ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 88


ພາກ​ທີ 88

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 27 ແລະ 28 ເດືອນ​ທັນວາ, 1832, ແລະ ວັນທີ 3 ເດືອນ​ມັງກອນ, 1833. ສາດ​ສະ​ດາ​ໄດ້​ລະບຸ​ການ​ເປີດ​ເຜີຍ​ນີ້​ວ່າ​ເປັນ “‘ໃບ​ໝາກ​ກອກ’ … ເດັດ​ອອກ​ມາ​ຈາກ​ຕົ້ນ​ໄມ້​ຂອງ​ເມືອງ​ສຸ​ຂະ​ເສີມ, ເປັນ​ຂ່າວ​ສານ​ແຫ່ງ​ສັນຕິ​ສຸກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ພວກ​ເຮົາ.” ການ​ເປີດ​ເຜີຍ​ໄດ້​ຖືກ​ມອບ​ໃຫ້​ຕອນ​ກຸ່ມ​ມະຫາ​ປະ​ໂລ​ຫິດ​ໄດ້​ອະ​ທິ​ຖານ​ຫລັງ​ຈາກ​ກອງ​ປະ​ຊຸມ “​ແຍກ​ກັນ​ຢູ່ ແລະ ເອີ້ນ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຂໍ​ໃຫ້​ພຣະ​ອົງ​ເປີດ​ເຜີຍ​ພຣະ​ປະສົງ​ຂອງ​ພຣະ​ອົງ​ແກ່​ເຮົາ ກ່ຽວ​ກັບ​ການ​ເສີມ​ສ້າງ​ຊີໂອນ.”

1–5, ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ພຣະ​ຜູ້​ປອບ​ໂຍນ​ອົງ​ນັ້ນ, ຊຶ່ງ​ເປັນ​ຄຳ​ສັນ​ຍາ​ຂອງ​ຊີ​ວິດ​ນິ​ລັນ​ດອນ; 6–13, ທຸກ​ສິ່ງ​ທັງ​ປວງ​ຖືກ​ຄວບ​ຄຸມ ແລະ ປົກ​ຄອງ​ໂດຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ; 14–16, ການ​ຟື້ນ​ຄືນ​ຊີ​ວິດ​ມາ​ເຖິງ​ຜ່ານ​ທາງ​ການ​ໄຖ່; 17–31, ການ​ເຊື່ອ​ຟັງ​ກົດ​ຂອງ​ໂລກ​ຊັ້ນ​ສູງ, ໂລກ​ຊັ້ນ​ກາງ, ຫລື ໂລກ​ຊັ້ນ​ຕ່ຳ ຈະ​ຕຽມ​ມະນຸດ​ສຳ​ລັບ​ອາ​ນາ​ຈັກ ແລະ ລັດ​ສະ​ໝີ​ພາບ​ເຫລົ່າ​ນັ້ນ​ຕາມ​ລຳ​ດັບ; 32–35, ຄົນ​ທີ່​ຢູ່​ໃນ​ບາບ​ກໍ​ຈະ​ຍັງ​ສົກ​ກະ​ປົກ​ຢູ່​ຄື​ເກົ່າ; 36–41, ອາ​ນາ​ຈັກ​ທັງ​ປວງ​ຈະ​ຖືກ​ປົກ​ຄອງ​ດ້ວຍ​ກົດ; 42–45, ພຣະ​ເຈົ້າ​ໄດ້​ປະທານ​ກົດ​ສຳ​ລັບ​ທຸກ​ສິ່ງ​ທັງ​ປວງ; 46–50, ມະນຸດ​ຈະ​ເຂົ້າ​ໃຈ​ແມ່ນ​ແຕ່​ພຣະ​ເຈົ້າ; 51–61, ຄຳ​ອຸປະມາ​ເລື່ອງ​ຊາຍ​ທີ່​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ຕົນ​ໄປ​ເຮັດ​ວຽກ​ຢູ່​ໃນ​ທົ່ງ ແລະ ໄດ້​ໄປ​ຢ້ຽມ​ຢາມ​ພວກ​ເຂົາ​ແຕ່​ລະ​ຄົນ; 62–73, ຈົ່ງ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ, ແລະ ທ່ານ​ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ; 74–80, ຈົ່ງ​ຊຳລະ​ຕົນ​ໃຫ້​ບໍ​ລິ​ສຸດ ແລະ ສິດ​ສອນ​ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ; 81–85, ທຸກ​ຄົນ​ທີ່​ໄດ້​ຖືກ​ເຕືອນ ຄວນ ເຕືອນ​ເພື່ອນ​ບ້ານ​ຂອງ​ຕົນ; 86–94, ເຄື່ອງ​ໝາຍ, ຄວາມ​ປັ່ນ​ປ່ວນ​ຂອງ​ດິນ​ຟ້າ​ອາ​ກາດ, ແລະ ເຫລົ່າ​ທູດ ຈັດ​ຕຽມ​ທາງ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 95–102, ເຫລົ່າ​ທູດ​ເປົ່າ​ແກ​ເອີ້ນ​ຄົນ​ຕາຍ​ຕາມ​ລຳ​ດັບ​ຂອງ​ພວກ​ເຂົາ; 103–116, ເຫລົ່າ​ທູດ​ເປົ່າ​ແກ​ປະ​ກາດ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ການ​ຫລົ້ມ​ຈົມ​ຂອງ​ບາ​ບີ​ໂລນ, ແລະ ການ​ສູ້​ຮົບ​ຂອງ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່; 117–126, ຈົ່ງ​ສະແຫວງ​ຫາ​ການ​ຮຽນ​ຮູ້, ຈົ່ງ​ສະຖາ​ປະນາ​ບ້ານ​ຂອງ​ພຣະ​ເຈົ້າ (ພຣະ​ວິຫານ), ແລະ ຫຸ້ມ​ຫໍ່​ຕົນ​ເອງ​ດ້ວຍ​ພັນທະ​ແຫ່ງ​ຄວາມ​ໃຈ​ບຸນ; 127–141, ລະບຽບ​ຂອງ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາ​ໄດ້​ຖືກ​ອະ​ທິ​ບາຍ​ໄວ້, ລວມ​ທັງ​ພິ​ທີ​ການ​ລ້າງ​ຕີນ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ ຜູ້​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ນຳ​ກັນ​ເພື່ອ​ຮັບ​ພຣະ​ປະສົງ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ພວກ​ເຈົ້າ:

2 ຈົ່ງ​ເບິ່ງ, ນີ້​ເປັນ​ສິ່ງ​ພໍ​ພຣະ​ໄທ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ເຫລົ່າ​ທູດ ປິ​ຕິ​ຍິນ​ດີ​ໃນ​ຕົວ​ພວກ​ເຈົ້າ; ການ​ຖວາຍ ທານ​ດ້ວຍ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ​ໄດ້​ຂຶ້ນ​ມາ​ເຖິງ​ພຣະ​ກັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ ຊາ​ບາ​ໂອດ, ແລະ ໄດ້​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ ປຶ້ມ​ລາຍ​ຊື່​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ, ແມ່ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ຂອງ​ໂລກ​ຊັ້ນ​ສູງ.

3 ດັ່ງ​ນັ້ນ, ບັດ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ ພຣະ​ຜູ້​ປອບ​ໂຍນ​ອົງ​ໜຶ່ງ​ມາ​ໃຫ້​ພວກ​ເຈົ້າ, ແມ່ນ​ແຕ່​ມາ​ໃຫ້​ພວກ​ເຈົ້າ ເພື່ອນ​ທັງ​ຫລາຍ​ຂອງ​ເຮົາ, ເພື່ອ​ພຣະ​ອົງ​ຈະ​ໄດ້​ສະ​ຖິດ​ຢູ່​ໃນ​ຫົວ​ໃຈ​ຂອງ​ພວກ​ເຈົ້າ, ແມ່ນ​ແຕ່ ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ; ຊຶ່ງ​ເປັນ​ພຣະ​ຜູ້​ປອບ​ໂຍນ​ອົງ​ດຽວ​ກັນ​ນັ້ນ ທີ່​ເຮົາ​ໄດ້​ສັນ​ຍາ​ກັບ​ສາ​ນຸ​ສິດ​ຂອງ​ເຮົາ, ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ທຳ​ໂຢຮັນ.

4 ພຣະ​ຜູ້​ປອບ​ໂຍນ​ອົງ​ນີ້​ຄື​ຄຳ​ສັນ​ຍາ​ແຫ່ງ ຊີ​ວິດ​ນິ​ລັນ​ດອນ ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ແມ່ນ​ແຕ່ ລັດ​ສະ​ໝີ​ພາບ ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ;

5 ຊຶ່ງ​ລັດ​ສະ​ໝີ​ພາບ​ນັ້ນ​ຄື​ຂອງ​ສາດ​ສະ​ໜາ​ຈັກ​ຂອງ ພຣະ​ບຸດ​ຫົວ​ປີ, ແມ່ນ​ແຕ່​ຂອງ​ພຣະ​ເຈົ້າ, ຜູ້​ສັກ​ສິດ​ເໜືອ​ກວ່າ​ທຸກ​ສິ່ງ​ທັງ​ປວງ, ຜ່ານ​ທາງ​ພຣະ​ເຢຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ອົງ—

6 ພຣະ​ອົງ​ຜູ້​ໄດ້​ສະ​ເດັດ​ຂຶ້ນ​ເບື້ອງ​ບົນ, ດັ່ງ​ທີ່​ພຣະ​ອົງ​ໄດ້ ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ, ໃນ​ການ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້ ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ປວງ, ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ ແລະ ຜ່ານ​ທຸກ​ສິ່ງ​ທັງ​ປວງ, ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງ;

7 ຊຶ່ງ​ຄວາມ​ຈິງ​ນີ້​ສ່ອງ​ແສງ. ນີ້​ຄື ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ. ດັ່ງ​ທີ່​ພຣະ​ອົງ​ຢູ່​ໃນ​ດວງ​ອາ​ທິດ​ນຳ​ອີກ, ແລະ ເປັນ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ອາ​ທິດ, ແລະ ເປັນ​ພະ​ລັງ​ຂອງ​ມັນ ຊຶ່ງ​ໂດຍ​ພະ​ລັງ​ນັ້ນ​ດວງ​ອາ​ທິດ​ໄດ້​ຖືກ ສ້າງ​ຂຶ້ນ.

8 ດັ່ງ​ທີ່​ພຣະ​ອົງ​ຢູ່​ໃນ​ດວງ​ເດືອນ​ນຳ​ອີກ, ແລະ ເປັນ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ເດືອນ, ແລະ ເປັນ​ພະ​ລັງ​ຂອງ​ມັນ ຊຶ່ງ​ໂດຍ​ພະ​ລັງ​ນັ້ນ​ດວງ​ເດືອນ​ໄດ້​ຖືກ​ສ້າງ​ຂຶ້ນ;

9 ພຣະ​ອົງ​ກໍ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໝູ່​ດວງ​ດາວ​ຄື​ກັນ, ແລະ ເປັນ​ພະ​ລັງ​ຂອງ​ມັນ ຊຶ່ງ​ໂດຍ​ພະ​ລັງ​ນັ້ນ​ດວງ​ດາວ​ໄດ້​ຖືກ​ສ້າງ​ຂຶ້ນ;

10 ແລະ ແຜ່ນ​ດິນ​ໂລກ​ນຳ​ອີກ, ແລະ ພະ​ລັງ​ຂອງ​ມັນ, ແມ່ນ​ແຕ່​ແຜ່ນ​ດິນ​ໂລກ ຊຶ່ງ​ເທິງ​ນັ້ນ​ພວກ​ເຈົ້າ​ໄດ້ ຢືນ​ຢູ່.

11 ແລະ ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ, ຊຶ່ງ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ພວກ​ເຈົ້າ, ມາ​ເຖິງ​ຜ່ານ​ພຣະ​ອົງ​ຜູ້​ເຮັດ​ໃຫ້​ດວງ​ຕາ​ຂອງ​ພວກ​ເຈົ້າ​ແຈ້ງ​ສະ​ຫວ່າງ, ຊຶ່ງ​ເປັນ​ຄວາມ​ສະ​ຫວ່າງ​ອັນ​ດຽວ​ກັນ​ນັ້ນ​ທີ່​ໃຫ້​ຊີ​ວິດ​ຊີ​ວາ​ແກ່ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຈົ້າ.

12 ຊຶ່ງ ຄວາມ​ສະ​ຫວ່າງ​ນັ້ນ​ສ່ອງ​ແສງ​ອອກ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ເພື່ອ ຂະ​ຫຍາຍ​ອອກ​ໄປ​ທົ່ວ​ທຸກ​ແຫ່ງ​ຫົນ—

13 ຄວາມ​ສະ​ຫວ່າງ​ຊຶ່ງ​ຢູ່​ໃນ ທຸກ​ສິ່ງ​ທັງ​ປວງ, ຊຶ່ງ​ໃຫ້ ຊີ​ວິດ​ແກ່​ທຸກ​ສິ່ງ​ທັງ​ປວງ, ຊຶ່ງ​ເປັນ ກົດ​ທີ່​ທຸກ​ສິ່ງ​ທັງ​ປວງ​ຖືກ​ປົກ​ຄອງ​ໂດຍ​ກົດ​ນັ້ນ, ແມ່ນ​ແຕ່​ອຳນາດ​ຂອງ​ພຣະ​ເຈົ້າ​ຜູ້​ປະ​ທັບ​ຢູ່​ເທິງ​ພຣະ​ບັນ​ລັງ​ຂອງ​ພຣະ​ອົງ, ຜູ້​ຢູ່​ໃນ​ຊວງ​ອົກ​ຂອງ​ຊົ່ວ​ນິ​ລັນ​ດອນ, ຜູ້​ຢູ່​ໃນ​ທ່າມ​ກາງ​ຂອງ​ທຸກ​ສິ່ງ​ທັງ​ປວງ.

14 ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໂດຍ​ຜ່ານ ການ​ໄຖ່​ຊຶ່ງ​ເຮັດ​ເພື່ອ​ພວກ​ເຈົ້າ ມັນ​ຈຶ່ງໄດ້​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ບັນ​ດາ​ຄົນ​ຕາຍ.

15 ແລະ ວິນ​ຍານ​ກັບ ຮ່າງ​ກາຍ​ເປັນ ຈິດ​ວິນ​ຍານ​ຂອງ​ມະນຸດ.

16 ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ບັນ​ດາ​ຄົນ​ຕາຍ​ຄື​ການ​ໄຖ່​ຈິດ​ວິນ​ຍານ.

17 ແລະ ການ​ໄຖ່​ຈິດ​ວິນ​ຍານ​ເກີດ​ຂຶ້ນ​ຜ່ານ​ພຣະ​ອົງ ທີ່​ເຮັດ​ໃຫ້​ທຸກ​ສິ່ງ​ທັງ​ປວງ​ມີ​ຊີ​ວິດ​ຊີ​ວາ, ຊຶ່ງ​ໃນ​ຊວງ​ອົກ​ຂອງ​ພຣະ​ອົງ​ມີ​ຄຳ​ສັ່ງ​ໄວ້​ວ່າ ຄົນ​ຍາກ​ຈົນ ແລະ ຄົນ​ອ່ອນ​ໂຍນ​ຂອງ ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ມັນ​ເປັນ​ມູນ​ມໍ​ລະ​ດົກ.

18 ສະນັ້ນ, ມັນ​ຈຳ​ເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍ​ລິ​ສຸດ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທຸກ​ຢ່າງ, ເພື່ອ​ມັນ​ຈະ​ໄດ້​ຖືກ​ຕຽມ​ໄວ້​ສຳ​ລັບ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ສູງ;

19 ເພາະ​ຫລັງ​ຈາກ​ມັນ​ໄດ້​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ການ​ສ້າງ​ຂອງ​ມັນ​ສຳ​ເລັດ​ຄົບ​ຖ້ວນ​ແລ້ວ, ມັນ​ຈະ​ໄດ້​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ ລັດ​ສະ​ໝີ​ພາບ, ແມ່ນ​ແຕ່​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ;

20 ເພື່ອ​ຮ່າງ​ກາຍ​ຂອງ​ຜູ້​ທີ່​ເປັນ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ ຈະ​ໄດ້ ຄອບ​ຄອງ​ມັນ​ຕະຫລອດ​ການ ແລະ ຕະຫລອດ​ໄປ; ເພາະ, ເພື່ອ ເຈດ​ຕະ​ນາ​ນີ້​ມັນ​ຈຶ່ງ​ໄດ້​ຖືກ​ເຮັດ ແລະ ສ້າງ​ຂຶ້ນ, ແລະ ເພື່ອ​ເຈດ​ຕະ​ນາ​ນີ້​ມັນ​ຈຶ່ງ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ.

21 ແລະ ຄົນ​ທີ່​ບໍ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ໂດຍ​ຜ່ານ​ກົດ​ຊຶ່ງ​ເຮົາ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຈົ້າ, ແມ່ນ​ແຕ່​ກົດ​ຂອງ​ພຣະ​ຄຣິດ, ຕ້ອງ​ໄດ້​ຮັບ​ອາ​ນາ​ຈັກ​ອື່ນ​ເປັນ​ມູນ​ມໍ​ລະ​ດົກ, ແມ່ນ​ແຕ່​ອາ​ນາ​ຈັກ​ຊັ້ນ​ກາງ, ຫລື ວ່າ​ອາ​ນາ​ຈັກ​ຊັ້ນ​ຕ່ຳ.

22 ເພາະ​ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ ຈະ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ​ບໍ່​ໄດ້.

23 ແລະ ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ກາງ ຈະ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ກາງ​ບໍ່​ໄດ້.

24 ແລະ ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ຕ່ຳ ຈະ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ຕ່ຳ​ບໍ່​ໄດ້; ສະນັ້ນ​ເຂົາ​ຈຶ່ງ​ບໍ່​ເໝາະ​ສົມ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ. ສະນັ້ນ​ເຂົາ​ຕ້ອງ​ທົນ​ກັບ​ອາ​ນາ​ຈັກ​ຊຶ່ງ​ບໍ່​ແມ່ນ​ອາ​ນາ​ຈັກ​ທີ່​ມີ​ລັດ​ສະ​ໝີ​ພາບ.

25 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ແຜ່ນ​ດິນ​ໂລກ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ, ເພາະ​ມັນ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ການ​ສ້າງ​ຂອງ​ມັນ​ສຳ​ເລັດ​ຄົບ​ຖ້ວນ, ແລະ ບໍ່​ລ່ວງ​ລະເມີດ​ກົດ—

26 ດັ່ງ​ນັ້ນ, ມັນ​ຈຶ່ງ​ຈະ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ມັນ​ຈະ ຕາຍ, ມັນ​ຈະ​ຖືກ​ເຮັດ​ໃຫ້​ຄືນ​ມີ​ຊີ​ວິດ​ຊີ​ວາ​ອີກ, ແລະ ມັນ​ຈະ​ທົນ​ກັບ​ອຳນາດ​ນັ້ນ​ໄດ້ ຊຶ່ງ​ໂດຍ​ອຳນາດ​ນັ້ນ​ມັນ​ໄດ້​ຖືກ​ເຮັດ​ໃຫ້​ຄືນ​ມີ​ຊີ​ວິດ​ຊີ​ວາ​ອີກ, ແລະ ຄົນ​ຊອບ​ທຳ​ຈະ​ໄດ້​ຮັບ​ມັນ​ເປັນ ມູນ​ມໍ​ລະ​ດົກ.

27 ເພາະ​ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຕາຍ, ພວກ​ເຂົາ​ຈະ ລຸກ​ຂຶ້ນ​ອີກ, ເປັນ ຮ່າງ​ກາຍ​ຝ່າຍ​ວິນ​ຍານ.

28 ຄົນ​ທີ່​ມີ​ວິນ​ຍານ​ຂອງ​ຊັ້ນ​ສູງ​ຈະ​ໄດ້​ຮັບ​ຮ່າງ​ກາຍ​ອັນ​ດຽວ​ກັນ​ນັ້ນ ຊຶ່ງ​ເຄີຍ​ເປັນ​ຮ່າງ​ກາຍ​ທຳ​ມະ​ຊາດ; ແມ່ນ​ແຕ່​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຈົ້າ ຈະ​ເປັນ​ລັດ​ສະ​ໝີ​ພາບ​ນັ້ນ ຊຶ່ງໂດຍ ລັດ​ສະ​ໝີ​ພາບ​ນັ້ນ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ຄືນ​ມີ ຊີ​ວິດ​ຊີ​ວາ​ອີກ.

29 ພວກ​ເຈົ້າ​ຜູ້​ທີ່​ຖືກ​ເຮັດ​ໃຫ້​ຄືນ​ມີ​ຊີ​ວິດ​ຊີ​ວາ​ອີກ ໂດຍ​ສ່ວນ​ໜຶ່ງ​ຂອງ​ລັດ​ສະ​ໝີ​ພາບ ຊັ້ນ​ສູງ ເມື່ອ​ນັ້ນ​ຈະ​ໄດ້​ຮັບ​ຢ່າງ​ດຽວ​ກັນ​ນັ້ນ, ແມ່ນ​ແຕ່​ຄວາມ​ສົມ​ບູນ.

30 ແລະ ຄົນ​ທີ່​ຖືກ​ເຮັດ​ໃຫ້​ຄືນ​ມີ​ຊີ​ວິດ​ຊີ​ວາ​ອີກ ໂດຍ​ສ່ວນ​ໜຶ່ງ​ຂອງ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ກາງ ເມື່ອ​ນັ້ນ​ຈະ​ໄດ້​ຮັບ​ຢ່າງ​ດຽວ​ກັນ​ນັ້ນ, ແມ່ນ​ແຕ່​ຄວາມ​ສົມ​ບູນ.

31 ແລະ ຄົນ​ທີ່​ຖືກ​ເຮັດ​ໃຫ້​ຄືນ​ມີ​ຊີ​ວິດ​ຊີ​ວາ​ອີກ ໂດຍ​ສ່ວນ​ໜຶ່ງ​ຂອງ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ຕ່ຳ​ກໍ​ຄື​ກັນ ເມື່ອ​ນັ້ນ​ຈະ​ໄດ້​ຮັບ​ຢ່າງ​ດຽວ​ກັນ​ນັ້ນ, ແມ່ນ​ແຕ່​ຄວາມ​ສົມ​ບູນ.

32 ແລະ ຄົນ​ທີ່​ເຫລືອ​ຢູ່​ຈະ​ຖືກ​ເຮັດ​ໃຫ້​ຄືນ​ມີ ຊີ​ວິດ​ຊີ​ວາ​ຄື​ກັນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຈະ​ໄດ້​ກັບ​ຄືນ​ສູ່​ສະຖານ​ທີ່​ເດີມ​ຂອງ​ພວກ​ເຂົາ​ເອງ, ເພື່ອ​ຊື່ນ​ຊົມ​ກັບ​ສິ່ງ​ທີ່​ພວກ​ເຂົາ ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ, ເພາະ​ພວກ​ເຂົາ​ບໍ່​ໄດ້​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ສິ່ງ​ທີ່​ພວກ​ເຂົາ​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ.

33 ເພາະ​ມັນ​ຈະ​ເປັນ​ປະ​ໂຫຍດ​ຫຍັງ​ແກ່​ມະນຸດ ຖ້າ​ຫາກ​ຂອງ​ປະທານ​ນັ້ນ​ຖືກ​ມອບ​ໃຫ້​ເຂົາ, ແລະ ເຂົາ​ບໍ່​ຍອມ​ຮັບ​ເອົາ​ຂອງ​ປະທານ​ນັ້ນ? ຈົ່ງ​ເບິ່ງ, ເຂົາ​ບໍ່​ປິ​ຕິ​ຍິນ​ດີ​ກັບ​ສິ່ງ​ທີ່​ຖືກ​ມອບ​ໃຫ້​ແກ່​ເຂົາ, ທັງ​ບໍ່​ປິ​ຕິ​ຍິນ​ດີ​ກັບ​ພຣະ​ອົງ​ຜູ້​ປະທານ​ຂອງ​ປະທານ​ນັ້ນ​ໃຫ້​ເຂົາ.

34 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສິ່ງ​ທີ່​ຖືກ​ປົກ​ຄອງ​ໂດຍ​ກົດ ກໍ​ຈະ​ຖືກ​ປົກ​ປ້ອງ​ໄວ້​ໂດຍ​ກົດ ແລະ ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ ແລະ ຖືກ ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ກົດ​ອັນ​ດຽວ​ກັນ​ນັ້ນ.

35 ສິ່ງ​ທີ່ ຝ່າ​ຝືນ​ກົດ, ແລະ ບໍ່​ປະ​ຕິ​ບັດ​ຕາມ​ກົດ, ແຕ່​ສະແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ກົດ​ສຳ​ລັບ​ຕົນ​ເອງ, ແລະ ຈະ​ເຕັມ​ໃຈ​ທີ່​ຈະ​ຢູ່​ໃນ​ບາບ, ແລະ ທັງ​ໝົດ​ຢູ່​ໃນ​ບາບ, ບໍ່​ສາ​ມາດ​ຖືກ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ກົດ, ທັງ​ໂດຍ ຄວາມ​ເມດ​ຕາ, ຄວາມ​ຍຸດ​ຕິ​ທຳ, ຫລື ການ​ພິ​ພາກ​ສາ. ສະນັ້ນ, ພວກ​ເຂົາ​ຈະ​ຍັງ ສົກ​ກະ​ປົກ​ຢູ່​ຄື​ເກົ່າ.

36 ອາ​ນາ​ຈັກ​ທັງ​ໝົດ​ມີ​ກົດ​ໃຫ້​ໄວ້;

37 ແລະ ມີ​ຫລາຍ ອາ​ນາ​ຈັກ; ເພາະ​ບໍ່​ມີ​ບ່ອນ​ໃດ​ທີ່​ວ່າງ ຊຶ່ງ​ໃນ​ນັ້ນຈະ​ບໍ່​ມີ​ອາ​ນາ​ຈັກ; ແລະ ບໍ່​ມີ​ອາ​ນາ​ຈັກ​ໃດ​ທີ່​ຕັ້ງ​ຢູ່ ຊຶ່ງ​ໃນ​ນັ້ນ​ຈະ​ບໍ່​ມີ​ບ່ອນ​ວ່າງ, ບໍ່​ວ່າ​ຈະ​ເປັນ​ອາ​ນາ​ຈັກ​ທີ່​ສູງ​ກວ່າ ຫລື ຕ່ຳ​ກວ່າ.

38 ແລະ ແກ່​ທຸກ​ອາ​ນາ​ຈັກ​ມີ ກົດ​ໃຫ້​ໄວ້; ແລະ ແກ່​ທຸກ​ກົດ​ມີ​ຂອບ​ເຂດ ແລະ ເງື່ອນ​ໄຂ​ສະ​ເພາະ​ຂອງມັນ.

39 ທຸກ​ຄົນ​ທີ່​ບໍ່​ປະ​ຕິ​ບັດ​ຕາມ ເງື່ອນ​ໄຂ​ເຫລົ່າ​ນັ້ນ ບໍ່​ມີ​ຂໍ້​ແກ້​ຕົວ​ໄດ້.

40 ເພາະ ຄວາມ​ຮູ້​ແຈ້ງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ຮູ້​ແຈ້ງ; ປັນ​ຍາ​ຈະ​ຮັບ​ເອົາ​ປັນ​ຍາ; ຄວາມ​ຈິງ​ຈະ​ນ້ອມ​ຮັບ​ຄວາມ​ຈິງ; ຄຸນ​ນະ​ທຳ​ຈະ​ຮັກ​ຄຸນ​ນະ​ທຳ; ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ສະ​ຫວ່າງ; ຄວາມ​ເມດ​ຕາ​ຈະ​ມີ ຄວາມ​ສົງ​ສານ​ຕໍ່​ຄວາມ​ເມດ​ຕາ ແລະ ອ້າງ​ສິດ​ໃນ​ຄົນ​ຂອງ​ນາງ​ເອງ; ຄວາມ​ຍຸດ​ຕິ​ທຳ​ຈະ​ດຳ​ເນີນ​ຕໍ່​ໃນ​ເສັ້ນ​ທາງ​ຂອງ​ມັນ​ເອງ ແລະ ອ້າງ​ສິດ​ໃນ​ຄົນ​ຂອງ​ມັນ​ເອງ; ການ​ພິ​ພາກ​ສາ​ຈະ​ອອກ​ໄປ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ຜູ້​ນັ່ງ​ຢູ່​ເທິງ​ພຣະ​ບັນ​ລັງ ແລະ ປົກ​ຄອງ ແລະ ດຳ​ເນີນ​ການ​ທຸກສິ່ງ.

41 ພຣະ​ອົງ ເຂົ້າ​ພຣະ​ໄທ​ທຸກ​ສິ່ງ​ທັງ​ປວງ, ແລະ ທຸກ​ສິ່ງ​ທັງ​ປວງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ແລະ ທຸກ​ສິ່ງ​ທັງ​ປວງ​ຢູ່​ອ້ອມ​ຮອບ​ພຣະ​ອົງ; ແລະ ພຣະ​ອົງ​ຢູ່​ເໜືອ​ທຸກ​ສິ່ງ​ທັງ​ປວງ, ແລະ ໃນ​ທຸກ​ສິ່ງ​ທັງ​ປວງ, ແລະ ຜ່ານ​ທຸກ​ສິ່ງ​ທັງ​ປວງ, ແລະ ອ້ອມ​ຮອບ​ທຸກ​ສິ່ງ​ທັງ​ປວງ; ແລະ ທຸກ​ສິ່ງ​ທັງ​ປວງ​ເປັນ​ຢູ່​ໂດຍ​ພຣະ​ອົງ, ແລະ ມາ​ຈາກ​ພຣະ​ອົງ, ແມ່ນ​ແຕ່​ພຣະ​ເຈົ້າ, ຕະຫລອດ​ການ ແລະ ຕະຫລອດ​ໄປ.

42 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພຣະ​ອົງ​ໄດ້​ປະທານ​ກົດ​ໃຫ້ແກ່​ທຸກ​ສິ່ງ​ທັງ​ປວງ, ຊຶ່ງ​ໂດຍ​ກົດ​ນັ້ນ ທຸກ​ສິ່ງ​ທັງ​ປວງ​ຈຶ່ງ​ເຄື່ອນ​ຍ້າຍ​ໃນ ເວລາ​ຂອງ​ມັນ ແລະ ໃນ​ລະ​ດູ​ການ​ຂອງ​ມັນ;

43 ແລະ ເສັ້ນ​ທາງ​ຂອງ​ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ​ກຳ​ນົດ​ໄວ້​ແລ້ວ, ແມ່ນ​ແຕ່​ເສັ້ນ​ທາງ​ຂອງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ຊຶ່ງ​ຮ່ວມ​ດ້ວຍ​ແຜ່ນ​ດິນ​ໂລກ ແລະ ດາວ​ພະ​ເຄາະ​ທັງ​ໝົດ.

44 ແລະ ມັນ​ໄດ້​ໃຫ້ ຄວາມ​ສະ​ຫວ່າງ​ແກ່​ກັນ​ແລະ​ກັນ​ໃນ​ເວລາ​ຂອງ​ມັນ ແລະ ໃນ​ລະ​ດູ​ການ​ຂອງ​ມັນ, ໃນ​ນາ​ທີ​ຂອງ​ມັນ, ໃນ​ຊົ່ວ​ໂມງ​ຂອງ​ມັນ, ໃນ​ມື້​ຂອງ​ມັນ, ໃນ​ອາ​ທິດ​ຂອງ​ມັນ, ໃນ​ເດືອນ​ຂອງ​ມັນ, ໃນປີ​ຂອງ​ມັນ—ທຸກ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້​ຄື ໜຶ່ງ​ປີ​ສຳ​ລັບ​ພຣະ​ເຈົ້າ, ແຕ່​ບໍ່​ແມ່ນ​ສຳ​ລັບ​ມະນຸດ.

45 ແຜ່ນ​ດິນ​ໂລກ​ໝຸນ​ໄປ​ເທິງ​ປີກ​ຂອງ​ນາງ, ແລະ ດວງ​ອາ​ທິດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ມັນ​ໃນ​ເວລາ​ກາງ​ເວັນ, ແລະ ດວງ​ເດືອນ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ມັນ​ໃນ​ເວລາ​ກາງ​ຄືນ, ແລະ ໝູ່​ດວງ​ດາວ​ກໍ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ມັນ​ນຳ​ອີກ, ໃນ​ຂະນະ​ທີ່​ມັນ​ໝຸນ​ໄປ​ເທິງ​ປີກ​ຂອງ​ມັນ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ມັນ, ໃນ​ທ່າມ​ກາງ ອຳນາດ​ຂອງ​ພຣະ​ເຈົ້າ.

46 ເຮົາ​ຈະ​ປຽບ​ທຽບ​ອາ​ນາ​ຈັກ​ເຫລົ່າ​ນີ້​ໃສ່​ກັບ​ສິ່ງ​ໃດ​ນໍ, ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເຂົ້າ​ໃຈ?

47 ຈົ່ງ​ເບິ່ງ, ທຸກ​ສິ່ງ​ເຫລົ່າ​ນີ້​ເປັນ​ອາ​ນາ​ຈັກ, ແລະ ມະນຸດ​ຄົນ​ໃດ​ທີ່​ໄດ້​ເຫັນ​ສ່ວນ​ໃດ ຫລື ສ່ວນ​ນ້ອຍ​ທີ່​ສຸດ​ຂອງ​ສິ່ງ​ເຫລົ່າ​ນີ້ ກໍ​ໄດ້ ເຫັນ​ພຣະ​ເຈົ້າ​ເຄື່ອນ​ຍ້າຍ​ໃນ​ເດ​ຊາ​ນຸ​ພາບ ແລະ ອຳນາດ​ຂອງ​ພຣະ​ອົງ.

48 ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຂົາ​ໄດ້​ເຫັນ​ພຣະ​ອົງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ຜູ້​ໄດ້​ສະ​ເດັດ​ມາ​ຫາ​ຄົນ ຂອງ​ພຣະ​ອົງ​ເອງ ແຕ່​ບໍ່​ໄດ້​ຖືກ​ຍອມ​ຮັບ.

49 ຄວາມ​ສະ​ຫວ່າງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ມືດ​ບໍ່​ເຂົ້າ​ໃຈ​ມັນ​ເລີຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ພວກ​ເຈົ້າ​ຈະ ເຂົ້າ​ໃຈ​ແມ່ນ​ແຕ່​ພຣະ​ເຈົ້າ, ໂດຍ​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຄືນ​ອີກ​ໃນ​ພຣະ​ອົງ ແລະ ໂດຍ​ພຣະ​ອົງ.

50 ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ຮູ້​ວ່າ ພວກ​ເຈົ້າ​ໄດ້​ເຫັນ​ເຮົາ, ວ່າ​ເຮົາ​ເປັນ​ຢູ່, ແລະ ວ່າ​ເຮົາ​ຄື​ຄວາມ​ສະ​ຫວ່າງ​ທີ່​ແທ້​ຈິງ ຊຶ່ງ​ຢູ່​ໃນ​ພວກ​ເຈົ້າ, ແລະ ວ່າ​ພວກ​ເຈົ້າ​ຢູ່​ໃນ​ເຮົາ; ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ຮຸ່ງ​ເຮືອງ​ບໍ່​ໄດ້.

51 ຈົ່ງ​ເບິ່ງ, ເຮົາ​ຈະ​ປຽບ​ທຽບ​ອາ​ນາ​ຈັກ​ດັ່ງ​ກ່າວ​ໃສ່​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ທົ່ງ, ແລະ ລາວ​ໄດ້​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ລາວ​ອອກ​ໄປ​ໃນ​ທົ່ງ​ເພື່ອ​ຂຸດ​ດິນ​ໃນ​ທົ່ງ.

52 ແລະ ລາວ​ໄດ້​ກ່າວ​ກັບ​ຄົນ​ທຳ​ອິດ​ວ່າ: ໃຫ້​ເຈົ້າ​ໄປ ແລະ ເຮັດ​ວຽກ​ຢູ່​ໃນ​ທົ່ງ, ແລະ ໃນ​ຊົ່ວ​ໂມງ​ທຳ​ອິດ ເຮົາ​ຈະ​ມາ​ຫາ​ເຈົ້າ, ແລະ ເຈົ້າ​ຈະ​ເຫັນ​ຄວາມ​ຊື່ນ​ຊົມ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຮົາ.

53 ແລະ ລາວ​ໄດ້​ກ່າວ​ກັບ​ຄົນ​ທີ​ສອງ​ວ່າ: ໃຫ້​ເຈົ້າ​ໄປ​ໃນ​ທົ່ງ, ແລະ ໃນ​ຊົ່ວ​ໂມງ​ທີ​ສອງ ເຮົາ​ຈະ​ມາ​ຢ້ຽມ​ຢາມ​ເຈົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຮົາ.

54 ແລະ ກັບ​ຄົນ​ທີ​ສາມ​ນຳ​ອີກ, ໂດຍ​ກ່າວ​ວ່າ: ເຮົາ​ຈະ​ມາ​ຢ້ຽມ​ຢາມ​ເຈົ້າ;

55 ແລະ ກັບ​ຄົນ​ທີ​ສີ່, ແລະ ຕໍ່ໆ​ໄປ​ຈົນ​ເຖິງ​ຄົນ​ທີ​ສິບ​ສອງ.

56 ແລະ ເຈົ້າ​ນາຍ​ຂອງ​ທົ່ງ​ໄດ້​ໄປ​ຫາ​ຄົນ​ທຳ​ອິດ​ໃນ​ຊົ່ວ​ໂມງ​ທຳ​ອິດ, ແລະ ໄດ້​ຢູ່​ກັບ​ເຂົາ​ຕະຫລອດ​ຊົ່ວ​ໂມງ​ນັ້ນ, ແລະ ເຂົາ​ໄດ້​ຮັບ​ຄວາມ​ຍິນ​ດີ​ດ້ວຍ​ຄວາມ​ສະ​ຫວ່າງ​ໃນ​ໃບ​ໜ້າ​ຂອງ​ເຈົ້າ​ນາຍ​ຂອງ​ເຂົາ.

57 ແລະ ຈາກ​ນັ້ນ​ລາວ​ຈຶ່ງ​ໄດ້​ໄປ​ຈາກ​ຄົນ​ທຳ​ອິດ ເພື່ອ​ລາວ​ຈະ​ໄດ້​ໄປ​ຢ້ຽມ​ຢາມ​ຄົນ​ທີ​ສອງ​ນຳ​ອີກ, ແລະ ຄົນ​ທີ​ສາມ, ແລະ ຄົນ​ທີ​ສີ່, ແລະ ຄົນ​ຕໍ່ໆ​ໄປ​ຈົນ​ເຖິງ​ຄົນ​ທີ​ສິບ​ສອງ.

58 ແລະ ດັ່ງ​ນັ້ນ ພວກ​ເຂົາ​ທັງ​ໝົດ​ຈຶ່ງ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຈາກ​ໃບ​ໜ້າ​ຂອງ​ເຈົ້າ​ນາຍ​ຂອງ​ພວກ​ເຂົາ, ທຸກ​ຄົນ​ໄດ້​ຮັບ​ໃນ​ຊົ່ວ​ໂມງ​ຂອງ​ເຂົາ, ແລະ ໃນ​ເວລາ​ຂອງ​ເຂົາ, ແລະ ໃນ​ລະ​ດູ​ການ​ຂອງ​ເຂົາ—

59 ໂດຍ​ເລີ່ມ​ຕົ້ນ​ກັບ​ຄົນ​ທຳ​ອິດ, ແລະ ຕໍ່ໆ​ໄປ​ຈົນ​ເຖິງ​ຄົນ ສຸດ​ທ້າຍ, ແລະ ຈາກ​ຄົນ​ສຸດ​ທ້າຍ​ຈົນ​ເຖິງ​ຄົນ​ທຳ​ອິດ, ແລະ ຈາກ​ຄົນ​ທຳ​ອິດ​ຈົນ​ເຖິງ​ຄົນ​ສຸດ​ທ້າຍ;

60 ທຸກ​ຄົນ​ຕາມ​ລຳ​ດັບ​ຂອງ​ເຂົາ​ເອງ, ຈົນ​ກວ່າ​ຊົ່ວ​ໂມງ​ໝົດ​ໄປ, ແມ່ນ​ແຕ່​ຕາມ​ທີ່​ເຈົ້າ​ນາຍ​ຂອງ​ເຂົາ​ໄດ້​ບັນ​ຊາ​ເຂົາ​ໄວ້, ເພື່ອ​ວ່າ​ເຈົ້າ​ນາຍ​ຂອງ​ເຂົາ​ຈະ​ໄດ້​ມີ​ບາ​ລະ​ມີ​ຜ່ານ​ເຂົາ, ແລະ ເຂົາ​ມີ​ບາ​ລະ​ມີ​ຜ່ານ​ເຈົ້າ​ນາຍ​ຂອງ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ທັງ​ໝົດ​ຈະ​ໄດ້​ມີ​ບາ​ລະ​ມີ.

61 ສະນັ້ນ, ເຮົາ​ຈຶ່ງ​ປຽບ​ທຽບ​ອາ​ນາ​ຈັກ​ເຫລົ່າ​ນີ້​ໃສ່​ກັບ​ຄຳ​ອຸປະມາ​ນີ້, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ—ແຕ່​ລະ​ອາ​ນາ​ຈັກ​ໃນ​ຊົ່ວ​ໂມງ​ຂອງ​ມັນ​ເອງ, ແລະ ໃນ​ເວລາ​ຂອງ​ມັນ​ເອງ, ແລະ ໃນ​ລະ​ດູ​ການ​ຂອງ​ມັນ​ເອງ, ແມ່ນ​ແຕ່​ຕາມ​ຄຳ​ສັ່ງ ຊຶ່ງ​ພຣະ​ເຈົ້າ​ໄດ້​ກຳ​ນົດ​ໄວ້.

62 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ທັງ​ຫລາຍ​ຂອງ​ເຮົາ​ວ່າ ເຮົາ​ຝາກ​ຄຳ​ກ່າວ​ເຫລົ່າ​ນີ້​ໄວ້​ກັບ​ພວກ​ເຈົ້າ​ເພື່ອ​ໃຫ້ ໄຕ່​ຕອງ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ, ດ້ວຍ​ບັນ​ຍັດ​ນີ້​ຊຶ່ງ​ເຮົາ​ປະທານ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ ເອີ້ນ​ຫາ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຢູ່​ໃກ້—

63 ຈົ່ງ ເຂົ້າ​ມາ​ໃກ້​ເຮົາ ແລະ ເຮົາ​ຈະ​ເຂົ້າ​ໃກ້​ພວກ​ເຈົ້າ; ຈົ່ງ ສະແຫວງ​ຫາ​ເຮົາ​ດ້ວຍ​ຄວາມ​ພາກ​ພຽນ ແລະ ພວກ​ເຈົ້າ​ຈະ ພົບ​ເຮົາ; ຈົ່ງ​ໝັ່ນ​ຂໍ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ພວກ​ເຈົ້າ.

64 ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ ທູນ​ຂໍ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ອັນ​ທີ່ ສົມ​ຄວນ​ສຳ​ລັບ​ພວກ​ເຈົ້າ;

65 ແລະ ຖ້າ​ຫາກ​ພວກ​ເຈົ້າ​ທູນ​ຂໍ​ສິ່ງ​ໃດ​ທີ່​ບໍ່ ສົມ​ຄວນ​ສຳ​ລັບ​ພວກ​ເຈົ້າ, ມັນ​ຈະ​ກາຍ​ເປັນ​ການ ກ່າວ​ໂທດ​ຂອງ​ພວກ​ເຈົ້າ.

66 ຈົ່ງ​ເບິ່ງ, ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ເປັນ​ຄື​ກັນ​ກັບ ສຽງ​ຂອງ​ຄົນ​ປ່າວ​ຮ້ອງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເພາະ​ພວກ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ເພິ່ນ—ສຽງ​ຂອງ​ເຮົາ, ເພາະ​ສຽງ​ຂອງ​ເຮົາ​ຄື​ພຣະ​ວິນ​ຍານ; ພຣະ​ວິນ​ຍານ​ຂອງ​ເຮົາ​ຄື​ຄວາມ​ຈິງ; ຄວາມ​ຈິງ​ຈະ​ຄົງ​ຢູ່ ແລະ ບໍ່​ມີ​ທີ່​ສິ້ນ​ສຸດ; ແລະ ຖ້າ​ຫາກ​ມັນ​ຢູ່​ກັບ​ພວກ​ເຈົ້າ ມັນ​ຈະ​ມີ​ຢ່າງ​ຫລວງ​ຫລາຍ.

67 ແລະ ຖ້າ​ຫາກ​ດວງ​ຕາ​ຂອງ​ພວກ​ເຈົ້າ ເຫັນ​ແກ່ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ແຕ່​ຢ່າງ​ດຽວ, ທັງ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ, ແລະ ຈະ​ບໍ່​ມີ​ຄວາມ​ມືດ​ໃນ​ພວກ​ເຈົ້າ; ແລະ ຮ່າງ​ກາຍ​ນັ້ນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ປວງ.

68 ສະນັ້ນ, ຈົ່ງ ຊຳລະ​ຕົນ​ເອງ​ໃຫ້​ບໍ​ລິ​ສຸດ ເພື່ອ​ໃຫ້ ຈິດ​ໃຈ​ຂອງ​ພວກ​ເຈົ້າ​ເຫັນ​ແກ່​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ແລະ ວັນ​ເວລາ​ຈະ​ມາ​ເຖິງ​ເມື່ອ​ພວກ​ເຈົ້າ​ຈະ ເຫັນ​ພຣະ​ອົງ; ເພາະ​ພຣະ​ອົງ​ຈະ​ເປີດ​ເຜີຍ​ພຣະ​ພັກ​ຂອງ​ພຣະ​ອົງ​ແກ່​ພວກ​ເຈົ້າ, ແລະ ມັນ​ຈະ​ເປັນ​ໄປ​ໃນ​ເວລາ​ຂອງ​ພຣະ​ອົງ​ເອງ, ແລະ ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເອງ, ແລະ ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ​ເອງ.

69 ຈົ່ງ​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ​ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກ​ເຈົ້າ; ຈົ່ງ​ຕັດ​ຄວາມ​ນຶກ​ຄິດ​ທີ່ ໄຮ້​ປະ​ໂຫຍດ​ຂອງ​ພວກ​ເຈົ້າ ແລະ ການ​ຫົວ​ເຮ​ຮາ​ຂອງ​ພວກ​ເຈົ້າ​ອອກ​ໄປ​ໃຫ້​ໄກ​ຈາກ​ພວກ​ເຈົ້າ.

70 ຈົ່ງ​ຢູ່, ຈົ່ງ​ຢູ່​ໃນ​ບ່ອນ​ນີ້​ຕໍ່​ໄປ, ແລະ ຈົ່ງ​ເອີ້ນ​ໃຫ້​ມີ​ການ​ຊຸມ​ນຸມ​ທີ່​ສັກ​ສິດ, ແມ່ນ​ແຕ່​ການ​ຊຸມ​ນຸມ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ຄົນ​ງານ​ກຸ່ມ​ທຳ​ອິດ​ໃນ​ອາ​ນາ​ຈັກ​ສຸດ​ທ້າຍ​ນີ້.

71 ແລະ ໃຫ້​ຄົນ​ເຫລົ່າ​ນັ້ນ​ທີ່​ພວກ​ເຂົາ​ໄດ້ ເຕືອນ​ໃນ​ເສັ້ນ​ທາງ​ເດີນ​ຂອງ​ພວກ​ເຂົາ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄຕ່​ຕອງ​ເຖິງ​ການ​ເຕືອນ​ໃນ​ໃຈ​ຂອງ​ພວກ​ເຂົາ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ, ຊົ່ວ​ໄລ​ຍະ​ໜຶ່ງ.

72 ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຈະ​ດູ​ແລ​ຜູ້​ຄົນ​ຂອງ​ພວກ​ເຈົ້າ, ແລະ ຈະ​ຍົກ​ພວກ​ແອວເດີ​ຂຶ້ນ ແລະ ສົ່ງ​ໄປ​ໃຫ້​ພວກ​ເຂົາ.

73 ຈົ່ງ​ເບິ່ງ, ເຮົາ​ຈະ​ເລັ່ງ​ວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວລາ​ຂອງ​ມັນ.

74 ແລະ ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ຜູ້​ເປັນ ຄົນ​ງານ​ກຸ່ມ​ທຳ​ອິດ​ໃນ​ອາ​ນາ​ຈັກ​ສຸດ​ທ້າຍ​ນີ້, ບັນ​ຍັດ​ຂໍ້​ໜຶ່ງ ວ່າ​ໃຫ້​ພວກ​ເຈົ້າ​ຈັດ​ການ​ຊຸມ​ນຸມ​ກັນ, ແລະ ວາງ​ລະບຽບ​ຕົນ​ເອງ, ແລະ ຕຽມ​ຕົນ​ເອງ, ແລະ ຊຳລະ​ຕົນ​ເອງ​ໃຫ້​ບໍ​ລິ​ສຸດ; ແທ້​ຈິງ​ແລ້ວ, ເຮັດ​ໃຫ້​ຫົວ​ໃຈ​ຂອງ​ພວກ​ເຈົ້າ​ບໍ​ລິ​ສຸດ, ແລະ ຊຳລະ​ມື ແລະ ຕີນ​ຂອງ​ພວກ​ເຈົ້າ​ຢູ່​ຕໍ່​ໜ້າ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ ສະອາດ;

75 ເພື່ອ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ ພຣະ​ບິດາ​ຂອງ​ພວກ​ເຈົ້າ, ແລະ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ພຣະ​ເຈົ້າ​ຂອງ​ເຮົາ, ວ່າ​ພວກ​ເຈົ້າ​ສະອາດ​ຈາກ​ເລືອດ​ຂອງ​ຄົນ​ລຸ້ນ​ທີ່​ຊົ່ວ​ຊ້າ​ນີ້; ເພື່ອ​ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສັນ​ຍາ​ນີ້, ຄຳ​ສັນ​ຍາ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ​ນີ້, ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກ​ເຈົ້າ​ສຳ​ເລັດ​ຄົບ​ຖ້ວນ, ເມື່ອ​ເຮົາ​ປະສົງ.

76 ພ້ອມ​ນີ້, ເຮົາ​ຈະ​ໃຫ້​ບັນ​ຍັດ​ຂໍ້​ໜຶ່ງ​ແກ່​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຈະ​ສືບ​ຕໍ່​ໃນ ການ​ອະ​ທິ​ຖານ ແລະ ການ​ຖື​ສິນ​ອົດ​ເຂົ້າ ນັບ​ແຕ່​ເວລາ​ນີ້​ໄປ.

77 ແລະ ເຮົາ​ຈະ​ໃຫ້​ບັນ​ຍັດ​ຂໍ້​ໜຶ່ງ​ແກ່​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຈະ ສິດ​ສອນ ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ.

78 ຈົ່ງ​ສິດ​ສອນ​ຢ່າງ​ພາກ​ພຽນ ແລະ ພຣະ​ຄຸນ​ຂອງ​ເຮົາຈະ​ຢູ່​ກັບ​ພວກ​ເຈົ້າ, ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮັບ ການ​ແນະນຳ​ຢ່າງ​ສົມ​ບູນ​ຫລາຍ​ຂຶ້ນ​ໃນ​ທິດ​ສະ​ດີ, ໃນ​ຫລັກ​ທຳ, ໃນ​ຄຳ​ສອນ, ໃນ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ, ໃນ​ທຸກ​ສິ່ງ​ທີ່​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ອັນ​ທີ່​ສົມ​ຄວນ​ສຳ​ລັບ​ພວກ​ເຈົ້າ​ທີ່​ຈະ​ເຂົ້າ​ໃຈ;

79 ກ່ຽວ​ກັບ​ສິ່ງ​ຕ່າງໆ​ທັງ​ໃນ ຟ້າ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ, ແລະ ໃຕ້​ແຜ່ນ​ດິນ​ໂລກ; ສິ່ງ​ທີ່​ເປັນ​ມາ, ສິ່ງ​ທີ່​ເປັນ​ຢູ່, ສິ່ງ​ທີ່​ຕ້ອງ​ເກີດ​ຂຶ້ນ​ໃນ​ບໍ່​ດົນ; ສິ່ງ​ທີ່​ຢູ່​ໃນ​ບ້ານ, ສິ່ງ​ທີ່​ຢູ່​ຕ່າງ​ແດນ; ສົງ​ຄາມ ແລະ ຄວາມ​ຫຍຸ້ງ​ເຫຍີງ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ, ແລະ ການ​ພິ​ພາກ​ສາ​ຊຶ່ງ​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; ແລະ ຄວາມ​ຮູ້​ເລື່ອງ​ປະເທດ​ຕ່າງໆ ແລະ ອາ​ນາ​ຈັກ​ຕ່າງໆ​ນຳ​ອີກ—

80 ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຕຽມ​ພ້ອມ​ໃນ​ທຸກ​ສິ່ງ ເມື່ອ​ເຮົາ​ຈະ​ສົ່ງ​ພວກ​ເຈົ້າ​ໄປ​ອີກ ເພື່ອ​ຂະ​ຫຍາຍ​ການ​ເອີ້ນ ຊຶ່ງ​ໃນ​ການ​ເອີ້ນ​ນັ້ນ ເຮົາ​ໄດ້​ເອີ້ນ​ພວກ​ເຈົ້າ, ແລະ ພາ​ລະ​ກິດ​ນັ້ນ​ຊຶ່ງ​ເຮົາ​ໄດ້​ມອບ​ໝາຍ​ໃຫ້​ແກ່​ພວກ​ເຈົ້າ.

81 ຈົ່ງ​ເບິ່ງ, ເຮົາ​ສົ່ງ​ພວກ​ເຈົ້າ​ອອກ​ໄປ​ເປັນ ພະຍານ ແລະ ເຕືອນ​ຜູ້​ຄົນ, ແລະ ມັນ​ຈຳ​ເປັນ​ທີ່​ທຸກ​ຄົນ​ຜູ້​ໄດ້​ຖືກ​ເຕືອນ ຈະ ເຕືອນ​ເພື່ອນ​ບ້ານ​ຂອງ​ຕົນ.

82 ສະນັ້ນ, ພວກ​ເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ທີ່​ບໍ່​ມີ​ຂໍ້​ແກ້​ຕົວ, ແລະ ບາບ​ຂອງ​ພວກ​ເຂົາ​ຈະ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ​ເອງ.

83 ຄົນ​ທີ່ ສະແຫວງ​ຫາ​ເຮົາ ກ່ອນ ຈະ​ພົບ​ເຮົາ, ແລະ ຈະ​ບໍ່​ຖືກ​ປະ​ຖິ້ມ.

84 ສະນັ້ນ, ໃຫ້​ພວກ​ເຈົ້າ​ຢູ່​ບ່ອນ​ນັ້ນ, ແລະ ທຳ​ງານ​ຢ່າງ​ພາກ​ພຽນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ດີ​ພ້ອມ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ຈະ​ອອກ​ໄປ ໃນ​ບັນ​ດາ ຄົນ​ຕ່າງ​ຊາດ​ເປັນ​ເທື່ອ​ສຸດ​ທ້າຍ, ຫລາຍ​ເທົ່າ​ທີ່​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເອີ່ຍ​ຊື່, ທີ່​ຈະ ຜູກ​ມັດ​ກົດ ແລະ ຜະ​ນຶກ​ປະຈັກ​ພະຍານ, ແລະ ຕຽມ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄວ້​ສຳ​ລັບ​ຊົ່ວ​ໂມງ​ແຫ່ງ​ການ​ພິ​ພາກ​ສາ​ຊຶ່ງ​ຈະ​ມາ​ເຖິງ;

85 ເພື່ອ​ວ່າ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ຈະ​ໜີ​ພົ້ນ​ຈາກ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ, ຄວາມ​ພິນາດ​ຂອງ​ຄວາມ​ໜ້າ​ກຽດ​ຊັງ ຊຶ່ງ​ຄອຍ​ຖ້າ​ຄົນ​ຊົ່ວ, ທັງ​ໃນ​ໂລກ​ນີ້ ແລະ ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ບໍ່​ໄດ້​ເປັນ​ແອວເດີ​ກຸ່ມ​ທຳ​ອິດ​ດຳ​ເນີນ​ຕໍ່​ໄປ​ໃນ​ສວນ​ອະງຸ່ນ​ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ເອີ້ນ​ພວກ​ເຂົາ, ເພາະ​ມັນ​ຍັງ​ບໍ່​ເຖິງ​ເວລາ​ຂອງ​ພວກ​ເຂົາ​ເທື່ອ; ອາ​ພອນ​ຂອງ​ພວກ​ເຂົາ​ບໍ່ ສະອາດ​ຈາກ​ເລືອດ​ຂອງ​ຄົນ​ລຸ້ນ​ນີ້.

86 ຈົ່ງ​ດຳ​ລົງ​ຢູ່​ກັບ ເສ​ລີ​ພາບ​ທີ່​ພວກ​ເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນ ອິດສະ​ລະ; ຢ່າ​ໃຫ້​ຕົນ​ເອງ ພົວ​ພັນ​ຢູ່​ໃນ ບາບ, ແຕ່​ໃຫ້​ມື​ຂອງ​ພວກ​ເຈົ້າ ສະອາດ, ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ.

87 ເພາະ​ອີກ​ບໍ່​ຫລາຍ​ມື້​ຈາກ​ນີ້ ແລະ ແຜ່ນ​ດິນ​ໂລກ​ຈະ ສັ່ນ ແລະ ເນີ້ງ​ໄປ​ເບື້ອງ​ນັ້ນ ແລະ ເບື້ອງ​ນີ້​ເໝືອນ​ດັ່ງ​ຄົນ​ເມົາ​ເຫລົ້າ; ແລະ ດວງ​ອາ​ທິດ​ຈະ​ເຊື່ອງ​ໜ້າ​ຂອງ​ມັນ, ແລະ ຈະ​ບໍ່​ຍອມ​ສ່ອງ​ແສງ; ແລະ ດວງ​ເດືອນ​ຈະ​ອາບ​ຢູ່​ໃນ ເລືອດ; ແລະ ໝູ່​ດວງ​ດາວ​ຈະ​ໂມ​ໂຫ​ຢ່າງ​ໜັກ, ແລະ ມັນ​ຈະ​ໂຍນ​ໂຕ​ເອງ​ລົງ​ມາ​ຄື​ກັນ​ກັບ​ໝາກ​ເດື່ອ​ຫລົ່ນ​ລົງ​ຈາກ​ຕົ້ນ.

88 ແລະ ຫລັງ​ຈາກ​ປະຈັກ​ພະຍານ​ຂອງ​ພວກ​ເຈົ້າ, ພຣະ​ພິ​ໂລດ ແລະ ຄວາມ​ເຄືອງ​ແຄ້ນ​ຈະ​ມາ​ສູ່​ຜູ້​ຄົນ.

89 ເພາະ​ຫລັງ​ຈາກ​ປະຈັກ​ພະຍານ​ຂອງ​ພວກ​ເຈົ້າ, ປະຈັກ​ພະຍານ​ຂອງ ແຜ່ນ​ດິນ​ໄຫວ​ຈະ​ຕາມ​ມາ, ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ການ​ຄວນ​ຄາງ​ໃນ​ໃຈ​ກາງ​ຂອງ​ນາງ, ແລະ ມະນຸດ​ຈະ​ລົ້ມ​ລົງ​ສູ່​ພື້ນ​ດິນ ແລະ ບໍ່​ສາ​ມາດ​ຢືນ​ຂຶ້ນ​ໄດ້.

90 ແລະ ປະຈັກ​ພະຍານ​ຂອງ ສຽງ​ຟ້າ​ຮ້ອງ​ກໍ​ມາ​ເຖິງ​ນຳ​ອີກ, ແລະ ທັງ​ແສງ​ຟ້າ​ແມບ​ເຫລື້ອມ, ແລະ ສຽງ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ສຽງ​ຄື້ນ​ທະເລ​ຊັດ​ຂຶ້ນ​ເໜືອ​ຝັ່ງ​ຂອງ​ມັນ.

91 ແລະ ທຸກ​ສິ່ງ​ທັງ​ປວງ​ຈະ​ຢູ່​ໃນ ຄວາມ​ສັບ​ສົນ​ວຸ້ນ​ວາຍ; ແລະ ແນ່​ນອນ, ໃຈ​ຂອງ​ມະນຸດ​ຈະ​ທໍ້​ຖອຍ; ເພາະ​ຄວາມ​ຢ້ານ​ກົວ​ຈະ​ມາ​ສູ່​ທຸກ​ຜູ້​ຄົນ.

92 ແລະ ເຫລົ່າ​ທູດ​ຈະ​ເຫາະ​ຜ່ານ​ທ່າມ​ກາງ​ຟ້າ​ສະຫວັນ, ເປັ່ງ​ສຽງ​ຮ້ອງ​ດ້ວຍ​ສຽງ​ດັງ, ເປົ່າ​ແກ​ຂອງ​ພຣະ​ເຈົ້າ, ໂດຍ​ກ່າວ​ວ່າ: ຈົ່ງ​ຕຽມ, ຈົ່ງ​ຕຽມ, ໂອ້ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ; ເພາະ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ມາ​ເຖິງ​ແລ້ວ. ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຈົ້າ​ບ່າວ​ມາ​ແລ້ວ; ພວກ​ເຈົ້າ​ຈົ່ງ​ອອກ​ໄປ​ຕ້ອນ​ຮັບ​ພຣະ​ອົງ.

93 ແລະ ໃນ​ທັນ​ທີ ເຄື່ອງ​ໝາຍ​ອັນ​ຍິ່ງ​ໃຫຍ່​ຈະ​ປະກົດ​ຂຶ້ນ​ໃນ​ສະຫວັນ, ແລະ ທຸກ​ຜູ້​ຄົນ​ຈະ​ເຫັນ​ພ້ອມ​ກັນ.

94 ແລະ ທູດ​ອົງ​ໜຶ່ງ​ອີກ​ຈະ​ເປົ່າ​ແກ​ຂອງ​ເພິ່ນ, ໂດຍ​ກ່າວ​ວ່າ: ສາດ​ສະ​ໜາ​ຈັກ ອັນ​ຍິ່ງ​ໃຫຍ່​ນັ້ນ, ມານດາ​ຂອງ​ຄວາມ​ໜ້າ​ກຽດ​ຊັງ, ຊຶ່ງ​ເຮັດ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ​ດື່ມ​ເຫລົ້າ​ອະງຸ່ນ​ແຫ່ງ​ພຣະ​ພິ​ໂລດ​ຈາກ ການ​ລ່ວງ​ປະ​ເວ​ນີ​ຂອງ​ນາງ, ຊຶ່ງ​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ທີ່​ເຮັດ​ໃຫ້​ພວກ​ເຂົາ​ເລືອດ​ຕົກ​ຢາງ​ອອກ—ນາ​ງ​ຜູ້​ນັ່ງ​ຢູ່​ເທິງ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່, ແລະ ເທິງ​ໝູ່​ເກາະ​ໃນ​ທະເລ—ຈົ່ງ​ເບິ່ງ, ນາງ​ຄື ເຂົ້າ​ນົກ​ຂອງ​ແຜ່ນ​ດິນ​ໂລກ; ນາງ​ຖືກ​ເຕົ້າ​ໂຮມ​ໄວ້​ເປັນ​ມັດໆ; ສາຍ​ຮັດ​ຂອງ​ນາງ​ຖືກ​ເຮັດ​ໃຫ້​ແໜ້ນ​ໜາ, ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ສາ​ມາດ​ແກ້​ມັນ​ອອກ​ໄດ້; ສະນັ້ນ, ນາງ​ຈຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ຖືກ ເຜົາ. ແລະ ເພິ່ນ​ຈະ​ເປົ່າ​ແກ​ຂອງ​ເພິ່ນ ທັງ​ຍາວ​ນານ ແລະ ດັງ, ແລະ ທຸກ​ປະ​ຊາ​ຊາດ​ຈະ​ໄດ້​ຍິນ.

95 ແລະ ຈະ​ມີ ຄວາມ​ງຽບ​ສະ​ຫງັດ​ໃນ​ສະຫວັນ​ເປັນ​ເວລາ​ເຄິ່ງ​ຊົ່ວ​ໂມງ; ແລະ ໃນ​ທັນ​ທີ​ຫລັງ​ຈາກ​ນັ້ນ ມ່ານ​ແຫ່ງ​ຟ້າ​ສະຫວັນ​ຈະ​ມາຍ​ອອກ, ດັ່ງ ມ້ວນ​ກະ​ດາດ​ຖືກ​ມາຍ​ອອກ​ຫລັງ​ຈາກ​ທີ່​ຖືກ​ມ້ວນ​ໄວ້, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ ພຣະ​ພັກ​ຂອງ​ພຣະ​ອົງ;

96 ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ຜູ້​ທີ່​ມີ​ຊີ​ວິດ​ຢູ່, ຈະ​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຄືນ​ອີກ ແລະ ຖືກ ພາ​ຂຶ້ນ​ໄປ​ເຝົ້າ​ພຣະ​ອົງ.

97 ແລະ ຄົນ​ທີ່​ໄດ້​ນອນ​ຢູ່​ໃນ​ຫລຸມ​ສົບ​ຂອງ​ພວກ​ເຂົາ​ຈະ​ອອກ ມາ, ເພາະ​ຫລຸມ​ສົບ​ຂອງ​ພວກ​ເຂົາ​ຈະ​ຖືກ​ເປີດ; ແລະ ພວກ​ເຂົາ​ຈະ​ຖືກ​ພາ​ຂຶ້ນ​ໄປ​ເຝົ້າ​ພຣະ​ອົງ ໃນ​ທ່າມ​ກາງ​ເສົາ​ແຫ່ງ​ຟ້າ​ສະຫວັນ​ຄື​ກັນ—

98 ພວກ​ເຂົາ​ເປັນ​ຂອງ​ພຣະ​ຄຣິດ, ເປັນ ຜົນ​ທຳ​ອິດ, ເປັນ​ຜູ້​ທີ່​ຈະ​ລົງ​ໄປ​ພ້ອມ​ກັບ​ພຣະ​ອົງ​ກ່ອນ, ແລະ ເປັນ​ຜູ້​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ຫລຸມ​ສົບ​ຂອງ​ພວກ​ເຂົາ, ເປັນ​ຜູ້​ທຳ​ອິດ​ທີ່​ຖືກ​ພາ​ໄປ​ເຝົ້າ​ພຣະ​ອົງ​ກ່ອນ; ແລະ ທັງ​ໝົດ​ນີ້​ໂດຍ​ສຽງ​ແກ​ຂອງ​ທູດ​ຂອງ​ພຣະ​ເຈົ້າ.

99 ແລະ ຫລັງ​ຈາກ​ນີ້ ທູດ​ອີກ​ອົງ​ໜຶ່ງ​ຈະ​ເປົ່າ​ແກ, ຊຶ່ງ​ເປັນ​ແກ​ໜ່ວຍ​ທີ​ສອງ; ແລະ ຈາກ​ນັ້ນ​ການ​ໄຖ່​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ຂອງ​ພຣະ​ຄຣິດ​ຈະ​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ພຣະ​ອົງ​ສະ​ເດັດ​ມາ; ຜູ້​ທີ່​ໄດ້​ຮັບ​ສ່ວນ​ຂອງ​ພວກ​ເຂົາ ໃນ ຄຸກ ຊຶ່ງ​ໄດ້​ຕຽມ​ໄວ້​ໃຫ້​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ, ແລະ ຖືກ ພິ​ພາກ​ສາ​ຕາມ​ມະນຸດ​ໃນ​ເນື້ອ​ໜັງ.

100 ແລະ ອີກ​ເທື່ອ​ໜຶ່ງ, ແກ​ອີກ​ໜ່ວຍ​ໜຶ່ງ​ຈະ​ດັງ​ຂຶ້ນ, ຊຶ່ງ​ເປັນ​ແກ​ໜ່ວຍ​ທີ​ສາມ; ແລະ ຈາກ​ນັ້ນ ວິນ​ຍານ​ຂອງ​ມະນຸດ ຜູ້​ທີ່​ຈະ​ຖືກ​ພິ​ພາກ​ສາ​ກໍ​ຈະ​ມາ, ແລະ ຖືກ​ພົບ​ວ່າ​ຢູ່​ພາຍ​ໃຕ້ ການ​ກ່າວ​ໂທດ;

101 ແລະ ນີ້​ຄື ຄົນ​ຕາຍ​ທີ່​ເຫລືອ​ຢູ່; ແລະ ພວກ​ເຂົາ​ຈະ​ບໍ່​ມີ​ຊີ​ວິດ​ອີກ​ຈົນ​ກວ່າ ພັນ​ປີ​ຜ່ານ​ພົ້ນ​ໄປ, ທັງ​ບໍ່​ມີ​ຊີ​ວິດ​ອີກ, ຈົນ​ກວ່າ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

102 ແລະ ແກ​ອີກ​ໜ່ວຍ​ໜຶ່ງ​ຈະ​ດັງ​ຂຶ້ນ, ຊຶ່ງ​ເປັນ​ແກ​ໜ່ວຍ​ທີ​ສີ່, ໂດຍກ່າວ​ວ່າ: ຢູ່​ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ ທີ່​ເຫລືອ​ຢູ່​ຈົນ​ເຖິງ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ, ແມ່ນ​ແຕ່​ໃນ​ການ​ສິ້ນ​ສຸດ​ນັ້ນ, ຈະ​ພົບ​ເຫັນ​ວ່າ​ມີ​ຜູ້​ທີ່​ຍັງ​ຄົງ ສົກ​ກະ​ປົກ​ຢູ່​ຄື​ເກົ່າ.

103 ແລະ ແກ​ອີກ​ໜ່ວຍ​ໜຶ່ງ​ຈະ​ດັງ​ຂຶ້ນ, ຊຶ່ງ​ເປັນ​ແກ​ໜ່ວຍ​ທີ​ຫ້າ, ຊຶ່ງ​ເປັນ​ທູດ​ອົງ​ທີ​ຫ້າ​ຜູ້​ມອບ​ໝາຍ ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ—ເຫາະ​ໄປ​ໃນ​ທ່າມ​ກາງ​ຟ້າ​ສະຫວັນ, ສູ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ;

104 ແລະ ນີ້​ຈະ​ເປັນ​ສຽງ​ແກ​ຂອງ​ເພິ່ນ, ກ່າວ​ຕໍ່​ທຸກ​ຜູ້​ຄົນ, ທັງ​ໃນ​ຟ້າ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ, ແລະ ທີ່​ຢູ່​ໃຕ້​ແຜ່ນ​ດິນ​ໂລກ—ເພາະ ທຸກ​ຫູ​ຈະ​ໄດ້​ຍິນ​ມັນ, ແລະ ທຸກ​ຫົວ​ເຂົ່າ​ຈະ ຄຸ​ລົງ, ແລະ ທຸກ​ລີ້ນ​ຈະ​ສາ​ລະ​ພາບ, ໃນ​ຂະນະ​ທີ່​ພວກ​ເຂົາ​ໄດ້​ຍິນ​ສຽງ​ແກ, ໂດຍ​ກ່າວ​ວ່າ: ຈົ່ງ ຢ້ານ​ກົວ​ພຣະ​ເຈົ້າ, ແລະ ມອບ​ລັດ​ສະ​ໝີ​ພາບ​ແດ່​ພຣະ​ອົງ​ຜູ້​ປະ​ທັບ​ຢູ່​ເທິງ​ພຣະ​ບັນ​ລັງ, ຕະຫລອດ​ການ ແລະ ຕະຫລອດ​ໄປ; ເພາະ​ໂມງ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ມາ​ເຖິງ​ແລ້ວ.

105 ແລະ ອີກ​ເທື່ອ​ໜຶ່ງ, ທູດ​ອີກ​ອົງ​ໜຶ່ງ​ຈະ​ເປົ່າ​ແກ​ຂອງ​ຕົນ, ຊຶ່ງ​ເປັນ​ທູດ​ອົງ​ທີ​ຫົກ, ໂດຍ​ກ່າວ​ວ່າ: ນາງ​ຜູ້​ເຮັດ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ​ດື່ມ​ເຫລົ້າ​ອະງຸ່ນ​ແຫ່ງ​ພຣະ​ພິ​ໂລດ​ຈາກ​ການ​ລ່ວງ​ປະ​ເວ​ນີ​ຂອງ​ນາງ ຕົກ​ແລ້ວ; ນາງ​ຕົກ​ແລ້ວ, ຕົກ​ແລ້ວ!

106 ແລະ ອີກ​ເທື່ອ​ໜຶ່ງ, ທູດ​ອີກ​ອົງ​ໜຶ່ງ​ຈະ​ເປົ່າ​ແກ​ຂອງ​ຕົນ, ຊຶ່ງ​ເປັນ​ແກ​ໜ່ວຍ​ທີ​ເຈັດ, ໂດຍ​ກ່າວ​ວ່າ: ສຳ​ເລັດ​ແລ້ວ; ສຳ​ເລັດ​ແລ້ວ! ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້ ເອົາ​ຊະນະ ແລະ ໄດ້ ຢຽບ​ເຄື່ອງ​ປັ່ນ​ໝາກ​ອະງຸ່ນ​ຄົນ​ດຽວ, ແມ່ນ​ແຕ່​ເຄື່ອງ​ປັ່ນ​ໝາກ​ອະງຸ່ນ​ແຫ່ງ​ພຣະ​ພິ​ໂລດ​ອັນ​ຮ້າຍ​ກາດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

107 ແລະ ຈາກ​ນັ້ນ​ເຫລົ່າ​ທູດ​ຈະ​ໄດ້​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ​ລັດ​ສະ​ໝີ​ພາບ​ລິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ, ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ ແລະ ຖືກ​ເຮັດ​ໃຫ້ ເທົ່າ​ທຽມ​ກັບ​ພຣະ​ອົງ.

108 ແລະ ຈາກ​ນັ້ນ​ທູດ​ອົງ​ທຳ​ອິດ​ຈະ​ເປົ່າ​ແກ​ຂອງ​ຕົນ​ອີກ ໃນ​ຫູ​ຂອງ​ຄົນ​ເປັນ​ທຸກ​ຄົນ, ແລະ ເປີດ​ເຜີຍ​ການ​ກະ​ທຳ​ລັບ​ຂອງ​ມະນຸດ, ແລະ ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ໃນ ພັນ​ປີ​ທຳ​ອິດ.

109 ແລະ ຈາກ​ນັ້ນ​ທູດ​ອົງ​ທີ​ສອງ​ຈະ​ເປົ່າ​ແກ​ຂອງ​ຕົນ, ແລະ ເປີດ​ເຜີຍ​ການ​ກະ​ທຳ​ລັບ​ຂອງ​ມະນຸດ, ແລະ ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ໃນ​ໃຈ​ຂອງ​ພວກ​ເຂົາ, ແລະ ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ໃນ​ພັນ​ປີ​ທີ​ສອງ—

110 ແລະ ຕໍ່ໆ​ໄປ, ຈົນ​ກວ່າ​ທູດ​ອົງ​ທີ​ເຈັດ​ຈະ​ເປົ່າ​ແກ​ຂອງ​ຕົນ; ແລະ ເພິ່ນ​ຈະ​ອອກ​ມາ​ຢືນ​ຢູ່​ເທິງ​ແຜ່ນ​ດິນ ແລະ ເທິງ​ທະເລ, ແລະ ປະ​ຕິ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຜູ້​ປະ​ທັບ​ຢູ່​ເທິງ​ພຣະ​ບັນ​ລັງ, ວ່າ ເວລາ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ; ແລະ ຊາຕານ​ຈະ​ຖືກ​ມັດ​ໄວ້, ງູ​ດຶກ​ດຳ​ບັນ​ໂຕ​ນັ້ນ, ຜູ້​ຖືກ​ເອີ້ນ​ວ່າ​ມານ, ແລະ ຈະ​ບໍ່​ຖືກ​ປ່ອຍ​ໄປ​ເປັນ​ເວລາ​ໜຶ່ງ ພັນ​ປີ.

111 ແລະ ຈາກ​ນັ້ນ​ມັນ​ຈະ​ຖືກ ປ່ອຍ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ, ເພື່ອ​ວ່າ​ມັນ​ຈະ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ຂອງ​ມັນ.

112 ແລະ ມີຄາເອນ, ທູດ​ອົງ​ທີ​ເຈັດ, ແມ່ນ​ແຕ່​ຫົວ​ໜ້າ​ທູດ, ຈະ​ເຕົ້າ​ໂຮມ​ກອງ​ທັບ​ຂອງ​ເພິ່ນ, ແມ່ນ​ແຕ່ ໄພ່​ພົນ​ຂອງ​ສະຫວັນ.

113 ແລະ ມານ​ຈະ​ເຕົ້າ​ໂຮມ​ກອງ​ທັບ​ຂອງ​ມັນ; ແມ່ນ​ແຕ່​ໄພ່​ພົນ​ຂອງ​ນະລົກ, ແລະ ຈະ​ຂຶ້ນ​ມາ​ສູ້​ຮົບ​ກັບ​ມີຄາເອນ ແລະ ກອງ​ທັບ​ຂອງ​ເພິ່ນ.

114 ແລະ ຈາກ​ນັ້ນ ການ​ສູ້​ຮົບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ຈະ​ເກີດ​ຂຶ້ນ; ແລະ ມານ ແລະ ກອງ​ທັບ​ຂອງ​ມັນ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ​ຫາ​ບ່ອນ​ຂອງ​ພວກ​ມັນ​ເອງ, ເພື່ອ​ວ່າ​ພວກ​ມັນ​ຈະ​ບໍ່​ມີ​ອຳນາດ​ເໜືອ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ອີກ​ຕໍ່​ໄປ​ຈັກເທື່ອ.

115 ເພາະ​ມີຄາເອນ​ຈະ​ສູ້​ຮົບ​ໃຫ້​ພວກ​ເຂົາ, ແລະ ຈະ​ເອົາ​ຊະນະ​ຜູ້​ນັ້ນ​ທີ່ ສະແຫວງ​ຫາ​ພຣະ​ບັນ​ລັງ ຂອງ​ພຣະ​ອົງ​ຜູ້​ປະ​ທັບ​ຢູ່​ເທິງ​ພຣະ​ບັນ​ລັງ, ແມ່ນ​ແຕ່​ພຣະ​ເມສາ​ນ້ອຍ.

116 ນີ້​ຄື​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ແລະ ຄົນ​ທີ່​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ແລ້ວ; ແລະ ພວກ​ເຂົາ​ຈະ​ບໍ່​ເຫັນ ຄວາມ​ຕາຍ​ອີກ​ຕໍ່​ໄປ.

117 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ທັງ​ຫລາຍ​ຂອງ​ເຮົາ​ວ່າ ຈົ່ງ​ເອີ້ນ​ໃຫ້​ມີ​ການ​ຊຸມ​ນຸມ​ທີ່​ສັກ​ສິດ, ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ.

118 ແລະ ເນື່ອງ​ຈາກ​ວ່າ​ຄົນ​ທັງ​ປວງ​ບໍ່​ມີ​ສັດທາ, ພວກ​ເຈົ້າ​ຈົ່ງ​ສະແຫວງ​ຫາ​ຢ່າງ​ພາກ​ພຽນ ແລະ ສິດ​ສອນ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ໃຫ້​ກັນ​ແລະ​ກັນ; ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ຈົ່ງ​ສະແຫວງ​ຫາ​ຖ້ອຍ​ຄຳ​ແຫ່ງ ປັນ​ຍາ​ຢູ່​ໃນ ປຶ້ມ​ທີ່​ດີ​ທີ່​ສຸດ; ຈົ່ງ​ສະແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດທາ​ນຳ​ອີກ.

119 ຈົ່ງ​ວາງ​ລະບຽບ​ຕົນ​ເອງ; ຕຽມ​ສິ່ງ​ທີ່​ຈຳ​ເປັນ​ທຸກ​ຢ່າງ; ແລະ ສະຖາ​ປະນາ ບ້ານ, ແມ່ນ​ແຕ່​ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ບ້ານ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ, ບ້ານ​ແຫ່ງ​ສັດທາ, ບ້ານ​ແຫ່ງ​ການ​ຮຽນ​ຮູ້, ບ້ານ​ແຫ່ງ​ລັດ​ສະ​ໝີ​ພາບ, ບ້ານ​ແຫ່ງ​ລະບຽບ, ບ້ານ​ຂອງ​ພຣະ​ເຈົ້າ;

120 ເພື່ອ​ວ່າ​ການ​ເຂົ້າ​ມາ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພື່ອ​ວ່າ​ການ​ອອກ​ໄປ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພື່ອ​ວ່າ​ການ​ທັກ​ທາຍ​ທັງ​ໝົດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດ້ວຍ​ມື​ທີ່​ຍົກ​ຂຶ້ນ​ແດ່​ພຣະ​ຜູ້​ສູງ​ສຸດ.

121 ສະນັ້ນ, ຈົ່ງ ຢຸດ​ຈາກ​ການ​ເວົ້າ​ຫລິ້ນໆ​ທັງ​ໝົດ​ຂອງ​ພວກ​ເຈົ້າ, ຈາກ ການ​ຫົວ​ເຮ​ຮາ​ທັງ​ໝົດ, ຈາກ​ຄວາມ​ປາດ​ຖະ​ໜາ​ທີ່ ຕັນ​ຫາ​ລາ​ມົກ​ທັງ​ໝົດ​ຂອງ​ພວກ​ເຈົ້າ, ຈາກ ຄວາມ​ທະນົງ​ຕົວ ແລະ ຄວາມ​ບໍ່​ເອົາ​ໃຈ​ໃສ່​ທັງ​ໝົດ​ຂອງ​ພວກ​ເຈົ້າ, ແລະ ຈາກ​ການ​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພວກ​ເຈົ້າ.

122 ຈົ່ງ​ກຳ​ນົດ​ໃຫ້​ມີ​ຜູ້​ສອນ​ໃນ​ບັນ​ດາ​ພວກ​ເຈົ້າ, ແລະ ບໍ່​ໃຫ້​ທຸກ​ຄົນ​ເປັນ​ຜູ້​ເວົ້າ​ພ້ອມ​ກັນ; ແຕ່​ໃຫ້​ເວົ້າ​ເທື່ອ​ລະ​ຄົນ ແລະ ໃຫ້​ທຸກ​ຄົນ​ຟັງ​ສິ່ງ​ທີ່​ລາວ​ເວົ້າ, ເພື່ອ​ວ່າ​ເມື່ອ​ທຸກ​ຄົນ​ໄດ້​ເວົ້າ ແລ້ວ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ຈາກ​ທຸກ​ຄົນ, ແລະ ວ່າ​ທຸກ​ຄົນ​ຈະ​ມີ​ສິດ​ທິ​ພິ​ເສດ​ທີ່​ເທົ່າ​ທຽມ​ກັນ.

123 ຈົ່ງ​ເບິ່ງ​ວ່າ​ພວກ​ເຈົ້າ ຮັກ​ກັນ; ເຊົາ ໂລບ; ຮຽນ​ທີ່​ຈະ​ແບ່ງ​ປັນ​ໃຫ້​ກັນ​ດັ່ງ​ທີ່​ພຣະ​ກິດ​ຕິ​ຄຸນ​ຮຽກ​ຮ້ອງ.

124 ເຊົາ ກຽດ​ຄ້ານ; ເຊົາ​ບໍ່​ສະອາດ; ເຊົາ ຈັບ​ຜິດ​ກັນ; ເຊົາ​ນອນ​ເກີນ​ຄວາມ​ຈຳ​ເປັນ; ໃຫ້​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ເມື່ອຍ​ເພຍ; ໃຫ້​ຕື່ນ​ແຕ່​ເຊົ້າ, ເພື່ອ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ ແລະ ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ສົດ​ຊື່ນ.

125 ແລະ ເໜືອ​ກວ່າ​ທຸກ​ສິ່ງ​ທັງ​ປວງ, ຈົ່ງ​ຫຸ້ມ​ຫໍ່​ຕົນ​ເອງ​ດ້ວຍ​ພັນທະ ແຫ່ງ​ຄວາມ​ໃຈ​ບຸນ, ເຊັ່ນ​ດຽວ​ກັບ​ເສື້ອ​ຄຸມ, ຊຶ່ງ​ເປັນ​ພັນທະ​ແຫ່ງ​ຄວາມ​ດີ​ພ້ອມ ແລະ ສັນ​ຕິ​ສຸກ.

126 ຈົ່ງ ອະ​ທິ​ຖານ​ສະເໝີ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ທໍ້​ຖອຍ​ໃຈ, ຈົນ​ກວ່າ​ເຮົາ​ຈະ ມາ. ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຈະ​ມາ​ຢ່າງ​ໄວ, ແລະ ຮັບ​ເອົາ​ພວກ​ເຈົ້າ​ໄວ້​ກັບ​ຕົວ​ເຮົາ. ອາແມນ.

127 ແລະ ອີກ​ເທື່ອ​ໜຶ່ງ, ລະບຽບ​ຂອງ​ບ້ານ​ທີ່​ຕຽມ​ໄວ້​ໃຫ້​ຝ່າຍ​ປະທານ​ຂອງ ໂຮງ​ຮຽນ​ຂອງ​ສາດ​ສະ​ດາ, ຖືກ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ເປັນ​ຄຳ​ແນະນຳ​ຂອງ​ພວກ​ເຂົາ ເຖິງ​ສິ່ງ​ທັງ​ປວງ​ທີ່​ສົມ​ຄວນ​ສຳ​ລັບ​ພວກ​ເຂົາ, ແມ່ນ​ແຕ່​ສຳ​ລັບ ເຈົ້າ​ໜ້າ​ທີ່​ທັງ​ຫລາຍ​ຂອງ​ສາດ​ສະ​ໜາ​ຈັກ, ຫລື ອີກ​ຄຳ​ໜຶ່ງ, ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ເອີ້ນ​ໃຫ້​ມາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ​ເລີ່ມ​ຕົ້ນ​ຈາກ​ມະຫາ​ປະ​ໂລ​ຫິດ, ແມ່ນ​ແຕ່​ລົງ​ໄປ​ເຖິງ​ມັກ​ຄະ​ນາ​ຍົກ—

128 ແລະ ນີ້​ຈະ​ເປັນ​ລະບຽບ​ຂອງ​ບ້ານ​ຂອງ​ຝ່າຍ​ປະທານ​ຂອງ​ໂຮງ​ຮຽນ: ຄົນ​ທີ່​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ປະທານ, ຫລື ຄູ​ສອນ, ຈະ​ຖືກ​ພົບ​ຢູ່​ໃນ​ສະຖານ​ທີ່​ຂອງ​ເຂົາ, ໃນ​ບ້ານ​ທີ່​ໄດ້​ຈັດ​ໄວ້​ໃຫ້​ເຂົາ.

129 ສະນັ້ນ, ເຂົາ​ຈຶ່ງ​ເປັນ​ຄົນ​ທຳ​ອິດ​ຢູ່​ໃນ​ບ້ານ​ຂອງ​ພຣະ​ເຈົ້າ, ໃນ​ສະຖານ​ທີ່​ທີ່​ຜູ້​ມາ​ປະ​ຊຸມ​ໃນ​ບ້ານ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ເຂົາ​ຢ່າງ​ລະ​ອຽດ ແລະ ແຈ່ມ​ແຈ້ງ, ບໍ່​ແມ່ນ​ດ້ວຍ​ການ​ເວົ້າ​ສຽງ​ດັງ.

130 ແລະ ເມື່ອ​ເຂົາ​ເຂົ້າ​ມາ​ໃນ​ບ້ານ​ຂອງ​ພຣະ​ເຈົ້າ, ເພາະ​ເຂົາ​ຄວນ​ເປັນ​ຄົນ​ທຳ​ອິດ​ຢູ່​ໃນ​ບ້ານ—ຈົ່ງ​ເບິ່ງ, ນີ້​ເປັນ​ສິ່ງ​ທີ່​ງົດ​ງາມ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ເປັນ​ຕົວ​ຢ່າງ—

131 ໃຫ້​ເຂົາ ຖວາຍ​ຕົນ​ໃນ​ການ​ອະ​ທິ​ຖານ ໂດຍ​ການ​ຄຸ​ເຂົ່າ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເປັນ​ເຄື່ອງ​ໝາຍ​ສຳ​ຄັນ ຫລື ເປັນ​ການ​ລະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ.

132 ແລະ ເມື່ອ​ຄົນ​ໃດ​ຈະ​ເຂົ້າ​ມາ​ຫລັງ​ຈາກ​ເຂົາ, ກໍ​ໃຫ້​ຜູ້​ສອນ​ລຸກ​ຂຶ້ນ, ແລະ ດ້ວຍ​ມື​ທີ່​ຍົກ​ຂຶ້ນ​ສູ່​ຟ້າ​ສະຫວັນ; ແທ້​ຈິງ​ແລ້ວ, ແມ່ນ​ຊື່​ຕົງ, ຕ້ອນ​ຮັບ​ອ້າຍ​ນ້ອງ​ບາງ​ຄົນ ຫລື ພີ່​ນ້ອງ​ທັງ​ຫລາຍ​ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້:

133 ທ່ານ​ເປັນ​ອ້າຍ​ນ້ອງ ຫລື ທ່ານ​ເປັນ​ພີ່​ນ້ອງ​ທັງ​ຫລາຍ​ບໍ? ຂ້າ​ພະ​ເຈົ້າ​ຕ້ອນ​ຮັບ​ທ່ານ​ໃນ​ພຣະ​ນາມ​ຂອງ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ເປັນ​ເຄື່ອງ​ໝາຍ​ສຳ​ຄັນ ຫລື ເປັນ​ການ​ລະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ, ຊຶ່ງ​ພັນທະ​ສັນ​ຍາ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ທ່ານ​ເປັນ ເພື່ອນ​ຮ່ວມ​ສະມາ​ຊິກ, ໃນ​ຄວາມ​ຕັ້ງ​ໃຈ​ທີ່​ໝັ້ນ​ຄົງ, ບໍ່​ຫວັ່ນ​ໄຫວ, ແລະ ບໍ່​ປ່ຽນ​ແປງ, ເພື່ອ​ເປັນ​ເພື່ອນ ແລະ ອ້າຍ​ນ້ອງ​ຂອງ​ທ່ານ​ໂດຍ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ໃນ​ພັນທະ​ການ​ແຫ່ງ​ຄວາມ​ຮັກ, ເພື່ອ​ດຳ​ເນີນ​ຊີ​ວິດ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໂດຍ​ບໍ່​ມີ​ຂໍ້​ຕຳ​ນິ, ໃນ​ຄວາມ​ຂອບ​ພຣະ​ໄທ, ຕະຫລອດ​ການ ແລະ ຕະຫລອດ​ໄປ. ອາແມນ.

134 ແລະ ຄົນ​ທີ່​ຖືກ​ພົບ​ວ່າ​ບໍ່​ມີ​ຄຸນ​ຄ່າ​ສົມ​ກັບ​ການ​ຕ້ອນ​ຮັບ​ນີ້ ຈະ​ບໍ່​ມີ​ບ່ອນ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ; ເພາະ​ພວກ​ເຈົ້າ​ຈະ​ບໍ່​ຄວນ​ຍອມ​ໃຫ້​ບ້ານ​ຂອງ​ເຮົາ ສົກ​ກະ​ປົກ​ໂດຍ​ຄົນ​ຜູ້​ນັ້ນ.

135 ແລະ ຄົນ​ທີ່​ເຂົ້າ​ມາ ແລະ ຊື່​ສັດ​ຕໍ່​ໜ້າ​ເຮົາ, ແລະ ເປັນ​ອ້າຍ​ນ້ອງ, ຫລື ຖ້າ​ພວກ​ເຂົາ​ເປັນ​ພີ່​ນ້ອງ​ທັງ​ຫລາຍ, ພວກ​ເຂົາ​ຈະ​ຕ້ອນ​ຮັບ​ປະທານ ຫລື ຜູ້​ສອນ​ດ້ວຍ​ມື​ທີ່​ຍົກ​ຂຶ້ນ​ຊື່​ຫາ​ຟ້າ​ສະຫວັນ, ດ້ວຍ​ການ​ອະ​ທິ​ຖານ ແລະ ພັນທະ​ສັນ​ຍາ​ດຽວ​ກັນ​ນີ້, ຫລື ໂດຍ​ກ່າວ ອາແມນ, ເປັນ​ເຄື່ອງ​ໝາຍ​ສຳ​ຄັນ​ເຖິງ​ສິ່ງ​ດຽວ​ກັນ.

136 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ນີ້​ຄື​ຕົວ​ຢ່າງ​ແກ່​ພວກ​ເຈົ້າ​ເພື່ອ​ຕ້ອນ​ຮັບ​ກັນ​ໃນ​ບ້ານ​ຂອງ​ພຣະ​ເຈົ້າ, ໃນ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາ.

137 ແລະ ພວກ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ເຮັດ​ສິ່ງ​ນີ້​ໂດຍ​ການ​ອະ​ທິ​ຖານ ແລະ ຄວາມ​ຂອບ​ພຣະ​ໄທ, ໃນ​ຂະນະ​ທີ່​ພຣະ​ວິນ​ຍານ​ຈະ​ປະທານ​ໃຫ້​ເອີ່ຍ​ປາກ​ໃນ​ການ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາ, ເພື່ອ​ວ່າ​ມັນ​ຈະ​ກາຍ​ເປັນ​ບ່ອນ​ລີ້​ໄພ, ເປັນ​ສະຖານ​ທີ່​ນະມັດ​ສະການ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ ເພື່ອ ການ​ເສີມ​ສ້າງ​ພວກ​ເຈົ້າ.

138 ແລະ ພວກ​ເຈົ້າ​ຈະ​ບໍ່​ຮັບ​ເອົາ​ຄົນ​ໜຶ່ງ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ມາ​ເຂົ້າ​ໂຮງ​ຮຽນ​ນີ້ ເວັ້ນ​ເສຍ​ແຕ່​ເຂົາ​ສະອາດ​ຈາກ ເລືອດ​ຂອງ​ຄົນ​ລຸ້ນ​ນີ້;

139 ແລະ ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ໂດຍ​ພິ​ທີ​ການ​ລ້າງ​ຕີນ, ເພາະ​ເພື່ອ​ຈຸດ​ປະສົງ​ນີ້ ທີ່​ພິ​ທີ​ການ ລ້າງ​ຕີນ​ຈຶ່ງ​ຖືກ​ຈັດ​ຕັ້ງ​ຂຶ້ນ.

140 ແລະ ອີກ​ເທື່ອ​ໜຶ່ງ, ພິ​ທີ​ການ​ລ້າງ​ຕີນ​ຕ້ອງ​ຖືກ​ປະ​ຕິ​ບັດ​ໂດຍ​ປະທານ ຫລື ແອວເດີ​ທີ່​ຄວບ​ຄຸມ​ຂອງ​ສາດ​ສະ​ໜາ​ຈັກ.

141 ຕ້ອງ​ເລີ່ມ​ຕົ້ນ​ດ້ວຍ​ການ​ອະ​ທິ​ຖານ; ແລະ ຫລັງ​ຈາກ​ໄດ້ ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ​ແລ້ວ, ເຂົາ​ຕ້ອງ​ຄາດ​ແອວ​ຕາມ ແບບ​ແຜນ​ທີ່​ຖືກ​ມອບ​ໃຫ້ ໃນ​ບົດ​ທີສິບ​ສາມ​ຂອງ​ພຣະ​ທຳ​ໂຢຮັນ​ກ່ຽວ​ກັບ​ເຮົາ. ອາ​ແມນ.