ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 62


ພາກ​ທີ 62

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ມີ​ເຊີຣີ ທີ່​ເມືອງ​ຊາ​ຣິ​ຕັນ, ລັດ​ມີ​ເຊີຣີ, ວັນທີ 13 ເດືອນ​ສິງຫາ, 1831. ໃນ​ມື້​ນີ້​ສາດ​ສະ​ດາ ແລະ ກຸ່ມ​ຂອງ​ເພິ່ນ, ຜູ້​ພວມ​ເດີນ​ທາງ​ຈາກ​ເມືອງ​ອິນດີ​ເພັນເດັນສ໌ ຫາ ເມືອງ​ເຄີດແລນ, ໄດ້​ພົບ​ກັບ​ແອວເດີ​ຫລາຍ​ຄົນ​ຜູ້​ພວມ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ຊີໂອນ, ແລະ, ຫລັງ​ຈາກ​ໄດ້​ທັກ​ທາຍ​ກັນ​ດ້ວຍ​ຄວາມ​ຊື່ນ​ຊົມ​ແລ້ວ, ກໍ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້.

1–3, ປະຈັກ​ພະຍານ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ​ສະຫວັນ; 4–9, ແອວເດີ​ຕ້ອງ​ເດີນ​ທາງ ແລະ ສັ່ງ​ສອນ​ຕາມ​ການ​ພິ​ຈາ​ລະ​ນາ ແລະ ດັ່ງ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ.

1 ຈົ່ງ​ເບິ່ງ, ແລະ ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ຜູ້ ວິງ​ວອນ​ແທນ​ພວກ​ເຈົ້າ, ຜູ້​ຮູ້​ຈັກ​ຄວາມ​ອ່ອນ​ແອ​ຂອງ​ມະນຸດ ແລະ ຮູ້​ຈັກ​ວິ​ທີ ຊ່ວຍ​ເຫລືອ​ຄົນ​ທີ່​ຖືກ ລໍ້​ລວງ.

2 ແລະ ຕາມ​ຄວາມ​ຈິງ​ແລ້ວ ສາຍ​ຕາ​ຂອງ​ເຮົາ​ຈ້ອງ​ມອງ​ຜູ້​ຄົນ​ທີ່​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ຊີໂອນ​ເທື່ອ; ດັ່ງ​ນັ້ນ ພາ​ລະ​ກິດ​ຂອງ​ພວກ​ເຈົ້າ​ຍັງ​ບໍ່​ທັນ​ສຳ​ເລັດ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຈົ້າ​ໄດ້​ຮັບ​ພອນ​ແລ້ວ, ເພາະ ປະຈັກ​ພະຍານ​ຊຶ່ງ​ພວກ​ເຈົ້າ​ໄດ້​ສະແດງ ຖືກ ບັນ​ທຶກ​ໄວ້​ຢູ່​ໃນ​ສະຫວັນ ເພື່ອ​ໃຫ້​ເຫລົ່າ​ທູດ​ເບິ່ງ; ແລະ ເຂົາ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ພວກ​ເຈົ້າ, ແລະ ບາບ​ຂອງ​ພວກ​ເຈົ້າ​ໄດ້​ຖືກອະໄພ​ໃຫ້​ແລ້ວ.

4 ແລະ ບັດ​ນີ້​ຈົ່ງ​ເດີນ​ທາງ​ຕໍ່​ໄປ. ຈົ່ງ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ແຜ່ນ​ດິນ ຊີໂອນ; ແລະ ຈົ່ງ​ຮ່ວມ​ຊຸມ​ນຸມ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ, ແລະ ຖວາຍ​ສິນ​ລະ​ລຶກ​ແດ່​ພຣະ​ຜູ້​ສູງ​ສຸດ.

5 ແລະ ຈາກ​ນັ້ນ​ໃຫ້​ພວກ​ເຈົ້າ​ກັບ​ຄືນ​ໄປ​ກ່າວ​ຄຳ​ພະຍານ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ພ້ອມ​ກັນ​ທຸກ​ຄົນ, ຫລື ເປັນ​ຄູ່ໆ, ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ວ່າ​ດີ, ມັນ​ບໍ່​ສຳ​ຄັນ​ສຳ​ລັບ​ເຮົາ; ຂໍ​ພຽງ​ແຕ່​ໃຫ້​ຊື່​ສັດ, ແລະ ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຫລື ທ່າມ​ກາງ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ.

6 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ພາ​ພວກ​ເຈົ້າ​ມາ​ຮ່ວມ​ກັນ​ເພື່ອ​ຄຳ​ສັນ​ຍາ​ຈະ​ສຳ​ເລັດ​ຜົນ, ເພື່ອ​ວ່າ​ຄົນ​ຊື່​ສັດ​ໃນ​ບັນ​ດາ​ພວກ​ເຈົ້າ​ຈະ​ຖືກ​ຮັກ​ສາ​ໄວ້ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ​ໃນ​ແຜ່ນ​ດິນ​ມີ​ເຊີຣີ. ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ສັນ​ຍາ​ກັບ​ຄົນ​ທີ່​ຊື່​ສັດ ແລະ ກ່າວ​ເທັດ​ບໍ່​ໄດ້.

7 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ເຕັມ​ໃຈ, ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຈົ້າ​ຢາກ​ຂີ່​ມ້າ, ຫລື ຂີ່​ລໍ, ຫລື ຂີ່​ລົດ​ມ້າ, ຄົນໆ​ນັ້ນ​ຈະ​ໄດ້​ຮັບ​ພອນ​ນີ້, ຖ້າ​ຫາກ​ເຂົາ​ຮັບ​ມັນ​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດ້ວຍ​ໃຈ​ທີ່ ຮູ້​ບຸນ​ຄຸນ​ໃນ​ທຸກ​ສິ່ງ.

8 ສິ່ງ​ເຫລົ່າ​ນີ້​ຂຶ້ນ​ຢູ່​ກັບ​ພວກ​ເຈົ້າ​ທີ່​ຈະ​ເຮັດ ອີງ​ຕາມ​ການ​ພິ​ຈາ​ລະ​ນາ ແລະ ດັ່ງ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ.

9 ຈົ່ງ​ເບິ່ງ, ອາ​ນາ​ຈັກ​ເປັນ​ຂອງ​ພວກ​ເຈົ້າ. ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ ຢູ່​ກັບ​ຄົນ​ທີ່​ຊື່​ສັດ​ສະເໝີ​ໄປ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.