ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 58


ພາກ​ທີ 58

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ຊີໂອນ, ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ວັນທີ 1 ເດືອນ​ສິງຫາ, 1831. ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ຊະ​ບາ​ໂຕ​ທຳ​ອິດ​ຫລັງ​ຈາກ​ສາດ​ສະ​ດາ ແລະ ກຸ່ມ​ຄະນະ​ຂອງ​ເພິ່ນ​ໄດ້​ມາ​ເຖິງ​ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ພິ​ທີ​ທາງ​ສາດ​ສະ​ໜາ​ໄດ້​ຖືກ​ຈັດ​ຂຶ້ນ, ແລະ ໄດ້​ຮັບ​ເອົາ​ສະມາ​ຊິກ​ສອງ​ຄົນ​ໂດຍ​ການ​ຮັບ​ບັບຕິ​ສະມາ. ໃນ​ລະຫວ່າງ​ອາ​ທິດ​ນັ້ນ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຂອງ​ເມືອງ​ໂຄນສະວຽວ​ຈາກ​ສາຂາ​ທອມສັນ ແລະ ຄົນ​ອື່ນໆ​ໄດ້​ມາ​ເຖິງ (ເບິ່ງ ພາກ​ທີ 54). ຫລາຍ​ຄົນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮຽນ​ຮູ້​ເຖິງ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ເຂົາ​ເຈົ້າ​ເອງ​ຢູ່​ໃນ​ສະຖານ​ທີ່​ເຕົ້າ​ໂຮມ​ແຫ່ງ​ໃໝ່.

1–5 ຜູ້​ທີ່​ອົດ​ທົນ​ຕໍ່​ຄວາມ​ທຸກ​ຍາກ​ລຳ​ບາກ​ຈະ​ໄດ້​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ​ລັດ​ສະ​ໝີ​ພາບ; 6–12, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຕຽມ​ຕົວ​ສຳ​ລັບ​ງານ​ສົມ​ຣົດ​ຂອງ​ພຣະ​ເມສາ​ນ້ອຍ ແລະ ອາຫານ​ຄ່ຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 13–18, ອະ​ທິ​ການ​ເປັນ​ຜູ້​ຕັດ​ສິນ​ໃນ​ອິດສະ​ຣາເອນ; 19–23, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ແຜ່ນ​ດິນ; 24–29, ມະນຸດ​ຄວນ​ໃຊ້​ອຳ​ເພີ​ໃຈ​ຂອງ​ຕົນ​ເພື່ອ​ເຮັດ​ຄວາມ​ດີ; 30–33, ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ ແລະ ຍົກ​ເລີກ; 34–43, ໃນ​ການ​ກັບ​ໃຈ, ມະນຸດ​ຕ້ອງ​ສາ​ລະ​ພາບ ແລະ ປະ​ຖິ້ມ​ບາບ​ຂອງ​ຕົນ; 44–58, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຊື້​ດິນ​ໄວ້​ເປັນ​ມູນ​ມໍ​ລະ​ດົກ ແລະ ເຕົ້າ​ໂຮມ​ກັນ​ໃນ​ລັດ​ມີ​ເຊີຣີ; 59–65, ຈະ​ຕ້ອງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ມະນຸດ​ສະ​ໂລກ​ທັງ​ໝົດ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ຈົ່ງ​ງ່ຽງ​ຫູ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ, ແລະ ຮຽນ​ຮູ້​ຈາກ​ເຮົາ​ສິ່ງ​ທີ່​ເຮົາ​ປະສົງ​ຊຶ່ງ​ກ່ຽວ​ກັບ​ພວກ​ເຈົ້າ, ແລະ ກ່ຽວ​ກັບ ແຜ່ນ​ດິນ​ນີ້​ນຳ​ອີກ​ທີ່​ເຮົາ​ໄດ້​ສົ່ງ​ພວກ​ເຈົ້າ​ມາ.

2 ເພາະ​ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ທີ່ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ​ຍ່ອມ​ເປັນ​ສຸກ, ບໍ່​ວ່າ​ໃນ​ຊີ​ວິດ ຫລື ໃນ ຄວາມ​ຕາຍ; ແລະ ຄົນ​ໃດ​ທີ່ ຊື່​ສັດ​ໃນ ຄວາມ​ທຸກ​ຍາກ​ລຳ​ບາກ, ລາງ​ວັນ​ຂອງ​ຄົນໆ​ນັ້ນ​ຈະ​ຍິ່ງ​ໃຫຍ່​ກວ່າ​ໃນ​ອາ​ນາ​ຈັກ​ສະຫວັນ.

3 ພວກ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນ​ແຜນ​ການ​ຂອງ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ຕາ​ທຳ​ມະ​ຊາດ​ຂອງ​ພວກ​ເຈົ້າ​ໃນ​ເວລາ​ນີ້ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍ​ໜ້າ, ແລະ ລັດ​ສະ​ໝີ​ພາບ​ທີ່​ຈະ​ຕາມ​ມາ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ຫລວງ​ຫລາຍ.

4 ເພາະ ພອນ​ຈະ​ມາ​ເຖິງ​ຫລັງ​ຈາກ ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ຫລວງ​ຫລາຍ. ດັ່ງ​ນັ້ນ ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກ​ເຈົ້າ​ຈະ​ໄດ້ ສວມ​ມົງ​ກຸດ​ດ້ວຍ ລັດ​ສະ​ໝີ​ພາບ​ອັນ​ໃຫຍ່​ຍິ່ງ; ຍັງ​ບໍ່​ຮອດ​ຊົ່ວ​ໂມງ​ນັ້ນ​ເທື່ອ, ແຕ່​ໃກ້​ຈະ​ມາ​ເຖິງ​ແລ້ວ.

5 ຈົ່ງ​ຈື່​ຈຳ​ເລື່ອງ​ນີ້, ຊຶ່ງ​ເຮົາ​ບອກ​ພວກ​ເຈົ້າ​ໄວ້​ກ່ອນ, ເພື່ອ​ພວກ​ເຈົ້າ​ຈະ ເອົາ​ໃຈ​ໃສ່, ແລະ ຮັບ​ເອົາ​ສິ່ງ​ທີ່​ຈະ​ຕາມ​ມາ.

6 ຈົ່ງ​ເບິ່ງ, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ສົ່ງ​ພວກ​ເຈົ້າ​ມາ—​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເຊື່ອ​ຟັງ, ແລະ ເພື່ອ​ວ່າ​ໃຈ​ຂອງ​ພວກ​ເຈົ້າ​ຈະ ຕຽມ​ພ້ອມ​ທີ່​ຈະ​ສະແດງ ປະຈັກ​ພະຍານ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ;

7 ແລະ ພ້ອມ​ນີ້​ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ກຽດ​ຈາກ​ການ​ວາງ​ຮາກ​ຖານ, ແລະ ຈາກ​ການ​ກ່າວ​ເປັນ​ພະຍານ​ເຖິງ​ແຜ່ນ​ດິນ ຊຶ່ງ​ເທິງ​ທີ່​ນັ້ນ ຊີໂອນ​ຂອງ​ພຣະ​ເຈົ້າ​ຈະ​ຕັ້ງ​ຢູ່;

8 ແລະ ເພື່ອ​ຈະ​ໄດ້​ຕຽມ​ງານ​ກິນ​ລ້ຽງ​ໃຫຍ່​ດ້ວຍ​ອາຫານ​ທີ່​ບໍ​ລິ​ບູນ​ໄວ້​ໃຫ້​ຄົນ ຍາກ​ຈົນ​ນຳ​ອີກ; ແທ້​ຈິງ​ແລ້ວ, ງານ​ກິນ​ລ້ຽງ​ໃຫຍ່​ດ້ວຍ​ອາຫານ​ທີ່​ບໍ​ລິ​ບູນ, ດ້ວຍ​ເຫລົ້າ​ອະ​ງຸ່ນ​ຈາກ ກາກ​ທີ່​ກັ່ນ​ຕອງ​ຢ່າງ​ດີ, ເພື່ອ​ວ່າ​ແຜ່ນ​ດິນ​ໂລກ​ຈະ​ຮູ້​ວ່າ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ຈະ​ບໍ່​ລົ້ມ​ເຫລວ;

9 ແທ້​ຈິງ​ແລ້ວ, ອາຫານ​ຄ່ຳ​ຂອງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທີ່​ຕຽມ​ໄວ້​ຢ່າງ​ດີ, ຊຶ່ງ​ຄາບ​ນັ້ນ​ທຸກ​ປະ​ຊາ​ຊາດ​ຈະ​ຖືກ​ຮັບ​ເຊີນ.

10 ທຳ​ອິດ, ຄົນ​ທີ່​ຮັ່ງ​ມີ ແລະ ຄົນ​ທີ່​ມີ​ການ​ສຶກ​ສາ, ຄົນ​ທີ່​ມີ​ປັນ​ຍາ ແລະ ຜູ້​ມີ​ກຽດ;

11 ແລະ ຫລັງ​ຈາກ​ນັ້ນ ວັນ​ແຫ່ງ​ອຳນາດ​ຂອງ​ເຮົາ​ຈະ​ມາ​ເຖິງ; ແລ້ວ​ຄົນ​ຍາກ​ຈົນ, ຄົນ​ເປ້ຍ​ລ່ອຍ, ແລະ ຄົນ​ຕາ​ບອດ, ແລະ ຄົນ​ຫູ​ໜວກ, ຈະ​ເຂົ້າ​ມາ​ໃນ ງານ​ສົມ​ຣົດ​ຂອງ​ພຣະ​ເມສາ​ນ້ອຍ, ແລະ ຮັບ​ສ່ວນ ອາຫານ​ຄ່ຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ຖືກ​ຈັດ​ຕຽມ​ໄວ້​ສຳ​ລັບ​ວັນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ມາ​ເຖິງ.

12 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ກ່າວ​ມັນ​ໄວ້​ດັ່ງ​ນີ້.

13 ແລະ ເພື່ອ​ວ່າ ປະຈັກ​ພະຍານ​ຈະ​ອອກ​ໄປ​ຈາກ​ຊີໂອນ, ແທ້​ຈິງ​ແລ້ວ, ຈາກ​ປາກ​ຂອງ​ເມືອງ​ມູນ​ມໍ​ລະ​ດົກ​ຂອງ​ພຣະ​ເຈົ້າ—

14 ແທ້​ຈິງ​ແລ້ວ, ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ສົ່ງ​ພວກ​ເຈົ້າ​ມາ​ທີ່​ນີ້, ແລະ ໄດ້​ເລືອກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ, ແລະ ໄດ້​ກຳ​ນົດ​ພາ​ລະ​ກິດ​ຂອງ​ລາວ​ໃຫ້​ແກ່​ລາວ​ໃນ​ແຜ່ນ​ດິນ​ນີ້.

15 ແຕ່​ຖ້າ​ລາວ​ບໍ່​ກັບ​ໃຈ​ຈາກ​ບາບ​ຂອງ​ລາວ, ຊຶ່ງ​ຄື​ຄວາມ​ບໍ່​ເຊື່ອ ແລະ ຄວາມ​ມືດ​ມົນ​ຂອງ​ໃຈ, ແລ້ວ​ໃຫ້​ລາວ​ລະ​ວັງ ຖ້າ​ບໍ່​ດັ່ງ​ນັ້ນ​ລາວ​ຈະ ຕົກ​ໄປ.

16 ຈົ່ງ​ເບິ່ງ​ພາ​ລະ​ກິດ​ຂອງ​ລາວ​ໄດ້​ຖືກ​ມອບ​ໃຫ້​ແກ່​ລາວ, ແລະ ມັນ​ຈະ​ບໍ່​ຖືກ​ມອບ​ໃຫ້​ອີກ.

17 ແລະ ຜູ້​ໃດ​ທີ່​ປະ​ຕິ​ບັດ​ຕາມ​ພາ​ລະ​ກິດ​ນີ້​ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ ຜູ້​ຕັດ​ສິນ​ໃນ​ອິດສະ​ຣາເອນ, ເໝືອນ​ທີ່​ເປັນ​ມາ​ໃນ​ສະ​ໄໝ​ບູຮານ, ເພື່ອ​ແບ່ງ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່ ລູກໆ​ຂອງ​ພຣະ​ອົງ;

18 ແລະ ເພື່ອ​ຕັດ​ສິນ​ຜູ້​ຄົນ​ຂອງ​ພຣະ​ອົງ​ໂດຍ​ປະຈັກ​ພະຍານ​ຂອງ​ຄົນ​ທ່ຽງ​ທຳ, ແລະ ໂດຍ​ຄວາມ​ຊ່ວຍ​ເຫລືອ ຂອງ​ທີ່​ປຶກ​ສາ​ຂອງ​ລາວ, ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊຶ່ງ​ໃຫ້​ໄວ້​ໂດຍ ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.

19 ເພາະ​ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ຮັກ​ສາ​ກົດ​ຂອງ​ເຮົາ​ເທິງ​ແຜ່ນ​ດິນ​ນີ້.

20 ຢ່າ​ໃຫ້​ມະນຸດ​ຄົນ​ໃດ​ຄິດ​ວ່າ​ຕົນ​ເປັນ​ຜູ້​ປົກ​ຄອງ; ແຕ່​ໃຫ້​ພຣະ​ເຈົ້າ​ປົກ​ຄອງ​ຄົນ​ທີ່​ຕັດ​ສິນ, ຕາມ​ການ​ແນະນຳ​ອັນ​ທີ່​ເປັນ​ພຣະ​ປະສົງ​ຂອງ​ພຣະ​ອົງ​ເອງ, ຫລື ອີກ​ຄຳ​ໜຶ່ງ, ຄົນ​ທີ່​ແນະນຳ ຫລື ທີ່​ນັ່ງ​ຢູ່​ເທິງ​ບັນ​ລັງ​ຕັດ​ສິນ.

21 ຢ່າ​ໃຫ້​ມະນຸດ​ຄົນ​ໃດ​ຝ່າ​ຝືນ ກົດ​ໝາຍ​ຂອງ​ແຜ່ນ​ດິນ, ເພາະ​ຄົນ​ທີ່​ຮັກ​ສາ​ກົດ​ຂອງ​ພຣະ​ເຈົ້າ ບໍ່​ຈຳ​ເປັນ​ຕ້ອງ​ຝ່າ​ຝືນ​ກົດ​ໝາຍ​ຂອງ​ແຜ່ນ​ດິນ.

22 ດັ່ງ​ນັ້ນ, ຈົ່ງ​ຂຶ້ນ​ຢູ່​ກັບ​ອຳນາດ​ທີ່​ດຳ​ລົງ​ຢູ່, ຈົນ​ກວ່າ ພຣະ​ອົງ​ຈະ​ປົກ​ຄອງ ຜູ້​ຊຶ່ງ​ມີ​ສິດ​ທີ່​ຈະ​ປົກ​ຄອງ, ແລະ ປາບ​ສັດ​ຕູ​ທັງ​ສິ້ນ​ໃຫ້​ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ.

23 ຈົ່ງ​ເບິ່ງ, ກົດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຈາກ​ມື​ຂອງ​ເຮົາ​ເປັນ​ກົດ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ໃນ​ທັດ​ສະ​ນະ​ນີ້ ພວກ​ເຈົ້າ​ຈະ​ຖື​ມັນ​ໄວ້. ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ.

24 ແລະ ບັດ​ນີ້, ດັ່ງ​ທີ່​ເຮົາ​ກ່າວ​ກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ, ແຜ່ນ​ດິນ​ນີ້​ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ຂອງ​ລາວ, ແລະ ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ລາວ​ໄດ້​ແຕ່ງ​ຕັ້ງ​ໄວ້​ເປັນ​ທີ່​ປຶກ​ສາ​ຂອງ​ລາວ; ແລະ ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ຂອງ​ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້​ໃຫ້​ຮັກ​ສາ ຄັງ​ຂອງ​ເຮົາ​ນຳ​ອີກ;

25 ດັ່ງ​ນັ້ນ, ໃຫ້​ພວກ​ເຂົາ​ພາ​ຄອບ​ຄົວ​ຂອງ​ພວກ​ເຂົາ​ມາ​ຍັງ​ແຜ່ນ​ດິນ​ນີ້, ດັ່ງ​ທີ່​ພວກ​ເຂົາ​ຈະ​ປຶກ​ສາ​ລະຫວ່າງ​ພວກ​ເຂົາ​ເອງ ແລະ ກັບ​ເຮົາ.

26 ເພາະ​ຈົ່ງ​ເບິ່ງ, ມັນ​ບໍ່​ສົມ​ຄວນ​ທີ່​ເຮົາ​ຈະ​ບັນຊາ​ໃນ​ທຸກ​ສິ່ງ; ເພາະ​ຄົນ​ໃດ​ທີ່​ຖືກ​ບັງຄັບ​ໃນ​ທຸກ​ສິ່ງ, ຄົນໆ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ທີ່ ກຽດ​ຄ້ານ ແລະ ບໍ່​ສະຫລາດ; ດັ່ງ​ນັ້ນ ເຂົາ​ຈຶ່ງ​ບໍ່​ໄດ້​ຮັບ​ລາງ​ວັນ​ເລີຍ.

27 ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ມະນຸດ​ຄວນ​ທຸ້ມ​ເທ​ຢ່າງ ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, ແລະ ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ;

28 ເພາະ ພະ​ລັງ​ຢູ່​ໃນ​ຕົວ​ເຂົາ, ຊຶ່ງ​ໃນ​ການ​ນີ້​ເຂົາ ເປັນ​ຕົວ​ແທນ​ອິດສະ​ລະ​ພາບ​ຂອງ​ຕົນ​ເອງ. ແລະ ຕາບ​ໃດ​ທີ່​ມະນຸດ​ເຮັດ​ຄວາມ​ດີ ເຂົາ​ຈະ​ບໍ່​ມີ​ທາງ​ສູນ​ເສຍ​ລາງ​ວັນ​ຂອງ​ຕົນ​ໄປ​ຈັກ​ເທື່ອ.

29 ແຕ່​ຄົນ​ໃດ​ທີ່​ບໍ່​ເຮັດ​ຫຍັງ​ເລີຍ​ຈົນ​ກວ່າ​ເຂົາ​ຖືກ​ບັນ​ຊາ​ໃຫ້​ເຮັດ, ແລະ ຮັບ​ເອົາ​ຄຳ​ບັນ​ຊາ​ດ້ວຍ​ໃຈ​ທີ່​ສົງ​ໃສ, ແລະ ຮັກ​ສາ​ມັນ​ດ້ວຍ​ຄວາມ​ກຽດ​ຄ້ານ, ຄົນໆ​ນັ້ນ​ຍ່ອມ ອັບ​ປະ​ໂຫຍດ.

30 ເຮົາ​ຄື​ໃຜ​ທີ່ ສ້າງ​ມະນຸດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ວ່າ​ເຮົາ​ຈະ​ຖື​ວ່າ​ເຂົາ​ບໍ່​ມີ​ຄວາມ​ຜິດ​ບໍ ເມື່ອ​ເຂົາ​ບໍ່​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ເຮົາ?

31 ເຮົາ​ຄື​ໃຜ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ຊຶ່ງ​ໄດ້ ສັນ​ຍາ ແລະ ຍັງ​ບໍ່​ໄດ້​ເຮັດ​ໃຫ້​ສຳ​ເລັດ​ບໍ?

32 ເຮົາ​ບັນ​ຊາ ແລະ ມະນຸດ​ບໍ່​ເຊື່ອ​ຟັງ; ເຮົາ ຍົກ​ເລີກ ແລະ ເຂົາ​ບໍ່​ໄດ້​ຮັບ​ພອນ.

33 ແລ້ວ​ພວກ​ເຂົາ​ກ່າວ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ​ວ່າ: ນີ້​ບໍ່​ແມ່ນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ບໍ່​ໄດ້​ສຳ​ເລັດ. ແຕ່​ວິບັດ​ແກ່​ຄົນ​ເຫລົ່າ​ນັ້ນ, ເພາະ​ລາງ​ວັນ​ຂອງ​ພວກ​ເຂົາ​ເຊື່ອງ​ຢູ່ ເບື້ອງ​ລຸ່ມ, ແລະ ບໍ່​ແມ່ນ​ມາ​ຈາກ​ເບື້ອງ​ເທິງ.

34 ແລະ ບັດ​ນີ້ ເຮົາ​ຈະ​ໃຫ້​ຄຳ​ແນະນຳ​ເພີ່ມ​ເຕີມ​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ແຜ່ນ​ດິນ​ນີ້.

35 ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ມາຕິນ ແຮຣິສ ຄວນ​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ໃນ​ການ ມອບ​ເງິນ​ຂອງ​ລາວ​ໃຫ້​ແກ່​ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ.

36 ແລະ ພ້ອມ​ນີ້, ນີ້​ເປັນ​ກົດ​ສຳ​ລັບ​ມະນຸດ​ທຸກ​ຄົນ​ທີ່​ມາ​ສູ່​ແຜ່ນ​ດິນ​ນີ້​ເພື່ອ​ຈະ​ຮັບ​ເອົາ​ມູນ​ມໍ​ລະ​ດົກ; ແລະ ເຂົາ​ຈະ​ຈັດ​ການ​ກັບ​ເງິນ​ຂອງ​ເຂົາ​ຕາມ​ທີ່​ກົດ​ລະບຸ​ໄວ້.

37 ແລະ ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ອີກ​ທີ່​ຈະ​ຊື້​ທີ່​ດິນ​ໃນ​ອິນດີ​ເພັນເດັນສ໌, ເພື່ອ​ເປັນ​ສະຖານ​ທີ່​ສ້າງ​ຄັງ, ແລະ ສ້າງ​ໂຮງ ພິມ​ນຳ​ອີກ.

38 ແລະ ຄຳ​ແນະນຳ​ອື່ນໆ​ກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ມາຕິນ ແຮຣິສ ຈະ​ມອບ​ໃຫ້​ລາວ​ໂດຍ​ພຣະ​ວິນ​ຍານ, ເພື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ລາວ ດັ່ງ​ທີ່​ເຫັນ​ວ່າ​ດີ​ສຳ​ລັບ​ລາວ;

39 ແລະ ໃຫ້​ລາວ​ກັບ​ໃຈ​ຈາກ​ບາບ​ຂອງ​ລາວ, ເພາະ​ລາວ​ສະແຫວງ​ຫາ​ຄຳ ສັນ​ລະ​ເສີນ​ຂອງ​ໂລກ.

40 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌ ຢູ່​ໃນ​ຕຳ​ແໜ່ງ​ທີ່​ເຮົາ​ໄດ້​ກຳ​ນົດ​ໃຫ້​ລາວ​ນຳ​ອີກ, ແລະ ຮັບ​ເອົາ​ມູນ​ມໍ​ລະ​ດົກ​ຂອງ​ລາວ​ໃນ​ທີ່​ດິນ;

41 ແລະ ລາວ​ຈຳ​ເປັນ​ຕ້ອງ​ກັບ​ໃຈ​ນຳ​ອີກ, ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ພໍ​ໃຈ​ນຳ​ລາວ​ປານ​ໃດ, ເພາະ​ລາວ​ສະແຫວງ​ຫາ​ທີ່​ຈະ​ເກັ່ງ​ກວ່າ, ແລະ ລາວ​ບໍ່​ອ່ອນ​ໂຍນ​ພຽງ​ພໍ​ຕໍ່​ໜ້າ​ເຮົາ.

42 ຈົ່ງ​ເບິ່ງ, ຄົນ​ໃດ​ທີ່ ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ຄົນໆ​ນັ້ນ​ໄດ້​ຮັບ​ການ ໃຫ້​ອະໄພ, ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່ ຈື່​ຈຳ​ມັນ​ອີກ​ເລີຍ.

43 ໂດຍ​ສິ່ງ​ນີ້​ເຈົ້າ​ຈະ​ຮູ້​ວ່າ ຄົນໆ​ນັ້ນ​ໄດ້ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຫລື​ບໍ່—ຈົ່ງ​ເບິ່ງ, ເຂົາ​ຈະ ສາ​ລະ​ພາບ ແລະ ປະ​ຖິ້ມ​ມັນ.

44 ແລະ ບັດ​ນີ້, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກ່ຽວ​ກັບ​ແອວເດີ​ທີ່​ເຫລືອ​ຢູ່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຍັງ​ບໍ່​ເຖິງ​ເວລາ​ເທື່ອ, ຍັງ​ອີກ​ຫລາຍ​ປີ, ທີ່​ພວກ​ເຂົາ​ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນ​ນີ້, ຍົກ​ເວັ້ນ​ແຕ່​ພວກ​ເຂົາ​ຈະ​ປາດ​ຖະ​ໜາ​ມັນ​ໂດຍ​ການ​ອະ​ທິ​ຖານ​ດ້ວຍ​ສັດທາ, ແລະ ໂດຍ​ທາງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກຳ​ນົດ​ມັນ​ໃຫ້​ແກ່​ພວກ​ເຂົາ​ເທົ່າ​ນັ້ນ.

45 ເພາະ, ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ ຊຸກ​ຍູ້​ຜູ້​ຄົນ​ເຂົ້າ​ກັນ​ຈາກ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

46 ດັ່ງ​ນັ້ນ, ຈົ່ງ​ຮ່ວມ​ຊຸມ​ນຸມ​ກັນ; ແລະ ຜູ້​ທີ່​ບໍ່​ໄດ້​ຖືກ​ກຳ​ນົດ​ໃຫ້​ຢູ່​ໃນ​ແຜ່ນ​ດິນ​ນີ້, ກໍ​ໃຫ້​ພວກ​ເຂົາ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ; ແລະ ຫລັງ​ຈາກ​ນັ້ນ ໃຫ້​ພວກ​ເຂົາ​ກັບ​ຄືນ​ສູ່​ບ້ານ​ເຮືອນ​ຂອງ​ຕົນ.

47 ໃຫ້​ພວກ​ເຂົາ​ສັ່ງ​ສອນ​ໄປ​ລະຫວ່າງ​ທາງ, ແລະ ສະແດງ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ໃນ​ທຸກ​ບ່ອນ, ແລະ ເອີ້ນ​ຄົນ​ຮັ່ງ​ມີ, ຄົນ​ຊັ້ນ​ສູງ ແລະ ຄົນ​ຊັ້ນ​ຕ່ຳ, ແລະ ຄົນ​ຍາກ​ຈົນ​ໃຫ້​ກັບ​ໃຈ.

48 ແລະ ໃຫ້​ພວກ​ເຂົາ​ສ້າງ​ໜ່ວຍ​ຂອງ ສາດ​ສະ​ໜາ​ຈັກ​ຂຶ້ນ, ຕາບ​ໃດ​ທີ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ກັບ​ໃຈ.

49 ແລະ ໃຫ້​ມີ​ຕົວ​ແທນ​ຄົນ​ໜຶ່ງ​ທີ່​ຖືກ​ກຳ​ນົດ​ໂດຍ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ, ສຳ​ລັບ​ສາດ​ສະ​ໜາ​ຈັກ​ໃນ​ລັດ​ໂອ​ໄຮ​ໂອ, ເພື່ອ​ຮັບ​ເອົາ​ເງິນ​ໄປ​ຊື້​ທີ່​ດິນ​ໃນ ຊີໂອນ.

50 ແລະ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ, ເພື່ອ​ລາວ​ຈະ​ໄດ້ ຂຽນ​ລາຍ​ລະ​ອຽດ​ກ່ຽວ​ກັບ​ແຜ່ນ​ດິນ​ຊີໂອນ, ແລະ ຄຳ​ຖະ​ແຫລງ​ກ່ຽວ​ກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ດັ່ງ​ທີ່​ພຣະ​ວິນ​ຍານ​ຈະ​ເຮັດ​ໃຫ້​ມັນ​ເປັນ​ທີ່​ຮູ້​ຈັກ​ແກ່​ລາວ;

51 ແລະ ໃຫ້​ສະແດງ​ສານ​ສະບັບ​ໜຶ່ງ ແລະ ໃບ​ສັ່ງ​ຊື້​ຕໍ່​ທຸກ​ໜ່ວຍ​ໃນ​ສາດ​ສະ​ໜາ​ຈັກ​ເພື່ອ​ຈະ​ໄດ້​ເງິນ, ໃຫ້​ມອບ​ມັນ​ໄວ້​ໃນ​ມື​ຂອງ​ອະ​ທິ​ການ​ດ້ວຍ​ຕົວ​ລາວ​ເອງ ຫລື ໂດຍ​ຕົວ​ແທນ ດັ່ງ​ທີ່​ລາວ​ເຫັນ​ວ່າ​ດີ ຫລື ດັ່ງ​ທີ່​ລາວ​ຈະ​ແນະນຳ, ເພື່ອ​ຊື້​ທີ່​ດິນ​ໄວ້​ເປັນ​ມູນ​ມໍ​ລະ​ດົກ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ.

52 ເພາະ, ຈົ່ງ​ເບິ່ງ, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້​ສາ​ນຸ​ສິດ ແລະ ລູກ​ຫລານ​ມະນຸດ​ເປີດ​ໃຈ​ຂອງ​ເຂົາ, ແມ່ນ​ແຕ່​ທີ່​ຈະ​ຊື້​ພາກ​ພື້ນ​ແຖວ​ນີ້​ຂອງ​ແຜ່ນ​ດິນ, ໃຫ້​ໄວ​ເທົ່າ​ທີ່​ເວລາ​ຈະ​ອຳ​ນວຍ.

53 ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ. ໃຫ້​ພວກ​ເຂົາ​ເຮັດ​ສິ່ງ​ນີ້ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ ມູນ​ມໍ​ລະ​ດົກ​ເລີຍ, ຍົກ​ເວັ້ນ​ແຕ່​ຈະ​ເປັນ​ໄປ​ໂດຍ​ການ​ນອງ​ເລືອດ.

54 ແລະ ອີກ​ເທື່ອ​ໜຶ່ງ, ຕາບ​ໃດ​ທີ່​ໄດ້​ທີ່​ດິນ​ມາ, ກໍ​ໃຫ້​ມີ​ຄົນ​ງານ​ທຸກ​ປະ​ເພດ​ຖືກ​ສົ່ງ​ອອກ​ມາ​ຫາ​ແຜ່ນ​ດິນ​ນີ້, ເພື່ອ​ອອກ​ແຮງ​ງານ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

55 ໃຫ້​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ເປັນ​ໄປ​ຕາມ​ລະບຽບ; ແລະ ປະ​ກາດ​ສິດ​ທິ​ພິ​ເສດ​ຂອງ​ແຜ່ນ​ດິນ​ໃຫ້​ເປັນ​ທີ່​ຮູ້​ຈັກ​ເປັນ​ບາງ​ຄັ້ງ, ໂດຍ​ອະ​ທິ​ການ ຫລື ຕົວ​ແທນ​ຂອງ​ສາດ​ສະ​ໜາ​ຈັກ.

56 ແລະ ຢ່າ​ໃຫ້​ວຽກ​ງານ​ຂອງ​ການ​ເຕົ້າ​ໂຮມ​ເປັນ​ໄປ​ຢ່າງ​ຟ້າວ​ຟັ່ງ, ຫລື ປົບ​ໜີ​ໄປ; ແຕ່​ໃຫ້​ມັນ​ເປັນ​ໄປ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ກອງ​ປະ​ຊຸມ​ໃຫຍ່, ຕາມ​ຄວາມ​ຮູ້​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ເປັນ​ບາງ​ຄັ້ງ.

57 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ ຖວາຍ ແລະ ອຸ​ທິດ​ແຜ່ນ​ດິນ​ນີ້, ແລະ ບ່ອນ​ສ້າງ ພຣະ​ວິຫານ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

58 ແລະ ໃຫ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຂຶ້ນ, ແລະ ຫລັງ​ຈາກ​ນັ້ນ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ ແລະ ໂຈເຊັບ ສະມິດ, ຜູ້ລູກ, ກັບ​ໄປ, ແລະ ໃຫ້​ອໍ​ລີ​ເວີ ຄາວ​ເດີຣີ ໄປ​ນຳ​ເຂົາ​ເຈົ້າ​ຄື​ກັນ, ເພື່ອ​ເຮັດ​ວຽກ​ງານ​ທີ່​ເຫລືອ​ຢູ່​ໃຫ້​ສຳ​ເລັດ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ເຈົ້າ​ເອງ, ແລະ ວຽກ​ງານ​ທີ່​ເຫລືອ​ຢູ່​ຈະ​ຖືກ ຈັດ​ການ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່.

59 ແລະ ບໍ່​ໃຫ້​ຄົນ​ໃດ​ກັບ​ໄປ​ຈາກ​ແຜ່ນ​ດິນ​ນີ້ ຍົກ​ເວັ້ນ​ແຕ່​ເຂົາ​ຈະ ເປັນ​ພະຍານ​ໄປ​ລະຫວ່າງ​ທາງ, ເຖິງ​ສິ່ງ​ທີ່​ເຂົາ​ຮູ້ ແລະ ເຊື່ອ​ຢ່າງ​ແນ່​ນອນ​ທີ່​ສຸດ.

60 ໃຫ້​ເອົາ​ສິ່ງ​ທີ່​ມອບ​ໃຫ້​ແກ່ ຊີ​ບາ ພີເຕີ​ສັນ ໄປ​ຈາກ​ລາວ; ແລະ ໃຫ້​ລາວ​ຢູ່​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເຮັດ​ວຽກ​ດ້ວຍ​ມື​ຂອງ​ລາວ​ເອງ​ນຳ​ບັນ​ດາ​ອ້າຍ​ນ້ອງ, ຈົນ​ກວ່າ​ລາວ ຖືກ ຕີ​ສອນ​ຢ່າງ​ພຽງ​ພໍ​ສຳ​ລັບ​ບາບ​ທັງ​ໝົດ​ຂອງ​ລາວ; ເພາະ​ລາວ​ບໍ່​ໄດ້​ສາ​ລະ​ພາບ​ມັນ, ແລະ ລາວ​ຄິດ​ທີ່​ຈະ​ປົກ​ປິດ​ມັນ​ໄວ້.

61 ໃຫ້​ແອວເດີ​ທີ່​ເຫລືອ​ຢູ່​ຂອງ​ສາດ​ສະ​ໜາ​ຈັກ​ນີ້, ຜູ້​ພວມ​ມາ​ສູ່​ແຜ່ນ​ດິນ​ນີ້, ຊຶ່ງ​ບາງ​ຄົນ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ ເຖິງ​ຂະ​ໜາດ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້ ຈັດ​ກອງ​ປະ​ຊຸມ​ໃຫຍ່​ຢູ່​ໃນ​ແຜ່ນ​ດິນ​ນີ້​ຄື​ກັນ.

62 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ ຄວບ​ຄຸມ​ກອງ​ປະ​ຊຸມ​ໃຫຍ່ ຊຶ່ງ​ພວກ​ເຂົາ​ຈະ​ຈັດ​ຂຶ້ນ.

63 ແລະ ໃຫ້​ພວກ​ເຂົາ​ກັບ​ຄືນ​ໄປ​ຄື​ກັນ, ໂດຍ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໄປ​ລະຫວ່າງ​ທາງ, ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເປີດ​ເຜີຍ​ແກ່​ພວກ​ເຂົາ.

64 ເພາະ​ຕາມ​ຈິງ​ແລ້ວ, ສຽງ​ຈະ​ຕ້ອງ​ອອກ​ໄປ​ຈາກ​ບ່ອນ​ນີ້​ໄປ​ທົ່ວ​ໂລກ, ແລະ ໄປ​ຫາ​ບ່ອນ​ໄກ​ສຸດ​ຂອງ​ແຜ່ນ​ດິນ​ໂລກ—ຈະ​ຕ້ອງ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ມະນຸດ​ສະ​ໂລກ​ທັງ​ໝົດ, ດ້ວຍ ເຄື່ອງ​ໝາຍ​ທີ່ຈະ​ຕິດ​ຕາມ​ຄົນ​ທີ່​ເຊື່ອ.

65 ແລະ ຈົ່ງ​ເບິ່ງ ບຸດ​ມະນຸດ​ຈະ​ສະ​ເດັດ ມາ. ອາແມນ.