ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 75


ພາກ​ທີ 75

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ອາມ​ເຮີດ, ລັດ​ໂອ​ໄຮ​ໂອ, ວັນທີ 25 ເດືອນ​ມັງກອນ, 1832. ພາກ​ນີ້​ປະກອບ​ດ້ວຍ​ການ​ເປີດ​ເຜີຍ​ຢູ່​ສອງ​ຢ່າງ ທີ່​ແຕກ​ຕ່າງ​ກັນ (ຢ່າງ​ທຳ​ອິດ ໃນ ຂໍ້​ທີ 1 ຈົນ​ເຖິງ 22 ແລະ ຢ່າງ​ທີ​ສອງ ໃນ ຂໍ້​ທີ 23 ຈົນ​ເຖິງ 36) ໄດ້​ຖືກ​ມອບ​ໃຫ້ ໃນ​ວັນ​ດຽວ​ກັນ. ເຫດ​ການ​ດັ່ງ​ກ່າວ ໄດ້​ເກີດ​ຂຶ້ນຢູ່​ກອງ​ປະ​ຊຸມ​ໃຫຍ່ ຊຶ່ງ​ໂຈເຊັບ ສະມິດ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະທານ​ຂອງ​ຖານະ​ປະ​ໂລ​ຫິດ​ສູງ. ແອວເດີ​ບາງ​ຄົນ ໄດ້​ປາດ​ຖະ​ໜາ​ຢາກ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ໜ້າ​ທີ່​ສະ​ເພາະ​ຂອງ​ຕົນ. ການ​ເປີດ​ເຜີຍ​ເຫລົ່າ​ນີ້​ຈຶ່ງ​ຕິດ​ຕາມ​ມາ.

1–5, ແອວເດີ​ທີ່​ຊື່​ສັດ​ຜູ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ; 6–12, ຈົ່ງ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮັບ​ພຣະ​ຜູ້​ປອບ​ໂຍນ, ຜູ້​ສອນ​ທຸກ​ສິ່ງ​ທັງ​ປວງ; 13–22, ແອວເດີ​ຈະ​ນັ່ງ​ຢູ່​ໃນ​ການ​ພິ​ພາກ​ສາ​ຜູ້​ທີ່​ປະ​ຕິ​ເສດ ຂ່າວ​ສານ​ຂອງ​ພວກ​ເຂົາ; 23–36, ຄອບ​ຄົວ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ.

1 ຕາມ​ຈິງ, ຕາມຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເຮົາ​ຜູ້​ກ່າວ​ແມ່ນ​ແຕ່​ໂດຍ ສຽງ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ, ແມ່ນ​ແຕ່ ອາລະ​ຟາ ແລະ ໂອ​ເມຄາ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ—

2 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ຜູ້​ທີ່​ໄດ້​ມອບ​ຊື່​ຂອງ​ພວກ​ເຈົ້າ​ໄວ້ ເພື່ອ​ອອກ​ໄປ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ເພື່ອ ລິ​ງ່າ​ໃນ ສວນ​ອະງຸ່ນ​ຂອງ​ເຮົາ.

3 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ຄວນ​ອອກ​ໄປ ແລະ ບໍ່​ຢູ່​ນີ້, ທັງ​ບໍ່​ໃຫ້ ກຽດ​ຄ້ານ ແຕ່​ໃຫ້​ທຳ​ງານ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຈົ້າ—

4 ຈົ່ງ​ເປັ່ງ​ສຽງ​ຂອງ​ພວກ​ເຈົ້າ​ດັ່ງ​ດ້ວຍ​ສຽງ​ແກ, ປະ​ກາດ ຄວາມ​ຈິງ​ຕາມ​ການ​ເປີດ​ເຜີຍ ແລະ ບັນ​ຍັດ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຈົ້າ.

5 ແລະ ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ເຈົ້າ​ຊື່​ສັດ ພວກ​ເຈົ້າ​ຈະ​ໜັກ​ດ້ວຍ ມັດ​ເຂົ້າ​ຢ່າງ​ຫລວງ​ຫລາຍ, ແລະ ຈະ​ໄດ້ ສວມ​ມົງ​ກຸດ​ດ້ວຍ ກຽດ​ຕິ​ຍົດ, ແລະ ລັດ​ສະ​ໝີ​ພາບ, ແລະ ຄວາມ​ເປັນ​ອະ​ມະ​ຕະ, ແລະ ຊີ​ວິດ​ນິ​ລັນ​ດອນ.

6 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ອີ ມິກ​ລີ​ລິນ ວ່າ ເຮົາ ຍົກ​ເລີກ​ວຽກ​ງານ​ມອບ​ໝາຍ​ທີ່​ເຮົາ​ໄດ້​ໃຫ້​ລາວ​ໄປ​ຫາ​ດິນ​ແດນ​ພາກ​ຕາ​ເວັນ​ອອກ;

7 ແລະ ເຮົາ​ຈະ​ມອບ​ວຽກ​ງານ​ມອບ​ໝາຍ​ໃໝ່ ແລະ ບັນ​ຍັດ​ຂໍ້​ໃໝ່​ໃຫ້​ລາວ, ຊຶ່ງ​ໃນ​ນັ້ນ​ເຮົາ, ພຣະ​ຜູ້​ເປັ​ນ​ເຈົ້າ, ຈະ ຕີ​ສອນ​ລາວ​ສຳ​ລັບ ການ​ເວົ້າ​ຈົ່ມ​ຢູ່​ໃນ​ໃຈ​ຂອງ​ລາວ;

8 ແລະ ລາວ​ໄດ້​ເຮັດ​ບາບ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາອະໄພ​ໃຫ້​ລາວ ແລະ ກ່າວ​ກັບ​ລາວ​ອີກ​ວ່າ, ເຈົ້າ​ຈົ່ງ​ໄປ​ຫາ​ດິນ​ແດນ​ພາກ​ໃຕ້.

9 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ລຸກ ຈອນ​ສັນ ໄປ​ກັບ​ລາວ, ແລະ ປະ​ກາດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ—

10 ໂດຍ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ ພຣະ​ຜູ້​ປອບ​ໂຍນ, ຊຶ່ງ​ຈະ​ສິດ​ສອນ​ພວກ​ເຂົາ​ທຸກ​ສິ່ງ​ທີ່​ເໝາະ​ສົມ​ສຳ​ລັບ​ພວກ​ເຂົາ—

11 ຈົ່ງ ອະ​ທິ​ຖານ​ສະເໝີ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ເປັນ​ລົມ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ເຮັດ​ສິ່ງ​ນີ້, ເຮົາ​ຈະ​ຢູ່​ກັບ​ພວກ​ເຂົາ​ຈົນ​ເຖິງ​ທີ່​ສຸດ.

12 ຈົ່ງ​ເບິ່ງ, ນີ້​ຄື​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ພວກ​ເຈົ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

13 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ຮາຍດ໌ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ແຊມໂຍ ເອັຈ ສະມິດ ອອກ​ເດີນ​ທາງ​ໄປ​ຫາ​ດິນ​ແດນ​ພາກ​ຕາ​ເວັນ​ອອກ, ແລະ ປະ​ກາດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຊື່​ສັດ, ເບິ່ງ​ແມ, ເຮົາ​ຈະ​ຢູ່ ກັບ​ພວກ​ເຂົາ​ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ.

14 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ຈອນ​ສັນ, ແລະ ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ພະແຣັດ ວ່າໃຫ້​ພວກ​ເຂົາ​ອອກ​ເດີນ​ທາງ​ໄປ​ຫາ​ດິນ​ແດນ​ພາກ​ຕາ​ເວັນ​ອອກ; ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຈະ​ຢູ່​ນຳ​ພວກ​ເຂົາ​ຄື​ກັນ, ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ.

15 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອາ​ຊາ ດອສ໌, ແລະ ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຄາບສ໌ ວິວ​ສັນ, ວ່າ​ໃຫ້​ພວກ​ເຂົາ​ອອກ​ເດີນ​ທາງ​ຄື​ກັນ​ໄປ​ຫາ​ດິນ​ແດນ​ພາກ​ຕາ​ເວັນ​ຕົກ, ແລະ ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ.

16 ແລະ ຄົນ​ທີ່​ຊື່​ສັດ​ຈະ​ເອົາ​ຊະນະ​ທຸກ​ສິ່ງ​ທັງ​ປວງ, ແລະ ຈະ​ຖືກ ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

17 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເມ​ເຈີ ເອັນ ອາ​ສະ​ລີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເບີ ຣີກສ໌, ວ່າ​ໃຫ້​ພວກ​ເຂົາ​ອອກ​ເດີນ​ທາງ​ຄື​ກັນ​ໄປ​ຫາ​ດິນ​ແດນ​ພາກ​ໃຕ້.

18 ແທ້​ຈິງ​ແລ້ວ, ໃຫ້ ທຸກ​ຄົນ​ເຫລົ່າ​ນັ້ນ​ທັງ​ໝົດ​ອອກ​ເດີນ​ທາງ, ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ, ໄປ​ຈາກ​ເຮືອນ​ຫລັງ​ໜຶ່ງ​ຫາ​ເຮືອນ​ອີກ​ຫລັງ​ໜຶ່ງ, ແລະ ຈາກ​ໝູ່​ບ້ານ​ໜຶ່ງ​ໄປ​ຫາ​ອີກ​ໝູ່​ບ້ານ​ໜຶ່ງ, ແລະ ຈາກ​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ.

19 ແລະ ໃນ​ເຮືອນ​ຫລັງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ເຂົ້າ​ໄປ, ແລະ ເຂົາ​ໄດ້​ຕ້ອນ​ຮັບ​ພວກ​ເຈົ້າ, ຈົ່ງ​ປະ​ພອນ​ຂອງ​ພວກ​ເຈົ້າ​ໄວ້​ກັບ​ເຮືອນ​ຫລັງ​ນັ້ນ.

20 ແລະ ໃນ​ເຮືອນ​ຫລັງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ເຂົ້າ​ໄປ, ແລະ ເຂົາ​ບໍ່​ຕ້ອນ​ຮັບ​ພວກ​ເຈົ້າ, ໃຫ້​ພວກ​ເຈົ້າ​ອອກ​ໄປ​ຈາກ​ເຮືອນ​ຫລັງ​ນັ້ນ​ຢ່າງ​ໄວ, ແລະ ສັ່ນ​ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກ​ເຈົ້າ​ໄວ້​ເປັນ​ປະຈັກ​ພະຍານ​ຕໍ່​ຕ້ານ​ເຂົາ.

21 ແລະ ພວກ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ຍິນ​ດີ; ແລະ ຈົ່ງ​ຮູ້​ເລື່ອງ​ນີ້, ວ່າ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ ພວກ​ເຈົ້າ​ຈະ​ເປັນ ຜູ້​ຕັດ​ສິນ​ເຮືອນ​ຫລັງ​ນັ້ນ, ແລະ ກ່າວ​ໂທດ​ເຂົາ;

22 ແລະ ຄົນ​ນອກ​ສາດ​ສະ​ໜາ​ຈະ​ສາ​ມາດ​ທົນ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ​ຫລາຍ​ກວ່າ​ເຮືອນ​ຫລັງ​ນັ້ນ; ສະນັ້ນ, ຈົ່ງ ຄາດ​ແອວ​ພວກ​ເຈົ້າ ແລະ ຊື່​ສັດ, ແລະ ພວກ​ເຈົ້າ​ຈະ​ເອົາ​ຊະນະ​ທຸກ​ສິ່ງ, ແລະ ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

23 ແລະ ອີກ​ເທື່ອ​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ທີ່​ໄດ້​ມອບ​ຊື່​ຂອງ​ພວກ​ເຈົ້າ​ໄວ້ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮູ້​ຈັກ​ພຣະ​ປະສົງ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ພວກ​ເຈົ້າ—

24 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຈະ​ຊ່ວຍ​ຄ້ຳ​ຊູ​ຄອບ​ຄົວ​ຂອງ​ຄົນ​ເຫລົ່າ​ນັ້ນ ແລະ ຄ້ຳ​ຊູ​ຄອບ​ຄົວ​ຂອງ​ຄົນ​ເຫລົ່າ​ນັ້ນ​ນຳ​ອີກ​ຜູ້​ທີ່​ຖືກ​ເອີ້ນ ແລະ ຈຳ​ເປັນ​ຕ້ອງ​ສົ່ງ​ໄປ​ສູ່​ໂລກ ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ໂລກ.

25 ດັ່ງ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈຶ່ງ​ມອບ​ບັນ​ຍັດ​ຂໍ້​ນີ້​ໃຫ້​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ໄດ້​ສະຖານ​ທີ່ ໃຫ້​ຄອບ​ຄົວ​ຂອງ​ພວກ​ເຈົ້າ, ຕາບ​ໃດ​ທີ່​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ຈະ​ເປີດ​ຫົວ​ໃຈ​ໃຫ້​ພວກ​ເຈົ້າ.

26 ແລະ ໃຫ້​ຄົນ​ເຊັ່ນ​ນັ້ນ​ທຸກ​ຄົນ​ທີ່​ສາ​ມາດ​ໄດ້​ສະຖານ​ທີ່​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຂົາ, ແລະ ໄດ້​ຮັບ​ການ​ຄ້ຳ​ຊູ​ຈາກ​ສາດ​ສະ​ໜາ​ຈັກ, ບໍ່​ລະ​ເລີຍ​ຈາກ​ການ​ອອກ​ໄປ​ສູ່​ໂລກ, ບໍ່​ວ່າ​ຈະ​ເປັນ​ພາກ​ຕາ​ເວັນ​ອອກ ຫລື ພາກ​ຕາ​ເວັນ​ຕົກ, ຫລື ພາກ​ເໜືອ, ຫລື ພາກ​ໃຕ້​ກໍ​ຕາມ.

27 ໃຫ້​ພວກ​ເຂົາ​ໝັ່ນ​ຂໍ ແລ້ວ​ພວກ​ເຂົາ​ຈະ​ໄດ້​ຮັບ, ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ພວກ​ເຂົາ, ແລະ ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ຈາກ​ເບື້ອງ​ບົນ, ແມ່ນ​ແຕ່​ໂດຍ ພຣະ​ຜູ້​ປອບ​ໂຍນ, ບໍ່​ວ່າ​ພວກ​ເຂົາ​ຈະ​ໄປ​ບ່ອນ​ໃດ​ກໍ​ຕາມ.

28 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ທຸກໆ​ຄົນ​ຜູ້​ທີ່​ໄດ້​ຮັບ​ໜ້າ​ທີ່​ໃຫ້ ຈັດ​ຫາ​ໃຫ້ ຄອບ​ຄົວ​ຂອງ​ຕົນ​ເອງ, ກໍ​ໃຫ້​ເຂົາ​ຈັດ​ຫາ, ແລະ ເຂົາ​ຈະ​ບໍ່​ມີ​ທາງ​ສູນ​ເສຍ​ມົງ​ກຸດ​ຂອງ​ເຂົາ; ແລະ ໃຫ້​ເຂົາ​ທຳ​ງານ​ໃນ​ສາດ​ສະ​ໜາ​ຈັກ.

29 ໃຫ້​ທຸກໆ​ຄົນ ພາກ​ພຽນ​ໃນ​ທຸກ​ສິ່ງ​ທັງ​ປວງ. ແລະ ຄົນ​ກຽດ​ຄ້ານ​ຈະ​ບໍ່​ມີ​ບ່ອນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ, ຍົກ​ເວັ້ນ​ແຕ່​ພວກ​ເຂົາ​ຈະ​ກັບ​ໃຈ ແລະ ປ່ຽນ​ທາງ​ເດີນ​ຂອງ​ພວກ​ເຂົາ.

30 ດັ່ງ​ນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊາຍ​ມັນ ຄາດ​ເທີ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ອີເມີ ແຮຣິສ ເປັນ​ຄູ່​ກັນ​ໃນ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ;

31 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອ​ຊະ​ຣາ ແຕ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ ບີ ມາສ໌ ນຳ​ອີກ;

32 ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ສະມິດ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຣ​ໂນນ ຄາ​ຫູນ ນຳ​ອີກ;

33 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ແດນ​ໂຍ ສະ​ແຕນ​ຕັນ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊີ​ມໍ ບຣັນ​ສັນ ນຳ​ອີກ;

34 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊຽວ​ເວສ໌ເຕີ ສະມິດ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ກິ​ດຽນ ຄາດ​ເທີ ນຳ​ອີກ;

35 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຣັກ​ໂກ ອີ​ເມສ໌ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ສະ​ຕີບ​ເວັນ ເບີ​ແນັດ ນຳ​ອີກ;

36 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄມ​ກາ ບີ ແວວ​ຕັນ ນຳ​ອີກ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ອີ​ເດນ ສະມິດ ນຳ​ອີກ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.