ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 78


ພາກ​ທີ 78

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 1 ເດືອນ​ມີນາ, 1832. ໃນ​ມື້​ນັ້ນ, ສາດ​ສະ​ດາ ແລະ ຜູ້​ນຳ​ຄົນ​ອື່ນໆ ໄດ້​ເຕົ້າ​ໂຮມ​ກັນ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ທຸ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ. ສາ​ເຫດ​ຕົ້ນ​ເດີມ​ຂອງ​ການ​ເປີດ​ເຜີຍ​ນີ້ ແມ່ນ​ເພື່ອ​ແນະນຳ​ສາດ​ສະ​ດາ, ຊິດນີ ຣິກດອນ, ແລະ ນິວເອັນ ເຄ ວິດນີ ໃຫ້​ເດີນ​ທາງ​ໄປ​ຫາ​ລັດ​ມີ​ເຊີຣີ ແລະ ສ້າງ​ຕັ້ງ​ຮ້ານ​ຄ້າ ແລະ ໂຮງ​ພິມ​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ ໂດຍ​ການ​ສ້າງ “ກຸ່ມ​ທຸ​ລະ​ກິດ” ເພື່ອ​ບໍ​ລິ​ຫານ​ພາ​ລະ​ກິດ​ເຫລົ່າ​ນີ້, ເພື່ອຫາ​ທຶນ​ມາ​ເສີມ​ສ້າງ​ຊີໂອນ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ຍາກ​ຈົນ. ກຸ່ມ​ທຸ​ລະ​ກິດ​ນີ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ກຸ່ມ​ທຸລະ​ກິດ​ເອກະ​ພາບ, ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ເດືອນ​ເມສາ 1832 ແລະ ໄດ້​ລົ້ມ​ເລີກ​ໄປ​ໃນ​ປີ 1834 (ເບິ່ງ ພາກ​ທີ 82). ບໍ່​ດົນ​ຫລັງ​ຈາກ​ການ​ລົ້ມ​ເລີກ​ນັ້ນ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂຈເຊັບ ສະມິດ, ສຳ​ນວນ​ທີ່​ວ່າ “ຄັງ​ພາ​ລະ​ກິດ​ສຳ​ລັບ​ຄົນ​ຍາກ​ຈົນ” ໄດ້​ຖືກ​ໃຊ້​ແທນ “ຮ້ານ​ຄ້າ ແລະ ໂຮງພິມ” ໃນ​ການ​ເປີດ​ເຜີຍ, ແລະ ຄຳ​ທີ່​ວ່າ “ລະ​ບົບ” ໄດ້​ຖືກ​ໃຊ້​ແທນ​ຄຳ​ວ່າ “ກຸ່ມ​ທຸ​ລະ​ກິດ.”

1–4, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ຈັດ​ຕັ້ງ ແລະ ສະຖາ​ປະນາ​ຄັງ​ຂຶ້ນ; 5–12, ການ​ໃຊ້​ຊັບ​ສິນ​ຂອງ​ພວກ​ເຂົາ​ຢ່າງ​ສະຫລາດ​ຈະ​ນຳ​ໄປ​ສູ່​ຄວາມ​ລອດ; 13–14, ສາດ​ສະ​ໜາ​ຈັກ​ຄວນ​ເປັນ​ອິດສະ​ລະ​ຈາກ​ອຳນາດ​ຂອງ​ແຜ່ນ​ດິນ​ໂລກ; 15–16, ມີຄາເອນ (ອາດາມ) ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ (ພຣະ​ຄຣິດ); 17–22, ຄົນ​ທີ່​ຊື່​ສັດ​ເປັນ​ສຸກ​ແລ້ວ, ເພາະ​ພວກ​ເຂົາ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທັງ​ປວງ​ເປັນ​ມູນ​ມໍ​ລະ​ດົກ.

1 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂຈເຊັບ ສະມິດ, ຜູ້ລູກ, ໂດຍ​ກ່າວ​ວ່າ: ຈົ່ງ​ເຊື່ອ​ຟັງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ, ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່ ຖານະ​ປະ​ໂລ​ຫິດ​ສູງ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ກັນ;

2 ແລະ ຟັງ ຄຳ​ແນະນຳ​ຂອງ​ພຣະ​ອົງ​ຜູ້​ໄດ້ ແຕ່ງ​ຕັ້ງ​ເຈົ້າ​ຈາກ​ເບື້ອງ​ບົນ, ຜູ້​ຈະ​ກ່າວ​ຄຳ​ແຫ່ງ​ປັນ​ຍາ​ໃສ່​ຫູ​ຂອງ​ເຈົ້າ, ເພື່ອ​ຄວາມ​ລອດ​ຈະ​ເກີດ​ກັບ​ເຈົ້າ​ໃນ​ສິ່ງ​ນັ້ນ​ຊຶ່ງ​ເຈົ້າ​ໄດ້​ສະ​ເໜີ​ຕໍ່​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

3 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ, ເວລາ​ໄດ້​ມາ​ເຖິງ​ແລ້ວ, ແລະ ບັດ​ນີ້​ຢູ່​ພຽງ​ແຄ່​ເອື້ອມ; ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ຈຳ​ເປັນ​ທີ່​ຈະ​ຕ້ອງ ຈັດ​ລະບຽບ​ຜູ້​ຄົນ​ຂອງ​ເຮົາ, ໃນ​ການ​ດູ​ແລ ແລະ ການ​ຈັດ​ຕັ້ງ​ວຽກ​ງານ​ໃນ ຄັງ​ສຳ​ລັບ ຄົນ​ຍາກ​ຈົນ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ທັງ​ໃນ​ສະຖານ​ທີ່​ນີ້ ແລະ ໃນ​ແຜ່ນ​ດິນ ຊີໂອນ

4 ເພື່ອ​ຈະ​ມີ​ການ​ຈັດ​ຕັ້ງ ແລະ ລະ​ບົບ​ອັນ​ເປັນ​ນິດ ແລະ ຖາ​ວອນ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ເພື່ອ​ໃຫ້​ອຸ​ດົມ​ການ​ກ້າວ​ໄປ​ໜ້າ, ຊຶ່ງ​ເຈົ້າ​ໄດ້​ສະ​ໜັບ​ສະ​ໜູນ, ເພື່ອ​ຄວາມ​ລອດ​ຂອງ​ມະນຸດ, ແລະ ເພື່ອ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ບິດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະຫວັນ;

5 ເພື່ອ​ວ່າ​ເຈົ້າ​ຈະ ເທົ່າ​ທຽມ​ກັນ​ໃນ​ພັນທະ​ການ​ຂອງ​ເລື່ອງ​ແຫ່ງ​ສະຫວັນ, ແທ້​ຈິງ​ແລ້ວ, ແລະ ເລື່ອງ​ແຫ່ງ​ແຜ່ນ​ດິນ​ໂລກ​ນຳ​ອີກ, ເພື່ອ​ຈະ​ໄດ້​ຮັບ​ເລື່ອງ​ແຫ່ງ​ສະຫວັນ.

6 ເພາະ​ຖ້າ​ຫາກ​ເຈົ້າ​ບໍ່​ເທົ່າ​ທຽມ​ກັນ​ໃນ​ເລື່ອງ​ແຫ່ງ​ແຜ່ນ​ດິນ​ໂລກ ແລ້ວ​ເຈົ້າ​ຈະ​ເທົ່າ​ທຽມ​ກັນ​ໃນ​ເລື່ອງ​ແຫ່ງ​ສະຫວັນ​ບໍ່​ໄດ້;

7 ເພາະ​ຖ້າ​ຫາກ​ເຈົ້າ​ຢາກ​ໃຫ້​ເຮົາ​ປະທານ​ສະຖານ​ທີ່​ໃນ​ໂລກ ຊັ້ນ​ສູງ​ໃຫ້​ເຈົ້າ, ແລ້ວ​ເຈົ້າ​ຕ້ອງ ຕຽມ​ຕົວ​ເອງ ໂດຍ ການ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ ແລະ ຮຽກ​ຮ້ອງ​ຈາກ​ເຈົ້າ.

8 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ມັນ​ຈຳ​ເປັນ​ທີ່​ທຸກ​ສິ່ງ​ທັງ​ປວງ​ຖືກ​ກະ​ທຳ​ໄປ​ເພື່ອ ລັດ​ສະ​ໝີ​ພາບ​ຂອງ​ເຮົາ, ໂດຍ​ພວກ​ເຈົ້າ​ຜູ້​ມາ​ຮວມ​ກັນ​ຢູ່​ໃນ ລະ​ບົບ​ນີ້;

9 ຫລື, ອີກ​ຄຳ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກດອນ ນັ່ງ​ຢູ່​ໃນ​ສະພາ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຊຶ່ງ​ຢູ່​ໃນ​ຊີໂອນ;

10 ຖ້າ​ບໍ່​ດັ່ງ​ນັ້ນ ຊາຕານ​ຈະ​ພະ​ຍາ​ຍາມ​ຫັນ​ຫົວ​ໃຈ​ຂອງ​ພວກ​ເຂົາ​ໄປ​ຈາກ​ຄວາມ​ຈິງ, ຈົນ​ວ່າ​ພວກ​ເຂົາ​ກາຍ​ເປັນ​ຄົນ​ຕາ​ບອດ ແລະ ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ໄດ້​ຕຽມ​ໄວ້​ສຳ​ລັບ​ພວກ​ເຂົາ.

11 ດັ່ງ​ນັ້ນ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ, ເພື່ອ​ຕຽມ ແລະ ວາງ​ລະບຽບ​ຕົນ​ເອງ​ໂດຍ​ພັນທະ ຫລື ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ທີ່​ຝ່າ​ຝືນ​ບໍ່​ໄດ້.

12 ແລະ ຄົນ​ໃດ​ທີ່​ຝ່າ​ຝືນ​ສິ່ງ​ນີ້​ຈະ​ສູນ​ເສຍ​ໜ້າ​ທີ່ ແລະ ຕຳ​ແໜ່ງ​ຂອງ​ຕົນ​ໃນ​ສາດ​ສະ​ໜາ​ຈັກ, ແລະ ຈະ​ຖືກ​ສົ່ງ​ໄປ​ຮັບ​ເອົາ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຊາຕານ​ຈົນ​ເຖິງ​ວັນ​ແຫ່ງ​ການ​ໄຖ່.

13 ຈົ່ງ​ເບິ່ງ, ນີ້​ເປັນ​ການ​ຕຽມ ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ໄດ້​ຕຽມ​ເຈົ້າ, ແລະ ຮາກ​ຖານ, ແລະ ແບບ​ຢ່າງ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ, ຊຶ່ງ​ໂດຍ​ການ​ນີ້​ເຈົ້າ​ຈະ​ເຮັດ​ໃຫ້​ບັນ​ຍັດ ຊຶ່ງ​ໄດ້​ມອບ​ໃຫ້​ແກ່​ເຈົ້າ​ບັນ​ລຸ​ຜົນ​ສຳ​ເລັດ;

14 ເພື່ອ​ວ່າ​ຜ່ານ​ການ​ອາ​ລັກ​ຂາ​ຂອງ​ເຮົາ, ເຖິງ​ແມ່ນ ຄວາມ​ທຸກ​ຍາກ​ລຳ​ບາກ​ຊຶ່ງ​ຈະ​ມາ​ເຖິງ​ເຈົ້າ, ເພື່ອ​ວ່າ​ສາດ​ສະ​ໜາ​ຈັກ​ຈະ​ຕັ້ງ​ຢູ່​ຢ່າງ​ເປັນ​ອິດສະ​ລະ​ເໜືອ​ຊາວ​ໂລກ​ທັງ​ປວງ​ພາຍ​ໃຕ້​ໂລກ​ຊັ້ນ​ສູງ;

15 ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຂຶ້ນ​ມາ​ຫາ ມົງ​ກຸດ​ທີ່​ໄດ້​ຕຽມ​ໄວ້​ສຳ​ລັບ​ເຈົ້າ, ແລະ ຖືກ​ເຮັດ​ໃຫ້​ເປັນ ຜູ້​ປົກ​ຄອງ​ເໜືອ ອາ​ນາ​ຈັກ​ຫລາຍ​ແຫ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ພຣະ​ຜູ້​ສັກ​ສິດ​ຂອງ​ຊີໂອນ, ຜູ້​ໄດ້​ວາງ​ຮາກ​ຖານ​ຂອງ ອາດາມ-ອອນ​ໄດ-ອາ​ມັນ;

16 ຜູ້​ໄດ້​ແຕ່ງ​ຕັ້ງ ມີຄາເອນ​ໃຫ້​ເປັນ​ເຈົ້າ​ຊາຍ​ຂອງ​ເຈົ້າ, ແລະ ສະຖາ​ປະນາ​ຕີນ​ຂອງ​ລາວ​ໄວ້, ແລະ ວາງ​ລາວ​ໄວ້​ຢູ່​ບ່ອນ​ສູງ, ແລະ ມອບ​ຂໍ​ກະແຈ​ແຫ່ງ​ຄວາມ​ລອດ​ໃຫ້​ລາວ ພາຍ​ໃຕ້​ການ​ແນະນຳ ແລະ ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ, ຜູ້​ປາດ​ສະ​ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ການ​ສິ້ນ​ສຸດ​ຂອງ​ຊີ​ວິດ.

17 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຈົ້າ​ເປັນ​ເດັກ​ນ້ອຍໆ, ແລະ ເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ບິດາ​ມີ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ແລະ ຕຽມ​ໄວ້​ໃຫ້​ເຈົ້າ​ເທື່ອ;

18 ແລະ ເຈົ້າ​ບໍ່​ສາ​ມາດ ທົນ​ກັບ​ທຸກ​ສິ່ງ​ທັງ​ປວງ​ໄດ້​ໃນ​ຕອນ​ນີ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ເບີກ​ບານ​ເຖີດ, ເພາະ​ເຮົາ​ຈະ ນຳ​ພາ​ເຈົ້າ​ໄປ. ອາ​ນາ​ຈັກ​ເປັນ​ຂອງ​ເຈົ້າ ແລະ ພອນ​ໃນ​ນັ້ນ​ເປັນ​ຂອງ​ເຈົ້າ, ແລະ ຄວາມ​ຮັ່ງ​ມີ​ແຫ່ງ ຊົ່ວ​ນິ​ລັນ​ດອນ​ກໍ​ເປັນ​ຂອງ​ເຈົ້າ.

19 ແລະ ຄົນ​ທີ່​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ ຄວາມ​ຂອບ​ຄຸນ​ຈະ​ຖືກ​ເຮັດ​ໃຫ້​ຮຸ່ງ​ເຫລື້ອມ; ແລະ ສິ່ງ​ຂອງ ຂອງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ຕື່ມ​ໃຫ້​ເຂົາ, ແມ່ນ​ແຕ່ ຮ້ອຍ​ເທົ່າ, ແທ້​ຈິງ​ແລ້ວ, ຫລາຍ​ກວ່າ​ນັ້ນ.

20 ດັ່ງ​ນັ້ນ, ຈົ່ງ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ, ພຣະ​ຜູ້​ໄຖ່​ຂອງ​ເຈົ້າ​ກ່າວ, ແມ່ນ​ແຕ່​ພຣະ​ບຸດ ອາ​ມັນ, ຜູ້​ໄດ້​ຕຽມ​ທຸກ​ສິ່ງ​ທັງ​ປວງ​ກ່ອນ​ພຣະ​ອົງ​ຈະ ຮັບ​ເອົາ​ເຈົ້າ​ໄປ;

21 ເພາະ​ເຈົ້າ​ເປັນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ, ແລະ ພຣະ​ອົງ​ຈະ ຮັບ​ເອົາ​ເຈົ້າ​ຂຶ້ນ​ໄປ​ໃນ​ເມກ, ແລະ ກຳ​ນົດ​ສ່ວນ​ທີ່​ເປັນ​ຂອງ​ເຂົາ​ໃຫ້​ແຕ່​ລະ​ຄົນ.

22 ແລະ ຜູ້​ພິ​ທັກ​ຮັກ​ສາ​ທີ່​ຊື່​ສັດ ແລະ ສະຫລາດ​ຈະ​ໄດ້​ຮັບ ທຸກ​ສິ່ງ​ທັງ​ປວງ​ເປັນ​ມູນ​ມໍ​ລະ​ດົກ. ອາແມນ.