ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 76


ພາກ​ທີ 76

ພາບ​ນິມິດ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກ​ດອນ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 16 ເດືອນ​ກຸມພາ, 1832. ໃນ​ບົດ​ຄຳ​ນຳ​ຂອງ​ການ​ບັນ​ທຶກ​ຂອງ​ເພິ່ນ​ຕໍ່​ພາບ​ນິມິດ​ນີ້, ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ: “ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ມາ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ທີ່​ເມືອງ​ອາມ​ເຮີດ, ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ແປ​ພຣະ​ຄຳ​ພີ​ຕື່ມ​ອີກ. ຈາກ​ການ​ເປີດ​ເຜີຍ​ຕ່າງໆ​ທີ່​ໄດ້​ຮັບມາ, ເຫັນ​ໄດ້​ວ່າ​ຈຸດ​ສຳ​ຄັນ​ຫລາຍ​ຂໍ້​ກ່ຽວ​ກັບ​ຄວາມ​ລອດ​ຖືກ​ນຳ​ໄປ​ຈາກ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ຫລື ຖືກ​ສູນ​ຫາຍ​ໄປ​ກ່ອນ​ມັນ​ໄດ້​ຖືກ​ຮວບ​ຮວມ​ໄວ້. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ອີງ​ຕາມ​ຄວາມ​ຈິງ​ຂອງ​ມັນ​ທີ່​ເຫລືອ​ຢູ່, ວ່າ​ຖ້າ​ຫາກ​ພຣະ​ເຈົ້າ​ຈະ​ປະທານ​ລາງ​ວັນ​ໃຫ້​ແກ່​ທຸກ​ຄົນ​ຕາມ​ການ​ກະ​ທຳ​ຂອງ​ຕົນ​ໃນ​ເນື້ອ​ໜັງ ຄຳ​ວ່າ ‘ສະຫວັນ,’ ຊຶ່ງ​ໝາຍ​ເຖິງ​ບ້ານ​ນິ​ລັນ​ດອນ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຕ້ອງ​ມີ​ອາ​ນາ​ຈັກ​ຫລາຍ​ກວ່າ​ໜຶ່ງ​ອາ​ນາ​ຈັກ. ດັ່ງ​ນັ້ນ, … ໃນ​ຂະນະ​ທີ່​ແປ​ພຣະ​ທຳ​ໂຢຮັນ, ຕົວ​ຂ້າ​ພະ​ເຈົ້າ​ເອງ ແລະ ແອວເດີ ຣິກ​ດອນ ໄດ້​ເຫັນ​ພາບ​ນິມິດ​ດັ່ງ​ຕໍ່​ໄປ​ນີ້.” ຕອນ​ທີ່​ພາບ​ນິມິດ​ນີ້ ໄດ້​ຖືກ​ມອບ​ໃຫ້, ສາດ​ສະ​ດາ​ກຳ​ລັງ​ແປ ໂຢຮັນ 5:29 ຢູ່.

1–4, ພຣະ​ຜູ້​ເປັນ​ເຈົ້າ​ຄື ພຣະ​ເຈົ້າ; 5–10, ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ຈະ​ຖືກ​ເປີດ​ເຜີຍ​ໃຫ້​ແກ່​ຄົນ​ທີ່​ຊື່​ສັດ​ທັງ​ປວງ; 11–17, ທຸກ​ຄົນ​ຈະ​ອອກ​ມາ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ທ່ຽງ​ທຳ ຫລື ຄົນ​ບໍ່​ທ່ຽງ​ທຳ; 18–24, ຜູ້​ອາ​ໄສ​ຂອງ​ຫລາຍໆ​ໂລກ​ເປັນ​ບຸດ ແລະ ທິດາ​ທີ່​ຖື​ກຳເນີດ​ຂອງ​ພຣະ​ເຈົ້າ​ຜ່ານ​ການ​ຊົດ​ໃຊ້ ຂອງ​ພຣະ​ເຢຊູ​ຄຣິດ; 25–29, ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ຕົກ ແລະ ໄດ້​ກາຍ​ເປັນ​ມານ; 30–49, ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ​ທຸກ​ທໍ​ລະ​ມານ​ຈາກ​ຄວາມ​ອັບ​ປະ​ໂຫຍດ​ນິ​ລັນ​ດອນ; ຄົນ​ອື່ນ​ທັງ​ໝົດ​ໄດ້​ຮັບ​ຄວາມ​ລອດ​ບາງ​ລະ​ດັບ; 50–70, ບັນ​ລະ​ຍາຍ​ກ່ຽວ​ກັບ​ລັດ​ສະ​ໝີ​ພາບ ແລະ ລາງ​ວັນ​ຂອງ​ຄົນ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ; 71–80, ບັນ​ລະ​ຍາຍ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຊັ້ນ​ກາງ​ເປັນ​ມູນ​ມໍ​ລະ​ດົກ; 81–113, ອະ​ທິ​ບາຍ​ກ່ຽວ​ກັບ​ສະຖານະ​ຂອງ​ຄົນ​ເຫລົ່າ​ນັ້ນ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ຕ່ຳ, ຊັ້ນ​ກາງ, ແລະ ຊັ້ນ​ສູງ; 114–119, ຄົນ​ຊື່​ສັດ​ອາດ​ເຫັນ ແລະ ເຂົ້າ​ໃຈ​ຄວາມ​ລຶກ​ລັບ​ແຫ່ງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ.

1 ຈົ່ງ ຟັງ, ໂອ້ ເຈົ້າ​ຟ້າ​ສະຫວັນ, ແລະ ງ່ຽງ​ຫູ​ຟັງ, ໂອ້ ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ປິ​ຕິ​ຍິນ​ດີ​ເຈົ້າ​ຜູ້​ອາ​ໄສ ຢູ່​ໃນ​ນັ້ນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຄື ພຣະ​ເຈົ້າ, ແລະ ນອກ​ຈາກ​ພຣະ​ອົງ​ແລ້ວ ບໍ່​ມີ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

2 ຍິ່ງ​ໃຫຍ່​ຄື​ປັນ​ຍາ​ຂອງ​ພຣະ​ອົງ, ໜ້າ​ອັດ​ສະ​ຈັນ​ຄື​ວິ​ທີ​ທາງ​ຂອງ​ພຣະ​ອົງ, ແລະ ຂອບ​ເຂດ​ຂອງ​ການ​ກະ​ທຳ​ຂອງ​ພຣະ​ອົງ​ນັ້ນ​ບໍ່​ມີ​ໃຜ​ຈະ​ຮູ້​ໄດ້.

3 ພຣະ​ປະສົງ​ຂອງ​ພຣະ​ອົງ​ບໍ່​ລົ້ມ​ເຫລວ, ທັງ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ຢຸດ​ຢັ້ງ​ພຣະ​ຫັດ​ຂອງ​ພຣະ​ອົງ​ໄດ້.

4 ຈາກ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຊົ່ວ​ນິ​ລັນ​ດອນ ພຣະ​ອົງ ເໝືອນ​ເດີມ, ແລະ ເດືອນ​ປີ​ຂອງ​ພຣະ​ອົງ​ບໍ່​ມີ​ວັນ ສິ້ນ​ສຸດ.

5 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້—​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ມີ ເມດ​ຕາ ແລະ ກະ​ລຸ​ນາ​ຕໍ່​ຄົນ​ທີ່ ຢ້ານ​ກົວ​ເຮົາ, ແລະ ເບີກ​ບານ​ທີ່​ຈະ​ໃຫ້​ກຽດ​ຄົນ​ເຫລົ່າ​ນັ້ນ​ທີ່ ຮັບ​ໃຊ້​ເຮົາ​ໃນ​ຄວາມ​ຊອບ​ທຳ ແລະ ໃນ​ຄວາມ​ຈິງ​ຈົນ​ເຖິງ​ທີ່​ສຸດ.

6 ຍິ່ງ​ໃຫຍ່​ຈະ​ເປັນ​ລາງ​ວັນ​ຂອງ​ພວກ​ເຂົາ ແລະ ນິ​ລັນ​ດອນ​ຈະ​ເປັນ ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ.

7 ແລະ ຕໍ່​ພວກ​ເຂົາ​ເຮົາ​ຈະ ເປີດ​ເຜີຍ ຄວາມ​ລຶກ​ລັບ​ທັງ​ປວງ, ແທ້​ຈິງ​ແລ້ວ, ຄວາມ​ລຶກ​ລັບ​ທັງ​ໝົດ​ຂອງ​ອາ​ນາ​ຈັກ​ຂອງ​ເຮົາ​ນັບ​ຕັ້ງ​ແຕ່​ສະ​ໄໝ​ບູຮານ, ແລະ ຕໍ່​ຍຸກ​ທີ່​ຈະ​ມາ​ເຖິງ, ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ເຖິງ​ຄວາມ​ເພິ່ງ​ພໍ​ໃຈ​ແຫ່ງ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ທຸກ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ນາ​ຈັກ​ຂອງ​ເຮົາ.

8 ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ການ​ແປກ​ປະ​ຫລາດ​ຂອງ​ຊົ່ວ​ນິ​ລັນ​ດອນ ພວກ​ເຂົາ​ກໍ​ຈະ​ຮູ້​ຈັກ, ແລະ ສິ່ງ​ທີ່​ຈະ​ມາ​ເຖິງ ເຮົາ​ຈະ​ສະແດງ​ແກ່​ພວກ​ເຂົາ, ແມ່ນ​ແຕ່​ສິ່ງ​ຕ່າງໆ​ຂອງ​ຫລາຍ​ລຸ້ນ​ຄົນ.

9 ແລະ ປັນ​ຍາ​ຂອງ​ພວກ​ເຂົາ​ຈະ​ຍິ່ງ​ໃຫຍ່, ແລະ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຂົາ​ຈະ​ເອື້ອມ​ເຖິງ​ຟ້າ​ສະຫວັນ; ແລະ ຢູ່​ຕໍ່​ໜ້າ​ພວກ​ເຂົາ ປັນ​ຍາ​ຂອງ​ຄົນ​ສະຫລາດ​ຈະ ເສື່ອມ​ສູນ​ໄປ, ແລະ ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ຮອບ​ຄອບ​ຈະ​ບໍ່​ມີ​ຄຸນ​ຄ່າ.

10 ເພາະ​ໂດຍ ວິນ​ຍານ​ຂອງ​ເຮົາ, ເຮົາ​ຈະ ໃຫ້​ຄວາມ​ສະ​ຫວ່າງ​ແກ່​ພວກ​ເຂົາ, ແລະ ໂດຍ ອຳນາດ​ຂອງ​ເຮົາ, ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ລັບ​ແຫ່ງ​ຄວາມ​ປະສົງ​ຂອງ​ເຮົາ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ—ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ສິ່ງ​ເຫລົ່າ​ນັ້ນ ຊຶ່ງ ຕາ​ບໍ່​ເຄີຍ​ເຫັນ, ຫູ​ບໍ່​ເຄີຍ​ໄດ້​ຍິນ, ທັງ​ບໍ່​ເຄີຍ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ມະນຸດ.

11 ພວກ​ເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກ​ດອນ, ໂດຍ​ຢູ່ ໃນ​ພຣະ​ວິນ​ຍານ ໃນ​ວັນທີ​ສິບ​ຫົກ​ຂອງ​ເດືອນ​ກຸມພາ, ໃນ​ປີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ ໜຶ່ງ​ພັນ​ແປດ​ຮ້ອຍ​ສາມ​ສິບ​ສອງ—

12 ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ ຕາ​ຂອງ​ພວກ​ເຮົາ​ໄດ້​ເປີດ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ສະ​ຫວ່າງ, ເພື່ອ​ວ່າ​ຈະ​ໄດ້​ເຫັນ ແລະ ເຂົ້າ​ໃຈ​ເລື່ອງ​ຂອງ​ພຣະ​ເຈົ້າ—

13 ແມ່ນ​ແຕ່​ເລື່ອງ​ເຫລົ່າ​ນັ້ນ ຊຶ່ງ​ຕັ້ງ​ແຕ່​ຕົ້ນ​ກ່ອນ​ໂລກ​ມີ​ມາ, ຊຶ່ງ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ບິດາ, ຜ່ານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ, ຜູ້​ຢູ່​ໃນ​ຊວງ​ອົກ​ຂອງ​ພຣະ​ບິດາ, ແມ່ນ​ແຕ່ ຕັ້ງ​ແຕ່​ຕົ້ນ;

14 ຜູ້​ທີ່​ພວກ​ເຮົາ​ກ່າວ​ເປັນ​ພະຍານ​ເຖິງ; ແລະ ພະຍານ​ຊຶ່ງ​ພວກ​ເຮົາ​ກ່າວ​ຄື​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ຜູ້​ເປັນ​ພຣະ​ບຸດ, ຜູ້​ຊຶ່ງ​ພວກ​ເຮົາ​ໄດ້​ເຫັນ ແລະ ຜູ້​ຊຶ່ງ​ພວກ​ເຮົາ​ໄດ້ ສົນ​ທະ​ນາ​ນຳ ໃນ ພາບ​ນິມິດ​ແຫ່ງ​ສະຫວັນ.

15 ເພາະ​ໃນ​ຂະນະ​ທີ່​ພວກ​ເຮົາ​ເຮັດ​ວຽກ​ງານ ການ​ແປ​ຢູ່​ນັ້ນ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ແກ່​ພວກ​ເຮົາ, ພວກ​ເຮົາ​ໄດ້​ມາ​ເຖິງ​ຂໍ້​ທີ​ຊາວ​ເກົ້າ​ໃນ​ບົດ​ທີ​ຫ້າ​ຂອງ​ໂຢຮັນ, ຊຶ່ງ​ໄດ້​ມອບ​ໃຫ້​ແກ່​ພວກ​ເຮົາ​ດັ່ງຕໍ່​ໄປ​ນີ້—

16 ໂດຍ​ກ່າວ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ກ່ຽວ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ຈະ​ໄດ້ ຍິນ​ສຸ​ລະ​ສຽງ​ຂອງ ບຸດ​ມະນຸດ:

17 ແລະ ຈະ​ໄດ້​ອອກ​ມາ; ບັນດາ​ຜູ້​ທີ່​ເຮັດ ການ​ດີ, ກໍ ຄືນ​ມາ​ສູ່​ຊີ​ວິດ​ຂອງ​ຄົນ ທ່ຽງ​ທຳ; ແລະ ບັນດາ​ຜູ້​ທີ່​ເຮັດ​ການ​ຊົ່ວ, ກໍຄືນ​ມາສູ່​ຊີ​ວິດ​ຂອງ​ຄົນ​ທີ່​ບໍ່​ທ່ຽງ​ທຳ.

18 ບັດ​ນີ້​ສິ່ງ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ປະ​ຫລາດ​ໃຈ, ເພາະ​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຮົາ​ໂດຍ​ພຣະ​ວິນ​ຍານ.

19 ແລະ ໃນ​ຂະນະ​ທີ່​ພວກ​ເຮົາ ຄິດ​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສຳ​ພັດ​ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ ແລະ ມັນ​ໄດ້​ເປີດ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ່ອງ​ແສງ​ອ້ອມ​ຮອບ.

20 ແລະ ພວກ​ເຮົາ​ໄດ້​ເຫັນ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ບຸດ, ຢູ່​ທາງ ເບື້ອງ​ຂວາ​ພຣະ​ຫັດ​ຂອງ ພຣະ​ບິດາ, ແລະ ໄດ້​ຮັບ​ຄວາມ​ບໍ​ລິ​ບູນ​ຂອງ​ພຣະ​ອົງ;

21 ແລະ ໄດ້​ເຫັນ ເຫລົ່າ​ທູດ​ບໍ​ລິ​ສຸດ, ແລະ ຜູ້​ທີ່​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ບັນ​ລັງ​ຂອງ​ພຣະ​ອົງ, ພວມ​ນະມັດ​ສະການ​ພຣະ​ເຈົ້າ​ຢູ່, ແລະ ພຣະ​ເມສາ​ນ້ອຍ, ຜູ້ ນະມັດ​ສະການ​ພຣະ​ອົງ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

22 ແລະ ບັດ​ນີ້, ຫລັງ​ຈາກ​ປະຈັກ​ພະຍານ​ຫລາຍ​ຢ່າງ​ທີ່​ໃຫ້​ໄວ້​ເຖິງ​ພຣະ​ອົງ, ນີ້​ຄື ປະຈັກ​ພະຍານ, ສຸດ​ທ້າຍ​ຂອງ​ທັງ​ໝົດ, ຊຶ່ງ​ພວກ​ເຮົາ​ມອບ​ໃຫ້​ເຖິງ​ພຣະ​ອົງ: ວ່າ​ພຣະ​ອົງ ຊົງ​ພຣະ​ຊົນ!

23 ເພາະ​ພວກ​ເຮົາ ໄດ້​ເຫັນ​ພຣະ​ອົງ, ແມ່ນ​ແຕ່​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ ພຣະ​ເຈົ້າ; ແລະ ພວກ​ເຮົາ​ໄດ້​ຍິນ ສຸ​ລະ​ສຽງ​ກ່າວ​ເປັນ​ພະຍານ​ວ່າ ພຣະ​ອົງ​ເປັນ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ—

24 ວ່າ​ໂດຍ ພຣະ​ອົງ, ແລະ ຜ່ານ​ພຣະ​ອົງ, ແລະ ຈາກ​ພຣະ​ອົງ, ໂລກ​ຕ່າງໆ​ຈຶ່ງ​ຖືກ​ສ້າງ​ຂຶ້ນ​ມາ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ເປັນ ບຸດ ແລະ ທິດາ​ທີ່​ຖື​ກຳເນີດ​ຂອງ​ພຣະ​ເຈົ້າ.

25 ແລະ ສິ່ງ​ນີ້​ພວກ​ເຮົາ​ກໍ​ໄດ້​ເຫັນ​ເໝືອນ​ກັນ, ແລະ ກ່າວ​ເປັນ​ພະຍານ, ວ່າ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ຜູ້​ເຄີຍ​ມີ​ສິດ​ອຳນາດ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ກະ​ບົດ​ຕໍ່​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ ຜູ້​ຊຶ່ງ​ພຣະ​ບິດາ​ຊົງ​ຮັກ ແລະ ຜູ້​ໄດ້​ຢູ່​ໃນ​ຊວງ​ອົກ​ຂອງ​ພຣະ​ບິດາ, ຖືກ​ຊັດ​ຖິ້ມ​ລົງ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ພຣະ​ບຸດ,

26 ແລະ ຖືກ​ເອີ້ນ​ວ່າ​ຜູ້​ຈິບ​ຫາຍ, ເພາະ​ວ່າ​ສະຫວັນ​ໄດ້​ຮ້ອງ​ໄຫ້​ເພາະ​ລາວ—ລາວ​ຄື ລູ​ຊິ​ເຟີ, ໂອ​ລົດ​ແຫ່ງ​ເວລາ​ເຊົ້າ.

27 ແລະ ພວກ​ເຮົາ​ໄດ້​ເຫັນ, ແລະ ເບິ່ງ​ແມ, ລາວ ຕົກ​ແລ້ວ! ຕົກ​ແລ້ວ, ແມ່ນ​ແຕ່​ໂອ​ລົດ​ແຫ່ງ​ເວລາ​ເຊົ້າ!

28 ແລະ ໃນ​ຂະນະ​ທີ່​ພວກ​ເຮົາ​ຍັງ​ຢູ່​ໃນ​ພຣະ​ວິນ​ຍານ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພວກ​ເຮົາ​ໃຫ້​ຂຽນ​ພາບ​ນິມິດ; ເພາະ​ພວກ​ເຮົາ​ໄດ້​ເຫັນ​ຊາຕານ, ງູ​ດຶກ​ດຳ​ບັນ​ໂຕ​ນັ້ນ, ແມ່ນ​ແຕ່ ມານ, ຜູ້ ໄດ້​ກະ​ບົດ​ຕໍ່​ພຣະ​ເຈົ້າ, ແລະ ສະແຫວງ​ຫາ​ທີ່​ຈະ​ຍຶດ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ແລະ ພຣະ​ຄຣິດ​ຂອງ​ພຣະ​ອົງ—

29 ດັ່ງ​ນັ້ນ, ລາວ​ຈຶ່ງ​ເຮັດ ສົງ​ຄາມ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ອ້ອມ​ພວກ​ເຂົາ​ໄວ້​ທຸກ​ດ້ານ.

30 ແລະ ພວກ​ເຮົາ​ໄດ້​ເຫັນ​ພາບ​ນິມິດ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ນັ້ນ ຜູ້​ຊຶ່ງ​ລາວ​ໄດ້​ເຮັດ​ສົງ​ຄາມ​ນຳ ແລະ ໄດ້​ຜ່າຍ​ແພ້, ເພາະ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ພວກ​ເຮົາ​ດັ່ງ​ນີ້:

31 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ທຸກ​ຄົນ​ຜູ້​ຮູ້​ຈັກ​ອຳນາດ​ຂອງ​ເຮົາ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຜູ້​ຮັບ​ສ່ວນ​ນັ້ນ, ແລະ ຍອມ​ຕົນ​ໂດຍ​ອຳນາດ​ຂອງ​ມານ​ທີ່​ຈະ ຜ່າຍ​ແພ້, ແລະ ປະ​ຕິ​ເສດ​ຄວາມ​ຈິງ ແລະ ທ້າ​ທາຍ​ອຳນາດ​ຂອງ​ເຮົາ—

32 ພວກ​ເຂົາ​ຄື​ຜູ້​ທີ່​ເປັນ ບຸດ​ແຫ່ງ ຄວາມ​ຈິບ​ຫາຍ, ກ່ຽວ​ກັບ​ຜູ້​ທີ່​ເຮົາ​ກ່າວ​ວ່າ ມັນ​ຈະ​ດີ​ກວ່າ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ໄດ້​ເກີດ​ມາ;

33 ເພາະ​ພວກ​ເຂົາ​ເປັນ​ພາ​ຊະນະ​ແຫ່ງ​ພຣະ​ພິ​ໂລດ, ຖືກ​ກຳ​ນົດ​ໃຫ້​ຮັບ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ, ພ້ອມ​ກັບ​ມານ ແລະ ບໍ​ລິ​ວານ​ຂອງ​ມັນ​ໃນ​ຊົ່ວ​ນິ​ລັນ​ດອນ;

34 ກ່ຽວ​ກັບ​ຜູ້​ທີ່​ເຮົາ​ໄດ້​ກ່າວ​ມາ ບໍ່​ມີ ການ​ໃຫ້​ອະ​ໄພ​ຢູ່​ໃນ​ໂລກ​ນີ້ ທັງ​ບໍ່​ມີ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ—

35 ໂດຍ​ທີ່​ໄດ້ ປະ​ຕິ​ເສດ​ພຣະ​ວິນ​ຍານ​ສັກ​ສິດ​ຫລັງ​ຈາກ​ໄດ້​ຮັບ​ມັນ​ແລ້ວ, ແລະ ໂດຍ​ທີ່​ໄດ້​ປະ​ຕິ​ເສດ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ໂດຍ​ທີ່​ໄດ້ ຄຶງ​ພຣະ​ອົງ​ສຳ​ລັບ​ຕົນ​ເອງ ແລະ ເຍາະ​ເຍີ້ຍ​ພຣະ​ອົງ​ໃຫ້​ອັບ​ອາຍ.

36 ພວກ​ເຂົາ​ເຫລົ່າ​ນີ້​ຄື​ຄົນ​ທີ່​ຈະ​ອອກ​ໄປ​ສູ່ ທະເລ​ໄຟ ແລະ ມາດ, ພ້ອມ​ກັບ​ມານ ແລະ ບໍ​ລິ​ວານ​ຂອງ​ມັນ—

37 ແລະ ພວກ​ເຂົາ​ເທົ່າ​ນັ້ນ​ຜູ້​ຊຶ່ງ ຄວາມ​ຕາຍ​ຄັ້ງ​ທີ​ສອງ​ຈະ​ມີ​ອຳນາດ​ເໜືອ​ກວ່າ;

38 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ, ພວກ​ເຂົາ​ເທົ່າ​ນັ້ນ​ທີ່​ຈະ​ບໍ່​ຖືກ​ໄຖ່​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຫລັງ​ຄວາມ​ທຸກ​ທໍ​ລະ​ມານ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ.

39 ເພາະ​ພວກ​ທີ່​ເຫລືອ​ຢູ່​ທັງ​ໝົດ​ຈະ​ຖືກ ນຳ​ອອກ​ມາ​ໂດຍ ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ຄວາມ​ຕາຍ, ຜ່ານ​ໄຊ​ຊະນະ ແລະ ລັດ​ສະ​ໝີ​ພາບ​ຂອງ ພຣະ​ເມສາ​ນ້ອຍ, ຜູ້​ໄດ້​ຖືກ​ປະ​ຫານ, ຜູ້​ເຄີຍ​ຢູ່​ໃນ​ຊວງ​ອົກ​ຂອງ​ພຣະ​ບິດາ​ກ່ອນ​ໂລກ​ຕ່າງໆ​ໄດ້​ຖືກ​ສ້າງ.

40 ແລະ ນີ້​ຄື ພຣະ​ກິດ​ຕິ​ຄຸນ, ຂ່າວ​ອັນ​ໜ້າ​ຊື່ນ​ຊົມ, ຊຶ່ງ​ສຽງ​ທີ່​ອອກ​ຈາກ​ສະຫວັນ​ໄດ້​ກ່າວ​ເປັນ​ພະຍານ​ຕໍ່​ພວກ​ເຮົາ—

41 ວ່າ​ພຣະ​ອົງ​ໄດ້​ມາ​ສູ່​ໂລກ, ແມ່ນ​ແຕ່​ພຣະ​ເຢຊູ, ເພື່ອ​ຖືກ ຄຶງ​ເພື່ອ​ໂລກ, ແລະ ເພື່ອ ຮັບ​ເອົາ​ບາບ​ຂອງ ໂລກ, ແລະ ເພື່ອ ເຮັດ​ໃຫ້​ໂລກ​ບໍ​ລິ​ສຸດ, ແລະ ເພື່ອ ຊຳລະ​ລ້າງ​ມັນ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທັງ​ໝົດ;

42 ວ່າ​ໂດຍ​ຜ່ານ​ພຣະ​ອົງ ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້ ລອດ ຜູ້​ຊຶ່ງ​ພຣະ​ບິດາ​ໄດ້​ໃຫ້​ຢູ່​ໃນ​ອຳນາດ​ຂອງ​ພຣະ​ອົງ ແລະ ຖືກ​ສ້າງ​ໂດຍ​ພຣະ​ອົງ;

43 ຜູ້​ທີ່​ສັນ​ລະ​ເສີນ​ພຣະ​ບິດາ, ແລະ ຊ່ວຍ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ລອດ, ຍົກ​ເວັ້ນ​ແຕ່​ພວກ​ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ​ຜູ້​ປະ​ຕິ​ເສດ​ພຣະ​ບຸດ ຫລັງ​ຈາກ​ທີ່​ພຣະ​ບິດາ​ໄດ້​ເປີດ​ເຜີຍ​ພຣະ​ອົງ.

44 ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ຊ່ວຍ​ໃຫ້​ຄົນ​ທັງ​ປວງ​ໄດ້​ຮັບ​ຄວາມ​ລອດ ຍົກ​ເວັ້ນ​ແຕ່​ພວກ​ເຂົາ—ພວກ​ເຂົາ​ຈະ​ອອກ​ໄປ​ຫາ ການ​ລົງ​ໂທດ ອັນ​ເປັນ​ນິດ, ຊຶ່ງ​ເປັນ​ການ​ລົງ​ໂທດ​ທີ່​ບໍ່​ສິ້ນ​ສຸດ, ຊຶ່ງ​ເປັນ​ການ​ລົງ​ໂທດ​ນິ​ລັນ​ດອນ, ເພື່ອ​ປົກ​ຄອງ​ກັບ ມານ ແລະ ບໍ​ລິ​ວານ​ຂອງ​ມັນ​ໃນ​ຊົ່ວ​ນິ​ລັນ​ດອນ, ບ່ອນ​ທີ່ ໂຕ​ໜອນ​ຂອງ​ພວກ​ເຂົາ​ບໍ່​ມີ​ມື້​ຕາຍ, ແລະ ໄຟ​ບໍ່​ມີ​ມື້​ມອດ, ຊຶ່ງ​ເປັນ​ຄວາມ​ທໍ​ລະ​ມານ​ຂອງ​ພວກ​ເຂົາ—

45 ແລະ ການ​ສິ້ນ​ສຸດ​ຂອງ​ມັນ, ທັງ​ສະຖານ​ທີ່​ຂອງ​ມັນ, ທັງ​ຄວາມ​ທໍ​ລະ​ມານ​ຂອງ​ມັນ, ບໍ່​ມີ​ຄົນ​ໃດ​ຮູ້;

46 ທັງ​ບໍ່​ເຄີຍ​ເປີດ​ເຜີຍ​ມັນ, ທັງ​ບໍ່​ເປີດ​ເຜີຍ​ມັນ, ທັງ​ຈະ​ບໍ່​ມີ​ວັນ​ເປີດ​ເຜີຍ​ມັນ​ແກ່​ມະນຸດ, ຍົກ​ເວັ້ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ເຮັດ​ໃຫ້​ເປັນ​ຜູ້​ຮັບ​ສ່ວນ​ຂອງ​ສິ່ງ​ນັ້ນ;

47 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສະແດງ​ມັນ​ໃຫ້​ຫລາຍ​ຄົນ​ເຫັນ​ໂດຍ​ທາງ​ພາບ​ນິມິດ, ແຕ່​ໄດ້​ປິດ​ມັນ​ຄືນ​ອີກ​ທັນ​ທີ;

48 ດັ່ງ​ນັ້ນ, ການ​ສິ້ນ​ສຸດ, ຄວາມ​ກວ້າງ​ໃຫຍ່, ຄວາມ​ສູງ, ຄວາມ​ເລິກ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ໃນ​ນັ້ນ, ພວກ​ເຂົາ​ບໍ່​ເຂົ້າ​ໃຈ, ທັງ​ບໍ່​ມີ​ມະນຸດ​ຄົນ​ໃດ​ເຂົ້າ​ໃຈ ຍົກ​ເວັ້ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ຜູ້​ໄດ້​ຮັບ​ການ ແຕ່ງ​ຕັ້ງ​ສູ່ ການ​ກ່າວ​ໂທດ​ນີ້.

49 ແລະ ພວກ​ເຮົາ​ໄດ້​ຍິນ​ສຽງ, ກ່າວ​ວ່າ: ຈົ່ງ​ຂຽນ​ພາບ​ນິມິດ, ເພາະ​ເບິ່ງ​ແມ, ນີ້​ຄື​ການ​ສິ້ນ​ສຸດ​ຂອງ​ພາບ​ນິມິດ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຄົນ​ອະທຳ.

50 ແລະ ພວກ​ເຮົາ​ກ່າວ​ເປັນ​ພະຍານ​ອີກ​ເທື່ອ​ໜຶ່ງ—​ເພາະ​ພວກ​ເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ, ແລະ ນີ້​ຄື ປະຈັກ​ພະຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ກ່ຽວ​ກັບ​ຄົນ​ທີ່​ຈະ​ອອກ​ມາ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ທ່ຽງ​ທຳ—

51 ພວກ​ເຂົາ​ຄື​ຜູ້​ທີ່​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ, ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ ຮັບ ບັບຕິ​ສະມາ​ຕາມ ວິ​ທີ​ການ​ຝັງ​ຂອງ​ພຣະ​ອົງ, ໂດຍ​ຖືກ ຝັງ​ໄວ້​ໃນ​ນ້ຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ນີ້​ຕາມ​ບັນ​ຍັດ​ຊຶ່ງ​ພຣະ​ອົງ​ໄດ້​ມອບ​ໃຫ້—

52 ເພື່ອ​ວ່າ​ໂດຍ​ການ​ຮັກ​ສາ​ບັນ​ຍັດ ພວກ​ເຂົາ​ອາດ​ຈະ​ໄດ້​ຮັບ​ການ ລ້າງ ແລະ ຊຳລະ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ສັກ​ສິດ​ໂດຍ​ການ​ວາງ ມື​ຂອງ​ຄົນ​ທີ່​ໄດ້​ຮັບ​ການ ແຕ່ງ​ຕັ້ງ ແລະ ຜະ​ນຶກ​ສູ່ ອຳນາດ​ນີ້—

53 ແລະ ຄື​ຜູ້​ທີ່​ເອົາ​ຊະນະ​ໂດຍ​ສັດທາ, ແລະ ຜະ​ນຶກ​ໂດຍ ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ, ຊຶ່ງ​ພຣະ​ບິດາ​ໄດ້​ຫລັ່ງ​ລິນ​ເພື່ອ​ທຸກ​ຄົນ​ທີ່​ທ່ຽງ​ທຳ ແລະ ຈິງ.

54 ພວກ​ເຂົາ​ຄື​ຜູ້​ທີ່​ເປັນ​ສາດ​ສະ​ໜາ​ຈັກ​ຂອງ ພຣະ​ບຸດ​ຫົວ​ປີ.

55 ພວກ​ເຂົາ​ຄື​ຜູ້​ທີ່​ພຣະ​ບິດາ​ໄດ້​ປະທານ ທຸກ​ສິ່ງ​ທັງ​ປວງ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ—

56 ພວກ​ເຂົາ​ຄື​ຜູ້​ທີ່​ເປັນ ປະ​ໂລ​ຫິດ ແລະ ບັນ​ດາ​ກະສັດ, ຜູ້​ໄດ້​ຮັບ​ຄວາມ​ບໍ​ລິ​ບູນ​ຂອງ​ພຣະ​ອົງ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ;

57 ແລະ ເປັນ ປະ​ໂລ​ຫິດ​ຂອງ​ພຣະ​ຜູ້​ສູງ​ສຸດ, ຕາມ​ລະບຽບ​ຂອງ​ເມນ​ຄີ​ເສ​ເດັກ, ຊຶ່ງ​ເປັນ​ຕາມ​ລະບຽບ​ຂອງ ເອນົກ, ຊຶ່ງ​ເປັນ​ຕາມ ລະບຽບ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ.

58 ດັ່ງ​ນັ້ນ, ດັ່ງ​ທີ່​ມີ​ຂຽນ​ໄວ້, ພວກ​ເຂົາ​ເປັນ ພຣະ​ເຈົ້າ, ແມ່ນ​ແຕ່​ເປັນ ບຸດ​ຂອງ ພຣະ​ເຈົ້າ

59 ດັ່ງ​ນັ້ນ, ທຸກ​ສິ່ງ​ທັງ​ປວງ​ເປັນ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຊີ​ວິດ ຫລື ຄວາມ​ຕາຍ, ຫລື ສິ່ງ​ໃນ​ປະ​ຈຸ​ບັນ, ຫລື ສິ່ງ​ທີ່​ຈະ​ມາ​ເຖິງ, ທັງ​ໝົດ​ເປັນ​ຂອງ​ພວກ​ເຂົາ ແລະ ພວກ​ເຂົາ​ເປັນ​ຂອງ​ພຣະ​ຄຣິດ, ແລະ ພຣະ​ຄຣິດ​ເປັນ​ຂອງ​ພຣະ​ເຈົ້າ.

60 ແລະ ພວກ​ເຂົາ​ຈະ ເອົາ​ຊະນະ​ທຸກ​ສິ່ງ​ທັງ​ປວງ.

61 ດັ່ງ​ນັ້ນ, ຢ່າ​ໃຫ້​ມະນຸດ​ຄົນ​ໃດ ສັນ​ລະ​ເສີນ​ມະນຸດ, ແຕ່​ໃຫ້​ເຂົາ ສັນ​ລະ​ເສີນ​ພຣະ​ເຈົ້າ, ຜູ້​ທີ່​ຈະ ປາບ​ສັດ​ຕູ​ທັງ​ມວນ​ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ.

62 ຜູ້​ຄົນ​ເຫລົ່າ​ນີ້​ຈະ ອາ​ໄສ​ຢູ່​ໃນ ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຂອງ​ພຣະ​ອົງ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

63 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ພຣະອົງ​ຈະ​ພາ​ມາ​ກັບ​ພຣະ​ອົງ, ເມື່ອ​ພຣະ​ອົງ ສະ​ເດັດ​ມາ​ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະຫວັນ ເພື່ອ ປົກ​ຄອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

64 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຈະ​ມີ​ສ່ວນ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.

65 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຈະ​ອອກ​ມາ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ທ່ຽງ​ທຳ.

66 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ມາ​ຫາ ພູ ຊີໂອນ, ແລະ ມາ​ຫາ​ເມືອງ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ສະຖານ​ທີ່​ແຫ່ງ​ສະຫວັນ, ສັກ​ສິດ​ທີ່​ສຸດ​ເໜືອ​ກວ່າ​ສະຖານ​ທີ່​ທັງ​ປວງ.

67 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ມາ​ຫາ​ເຫລົ່າ​ທູດ​ຊຶ່ງ​ມີ​ຈຳນວນ​ຈົນ​ນັບ​ບໍ່​ຖ້ວນ, ມາ​ຫາ​ການ​ຊຸມ​ນຸມ​ໃຫຍ່ ແລະ ສາດ​ສະ​ໜາ​ຈັກ​ຂອງ ເອນົກ, ແລະ ຂອງ ພຣະ​ບຸດ​ຫົວ​ປີ.

68 ຜູ້​ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ຊື່​ຂອງ​ພວກ​ເຂົາ​ຖືກ ຂຽນ​ໄວ້​ຢູ່​ໃນ​ສະຫວັນ, ບ່ອນ​ທີ່​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ເປັນ ຜູ້​ພິ​ພາກ​ສາ​ຂອງ​ຄົນ​ທັງ​ປວງ.

69 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່ ທ່ຽງ​ທຳ ແລະ ຖືກ​ເຮັດ​ໃຫ້ ດີ​ພ້ອມ​ທຸກ​ຢ່າງ​ຜ່ານ​ພຣະ​ເຢຊູ​ຜູ້​ເປັນ​ກາງ​ຂອງ ພັນທະ​ສັນ​ຍາ​ໃໝ່, ຜູ້​ໄດ້​ເຮັດ​ໃຫ້​ເກີດ ການ​ຊົດ​ໃຊ້​ທີ່​ສົມ​ບູນ​ຜ່ານ​ການ​ຫລັ່ງ ໂລ​ຫິດ​ຂອງ​ພຣະ​ອົງ​ເອງ.

70 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ເປັນ​ຂອງ ຊັ້ນ​ສູງ, ຊຶ່ງ ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ​ເປັນ​ຂອງ ດວງ​ຕາ​ເວັນ, ແມ່ນ​ແຕ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ຜູ້​ສູງ​ສຸດ​ຂອງ​ທຸກ​ສິ່ງ​ທັງ​ປວງ, ຊຶ່ງ​ລັດ​ສະ​ໝີ​ພາບ​ຂອງ​ຜູ້​ນັ້ນ​ເປັນ​ຄື​ດວງ​ຕາ​ເວັນ​ໃນ​ທ້ອງ​ນະ​ພາ ຊຶ່ງ​ມີ​ຂຽນ​ໄວ້​ວ່າ​ເປັນ​ແບບ​ນັ້ນ.

71 ແລະ ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ​ໄດ້​ເຫັນ​ໂລກ ຊັ້ນ​ກາງ, ແລະ ຈົ່ງ​ເບິ່ງ ແລະ ເບິ່ງ​ແມ, ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ເປັນ​ຂອງ​ໂລກ​ຊັ້ນ​ກາງ, ຊຶ່ງ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ​ແຕກ​ຕ່າງ​ຈາກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ ຜູ້​ຊຶ່ງ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ບິດາ, ແມ່ນ​ແຕ່​ລັດ​ສະ​ໝີ​ພາບ​ຂອງ ດວງ​ເດືອນ ແຕກ​ຕ່າງ​ຈາກ​ດວງ​ຕາ​ເວັນ​ໃນ​ທ້ອງ​ນະ​ພາ.

72 ຈົ່ງ​ເບິ່ງ, ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ໄດ້​ຕາຍ ປາດ​ສະ​ຈາກ ກົດ;

73 ແລະ ພວກ​ເຂົາ​ເປັນ ວິນ​ຍານ​ຂອງ​ມະນຸດ​ທີ່​ຖືກ​ຮັກ​ສາ​ໄວ້​ໃນ ຄຸກ, ຜູ້​ຊຶ່ງ​ພຣະ​ບຸດ​ໄດ້​ໄປ​ຢ້ຽມ​ຢາມ, ແລະ ໄດ້ ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ​ຕາມ​ມະນຸດ​ໃນ​ເນື້ອ​ໜັງ;

74 ພວກ​ເຂົາ​ເປັນ​ຜູ້​ບໍ່​ໄດ້​ຮັບ ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ​ໃນ​ເນື້ອ​ໜັງ, ແຕ່​ຕໍ່​ມາ​ໄດ້​ຮັບ​ເອົາ​ມັນ.

75 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ມີ​ກຽດ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ຜູ້​ຕາ​ບອດ​ໂດຍ​ກົນ​ອຸ​ບາຍ​ຂອງ​ມະນຸດ.

76 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແຕ່​ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ.

77 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ໄດ້​ຮັບ​ການ​ມາ​ປະ​ທັບ​ຢູ່​ຂອງ​ພຣະ​ບຸດ, ແຕ່​ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ບິດາ.

78 ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່​ງ​ມີ ຮ່າງ​ກາຍ​ຂອງ​ຊັ້ນ​ກາງ, ແລະ ບໍ່​ມີ​ຮ່າງ​ກາຍ​ຂອງ​ຊັ້ນ​ສູງ, ແລະ ແຕກ​ຕ່າງ​ໃນ​ລັດ​ສະ​ໝີ​ພາບ​ດັ່ງ​ດວງ​ເດືອນ​ແຕກ​ຕ່າງ​ຈາກ​ດວງ​ຕາ​ເວັນ.

79 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ບໍ່ ກ້າ​ຫານ​ໃນ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຮັບ​ມົງ​ກຸດ​ເໜືອ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ.

80 ແລະ ບັດ​ນີ້ ນີ້​ຄື​ການ​ສິ້ນ​ສຸດ​ຂອງ​ພາບ​ນິມິດ​ທີ່​ພວກ​ເຮົາ​ໄດ້​ເຫັນ​ກ່ຽວ​ກັບ​ໂລກ​ຊັ້ນ​ກາງ, ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພວກ​ເຮົາ​ໃຫ້​ຂຽນ ໃນ​ຂະນະ​ທີ່​ພວກ​ເຮົາ​ຍັງ​ຢູ່​ໃນ​ພຣະ​ວິນ​ຍານ.

81 ແລະ ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ໂລກ ຊັ້ນ​ຕ່ຳ, ຊຶ່ງ​ລັດ​ສະ​ໝີ​ພາບ​ນັ້ນ​ຕ່ຳ​ກວ່າ, ແມ່ນ​ແຕ່​ເປັນ​ລັດ​ສະ​ໝີ​ພາບ​ຂອງ​ດວງ​ດາວ ແຕກ​ຕ່າງ​ຈາກ​ລັດ​ສະ​ໝີ​ພາບ​ຂອງ​ດວງ​ເດືອນ​ໃນ​ທ້ອງ​ນະ​ພາ.

82 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ, ທັງ​ບໍ່​ໄດ້​ຮັບ​ເອົາ ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ.

83 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ບໍ່​ໄດ້​ປະ​ຕິ​ເສດ​ພຣະ​ວິນ​ຍານ​ສັກ​ສິດ.

84 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຖືກ​ໂຍນ​ລົງ ນະລົກ.

85 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຈະ​ບໍ່​ຖືກ​ໄຖ່​ຈາກ ມານ ຈົນ​ກວ່າ​ເຖິງ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ສຸດ​ທ້າຍ, ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ພຣະ​ຄຣິດ ພຣະ​ເມສາ​ນ້ອຍ, ຈະ​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ອົງ​ກ່ອນ.

86 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ​ໃນ​ໂລກ​ນິ​ລັນ​ດອນ, ແຕ່​ໄດ້​ຮັບ​ພຣະ​ວິນ​ຍານ​ສັກ​ສິດ​ຜ່ານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ໂລກ​ຊັ້ນ​ກາງ;

87 ແລະ ໂລກ​ຊັ້ນ​ກາງ​ຜ່ານ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ໂລກ​ຊັ້ນ​ສູງ.

88 ແລະ ໂລກ​ຊັ້ນ​ຕ່ຳ​ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ມັນ​ຈາກ​ເຫລົ່າ​ທູດ​ຜູ້​ຖືກ​ກຳ​ນົດ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ, ຫລື ຜູ້​ຖືກ​ກຳ​ນົດ​ໃຫ້​ເປັນ​ວິນ​ຍານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ; ເພາະ​ພວກ​ເຂົາ​ຈະ​ເປັນ​ທາ​ຍາດ​ແຫ່ງ​ຄວາມ​ລອດ.

89 ແລະ ພວກ​ເຮົາ​ໄດ້​ເຫັນ​ດັ່ງ​ນັ້ນ, ໃນ​ພາບ​ນິມິດ​ຈາກ​ສະຫວັນ, ລັດ​ສະ​ໝີ​ພາບ​ຂອງ​ໂລກ​ຊັ້ນ​ຕ່ຳ, ຊຶ່ງ​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ;

90 ແລະ ບໍ່​ມີ​ໃຜ​ຮູ້​ມັນ ຍົກ​ເວັ້ນ​ແຕ່​ຕໍ່​ເຂົາ​ຜູ້​ຊຶ່ງ​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ມັນ​ໃຫ້​ຮູ້​ເທົ່າ​ນັ້ນ.

91 ແລະ ພວກ​ເຮົາ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ໂລກ​ຊັ້ນ​ກາງ​ດັ່ງ​ນັ້ນ ຊຶ່ງ​ລື່ນ​ລັດ​ສະ​ໝີ​ພາບ​ຂອງ​ໂລກ​ຊັ້ນ​ຕ່ຳ​ໃນ​ທຸກ​ສິ່ງ, ແມ່ນ​ແຕ່​ໃນ​ລັດ​ສະ​ໝີ​ພາບ, ແລະ ໃນ​ອຳນາດ, ແລະ ໃນ​ພະ​ລັງ, ແລະ ໃນ​ການ​ຄອບ​ຄອງ.

92 ແລະ ພວກ​ເຮົາ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ໂລກ​ຊັ້ນ​ສູງ​ດັ່ງ​ນັ້ນ, ຊຶ່ງ​ລື່ນ​ໃນ​ທຸກ​ສິ່ງ—ບ່ອນ​ທີ່​ພຣະ​ເຈົ້າ, ແມ່ນ​ແຕ່​ພຣະ​ບິດາ, ປົກ​ຄອງ​ຢູ່​ເທິງ​ບັນ​ລັງ​ຂອງ​ພຣະ​ອົງ​ຕະຫລອດ​ການ ແລະ ຕະຫລອດ​ໄປ;

93 ຢູ່​ຕໍ່ໜ້າ​ບັນ​ລັງ​ຂອງ​ພຣະ​ອົງ​ນັ້ນ ທຸກ​ສິ່ງ​ກົ້ມ​ຂາບ​ລົງ​ຢ່າງ​ຖ່ອມ​ຕົວ​ດ້ວຍ ຄວາມ​ຄາ​ລະ​ວະ, ແລະ ຖວາຍ​ລັດ​ສະ​ໝີ​ພາບ​ແດ່​ພຣະ​ອົງ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

94 ຜູ້​ທີ່​ອາ​ໄສ​ຢູ່​ໃນ ທີ່​ປະ​ທັບ​ຂອງ​ພຣະ​ອົງ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ ພຣະ​ບຸດ​ຫົວ​ປີ; ແລະ ພວກ​ເຂົາ​ເຫັນ ດັ່ງ​ທີ່​ພວກ​ເຂົາ​ຖືກ​ເຫັນ, ແລະ ຮູ້​ດັ່ງ​ທີ່​ພວກ​ເຂົາ​ຖືກ​ຮູ້, ໂດຍ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ;

95 ແລະ ພຣະ​ອົງ​ໃຫ້​ພວກ​ເຂົາ ເທົ່າ​ທຽມ​ກັນ​ໃນ​ອຳນາດ, ແລະ ໃນ​ພະ​ລັງ, ແລະ ໃນ​ການ​ຄອບ​ຄອງ.

96 ແລະ ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ສູງ​ເປັນ​ຢ່າງ​ໜຶ່ງ, ແມ່ນ​ແຕ່​ດັ່ງ​ທີ່​ລັດ​ສະ​ໝີ​ພາບ​ຂອງ ດວງ​ຕາ​ເວັນ​ເປັນ​ຢ່າງ​ໜຶ່ງ.

97 ແລະ ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ກາງ​ເປັນ​ຢ່າງ​ໜຶ່ງ, ແມ່ນ​ແຕ່​ດັ່ງ​ທີ່​ລັດ​ສະ​ໝີ​ພາບ​ຂອງ​ດວງ​ເດືອນ​ເປັນ​ຢ່າງ​ໜຶ່ງ.

98 ແລະ ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ຕ່ຳ​ເປັນ​ຢ່າງ​ໜຶ່ງ, ແມ່ນ​ແຕ່​ດັ່ງ​ທີ່​ລັດ​ສະ​ໝີ​ພາບ​ຂອງ​ດວງ​ດາວ​ເປັນ​ຢ່າງ​ໜຶ່ງ; ເພາະ​ດາວ​ດວງ​ໜຶ່ງ​ແຕກ​ຕ່າງ​ຈາກ​ດາວ​ອີກ​ດວງ​ໜຶ່ງ​ໃນ​ລັດ​ສະ​ໝີ​ພາບ​ສັນ​ໃດ, ແມ່ນ​ແຕ່​ຄົນໆ​ໜຶ່ງ​ກໍ​ແຕກ​ຕ່າງ​ຈາກ​ອີກ​ຄົນ​ໜຶ່ງ​ໃນ​ລັດ​ສະ​ໝີ​ພາບ​ສັນ​ນັ້ນ​ໃນ​ໂລກ​ຊັ້ນ​ຕ່ຳ;

99 ເພາະ​ຜູ້​ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ຂອງ ໂປໂລ, ແລະ ຂອງ​ອາ​ໂປໂລ, ແລະ ຂອງ​ເກ​ຟາ.

100 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ກ່າວ​ວ່າ ພວກ​ເຂົາ​ເປັນ​ຂອງ​ຄົນ​ນີ້ ແລະ ຂອງ​ຄົນ​ນັ້ນ—ບາງ​ຄົນ​ເປັນ​ຂອງ​ພຣະ​ຄຣິດ ແລະ ບາງ​ຄົນ​ເປັນ​ຂອງ​ໂຢຮັນ, ແລະ ບາງ​ຄົນ​ເປັນ​ຂອງ​ໂມເຊ, ແລະ ບາງ​ຄົນ​ເປັນ​ຂອງ​ອີລາຍ, ແລະ ບາງ​ຄົນ​ເປັນ​ຂອງ​ເອ​ຊາ​ອັດ, ແລະ ບາງ​ຄົນ​ເປັນ​ຂອງ​ເອ​ຊາ​ຢາ, ແລະ ບາງ​ຄົນ​ເປັນ​ຂອງ​ເອນົກ;

101 ແຕ່​ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ທັງ​ບໍ່​ໄດ້​ຮັບ​ເອົາ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ, ທັງ​ບໍ່​ໄດ້​ຮັບ​ເອົາ​ສາດ​ສະ​ດາ, ທັງ​ບໍ່​ໄດ້​ຮັບ​ເອົາ ພັນທະ​ສັນ​ຍາ​ອັນ​ເປັນ​ນິດ.

102 ທ້າຍ​ທີ່​ສຸດ, ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຈະ​ບໍ່​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ເພື່ອ​ຖືກ ຮັບ​ຂຶ້ນ​ໄປ​ຍັງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ, ແລະ ຖືກ​ຮັບ​ເຂົ້າ​ໄປ​ໃນ​ເມກ.

103 ຜູ້​ຄົນ​ເຫລົ່າ​ນີ້​ຄື ຄົນ​ຂີ້​ຕົວະ, ແລະ ໝໍ​ເວດ​ມົນ​ຄາ​ຖາ, ແລະ ຄົນ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ, ແລະ ຄົນ​ລ່ວງ​ປະ​ເວ​ນີ, ແລະ ຄົນ​ໃດ​ກໍ​ຕາມ​ທີ່​ມັກ ແລະ ເວົ້າ​ຕົວະ.

104 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ທົນ​ຮັບ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

105 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ທົນ​ຮັບ ການ​ແກ້​ແຄ້ນ​ຂອງ​ໄຟ​ນິ​ລັນ​ດອນ.

106 ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຖືກ​ໂຍນ​ລົງ ນະລົກ ແລະ ທົນ​ຮັບ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ຈົນ​ກວ່າ ຄວາມ​ສົມ​ບູນ​ແຫ່ງ​ເວລາ, ເມື່ອ​ພຣະ​ຄຣິດ​ຈະ ປາບ​ສັດ​ຕູ​ທັງ​ສິ້ນ​ໃຫ້​ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ, ແລະ ຈະ​ເຮັດ​ໃຫ້​ວຽກ​ງານ​ຂອງ​ພຣະ​ອົງ ຄົບ​ບໍ​ລິ​ບູນ;

107 ເມື່ອ​ພຣະ​ອົງ​ຈະ​ມອບ​ອາ​ນາ​ຈັກ, ແລະ ຖວາຍ​ມັນ​ໃຫ້​ແກ່​ພຣະ​ບິດາ, ຢ່າງ​ບໍ່​ມີ​ບ່ອນ​ຕຳ​ນິ, ກ່າວ​ວ່າ: ຂ້າ​ພຣະ​ອົງ​ໄດ້​ເອົາ​ຊະນະ ແລະ ໄດ້​ຢຽບ​ເຄື່ອງ​ປັ່ນ​ໝາກ​ອະງຸ່ນ​ຄົນ​ດຽວ, ແມ່ນ​ແຕ່ ເຄື່ອງ ປັ່ນ​ໝາກ​ອະງຸ່ນ​ແຫ່ງ​ພຣະ​ພິ​ໂລດ​ອັນ​ຮ້າຍ​ກາດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

108 ຈາກ​ນັ້ນ​ພຣະ​ອົງ​ຈະ​ໄດ້​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ​ມົງ​ກຸດ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ເພື່ອ​ນັ່ງ​ຢູ່​ເທິງ ບັນ​ລັງ​ແຫ່ງ​ອຳນາດ​ຂອງ​ພຣະ​ອົງ​ເພື່ອ​ປົກ​ຄອງ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

109 ແຕ່ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ພວກ​ເຮົາ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ ແລະ ຜູ້​ອາ​ໄສ​ຂອງ​ໂລກ​ຊັ້ນ​ຕ່ຳ, ວ່າ​ພວກ​ເຂົາ​ມີ​ຈຳນວນ​ຈົນ​ນັບ​ບໍ່​ຖ້ວນ​ດັ່ງ​ດວງ​ດາວ​ໃນ​ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ, ຫລື ດັ່ງ​ດິນ​ຊາຍ​ຢູ່​ຝັ່ງ​ທະເລ;

110 ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ: ພວກ​ເຂົາ​ເຫລົ່າ​ນີ້​ທັງ​ໝົດ​ຈະ​ຄຸ​ເຂົ່າ​ລົງ, ແລະ ທຸກ​ຄົນ​ຈະ ສາ​ລະ​ພາບ​ຕໍ່​ພຣະ​ອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນ​ລັງ​ຕະຫລອດ​ການ ແລະ ຕະຫລອດ​ໄປ;

111 ເພາະ​ພວກ​ເຂົາ​ຈະ​ຖືກ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ແລະ ທຸກໆ​ຄົນ​ຈະ​ໄດ້​ຮັບ​ຕາມ ວຽກ​ງານ​ຂອງ​ຕົນ, ຕາມ​ການ​ຄອບ​ຄອງ​ຂອງ​ຕົນ, ໃນ ຜາ​ສາດ​ຊຶ່ງ​ໄດ້​ຈັດ​ຕຽມ​ໄວ້​ແລ້ວ;

112 ແລະ ພວກ​ເຂົາ​ຈະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ສູງ​ສຸດ; ແຕ່ ບ່ອນ​ທີ່​ພຣະ​ເຈົ້າ ແລະ ພຣະ​ຄຣິດ ປະ​ທັບ​ຢູ່ ພວກ​ເຂົາ​ບໍ່​ສາ​ມາດ​ມາ​ຫາ, ຕະຫລອດ​ໄປ​ເປັນ​ນິດ.

113 ນີ້​ຄື​ການ​ສິ້ນ​ສຸດ​ຂອງ​ພາບ​ນິມິດ​ທີ່​ພວກ​ເຮົາ​ໄດ້​ເຫັນ, ຊຶ່ງ​ພວກ​ເຮົາ​ໄດ້​ຖືກ​ບັນ​ຊາ​ໃຫ້​ຂຽນ​ໃນ​ຂະນະ​ທີ່ ພວກ​ເຮົາ​ຍັງ​ຢູ່​ໃນ​ພຣະ​ວິນ​ຍານ.

114 ແຕ່ ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຄື​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ສະແດງ​ແກ່​ພວກ​ເຮົາ, ຊຶ່ງ​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ ໃນ​ລັດ​ສະ​ໝີ​ພາບ, ແລະ ໃນ​ພະ​ລັງ, ແລະ ໃນ​ການ​ຄອບ​ຄອງ;

115 ຊຶ່ງ​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຮົາ​ບໍ່​ໃຫ້​ຂຽນ ໃນ​ຂະນະ​ທີ່​ພວກ​ເຮົາ​ຍັງ​ຢູ່​ໃນ​ພຣະ​ວິນ​ຍານ, ແລະ ຜິດ ກົດ​ສຳ​ລັບ​ມະນຸດ​ທີ່​ຈະ​ເອີ່ຍ​ປາກ;

116 ທັງ​ມະນຸດ​ບໍ່ ສາ​ມາດ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ໄດ້, ເພາະ​ຈະ​ຫລຽວ​ເຫັນ ແລະ ເຂົ້າ​ໃຈ​ມັນ​ໄດ້​ພຽງ​ແຕ່​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ເທົ່າ​ນັ້ນ, ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ຜູ້​ທີ່​ຮັກ​ພຣະ​ອົງ, ແລະ ເຮັດ​ໃຫ້​ຕົນ​ເອງ​ບໍ​ລິ​ສຸດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ;

117 ພຣະ​ອົງ​ໄດ້​ປະທານ​ສິດ​ທິ​ພິ​ເສດ​ໃຫ້​ຄົນ​ເຫລົ່າ​ນັ້ນ​ທີ່​ຈະ​ໄດ້​ເຫັນ ແລະ ຮູ້​ສຳ​ລັບ​ຕົນ​ເອງ;

118 ເພື່ອ​ວ່າ​ຜ່ານ​ອຳນາດ ແລະ ການ​ສະແດງ​ໃຫ້​ປະຈັກ​ຂອງ​ພຣະ​ວິນ​ຍານ, ໃນ​ຂະນະ​ທີ່​ຢູ່​ໃນ​ເນື້ອ​ໜັງ, ພວກ​ເຂົາ​ອາດ​ສາ​ມາດ​ທົນ​ກັບ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ໄດ້​ໃນ​ໂລກ​ແຫ່ງ​ລັດ​ສະ​ໝີ​ພາບ.

119 ແລະ ຂໍ​ໃຫ້​ລັດ​ສະ​ໝີ​ພາບ, ແລະ ກຽດ​ຕິ​ຍົດ, ແລະ ການ​ຄອບ​ຄອງ​ເປັນ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເມສາ​ນ້ອຍ​ຕະຫລອດ​ການ ແລະ ຕະຫລອດ​ໄປ. ອາແມນ.