ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 59


ພາກ​ທີ 59

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ຊີໂອນ, ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ວັນທີ 7 ເດືອນ​ສິງຫາ, 1831. ກ່ອນ​ບັນ​ທຶກ​ການ​ເປີດ​ເຜີຍນີ້, ແຜ່ນ​ດິນ​ໄດ້​ຖືກ​ອຸ​ທິດ​ຖວາຍ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ໄວ້, ແລະ ສະຖານ​ທີ່​ສຳ​ລັບ​ການ​ສ້າງ​ພຣະ​ວິຫານ​ໃນ​ອະ​ນາ​ຄົດ​ໄດ້​ຖືກ​ອຸ​ທິດ. ໃນ​ມື້​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ພໍລີ ໄນ້ ພັນ​ລະ​ຍາ​ຂອງ​ໂຈເຊັບ ໄນ້, ຜູ້ພໍ່, ໄດ້​ເສຍ​ຊີ​ວິດ​ໄປ, ເປັນ​ສະມາ​ຊິກ​ຄົນ​ທຳ​ອິດ ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ຊີໂອນ. ສະມາ​ຊິກ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ໄດ້​ອະ​ທິ​ບາຍ​ລັກ​ສະ​ນະ​ຂອງ​ການ​ເປີດ​ເຜີຍ​ນີ້​ວ່າ​ເປັນ “ຄຳ​ແນະນຳ​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເຖິງ​ວິ​ທີ​ຮັກ​ສາ​ວັນ​ຊະ​ບາ​ໂຕ ແລະ ເຖິງ​ວິ​ທີ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ.”

1–4, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ຊື່​ສັດ​ໃນ​ຊີໂອນ​ຈະ​ໄດ້​ຮັບ​ພອນ; 5–8, ເຂົາ​ເຈົ້າ​ຕ້ອງ​ຮັກ ແລະ ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ; 9–19, ໂດຍ​ການ​ຮັກ​ສາ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ສັກ​ສິດ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ພອນ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ; 20–24, ຄົນ​ຊອບ​ທຳ​ໄດ້​ຮັບ​ສັນ​ຍາ​ວ່າ​ຈະ​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ຄົນ​ທີ່​ຂຶ້ນ​ມາ​ຫາ​ແຜ່ນ​ດິນ​ນີ້​ເພາະ​ການ​ທີ່ ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ແຕ່​ຢ່າງ​ດຽວ, ຕາມ​ຄຳ​ບັນ​ຊາ​ຂອງ​ເຮົາ ຍ່ອມ​ເປັນ​ສຸກ.

2 ເພາະ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ ມູນ​ມໍ​ລະ​ດົກ, ແລະ ຄົນ​ທີ່ ຕາຍ​ໄປ​ແລ້ວ ຈະ​ໄດ້​ພັກ​ຜ່ອນ​ຈາກ​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ວຽກ​ງານ​ຂອງ​ພວກ​ເຂົາ​ຈະ​ຕິດ​ຕາມ​ພວກ​ເຂົາ​ໄປ; ແລະ ພວກ​ເຂົາ​ຈະ​ໄດ້​ຮັບ ມົງ​ກຸດ​ໃນ ຜາ​ສາດ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ຕຽມ​ໄວ້​ໃຫ້​ພວກ​ເຂົາ​ແລ້ວ.

3 ແທ້​ຈິງ​ແລ້ວ, ຄົນ​ທີ່​ຕີນ​ຂອງ​ເຂົາ​ຢືນ​ຢູ່​ເທິງ​ແຜ່ນ​ດິນ​ຊີໂອນ, ຜູ້​ທີ່​ເຊື່ອ​ຟັງ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຍ່ອມ​ເປັນ​ສຸກ; ເພາະ​ເຂົາ​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີ​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ລາງ​ວັນ, ແລະ ມັນ​ຈະ​ນຳ​ອອກ​ມາ ດ້ວຍ​ກຳ​ລັງ​ຂອງ​ມັນ.

4 ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ​ພອນ​ຈາກ​ເບື້ອງ​ເທິງ​ນຳ​ອີກ, ແທ້​ຈິງ​ແລ້ວ, ແລະ ດ້ວຍ​ບັນ​ຍັດ​ທີ່​ບໍ່​ແມ່ນ​ໜ້ອຍ, ແລະ ດ້ວຍ ການ​ເປີດ​ເຜີຍ​ໃນ​ເວລາ​ທີ່​ເໝາະ​ສົມ​ຂອງ​ມັນ—ເຂົາ​ເຫລົ່າ​ນັ້ນ​ທີ່ ຊື່​ສັດ ແລະ ພາກ​ພຽນ​ຕໍ່​ໜ້າ​ເຮົາ.

5 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຂົາ, ໂດຍ​ກ່າວ​ດັ່ງ​ນີ້: ຈົ່ງ ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ ໃຈ​ຂອງ​ເຈົ້າ, ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງ​ເຈົ້າ; ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ ໃຫ້​ເຈົ້າ ຮັບ​ໃຊ້​ພຣະ​ອົງ.

6 ຈົ່ງ​ຮັກ ເພື່ອນ​ມະນຸດ​ເໝືອນ​ຮັກ​ຕົນ​ເອງ. ຢ່າ ລັກ; ທັງ​ຢ່າ ຫລິ້ນ​ຊູ້, ທັງ​ຢ່າ ຂ້າ​ຄົນ, ຫລື ເຮັດ​ສິ່ງ​ໃດໆ​ທີ່​ຄ້າຍ​ຄື​ກັນ​ນັ້ນ.

7 ຈົ່ງ ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໃນ​ທຸກ​ສິ່ງ.

8 ຈົ່ງ​ຖວາຍ ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໃນ ຄວາມ​ຊອບ​ທຳ, ແມ່ນ​ແຕ່​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.

9 ແລະ ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຮັກ​ສາ​ຕົນ​ເອງ​ໃຫ້ ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ​ໄດ້​ຫລາຍ​ກວ່າ​ເກົ່າ, ຈົ່ງ​ໄປ​ຍັງ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ ແລະ ຖວາຍ​ສິນ​ລະ​ລຶກ​ຂອງ​ເຈົ້າ​ໃນ ວັນ​ສັກ​ສິດ​ຂອງ​ເຮົາ;

10 ເພາະ​ຕາມ​ຈິງ​ແລ້ວ ນີ້​ຄື​ມື້​ທີ່​ກຳ​ນົດ​ໄວ້​ໃຫ້​ເຈົ້າ​ເພື່ອ​ພັກ​ຜ່ອນ​ຈາກ​ວຽກ​ງານ​ຂອງ​ເຈົ້າ, ແລະ ເພື່ອ ສະແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ;

11 ເຖິງ​ຢ່າງ​ໃດ​ກໍ​ຕາມ ຈົ່ງ​ຖວາຍ​ຄຳ​ປະ​ຕິ​ຍານ​ຂອງ​ເຈົ້າ​ໃນ​ຄວາມ​ຊອບ​ທຳ​ທຸກ​ມື້ ແລະ ທຸກ​ເວລາ;

12 ແຕ່​ຈົ່ງ​ຈື່​ຈຳ​ໄວ້​ວ່າ​ໃນ​ມື້​ນີ້, ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈົ່ງ​ຖວາຍ ເຄື່ອງ​ບູຊາ​ຂອງ​ເຈົ້າ ແລະ ສິນ​ລະ​ລຶກ​ຂອງ​ເຈົ້າ​ແດ່​ພຣະ​ຜູ້​ສູງ​ສຸດ, ສາ​ລະ​ພາບ​ບາບ​ຂອງ​ເຈົ້າ​ຕໍ່​ອ້າຍ​ນ້ອງ​ຂອງ​ເຈົ້າ, ແລະ ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

13 ແລະ ໃນ​ມື້​ນີ້ ຈົ່ງ​ຢ່າ​ເຮັດ​ສິ່ງ​ອື່ນ, ພຽງ​ແຕ່​ໃຫ້​ອາຫານ​ຂອງ​ເຈົ້າ​ຖືກ​ຈັດ​ຕຽມ​ດ້ວຍ​ໃຈ​ທີ່​ເຫັນ​ແກ່​ພຣະ​ອົງ​ເທົ່າ​ນັ້ນ ເພື່ອ​ວ່າ​ການ ຖື​ສິນ​ອົດ​ເຂົ້າ​ຂອງ​ເຈົ້າ​ຈະ​ສົມ​ບູນ, ຫລື ອີກ​ຄຳ​ໜຶ່ງ, ເພື່ອ ຄວາມ​ຊື່ນ​ຊົມ​ຂອງ​ເຈົ້າ​ຈະ​ເຕັມ​ປ່ຽມ.

14 ຕາມ​ຈິງ​ແລ້ວ, ນີ້​ເປັນ​ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ, ຫລື ອີກ​ຄຳ​ໜຶ່ງ, ການ​ປິ​ຕິ​ຍິນ​ດີ ແລະ ການ​ອະ​ທິ​ຖານ.

15 ແລະ ຕາບ​ໃດ​ທີ່​ເຈົ້າ​ເຮັດ​ສິ່ງ​ເຫລົ່າ​ນີ້​ດ້ວຍ ຄວາມ​ຂອບ​ພຣະ​ໄທ, ດ້ວຍ​ ໃຈ ແລະ ໃບໜ້າ ທີ່​ຊື່ນ​ບານ, ບໍ່​ແມ່ນ ດ້ວຍ​ສຽງ ຫົວ​ເຮ​ຮາ, ເພາະ​ນີ້​ເປັນ​ບາບ, ແຕ່​ດ້ວຍ​ຄວາມ​ຍິນ​ດີ​ໃນ​ໃຈ ແລະ ໃບ​ໜ້າ​ທີ່​ຊື່ນ​ບານ—

16 ແທ້​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ຕາບ​ໃດ​ທີ່​ເຈົ້າ​ເຮັດ​ສິ່ງ​ນີ້, ຄວາມ​ສົມ​ບູນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເປັນ​ຂອງ​ເຈົ້າ, ສັດ​ໃນ​ທົ່ງ ແລະ ນົກ​ໃນ​ອາ​ກາດ, ແລະ ສິ່ງ​ທີ່​ໄຕ່​ຂຶ້ນ​ຕົ້ນ​ໄມ້ ແລະ ຍ່າງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ;

17 ແທ້​ຈິງ​ແລ້ວ, ແລະ ສະ​ໝຸນ​ໄພ, ແລະ ສິ່ງ​ທີ່​ດີ ຊຶ່ງ​ເກີດ​ຈາກ​ແຜ່ນ​ດິນ​ໂລກ, ບໍ່​ວ່າ​ຈະ​ເປັນ​ເພື່ອ​ອາຫານ ຫລື ເພື່ອ​ເຄື່ອງ​ນຸ່ງ​ຫົ່ມ, ຫລື ເພື່ອ​ບ້ານ​ເຮືອນ, ຫລື ເພື່ອ​ເລົ້າ, ຫລື ເພື່ອ​ສວນ​ໝາກ​ໄມ້, ຫລື ເພື່ອ​ສວນ​ຜັກ, ຫລື ເພື່ອ​ສວນ​ອະງຸ່ນ;

18 ແທ້​ຈິງ​ແລ້ວ, ທຸກ​ສິ່ງ​ທີ່​ເກີດ​ຈາກ ແຜ່ນ​ດິນ​ໂລກ, ໃນ​ລະ​ດູ​ຂອງ​ມັນ, ໄດ້​ເກີດ​ຂຶ້ນ​ເພື່ອ​ເປັນ​ປະ​ໂຫຍດ ແລະ ເພື່ອ​ການ​ໃຊ້​ສອຍ​ຂອງ​ມະນຸດ, ທັງ​ເພື່ອ​ເປັນ​ສິ່ງ​ປະ​ທັບ​ຕາ ແລະ ຍິນ​ດີ​ໃນ​ໃຈ​ນຳອີກ;

19 ແທ້​ຈິງ​ແລ້ວ, ເພື່ອ​ເປັນ​ອາຫານ ແລະ ເປັນ​ເຄື່ອງ​ນຸ່ງ​ຫົ່ມ, ເພື່ອ​ລົດ​ຊາດ ແລະ ເພື່ອ​ກິ່ນ, ເພື່ອ​ເພີ່ມ​ກຳ​ລັງ​ໃຫ້​ຮ່າງ​ກາຍ ແລະ ເພື່ອ​ເຮັດ​ໃຫ້​ຈິດ​ວິນ​ຍານ​ມີ​ຊິ​ວິດ​ຊີ​ວາ.

20 ແລະ ມັນ​ເປັນ​ສິ່ງ​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ປະທານ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ໃຫ້​ແກ່​ມະນຸດ; ເພາະ​ທຸກ​ສິ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ​ໃຫ້​ໃຊ້​ສອຍ, ດ້ວຍ​ການ​ພິ​ຈາ​ລະ​ນາ, ບໍ່​ໃຫ້​ເກີນ​ຂອບ​ເຂດ, ທັງ​ບໍ່​ແມ່ນ​ໂດຍ​ການ​ຂົ່ມ​ຂູ່​ກັນ.

21 ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ມະນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ ຂຸ່ນ​ເຄືອງ, ຫລື ເຮັດ​ໃຫ້​ພຣະ​ອົງ​ພຣະ​ພິ​ໂລດ​ຕໍ່​ຜູ້​ໃດ, ຍົກ​ເວັ້ນ​ແຕ່​ຜູ້​ທີ່ ບໍ່​ສາ​ລະ​ພາບ​ວ່າ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ, ແລະ ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

22 ຈົ່ງ​ເບິ່ງ, ນີ້​ເປັນ​ໄປ​ຕາມ​ກົດ ແລະ ຕາມ​ສາດ​ສະ​ດາ; ດັ່ງ​ນັ້ນ, ຢ່າ​ລົບ​ກວນ​ເຮົາ​ອີກ​ກ່ຽວ​ກັບ​ເລື່ອງ​ນີ້.

23 ແຕ່​ຈົ່ງ​ຮຽນ​ຮູ້​ວ່າ ຄົນ​ທີ່​ເຮັດ​ວຽກ​ງານ​ແຫ່ງ ຄວາມ​ຊອບ​ທຳ​ຈະ​ໄດ້​ຮັບ ລາງ​ວັນ​ຂອງ​ເຂົາ, ແມ່ນ​ແຕ່ ສັນ​ຕິ​ສຸກ​ໃນ​ໂລກ​ນີ້, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

24 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ກ່າວ​ມັນ​ໄວ້​ດັ່ງ​ນີ້, ແລະ ພຣະ​ວິນ​ຍານ​ໄດ້​ເປັນ​ພະຍານ. ອາແມນ.