ພາກທີ 76
ພາບນິມິດທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ຊິດນີ ຣິກດອນ, ທີ່ເມືອງໄຮຣຳ, ລັດໂອໄຮໂອ, ວັນທີ 16 ເດືອນກຸມພາ, 1832. ໃນບົດຄຳນຳຂອງການບັນທຶກຂອງເພິ່ນຕໍ່ພາບນິມິດນີ້, ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ: “ເມື່ອຂ້າພະເຈົ້າກັບມາຈາກກອງປະຊຸມໃຫຍ່ທີ່ເມືອງອາມເຮີດ, ຂ້າພະເຈົ້າໄດ້ກັບຄືນໄປແປພຣະຄຳພີຕື່ມອີກ. ຈາກການເປີດເຜີຍຕ່າງໆທີ່ໄດ້ຮັບມາ, ເຫັນໄດ້ວ່າຈຸດສຳຄັນຫລາຍຂໍ້ກ່ຽວກັບຄວາມລອດຖືກນຳໄປຈາກ ພຣະຄຣິສຕະທຳຄຳພີ, ຫລື ຖືກສູນຫາຍໄປກ່ອນມັນໄດ້ຖືກຮວບຮວມໄວ້. ເຫັນໄດ້ຢ່າງແຈ່ມແຈ້ງອີງຕາມຄວາມຈິງຂອງມັນທີ່ເຫລືອຢູ່, ວ່າຖ້າຫາກພຣະເຈົ້າຈະປະທານລາງວັນໃຫ້ແກ່ທຸກຄົນຕາມການກະທຳຂອງຕົນໃນເນື້ອໜັງ ຄຳວ່າ ‘ສະຫວັນ,’ ຊຶ່ງໝາຍເຖິງບ້ານນິລັນດອນຂອງໄພ່ພົນຂອງພຣະເຈົ້າ, ຕ້ອງມີອານາຈັກຫລາຍກວ່າໜຶ່ງອານາຈັກ. ດັ່ງນັ້ນ, … ໃນຂະນະທີ່ແປພຣະທຳໂຢຮັນ, ຕົວຂ້າພະເຈົ້າເອງ ແລະ ແອວເດີ ຣິກດອນ ໄດ້ເຫັນພາບນິມິດດັ່ງຕໍ່ໄປນີ້.” ຕອນທີ່ພາບນິມິດນີ້ ໄດ້ຖືກມອບໃຫ້, ສາດສະດາກຳລັງແປ ໂຢຮັນ 5:29 ຢູ່.
1–4, ພຣະຜູ້ເປັນເຈົ້າຄື ພຣະເຈົ້າ; 5–10, ຄວາມລຶກລັບຂອງອານາຈັກຈະຖືກເປີດເຜີຍໃຫ້ແກ່ຄົນທີ່ຊື່ສັດທັງປວງ; 11–17, ທຸກຄົນຈະອອກມາໃນການຟື້ນຄືນຊີວິດຂອງຄົນທ່ຽງທຳ ຫລື ຄົນບໍ່ທ່ຽງທຳ; 18–24, ຜູ້ອາໄສຂອງຫລາຍໆໂລກເປັນບຸດ ແລະ ທິດາທີ່ຖືກຳເນີດຂອງພຣະເຈົ້າຜ່ານການຊົດໃຊ້ ຂອງພຣະເຢຊູຄຣິດ; 25–29, ທູດອົງໜຶ່ງຂອງພຣະເຈົ້າໄດ້ຕົກ ແລະ ໄດ້ກາຍເປັນມານ; 30–49, ບຸດແຫ່ງຄວາມຈິບຫາຍທຸກທໍລະມານຈາກຄວາມອັບປະໂຫຍດນິລັນດອນ; ຄົນອື່ນທັງໝົດໄດ້ຮັບຄວາມລອດບາງລະດັບ; 50–70, ບັນລະຍາຍກ່ຽວກັບລັດສະໝີພາບ ແລະ ລາງວັນຂອງຄົນໃນອານາຈັກຊັ້ນສູງ; 71–80, ບັນລະຍາຍກ່ຽວກັບຜູ້ຄົນທີ່ຈະໄດ້ຮັບອານາຈັກຊັ້ນກາງເປັນມູນມໍລະດົກ; 81–113, ອະທິບາຍກ່ຽວກັບສະຖານະຂອງຄົນເຫລົ່ານັ້ນໃນລັດສະໝີພາບຂອງຊັ້ນຕ່ຳ, ຊັ້ນກາງ, ແລະ ຊັ້ນສູງ; 114–119, ຄົນຊື່ສັດອາດເຫັນ ແລະ ເຂົ້າໃຈຄວາມລຶກລັບແຫ່ງອານາຈັກຂອງພຣະເຈົ້າໂດຍອຳນາດຂອງພຣະວິນຍານສັກສິດ.
1 ຈົ່ງ ກຟັງ, ໂອ້ ເຈົ້າຟ້າສະຫວັນ, ແລະ ງ່ຽງຫູຟັງ, ໂອ້ ແຜ່ນດິນໂລກ, ແລະ ຈົ່ງປິຕິຍິນດີເຈົ້າຜູ້ອາໄສ ຢູ່ໃນນັ້ນ, ເພາະພຣະຜູ້ເປັນເຈົ້າຄື ຂພຣະເຈົ້າ, ແລະ ນອກຈາກພຣະອົງແລ້ວ ຄບໍ່ມີ ງພຣະຜູ້ຊ່ວຍໃຫ້ລອດ.
2 ກຍິ່ງໃຫຍ່ຄືປັນຍາຂອງພຣະອົງ, ຂໜ້າອັດສະຈັນຄືວິທີທາງຂອງພຣະອົງ, ແລະ ຂອບເຂດຂອງການກະທຳຂອງພຣະອົງນັ້ນບໍ່ມີໃຜຈະຮູ້ໄດ້.
3 ກພຣະປະສົງຂອງພຣະອົງບໍ່ລົ້ມເຫລວ, ທັງບໍ່ມີຜູ້ໃດສາມາດຢຸດຢັ້ງພຣະຫັດຂອງພຣະອົງໄດ້.
4 ຈາກຊົ່ວນິລັນດອນເຖິງຊົ່ວນິລັນດອນ ພຣະອົງ ກເໝືອນເດີມ, ແລະ ເດືອນປີຂອງພຣະອົງບໍ່ມີວັນ ຂສິ້ນສຸດ.
5 ເພາະພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້—ເຮົາ, ພຣະຜູ້ເປັນເຈົ້າ, ມີ ກເມດຕາ ແລະ ກະລຸນາຕໍ່ຄົນທີ່ ຂຢ້ານກົວເຮົາ, ແລະ ເບີກບານທີ່ຈະໃຫ້ກຽດຄົນເຫລົ່ານັ້ນທີ່ ຄຮັບໃຊ້ເຮົາໃນຄວາມຊອບທຳ ແລະ ໃນຄວາມຈິງຈົນເຖິງທີ່ສຸດ.
6 ຍິ່ງໃຫຍ່ຈະເປັນລາງວັນຂອງພວກເຂົາ ແລະ ນິລັນດອນຈະເປັນ ກລັດສະໝີພາບຂອງພວກເຂົາ.
7 ແລະ ຕໍ່ພວກເຂົາເຮົາຈະ ກເປີດເຜີຍ ຂຄວາມລຶກລັບທັງປວງ, ແທ້ຈິງແລ້ວ, ຄວາມລຶກລັບທັງໝົດຂອງອານາຈັກຂອງເຮົານັບຕັ້ງແຕ່ສະໄໝບູຮານ, ແລະ ຕໍ່ຍຸກທີ່ຈະມາເຖິງ, ເຮົາຈະເຮັດໃຫ້ພວກເຂົາຮູ້ເຖິງຄວາມເພິ່ງພໍໃຈແຫ່ງຄວາມປະສົງຂອງເຮົາກ່ຽວກັບທຸກເລື່ອງທີ່ກ່ຽວຂ້ອງກັບອານາຈັກຂອງເຮົາ.
8 ແທ້ຈິງແລ້ວ, ແມ່ນແຕ່ການແປກປະຫລາດຂອງຊົ່ວນິລັນດອນ ພວກເຂົາກໍຈະຮູ້ຈັກ, ແລະ ສິ່ງທີ່ຈະມາເຖິງ ເຮົາຈະສະແດງແກ່ພວກເຂົາ, ແມ່ນແຕ່ສິ່ງຕ່າງໆຂອງຫລາຍລຸ້ນຄົນ.
9 ແລະ ກປັນຍາຂອງພວກເຂົາຈະຍິ່ງໃຫຍ່, ແລະ ຂຄວາມເຂົ້າໃຈຂອງພວກເຂົາຈະເອື້ອມເຖິງຟ້າສະຫວັນ; ແລະ ຢູ່ຕໍ່ໜ້າພວກເຂົາ ປັນຍາຂອງຄົນສະຫລາດຈະ ຄເສື່ອມສູນໄປ, ແລະ ຄວາມເຂົ້າໃຈຂອງຄົນຮອບຄອບຈະບໍ່ມີຄຸນຄ່າ.
10 ເພາະໂດຍ ກວິນຍານຂອງເຮົາ, ເຮົາຈະ ຂໃຫ້ຄວາມສະຫວ່າງແກ່ພວກເຂົາ, ແລະ ໂດຍ ຄອຳນາດຂອງເຮົາ, ເຮົາຈະເຮັດໃຫ້ຄວາມລັບແຫ່ງຄວາມປະສົງຂອງເຮົາເປັນທີ່ຮູ້ຈັກແກ່ພວກເຂົາ—ແທ້ຈິງແລ້ວ, ແມ່ນແຕ່ສິ່ງເຫລົ່ານັ້ນ ຊຶ່ງ ງຕາບໍ່ເຄີຍເຫັນ, ຫູບໍ່ເຄີຍໄດ້ຍິນ, ທັງບໍ່ເຄີຍເຂົ້າໄປໃນໃຈຂອງມະນຸດ.
11 ພວກເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກດອນ, ໂດຍຢູ່ ກໃນພຣະວິນຍານ ໃນວັນທີສິບຫົກຂອງເດືອນກຸມພາ, ໃນປີຂອງພຣະຜູ້ເປັນເຈົ້າຂອງພວກເຮົາ ໜຶ່ງພັນແປດຮ້ອຍສາມສິບສອງ—
12 ໂດຍອຳນາດຂອງ ກພຣະວິນຍານ ຂຕາຂອງພວກເຮົາໄດ້ເປີດ ແລະ ຄວາມເຂົ້າໃຈຂອງພວກເຮົາໄດ້ຮັບຄວາມສະຫວ່າງ, ເພື່ອວ່າຈະໄດ້ເຫັນ ແລະ ເຂົ້າໃຈເລື່ອງຂອງພຣະເຈົ້າ—
13 ແມ່ນແຕ່ເລື່ອງເຫລົ່ານັ້ນ ຊຶ່ງຕັ້ງແຕ່ຕົ້ນກ່ອນໂລກມີມາ, ຊຶ່ງຖືກແຕ່ງຕັ້ງຂຶ້ນໂດຍພຣະບິດາ, ຜ່ານພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ຜູ້ຢູ່ໃນຊວງອົກຂອງພຣະບິດາ, ແມ່ນແຕ່ ກຕັ້ງແຕ່ຕົ້ນ;
14 ຜູ້ທີ່ພວກເຮົາກ່າວເປັນພະຍານເຖິງ; ແລະ ພະຍານຊຶ່ງພວກເຮົາກ່າວຄືຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຜູ້ເປັນພຣະບຸດ, ຜູ້ຊຶ່ງພວກເຮົາໄດ້ເຫັນ ແລະ ຜູ້ຊຶ່ງພວກເຮົາໄດ້ ກສົນທະນານຳ ໃນ ຂພາບນິມິດແຫ່ງສະຫວັນ.
15 ເພາະໃນຂະນະທີ່ພວກເຮົາເຮັດວຽກງານ ກການແປຢູ່ນັ້ນ, ຊຶ່ງພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້ແກ່ພວກເຮົາ, ພວກເຮົາໄດ້ມາເຖິງຂໍ້ທີຊາວເກົ້າໃນບົດທີຫ້າຂອງໂຢຮັນ, ຊຶ່ງໄດ້ມອບໃຫ້ແກ່ພວກເຮົາດັ່ງຕໍ່ໄປນີ້—
16 ໂດຍກ່າວເຖິງການຟື້ນຄືນຊີວິດຂອງຄົນຕາຍ, ກ່ຽວກັບຜູ້ຄົນເຫລົ່ານັ້ນທີ່ຈະໄດ້ ກຍິນສຸລະສຽງຂອງ ຂບຸດມະນຸດ:
17 ແລະ ຈະໄດ້ອອກມາ; ບັນດາຜູ້ທີ່ເຮັດ ກການດີ, ກໍ ຂຄືນມາສູ່ຊີວິດຂອງຄົນ ຄທ່ຽງທຳ; ແລະ ບັນດາຜູ້ທີ່ເຮັດການຊົ່ວ, ກໍຄືນມາສູ່ຊີວິດຂອງຄົນທີ່ບໍ່ທ່ຽງທຳ.
18 ບັດນີ້ສິ່ງນີ້ເຮັດໃຫ້ພວກເຮົາປະຫລາດໃຈ, ເພາະມັນຖືກມອບໃຫ້ແກ່ພວກເຮົາໂດຍພຣະວິນຍານ.
19 ແລະ ໃນຂະນະທີ່ພວກເຮົາ ກຄິດໄຕ່ຕອງກ່ຽວກັບສິ່ງເຫລົ່ານີ້, ພຣະຜູ້ເປັນເຈົ້າໄດ້ສຳພັດຕາແຫ່ງຄວາມເຂົ້າໃຈຂອງພວກເຮົາ ແລະ ມັນໄດ້ເປີດ, ແລະ ລັດສະໝີພາບຂອງພຣະຜູ້ເປັນເຈົ້າໄດ້ສ່ອງແສງອ້ອມຮອບ.
20 ແລະ ພວກເຮົາໄດ້ເຫັນ ກລັດສະໝີພາບຂອງພຣະບຸດ, ຢູ່ທາງ ຂເບື້ອງຂວາພຣະຫັດຂອງ ຄພຣະບິດາ, ແລະ ໄດ້ຮັບຄວາມບໍລິບູນຂອງພຣະອົງ;
21 ແລະ ໄດ້ເຫັນ ກເຫລົ່າທູດບໍລິສຸດ, ແລະ ຜູ້ທີ່ໄດ້ຮັບ ຂການຊຳລະໃຫ້ບໍລິສຸດຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວມນະມັດສະການພຣະເຈົ້າຢູ່, ແລະ ພຣະເມສານ້ອຍ, ຜູ້ ຄນະມັດສະການພຣະອົງຕະຫລອດການ ແລະ ຕະຫລອດໄປ.
22 ແລະ ບັດນີ້, ຫລັງຈາກປະຈັກພະຍານຫລາຍຢ່າງທີ່ໃຫ້ໄວ້ເຖິງພຣະອົງ, ນີ້ຄື ກປະຈັກພະຍານ, ສຸດທ້າຍຂອງທັງໝົດ, ຊຶ່ງພວກເຮົາມອບໃຫ້ເຖິງພຣະອົງ: ວ່າພຣະອົງ ຂຊົງພຣະຊົນ!
23 ເພາະພວກເຮົາ ກໄດ້ເຫັນພຣະອົງ, ແມ່ນແຕ່ຢູ່ທາງເບື້ອງຂວາພຣະຫັດຂອງ ຂພຣະເຈົ້າ; ແລະ ພວກເຮົາໄດ້ຍິນ ສຸລະສຽງກ່າວເປັນພະຍານວ່າ ພຣະອົງເປັນ ຄພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ—
24 ວ່າໂດຍ ກພຣະອົງ, ແລະ ຜ່ານພຣະອົງ, ແລະ ຈາກພຣະອົງ, ຂໂລກຕ່າງໆຈຶ່ງຖືກສ້າງຂຶ້ນມາ, ແລະ ຜູ້ອາໄສຢູ່ໃນນັ້ນເປັນ ຄບຸດ ແລະ ທິດາທີ່ຖືກຳເນີດຂອງພຣະເຈົ້າ.
25 ແລະ ສິ່ງນີ້ພວກເຮົາກໍໄດ້ເຫັນເໝືອນກັນ, ແລະ ກ່າວເປັນພະຍານ, ວ່າ ກທູດອົງໜຶ່ງຂອງພຣະເຈົ້າຜູ້ເຄີຍມີສິດອຳນາດໃນທີ່ປະທັບຂອງພຣະເຈົ້າ, ຜູ້ໄດ້ກະບົດຕໍ່ພຣະບຸດອົງດຽວທີ່ຖືກຳເນີດ ຜູ້ຊຶ່ງພຣະບິດາຊົງຮັກ ແລະ ຜູ້ໄດ້ຢູ່ໃນຊວງອົກຂອງພຣະບິດາ, ຖືກຊັດຖິ້ມລົງຈາກທີ່ປະທັບຂອງພຣະເຈົ້າ ແລະ ພຣະບຸດ,
26 ແລະ ຖືກເອີ້ນວ່າຜູ້ຈິບຫາຍ, ເພາະວ່າສະຫວັນໄດ້ຮ້ອງໄຫ້ເພາະລາວ—ລາວຄື ກລູຊິເຟີ, ໂອລົດແຫ່ງເວລາເຊົ້າ.
27 ແລະ ພວກເຮົາໄດ້ເຫັນ, ແລະ ເບິ່ງແມ, ລາວ ກຕົກແລ້ວ! ຕົກແລ້ວ, ແມ່ນແຕ່ໂອລົດແຫ່ງເວລາເຊົ້າ!
28 ແລະ ໃນຂະນະທີ່ພວກເຮົາຍັງຢູ່ໃນພຣະວິນຍານ, ພຣະຜູ້ເປັນເຈົ້າໄດ້ບັນຊາພວກເຮົາໃຫ້ຂຽນພາບນິມິດ; ເພາະພວກເຮົາໄດ້ເຫັນຊາຕານ, ກງູດຶກດຳບັນໂຕນັ້ນ, ແມ່ນແຕ່ ຂມານ, ຜູ້ ຄໄດ້ກະບົດຕໍ່ພຣະເຈົ້າ, ແລະ ສະແຫວງຫາທີ່ຈະຍຶດເອົາອານາຈັກຂອງພຣະເຈົ້າຂອງພວກເຮົາ ແລະ ພຣະຄຣິດຂອງພຣະອົງ—
29 ດັ່ງນັ້ນ, ລາວຈຶ່ງເຮັດ ກສົງຄາມກັບໄພ່ພົນຂອງພຣະເຈົ້າ, ແລະ ອ້ອມພວກເຂົາໄວ້ທຸກດ້ານ.
30 ແລະ ພວກເຮົາໄດ້ເຫັນພາບນິມິດແຫ່ງຄວາມທຸກທໍລະມານຂອງພວກນັ້ນ ຜູ້ຊຶ່ງລາວໄດ້ເຮັດສົງຄາມນຳ ແລະ ໄດ້ຜ່າຍແພ້, ເພາະສຸລະສຽງຂອງພຣະຜູ້ເປັນເຈົ້າມາເຖິງພວກເຮົາດັ່ງນີ້:
31 ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກ່ຽວກັບທຸກຄົນຜູ້ຮູ້ຈັກອຳນາດຂອງເຮົາ, ແລະ ຖືກເຮັດໃຫ້ເປັນຜູ້ຮັບສ່ວນນັ້ນ, ແລະ ຍອມຕົນໂດຍອຳນາດຂອງມານທີ່ຈະ ກຜ່າຍແພ້, ແລະ ປະຕິເສດຄວາມຈິງ ແລະ ທ້າທາຍອຳນາດຂອງເຮົາ—
32 ພວກເຂົາຄືຜູ້ທີ່ເປັນ ກບຸດແຫ່ງ ຂຄວາມຈິບຫາຍ, ກ່ຽວກັບຜູ້ທີ່ເຮົາກ່າວວ່າ ມັນຈະດີກວ່າຖ້າຫາກພວກເຂົາບໍ່ໄດ້ເກີດມາ;
33 ເພາະພວກເຂົາເປັນພາຊະນະແຫ່ງພຣະພິໂລດ, ຖືກກຳນົດໃຫ້ຮັບເອົາພຣະພິໂລດຂອງພຣະເຈົ້າ, ພ້ອມກັບມານ ແລະ ບໍລິວານຂອງມັນໃນຊົ່ວນິລັນດອນ;
34 ກ່ຽວກັບຜູ້ທີ່ເຮົາໄດ້ກ່າວມາ ບໍ່ມີ ກການໃຫ້ອະໄພຢູ່ໃນໂລກນີ້ ທັງບໍ່ມີຢູ່ໃນໂລກທີ່ຈະມາເຖິງ—
35 ໂດຍທີ່ໄດ້ ກປະຕິເສດພຣະວິນຍານສັກສິດຫລັງຈາກໄດ້ຮັບມັນແລ້ວ, ແລະ ໂດຍທີ່ໄດ້ປະຕິເສດພຣະບຸດອົງດຽວທີ່ຖືກຳເນີດຈາກພຣະບິດາ, ໂດຍທີ່ໄດ້ ຂຄຶງພຣະອົງສຳລັບຕົນເອງ ແລະ ເຍາະເຍີ້ຍພຣະອົງໃຫ້ອັບອາຍ.
36 ພວກເຂົາເຫລົ່ານີ້ຄືຄົນທີ່ຈະອອກໄປສູ່ ກທະເລໄຟ ແລະ ມາດ, ພ້ອມກັບມານ ແລະ ບໍລິວານຂອງມັນ—
37 ແລະ ພວກເຂົາເທົ່ານັ້ນຜູ້ຊຶ່ງ ກຄວາມຕາຍຄັ້ງທີສອງຈະມີອຳນາດເໜືອກວ່າ;
38 ແທ້ຈິງແລ້ວ, ຕາມຄວາມຈິງ, ກພວກເຂົາເທົ່ານັ້ນທີ່ຈະບໍ່ຖືກໄຖ່ໃນເວລາອັນເໝາະສົມຂອງພຣະຜູ້ເປັນເຈົ້າ, ຫລັງຄວາມທຸກທໍລະມານແຫ່ງພຣະພິໂລດຂອງພຣະອົງ.
39 ເພາະພວກທີ່ເຫລືອຢູ່ທັງໝົດຈະຖືກ ກນຳອອກມາໂດຍ ຂການຟື້ນຄືນຊີວິດຈາກຄວາມຕາຍ, ຜ່ານໄຊຊະນະ ແລະ ລັດສະໝີພາບຂອງ ຄພຣະເມສານ້ອຍ, ຜູ້ໄດ້ຖືກປະຫານ, ຜູ້ເຄີຍຢູ່ໃນຊວງອົກຂອງພຣະບິດາກ່ອນໂລກຕ່າງໆໄດ້ຖືກສ້າງ.
40 ແລະ ນີ້ຄື ກພຣະກິດຕິຄຸນ, ຂ່າວອັນໜ້າຊື່ນຊົມ, ຊຶ່ງສຽງທີ່ອອກຈາກສະຫວັນໄດ້ກ່າວເປັນພະຍານຕໍ່ພວກເຮົາ—
41 ວ່າພຣະອົງໄດ້ມາສູ່ໂລກ, ແມ່ນແຕ່ພຣະເຢຊູ, ເພື່ອຖືກ ກຄຶງເພື່ອໂລກ, ແລະ ເພື່ອ ຂຮັບເອົາບາບຂອງ ຄໂລກ, ແລະ ເພື່ອ ງເຮັດໃຫ້ໂລກບໍລິສຸດ, ແລະ ເພື່ອ ຈຊຳລະລ້າງມັນຈາກຄວາມບໍ່ຊອບທຳທັງໝົດ;
42 ວ່າໂດຍຜ່ານພຣະອົງ ທຸກຄົນຈະໄດ້ຮັບການຊ່ວຍໃຫ້ ກລອດ ຜູ້ຊຶ່ງພຣະບິດາໄດ້ໃຫ້ຢູ່ໃນອຳນາດຂອງພຣະອົງ ແລະ ຖືກສ້າງໂດຍພຣະອົງ;
43 ຜູ້ທີ່ສັນລະເສີນພຣະບິດາ, ແລະ ຊ່ວຍໃຫ້ວຽກງານທຸກຢ່າງໃນພຣະຫັດຂອງພຣະອົງລອດ, ຍົກເວັ້ນແຕ່ພວກບຸດແຫ່ງຄວາມຈິບຫາຍຜູ້ປະຕິເສດພຣະບຸດ ຫລັງຈາກທີ່ພຣະບິດາໄດ້ເປີດເຜີຍພຣະອົງ.
44 ດັ່ງນັ້ນ, ພຣະອົງຈຶ່ງຊ່ວຍໃຫ້ຄົນທັງປວງໄດ້ຮັບຄວາມລອດ ຍົກເວັ້ນແຕ່ພວກເຂົາ—ພວກເຂົາຈະອອກໄປຫາ ກການລົງໂທດ ຂອັນເປັນນິດ, ຊຶ່ງເປັນການລົງໂທດທີ່ບໍ່ສິ້ນສຸດ, ຊຶ່ງເປັນການລົງໂທດນິລັນດອນ, ເພື່ອປົກຄອງກັບ ຄມານ ແລະ ບໍລິວານຂອງມັນໃນຊົ່ວນິລັນດອນ, ບ່ອນທີ່ ງໂຕໜອນຂອງພວກເຂົາບໍ່ມີມື້ຕາຍ, ແລະ ໄຟບໍ່ມີມື້ມອດ, ຊຶ່ງເປັນຄວາມທໍລະມານຂອງພວກເຂົາ—
45 ແລະ ກການສິ້ນສຸດຂອງມັນ, ທັງສະຖານທີ່ຂອງມັນ, ທັງຄວາມທໍລະມານຂອງມັນ, ບໍ່ມີຄົນໃດຮູ້;
46 ທັງບໍ່ເຄີຍເປີດເຜີຍມັນ, ທັງບໍ່ເປີດເຜີຍມັນ, ທັງຈະບໍ່ມີວັນເປີດເຜີຍມັນແກ່ມະນຸດ, ຍົກເວັ້ນແຕ່ຄົນເຫລົ່ານັ້ນທີ່ຖືກເຮັດໃຫ້ເປັນຜູ້ຮັບສ່ວນຂອງສິ່ງນັ້ນ;
47 ເຖິງຢ່າງໃດກໍຕາມ, ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ສະແດງມັນໃຫ້ຫລາຍຄົນເຫັນໂດຍທາງພາບນິມິດ, ແຕ່ໄດ້ປິດມັນຄືນອີກທັນທີ;
48 ດັ່ງນັ້ນ, ການສິ້ນສຸດ, ຄວາມກວ້າງໃຫຍ່, ຄວາມສູງ, ກຄວາມເລິກ, ແລະ ຄວາມທຸກທໍລະມານໃນນັ້ນ, ພວກເຂົາບໍ່ເຂົ້າໃຈ, ທັງບໍ່ມີມະນຸດຄົນໃດເຂົ້າໃຈ ຍົກເວັ້ນແຕ່ຄົນເຫລົ່ານັ້ນຜູ້ໄດ້ຮັບການ ຂແຕ່ງຕັ້ງສູ່ ຄການກ່າວໂທດນີ້.
49 ແລະ ພວກເຮົາໄດ້ຍິນສຽງ, ກ່າວວ່າ: ຈົ່ງຂຽນພາບນິມິດ, ເພາະເບິ່ງແມ, ນີ້ຄືການສິ້ນສຸດຂອງພາບນິມິດແຫ່ງຄວາມທຸກທໍລະມານຂອງຄົນອະທຳ.
50 ແລະ ພວກເຮົາກ່າວເປັນພະຍານອີກເທື່ອໜຶ່ງ—ເພາະພວກເຮົາໄດ້ເຫັນ ແລະ ໄດ້ຍິນ, ແລະ ນີ້ຄື ກປະຈັກພະຍານເຖິງພຣະກິດຕິຄຸນຂອງພຣະຄຣິດກ່ຽວກັບຄົນທີ່ຈະອອກມາໃນ ຂການຟື້ນຄືນຊີວິດຂອງຄົນທ່ຽງທຳ—
51 ພວກເຂົາຄືຜູ້ທີ່ໄດ້ຮັບປະຈັກພະຍານເຖິງພຣະເຢຊູ, ແລະ ກເຊື່ອໃນພຣະນາມຂອງພຣະອົງ ແລະ ຮັບ ຂບັບຕິສະມາຕາມ ຄວິທີການຝັງຂອງພຣະອົງ, ໂດຍຖືກ ງຝັງໄວ້ໃນນ້ຳໃນພຣະນາມຂອງພຣະອົງ, ແລະ ນີ້ຕາມບັນຍັດຊຶ່ງພຣະອົງໄດ້ມອບໃຫ້—
52 ເພື່ອວ່າໂດຍການຮັກສາບັນຍັດ ພວກເຂົາອາດຈະໄດ້ຮັບການ ກລ້າງ ແລະ ຂຊຳລະຈາກບາບທັງໝົດຂອງພວກເຂົາ, ແລະ ໄດ້ຮັບພຣະວິນຍານສັກສິດໂດຍການວາງ ຄມືຂອງຄົນທີ່ໄດ້ຮັບການ ງແຕ່ງຕັ້ງ ແລະ ຜະນຶກສູ່ ຈອຳນາດນີ້—
53 ແລະ ຄືຜູ້ທີ່ເອົາຊະນະໂດຍສັດທາ, ແລະ ກຜະນຶກໂດຍ ຂພຣະວິນຍານສັກສິດແຫ່ງຄຳສັນຍາ, ຊຶ່ງພຣະບິດາໄດ້ຫລັ່ງລິນເພື່ອທຸກຄົນທີ່ທ່ຽງທຳ ແລະ ຈິງ.
54 ພວກເຂົາຄືຜູ້ທີ່ເປັນສາດສະໜາຈັກຂອງ ກພຣະບຸດຫົວປີ.
55 ພວກເຂົາຄືຜູ້ທີ່ພຣະບິດາໄດ້ປະທານ ກທຸກສິ່ງທັງປວງໄວ້ໃນມືຂອງພວກເຂົາ—
56 ພວກເຂົາຄືຜູ້ທີ່ເປັນ ກປະໂລຫິດ ແລະ ບັນດາກະສັດ, ຜູ້ໄດ້ຮັບຄວາມບໍລິບູນຂອງພຣະອົງ, ແລະ ລັດສະໝີພາບຂອງພຣະອົງ;
57 ແລະ ເປັນ ກປະໂລຫິດຂອງພຣະຜູ້ສູງສຸດ, ຕາມລະບຽບຂອງເມນຄີເສເດັກ, ຊຶ່ງເປັນຕາມລະບຽບຂອງ ຂເອນົກ, ຊຶ່ງເປັນຕາມ ຄລະບຽບຂອງພຣະບຸດອົງດຽວທີ່ຖືກຳເນີດ.
58 ດັ່ງນັ້ນ, ດັ່ງທີ່ມີຂຽນໄວ້, ພວກເຂົາເປັນ ກພຣະເຈົ້າ, ແມ່ນແຕ່ເປັນ ຂບຸດຂອງ ຄພຣະເຈົ້າ—
59 ດັ່ງນັ້ນ, ກທຸກສິ່ງທັງປວງເປັນຂອງພວກເຂົາ, ບໍ່ວ່າຊີວິດ ຫລື ຄວາມຕາຍ, ຫລື ສິ່ງໃນປະຈຸບັນ, ຫລື ສິ່ງທີ່ຈະມາເຖິງ, ທັງໝົດເປັນຂອງພວກເຂົາ ແລະ ພວກເຂົາເປັນຂອງພຣະຄຣິດ, ແລະ ພຣະຄຣິດເປັນຂອງພຣະເຈົ້າ.
60 ແລະ ພວກເຂົາຈະ ກເອົາຊະນະທຸກສິ່ງທັງປວງ.
61 ດັ່ງນັ້ນ, ຢ່າໃຫ້ມະນຸດຄົນໃດ ກສັນລະເສີນມະນຸດ, ແຕ່ໃຫ້ເຂົາ ຂສັນລະເສີນພຣະເຈົ້າ, ຜູ້ທີ່ຈະ ຄປາບສັດຕູທັງມວນຢູ່ໃຕ້ພຣະບາດຂອງພຣະອົງ.
62 ຜູ້ຄົນເຫລົ່ານີ້ຈະ ກອາໄສຢູ່ໃນ ຂທີ່ປະທັບຂອງພຣະເຈົ້າ ແລະ ພຣະຄຣິດຂອງພຣະອົງຕະຫລອດການ ແລະ ຕະຫລອດໄປ.
63 ກຜູ້ຄົນເຫລົ່ານີ້ຄືຜູ້ທີ່ພຣະອົງຈະພາມາກັບພຣະອົງ, ເມື່ອພຣະອົງ ຂສະເດັດມາໃນໝູ່ເມກແຫ່ງຟ້າສະຫວັນ ເພື່ອ ຄປົກຄອງຜູ້ຄົນຂອງພຣະອົງຢູ່ເທິງແຜ່ນດິນໂລກ.
64 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຈະມີສ່ວນໃນ ກການຟື້ນຄືນຊີວິດຄັ້ງທຳອິດ.
65 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຈະອອກມາໃນ ກການຟື້ນຄືນຊີວິດຂອງຄົນທ່ຽງທຳ.
66 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ມາຫາ ກພູ ຂຊີໂອນ, ແລະ ມາຫາເມືອງຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ສະຖານທີ່ແຫ່ງສະຫວັນ, ສັກສິດທີ່ສຸດເໜືອກວ່າສະຖານທີ່ທັງປວງ.
67 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ມາຫາເຫລົ່າທູດຊຶ່ງມີຈຳນວນຈົນນັບບໍ່ຖ້ວນ, ມາຫາການຊຸມນຸມໃຫຍ່ ແລະ ສາດສະໜາຈັກຂອງ ກເອນົກ, ແລະ ຂອງ ຂພຣະບຸດຫົວປີ.
68 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຊື່ຂອງພວກເຂົາຖືກ ກຂຽນໄວ້ຢູ່ໃນສະຫວັນ, ບ່ອນທີ່ພຣະເຈົ້າ ແລະ ພຣະຄຣິດເປັນ ຂຜູ້ພິພາກສາຂອງຄົນທັງປວງ.
69 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ ກທ່ຽງທຳ ແລະ ຖືກເຮັດໃຫ້ ຂດີພ້ອມທຸກຢ່າງຜ່ານພຣະເຢຊູຜູ້ເປັນກາງຂອງ ຄພັນທະສັນຍາໃໝ່, ຜູ້ໄດ້ເຮັດໃຫ້ເກີດ ງການຊົດໃຊ້ທີ່ສົມບູນຜ່ານການຫລັ່ງ ຈໂລຫິດຂອງພຣະອົງເອງ.
70 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຮ່າງກາຍຂອງພວກເຂົາເປັນຂອງ ກຊັ້ນສູງ, ຊຶ່ງ ຂລັດສະໝີພາບຂອງພວກເຂົາເປັນຂອງ ຄດວງຕາເວັນ, ແມ່ນແຕ່ລັດສະໝີພາບຂອງພຣະເຈົ້າ, ຜູ້ສູງສຸດຂອງທຸກສິ່ງທັງປວງ, ຊຶ່ງລັດສະໝີພາບຂອງຜູ້ນັ້ນເປັນຄືດວງຕາເວັນໃນທ້ອງນະພາ ຊຶ່ງມີຂຽນໄວ້ວ່າເປັນແບບນັ້ນ.
71 ແລະ ອີກເທື່ອໜຶ່ງ, ພວກເຮົາໄດ້ເຫັນໂລກ ກຊັ້ນກາງ, ແລະ ຈົ່ງເບິ່ງ ແລະ ເບິ່ງແມ, ຜູ້ຄົນເຫລົ່ານີ້ຄືຜູ້ທີ່ເປັນຂອງໂລກຊັ້ນກາງ, ຊຶ່ງລັດສະໝີພາບຂອງພວກເຂົາແຕກຕ່າງຈາກຂອງສາດສະໜາຈັກຂອງພຣະບຸດຫົວປີ ຜູ້ຊຶ່ງໄດ້ຮັບຄວາມສົມບູນຂອງພຣະບິດາ, ແມ່ນແຕ່ລັດສະໝີພາບຂອງ ຂດວງເດືອນ ແຕກຕ່າງຈາກດວງຕາເວັນໃນທ້ອງນະພາ.
72 ຈົ່ງເບິ່ງ, ຜູ້ຄົນເຫລົ່ານີ້ຄືຜູ້ທີ່ໄດ້ຕາຍ ກປາດສະຈາກ ຂກົດ;
73 ແລະ ພວກເຂົາເປັນ ກວິນຍານຂອງມະນຸດທີ່ຖືກຮັກສາໄວ້ໃນ ຂຄຸກ, ຜູ້ຊຶ່ງພຣະບຸດໄດ້ໄປຢ້ຽມຢາມ, ແລະ ໄດ້ ຄສັ່ງສອນ ງພຣະກິດຕິຄຸນໃຫ້ແກ່ພວກເຂົາ, ເພື່ອພວກເຂົາຈະໄດ້ຮັບການພິພາກສາຕາມມະນຸດໃນເນື້ອໜັງ;
74 ພວກເຂົາເປັນຜູ້ບໍ່ໄດ້ຮັບ ກປະຈັກພະຍານເຖິງພຣະເຢຊູໃນເນື້ອໜັງ, ແຕ່ຕໍ່ມາໄດ້ຮັບເອົາມັນ.
75 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ມີກຽດຢູ່ໃນແຜ່ນດິນໂລກ, ຜູ້ຕາບອດໂດຍກົນອຸບາຍຂອງມະນຸດ.
76 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ໄດ້ຮັບລັດສະໝີພາບຂອງພຣະອົງ, ແຕ່ບໍ່ໄດ້ຮັບຄວາມສົມບູນຂອງພຣະອົງ.
77 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ໄດ້ຮັບການມາປະທັບຢູ່ຂອງພຣະບຸດ, ແຕ່ບໍ່ໄດ້ຮັບຄວາມສົມບູນຂອງພຣະບິດາ.
78 ດັ່ງນັ້ນ, ພວກເຂົາຈຶ່ງມີ ກຮ່າງກາຍຂອງຊັ້ນກາງ, ແລະ ບໍ່ມີຮ່າງກາຍຂອງຊັ້ນສູງ, ແລະ ແຕກຕ່າງໃນລັດສະໝີພາບດັ່ງດວງເດືອນແຕກຕ່າງຈາກດວງຕາເວັນ.
79 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ ກກ້າຫານໃນປະຈັກພະຍານເຖິງພຣະເຢຊູ; ດັ່ງນັ້ນ, ພວກເຂົາຈຶ່ງບໍ່ໄດ້ຮັບມົງກຸດເໜືອອານາຈັກຂອງພຣະເຈົ້າຂອງເຮົາ.
80 ແລະ ບັດນີ້ ນີ້ຄືການສິ້ນສຸດຂອງພາບນິມິດທີ່ພວກເຮົາໄດ້ເຫັນກ່ຽວກັບໂລກຊັ້ນກາງ, ທີ່ພຣະຜູ້ເປັນເຈົ້າໄດ້ບັນຊາພວກເຮົາໃຫ້ຂຽນ ໃນຂະນະທີ່ພວກເຮົາຍັງຢູ່ໃນພຣະວິນຍານ.
81 ແລະ ອີກເທື່ອໜຶ່ງ, ພວກເຮົາໄດ້ເຫັນລັດສະໝີພາບຂອງໂລກ ກຊັ້ນຕ່ຳ, ຊຶ່ງລັດສະໝີພາບນັ້ນຕ່ຳກວ່າ, ແມ່ນແຕ່ເປັນລັດສະໝີພາບຂອງດວງດາວ ແຕກຕ່າງຈາກລັດສະໝີພາບຂອງດວງເດືອນໃນທ້ອງນະພາ.
82 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ຮັບເອົາພຣະກິດຕິຄຸນຂອງພຣະຄຣິດ, ທັງບໍ່ໄດ້ຮັບເອົາ ກປະຈັກພະຍານເຖິງພຣະເຢຊູ.
83 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ປະຕິເສດພຣະວິນຍານສັກສິດ.
84 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຖືກໂຍນລົງ ກນະລົກ.
85 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຈະບໍ່ຖືກໄຖ່ຈາກ ກມານ ຈົນກວ່າເຖິງ ຂການຟື້ນຄືນຊີວິດຄັ້ງສຸດທ້າຍ, ຈົນກວ່າພຣະຜູ້ເປັນເຈົ້າ, ແມ່ນແຕ່ພຣະຄຣິດ ຄພຣະເມສານ້ອຍ, ຈະສຳເລັດວຽກງານຂອງພຣະອົງກ່ອນ.
86 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ຮັບຄວາມສົມບູນຂອງພຣະອົງໃນໂລກນິລັນດອນ, ແຕ່ໄດ້ຮັບພຣະວິນຍານສັກສິດຜ່ານການປະຕິບັດສາດສະໜາກິດຈາກໂລກຊັ້ນກາງ;
87 ແລະ ໂລກຊັ້ນກາງຜ່ານ ກການປະຕິບັດສາດສະໜາກິດຈາກໂລກຊັ້ນສູງ.
88 ແລະ ໂລກຊັ້ນຕ່ຳໄດ້ຮັບການປະຕິບັດສາດສະໜາກິດຂອງມັນຈາກເຫລົ່າທູດຜູ້ຖືກກຳນົດໃຫ້ປະຕິບັດສາດສະໜາກິດແກ່ພວກເຂົາ, ຫລື ຜູ້ຖືກກຳນົດໃຫ້ເປັນວິນຍານປະຕິບັດສາດສະໜາກິດແກ່ພວກເຂົາ; ເພາະພວກເຂົາຈະເປັນທາຍາດແຫ່ງຄວາມລອດ.
89 ແລະ ພວກເຮົາໄດ້ເຫັນດັ່ງນັ້ນ, ໃນພາບນິມິດຈາກສະຫວັນ, ລັດສະໝີພາບຂອງໂລກຊັ້ນຕ່ຳ, ຊຶ່ງເກີນກວ່າຄວາມເຂົ້າໃຈທັງໝົດ;
90 ແລະ ບໍ່ມີໃຜຮູ້ມັນ ຍົກເວັ້ນແຕ່ຕໍ່ເຂົາຜູ້ຊຶ່ງພຣະເຈົ້າໄດ້ເປີດເຜີຍມັນໃຫ້ຮູ້ເທົ່ານັ້ນ.
91 ແລະ ພວກເຮົາໄດ້ເຫັນລັດສະໝີພາບຂອງໂລກຊັ້ນກາງດັ່ງນັ້ນ ຊຶ່ງລື່ນລັດສະໝີພາບຂອງໂລກຊັ້ນຕ່ຳໃນທຸກສິ່ງ, ແມ່ນແຕ່ໃນລັດສະໝີພາບ, ແລະ ໃນອຳນາດ, ແລະ ໃນພະລັງ, ແລະ ໃນການຄອບຄອງ.
92 ແລະ ພວກເຮົາໄດ້ເຫັນລັດສະໝີພາບຂອງໂລກຊັ້ນສູງດັ່ງນັ້ນ, ຊຶ່ງລື່ນໃນທຸກສິ່ງ—ບ່ອນທີ່ພຣະເຈົ້າ, ແມ່ນແຕ່ພຣະບິດາ, ປົກຄອງຢູ່ເທິງບັນລັງຂອງພຣະອົງຕະຫລອດການ ແລະ ຕະຫລອດໄປ;
93 ຢູ່ຕໍ່ໜ້າບັນລັງຂອງພຣະອົງນັ້ນ ທຸກສິ່ງກົ້ມຂາບລົງຢ່າງຖ່ອມຕົວດ້ວຍ ກຄວາມຄາລະວະ, ແລະ ຖວາຍລັດສະໝີພາບແດ່ພຣະອົງຕະຫລອດການ ແລະ ຕະຫລອດໄປ.
94 ຜູ້ທີ່ອາໄສຢູ່ໃນ ກທີ່ປະທັບຂອງພຣະອົງເປັນສາດສະໜາຈັກຂອງ ຂພຣະບຸດຫົວປີ; ແລະ ພວກເຂົາເຫັນ ດັ່ງທີ່ພວກເຂົາຖືກເຫັນ, ແລະ ຄຮູ້ດັ່ງທີ່ພວກເຂົາຖືກຮູ້, ໂດຍໄດ້ຮັບຄວາມສົມບູນຂອງພຣະອົງ ແລະ ງພຣະຄຸນຂອງພຣະອົງ;
95 ແລະ ພຣະອົງໃຫ້ພວກເຂົາ ກເທົ່າທຽມກັນໃນອຳນາດ, ແລະ ໃນພະລັງ, ແລະ ໃນການຄອບຄອງ.
96 ແລະ ລັດສະໝີພາບຂອງຊັ້ນສູງເປັນຢ່າງໜຶ່ງ, ແມ່ນແຕ່ດັ່ງທີ່ລັດສະໝີພາບຂອງ ກດວງຕາເວັນເປັນຢ່າງໜຶ່ງ.
97 ແລະ ລັດສະໝີພາບຂອງຊັ້ນກາງເປັນຢ່າງໜຶ່ງ, ແມ່ນແຕ່ດັ່ງທີ່ລັດສະໝີພາບຂອງດວງເດືອນເປັນຢ່າງໜຶ່ງ.
98 ແລະ ລັດສະໝີພາບຂອງຊັ້ນຕ່ຳເປັນຢ່າງໜຶ່ງ, ແມ່ນແຕ່ດັ່ງທີ່ລັດສະໝີພາບຂອງດວງດາວເປັນຢ່າງໜຶ່ງ; ເພາະດາວດວງໜຶ່ງແຕກຕ່າງຈາກດາວອີກດວງໜຶ່ງໃນລັດສະໝີພາບສັນໃດ, ແມ່ນແຕ່ຄົນໆໜຶ່ງກໍແຕກຕ່າງຈາກອີກຄົນໜຶ່ງໃນລັດສະໝີພາບສັນນັ້ນໃນໂລກຊັ້ນຕ່ຳ;
99 ເພາະຜູ້ຄົນເຫລົ່ານີ້ເປັນຄົນຂອງ ກໂປໂລ, ແລະ ຂອງອາໂປໂລ, ແລະ ຂອງເກຟາ.
100 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ກ່າວວ່າ ພວກເຂົາເປັນຂອງຄົນນີ້ ແລະ ຂອງຄົນນັ້ນ—ບາງຄົນເປັນຂອງພຣະຄຣິດ ແລະ ບາງຄົນເປັນຂອງໂຢຮັນ, ແລະ ບາງຄົນເປັນຂອງໂມເຊ, ແລະ ບາງຄົນເປັນຂອງອີລາຍ, ແລະ ບາງຄົນເປັນຂອງເອຊາອັດ, ແລະ ບາງຄົນເປັນຂອງເອຊາຢາ, ແລະ ບາງຄົນເປັນຂອງເອນົກ;
101 ແຕ່ບໍ່ໄດ້ຮັບເອົາພຣະກິດຕິຄຸນ, ທັງບໍ່ໄດ້ຮັບເອົາປະຈັກພະຍານເຖິງພຣະເຢຊູ, ທັງບໍ່ໄດ້ຮັບເອົາສາດສະດາ, ທັງບໍ່ໄດ້ຮັບເອົາ ກພັນທະສັນຍາອັນເປັນນິດ.
102 ທ້າຍທີ່ສຸດ, ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຈະບໍ່ຖືກເຕົ້າໂຮມເຂົ້າກັບໄພ່ພົນຂອງພຣະເຈົ້າ, ເພື່ອຖືກ ກຮັບຂຶ້ນໄປຍັງ ຂສາດສະໜາຈັກຂອງພຣະບຸດຫົວປີ, ແລະ ຖືກຮັບເຂົ້າໄປໃນເມກ.
103 ກຜູ້ຄົນເຫລົ່ານີ້ຄື ຂຄົນຂີ້ຕົວະ, ແລະ ໝໍເວດມົນຄາຖາ, ແລະ ຄຄົນຫລິ້ນຊູ້ສູ່ຜົວເມຍ, ແລະ ຄົນລ່ວງປະເວນີ, ແລະ ຄົນໃດກໍຕາມທີ່ມັກ ແລະ ເວົ້າຕົວະ.
104 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ທົນຮັບ ກພຣະພິໂລດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ.
105 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ທົນຮັບ ກການແກ້ແຄ້ນຂອງໄຟນິລັນດອນ.
106 ຜູ້ຄົນເຫລົ່ານີ້ຄືຜູ້ທີ່ຖືກໂຍນລົງ ກນະລົກ ແລະ ຂທົນຮັບ ຄພຣະພິໂລດຂອງພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່, ຈົນກວ່າ ງຄວາມສົມບູນແຫ່ງເວລາ, ເມື່ອພຣະຄຣິດຈະ ຈປາບສັດຕູທັງສິ້ນໃຫ້ຢູ່ໃຕ້ພຣະບາດຂອງພຣະອົງ, ແລະ ຈະເຮັດໃຫ້ວຽກງານຂອງພຣະອົງ ສຄົບບໍລິບູນ;
107 ເມື່ອພຣະອົງຈະມອບອານາຈັກ, ແລະ ຖວາຍມັນໃຫ້ແກ່ພຣະບິດາ, ຢ່າງບໍ່ມີບ່ອນຕຳນິ, ກ່າວວ່າ: ຂ້າພຣະອົງໄດ້ເອົາຊະນະ ແລະ ໄດ້ຢຽບເຄື່ອງປັ່ນໝາກອະງຸ່ນຄົນດຽວ, ແມ່ນແຕ່ ກເຄື່ອງ ຂປັ່ນໝາກອະງຸ່ນແຫ່ງພຣະພິໂລດອັນຮ້າຍກາດຂອງພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່.
108 ຈາກນັ້ນພຣະອົງຈະໄດ້ຮັບການສວມມົງກຸດດ້ວຍມົງກຸດແຫ່ງລັດສະໝີພາບຂອງພຣະອົງ, ເພື່ອນັ່ງຢູ່ເທິງ ກບັນລັງແຫ່ງອຳນາດຂອງພຣະອົງເພື່ອປົກຄອງຕະຫລອດການ ແລະ ຕະຫລອດໄປ.
109 ແຕ່ ຈົ່ງເບິ່ງ, ແລະ ເບິ່ງແມ, ພວກເຮົາໄດ້ເຫັນລັດສະໝີພາບ ແລະ ຜູ້ອາໄສຂອງໂລກຊັ້ນຕ່ຳ, ວ່າພວກເຂົາມີຈຳນວນຈົນນັບບໍ່ຖ້ວນດັ່ງດວງດາວໃນທ້ອງນະພາແຫ່ງຟ້າສະຫວັນ, ຫລື ດັ່ງດິນຊາຍຢູ່ຝັ່ງທະເລ;
110 ແລະ ໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າກ່າວວ່າ: ພວກເຂົາເຫລົ່ານີ້ທັງໝົດຈະຄຸເຂົ່າລົງ, ແລະ ທຸກຄົນຈະ ກສາລະພາບຕໍ່ພຣະອົງຜູ້ນັ່ງຢູ່ເທິງບັນລັງຕະຫລອດການ ແລະ ຕະຫລອດໄປ;
111 ເພາະພວກເຂົາຈະຖືກພິພາກສາຕາມວຽກງານຂອງພວກເຂົາ, ແລະ ທຸກໆຄົນຈະໄດ້ຮັບຕາມ ກວຽກງານຂອງຕົນ, ຕາມການຄອບຄອງຂອງຕົນ, ໃນ ຂຜາສາດຊຶ່ງໄດ້ຈັດຕຽມໄວ້ແລ້ວ;
112 ແລະ ພວກເຂົາຈະເປັນຜູ້ຮັບໃຊ້ຂອງພຣະຜູ້ສູງສຸດ; ແຕ່ ກບ່ອນທີ່ພຣະເຈົ້າ ແລະ ພຣະຄຣິດ ຂປະທັບຢູ່ ພວກເຂົາບໍ່ສາມາດມາຫາ, ຕະຫລອດໄປເປັນນິດ.
113 ນີ້ຄືການສິ້ນສຸດຂອງພາບນິມິດທີ່ພວກເຮົາໄດ້ເຫັນ, ຊຶ່ງພວກເຮົາໄດ້ຖືກບັນຊາໃຫ້ຂຽນໃນຂະນະທີ່ ພວກເຮົາຍັງຢູ່ໃນພຣະວິນຍານ.
114 ແຕ່ ກຍິ່ງໃຫຍ່ ແລະ ໜ້າອັດສະຈັນຄືວຽກງານຂອງພຣະຜູ້ເປັນເຈົ້າ, ແລະ ຂຄວາມລຶກລັບຂອງອານາຈັກຂອງພຣະອົງ ຊຶ່ງພຣະອົງໄດ້ສະແດງແກ່ພວກເຮົາ, ຊຶ່ງເກີນກວ່າຄວາມເຂົ້າໃຈທັງໝົດ ໃນລັດສະໝີພາບ, ແລະ ໃນພະລັງ, ແລະ ໃນການຄອບຄອງ;
115 ຊຶ່ງພຣະອົງໄດ້ບັນຊາພວກເຮົາບໍ່ໃຫ້ຂຽນ ໃນຂະນະທີ່ພວກເຮົາຍັງຢູ່ໃນພຣະວິນຍານ, ແລະ ຜິດ ກກົດສຳລັບມະນຸດທີ່ຈະເອີ່ຍປາກ;
116 ທັງມະນຸດບໍ່ ກສາມາດທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກໄດ້, ເພາະຈະຫລຽວເຫັນ ແລະ ຂເຂົ້າໃຈມັນໄດ້ພຽງແຕ່ໂດຍອຳນາດຂອງພຣະວິນຍານສັກສິດເທົ່ານັ້ນ, ຊຶ່ງພຣະເຈົ້າໄດ້ປະທານໃຫ້ຜູ້ທີ່ຮັກພຣະອົງ, ແລະ ເຮັດໃຫ້ຕົນເອງບໍລິສຸດຢູ່ຕໍ່ພຣະພັກຂອງພຣະອົງ;
117 ພຣະອົງໄດ້ປະທານສິດທິພິເສດໃຫ້ຄົນເຫລົ່ານັ້ນທີ່ຈະໄດ້ເຫັນ ແລະ ຮູ້ສຳລັບຕົນເອງ;
118 ເພື່ອວ່າຜ່ານອຳນາດ ແລະ ການສະແດງໃຫ້ປະຈັກຂອງພຣະວິນຍານ, ໃນຂະນະທີ່ຢູ່ໃນເນື້ອໜັງ, ພວກເຂົາອາດສາມາດທົນກັບການປະທັບຢູ່ຂອງພຣະອົງໄດ້ໃນໂລກແຫ່ງລັດສະໝີພາບ.
119 ແລະ ຂໍໃຫ້ລັດສະໝີພາບ, ແລະ ກຽດຕິຍົດ, ແລະ ການຄອບຄອງເປັນຂອງພຣະເຈົ້າ ແລະ ພຣະເມສານ້ອຍຕະຫລອດການ ແລະ ຕະຫລອດໄປ. ອາແມນ.