ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 56


ພາກ​ທີ 56

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 15 ເດືອນ​ມິຖຸນາ, 1831. ການ​ເປີດ​ເຜີຍ​ນີ້ ຕີ​ສອນ​ເອ​ຊະ​ຣາ ແຕ ເພາະ​ການ​ບໍ່​ເຊື່ອ​ຟັງ​ຕໍ່​ການ​ເປີດ​ເຜີຍ​ທີ່​ຜ່ານ​ມາ (“ພຣະ​ບັນ​ຍັດ” ທີ່​ໄດ້​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ທີ 8), ຊຶ່ງ​ໂຈເຊັບ ສະມິດ ໄດ້​ຮັບ​ສຳ​ລັບ​ລາວ, ແນະນຳ​ນາຍ​ແຕ ກ່ຽວ​ກັບ​ໜ້າ​ທີ່​ຂອງ​ລາວ ຢູ່​ໄຮ່​ຂອງ​ເຟຣ໌​ເດຣິກ ຈີ ວິວລຽມສ໌, ບ່ອນ​ທີ່​ລາວ​ໄດ້​ອາ​ໄສ​ຢູ່. ການ​ເປີດ​ເຜີຍ​ດັ່ງ​ຕໍ່​ໄປ​ນີ້ ແມ່ນ​ກ່ຽວ​ກັບ​ການ​ຍົກ​ເລີກ​ການ​ເອີ້ນ​ຂອງ​ນາຍ​ແຕ ທີ່​ຈະ​ເດີນ​ທາງ​ໄປ​ລັດ​ມີ​ເຊີຣີ ກັບ​ທອມ​ມັສ ບີ ມາສ໌ (ເບິ່ງ ພາກ​ທີ 52:22).

1–2, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ແບກ​ໄມ້​ກາງ​ແຂນ​ຂອງ​ພວກ​ເຂົາ ແລະ ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ໄປ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ; 3–13, ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ ແລະ ຍົກ​ເລີກ, ແລະ ຄົນ​ທີ່​ບໍ່​ເຊື່ອ​ຟັງ​ຖືກ​ຕັດ​ອອກ; 14–17, ວິບັດ​ແກ່​ຄົນ​ຮັ່ງ​ມີ​ຜູ້​ຈະ​ບໍ່​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ, ແລະ ວິບັດ​ແກ່​ຄົນ​ຍາກ​ຈົນ​ຜູ້​ທີ່​ຫົວ​ໃຈ​ບໍ່​ຊອກ​ຊ້ຳ; 18–20, ຄົນ​ຍາກ​ຈົນ​ທີ່​ມີ​ໃຈ​ບໍ​ລິ​ສຸດ​ຍ່ອມ​ເປັນ​ສຸກ, ເພາະ​ເຂົາ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ​ມູນ​ມໍ​ລະ​ດົກ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ​ທີ່ ອ້າງ​ນາມ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ; ເພາະ​ຈົ່ງ​ເບິ່ງ, ພຣະ​ພິ​ໂລດ​ຂອງ​ເຮົາ​ເກີດ​ກັບ​ຄົນ​ກະ​ບົດ, ແລະ ເຂົາ​ຈະ​ຮູ້​ແຂນ​ຂອງ​ເຮົາ ແລະ ຮູ້​ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ, ໃນ​ວັນ​ແຫ່ງ​ການ​ມາ ຢ້ຽມ​ຢາມ ແລະ ແຫ່ງ​ພຣະ​ພິ​ໂລດ​ເທິງ​ປະ​ຊາ​ຊາດ.

2 ແລະ ຄົນ​ໃດ​ທີ່​ຈະ​ບໍ່​ແບກ ໄມ້​ກາງ​ແຂນ​ຂອງ​ເຂົາ ແລະ ຕິດ​ຕາມ​ເຮົາ​ໄປ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຄົນໆ​ນັ້ນ​ຈະ​ບໍ່​ລອດ.

3 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບັນ​ຊາ; ແລະ ຄົນ​ທີ່​ບໍ່ ເຊື່ອ​ຟັງ​ຈະ​ຖືກ ຕັດ​ອອກ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ, ຫລັງ​ຈາກ​ເຮົາ​ບັນ​ຊາ ແລະ ບັນ​ຍັດ​ຖືກ​ຝ່າ​ຝືນ.

4 ດັ່ງ​ນັ້ນ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບັນ​ຊາ ແລະ ຍົກ​ເລີກ, ດັ່ງ​ທີ່​ເຮົາ​ເຫັນ​ວ່າ​ດີ; ແລະ ທັງ​ໝົດ​ນີ້​ຈະ​ຖືກ​ຕອບ​ຢູ່​ເທິງ​ຫົວ​ຂອງ ຄົນ​ກະ​ບົດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

5 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ຍົກ​ເລີກ​ບັນ​ຍັດ ຊຶ່ງ​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ ບີ ມາສ໌ ແລະ ເອ​ຊະ​ຣາ ແຕ, ແລະ ມອບ​ບັນ​ຍັດ​ໃໝ່​ຂໍ້​ໜຶ່ງ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ, ວ່າ​ໃຫ້​ລາວ​ອອກ​ເດີນ​ທາງ​ຢ່າງ​ໄວ​ໄປ​ຫາ​ແຜ່ນ​ດິນ​ມີ​ເຊີຣີ, ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ສີ​ລາ ເຈ ກຣິບ​ຟິນ ໄປ​ກັບ​ລາວ​ຄື​ກັນ.

6 ເພາະ​ຈົ່ງ​ເບິ່ງ, ເຮົາ​ຍົກ​ເລີກ​ບັນ​ຍັດ ຊຶ່ງ​ໄດ້​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ສີລາ ເຈ ກຣິບຟິນ ແລະ ນິວເອັນ ໄນ້, ເນື່ອງ​ດ້ວຍ​ຄວາມ​ແຂງ​ຄໍ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ຢູ່​ໃນ​ເມືອງ​ທອມສັນ, ແລະ ການ​ກະ​ບົດ​ຂອງ​ພວກ​ເຂົາ.

7 ດັ່ງ​ນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ໄນ້ ຢູ່​ກັບ​ພວກ​ເຂົາ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຢາກ​ຈະ​ໄປ ກໍ​ໄປ​ໄດ້, ທີ່​ສຳ​ນຶກ​ຜິດ​ຢູ່​ຕໍ່​ໜ້າ​ເຮົາ, ແລະ ໃຫ້​ລາວ​ພາ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້.

8 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອ​ຊະ​ຣາ ແຕ ຕ້ອງ​ກັບ​ໃຈ​ຈາກ ຄວາມ​ທະນົງ​ຕົວ​ຂອງ​ລາວ, ແລະ ຄວາມ​ເຫັນ​ແກ່​ຕົວ​ຂອງ​ລາວ, ແລະ ເຊື່ອ​ຟັງ​ບັນ​ຍັດ​ກ່ອນ​ນັ້ນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ລາວ​ກ່ຽວ​ກັບ​ສະຖານ​ທີ່ ທີ່​ລາວ​ອາ​ໄສ​ຢູ່.

9 ແລະ ຖ້າ​ຫາກ​ລາວ​ຈະ​ເຮັດ​ສິ່ງ​ນີ້, ເພາະ​ວ່າ​ຈະ​ບໍ່​ມີ​ການ​ແບ່ງ​ແຍກ​ທີ່​ດິນ, ລາວ​ຈະ​ຍັງ​ຖືກ​ກຳ​ນົດ​ໃຫ້​ໄປ​ຫາ​ແຜ່ນ​ດິນ​ມີ​ເຊີຣີ​ຢູ່;

10 ບໍ່​ດັ່ງ​ນັ້ນ​ລາວ​ຈະ​ໄດ້​ຮັບ​ເງິນ ຊຶ່ງ​ລາວ​ໄດ້​ຈ່າຍ​ໄປ, ແລະ ໜີ​ຈາກ​ບ່ອນ​ນັ້ນ, ແລະ ຈະ​ຖືກ ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ໄດ້​ກ່າວ;

11 ແລະ ເຖິງ​ແມ່ນ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ, ຄຳ​ຂອງ​ເຮົາ​ຈະ​ບໍ່ ສູນ​ສິ້ນ​ໄປ, ແຕ່​ຈະ​ເກີດ​ເປັນ​ຈິງ.

12 ແລະ ຖ້າ​ຫາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈຳ​ເປັນ​ຕ້ອງ​ຈ່າຍ​ເງິນ​ໃຫ້, ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ຈ່າຍ​ໃຫ້​ລາວ​ອີກ​ໃນ​ແຜ່ນ​ດິນ​ມີ​ເຊີຣີ, ເພື່ອ​ວ່າ​ຄົນ​ເຫລົ່າ​ນັ້ນ​ຜູ້​ຊຶ່ງ​ລາວ​ຈະ​ໄດ້​ຮັບ​ເງິນ​ນຳ ຈະ​ໄດ້​ຮັບ​ລາງ​ວັນ​ຕອບ​ແທນ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ເຮັດ;

13 ເພາະ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ເຮັດ ພວກ​ເຂົາ​ຈະ​ໄດ້​ຮັບ, ແມ່ນ​ແຕ່​ແຜ່ນ​ດິນ​ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

14 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ຜູ້​ຄົນ​ຂອງ​ເຮົາ—ພວກ​ເຈົ້າ​ມີ​ຫລາຍ​ສິ່ງ​ທີ່​ຈະ​ເຮັດ ແລະ ກັບ​ໃຈ; ເພາະ​ຈົ່ງ​ເບິ່ງ, ບາບ​ຂອງ​ພວກ​ເຈົ້າ​ໄດ້​ຂຶ້ນ​ມາ​ຫາ​ເຮົາ, ແລະ ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ເພາະ​ພວກ​ເຈົ້າ​ສະແຫວງ​ຫາ ຄຳ​ແນະນຳ​ໃນ​ວິ​ທີ​ທາງ​ຂອງ​ພວກ​ເຈົ້າ​ເອງ.

15 ແລະ ພວກ​ເຈົ້າ​ບໍ່​ພໍ​ໃຈ. ແລະ ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ຄວາມ​ຈິງ, ແຕ່​ມີ ຄວາມ​ສຸກ​ຢູ່​ກັບ​ຄວາມ​ບໍ່​ຊອບ​ທຳ.

16 ວິບັດ​ແກ່​ເຈົ້າ​ຄົນ​ທີ່ ຮັ່ງ​ມີ, ທີ່​ຈະ​ບໍ່ ມອບ​ເຂົ້າ​ຂອງ ຂອງ​ເຈົ້າ​ໃຫ້​ຄົນ ຍາກ​ຈົນ, ເພາະ ຄວາມ​ຮັ່ງ​ມີ​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຈົ້າ​ເປື່ອຍ​ເນົ່າ; ແລະ ສິ່ງ​ນີ້​ຈະ​ເປັນ​ການ​ຮ້ອງ​ຄວນ​ຄາງ​ຂອງ​ເຈົ້າ​ໃນ​ວັນ​ແຫ່ງ​ການ​ມາ​ຢ້ຽມ​ຢາມ, ແລະ ແຫ່ງ​ການ​ພິ​ພາກ​ສາ, ແລະ ແຫ່ງ​ຄວາມ​ເຄືອງ​ແຄ້ນ: ການ​ເກັບ​ກ່ຽວ​ໄດ້​ຜ່ານ​ພົ້ນ​ໄປ, ລະ​ດູ​ຮ້ອນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ແລະ ຈິດ​ວິນ​ຍານ​ຂອງ​ເຮົາ​ບໍ່​ລອດ!

17 ວິບັດ​ແກ່​ເຈົ້າ​ຄົນ​ທີ່ ຍາກ​ຈົນ, ຜູ້​ທີ່​ຫົວ​ໃຈ​ບໍ່​ຊອກ​ຊ້ຳ, ຜູ້​ທີ່​ວິນ​ຍານ​ບໍ່​ສຳ​ນຶກ​ຜິດ, ແລະ ຜູ້​ທີ່​ທ້ອງ​ບໍ່​ເຄີຍ​ອີ່ມ, ແລະ ຜູ້​ທີ່​ມື​ບໍ່​ເຄີຍ​ຢັບ​ຢັ້ງ​ຈາກ​ການ​ຍຶດ​ເອົາ​ສິ່ງ​ຂອງ ຂອງ​ຄົນ​ອື່ນ, ຜູ້​ທີ່​ຕາ​ເຕັມ​ໄປ​ດ້ວຍ ຄວາມ​ໂລບ​ມາກ​ໂລ​ພາ, ແລະ ຜູ້​ທີ່​ຈະ​ບໍ່​ອອກ​ແຮງ​ດ້ວຍ​ມື​ຂອງ​ຕົນ​ເອງ!

18 ແຕ່ ຄົນ​ຍາກ​ຈົນ​ທີ່​ມີ​ໃຈ​ບໍ​ລິ​ສຸດ​ຍ່ອມ​ເປັນ​ສຸກ, ຜູ້​ທີ່​ຫົວ​ໃຈ ຊອກ​ຊ້ຳ, ແລະ ຜູ້​ທີ່​ວິນ​ຍານ​ສຳ​ນຶກ​ຜິດ, ເພາະ​ເຂົາ​ຈະ​ເຫັນ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ໃນ​ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່​ເພື່ອ​ປົດ​ປ່ອຍ​ເຂົາ; ເພາະ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ ແຜ່ນ​ດິນ​ໂລກ​ຈະ​ເປັນ​ຂອງ​ເຂົາ.

19 ເພາະ​ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າ​ຈະ​ມາ, ແລະ ສິ່ງ​ຊົດ​ເຊີຍ​ຂອງ​ພຣະ​ອົງ​ຈະ​ຢູ່​ນຳ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ໃຫ້​ລາງ​ວັນ​ແກ່​ມະນຸດ​ທຸກ​ຄົນ, ແລະ ຄົນ​ຍາກ​ຈົນ​ຈະ​ປິ​ຕິ​ຍິນ​ດີ;

20 ແລະ ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ ມູນ​ມໍ​ລະ​ດົກ ຈາກ​ລຸ້ນ​ສູ່​ລຸ້ນ, ຕະຫລອດ​ການ ແລະ ຕະຫລອດ​ໄປ. ແລະ ບັດ​ນີ້ ເຮົາ​ຢຸດ​ຕິ​ການ​ກ່າວ​ກັບ​ພວກ​ເຈົ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.