ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 89


ພາກ​ທີ 89

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 27 ເດືອນ​ກຸມພາ, 1833. ດ້ວຍ​ເຫດ​ວ່າ​ພວກ​ອ້າຍ​ນ້ອງ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ໄດ້​ໃຊ້​ຢາ​ດູດ​ຢູ່​ໃນ​ການ​ປະຊຸມ​ຂອງ​ເຂົາ​ເຈົ້າ, ສາດ​ສະ​ດາຈຶ່ງ​ໄດ້​ຮັບ​ການ​ແນະນຳ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ເລື່ອງ​ນີ້; ດັ່ງ​ນັ້ນ, ເພິ່ນ​ຈຶ່ງ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້. ການ​ເປີດ​ເຜີຍ​ເທື່ອ​ນີ້, ຊຶ່ງ​ຮູ້​ຈັກ​ກັນ​ວ່າ​ເປັນ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ຄື​ຜົນ​ທີ່​ຕາມ​ມາ.

1–9, ການ​ໃຊ້​ເຫລົ້າ​ອະງຸ່ນ, ເຫລົ້າ​ປຸກ, ຢາ​ດູດ, ແລະ ເຄື່ອງ​ດື່ມ​ຮ້ອນ​ຖືກ​ສັ່ງ​ຫ້າມ; 10–17, ສະ​ໝຸນ​ໄພ, ໝາກ​ໄມ້, ຊີ້ນ, ແລະ ເມັດ​ພືດ​ຖືກ​ກຳ​ນົດ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ ແລະ ສັດ​ສາ​ວາ​ສິ່ງ; 18–21, ການ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ຈະ​ນຳ​ພອນ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ​ມາ​ໃຫ້.

1 ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສະພາ​ມະຫາ​ປະ​ໂລ​ຫິດ, ຊຶ່ງ​ຊຸມ​ນຸມ​ກັນ​ຢູ່​ໃນ​ເມືອງ​ເຄີດແລນ, ແລະ ສາດ​ສະ​ໜາ​ຈັກ, ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ຊີໂອນ​ນຳ​ອີກ—

2 ເພື່ອ​ສົ່ງ​ຄວາມ​ປາດ​ຖະ​ໜາ​ດີ; ບໍ່​ແມ່ນ​ໂດຍ​ພຣະ​ບັນ​ຍັດ ຫລື ຂໍ້​ບັງ​ຄັບ, ແຕ່​ໂດຍ​ການ​ເປີດ​ເຜີຍ ແລະ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ໂດຍ​ສະແດງ​ເຖິງ​ລະບຽບ ແລະ ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ຄວາມ​ລອດ​ໃນ​ຝ່າຍ​ໂລກ​ຂອງ​ໄພ່​ພົນ​ທັງ​ໝົດ​ຂອງ​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ—

3 ປະທານ​ໃຫ້​ເພື່ອ​ເປັນ​ຫລັກ​ທຳ​ພ້ອມ​ດ້ວຍ ຄຳ​ສັນ​ຍາ, ຊຶ່ງ​ໄດ້​ປັບ​ໃຫ້​ເຂົ້າ​ກັບ​ຄວາມ​ສາ​ມາດ​ຂອງ​ຄົນ​ອ່ອນ​ແອ ແລະ ຄົນ​ອ່ອນ​ແອ​ທີ່​ສຸດ​ໃນ​ບັນ​ດາ ໄພ່​ພົນ​ທັງ​ໝົດ​ຂອງ​ພຣະ​ເຈົ້າ, ຜູ້​ທີ່​ເປັນ ຫລື ສາ​ມາດ​ຖືກ​ເອີ້ນ​ວ່າ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

4 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ: ເປັນ​ເພາະ ຄວາມ​ຊົ່ວ​ຮ້າຍ ແລະ ແຜນ​ການ​ຊຶ່ງ​ມີ​ຢູ່ ແລະ ຈະ​ມີ​ຢູ່​ໃນ​ຫົວ​ໃຈ​ຂອງ​ມະນຸດ​ທີ່ ວາງ​ແຜນ​ຮ້າຍ​ໃນ​ຍຸກ​ສຸດ​ທ້າຍ, ເຮົາ​ຈຶ່ງ​ໄດ້ ເຕືອນ​ພວກ​ເຈົ້າ, ແລະ ເຕືອນ​ພວກ​ເຈົ້າ​ລ່ວງ​ໜ້າ, ໂດຍ​ໃຫ້​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ແກ່ພວກ​ເຈົ້າ​ໂດຍ​ການ​ເປີດ​ເຜີຍ—

5 ວ່າ​ຕາບ​ໃດ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ດື່ມ ເຫລົ້າ​ອະງຸ່ນ ຫລື ດື່ມ​ເຫລົ້າ​ປຸກ​ໃນ​ບັນ​ດາ​ພວກ​ເຈົ້າ, ຈົ່ງ​ເບິ່ງ ມັນ​ບໍ່​ດີ, ທັງ​ບໍ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ບິດາ​ຂອງ​ພວກ​ເຈົ້າ, ເວັ້ນ​ເສຍ​ແຕ່​ຢູ່​ໃນ​ການ​ຮ່ວມ​ຊຸມ​ນຸມ​ຂອງ​ພວກ​ເຈົ້າ ເພື່ອ​ຖວາຍ​ສິນ​ລະ​ລຶກ​ຂອງ​ພວກ​ເຈົ້າ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

6 ແລະ, ຈົ່ງ​ເບິ່ງ, ນີ້​ຄວນ​ເປັນ​ເຫລົ້າ​ອະງຸ່ນ, ແທ້​ຈິງ​ແລ້ວ, ເປັນ​ເຫລົ້າ​ອະງຸ່ນ ບໍ​ລິ​ສຸດ​ຈາກ​ໝາກ​ອະງຸ່ນ​ຈາກ​ຕົ້ນ​ຂອງ​ມັນ, ຊຶ່ງ​ພວກ​ເຈົ້າ​ໄດ້​ເຮັດ.

7 ແລະ, ອີກ​ເທື່ອ​ໜຶ່ງ, ເຫລົ້າ​ປຸກ​ບໍ່​ແມ່ນ​ສຳ​ລັບ​ທ້ອງ, ແຕ່​ແມ່ນ​ສຳ​ລັບ​ການ​ລ້າງ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ.

8 ແລະ ອີກ​ເທື່ອ​ໜຶ່ງ, ຢາ​ດູດ​ບໍ່​ແມ່ນ​ສຳ​ລັບ ຮ່າງ​ກາຍ, ທັງ​ບໍ່​ແມ່ນ​ສຳ​ລັບ​ທ້ອງ, ແລະ ບໍ່​ດີ​ສຳ​ລັບ​ມະນຸດ, ແຕ່​ເປັນ​ສະ​ໝຸນ​ໄພ​ສຳ​ລັບ​ແຜ​ຟົກ​ຊ້ຳ ແລະ ສັດ​ທີ່​ເຈັບ​ປ່ວຍ​ທັງ​ໝົດ, ຊຶ່ງ​ໃຫ້​ໃຊ້​ດ້ວຍ​ຄວາມ​ພິ​ຈາ​ລະ​ນາ ແລະ ຄວາມ​ຊຳ​ນານ.

9 ແລະ ອີກ​ເທື່ອ​ໜຶ່ງ, ເຄື່ອງ​ດື່ມ​ຮ້ອນ​ແມ່ນ​ບໍ່​ດີ​ສຳ​ລັບ​ຮ່າງ​ກາຍ ຫລື ທ້ອງ.

10 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສະ​ໝຸນ​ໄພ​ທີ່​ມີ​ປະ​ໂຫຍດ​ທັງ​ໝົດ ພຣະ​ເຈົ້າ​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ສຸ​ຂະ​ພາບ, ທຳ​ມະ​ຊາດ, ແລະ ຜົນ​ປະ​ໂຫຍດ​ຂອງ​ມະນຸດ—

11 ສະ​ໝຸນ​ໄພ​ທັງ​ໝົດ​ໃນ​ລະ​ດູ​ຂອງ​ມັນ, ແລະ ໝາກ​ໄມ້​ທັງ​ໝົດ​ໃນ​ລະ​ດູ​ຂອງ​ມັນ; ທັງ​ໝົດ​ເຫລົ່າ​ນີ້​ມີ​ໃຫ້​ໃຊ້​ດ້ວຍ​ຄວາມ​ຮອບ​ຄອບ ແລະ ດ້ວຍ ຄວາມ​ຂອບ​ພຣະ​ໄທ.

12 ແທ້​ຈິງ​ແລ້ວ, ຊີ້ນ​ຂອງ ສັດ ແລະ ຂອງ​ສັດ​ມີ​ປີກ​ໃນ​ອາ​ກາດ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກຳ​ນົດ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ​ດ້ວຍ​ຄວາມ​ຂອບ​ພຣະ​ໄທ; ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ຄວນ​ຖືກ​ນຳ​ໃຊ້​ດ້ວຍ ຄວາມ​ປະ​ຢັດ​ເທົ່າ​ນັ້ນ;

13 ແລະ ມັນ​ຈະ​ເປັນ​ທີ່​ພໍ​ໃຈ​ແກ່​ເຮົາ​ທີ່​ຈະ​ບໍ່​ໃຊ້​ມັນ, ຍົກ​ເວັ້ນ​ແຕ່​ໃນ​ລະ​ດູ​ໜາວ, ຫລື ໃນ​ເວລາ​ອາ​ກາດ​ເຢັນ, ຫລື ໃນ​ຍາມ​ອຶດ​ຢາກ​ເທົ່າ​ນັ້ນ.

14 ເມັດ​ພືດ​ທຸກ​ຊະ​ນິດ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ເພື່ອ​ປະ​ໂຫຍດ​ຂອງ​ມະນຸດ ແລະ ສັດ​ສາ​ວາ​ສິ່ງ, ເພື່ອ​ເປັນ​ໄມ້​ຄ້ຳ​ຊີ​ວິດ, ບໍ່​ພຽງ​ແຕ່​ສຳ​ລັບ​ມະນຸດ​ເທົ່າ​ນັ້ນ ແຕ່​ສຳ​ລັບ​ສັດ​ຢູ່​ໃນ​ທົ່ງ​ນຳ​ອີກ, ແລະ ຝູງ​ນົກ​ຂອງ​ຟ້າ​ສະຫວັນ, ແລະ ສັດ​ສາ​ວາ​ສິ່ງ​ທຸກ​ຊະ​ນິດ​ທີ່​ແລ່ນ ຫລື ເລືອ​ຄານ​ຢູ່​ເທິງ​ແຜ່ນ​ດິ​ນ​ໂລກ;

15 ແລະ ສິ່ງ​ເຫລົ່າ​ນີ້​ພຣະ​ເຈົ້າ​ໄດ້​ສ້າງ​ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ ໃນ​ເວລາ​ທີ່​ມີ​ຄວາມ​ອຶດ​ຢາກ ແລະ ຫິວ​ໂຫຍ​ເທົ່າ​ນັ້ນ.

16 ເມັດ​ພືດ​ທຸກ​ຊະ​ນິດ​ແມ່ນ​ດີ​ສຳ​ລັບ​ເປັນ​ອາຫານ​ຂອງ​ມະນຸດ; ທັງ​ໝາກ​ໄມ້​ຈາກ​ເຄືອ​ກໍ​ຄື​ກັນ; ສິ່ງ​ທີ່​ອອກ​ໝາກ, ບໍ່​ວ່າ​ໃນ​ພື້ນ​ດິນ ຫລື ເທິງ​ພື້ນ​ດິນ​ກໍ​ຕາມ—

17 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົ້າ​ຫວີດ​ແມ່ນ​ສຳ​ລັບ​ມະນຸດ, ແລະ ເຂົ້າ​ສາ​ລີ​ແມ່ນ​ສຳ​ລັບ​ງົວ, ແລະ ເຂົ້າ​ໂອດ​ແມ່ນ​ສຳ​ລັບ​ມ້າ, ແລະ ເຂົ້າ​ຣາຍ​ແມ່ນ​ສຳ​ລັບ​ສັດ​ມີ​ປີກ ແລະ ສຳ​ລັບ​ໝູ, ແລະ ສຳ​ລັບ​ສັດ​ທັງ​ໝົດ​ຢູ່​ໃນ​ທົ່ງ, ແລະ ເຂົ້າ​ບາ​ເລ​ແມ່ນ​ສຳ​ລັບ​ສັດ​ທີ່​ມີ​ປະ​ໂຫຍດ​ທັງ​ປວງ, ແລະ ສຳ​ລັບ​ເຄື່ອງ​ດື່ມ​ອ່ອນໆ, ດັ່ງ​ເມັດ​ພືດ​ຊະ​ນິດ​ອື່ນໆ.

18 ແລະ ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ຈື່​ຈຳ​ທີ່​ຈະ​ຮັກ​ສາ ແລະ ເຮັດ​ຕາມ​ສິ່ງ​ທີ່​ກ່າວ​ມາ​ນີ້, ໂດຍ​ການ​ດຳ​ເນີນ​ໄປ​ໃນ​ການ​ເຊື່ອ​ຟັງ​ບັນ​ຍັດ, ຈະ​ໄດ້ ຮັບ​ພະ​ລາ​ນາ​ໄມ​ໃນ​ຮູ​ສາຍ​ບື​ຂອງ​ພວກ​ເຂົາ ແລະ ມີ​ໄຂ​ໃນ​ກະ​ດູກ​ຂອງ​ພວກ​ເຂົາ;

19 ແລະ ຈະ​ພົບ ສະ​ຕິ​ປັນ​ຍາ ແລະ ຂຸມ​ຊັບ​ແຫ່ງ ຄວາມ​ຮູ້, ແມ່ນ​ແຕ່​ເປັນ​ຂຸມ​ຊັບ​ທີ່​ເຊື່ອງ​ຊ້ອນ​ຢູ່;

20 ແລະ ຈະ ແລ່ນ ແລະ ບໍ່​ເມື່ອຍ​ລ້າ, ແລະ ຈະ​ຍ່າງ ແລະ ບໍ່​ເປັນ​ລົມ.

21 ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ມອບ ຄຳ​ສັນ​ຍາ​ນີ້​ໃຫ້​ແກ່​ພວກ​ເຂົາ, ວ່າ​ທູດ​ຜູ້​ທຳ​ລາຍ​ຈະ ຜ່ານ​ພວກ​ເຂົາ​ໄປ, ດັ່ງ​ລູກ​ຫລານ​ຂອງ​ອິດສະ​ຣາເອນ, ແລະ ບໍ່​ຂ້າ​ພວກ​ເຂົາ. ອາແມນ.