກ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ກ່າວ​ໃສ່​ຫູ​ຂອງ​ທຸກ​ຄົນ​ທີ່​ມີ​ຊີ​ວິດ, ໂດຍ​ກ່າວ​ວ່າ—ຈົ່ງ​ກັບ​ໃຈ, ແລະ ຕຽມ​ສຳ​ລັບ​ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

22 ແທ້​ຈິງ​ແລ້ວ, ແລະ ອີກ​ເທື່ອ​ໜຶ່ງ, ເມື່ອ​ຟ້າ​ແມບ​ເຫລື້ອມ​ຈະ​ພຸ່ງ​ອອກ​ມາ​ຈາກ​ທິດ​ພາກ​ຕາ​ເວັນ​ອອກ​ຫາ​ພາກ​ຕາ​ເວັນ​ຕົກ, ແລະ ຈະ​ເປັ່ງ​ສຽງ​ຂອງ​ມັນ​ໃສ່​ທຸກ​ຄົນ​ທີ່​ມີ​ຊີ​ວິດ, ແລະ ເຮັດ​ໃຫ້​ຫູ​ຂອງ​ທຸກ​ຄົນ​ມຶນ ແລະ ໄດ້​ຍິນ, ໂດຍ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ວ່າ—ພວກ​ເຈົ້າ​ຈົ່ງ​ກັບ​ໃຈ, ເພາະ​ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ​ແລ້ວ?

23 ແລະ ອີກ​ເທື່ອ​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັ່ງ​ສຽງ​ຂອງ​ພຣະ​ອົງ​ອອກ​ມາ​ຈາກ​ສະຫວັນ, ໂດຍ​ກ່າວ​ວ່າ: ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ສ້າງ​ພວກ​ເຈົ້າ.

24 ໂອ້, ພວກ​ເຈົ້າ​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ, ຈັກ​ເທື່ອ​ແລ້ວ ທີ່​ເຮົາ​ໄດ້​ເຕົ້າ​ໂຮມ​ພວກ​ເຈົ້າ​ດັ່ງ ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ພວກ​ເຈົ້າ​ກໍ ບໍ່​ຟັງ!

25 ຈັກ​ເທື່ອ​ແລ້ວ ທີ່​ເຮົາ​ໄດ້ ເອີ້ນ​ພວກ​ເຈົ້າ​ໂດຍ​ປາກ​ຂອງ ຜູ້​ຮັບ​ໃຊ້​ຂອງ​ເຮົາ, ແລະ ໂດຍ ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ໂດຍ​ສຽງ​ຂອງ​ເຮົາ​ເອງ, ແລະ ໂດຍ​ສຽງ​ຟ້າ​ຮ້ອງ, ແລະ ໂດຍ​ສຽງ​ຟ້າ​ແມບ​ເຫລື້ອມ, ແລະ ໂດຍ​ສຽງ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ໂດຍ​ສຽງ​ແຜ່ນ​ດິນ​ໄຫວ, ແລະ ພະ​ຍຸ​ໝາກ​ເຫັບ​ໃຫຍ່, ແລະ ໂດຍ​ສຽງ ຂອງ ຄວາມ​ອຶດ​ຢາກ ແລະ ພະ​ຍາດ​ໂລ​ຄາ​ທຸກ​ຊະ​ນິດ, ແລະ ໂດຍ​ສຽງ​ແກ​ອັນ​ດັງ, ແລະ ໂດຍ​ສຽງ​ຂອງ​ການ​ພິ​ພາກ​ສາ, ແລະ ໂດຍ​ສຽງ​ຂອງ ຄວາມ​ເມດ​ຕາ​ຕະຫລອດ​ທັງ​ວັນ, ແລະ ໂດຍ​ສຽງ​ຂອງ​ລັດ​ສະ​ໝີ​ພາບ ແລະ ກຽດ​ຕິ​ຍົດ ແລະ ຄວາມ​ຮັ່ງ​ມີ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ, ແລະ ອາດ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ດ້ວຍ​ຄວາມ​ລອດ ອັນ​ເປັນ​ນິດ, ແຕ່​ພວກ​ເຈົ້າ​ກໍ​ບໍ່​ຟັງ!

26 ຈົ່ງ​ເບິ່ງ, ວັນ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ, ເມື່ອ​ຈອກ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເຄືອງ​ແຄ້ນ.

27 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ນີ້​ຄື​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ.

28 ດັ່ງ​ນັ້ນ, ພວກ​ເຈົ້າ​ຈົ່ງ ອອກ​ແຮງ, ພວກ​ເຈົ້າ​ຈົ່ງ​ອອກ​ແຮງ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ​ເປັນ​ເທື່ອ​ສຸດ​ທ້າຍ—ເປັນ​ເທື່ອ​ສຸດ​ທ້າຍ ທີ່​ຈະ​ເອີ້ນ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.

29 ເພາະ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ, ເຮົາ​ຈະ ມາ​ເທິງ​ແຜ່ນ​ດິນ​ໂລກ​ໃນ​ການ​ພິ​ພາກ​ສາ, ແລະ ຜູ້​ຄົນ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ໄຖ່ ແລະ ຈະ​ປົກ​ຄອງ​ນຳ​ເຮົາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

30 ເພາະ​ໃນ​ຊ່ວງ​ໄລ​ຍະ ພັນ​ປີ​ອັນ​ຍິ່ງ​ໃຫຍ່, ຊຶ່ງ​ເຮົາ​ໄດ້​ກ່າວ​ໂດຍ​ປາກ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ຈະ​ມາ​ເຖິງ.

31 ເພາະ ຊາຕານ​ຈະ​ຖືກ ມັດ​ໄວ້, ແລະ ເມື່ອ​ມັນ​ຖືກ​ປ່ອຍ​ໄປ​ອີກ ມັນ​ຈະ​ປົກ​ຄອງ ຊົ່ວ​ໄລ​ຍະ​ໜຶ່ງ, ແລະ ຈາກ​ນັ້ນ ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ມາ​ເຖິງ.

32 ແລະ ຄົນ​ທີ່​ດຳ​ລົງ​ຊີ​ວິດ​ໃນ ຄວາມ​ຊອບ​ທຳ​ຈະ ປ່ຽນ​ໄປ​ໃນ​ພິບ​ຕາ​ດຽວ, ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ​ເໝືອນ​ດັ່ງ​ດ້ວຍ​ໄຟ.

33 ແລະ ຄົນ​ຊົ່ວ​ຈະ​ອອກ​ໄປ​ສູ່ ໄຟ​ທີ່​ບໍ່​ຮູ້​ມອດ, ແລະ ຈຸດ​ຈົບ​ຂອງ​ເຂົາ​ບໍ່​ມີ​ຄົນ​ໃດ​ຮູ້​ຢູ່​ໃນ​ແຜ່ນ​ດິນ​ໂລກ, ທັງ​ບໍ່​ມີ​ວັນ​ທີ່​ຈະ​ຮູ້, ຈົນ​ກວ່າ​ເຂົາ​ມາ​ຢູ່​ຕໍ່​ໜ້າ​ເຮົາ​ໃນ ການ​ພິ​ພາກ​ສາ.

34 ພວກ​ເຈົ້າ​ຈົ່ງ​ເຊື່ອ​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້. ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ຈົ່ງ ສະ​ສົມ​ເລື່ອງ​ເຫລົ່າ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ໃຫ້ ຄວາມ​ນອບ​ນ້ອມ​ແຫ່ງ​ຊົ່ວ​ນິ​ລັນ​ດອນ ຢູ່​ໃນ ຈິດ​ໃຈ​ຂອງ​ພວກ​ເຈົ້າ.

35 ຈົ່ງ ມີ​ສະ​ຕິ. ຈົ່ງ​ຮັກ​ສາ​ບັນ​ຍັດ​ທັງ​ໝົດ​ຂອງ​ເຮົາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.