ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 63


ພາກ​ທີ 63

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 30 ເດືອນ​ສິງຫາ, 1831. ສາດ​ສະ​ດາ, ຊິດນີ ຣິກ​ດອນ, ແລະ ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ໄປ​ເຖິງ​ເມືອງ​ເຄີດແລນ ໃນ​ວັນທີ 27 ເດືອນ​ສິງຫາ ຈາກ​ການ​ໄປ​ຢ້ຽມ​ຢາມ​ລັດ​ມີ​ເຊີຣີ. ປະຫວັດ​ຂອງ​ໂຈເຊັບ ສະມິດ ບັນ​ຍາຍ​ເຖິງ​ການ​ເປີດ​ເຜີຍ​ນີ້​ວ່າ, “ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ, ມີ​ຄວາມ​ຮ້ອນ​ໃຈ​ຫລາຍ​ທີ່​ຈະ​ໄດ້​ຮັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ເລື່ອງ​ກ່ຽວ​ກັບ​ຄວາມ​ລອດ​ຂອງ​ພວກ​ເຮົາ; ແລະ ເມື່ອ​ບັດ​ນີ້​ແຜ່ນ​ດິນ​ຊີໂອນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ທາງ​ຝ່າຍ​ໂລກ​ໃນ​ຄວາມ​ຄິດ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ການ​ຊື້​ທີ່​ດິນ, ແລະ ເລື່ອງ​ອື່ນໆ.”

1–6, ວັນ​ແຫ່ງ​ພຣະ​ພິ​ໂລດ​ຈະ​ເກີດ​ກັບ​ຄົນ​ຊົ່ວ; 7–12, ເຄື່ອງ​ໝາຍ​ມາ​ເຖິງ​ໂດຍ​ສັດທາ; 13–19, ຄົນ​ເປັນ​ຊູ້​ໃນ​ໃຈ​ຈະ​ປະ​ຕິ​ເສດ​ສັດທາ ແລະ ຈະ​ຖືກ​ໂຍນ​ລົງ​ໃນ​ທະເລ​ໄຟ; 20, ຄົນ​ຊື່​ສັດ​ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທີ່​ປ່ຽນ​ສະພາບ; 21, ເລື່ອງ​ລາວ​ທັງ​ໝົດ​ຂອງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະພາບ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ເທື່ອ; 22–23, ຄົນ​ທີ່​ເຊື່ອ​ຟັງ​ຈະ​ໄດ້​ຮັບ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ; 24–31, ມູນ​ມໍ​ລະ​ດົກ​ທັງ​ຫລາຍ​ໃນ​ຊີໂອນ​ຕ້ອງ​ໄດ້​ຊື້; 32–35, ພຣະ​ຜູ້​ເປັນ​ເຈົ້າ​ອອກ​ຄຳ​ສັ່ງ​ໃຫ້​ມີ​ສົງ​ຄາມ, ແລະ ຄົນ​ຊົ່ວ​ຂ້າ​ຄົນ​ຊົ່ວ; 36–48, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ຊີໂອນ ແລະ ຕ້ອງ​ມອບ​ເງິນ​ເພື່ອ​ສ້າງ​ສາ​ມັນ​ຂຶ້ນ; 49–54, ພອນ​ຖືກ​ຢືນ​ຢັນ​ແກ່​ຄົນ​ຊື່​ສັດ​ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ໃນ​ການ​ຟື້ນ​ຄືນ​ຊີ​ວິດ, ແລະ ລະຫວ່າງ​ພັນ​ປີ; 55–58, ນີ້​ຄື​ວັນ​ແຫ່ງ​ການ​ເຕືອນ; 59–66, ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຖືກ​ໃຊ້​ຢ່າງ​ບໍ່​ສົມ​ຄວນ​ໂດຍ​ຜູ້​ຄົນ​ທີ່​ບໍ່​ມີ​ສິດ​ອຳນາດ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ, ແລະ ເປີດ​ໃຈ​ຂອງ​ເຈົ້າ ແລະ ງ່ຽງ​ຫູ​ຟັງ​ຈາກ​ແດນ​ໄກ; ແລະ ຟັງ, ເຈົ້າ​ທີ່​ເອີ້ນ​ຕົນ​ເອງ​ວ່າ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ປະສົງ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ເຈົ້າ.

2 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ, ເຮົາ​ກ່າວ​ວ່າ ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ເກີດ​ກັບ​ຄົນ​ຊົ່ວ ແລະ ຄົນ​ກະ​ບົດ;

3 ຜູ້​ຊຶ່ງ​ປະສົງ​ທີ່​ຈະ​ເອົາ​ໄປ​ແມ່ນ​ແຕ່​ຄົນ​ທີ່​ພຣະ​ອົງ​ປະສົງ​ທີ່​ຈະ ເອົາ​ໄປ, ແລະ ຮັກ​ສາ​ໃຫ້​ມີ​ຊີ​ວິດ ຄົນ​ທີ່​ພຣະ​ອົງ​ຈະ​ຮັກ​ສາ;

4 ຜູ້​ຊຶ່ງ​ຈະ​ສ້າງ​ຂຶ້ນ​ຕາມ​ພຣະ​ປະສົງ ແລະ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ​ເອງ; ແລະ ທຳ​ລາຍ​ເມື່ອ​ພຣະ​ອົງ​ພໍ​ພຣະ​ໄທ, ແລະ ສາ​ມາດ​ຂັບ​ໄລ່​ຈິດ​ວິນ​ຍານ​ລົງ​ນະລົກ.

5 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ເອີ່ຍ​ສຽງ​ຂອງ​ເຮົາ, ແລະ ມັນ​ຈະ​ຕ້ອງ​ຖືກ​ເຊື່ອ​ຟັງ.

6 ດັ່ງ​ນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ໃຫ້​ຄົນ​ຊົ່ວ​ເອົາ​ໃຈ​ໃສ່, ແລະ ໃຫ້​ຄົນ​ກະ​ບົດ​ຢ້ານ​ກົວ ແລະ ຕົວ​ສັ່ນ; ແລະ ໃຫ້​ຜູ້​ບໍ່​ເຊື່ອ​ປິດ​ປາກ, ເພາະ ວັນ​ແຫ່ງ​ພຣະ​ພິ​ໂລດ​ຈະ​ເກີດ​ກັບ​ພວກ​ເຂົາ​ຄື​ກັນ​ກັບ ລົມ​ຫົວ​ກຸດ, ແລະ ເນື້ອ​ໜັງ​ທັງ​ປວງ​ຈະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ.

7 ແລະ ຄົນ​ທີ່​ສະແຫວງ​ຫາ ເຄື່ອງ​ໝາຍ​ຈະ​ເຫັນ​ເຄື່ອງ​ໝາຍ, ແຕ່​ບໍ່​ແມ່ນ​ຜົນ​ທີ່​ນຳ​ໄປ​ສູ່​ຄວາມ​ລອດ.

8 ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມີ​ຄົນ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ສະແຫວງ​ຫາ​ເຄື່ອງ​ໝາຍ, ແລະ ມີ​ຄົນ​ເຊັ່ນ​ນັ້ນ​ແມ່ນ​ແຕ່​ຕັ້ງ​ແຕ່​ຕົ້ນ;

9 ແຕ່, ຈົ່ງ​ເບິ່ງ, ສັດທາ​ບໍ່​ໄດ້​ມາ​ເຖິງ​ໂດຍ​ເຄື່ອງ​ໝາຍ, ແຕ່​ເຄື່ອງ​ໝາຍ​ຕິດ​ຕາມ​ຄົນ​ທີ່​ເຊື່ອ.

10 ແທ້​ຈິງ​ແລ້ວ, ເຄື່ອງ​ໝາຍ​ມາ​ເຖິງ​ໂດຍ ສັດທາ, ບໍ່​ແມ່ນ​ໂດຍ​ຄວາມ​ປະສົງ​ຂອງ​ມະນຸດ, ຫລື ໂດຍ​ຄວາມ​ພໍ​ໃຈ​ຂອງ​ເຂົາ, ແຕ່​ໂດຍ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ.

11 ແທ້​ຈິງ​ແລ້ວ, ເຄື່ອງ​ໝາຍ​ມາ​ເຖິງ​ໂດຍ​ສັດທາ, ອັນ​ນຳ​ໄປ​ສູ່​ວຽກ​ງານ​ອັນ​ຍິ່ງ​ໃຫຍ່, ເພາະ​ປາດ​ສະ​ຈາກ ສັດທາ ຈະ​ບໍ່​ມີ​ມະນຸດ​ຄົນ​ໃດ​ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ​ໄດ້; ແລະ ກັບ​ຄົນ​ໃດ​ທີ່​ພຣະ​ເຈົ້າ​ພຣະ​ພິ​ໂລດ​ໃຫ້ ຄົນໆ​ນັ້ນ​ຈະ​ບໍ່​ເປັນ​ທີ່​ພໍ​ພຣະ​ໄທ​ປານ​ໃດ; ດັ່ງ​ນັ້ນ, ກັບ​ຄົນ​ເຊັ່ນ​ນັ້ນ​ພຣະ​ອົງ​ຈະ​ບໍ່​ສະແດງ​ເຄື່ອງ​ໝາຍ, ເວັ້ນ​ແຕ່​ໃນ ພຣະ​ພິ​ໂລດ ອັນ​ນຳ​ໄປ​ສູ່ ການ​ກ່າວ​ໂທດ​ພວກ​ເຂົາ​ເທົ່າ​ນັ້ນ.

12 ດັ່ງ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ພໍ​ພຣະ​ໄທ​ກັບ​ຄົນ​ເຫລົ່າ​ນັ້ນ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ສະແຫວງ​ຫາ​ເຄື່ອງ​ໝາຍ ແລະ ການ​ມະຫັດ​ສະຈັນ​ສຳ​ລັບ​ສັດທາ, ແລະ ບໍ່​ແມ່ນ​ສຳ​ລັບ​ຄວາມ​ດີ​ຂອງ​ມະນຸດ ອັນ​ນຳ​ໄປ​ສູ່​ລັດ​ສະ​ໝີ​ພາບ​ຂອງ​ເຮົາ.

13 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ໄດ້​ມອບ​ບັນ​ຍັດ​ໃຫ້, ແລະ ຫລາຍ​ຄົນ​ໄດ້​ຫັນ​ໜີ​ໄປ​ຈາກ​ບັນ​ຍັດ​ຂອງ​ເຮົາ ແລະ ບໍ່​ຮັກ​ສາ​ມັນ.

14 ໃນ​ບັນ​ດາ​ພວກ​ເຈົ້າ​ມີ​ຊາຍ ແລະ ຍິງ​ທີ່ ຫລິ້ນ​ຊູ້; ບາງ​ຄົນ​ໄດ້​ຫັນ​ໜີ​ໄປ​ຈາກ​ພວກ​ເຈົ້າ, ແລະ ຄົນ​ອື່ນໆ​ທີ່​ຍັງ​ຢູ່​ກັບ​ພວກ​ເຈົ້າ ຊຶ່ງ​ຕໍ່​ໄປ​ໃນ​ພາຍ​ໜ້າ​ຈະ​ຖືກ​ເປີດ​ເຜີຍ.

15 ໃຫ້​ຄົນ​ເຊັ່ນ​ນັ້ນ​ລະ​ວັງ ແລະ ກັບ​ໃຈ​ຢ່າງ​ໄວ, ຖ້າ​ບໍ່​ດັ່ງ​ນັ້ນ​ການ​ພິ​ພາກ​ສາ​ຈະ​ມາ​ເຖິງ​ພວກ​ເຂົາ​ດັ່ງ​ກັບ​ດັກ, ແລະ ຄວາມ​ໂງ່​ຈ້າ​ຂອງ​ພວກ​ເຂົາ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ, ແລະ ວຽກ​ງານ​ຂອງ​ພວກ​ເຂົາ​ຈະ​ຕິດ​ຕາມ​ພວກ​ເຂົາ​ໄປ​ໃນ​ສາຍ​ຕາ​ຂອງ​ຜູ້​ຄົນ.

16 ແລະ ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ຜ່ານ​ມາ, ຄົນ​ທີ່ ຫລຽວ​ເບິ່ງ​ຜູ້​ຍິງ ດ້ວຍ​ຄວາມ​ໄຄ່​ໃນ​ນາງ, ຫລື ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ ຫລິ້ນ​ຊູ້​ຢູ່​ໃນ​ໃຈ, ເຂົາ​ຈະ​ບໍ່​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ, ແຕ່​ຈະ​ປະ​ຕິ​ເສດ​ຄວາມ​ເຊື່ອ ແລະ ຈະ​ຢ້ານ​ກົວ.

17 ດັ່ງ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ວ່າ ຄົນ​ທີ່ ຢ້ານ​ກົວ, ແລະ ຜູ້​ບໍ່​ເຊື່ອ, ແລະ ຄົນ​ຂີ້​ຕົວະ​ທຸກ​ຄົນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ມັກ​ການ​ກ່າວ​ເວົ້າ​ຕົວະ ແລະ ເວົ້າ​ຕົວະ ແລະ ຕົວະ, ແລະ ຄົນ​ລ່ວງ​ປະ​ເວ​ນີ, ແລະ ໝໍ​ເວດ​ມົນ​ຄາ​ຖາ, ຈະ​ມີ​ສ່ວນ​ຂອງ​ພວກ​ເຂົາ​ໃນ ທະເລ​ທີ່​ລຸກ​ໄໝ້​ຢູ່​ດ້ວຍ​ໄຟ ແລະ ມາດ, ຊຶ່ງ​ເປັນ ຄວາມ​ຕາຍ​ເທື່ອ​ທີ​ສອງ.

18 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ພວກ​ເຂົາ​ຈະ​ບໍ່​ມີ​ສ່ວນ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.

19 ແລະ ບັດ​ນີ້ ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ບໍ່​ໄດ້​ຖືກ ຮັບ​ຮອງ, ເພາະ ສິ່ງ​ເຫລົ່າ​ນີ້​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ.

20 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ໃດ​ທີ່ ອົດ​ທົນ​ໃນ​ສັດທາ ແລະ ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ, ຄົນໆ​ນັ້ນ​ຈະ​ເອົາ​ຊະນະ, ແລະ ຈະ​ໄດ້​ຮັບ ມູນ​ມໍ​ລະ​ດົກ​ເທິງ​ແຜ່ນ​ດິນ​ໂລກ ເມື່ອ​ວັນ​ແຫ່ງ​ການ​ປ່ຽນ​ສະພາບ​ຈະ​ມາ​ເຖິງ;

21 ເມື່ອ ແຜ່ນ​ດິນ​ໂລກ​ຈະ ປ່ຽນ​ສະພາບ, ແມ່ນ​ແຕ່​ຕາມ​ແບບ​ແຜນ ຊຶ່ງ​ຖືກ​ສະແດງ​ໃຫ້​ອັກຄະ​ສາວົກ​ຂອງ​ເຮົາ​ເຫັນ​ຢູ່​ເທິງ ພູ; ຊຶ່ງ​ຄວາມ​ບໍ​ລິ​ບູນ​ຂອງ​ເລື່ອງ​ນັ້ນ ພວກ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ເທື່ອ.

22 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ວ່າ ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ປະສົງ​ຂອງ​ເຮົາ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຈົ້າ, ຈົ່ງ​ເບິ່ງ ເຮົາ​ຈະ​ເຮັດ​ໃຫ້​ມັນ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຈົ້າ, ບໍ່​ແມ່ນ​ໂດຍ​ທາງ​ບັນ​ຍັດ, ເພາະ​ມີ​ຫລາຍ​ຄົນ​ທີ່​ບໍ່​ໄດ້​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

23 ແຕ່​ແກ່​ຄົນ​ທີ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ເຮົາ​ຈະ​ມອບ ຄວາມ​ລຶກ​ລັບ​ແຫ່ງ​ອາ​ນາ​ຈັກ​ຂອງ​ເຮົາ​ໃຫ້​ພວກ​ເຂົາ, ແລະ ສິ່ງ​ນັ້ນ​ຈະ​ເປັນ​ບໍ່ ນ້ຳ​ທີ່​ປະກອບ​ດ້ວຍ​ຊີ​ວິດ, ຊຶ່ງ ພຸ່ງ​ຂຶ້ນ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ.

24 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ນີ້​ຄື​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ວ່າ​ເຂົາ​ຄວນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ແຜ່ນ​ດິນ​ຊີໂອນ, ບໍ່​ແມ່ນ​ໃນ​ຄວາມ​ຟ້າວ​ຟັ່ງ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ເກີດ​ຄວາມ​ສັບ​ສົນ, ຊຶ່ງ​ກໍ່​ໃຫ້​ເກີດ​ພະ​ຍາດ​ໂລ​ຄາ.

25 ຈົ່ງ​ເບິ່ງ, ແຜ່ນ​ດິນ ຊີໂອນ—ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຖື​ມັນ​ໄວ້​ຢູ່​ໃນ​ມື​ຂອງ​ເຮົາ​ເອງ;

26 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ສົ່ງ​ສິ່ງ​ທີ່​ເປັນ​ຂອງ ກາຍ​ຊາ​ຄືນ​ໃຫ້​ແກ່​ກາຍ​ຊາ.

27 ດັ່ງ​ນັ້ນ, ເຮົາພຣະ​ຜູ້​ເປັນ​ເຈົ້າ ປະສົງ​ໃຫ້​ພວກ​ເຈົ້າ​ຊື້​ທີ່​ດິນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ປຽບ​ໂລກ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ມີ​ສິດ​ໃນ​ໂລກ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ຖືກ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ.

28 ເພາະ ຊາຕານ​ໄດ້​ໃສ່​ໄວ້​ໃນ​ໃຈ​ເຂົາ​ໃຫ້​ໂມ​ໂຫ​ແກ່​ພວກ​ເຈົ້າ, ແລະ ໃຫ້​ເກີດ​ການ​ນອງ​ເລືອດ.

29 ດັ່ງ​ນັ້ນ, ແຜ່ນ​ດິນ​ຊີໂອນ​ຈະ​ບໍ່​ຖືກ​ໄດ້​ມາ ເວັ້ນ​ເສຍ​ແຕ່​ຈະ​ເປັນ​ໂດຍ​ການ​ຊື້ ຫລື ໂດຍ​ເລືອດ, ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ບໍ່​ມີ​ມູນ​ມໍ​ລະ​ດົກ​ເລີຍ​ສຳ​ລັບ​ພວກ​ເຈົ້າ.

30 ແລະ ຖ້າ​ຫາກ​ໂດຍ​ການ​ຊື້, ຈົ່ງ​ເບິ່ງ ພວກ​ເຈົ້າ​ຈະ​ໄດ້​ຮັບ​ພອນ;

31 ແລະ ຖ້າ​ຫາກ​ໂດຍ​ເລືອດ, ເພາະ​ພວກ​ເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ຫລັ່ງ​ເລືອດ, ເບິ່ງ​ເຖີດ, ສັດ​ຕູ​ຂອງ​ພວກ​ເຈົ້າ​ຈະ​ໂຈມ​ຕີ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ຖືກ​ຂ້ຽນ​ຕີ​ຈາກ​ເມືອງ​ໜຶ່ງ​ຫາ​ອີກ​ເມືອງ​ໜຶ່ງ, ແລະ ຈາກ​ທຳ​ມະ​ສາ​ລາ​ໜຶ່ງ​ຫາ​ອີກ​ທຳ​ມະ​ສາ​ລາ​ໜຶ່ງ, ແລະ ໜ້ອຍ​ຄົນ​ຈະ​ຄົງ​ຢູ່​ເພື່ອ​ຮັບ​ມູນ​ມໍ​ລະ​ດົກ.

32 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ພິ​ໂລດ​ກັບ​ຄົນ​ຊົ່ວ; ເຮົາ​ຢຸດ​ຢັ້ງ​ວິນ​ຍານ​ຂອງ​ເຮົາ​ຈາກ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.

33 ເຮົາ​ໄດ້​ສາບານ​ໃນ​ພຣະ​ພິ​ໂລດ​ຂອງ​ເຮົາ, ແລະ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ມີ ສົງ​ຄາມ​ຢູ່ເທິງ​ຜືນ​ແຜ່ນ​ດິນ​ໂລກ, ແລະ ຄົນ​ຊົ່ວ​ຈະ​ຂ້າ​ຄົນ​ຊົ່ວ, ແລະ ຄວາມ​ຢ້ານ​ກົວ​ຈະ​ເກີດ​ກັບ​ມະນຸດ​ທຸກ​ຄົນ;

34 ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເກືອບ​ຈະ​ຫລົບ​ໜີ​ບໍ່​ໄດ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຢູ່​ກັບ​ພວກ​ເຂົາ, ແລະ ຈະ​ລົງ ມາ​ໃນ​ຟ້າ​ສະຫວັນ ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ບິດາ​ຂອງ​ເຮົາ ແລະ ເຜົາ​ຜານ ຄົນ​ຊົ່ວ​ດ້ວຍ ໄຟ​ທີ່​ບໍ່​ຮູ້​ມອດ.

35 ແລະ ຈົ່ງ​ເບິ່ງ, ມັນ​ຍັງ​ບໍ່​ເກີດ​ຂຶ້ນ​ເທື່ອ, ແຕ່​ບໍ່​ດົນ.

36 ດັ່ງ​ນັ້ນ, ໂດຍ​ທີ່​ເຫັນ​ວ່າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ອອກ​ຄຳ​ສັ່ງ​ໃຫ້​ມີ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຢູ່​ເທິງ​ຜືນ​ແຜ່ນ​ດິນ​ໂລກ, ເຮົາ​ຈຶ່ງ​ປະສົງ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ແຜ່ນ​ດິນ​ຊີໂອນ;

37 ແລະ ໃຫ້​ມະນຸດ​ທຸກ​ຄົນ​ຮັບ​ເອົາ ຄວາມ​ຊອບ​ທຳ​ໄວ້​ໃນ​ມື​ຂອງ​ຕົນ ແລະ ຄວາມ​ຊື່​ສັດ​ໄວ້​ເທິງ​ແອວ​ຂອງ​ເຂົາ, ແລະ ເປັ່ງ ສຽງ​ເຕືອນ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ; ແລະ ປະ​ກາດ​ທັງ​ໂດຍ​ຖ້ອຍ​ຄຳ ແລະ ໂດຍ​ການ​ຫລົບ​ໜີ ເພື່ອ ຄວາມ​ພິນາດ​ຈະ​ມາ​ສູ່​ຄົນ​ຊົ່ວ.

38 ດັ່ງ​ນັ້ນ, ໃຫ້​ສາ​ນຸ​ສິດ​ຂອງ​ເຮົາ​ໃນ​ເມືອງ​ເຄີດແລນ​ຈັດ​ການ​ນຳ​ທຸ​ລະ​ຝ່າຍ​ໂລກ​ຂອງ​ພວກ​ເຂົາ, ຜູ້​ທີ່​ອາ​ໄສ​ຢູ່​ໃນ​ບ້ານ​ສວນ​ແຫ່ງ​ນີ້.

39 ໃຫ້ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄທ​ທັດ ບຽວ​ລິງສ໌, ຜູ້​ດູ​ແລ​ບ່ອນ​ນັ້ນ, ຂາຍ​ທີ່​ດິນ, ເພື່ອ​ວ່າ​ລາວ​ຈະ​ຕຽມ​ພ້ອມ​ໃນ ລະ​ດູ​ໃບ​ໄມ້​ປົ່ງ​ທີ່​ຈະ​ມາ​ເຖິງ ເພື່ອ​ອອກ​ເດີນ​ທາງ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ, ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ອາ​ໄສ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ນັ້ນ, ຍົກ​ເວັ້ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ເຮົາ​ຈະ​ສະ​ຫງວນ​ໄວ້​ໃຫ້​ແກ່​ເຮົາ​ເອງ, ວ່າ​ຈະ​ບໍ່​ໄປ​ຈົນ​ກວ່າ​ເຮົາ​ຈະ​ບັນ​ຊາ​ພວກ​ເຂົາ.

40 ແລະ ໃຫ້​ສົ່ງ​ເງິນ​ທັງ​ໝົດ​ທີ່​ສາ​ມາດ​ມອບ​ໃຫ້, ມັນ​ບໍ່​ສຳ​ຄັນ​ສຳ​ລັບ​ເຮົາ​ວ່າ​ຈະ​ໜ້ອຍ ຫລື ຫລາຍ​ປານ​ໃດ, ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ, ໄປ​ໃຫ້​ຄົນ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ຮັບ.

41 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ມອບ​ອຳນາດ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ເພື່ອ​ໂດຍ​ພຣະ​ວິນ​ຍານ​ລາວ​ຈະ​ສາ​ມາດ ຫລິງ​ເຫັນ​ຄົນ​ເຫລົ່າ​ນັ້ນ​ທີ່​ຈະ​ຂຶ້ນ​ໄປ​ແຜ່ນ​ດິນ​ຊີໂອນ, ແລະ ສາ​ນຸ​ສິດ​ເຫລົ່າ​ນັ້ນ​ຂອງ​ເຮົາ​ຜູ້​ຈະ​ຢູ່​ຕໍ່​ໄປ​ໃນ​ບ່ອນ​ນີ້.

42 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ຮັກ​ສາ​ຮ້ານ​ຂອງ​ລາວ​ໄວ້, ຫລື ອີກ​ຄຳ​ໜຶ່ງ, ຮ້ານ​ຄ້າ, ໄວ້​ຊົ່ວ​ໄລ​ຍະ​ໜຶ່ງ.

43 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ລາວ​ແບ່ງ​ເງິນ ຊຶ່ງ​ລາວ​ຈະ​ສາ​ມາດ​ແບ່ງ​ໃຫ້​ໄດ້, ເພື່ອ​ສົ່ງ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ.

44 ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້​ຢູ່​ໃນ​ມື​ຂອງ​ລາວ​ເອງ, ໃຫ້​ລາວ​ເຮັດ​ດ້ວຍ​ປັນ​ຍາ.

45 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ໃຫ້​ລາວ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຕົວ​ແທນ​ສາ​ນຸ​ສິດ​ທີ່​ຈະ​ຢູ່​ຕໍ່​ໄປ​ໃນ​ບ່ອນ​ນີ້, ແລະ ໃຫ້​ລາວ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ອຳນາດ​ນີ້;

46 ແລະ ບັດ​ນີ້ ຈົ່ງ​ໄປ​ຢ້ຽມ​ຢາມ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ໄວ, ຈົ່ງ​ອະ​ທິ​ບາຍ​ເລື່ອງ​ເຫລົ່າ​ນີ້​ແກ່​ພວກ​ເຂົາ, ພ້ອມ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ. ຈົ່ງ​ເບິ່ງ, ນີ້​ຄື​ຄວາມ​ປະສົງ​ຂອງ​ເຮົາ, ຄື​ການ​ໄດ້​ຮັບ​ເງິນ​ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ແນະນຳ.

47 ຄົນ​ທີ່ ຊື່​ສັດ ແລະ ອົດ​ທົນ ຈະ​ເອົາ​ຊະນະ​ໂລກ.

48 ຄົນ​ທີ່​ສົ່ງ​ຊັບ​ສິນ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຂອງ​ຊີໂອນ ຈະ​ໄດ້​ຮັບ ມູນ​ມໍ​ລະ​ດົກ​ໃນ​ໂລກ​ນີ້, ແລະ ວຽກ​ງານ​ຂອງ​ເຂົາ​ຈະ​ຕິດ​ຕາມ​ເຂົາ, ແລະ ລາງ​ວັນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ​ນຳ​ອີກ.

49 ແທ້​ຈິງ​ແລ້ວ, ຄົນ​ທີ່ ຕາຍ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ພອນ​ແລ້ວ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ, ແລະ ສິ່ງ​ເກົ່າ​ຈະ ໝົດ​ໄປ, ແລະ ທຸກ​ສິ່ງ​ເປັນ​ຂອງ​ໃໝ່, ເຂົາ​ຈະ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ ແລະ ຈະ​ບໍ່ ຕາຍ​ຫລັງ​ຈາກ​ນັ້ນ, ແລະ ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ນະຄອນ​ສັກ​ສິດ.

50 ແລະ ຄົນ​ທີ່​ມີ​ຊີ​ວິດ​ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ, ແລະ ໄດ້​ຮັກ​ສາ​ສັດທາ, ເຂົາ​ຍ່ອມ ເປັນ​ສຸກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ກຳ​ນົດ​ໄວ້​ໃຫ້​ເຂົາ ຕາຍ​ຕາມ​ອາ​ຍຸ​ຂອງ​ມະນຸດ.

51 ດັ່ງ​ນັ້ນ, ເດັກ​ນ້ອຍ ຈະ ເຕີບ​ໃຫຍ່​ຂຶ້ນ​ຈົນ​ກວ່າ​ເຂົາ​ຈະ​ເຖົ້າ​ແກ່; ຄົນ​ເຖົ້າ​ແກ່​ຈະ​ຕາຍ; ແຕ່​ເຂົາ​ຈະ​ບໍ່​ຫລັບ​ຢູ່​ກັບ​ຝຸ່ນ​ດິນ, ແຕ່​ເຂົາ​ຈະ​ຖືກ ປ່ຽນ​ໄປ​ໃນ​ພິບ​ຕາ​ດຽວ.

52 ດັ່ງ​ນັ້ນ, ເພາະ​ເຫດ​ນີ້ ອັກຄະ​ສາວົກ​ຈົ່ງ​ສັ່ງ​ສອນ​ແກ່​ໂລກ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ.

53 ສິ່ງ​ເຫລົ່າ​ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ຈະ​ຫລຽວ​ຫາ; ແລະ, ໂດຍ​ກ່າວ​ຕາມ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບັດ​ນີ້ ມັນ ໃກ້​ຈະ​ມາ​ເຖິງ​ແລ້ວ, ແລະ ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ແມ່ນ​ແຕ່​ໃນ​ວັນ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ.

54 ແລະ ຈົນ​ກວ່າ​ຊົ່ວ​ໂມງ​ນັ້ນ​ຈະ​ມາ​ເຖິງ ຈະ​ມີ ຍິງ​ບໍ​ລິ​ສຸດ​ທີ່​ໂງ່​ຈ້າ​ໃນ​ບັນ​ດາ​ຜູ້​ສະຫລາດ; ແລະ ເມື່ອ​ຊົ່ວ​ໂມງ​ນັ້ນ​ມາ​ເຖິງ ຈະ​ເກີດ​ການ​ແຍກ​ຄົນ​ຊອບ​ທຳ ແລະ ຄົນ​ຊົ່ວ​ອອກ​ຈາກ​ກັນ; ແລະ ໃນ​ວັນ​ນັ້ນ​ເຮົາ​ຈະ​ສົ່ງ​ເຫລົ່າ​ທູດ​ຂອງ​ເຮົາ​ມາ​ເພື່ອ ຖອນ​ຄົນ​ຊົ່ວ​ອອກ ແລະ ໂຍນ​ພວກ​ເຂົາ​ເຂົ້າ​ໃນ​ໄຟ​ທີ່​ບໍ່​ຮູ້​ມອດ.

55 ແລະ ບັດ​ນີ້ ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ພໍ​ໃຈ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ; ລາວ ຍົກ​ຕົນ​ເອງ​ຂຶ້ນ​ໃນ​ໃຈ, ແລະ ບໍ່​ຍອມ​ຮັບ​ເອົາ​ຄຳ​ແນະນຳ, ແຕ່ ເຮັດ​ໃຫ້​ພຣະ​ວິນ​ຍານ​ໂສກ​ເສົ້າ;

56 ດັ່ງ​ນັ້ນ ການ​ຂຽນ​ຂອງ​ລາວ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ລາວ​ຈະ​ຕ້ອງ​ເຮັດ​ອີກ​ອັນ​ໜຶ່ງ; ແລະ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຮັບ​ເອົາ​ມັນ, ຈົ່ງ​ເບິ່ງ ລາວ​ຈະ​ບໍ່​ໄດ້​ຢືນ​ຢູ່​ໃນ​ຕຳ​ແໜ່ງ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ລາວ​ໄວ້​ອີກ​ຕໍ່​ໄປ.

57 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຄົນ​ທີ່​ປາດ​ຖະ​ໜາ​ໃນ​ຫົວ​ໃຈ​ຂອງ​ເຂົາ, ໃນ​ຄວາມ​ອ່ອນ​ໂຍນ, ທີ່​ຈະ ເຕືອນ​ຄົນ​ບາບ​ໃຫ້​ມາ​ສູ່​ການ​ກັບ​ໃຈ, ກໍ​ໃຫ້​ເຂົາ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ອຳນາດ​ນີ້.

58 ເພາະ​ນີ້​ຄື​ວັນ​ແຫ່ງ​ການ​ເຕືອນ, ແລະ ບໍ່​ແມ່ນ​ວັນ​ແຫ່ງ​ຖ້ອຍ​ຄຳ​ຢ່າງ​ຫລວງ​ຫລາຍ. ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ບໍ່​ຖືກ​ເຍາະ​ເຍີ້ຍ​ໃນ​ຍຸກ​ສຸດ​ທ້າຍ.

59 ຈົ່ງ​ເບິ່ງ, ເຮົາ​ມາ​ຈາກ​ເບື້ອງ​ເທິງ, ແລະ ອຳນາດ​ຂອງ​ເຮົາ​ຢູ່​ເບື້ອງ​ລຸ່ມ. ເຮົາ​ຢູ່​ເໜືອ​ທຸກ​ສິ່ງ, ແລະ ໃນ​ທຸກ​ສິ່ງ, ແລະ ຜ່ານ​ທຸກ​ສິ່ງ, ແລະ ຄົ້ນ​ຫາ​ທຸກ​ສິ່ງ, ແລະ ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ທຸກ​ສິ່ງ​ທັງ​ປວງ​ຈະ​ຂຶ້ນ​ຢູ່​ກັບ​ເຮົາ.

60 ຈົ່ງ​ເບິ່ງ, ເຮົາ​ຄື ອາລະ​ຟາ ແລະ ໂອ​ເມຄາ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ.

61 ດັ່ງ​ນັ້ນ, ໃຫ້​ມະນຸດ​ທັງ​ປວງ​ລະ​ວັງ​ວິ​ທີ​ທີ່​ພວກ​ເຂົາ​ຈະ​ໃຊ້ ນາມ​ຂອງ​ເຮົາ​ໃນ​ປາກ​ຂອງ​ພວກ​ເຂົາ—

62 ເພາະ​ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ມີ​ຫລາຍ​ຄົນ​ຈະ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ​ນີ້, ຜູ້​ໃຊ້​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໃຊ້​ມັນ​ຢ່າງ​ບໍ່​ສົມ​ຄວນ, ໂດຍ​ບໍ່​ມີ​ສິດ​ອຳນາດ.

63 ດັ່ງ​ນັ້ນ, ໃຫ້​ສາດ​ສະ​ໜາ​ຈັກ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ, ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເປັນ​ເຈົ້າ​ຂອງ​ພວກ​ເຂົາ; ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ.

64 ຈົ່ງ​ຈື່​ຈຳ​ໄວ້​ວ່າ ສິ່ງ​ທີ່​ມາ​ຈາກ​ເບື້ອງ​ເທິງ​ເປັນ ສິ່ງ​ສັກ​ສິດ, ແລະ ຕ້ອງ ກ່າວ​ເຖິງ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ແລະ ໂດຍ​ການ​ບັງ​ຄັບ​ຂອງ​ພຣະ​ວິນ​ຍານ; ແລະ ໃນ​ນີ້​ບໍ່​ມີ​ການ​ກ່າວ​ໂທດ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ ຜ່ານ​ການ​ອະ​ທິ​ຖານ; ດັ່ງ​ນັ້ນ, ປາດ​ສະ​ຈາກ​ສິ່ງ​ນີ້​ການ​ກ່າວ​ໂທດ​ຍັງ​ຈະ​ມີ​ຢູ່.

65 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກ​ດອນ, ສະແຫວງ​ຫາ​ມັນ​ຢູ່​ໃນ​ບ້ານ​ເຮືອນ, ດັ່ງ​ທີ່​ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ຜ່ານ ການ​ອະ​ທິ​ຖານ.

66 ຕ້ອງ​ເອົາ​ຊະນະ​ສິ່ງ​ເຫລົ່າ​ນີ້​ຜ່ານ​ຄວາມ​ອົດ​ທົນ, ເພື່ອ​ວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ໄດ້​ຮັບ ນ້ຳ​ໜັກ​ແຫ່ງ ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ​ຫລາຍ​ກວ່າ, ຖ້າ​ບໍ່​ດັ່ງ​ນັ້ນ, ການ​ກ່າວ​ໂທດ​ຈະ​ໜັກ​ກວ່າ​ເດີມ. ອາແມນ.