ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 90


ພາກ​ທີ 90

ການ​ເປີດ​ເຜີຍ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ຖືກ​ມອບ​ໃຫ້​ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 8 ເດືອນ​ມີນາ, 1833. ການ​ເປີດ​ເຜີຍ​ນີ້​ເປັນ​ຄວາມ​ກ້າວ​ໜ້າ​ເພີ່ມ​ເຕີມ​ໃນ​ການ​ສ້າງ​ຕັ້ງ​ຝ່າຍ​ປະທານ​ສູງ​ສຸດ (ເບິ່ງ ຫົວ​ຂໍ້​ຂອງ ພາກທີ 81); ເພາະ​ດ້ວຍ​ການ​ເປີດ​ເຜີຍ​ເທື່ອ​ນີ້, ທີ່​ປຶກ​ສາ​ທີ່​ກ່າວ​ເຖິງ​ໄດ້​ຖືກ​ແຕ່ງ​ຕັ້ງ ໃນ​ວັນທີ 18 ເດືອນ​ມີນາ, 1833.

1–5, ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ໄດ້​ຖືກ​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ແລະ ຜ່ານ​ຈາກ​ເພິ່ນ​ມັນ​ຖືກ​ສົ່ງ​ຕໍ່​ໃຫ້​ສາດ​ສະ​ໜາ​ຈັກ; 6–7, ຊິດນີ ຣິກ​ດອນ ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌ ຕ້ອງ​ຮັບ​ໃຊ້​ຢູ່​ໃນ​ຝ່າຍ​ປະທານ​ສູງ​ສຸດ; 8–11, ພຣະ​ກິດ​ຕິ​ຄຸນ​ຕ້ອງ​ຖືກ​ສັ່ງ​ສອນ​ແກ່​ປະ​ຊາ​ຊາດ​ຂອງ​ອິດສະ​ຣາເອນ, ແກ່​ຄົນ​ຕ່າງ​ຊາດ, ແລະ ແກ່​ຊາວ​ຢິວ, ມະນຸດ​ທຸກ​ຄົນ​ຈະ​ໄດ້​ຍິນ​ໃນ​ພາ​ສາ​ຂອງ​ຕົນ​ເອງ; 12–18, ໂຈເຊັບ ສະມິດ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ຕ້ອງ​ຈັດ​ສາດ​ສະ​ໜາ​ຈັກ​ໃຫ້​ເປັນ​ລະບຽບ; 19–37, ບຸກ​ຄົນ​ຕ່າງໆ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້ ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ ແລະ ຮັບ​ໃຊ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.

1 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ຕາມ​ຄວາມ​ຈິງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ບຸດ​ຂອງ​ເຮົາ, ບາບ​ຂອງ​ເຈົ້າ​ໄດ້​ຖືກ ອະ​ໄພ​ໃຫ້​ແລ້ວ, ຕາມ​ການ​ອ້ອນ​ວອນ​ຂອງ​ເຈົ້າ, ເພາະ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ ແລະ ຄຳ​ອະ​ທິ​ຖານ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ​ໄດ້​ຂຶ້ນ​ມາ​ເຖິງ​ຫູ​ຂອງ​ເຮົາ.

2 ສະນັ້ນ, ເຈົ້າ​ໄດ້​ຮັບ​ພອນ​ແລ້ວ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ທີ່​ໄດ້​ຖື ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ຊຶ່ງ​ໄດ້​ມອບ​ໃຫ້​ແກ່​ເຈົ້າ; ຊຶ່ງ ອາ​ນາ​ຈັກ​ກຳ​ລັງ​ຈະ​ອອກ​ມາ​ເປັນ​ເທື່ອ​ສຸດ​ທ້າຍ.

3 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ຂໍ​ກະແຈ​ແຫ່ງ​ອາ​ນາ​ຈັກ​ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ເຈົ້າ, ໃນ​ຂະນະ​ທີ່​ເຈົ້າ​ຢູ່​ໃນ​ໂລກ, ທັງ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ;

4 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂດຍ​ຜ່ານ​ເຈົ້າ ການ​ເປີດ​ເຜີຍ​ຈະ​ຖືກ​ມອບ​ໃຫ້​ແກ່​ຄົນ​ອື່ນ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ໃຫ້​ແກ່​ສາດ​ສະ​ໜາ​ຈັກ.

5 ແລະ ທຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ, ກໍ​ໃຫ້​ພວກ​ເຂົາ ລະ​ວັງ​ກັບ​ວິ​ທີ​ທີ່​ພວກ​ເຂົາ ນັບ​ຖື​ມັນ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ນັບ​ຖື​ມັນ​ວ່າ​ເປັນ​ເລື່ອງ​ເລັກ​ນ້ອຍ, ແລະ ຈະ​ຖືກ​ນຳ​ມາ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ​ເພາະ​ການ​ນັ້ນ, ແລະ ສະ​ດຸດ ແລະ ລົ້ມ​ເມື່ອ​ລົມ​ພະ​ຍຸ​ເກີດ​ຂຶ້ນ, ແລະ ລົມ​ພັດ​ແຮງ, ແລະ ຝົນ​ຖອກ​ເທ​ລົງ​ມາ, ແລະ ກະ​ໜ່ຳ​ໃສ່​ບ້ານ​ເຮືອນ​ຂອງ​ພວກ​ເຂົາ.

6 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ, ຊິດນີ ຣິກດອນ ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌, ວ່າ​ບາບ​ຂອງ​ພວກ​ເຂົາ​ໄດ້​ຖືກອະໄພ​ໃຫ້​ແລ້ວ​ຄື​ກັນ, ແລະ ພວກ​ເຂົາ​ຖືກ​ນັບ​ວ່າ​ເທົ່າ​ທຽມ​ກັບ​ເຈົ້າ ໃນ​ການ​ຖື​ຂໍ​ກະແຈ​ແຫ່ງ​ອາ​ນາ​ຈັກ​ສຸດ​ທ້າຍ​ນີ້;

7 ດັ່ງ​ທີ່​ຜ່ານ​ການ​ປະ​ຕິ​ບັດ​ງານ​ຂອງ​ເຈົ້າ​ຄື​ກັນ​ກ່ຽວ​ກັບ​ຂໍ​ກະແຈ​ຂອງ ໂຮງ​ຮຽນ​ຂອງ​ສາດ​ສະ​ດາ, ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ໃຫ້​ຈັດ​ຕັ້ງ​ຂຶ້ນ;

8 ເພື່ອ​ໂດຍ​ການ​ນີ້ ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ເຂົາ​ສຳ​ລັບ​ຄວາມ​ລອດ​ຂອງ​ຊີໂອນ, ແລະ ຂອງ​ປະ​ຊາ​ຊາດ​ຂອງ​ອິດສະ​ຣາເອນ, ແລະ ຂອງ​ຄົນ​ຕ່າງ​ຊາດ, ເທົ່າ​ທີ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ;

9 ເພື່ອ​ວ່າ​ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ງານ​ຂອງ​ເຈົ້າ ພວກ​ເຂົາ​ຈະ​ໄດ້​ຮັບ​ພຣະ​ຄຳ, ແລະ ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຂົາ ພຣະ​ຄຳ​ຈະ​ໄດ້​ອອກ​ໄປ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ໄປ​ຫາ ຄົນ​ຕ່າງ​ຊາດ ກ່ອນ, ແລະ ຈາກ​ນັ້ນ, ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ພວກ​ເຂົາ​ຈະ​ຫັນ​ໄປ​ຫາ​ຊາວ​ຢິວ.

10 ແລະ ຈາກ​ນັ້ນ ວັນ​ຈະ​ມາ​ເຖິງ ເມື່ອ​ແຂນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ເປີດ​ອອກ​ໃນ​ອຳນາດ ໃນ​ການ​ເຮັດ​ໃຫ້​ປະ​ຊາ​ຊາດ​ຕ່າງໆ, ປະ​ຊາ​ຊາດ​ນອກ​ສາດ​ສະ​ໜາ, ເຊື້ອ​ສາຍ​ຂອງ ໂຢເຊັບ, ຮັບ​ຮູ້​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ເຂົາ.

11 ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ວັນ​ນັ້ນ, ວ່າ​ທຸກ​ຄົນ​ຈະ ໄດ້​ຍິນ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຄຳ​ວາ​ຈາ​ຂອງ​ເຂົາ​ເອງ, ໃນ​ພາ​ສາ​ຂອງ​ເຂົາ​ເອງ, ຜ່ານ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຖືກ ແຕ່ງ​ຕັ້ງ​ສູ່ ອຳນາດ​ນີ້, ໂດຍ​ການ​ປະ​ຕິ​ບັດ​ງານ​ຂອງ ພຣະ​ຜູ້​ປອບ​ໂຍນ, ຊຶ່ງ​ໄດ້​ຖືກ​ສົ່ງ​ໄປ​ໃຫ້ພວກ​ເຂົາ​ເພື່ອ​ການ​ເປີດ​ເຜີຍ​ເລື່ອງ​ພຣະ​ເຢຊູ​ຄຣິດ.

12 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ ວ່າ​ໃຫ້​ເຈົ້າ​ສືບ​ຕໍ່​ໃນ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ໃນ​ການ​ເປັນ​ຝ່າຍ​ປະທານ.

13 ແລະ ເມື່ອ​ເຈົ້າ​ໄດ້​ສຳ​ເລັດ​ການ​ແປ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ແລ້ວ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ໃຫ້​ເຈົ້າ ຄວບ​ຄຸມ​ກິດ​ຈະ​ການ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໂຮງ​ຮຽນ;

14 ແລະ ເປັນ​ບາງ​ຄັ້ງ, ດັ່ງ​ທີ່​ພຣະ​ຜູ້​ປອບ​ໂຍນ​ຈະ​ສະແດງ​ໃຫ້​ປະຈັກ, ພວກ​ເຈົ້າ​ຈະ​ໄດ້​ຮັບ ການ​ເປີດ​ເຜີຍ​ເຖິງ ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ;

15 ແລະ ໃຫ້​ຈັດ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ເປັນ​ລະບຽບ, ແລະ ສຶກ​ສາ ແລະ ຮຽນ​ຮູ້, ແລະ ມາ​ຄຸ້ນ​ເຄີຍ​ກັບ​ປຶ້ມ​ທີ່​ດີ​ທັງ​ປວງ, ແລະ ກັບ ພາ​ສາ, ຄຳ​ເວົ້າ, ແລະ ຜູ້​ຄົນ.

16 ແລະ ນີ້​ຈະ​ເປັນ​ທຸ​ລະ​ກິດ ແລະ ພາ​ລະ​ກິດ​ໃນ​ຊີ​ວິດ​ທັງ​ໝົດ​ຂອງ​ພວກ​ເຈົ້າ, ເພື່ອ​ຄວບ​ຄຸມ​ໃນ​ສະພາ, ແລະ ຈັດ​ຕັ້ງ​ພາ​ລະ​ກິດ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ໃຫ້​ເປັນ​ລະບຽບ.

17 ຢ່າ ລະ​ອາຍ​ໃຈ, ທັງ​ຢ່າ​ຍອມ​ຈຳ​ນົນ; ແຕ່​ຈົ່ງ​ຮັບ​ການ​ຕັກ​ເຕືອນ​ຕໍ່​ຄວາມ​ອວດ​ດີ ແລະ ຄວາມ​ທະນົງ​ຕົວ​ຂອງ​ພວກ​ເຈົ້າ, ເພາະ​ມັນ​ຈະ​ນຳ​ກັບ​ດັກ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ.

18 ຈົ່ງ​ຈັດ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ​ໃຫ້​ເປັນ​ລະບຽບ; ໃຫ້ ຄວາມ​ກຽດ​ຄ້ານ ແລະ ຄວາມ​ບໍ່​ສະອາດ​ຢູ່​ຫ່າງ​ໄກ​ຈາກ​ພວກ​ເຈົ້າ.

19 ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ໃຫ້​ຈັດ​ຫາ​ບ່ອນ​ພັກ​ພາ​ອາ​ໄສ, ໃຫ້​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້, ສຳ​ລັບ​ຄອບ​ຄົວ​ຂອງ​ທີ່​ປຶກ​ສາ ແລະ ຜູ້​ຂຽນ​ຂອງ​ເຈົ້າ, ແມ່ນ​ແຕ່ ເຟຣ໌ເດຣິກ ຈີ ວິວລຽມສ໌.

20 ແລະ ໃຫ້​ຜູ້​ຮັບ​ໃຊ້​ທີ່​ອະ​ວຸ​ໂສ​ຂອງ​ເຮົາ, ໂຈເຊັບ ສະມິດ, ຜູ້ພໍ່, ສືບ​ຕໍ່ຢູ່​ກັບ​ຄອບ​ຄົວ​ຂອງ​ລາວ ຢູ່​ໃນ​ບ່ອນ​ທີ່​ລາວ​ອາ​ໄສ​ຢູ່​ຕອນ​ນີ້; ແລະ ບໍ່​ໃຫ້​ຂາຍ​ມັນ ຈົນ​ກວ່າ​ຈະ​ໄດ້​ຍິນ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

21 ແລະ ໃຫ້​ທີ່​ປຶກ​ສາ​ທີ່​ເຮົາ​ໄດ້​ເລືອກ, ແມ່ນ​ແຕ່ ຊິດນີ ຣິກ​ດອນ, ຢູ່​ບ່ອນ​ທີ່​ລາວ​ອາ​ໄສ​ຢູ່​ໃນ​ຕອນ​ນີ້ ຈົນ​ກວ່າ​ຈະ​ໄດ້​ຍິນ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

22 ແລະ ໃຫ້​ອະ​ທິ​ການ​ຊອກ​ຫາ​ຢ່າງ​ພາກ​ພຽນ​ເພື່ອ​ຈະ​ໄດ້​ມີ ຕົວ​ແທນ, ແລະ ໃຫ້​ເຂົາ​ເປັນ​ຄົນ​ທີ່​ມີ ຄວາມ​ຮັ່ງ​ມີ​ສະ​ສົມ​ໄວ້—ເປັນ​ຄົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ສັດທາ​ທີ່​ເຂັ້ມ​ແຂງ—

23 ເພື່ອ​ວ່າ​ໂດຍ​ການ​ນີ້ ລາວ​ຈະ​ສາ​ມາດ​ຈ່າຍ​ໜີ້​ສິນ​ທັງ​ໝົດ; ເພື່ອ​ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຖືກ​ນຳ​ໄປ​ສູ່​ການ​ເສຍ​ຊື່​ສຽງ​ຕໍ່​ສາຍ​ຕາ​ຂອງ​ຜູ້​ຄົນ.

24 ຈົ່ງ​ຄົ້ນ​ຫາ ຢ່າງ​ພາກ​ພຽນ, ອະ​ທິ​ຖານ​ສະເໝີ, ແລະ ມີ​ຄວາມ​ເຊື່ອ, ແລະ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ, ຖ້າ​ຫາກ​ພວກ​ເຈົ້າ​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ ແລະ ຈື່​ຈຳ​ພັນທະ​ສັນ​ຍາ ຊຶ່ງ​ພວກ​ເຈົ້າ​ໄດ້​ເຮັດ ພັນທະ​ສັນ​ຍາ​ນຳ​ກັນ.

25 ຈົ່ງ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຈົ້າ​ເປັນ ຄອບ​ຄົວ​ນ້ອຍ, ໂດຍ​ສະ​ເພາະ​ຂອງ​ຜູ້​ຮັບ​ໃຊ້​ຜູ້​ອາ​ວຸ​ໂສ​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ພໍ່, ເມື່ອ​ກ່ຽວ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ໄດ້​ເປັນ​ສະມາ​ຊິກ​ຄອບ​ຄົວ​ຂອງ​ພວກ​ເຈົ້າ;

26 ເພື່ອ​ສິ່ງ​ເຫລົ່າ​ນັ້ນ​ທີ່​ຖືກ​ຈັດ​ໄວ້​ໃຫ້​ພວກ​ເຈົ້າ, ເພື່ອ​ນຳ​ວຽກ​ງານ​ຂອງ​ເຮົາ​ມາ, ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ພວກ​ເຈົ້າ ແລະ ມອບ​ໃຫ້​ແກ່​ຄົນ​ທີ່​ບໍ່​ເໝາະ​ສົມ—

27 ແລະ ໂດຍ​ການ​ນີ້ ພວກ​ເຈົ້າ​ຈະ​ຖືກ​ຂັດ​ຂວາງ​ໃນ​ການ​ບັນ​ລຸ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ.

28 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ ທີ່​ສາວ​ໃຊ້​ຂອງ​ເຮົາ ນາງ​ວີ​ແອນ​ນາ ແຈ໊ກ​ກີ ຄວນ​ໄດ້​ຮັບ​ເງິນ​ເພື່ອ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ຂອງ​ນາງ, ແລະ ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ;

29 ແລະ ຈົ່ງ​ອຸ​ທິດ​ຖວາຍ​ເງິນ​ທີ່​ເຫລືອ​ຢູ່​ໃຫ້​ແກ່​ເຮົາ, ແລະ ນາງ​ຈະ​ໄດ້​ຮັບ​ລາງ​ວັນ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ.

30 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ສິ່ງ​ສົມ​ຄວນ​ໃນ​ສາຍ​ຕາ​ຂອງ​ເຮົາ ທີ່​ນາງ​ຈະ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ, ແລະ ຮັບ​ເອົາ​ມູນ​ມໍ​ລະ​ດົກ​ຈາກ​ມື​ຂອງ​ອະ​ທິ​ການ;

31 ເພື່ອ​ວ່າ​ນາງ​ຈະ​ໄດ້​ຕັ້ງ​ຖິ່ນ​ຖານ​ຢ່າງ​ສັນ​ຕິ​ຕາບ​ໃດ​ທີ່​ນາງ​ຍັງ​ຊື່​ສັດ, ແລະ ບໍ່​ກຽດ​ຄ້ານ​ໃນ​ວັນ​ເວລາ​ຂອງ​ນາງ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ.

32 ແລະ ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ຕ້ອງ​ຂຽນ​ບັນ​ຍັດ​ຂໍ້​ນີ້​ໄວ້, ແລະ ກ່າວ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ຢູ່​ໃນ​ຊີໂອນ, ໃນ​ການ​ສົ່ງ​ຄວາມ​ຮັກ, ວ່າ​ເຮົາ​ໄດ້​ເອີ້ນ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້ ຄວບ​ຄຸມ​ຊີໂອນ​ໃນ​ວັນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ.

33 ສະນັ້ນ, ໃຫ້​ພວກ​ເຂົາ​ເຊົາ​ລົບ​ກວນ​ເຮົາ​ກ່ຽວ​ກັບ​ເລື່ອງ​ນີ້.

34 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ໃນ​ຊີໂອນ​ເລີ່ມ​ຕົ້ນ​ກັບ​ໃຈ​ແລ້ວ, ແລະ ເຫລົ່າ​ທູດ​ກໍ​ປິ​ຕິ​ຍິນ​ດີ​ນຳ​ພວກ​ເຂົາ.

35 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຍັງ​ບໍ່​ພໍ​ໃຈ​ໃນ​ຫລາຍ​ເລື່ອງ; ແລະ ເຮົາ​ກໍ​ບໍ່​ພໍ​ໃຈ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ອີ ມິກລີລິນ, ທັງ​ບໍ່​ພໍ​ໃຈ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ; ແລະ ອະ​ທິ​ການ​ນຳ​ອີກ, ແລະ ຄົນ​ອື່ນໆ ຊຶ່ງ​ມີ​ຫລາຍ​ສິ່ງ​ທີ່​ຕ້ອງ​ກັບ​ໃຈ.

36 ແຕ່ ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ຕໍ່​ສູ້​ກັບ ຊີໂອນ, ແລະ ຈະ​ວິງ​ວອນ​ກັບ​ຄົນ​ທີ່​ແຂງ​ແຮງ​ຂອງ​ມັນ, ແລະ ຕີ​ສອນ​ມັນ​ຈົນ​ກວ່າ​ມັນ​ຈະ​ຊະນະ ແລະ ສະອາດ​ຢູ່​ຕໍ່​ໜ້າ​ເຮົາ.

37 ເພາະ​ມັນ​ຈະ​ບໍ່​ຖືກ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ມັນ. ເຮົາ​ພຣະ​ຜູ້​ເປັນ​ເຈົ້າ ກ່າວ​ມັນ​ໄວ້​ດັ່ງ​ນີ້. ອາແມນ.