ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 68


ພາກ​ທີ 68

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 1 ເດືອນ​ພະຈິກ, 1831, ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ທີ່ ຂໍ​ໃຫ້​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ທີ່​ຮູ້​ຈັກ ກ່ຽວ​ກັບ ອໍສັນ ຮາຍດ໌, ລຸກ ແອັສ ຈອນສັນ, ໄລມັນ ອີ ຈອນສັນ, ແລະ ວິວລຽມ ອີ ມິກ​ລີ​ລິນ. ເຖິງ​ແມ່ນ​ວ່າ ພາກ​ສ່ວນ​ໜຶ່ງ​ຂອງ​ການ​ເປີດ​ເຜີຍ​ນີ້​ແມ່ນ​ເຈາະ​ຈົງ​ໃສ່​ຜູ້​ຊາຍ​ສີ່​ຄົນ, ແຕ່​ສ່ວນ​ໃຫຍ່​ແມ່ນ​ກ່ຽວ​ກັບ​ທັງ​ສາດ​ສະ​ໜາ​ຈັກ. ການ​ເປີດ​ເຜີຍ​ນີ້ ໄດ້​ຖືກ​ຂະ​ຫຍາຍ​ອອກ​ກວ້າງ ຕາມ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂຈເຊັບ ສະມິດ ເມື່ອ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ໄດ້​ຖືກ​ຈັດ​ພິມ​ຊຸດ​ສະບັບ 1835.

1–5, ຖ້ອຍ​ຄຳ​ຂອງ​ພວກ​ແອວເດີ​ເມື່ອ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ພຣະ​ຄຳ​ພີ; 6–12, ພວກ​ແອວເດີ​ຕ້ອງ​ສັ່ງ​ສອນ ແລະ ໃຫ້​ບັບຕິ​ສະມາ, ແລະ ເຄື່ອງ​ໝາຍ​ຈະ​ຕິດ​ຕາມ​ຜູ້​ເຊື່ອ​ທີ່​ແທ້​ຈິງ; 13–24, ລູກ​ຊາຍ​ກົກ​ໃນ​ບັນ​ດາ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ສາ​ມາດ​ຮັບ​ໃຊ້​ເປັນ​ອະ​ທິ​ການ​ຜູ້​ຄວບ​ຄຸມ (ນັ້ນ​ຄື, ມີ​ຂໍ​ກະແຈ​ຂອງ​ຝ່າຍ​ປະທານ​ໃນ​ຖານະ​ເປັນ​ອະ​ທິ​ການ) ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະທານ​ສູງ​ສຸດ; 25–28, ພໍ່​ແມ່​ໄດ້​ຮັບ​ບັນ​ຊາ​ໃຫ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ແກ່​ລູກໆ​ຂອງ​ຕົນ; 29–35, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຮັກ​ສາ​ວັນ​ຊະ​ບາ​ໂຕ, ທຳ​ງານ​ຢ່າງ​ພາກ​ພຽນ, ແລະ ອະ​ທິ​ຖານ.

1 ຜູ້​ຮັບ​ໃຊ້​ຂອງ​ເຮົາ, ອໍສັນ ຮາຍດ໌, ໄດ້​ຖືກ​ເອີ້ນ​ໂດຍ​ການ​ແຕ່ງ​ຕັ້ງ​ຂອງ​ລາວ​ໃຫ້​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ, ໂດຍ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ຈາກ​ຜູ້​ຄົນ​ກຸ່ມ​ໜຶ່ງ​ຫາ​ຜູ້​ຄົນ​ອີກ​ກຸ່ມ​ໜຶ່ງ, ແລະ ຈາກ​ແຜ່ນ​ດິນ​ໜຶ່ງ​ຫາ​ອີກ​ແຜ່ນ​ດິນ​ໜຶ່ງ, ໃນ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ, ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ໂດຍ​ຊີ້​ແຈງ​ເຫດ​ຜົນ ແລະ ອະ​ທິ​ບາຍ​ພຣະ​ຄຳ​ພີ​ທັງ​ໝົດ​ແກ່​ພວກ​ເຂົາ.

2 ແລະ, ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ສິ່ງ​ນີ້​ຄື​ແບບ​ຢ່າງ​ໃຫ້​ແກ່​ທຸກ​ຄົນ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕໍ່​ຖານະ​ປະ​ໂລ​ຫິດ​ນີ້, ຜູ້​ຊຶ່ງ​ຖືກ​ກຳ​ນົດ​ໃຫ້​ອອກ​ໄປ​ເຮັດ​ພາ​ລະ​ກິດ​ຂອງ​ພວກ​ເຂົາ—

3 ແລະ ນີ້​ຄື​ແບບ​ຢ່າງ​ໃຫ້​ແກ່​ພວກ​ເຂົາ, ວ່າ​ພວກ​ເຂົາ​ຈະ ກ່າວ​ດັ່ງ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

4 ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ຈະ​ກ່າວ​ເມື່ອ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ເປັນ​ພຣະ​ຄຳ​ພີ, ຈະ​ເປັນ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເປັນ​ພຣະ​ດຳ​ລັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເປັນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເປັນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເປັນ ອຳນາດ​ຂອງ​ພຣະ​ເຈົ້າ​ໄປ​ສູ່​ຄວາມ​ລອດ.

5 ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ພວກ​ເຈົ້າ, ໂອ້ ພວກ​ເຈົ້າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ.

6 ດັ່ງ​ນັ້ນ, ຈົ່ງ​ເບີກ​ບານ​ເຖີດ, ແລະ ຢ່າ​ສູ່ ຢ້ານ, ເພາະ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ກັບ​ພວກ​ເຈົ້າ, ແລະ ຈະ​ຢືນ​ຢູ່​ກັບ​ພວກ​ເຈົ້າ; ແລະ ພວກ​ເຈົ້າ​ຈະ​ເປັນ​ພະຍານ​ເຖິງ​ເຮົາ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ວ່າ​ເຮົາ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ວ່າ​ເຮົາ​ເຄີຍ​ເປັນ​ຢູ່, ວ່າ​ເຮົາ​ເປັນ​ຢູ່, ແລະ ວ່າ​ເຮົາ​ຈະ​ມາ.

7 ນີ້​ຄື​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ຮາຍດ໌, ແລະ ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ລຸກ ຈອນ​ສັນ, ແລະ ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ຈອນ​ສັນ, ແລະ ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ອີ ມິກລີລິນ, ແລະ ແກ່​ພວກ​ແອວເດີ​ທັງ​ໝົດ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ນຳ​ອີກ—

8 ພວກ​ເຈົ້າ​ຈົ່ງ​ອອກ ໄປ​ທົ່ວ​ໂລກ, ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຕໍ່ ມະນຸດ​ສະ​ໂລກ​ທັງ​ໝົດ, ໂດຍ​ກະ​ທຳ​ໃນ ສິດ​ອຳນາດ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຈົ້າ, ໂດຍ​ໃຫ້ ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

9 ແລະ ຄົນ​ໃດ​ທີ່​ເຊື່ອ ແລະ ຮັບ​ບັບຕິ​ສະມາ​ຈະ ລອດ, ແລະ ຄົນ​ໃດ​ທີ່​ບໍ່​ເຊື່ອ​ຈະ ອັບ​ປະ​ໂຫຍດ.

10 ແລະ ຄົນ​ໃດ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ພອນ​ດ້ວຍ ເຄື່ອງ​ໝາຍ​ທີ່​ຕິດ​ຕາມ​ມາ, ແມ່ນ​ແຕ່​ດັ່ງ​ທີ່​ມີ​ຂຽນ​ໄວ້.

11 ແລະ ແກ່​ພວກ​ເຈົ້າ ມັນ​ຈະ​ຖືກ​ມອບ​ໃຫ້​ເພື່ອ​ຈະ​ໄດ້​ຮູ້ ເຄື່ອງ​ໝາຍ​ແຫ່ງ​ການ​ເວລາ, ແລະ ເຄື່ອງ​ໝາຍ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ;

12 ແລະ ຫລາຍ​ຕໍ່​ຫລາຍ​ເທື່ອ​ດັ່ງ​ທີ່​ພຣະ​ບິດາ​ຈະ​ເປັນ​ພະຍານ​ເຖິງ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ອຳນາດ​ໃຫ້ ຜະ​ນຶກ ພວກ​ເຂົາ​ສູ່​ຊີ​ວິດ​ນິ​ລັນ​ດອນ. ອາແມນ.

13 ແລະ ບັດ​ນີ້, ກ່ຽວ​ກັບ​ເລື່ອງ​ທີ່​ນອກ​ເໜືອ​ໄປ​ຈາກ​ພັນທະ​ສັນ​ຍາ ແລະ ບັນ​ຍັດ​ແລ້ວ, ມີ​ເລື່ອງ​ດັ່ງ​ຕໍ່​ໄປ​ນີ້—

14 ມີ​ຢູ່​ໃນ​ພາຍ​ໜ້າ, ໃນ​ເວລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ, ອະ​ທິ​ການ​ຄົນ​ອື່ນໆ​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ເພື່ອ​ປະ​ຕິ​ບັດ​ແມ່ນ​ແຕ່​ຄື​ກັນ​ກັບ​ຄົນ​ທຳ​ອິດ;

15 ດັ່ງ​ນັ້ນ ພວກ​ເຂົາ​ຈະ​ເປັນ ມະຫາ​ປະ​ໂລ​ຫິດ ຜູ້​ມີ​ຄຸນ​ຄ່າ, ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ກຳ​ນົດ​ໂດຍ ຝ່າຍ​ປະທານ​ສູງ​ສຸດ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ຍົກ​ເວັ້ນ​ແຕ່​ພວກ​ເຂົາ​ມາ​ຈາກ​ຕະ​ກຸນ​ໂດຍ​ແທ້​ຂອງ ອາໂຣນ​ເທົ່າ​ນັ້ນ.

16 ແລະ ຖ້າ​ຫາກ​ພວກ​ເຂົາ​ມາ​ຈາກ​ຕະ​ກຸນ​ໂດຍ​ແທ້​ຂອງ ອາໂຣນ, ພວກ​ເຂົາ​ຈະ​ມີ​ສິດ​ອັນ​ຖືກ​ຕ້ອງ​ຕາມ​ກົດ​ຕໍ່​ການ​ເປັນ​ອະ​ທິ​ການ, ຖ້າ​ຫາກ​ພວກ​ເຂົາ​ເປັນ​ລູກ​ຊາຍ​ກົກ​ໃນ​ບັນ​ດາ​ພວກ​ລູກ​ຊາຍ​ຂອງ​ອາໂຣນ;

17 ເພາະ​ລູກ​ຊາຍ​ກົກ​ມີ​ສິດ​ຂອງ​ການ​ເປັນ​ປະທານ​ຄວບ​ຄຸມ​ຖານະ​ປະ​ໂລ​ຫິດ, ແລະ ມີ ຂໍ​ກະແຈ ຫລື ສິດ​ອຳນາດ​ອັນ​ດຽວ​ກັນ​ນັ້ນ.

18 ບໍ່​ມີ​ມະນຸດ​ຄົນ​ໃດ​ມີ​ສິດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ຕໍ່​ຕຳ​ແໜ່ງ​ນີ້, ທີ່​ມີ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ນີ້, ຍົກ​ເວັ້ນ​ແຕ່​ເຂົາ​ເປັນ​ຕະ​ກຸນ​ໂດຍ​ແທ້ ແລະ ເປັນ​ລູກ​ຊາຍ​ກົກ​ຂອງ ລູກ​ຫລານ​ຂອງ​ອາໂຣນ​ເທົ່າ​ນັ້ນ.

19 ແຕ່, ເນື່ອງ​ຈາກ​ວ່າ ມະຫາ​ປະ​ໂລ​ຫິດ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ມີ​ສິດ​ອຳນາດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່ ທີ່​ຕ່ຳ​ກວ່າ​ທຸກ​ຢ່າງ, ເຂົາ​ຈຶ່ງ​ສາ​ມາດ​ປະ​ຕິ​ບັດ​ໃນ​ຕຳ​ແໜ່ງ​ຂອງ ອະ​ທິ​ການ​ໄດ້ ເມື່ອ​ຫາ​ຕະ​ກຸນ​ໂດຍ​ກົງ​ຂອງ​ອາໂຣນ​ບໍ່​ໄດ້, ໂດຍ​ໃຫ້​ເຂົາ​ໄດ້​ຮັບ​ການ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ແລະ ຖືກ​ແຕ່ງ​ຕັ້ງ​ສູ່​ອຳນາດ​ນີ້, ພາຍ​ໃຕ້​ມື​ຂອງ​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

20 ແລະ ຕະ​ກຸນ​ໂດຍ​ແທ້​ຂອງ​ອາໂຣນ​ຄື​ກັນ, ຈະ​ຕ້ອງ​ໄດ້​ຮັບ​ການ​ມອບ​ໝາຍ​ໂດຍ​ຝ່າຍ​ປະທານ​ນີ້​ກ່ອນ, ແລະ ພົບ​ວ່າ​ມີ​ຄ່າ​ຄວນ, ແລະ ຖືກ ເຈີມ, ແລະ ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ຝ່າຍ​ປະທານ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ບໍ່​ມີ​ສິດ​ອຳນາດ​ທີ່​ຖືກ​ຕ້ອງ​ຕາມ​ກົດ ທີ່​ຈະ​ປະ​ຕິ​ບັດ​ໃນ​ຖານະ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ.

21 ແຕ່, ໂດຍ​ການ​ອີງ​ຕໍ່​ຄຳ​ສັ່ງ​ກ່ຽວ​ກັບ​ສິດ​ທິ​ຂອງ​ພວກ​ເຂົາ​ໃນ​ຖານະ​ປະ​ໂລ​ຫິດ​ທີ່​ສືບ​ຕໍ່​ຈາກ​ພໍ່​ໄປ​ຫາ​ລູກ​ຊາຍ, ພວກ​ເຂົາ​ຈຶ່ງ​ສາ​ມາດ​ທວງ​ເອົາ​ການ​ເຈີມ​ຂອງ​ພວກ​ເຂົາ​ໄດ້ ຖ້າ​ຫາກ​ໃນ​ເວລາ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ສາ​ມາດ​ພິ​ສູດ​ເຖິງ​ການ​ເປັນ​ທາ​ຍາດ​ຂອງ​ພວກ​ເຂົາ, ຫລື ຮູ້​ຈັກ​ໂດຍ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ພາຍ​ໃຕ້​ມື​ຂອງ​ຝ່າຍ​ປະທານ ດັ່ງ​ທີ່​ກ່າວ​ຜ່ານ​ມາ​ນັ້ນ.

22 ແລະ ອີກ​ເທື່ອ​ໜຶ່ງ, ຈະ​ບໍ່​ມີ​ອະ​ທິ​ການ ຫລື ມະຫາ​ປະ​ໂລ​ຫິດ​ຄົນ​ໃດ ຜູ້​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈະ​ຖືກ​ສອບ​ສວນ ຫລື ກ່າວ​ໂທດ​ສຳ​ລັບ​ຄວາມ​ຜິດ​ໃດໆ, ເວັ້ນ​ເສຍ​ແຕ່​ຈະ​ຢູ່​ຕໍ່​ໜ້າ ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ;

23 ແລະ ຕາບ​ໃດ​ທີ່​ເຂົາ​ຖືກ​ພົບ​ວ່າ​ມີ​ຄວາມ​ຜິດ​ຢູ່​ຕໍ່​ໜ້າ​ຝ່າຍ​ປະທານ​ນີ້, ໂດຍ​ປະຈັກ​ພະຍານ​ທີ່​ແກ້​ຕົວ​ບໍ່​ໄດ້, ແລ້ວ​ເຂົາ​ຈະ​ຖືກ​ກ່າວ​ໂທດ;

24 ແລະ ຖ້າ​ຫາກ​ເຂົາ​ກັບ​ໃຈ ເຂົາ​ຈະ​ໄດ້​ຮັບ​ການ ໃຫ້​ອະໄພ, ອີງ​ຕາມ​ພັນທະ​ສັນ​ຍາ ແລະ ບັນ​ຍັດ ຂອງ​ສາດ​ສະ​ໜາ​ຈັກ.

25 ແລະ ອີກ​ເທື່ອ​ໜຶ່ງ, ຕາບ​ໃດ​ທີ່ ພໍ່​ແມ່​ມີ​ລູກໆ​ຢູ່​ໃນ​ຊີໂອນ, ຫລື ໃນ ສະເຕກ​ໜຶ່ງ​ສະເຕກ​ໃດ​ຂອງ​ນາງ ຊຶ່ງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ, ທີ່​ບໍ່​ໄດ້ ສິດ​ສອນ​ເຂົາ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ເລື່ອງ​ການ​ກັບ​ໃຈ, ສັດທາ​ໃນ​ພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ແລະ ເລື່ອງ​ການ​ຮັບ​ບັບຕິ​ສະມາ ແລະ ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໂດຍ​ການ​ວາງ​ມື, ເມື່ອ​ເຂົາ​ມີ​ອາ​ຍຸ ແປດ​ປີ, ແລ້ວ ບາບ​ຈະ​ຕົກ​ຢູ່​ເທິງ​ຫົວ​ຂອງ​ຜູ້​ເປັນ​ພໍ່​ແມ່.

26 ເພາະ​ນີ້​ຈະ​ເປັນ​ກົດ​ສຳ​ລັບ​ຜູ້​ອາ​ໄສ​ຂອງ ຊີໂອນ, ຫລື ໃນ​ສະເຕກ​ໜຶ່ງ​ສະເຕກ​ໃດ​ຂອງ​ນາງ ຊຶ່ງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ແລ້ວ.

27 ແລະ ລູກໆ​ຂອງ​ພວກ​ເຂົາ​ຈະ​ຕ້ອງ​ຮັບ ບັບຕິ​ສະມາ​ເພື່ອ ການ​ປົດ​ບາບ​ຂອງ​ພວກ​ເຂົາ ເມື່ອ​ມີ​ອາ​ຍຸ​ໄດ້ ແປດ​ປີ, ແລະ ໄດ້​ຮັບ​ການ​ວາງ​ມື.

28 ແລະ ພວກ​ເຂົາ​ຈະ​ຕ້ອງ​ສິດ​ສອນ​ລູກໆ​ຂອງ​ພວກ​ເຂົາ​ໃຫ້ ອະ​ທິ​ຖານ, ແລະ ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

29 ແລະ ຜູ້​ອາ​ໄສ​ຂອງ​ຊີໂອນ​ຈະ​ຕ້ອງ​ຮັກ​ສາ​ວັນ ຊະ​ບາ​ໂຕ​ໃຫ້​ສັກ​ສິດ.

30 ແລະ ຜູ້​ອາ​ໄສ​ຂອງ​ຊີໂອນ​ຈະ​ຕ້ອງ​ຈື່​ຈຳ​ວຽກ​ງານ​ຂອງ​ພວກ​ເຂົາ​ນຳ​ອີກ, ຕາບ​ໃດ​ທີ່​ພວກ​ເຂົາ​ໄດ້​ຖືກ​ກຳ​ນົດ​ໃຫ້​ທຳ​ງານ, ດ້ວຍ​ສຸດ​ຄວາມ​ຊື່​ສັດ; ເພາະ​ຄົນ​ກຽດ​ຄ້ານ​ຈະ​ຖືກ​ຈົດ​ຈຳ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

31 ບັດ​ນີ້, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ພໍ​ໃຈ​ຫລາຍ​ກັບ​ຜູ້​ອາ​ໄສ​ຂອງ​ຊີໂອນ, ເພາະ​ມີ​ຄົນ ກຽດ​ຄ້ານ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ລູກໆ​ຂອງ​ພວກ​ເຂົາ​ກໍ​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ ຄວາມ​ຊົ່ວ​ຮ້າຍ; ພວກ​ເຂົາ​ບໍ່​ໄດ້ ສະແຫວງ​ຫາ ຄວາມ​ຮັ່ງ​ມີ​ແຫ່ງ​ຊົ່ວ​ນິ​ລັນ​ດອນ​ຢ່າງ​ພາກ​ພຽນ, ແຕ່​ສາຍ​ຕາ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ໂລບ​ມາກ​ໂລ​ພາ.

32 ສິ່ງ​ເຫລົ່າ​ນີ້​ບໍ່​ຄວນ​ເປັນ, ແລະ ຕ້ອງ​ໃຫ້​ໝົດ​ສິ້ນ​ໄປ​ໃນ​ບັນ​ດາ​ພວກ​ເຂົາ; ດັ່ງ​ນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ ນຳ​ຄຳ​ກ່າວ​ເຫລົ່າ​ນີ້​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ.

33 ແລະ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຂົາ—ວ່າ​ຄົນ​ທີ່​ບໍ່​ໄດ້​ຍຶດ​ຖື​ທີ່​ຈະ ອະ​ທິ​ຖານ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ເວລາ​ດັ່ງ​ນັ້ນ, ກໍ​ໃຫ້​ເຂົາ​ຖືກ ຈື່​ຈຳ​ຢູ່​ຕໍ່​ໜ້າ​ຜູ້​ພິ​ພາກ​ສາ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

34 ຄຳ​ກ່າວ​ເຫລົ່າ​ນີ້​ແມ່ນ​ຈິງ ແລະ ຊື່​ສັດ; ດັ່ງ​ນັ້ນ, ຢ່າ​ລ່ວງ​ລະເມີດ​ມັນ, ທັງ​ບໍ່​ໃຫ້ ຕັດ​ມັນ​ອອກ.

35 ຈົ່ງ​ເບິ່ງ, ເຮົາ​ຄື ອາລະ​ຟາ ແລະ ໂອ​ເມຄາ, ແລະ ເຮົາ ມາ​ຢ່າງ​ໄວ. ອາແມນ.