ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 82


ພາກ​ທີ 82

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ເມືອງ​ອິນດີ​ເພັນເດັນສ໌, ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ວັນທີ 26 ເດືອນ​ເມສາ, 1832. ເຫດ​ການ​ນັ້ນ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ການ​ປະ​ຊຸມ​ສະພາ​ມະຫາ​ປະ​ໂລ​ຫິດ ແລະ ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ການ​ປະ​ຊຸມ​ສະພາ​ດັ່ງ​ກ່າວ, ໂຈເຊັບ ສະມິດ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະທານ​ຂອງ​ຖານະ​ປະ​ໂລ​ຫິດ​ສູງ, ເປັນ​ຕຳ​ແໜ່ງ​ທີ່​ເພິ່ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ມາ​ແລ້ວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ມະຫາ​ປະ​ໂລຫິດ, ພວກ​ແອວເດີ, ແລະ ສະມາ​ຊິກ, ທີ່​ເມືອງ​ອາມ​ເຮີດ, ລັດ​ໂອ​ໄຮ​ໂອ, ວັນທີ 25 ເດືອນ​ມັງກອນ, 1832 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 75). ການ​ເປີດ​ເຜີຍ​ນີ້ ກ່າວ​ເນັ້ນ​ຄຳ​ແນະນຳ​ທີ່​ໄດ້​ມອບ​ໃຫ້ ໃນ​ການ​ເປີດ​ເຜີຍ​ທີ່​ຜ່ານ​ມາ (ພາກ​ທີ 78) ເພື່ອ​ໃຫ້​ຈັດຕັ້ງ ກຸ່ມ​ທຸ​ລະ​ກິດ​ຂຶ້ນ—ຊຶ່ງ​ຮູ້​ຈັກ​ກັນ​ວ່າ ກຸ່ມ​ທຸ​ລະ​ກິດ​ເອ​ກະ​ພາບ (ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂຈເຊັບ ສະມິດ, ຄຳ​ວ່າ “ລະ​ບົບ” ໄດ້​ຖືກ​ໃຊ້​ແທນ​ຄຳ​ວ່າ “ກຸ່ມ​ທຸ​ລະ​ກິດ”)—ເພື່ອ​ປົກ​ຄອງ​ພາ​ລະ​ກິດ​ການ​ຄ້າ ແລະ ໂຮງ​ພິມ​ຂອງ​ສາດ​ສະ​ໜາ​ຈັກ.

1–4, ເມື່ອ​ໃດ​ກໍ​ຕາມ​ທີ່​ປະທານ​ໃຫ້​ຫລາຍ, ເມື່ອ​ນັ້ນ​ກໍ​ຮຽກ​ຮ້ອງ​ຫລາຍ; 5–7, ຄວາມ​ມືດ​ມົວ​ຄອບ​ງຳ​ໂລກ; 8–13, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ຕາມ​ສັນ​ຍາ​ເມື່ອ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ກ່າວ; 14–18, ຊີໂອນ​ຕ້ອງ​ເພີ່ມ​ພູນ​ໃນ​ຄວາມ​ສວຍ​ງາມ ແລະ ຄວາມ​ສັກ​ສິດ; 19–24, ທຸກໆ​ຄົນ​ຄວນ​ສົນ​ໃຈ​ກັບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເພື່ອນ​ມະນຸດ​ດ້ວຍ​ກັນ.

1 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ, ວ່າຕາບ​ໃດ​ທີ່​ພວກ​ເຈົ້າ ໃຫ້​ອະ​ໄພ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຈົ້າ​ແກ່​ກັນ​ແລະ​ກັນ​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໃຫ້​ອະ​ໄພ​ແກ່​ພວກ​ເຈົ້າ.

2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ມີ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ເຈົ້າ ຜູ້​ໄດ້​ເຮັດ​ບາບ​ໜັກ​ໜາ; ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ທຸກ​ຄົນ​ໃນພວກ​ເຈົ້າ​ໄດ້​ເຮັດ ບາບ; ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ລະ​ວັງ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ແລະ ໃຫ້​ຫລີກ​ເວັ້ນ​ຈາກ​ບາບ, ຖ້າ​ບໍ່​ດັ່ງ​ນັ້ນ​ການ​ພິ​ພາກ​ສາ​ຢ່າງ​ສາ​ຫັດ​ຈະ​ຕົກ​ໃສ່​ເທິງ​ຫົວ​ຂອງ​ພວ​ກ​ເຈົ້າ.

3 ເພາະ​ຄົນ​ໃດ​ທີ່​ຖືກ​ປະທານ​ໃຫ້ ຫລາຍ ກໍ​ຈະ​ຖືກ ຮຽກ​ຮ້ອງ​ຫລາຍ; ແລະ ຄົນ​ໃດ​ທີ່​ເຮັດ ບາບ​ຕໍ່ ຄວາມ​ສະ​ຫວ່າງ​ຫລາຍ ກໍ​ຈະ​ຖືກ​ກ່າວ​ໂທດ​ຫລາຍ.

4 ພວກ​ເຈົ້າ​ເອີ້ນ​ຫາ​ນາມ​ຂອງ​ເຮົາ​ເພື່ອ​ຮັບ ການ​ເປີດ​ເຜີຍ, ແລະ ເຮົາ​ກໍ​ມອບ​ມັນ​ໃຫ້​ແກ່​ພວກ​ເຈົ້າ; ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ບໍ່​ຮັກ​ສາ​ຖ້ອຍ​ຄຳ​ຂອງ​ເຮົາ, ຊຶ່ງ​ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແລ້ວ​ພວກ​ເຈົ້າ​ກໍ​ກາຍ​ເປັນ​ຄົນ​ລ່ວງ​ລະເມີດ; ແລະ ຄວາມ​ຍຸດ​ຕິ​ທຳ ແລະ ການ​ພິ​ພາກ​ສາ​ເປັນ​ໂທດ​ຊຶ່ງ​ຕັ້ງ​ໄວ້​ກັບ​ກົດ​ຂອງ​ເຮົາ.

5 ສະນັ້ນ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ: ຈົ່ງ ເຝົ້າ​ລະ​ວັງ, ເພາະ ຜູ້​ປໍ​ລະ​ປັກ​ຈະ​ແຜ່​ຂະ​ຫຍາຍ​ການ​ຄອບ​ຄອງ​ຂອງ​ເຂົາ, ແລະ ຄວາມ​ມືດ​ຄອບ​ງຳ;

6 ແລະ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ແມ່ນ​ລຸກ​ເປັນ​ໄຟ​ກັບ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ; ແລະ ບໍ່​ມີ​ຄົນ​ໃດ​ເຮັດ​ຄວາມ​ດີ, ເພາະ​ທຸກ​ຄົນ​ໄດ້​ອອກ​ໄປ​ຈາກ ເສັ້ນ​ທາງ.

7 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ບໍ່​ຖື ບາບ​ອັນ​ໃດ​ເປັນ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ; ຈົ່ງ​ໄປ​ຕາມ​ທາງ​ຂອງ​ພວກ​ເຈົ້າ ແລະ ຢ່າ​ເຮັດ​ບາບ​ອີກ​ຕໍ່​ໄປ; ແຕ່​ກັບ​ຄົນ​ທີ່​ເຮັດ​ບາບ ບາບ ເກົ່າ​ຈະ​ກັບ​ຄືນ​ມາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ.

8 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ​ໃຫ້​ບັນ​ຍັດ​ຂໍ້ ໃໝ່​ແກ່​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ພວກ​ເຈົ້າ;

9 ຫລື, ອີກ​ຄຳ​ໜຶ່ງ, ເຮົາ​ໃຫ້​ການ​ຊີ້​ນຳ​ແກ່​ພວກ​ເຈົ້າ​ເຖິງ​ວິ​ທີ​ທີ່​ພວກ​ເຈົ້າ​ຈະ ປະ​ພຶດ​ຢູ່​ຕໍ່​ໜ້າ​ເຮົາ, ເພື່ອ​ວ່າ​ມັນ​ຈະ​ກັບ​ຄືນ​ມາ​ຫາ​ພວກ​ເຈົ້າ​ເພື່ອ​ຄວາມ​ລອດ​ຂອງ​ພວກ​ເຈົ້າ.

10 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ເຮັດ​ຕາມ​ສັນ​ຍາ​ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ກ່າວ; ແຕ່​ເມື່ອ​ພວກ​ເຈົ້າ​ບໍ່​ເຮັດ​ສິ່ງ​ທີ່​ເຮົາ​ກ່າວ, ແລ້ວ​ພວກ​ເຈົ້າ​ກໍ​ບໍ່​ມີ​ຄຳ​ສັນ​ຍາ.

11 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເໝາະ​ສົມ​ສຳ​ລັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ ແລະ ນິວເອັນ ເຄ ວິດນີ, ເອ ຊິດນີ ກຽວເບີດ ແລະ ຊິດນີ ຣິກດອນ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ແລະ ຈອນ ວິດເມີ ແລະ ອໍ​ລີ​ເວີ ຄາວ​ເດີຣີ, ແລະ ດັບ​ເບິນ​ຢູ ດັບ​ເບິນ​ຢູ ແຟ້ວສ໌ ແລະ ມາຕິນ ແຮຣິສ ຈະ​ຖືກ ຜູກ​ມັດ​ນຳ​ກັນ​ໂດຍ​ພັນທະ ແລະ ພັນທະ​ສັນ​ຍາ​ທີ່​ຝ່າ​ຝືນ​ບໍ່​ໄດ້​ໂດຍ​ການ​ລ່ວງ​ລະເມີດ, ຍົກ​ເວັ້ນ​ແຕ່​ການ​ພິ​ພາກ​ສາ​ຈະ​ຕາມ​ມາ​ທັນ​ທີ, ໃນ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຢູ່​ໃນ​ຄວາມ​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຈົ້າ—

12 ເພື່ອ​ຈັດ​ການ​ກັບ​ວຽກ​ງານ​ຂອງ​ຄົນ​ຍາກ​ຈົນ, ແລະ ທຸກ​ສິ່ງ​ທັງ​ປວງ​ທີ່​ກ່ຽວ​ກັບ​ຝ່າຍ​ອະ​ທິ​ການ ທັງ​ຢູ່​ໃນ ແຜ່ນ​ດິນ​ຊີໂອນ ແລະ ໃນ​ແຜ່ນ​ດິນ​ເຄີດແລນ;

13 ເພາະ​ເຮົາ​ໄດ້​ອຸ​ທິດ​ຖວາຍ​ແຜ່ນ​ດິນ​ເຄີດແລນ​ໄວ້​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ ເພື່ອ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ຜູ້​ສູງ​ສຸດ, ແລະ ເພື່ອ ສະເຕກ​ຕໍ່​ຊີໂອນ.

14 ເພາະ​ຊີໂອນ​ຕ້ອງ​ເພີ່ມ​ພູນ​ໃນ​ຄວາມ​ສວຍ​ງາມ, ແລະ ໃນ​ຄວາມ​ສັກ​ສິດ; ເຂດ​ແດນ​ຂອງ​ນາງ​ຕ້ອງ ຂະ​ຫຍາຍ​ອອກ​ໄປ​ໃຫ້​ກວ້າງ; ສະເຕກ​ຂອງ​ນາງ​ຕ້ອງ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ; ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຊີໂອນ​ຕ້ອງ​ລຸກ​ຂຶ້ນ ແລະ ສວມ ອາ​ພອນ​ອັນ​ງົດ​ງາມ​ຂອງ​ນາງ.

15 ສະນັ້ນ, ເຮົາ​ຈຶ່ງ​ໃຫ້​ບັນ​ຍັດ​ຂໍ້​ນີ້​ແກ່​ພວກ​ເຈົ້າ, ໃຫ້​ພວກ​ເຈົ້າ​ຜູກ​ມັດ​ຕົນ​ເອງ​ໂດຍ​ພັນທະ​ສັນ​ຍາ​ນີ້, ແລະ ມັນ​ຈະ​ເປັນ​ໄປ​ຕາມ​ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

16 ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ​ໃນ​ເຮົາ​ຄື​ກັນ ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ.

17 ແລະ ພວກ​ເຈົ້າ​ຕ້ອງ ເທົ່າ​ທຽມ​ກັນ, ຫລື ອີກ​ຄຳ​ໜຶ່ງ, ພວກ​ເຈົ້າ​ຕ້ອງ​ມີ​ສິດ​ເທົ່າ​ທຽມ​ກັນ​ໃນ​ຊັບ​ສິນ​ຕ່າງໆ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ການ​ຈັດ​ການ​ກັບ​ທຸ​ລະ​ກິດ​ໃນ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຈົ້າ, ທຸກໆ​ຄົນ​ຕາມ​ຄວາມ​ຕ້ອງ​ການ ແລະ ຄວາມ​ຈຳ​ເປັນ​ຂອງ​ເຂົາ, ຕາບ​ໃດ​ທີ່​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ສົມ​ເຫດ​ສົມ​ຜົນ—

18 ແລະ ທັງ​ໝົດ​ນີ້​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້​ພັດ​ທະ​ນາ ພອນ​ສະຫວັນ​ຂອງ​ຕົນ, ເພື່ອ​ທຸກ​ຄົນ​ຈະ​ໄດ້​ຮັບ​ພອນ​ສະຫວັນ​ອື່ນໆ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ເປັນ​ຮ້ອຍ​ເທົ່າ, ເພື່ອ​ຈະ​ເທ​ເຂົ້າ​ໄປ​ໃນ ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ກາຍ​ເປັນ​ຊັບ​ສິນ​ສ່ວນ​ລວມ​ຂອງ​ທັງ​ສາດ​ສະ​ໜາ​ຈັກ—

19 ໃຫ້​ທຸກ​ຄົນ​ສົນ​ໃຈ​ກັບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເພື່ອນ​ມະນຸດ​ດ້ວຍ​ກັນ, ແລະ ເຮັດ​ທຸກ​ສິ່ງ​ທັງ​ປວງ​ເພາະ​ການ​ທີ່ ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ.

20 ລະ​ບົບ​ນີ້​ເຮົາ​ໄດ້​ກຳ​ນົດ​ໄວ້ ໃຫ້​ເປັນ​ລະ​ບົບ​ອັນ​ເປັນ​ນິດ​ແກ່​ພວກ​ເຈົ້າ, ແລະ ແກ່​ຜູ້​ທີ່​ຮັບ​ຕຳ​ແໜ່ງ​ແທນ​ພວກ​ເຈົ້າ, ຕາບ​ໃດ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ບາບ.

21 ແລະ ຄົນ​ໃດ​ທີ່​ເຮັດ​ບາບ​ຕໍ່​ພັນທະ​ສັນ​ຍາ​ນີ້, ແລະ ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ມັນ, ຈະ​ຖືກ​ຈັດ​ການ​ຕາມ ກົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ຈະ​ຖືກ​ສົ່ງ​ໄປ​ຮັບ​ເອົາ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຊາຕານ​ຈົນ​ເຖິງ​ວັນ​ແຫ່ງ​ການ​ໄຖ່.

22 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ແລະ ນີ້​ຄື​ປັນ​ຍາ, ວ່າ​ຈົ່ງ​ເປັນ​ເພື່ອນ​ກັບ​ເງິນ​ຄຳ​ທີ່​ເຮັດ​ໃຫ້​ບໍ່​ຊອບ​ທຳ, ແລະ ມັນ​ຈະ​ບໍ່​ທຳ​ລາຍ​ພວກ​ເຈົ້າ.

23 ຈົ່ງ​ປະ​ປ່ອຍ​ການ​ພິ​ພາກ​ສາ​ໄວ້​ກັບ​ເຮົາ​ພຽງ​ຜູ້​ດຽວ, ເພາະ​ມັນ​ເປັນ​ຂອງ​ເຮົາ ແລະ ເຮົາ​ຈະ ຕອບ​ແທນ. ສັນ​ຕິ​ສຸກ​ຈົ່ງ​ຢູ່​ກັບ​ພວກ​ເຈົ້າ; ພອນ​ຂອງ​ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕໍ່​ໄປ.

24 ເພາະ​ແມ່ນ​ແຕ່ ອາ​ນາ​ຈັກ​ຍັງ​ເປັນ​ຂອງ​ພວກ​ເຈົ້າ, ແລະ ຈະ​ເປັນ​ຕະຫລອດ​ການ; ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ຕົກ​ໄປ​ຈາກ​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຈົ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.