ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 9


ພາກ​ທີ 9

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ອໍ​ລີ​ເວີ ຄາວ​ເດີຣີ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ເມສາ 1829. ອໍ​ລີ​ເວີ​ຖືກ​ຕັກ​ເຕືອນ​ໃຫ້​ອົດ​ທົນ ແລະ ຖືກ​ຊຸກ​ຍູ້​ໃຫ້​ເຕັມ​ໃຈ​ທີ່​ຈະ​ຂຽນ​ໃນ​ຊ່ວງ​ໄລ​ຍະ​ນັ້ນ ຕາມ​ການ​ບອກ​ຂອງ​ຜູ້​ແປ, ແທນ​ທີ່​ຈະ​ພະ​ຍາ​ຍາມ​ແປ.

1–6, ມີ​ບັນ​ທຶກ​ບູຮານ​ເຫລັ້ມ​ອື່ນໆ​ທີ່​ຍັງ​ບໍ່​ໄດ້​ແປ​ເທື່ອ; 7–14, ພຣະ​ຄຳ​ພີ​ມໍມອນ​ໄດ້​ຖືກ​ແປ​ໂດຍ​ທາງ​ການ​ສຶກ​ສາ ແລະ ໂດຍ​ການ​ຢືນ​ຢັນ​ທາງ​ວິນ​ຍານ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ບຸດ​ຂອງ​ເຮົາ​ວ່າ ເພາະ​ເຈົ້າ​ບໍ່​ໄດ້ ແປ​ຕາມ​ທີ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ, ແລະ ໄດ້​ເລີ່ມ​ຕົ້ນ​ອີກ​ທີ່​ຈະ ຂຽນ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ສະນັ້ນ​ເຮົາ​ຈຶ່ງ​ຢາກ​ໃຫ້​ເຈົ້າ​ຂຽນ​ຕໍ່​ໄປ ຈົນ​ກວ່າ​ເຈົ້າ​ຈະ​ສຳ​ເລັດ​ບັນ​ທຶກ​ນີ້, ຊຶ່ງ​ເຮົາ​ໄດ້​ຝາກ​ຝັງ​ໄວ້​ນຳ​ລາວ.

2 ແລະ ຈາກ​ນັ້ນ, ຈົ່ງ​ເບິ່ງ, ເຮົາ​ມີ ບັນ​ທຶກ ອື່ນ​ອີກ, ຊຶ່ງ​ເຮົາ​ຈະ​ໃຫ້​ພະ​ລັງ​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ຊ່ວຍ​ແປ.

3 ຈົ່ງ​ອົດ​ທົນ, ບຸດ​ຂອງ​ເຮົາ, ເພາະ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ, ແລະ ມັນ​ບໍ່​ສົມ​ຄວນ​ທີ່​ເຈົ້າ​ຈະ​ແປ​ໃນ​ເວລາ​ນີ້.

4 ຈົ່ງ​ເບິ່ງ, ວຽກ​ງານ​ຊຶ່ງ​ເຈົ້າ​ຖືກ​ເອີ້ນ​ໃຫ້​ເຮັດ ແມ່ນ​ທີ່​ຈະ​ຂຽນ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ.

5 ແລະ, ຈົ່ງ​ເບິ່ງ, ເປັນ​ເພາະ​ວ່າ​ເຈົ້າ​ບໍ່​ໄດ້​ສືບ​ຕໍ່​ດັ່ງ​ທີ່​ເຈົ້າ​ໄດ້​ເລີ່ມ​ຕົ້ນ, ຕອນ​ເຈົ້າ​ໄດ້​ເລີ່ມ​ແປ, ເຮົາ​ຈຶ່ງ​ໄດ້​ເອົາ​ສິດ​ທິ​ພິ​ເສດ​ນັ້ນ​ໄປ​ຈາກ​ເຈົ້າ.

6 ຢ່າ ຈົ່ມ, ບຸດ​ຂອງ​ເຮົາ, ເພາະ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ ທີ່​ເຮົາ​ຈັດ​ການ​ກັບ​ເຈົ້າ​ໃນ​ວິ​ທີ​ນີ້.

7 ຈົ່ງ​ເບິ່ງ, ເຈົ້າ​ບໍ່​ເຂົ້າ​ໃຈ; ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ມອບ​ມັນ​ໃຫ້​ເຈົ້າ, ເມື່ອ​ເຈົ້າ​ບໍ່​ໃຊ້​ຄວາມ​ຄິດ​ມີ​ແຕ່​ຈະ​ທູນ​ຖາມ​ເຮົາ.

8 ແຕ່, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ຕ້ອງ ສຶກ​ສາ​ມັນ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຈົ້າ​ກ່ອນ; ແລ້ວ​ເຈົ້າ​ຕ້ອງ ທູນ​ຖາມ​ເຮົາ ຖ້າ​ຫາກ​ວ່າ​ມັນ​ຖືກ​ຕ້ອງ​ຫລື​ບໍ່, ຖ້າ​ຫາກ​ມັນ​ຖືກ​ຕ້ອງ ເຮົາ​ຈະ​ເຮັດ​ໃຫ້ ຊວງ​ອົກ​ຂອງ​ເຈົ້າ ຮ້ອນ​ຮົນ​ພາຍ​ໃນ​ຕົວ​ເຈົ້າ; ສະນັ້ນ, ເຈົ້າ​ຈະ ຮູ້​ສຶກ​ວ່າ​ມັນ​ຖືກ​ຕ້ອງ.

9 ແຕ່​ຖ້າ​ຫາກ​ມັນ​ບໍ່​ຖືກ​ຕ້ອງ ເຈົ້າ​ຈະ​ບໍ່​ມີ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ, ແຕ່​ເຈົ້າ​ຈະ ງົງ​ງັນ​ໃນ​ຄວາມ​ຄິດ ຊຶ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ລືມ​ສິ່ງ​ທີ່​ຜິດ; ສະນັ້ນ, ເຈົ້າ​ຈະ​ບໍ່​ສາ​ມາດ​ຂຽນ​ສິ່ງ​ທີ່​ສັກ​ສິດ ນອກ​ຈາກ​ເຈົ້າ​ຈະ​ໄດ້​ຮັບ​ມັນ​ຈາກ​ເຮົາ.

10 ບັດ​ນີ້, ຖ້າ​ຫາກ​ເຈົ້າ​ຮູ້​ເລື່ອງ​ນີ້​ມາ​ກ່ອນ ເຈົ້າ​ກໍ​ຄົງ ແປ​ໄດ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ບໍ່​ສົມ​ຄວນ​ທີ່​ເຈົ້າ​ຈະ​ແປ​ໃນ​ຕອນ​ນີ້.

11 ຈົ່ງ​ເບິ່ງ, ມັນ​ສົມ​ຄວນ​ເມື່ອ​ຕອນ​ເຈົ້າ​ໄດ້​ເລີ່ມ​ຕົ້ນ; ແຕ່​ເຈົ້າ​ໄດ້ ຢ້ານ​ກົວ, ແລະ ເວລາ​ໄດ້​ຜ່ານ​ໄປ​ແລ້ວ, ແລະ ມັນ​ບໍ່​ສົມ​ຄວນ​ໃນ​ຕອນ​ນີ້;

12 ເພາະ, ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ເຮົາ​ໄດ້​ມອບ​ພະ​ລັງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ຢ່າງ​ພຽງ​ພໍ, ຊຶ່ງ​ໂດຍ​ສິ່ງ​ນັ້ນ ຈຶ່ງ​ທົດ​ແທນ​ກັນ? ແລະ ເຮົາ​ບໍ່​ໄດ້​ກ່າວ​ໂທດ​ເຈົ້າ​ທັງ​ສອງ​ຄົນ​ແນວ​ໃດ.

13 ຈົ່ງ​ເຮັດ​ສິ່ງ​ນີ້​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ, ແລະ ເຈົ້າ​ຈະ​ຮຸ່ງ​ເຮືອງ. ຈົ່ງ​ຊື່​ສັດ, ແລະ ຢ່າ​ຍອມ​ຕໍ່ ການ​ລໍ້​ລວງ.

14 ຈົ່ງ​ຍຶດ​ໝັ້ນ​ໃນ​ວຽກ​ງານ ຊຶ່ງ ວຽກ​ງານ​ນັ້ນ​ເຮົາ​ໄດ້ ເອີ້ນ​ເຈົ້າ, ແລະ ຜົມ​ເສັ້ນ​ໜຶ່ງ​ເທິງ​ຫົວ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ເສຍ​ໄປ, ແລະ ເຈົ້າ​ຈະ​ຖືກ ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ. ອາ​ແມນ.