ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 46


ພາກ​ທີ 46

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ສາດ​ສະ​ໜາ​ຈັກ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 8 ເດືອນ​ມີນາ, 1831. ໃນ​ຊ່ວງ​ໄລ​ຍະ​ທຳ​ອິດ​ນີ້​ຂອງ​ສາດ​ສະ​ໜາ​ຈັກ, ຍັງ​ບໍ່​ໄດ້​ພັດ​ທະ​ນາ​ແບບ​ແຜນ​ສຳ​ລັບ​ການ​ດຳ​ເນີນ​ການ​ຂອງ​ສາດ​ສະ​ໜາ​ຈັກ​ເທື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທຳ​ນຽມ​ຂອງ​ການ​ອະ​ນຸ​ຍາດ​ສະ​ເພາະ​ແຕ່​ສະມາ​ຊິກ ແລະ ຜູ້​ສົນ​ໃຈ​ແທ້ໆ​ເທົ່າ​ນັ້ນ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກ ແລະ ການ​ຊຸມ​ນຸມ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ໄດ້ກາຍ​ເປັນ​ການ​ປະ​ຕິ​ບັດ​ໂດຍ​ທົ່ວ​ໄປ. ການ​ເປີດ​ເຜີຍ​ນີ້​ສະແດງ​ໃຫ້​ເຫັນ​ເຖິງ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ການ​ຄວບ​ຄຸມ ແລະ ການ​ດຳ​ເນີນ​ການ​ປະ​ຊຸມ ແລະ ການ​ແນະນຳ​ຂອງ​ພຣະ​ອົງ ເລື່ອງ​ການ​ສະແຫວງ​ຫາ ແລະ ການ​ຫລິງ​ເຫັນ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ.

1–2, ແອວເດີ​ຕ້ອງ​ດຳ​ເນີນ​ການ​ປະ​ຊຸມ​ຕາມ​ທີ່​ໄດ້​ຮັບ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ສັກ​ສິດ; 3–6, ຜູ້​ສະແຫວງ​ຫາ​ຄວາມ​ຈິງ​ບໍ່​ຄວນ​ຖືກ​ກີດ​ກັນ​ຈາກ​ກອງ​ປະ​ຊຸມ​ສິນ​ລະ​ລຶກ; 7–12, ຈົ່ງ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ແລະ ສະແຫວງ​ຫາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ; 13–26, ລາຍ​ການ​ຂອງ​ປະທານ​ບາງ​ຢ່າງ​ຖືກ​ມອບ​ໃຫ້; 27–33, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ອຳນາດ​ໃນ​ການ​ຫລິງ​ເຫັນ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເລື່ອງ​ເຫລົ່າ​ນີ້​ຖືກ​ກ່າວ​ກັບ​ພວກ​ເຈົ້າ ເພື່ອ ຜົນ​ປະ​ໂຫຍດ ແລະ ການ​ຮຽນ​ຮູ້​ຂອງ​ພວກ​ເຈົ້າ.

2 ແຕ່​ເຖິງ​ແມ່ນ​ວ່າ​ເລື່ອງ​ເຫລົ່າ​ນັ້ນ​ມີ​ຂຽນ​ໄວ້​ແລ້ວ, ແຕ່​ກໍ​ຖືກ​ມອບ​ໃຫ້​ແກ່ ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ສະເໝີ​ມາ​ຕັ້ງ​ແຕ່​ຕົ້ນ, ແລະ ຈະ​ເປັນ​ໄປ​ຕະຫລອດ, ເພື່ອ ດຳ​ເນີນ​ການ​ປະ​ຊຸມ​ທັງ​ໝົດ​ຕາມ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ສັກ​ສິດ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ບໍ່​ໃຫ້ ໄລ່​ຄົນ​ໃດ​ອອກ​ຈາກ​ກອງ​ປະ​ຊຸມ​ສາ​ທາ​ລະ​ນະ​ຂອງ​ພວກ​ເຈົ້າ, ຊຶ່ງ​ມີ​ຢູ່​ຕໍ່​ໜ້າ​ໂລກ.

4 ພວກ​ເຈົ້າ​ກໍ​ໄດ້​ຮັບ​ບັນ​ຊາ​ອີກ​ວ່າ​ບໍ່​ໃຫ້​ໄລ່​ຄົນ​ໃດ​ທີ່​ເປັນ​ຂອງ ສາດ​ສະ​ໜາ​ຈັກ​ອອກ​ໄປ​ຈາກ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຂອງ​ພວກ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ເຮັດ​ຄວາມ​ຜິດ, ກໍ ຢ່າ​ໃຫ້​ເຂົາ​ຮັບ​ສ່ວນ ຈົນ​ກວ່າ​ເຂົາ​ໄດ້​ຄືນ​ດີ​ກ່ອນ.

5 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຢ່າ​ຂັບ​ໄລ່​ຄົນ​ໃດ​ທີ່​ສະແຫວງ​ຫາ​ອາ​ນາ​ຈັກ​ຢ່າງ​ຕັ້ງ​ໃຈ​ອອກ​ຈາກ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຂອງ​ພວກ​ເຈົ້າ—ເຮົາ​ກ່າວ​ເລື່ອງ​ນີ້​ກ່ຽວ​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ.

6 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ກ່ຽວ​ກັບ ການ​ປະ​ຊຸມ​ຢືນ​ຢັນ​ຂອງ​ພວກ​ເຈົ້າ, ວ່າ​ຖ້າ​ຫາກ​ມີ​ຄົນ​ໃດ​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ, ທີ່​ສະແຫວງ​ຫາ​ອາ​ນາ​ຈັກ​ຢ່າງ​ຕັ້ງ​ໃຈ, ຢ່າ​ໄລ່​ເຂົາ​ອອກ​ໄປ.

7 ແຕ່​ພວກ​ເຈົ້າ​ຖືກ​ບັນ​ຊາ​ໃຫ້ ທູນ​ຂໍ​ຈາກ​ພຣະ​ເຈົ້າ​ໃນ​ທຸກ​ສິ່ງ, ຜູ້​ປະທານ​ໃຫ້​ດ້ວຍ​ພຣະ​ກະ​ລຸ​ນາ; ແລະ ສິ່ງ​ຊຶ່ງ​ພຣະ​ວິນ​ຍານ​ເປັນ​ພະຍານ​ແກ່​ພວກ​ເຈົ້າ ແມ່ນ​ແຕ່​ເຊັ່ນ​ນັ້ນ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ເຮັດ​ດ້ວຍ​ໃຈ ບໍ​ລິ​ສຸດ​ທັງ​ໝົດ, ໂດຍ​ການ​ເດີນ​ໄປ ຢ່າງ​ພາກ​ພູມ​ໃຈ​ຕໍ່​ໜ້າ​ເຮົາ, ພິ​ຈາ​ລະ​ນາ​ທີ່​ສຸດ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ເຈົ້າ, ເຮັດ​ທຸກ​ສິ່ງ​ດ້ວຍ​ຄຳ​ອະ​ທິ​ຖານ ແລະ ຄວາມ​ຂອບ​ພຣະ​ໄທ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ໄດ້ ຖືກ​ລໍ້​ໂດຍ​ວິນ​ຍານ​ຮ້າຍ, ຫລື ຄຳ​ສອນ​ຂອງ ມານ, ຫລື ບັນ​ຍັດ​ຂອງ​ມະນຸດ; ເພາະ​ບາງ​ອັນ​ເປັນ​ຂອງ​ມະນຸດ, ແລະ ບາງ​ອັນ​ເປັນ​ຂອງ​ມານ.

8 ດັ່ງ​ນັ້ນ, ຈົ່ງ​ລະ​ວັງ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ຖືກ​ຫລອກ​ລວງ; ແລະ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ຖືກ​ຫລອກ​ລວງ ຈົ່ງ ສະແຫວງ​ຫາ​ຂອງ​ປະທານ​ທີ່​ດີ​ທີ່​ສຸດ​ຢ່າງ​ຕັ້ງ​ໃຈ, ໂດຍ​ຈື່​ຈຳ​ສະເໝີ​ວ່າ ມັນ​ຖືກ​ມອບ​ໃຫ້​ເພື່ອ​ສິ່ງ​ໃດ;

9 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ຖືກ​ມອບ​ໃຫ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ທີ່​ຮັກ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ທັງ​ໝົດ​ຂອງ​ເຮົາ, ແລະ ຄົນ​ທີ່​ສະແຫວງ​ຫາ​ທີ່​ຈະ​ເຮັດ​ແນວ​ນັ້ນ; ເພື່ອ​ທຸກ​ຄົນ​ທີ່​ສະແຫວງ​ຫາ ຫລື ທູນ​ຂໍ​ຈາກ​ເຮົາ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ທີ່​ທູນ​ຂໍ ແລະ ບໍ່​ແມ່ນ​ສຳ​ລັບ ເຄື່ອງ​ໝາຍ ເພື່ອ​ຈະ ໃຊ້​ມັນ​ສຳ​ລັບ​ຄວາມ​ຕັນ​ຫາ​ລາ​ມົກ​ຂອງ​ເຂົາ.

10 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຈື່​ຈຳ​ສະເໝີ, ແລະ ເກັບ​ໄວ້​ໃນ ຈິດ​ໃຈ​ຂອງ​ພວກ​ເຈົ້າ​ສະເໝີ​ວ່າ ຂອງ​ປະທານ​ເຫລົ່າ​ນັ້ນ​ຄື​ຫຍັງ, ທີ່​ມອບ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ.

11 ເພາະ​ທຸກ​ຄົນ​ບໍ່​ໄດ້​ຮັບ​ຂອງ​ປະທານ​ທັງ​ໝົດ​ໃຫ້​ຕົນ​ເອງ; ເພາະ​ມີ​ຂອງ​ປະທານ​ຫລາຍ​ຢ່າງ, ແລະ ແກ່ ທຸກ​ຄົນ​ຂອງ​ປະທານ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ.

12 ແກ່​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ຢ່າງ​ໜຶ່ງ, ແລະ ອີກ​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ອີກ​ຢ່າງ​ໜຶ່ງ, ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ວຍ​ການ​ນັ້ນ.

13 ແກ່​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຈະ ຮູ້​ວ່າ​ພຣະ​ເຢຊູ​ຄຣິດ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ວ່າ​ພຣະ​ອົງ​ໄດ້​ຖືກ​ຄຶງ​ເພື່ອ​ບາບ​ຂອງ​ໂລກ.

14 ແກ່​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ເພື່ອ​ຈະ ເຊື່ອ​ຖ້ອຍ​ຄຳ​ຂອງ​ເຂົາ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ຄື​ກັນ ຖ້າ​ຫາກ​ເຂົາ​ຊື່​ສັດ​ຕໍ່​ໄປ.

15 ແລະ ອີກ​ເທື່ອ​ໜຶ່ງ, ແກ່ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຈະ​ຮູ້​ຈັກ ຄວາມ​ແຕກ​ຕ່າງ​ຂອງ​ການ​ບໍ​ລິ​ຫານ​ງານ, ດັ່ງ​ທີ່​ຈະ​ເປັນ​ສິ່ງ​ທີ່​ພໍ​ພະ​ໄທ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ກັນ, ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະສົງ, ເໝາະ​ສົມ​ຕໍ່​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຕາມ​ສະພາບ​ຂອງ​ລູກ​ຫລານ​ມະນຸດ.

16 ແລະ ອີກ​ເທື່ອ​ໜຶ່ງ, ມັນ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແກ່​ບາງ​ຄົນ ເພື່ອ​ຈະ​ຮູ້​ຈັກ​ປະ​ເພດ​ຂອງ​ການ​ດຳ​ເນີນ​ງານ, ບໍ່​ວ່າ​ມັນ​ເປັນ​ຂອງ​ພຣະ​ເຈົ້າ​ຫລື​ບໍ່, ເພື່ອ​ວ່າ​ການ​ສະແດງ​ໃຫ້​ປະຈັກ​ຂອງ​ພຣະ​ວິນ​ຍານ​ຈະ​ຖືກ​ມອບ​ໃຫ້​ແກ່​ມະນຸດ​ທຸກ​ຄົນ ເພື່ອ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ວຍ​ການ​ນັ້ນ.

17 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ແກ່​ບາງ​ຄົນ​ພຣະ​ວາ​ຈາ​ແຫ່ງ ປັນ​ຍາ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ.

18 ແກ່​ອີກ​ຄົນ​ໜຶ່ງ​ໄດ້​ຮັບ​ຄຳ​ແຫ່ງ ຄວາມ​ຮູ້, ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ສະຫລາດ ແລະ ມີ​ຄວາມ​ຮູ້.

19 ແລະ ອີກ​ເທື່ອ​ໜຶ່ງ, ແກ່​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ເພື່ອ​ຈະ​ມີ ສັດທາ​ທີ່​ຈະ​ຮັບ​ການ​ປິ່ນ​ປົວ;

20 ແລະ ແກ່​ຄົນ​ອື່ນໆ​ມັນ​ຖືກ​ມອບ​ໃຫ້​ເພື່ອ​ຈະ​ມີ​ສັດທາ​ທີ່​ຈະ ປິ່ນ​ປົວ.

21 ແລະ ອີກ​ເທື່ອ​ໜຶ່ງ, ແກ່​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ເພື່ອ​ເຮັດ​ວຽກ​ງານ​ແຫ່ງ ການ​ມະຫັດ​ສະຈັນ;

22 ແລະ ແກ່​ຄົນ​ອື່ນໆ​ມັນ​ຖືກ​ມອບ​ໃຫ້​ເພື່ອ ທຳ​ນາຍ;

23 ແລະ ແກ່​ຄົນ​ອື່ນໆ​ມັນ​ຖືກ​ມອບ​ໃຫ້​ເພື່ອ ຫລິງ​ເຫັນ​ວິນ​ຍານ.

24 ແລະ ອີກ​ເທື່ອ​ໜຶ່ງ, ມັນ​ຖືກ​ມອບ​ໃຫ້​ແກ່​ບາງ​ຄົນ​ເພື່ອ​ເວົ້າ ພາ​ສາ​ຕ່າງໆ;

25 ແລະ ແກ່​ອີກ​ຄົນ​ໜຶ່ງ​ມັນ​ຖືກ​ມອບ​ໃຫ້​ເພື່ອ​ແປ​ພາ​ສາ.

26 ແລະ ຂອງ​ປະທານ​ທັງ​ໝົດ​ນີ້ມາ​ຈາກ​ພຣະ​ເຈົ້າ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ ລູກໆ​ຂອງ​ພຣະ​ເຈົ້າ.

27 ແລະ ແກ່ ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ແກ່​ຄົນ​ເຊັ່ນ​ນັ້ນ​ຕາມ​ທີ່​ພຣະ​ເຈົ້າ​ຈະ​ກຳ​ນົດ ແລະ ແຕ່ງ​ຕັ້ງ​ໃຫ້​ດູ​ແລ​ສາດ​ສະ​ໜາ​ຈັກ ແລະ ເພື່ອ​ເປັນ​ແອວເດີ​ສຳ​ລັບ​ສາດ​ສະ​ໜາ​ຈັກ, ຈະ​ຖືກ​ມອບ​ໃຫ້​ເຂົາ​ເພື່ອ ຫລິງ​ເຫັນ​ຂອງ​ປະທານ​ເຫລົ່າ​ນັ້ນ​ທັງ​ໝົດ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ມີ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ເຈົ້າ​ເວົ້າ​ອ້າງ ແຕ່​ບໍ່​ໄດ້​ເປັນ​ຂອງ​ພຣະ​ເຈົ້າ.

28 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄົນ​ທີ່​ທູນ​ຂໍ​ໂດຍ ພຣະ​ວິນ​ຍານ​ຈະ​ໄດ້​ຮັບ​ໂດຍ​ພຣະ​ວິນ​ຍານ;

29 ເພື່ອ​ວ່າ​ແກ່​ບາງ​ຄົນ​ມັນ​ຈະ​ຖືກ​ມອບ​ໃຫ້​ເພື່ອ​ໃຫ້​ມີ​ຂອງ​ປະທານ​ເຫລົ່າ​ນັ້ນ​ທັງ​ໝົດ, ເພື່ອ​ວ່າ​ຈະ​ມີ​ຫົວ​ໜ້າ, ເພື່ອ​ສະມາ​ຊິກ​ທຸກ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ການ​ນັ້ນ.

30 ຄົນ​ທີ່ ທູນ​ຂໍ​ໃນ ພຣະ​ວິນ​ຍານ​ແມ່ນ​ທູນ​ຂໍ​ຕາມ ພຣະ​ປະສົງ​ຂອງ​ພຣະ​ເຈົ້າ; ດັ່ງ​ນັ້ນ ມັນ​ຈຶ່ງ​ເກີດ​ຂຶ້ນ​ຕາມ​ທີ່​ເຂົາ​ທູນ​ຂໍ.

31 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ເຮັດ​ໂດຍ​ພຣະ​ວິນ​ຍານ;

32 ແລະ ພວກ​ເຈົ້າ​ຕ້ອງ ຂອບ​ພຣະ​ໄທ​ພຣະ​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ສຳ​ລັບ​ພອນ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ໄດ້​ຮັບ.

33 ແລະ ພວກ​ເຈົ້າ​ຕ້ອງ​ປະ​ຕິ​ບັດ​ດ້ວຍ ຄຸນ​ນະ​ທຳ ແລະ ຄວາມ​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ​ສະເໝີ​ໄປ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.