ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 93


ພາກ​ທີ 93

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 6 ເດືອນ​ພຶດສະພາ, 1833.

1–5, ທຸກ​ຄົນ​ທີ່​ຊື່​ສັດ​ຈະ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ; 6–18, ໂຢຮັນ​ໄດ້​ເປັນ​ພະຍານ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ໄດ້​ດຳ​ເນີນ​ໄປ​ຈາກ​ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ ຈົນ​ກວ່າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ລັດ​ສະ​ໝີ​ພາບ ຂອງ​ພຣະ​ບິດາ; 19–20, ຄົນ​ທີ່​ຊື່​ສັດ, ໂດຍ​ທີ່​ດຳ​ເນີນ​ໄປ​ຈາກ​ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ, ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ​ຄື​ກັນ; 21–22, ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ຖື​ກຳເນີດ​ຜ່ານ​ພຣະ​ຄຣິດ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ; 23–28, ພຣະ​ຄຣິດ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ຄວາມ​ຈິງ​ທຸກ​ຢ່າງ, ແລະ ໂດຍ​ການ​ເຊື່ອ​ຟັງ​ມະນຸດ​ຈະ​ໄດ້​ຮັບ​ເຊັ່ນ​ດຽວ​ກັນ; 29–32, ໃນ​ຕອນ​ຕົ້ນ​ມະນຸດ​ໄດ້​ຢູ່​ນຳ​ພຣະ​ເຈົ້າ; 33–35, ທາດ​ຕ່າງໆ​ເປັນ​ນິ​ລັນ​ດອນ, ແລະ ມະນຸດ​ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ; 36–37, ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ຄື​ຄວາມ​ຮູ້​ແຈ້ງ; 38–40, ເດັກ​ນ້ອຍໆ​ບໍ​ລິ​ສຸດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ເພາະ​ການ​ໄຖ່​ຂອງ​ພຣະ​ຄຣິດ; 41–53, ພວກ​ອ້າຍ​ນ້ອງ​ຜູ້​ນຳ​ຖືກ​ບັນ​ຊາ​ໃຫ້​ຈັດ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ເປັນ​ລະບຽບ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ທຸກ​ຄົນ​ທີ່​ໄດ້ ປະ​ຖິ້ມ​ບາບ​ຂອງ​ຕົນ ແລະ ມາ​ຫາເຮົາ, ແລະ ເອີ້ນ​ຫາ​ນາມ​ຂອງ​ເຮົາ, ແລະ ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຈະ ເຫັນ ໜ້າ​ຂອງ​ເຮົາ ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່;

2 ແລະ ວ່າ​ເຮົາ​ຄື ຄວາມ​ສະ​ຫວ່າງ​ທີ່​ແທ້​ຈິງ ທີ່​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ມະນຸດ​ທຸກ​ຄົນ​ທີ່​ມາ​ສູ່​ໂລກ;

3 ແລະ ວ່າ​ເຮົາ​ຢູ່ ໃນ​ພຣະ​ບິດາ, ແລະ ພຣະ​ບິດາ​ຢູ່​ໃນ​ເຮົາ, ແລະ ພຣະ​ບິດາ​ກັບ​ເຮົາ​ເປັນ​ໜຶ່ງ—

4 ພຣະ​ບິດາ ເພາະ​ພຣະ​ອົງ​ໄດ້ ປະທານ​ຄວາມ​ສົມ​ບູນ​ທັງ​ໝົດ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ, ແລະ ພຣະ​ບຸດ ເພາະ​ເຮົາ​ໄດ້​ຢູ່​ໃນ​ໂລກ​ມາ​ແລ້ວ ແລະ ໄດ້​ໃຫ້ ເນື້ອ​ໜັງ​ເປັນ​ຮ່າງ​ກາຍ​ຂອງ​ເຮົາ, ແລະ ໄດ້​ອາ​ໄສ​ຢູ່​ໃນ​ບັນ​ດາ​ມະນຸດ.

5 ເຮົາ​ໄດ້​ຢູ່​ໃນ​ໂລກ ແລະ ໄດ້​ຮັບ​ຈາກ​ພຣະ​ບິດາ​ຂອງ​ເຮົາ, ແລະ ວຽກ​ງານ​ຂອງ​ພຣະ​ອົງ​ໄດ້​ຖືກ​ສະແດງ​ໃຫ້​ປະຈັກ​ຢ່າງ​ແຈ່ມ​ແຈ້ງ.

6 ແລະ ໂຢຮັນ​ໄດ້​ເຫັນ ແລະ ເປັນ​ພະຍານ​ເຖິງ​ຄວາມ​ສົມ​ບູນ​ແຫ່ງ ລັດ​ສະ​ໝີ​ພາບ​ຂອງ​ເຮົາ, ແລະ ຄວາມ​ສົມ​ບູນ​ຂອງ​ບັນ​ທຶກ ຂອງ​ໂຢຮັນ​ຈະ​ຖືກ​ເປີດ​ເຜີຍ​ຕໍ່​ຈາກ​ນີ້​ໄປ.

7 ແລະ ລາວ​ໄດ້​ເປັນ​ພະຍານ, ໂດຍ​ກ່າວ​ວ່າ: ເຮົາ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ວ່າ​ພຣະ​ອົງ​ຢູ່​ໃນ ການ​ເລີ່ມ​ຕົ້ນ, ກ່ອນ​ໂລກ​ມີ​ມາ;

8 ສະນັ້ນ, ເມື່ອ​ຕົ້ນ​ເດີມ​ນັ້ນ ພຣະ​ທຳ​ເປັນ​ຢູ່​ແລ້ວ, ເພາະ​ພຣະ​ອົງ​ເປັນ​ພຣະ​ທຳ, ແມ່ນ​ແຕ່​ເປັນ​ທູດ​ແຫ່ງ​ຄວາມ​ລອດ—

9 ເປັນ ຄວາມ​ສະ​ຫວ່າງ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ; ເປັນ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ, ຜູ້​ໄດ້​ສະ​ເດັດ​ມາ​ສູ່​ໂລກ, ເພາະ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ອົງ, ແລະ ໃນ​ພຣະ​ອົງ ຊີ​ວິດ​ມະນຸດ ແລະ ຄວາມ​ສະ​ຫວ່າງ​ຂອງ​ມະນຸດ​ຈຶ່ງ​ເປັນ​ມາ.

10 ໂລກ​ຕ່າງໆ​ໄດ້​ຖືກ ສ້າງ​ຂຶ້ນ​ໂດຍ​ພຣະ​ອົງ; ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ອົງ; ທຸກ​ສິ່ງ​ທັງ​ປວງ​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ອົງ, ແລະ ຜ່ານ​ພຣະ​ອົງ, ແລະ ຈາກ​ພຣະ​ອົງ.

11 ແລະ ຂ້າ​ພະ​ເຈົ້າ, ໂຢຮັນ, ເປັນ​ພະຍານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ດັ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ເຕັມ​ໄປ​ດ້ວຍ​ພຣະ​ຄຸນ ແລະ ຄວາມ​ຈິງ, ແມ່ນ​ແຕ່​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ, ຊຶ່ງ​ໄດ້​ສະ​ເດັດ​ມາ ແລະ ໄດ້​ອາ​ໄສ​ຢູ່​ໃນ​ເນື້ອ​ໜັງ, ແລະ ໄດ້​ອາ​ໄສ ຢູ່​ໃນ​ບັນ​ດາ​ພວກ​ເຮົາ.

12 ແລະ ຂ້າ​ພະ​ເຈົ້າ, ໂຢຮັນ, ໄດ້​ເຫັນ​ວ່າ ພຣະ​ອົງ​ບໍ່​ໄດ້​ຮັບ ຄວາມ​ສົມ​ບູນ​ໃນ​ຕອນ​ທຳ​ອິດ, ແຕ່​ໄດ້​ຮັບ ພຣະ​ຄຸນ​ແທນ​ພຣະ​ຄຸນ;

13 ແລະ ພຣະ​ອົງ​ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ໃນ​ຕອນ​ທຳ​ອິດ, ແຕ່​ໄດ້​ຮັບ​ຈາກ ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ, ຈົນ​ກວ່າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ສົມ​ບູນ;

14 ແລະ ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ຖືກ​ເອີ້ນ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ເພາະ​ພຣະ​ອົງ​ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ໃນ​ຕອນ​ທຳ​ອິດ.

15 ແລະ ຂ້າ​ພະ​ເຈົ້າ, ໂຢຮັນ, ເປັນ​ພະຍານ, ແລະ ເບິ່ງ​ແມ, ຟ້າ​ສະຫວັນ​ໄດ້​ເປີດ​ອອກ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ພຣະ​ອົງ​ເປັນ ຮູບ​ນົກ​ເຂົາ, ແລະ ຈັບ​ຢູ່​ເທິງ​ພຣະ​ອົງ, ແລະ ສຽງ​ຈາກ​ຟ້າ​ສະຫວັນ​ໄດ້​ກ່າວ​ວ່າ: ນີ້​ຄື ບຸດ​ທີ່​ຮັກ​ຂອງ​ເຮົາ.

16 ແລະ ຂ້າ​ພະ​ເຈົ້າ, ໂຢຮັນ, ເປັນ​ພະຍານ​ວ່າ ພຣະ​ອົງ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ລັດ​ສະ​ໝີ​ພາບ ຂອງ​ພຣະ​ບິດາ;

17 ແລະ ພຣະ​ອົງ​ໄດ້​ຮັບ ອຳນາດ ທັງ​ໝົດ, ທັງ​ໃນ​ສະຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ, ແລະ ລັດ​ສະ​ໝີ​ພາບ​ຂອງ ພຣະ​ບິດາ​ໄດ້​ຢູ່​ກັບ​ພຣະ​ອົງ, ເພາະ​ພຣະ​ອົງ​ໄດ້​ສະ​ຖິດ​ຢູ່​ໃນ​ພຣະ​ອົງ.

18 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ຄື​ຖ້າ​ຫາກ​ພວກ​ເຈົ້າ​ຊື່​ສັດ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ບັນ​ທຶກ​ຂອງ​ໂຢຮັນ.

19 ເຮົາ​ມອບ​ຄຳ​ກ່າວ​ເຫລົ່າ​ນີ້​ແກ່​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ ແລະ ຮູ້​ວ່າ​ຈະ ນະມັດ​ສະການ​ຢ່າງ​ໃດ, ແລະ ຮູ້​ວ່າ​ພວກ​ເຈົ້າ​ນະມັດ​ສະການ​ສິ່ງ​ໃດ, ເພື່ອ​ພວກ​ເຈົ້າ​ຈະ​ມາ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ, ແລະ ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ​ໃນ​ເວລາ​ອັນ​ເໝາະ​ສົມ.

20 ເພາະ​ຖ້າ​ຫາກ​ພວກ​ເຈົ້າ​ຮັກ​ສາ ບັນ​ຍັດ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ ກຽດ​ຕິ​ຍົດ​ໃນ​ເຮົາ ດັ່ງ​ທີ່​ເຮົາ​ໄດ້​ຮັບ​ໃນ​ພຣະ​ບິດາ; ສະນັ້ນ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ໄດ້​ຮັບ ພຣະ​ຄຸນ​ແທນ​ພຣະ​ຄຸນ.

21 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ໄດ້​ຢູ່​ໃນ ການ​ເລີ່ມ​ຕົ້ນ​ກັບ​ພຣະ​ບິດາ, ແລະ ເຮົາ​ເປັນ ພຣະ​ບຸດ​ຫົວ​ປີ;

22 ແລະ ທຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ຖື​ກຳ​ເນີດ​ຜ່ານ​ເຮົາ ຈະ​ໄດ້ ຮັບ ລັດ​ສະ​ໝີ​ພາບ​ອັນ​ດຽວ​ກັນ​ນັ້ນ, ແລະ ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ.

23 ໃນ​ຕອນ​ຕົ້ນ​ພວກ​ເຈົ້າ​ໄດ້ ຢູ່​ກັບ​ພຣະ​ບິດາ​ຄື​ກັນ; ຊຶ່ງ​ເປັນ​ພຣະ​ວິນ​ຍານ, ແມ່ນ​ແຕ່​ເປັນ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ;

24 ແລະ ຄວາມ​ຈິງ​ຄື ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ເປັນ​ຢູ່, ແລະ ດັ່ງ​ທີ່​ໄດ້​ເປັນ​ມາ, ແລະ ດັ່ງ​ທີ່​ຈະ​ເປັນ;

25 ແລະ ສິ່ງ​ໃດ​ກໍ​ຕາມ​ທີ່ ຫລາຍ ຫລື ໜ້ອຍ​ກວ່າ​ນີ້ ເປັນ​ວິນ​ຍານ​ຂອງ​ຄົນ​ຊົ່ວ​ຜູ້​ນັ້ນ ຊຶ່ງ​ເປັນ ຜູ້​ເວົ້າ​ຕົວະ​ນັບ​ຕັ້ງ​ແຕ່​ຕົ້ນ.

26 ພຣະ​ວິນ​ຍານ​ແຫ່ງ ຄວາມ​ຈິງ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ. ເຮົາ​ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ, ແລະ ໂຢຮັນ ໄດ້​ເປັນ​ພະຍານ​ເຖິງ​ເຮົາ, ໂດຍ​ກ່າວ​ວ່າ: ລາວ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຈິງ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ແຫ່ງ​ຄວາມ​ຈິງ​ທັງ​ໝົດ;

27 ແລະ ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ໄດ້​ຮັບ ຄວາມ​ສົມ​ບູນ ຍົກ​ເວັ້ນ​ແຕ່​ເຂົາ​ໄດ້​ຮັກ​ສາ​ບັນ​ຍັດ​ຂອງ​ພຣະ​ອົງ.

28 ຄົນ​ທີ່ ຮັກ​ສາ​ບັນ​ຍັດ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຄວາມ​ຈິງ ແລະ ຄວາມ​ສະ​ຫວ່າງ, ຈົນ​ກວ່າ​ເຂົາ​ຈະ​ໄດ້​ຮັບ​ກຽດ​ຕິ​ຍົດ​ໃນ​ຄວາມ​ຈິງ ແລະ ຮູ້​ທຸກ​ສິ່ງ​ທັງ​ປວງ.

29 ມະນຸດ​ກໍ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ ຕອນ​ຕົ້ນ​ຄື​ກັນ. ຄວາມ​ຮູ້​ແຈ້ງ, ຫລື ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງ, ບໍ່​ໄດ້​ຖືກ​ສ້າງ ຫລື ເຮັດ​ຂຶ້ນ, ທັງ​ແນ່​ນອນ​ວ່າ​ບໍ່​ສາ​ມາດ​ເຮັດ​ໄດ້.

30 ຄວາມ​ຈິງ​ທັງ​ໝົດ​ເປັນ​ອິດສະ​ລະ​ຢູ່​ໃນ​ຂອບ​ເຂດ​ທີ່​ພຣະ​ເຈົ້າ​ໄດ້​ວາງ​ມັນ​ໄວ້, ເພື່ອ ກະ​ທຳ​ດ້ວຍ​ຕົວ ຂອງ​ມັນ​ເອງ, ດັ່ງ​ຄວາມ​ຮູ້​ແຈ້ງ​ທັງ​ໝົດ; ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ບໍ່​ມີ​ການ​ເປັນ​ຢູ່.

31 ຈົ່ງ​ເບິ່ງ, ນີ້​ຄື ອຳ​ເພີ​ໃຈ​ຂອງ​ມະນຸດ, ແລະ ນີ້​ຄື​ການ​ກ່າວ​ໂທດ​ຂອງ​ມະນຸດ; ເພາະ​ວ່າ​ສິ່ງ​ທີ່​ມາ​ຈາກ​ຕັ້ງ​ແຕ່​ຕົ້ນ​ໄດ້​ຖືກ ສະແດງ​ໃຫ້​ປະຈັກ​ຢ່າງ​ແຈ່ມ​ແຈ້ງ​ແລ້ວ​ແກ່​ພວກ​ເຂົາ, ແລະ ພວກ​ເຂົາ​ບໍ່ໄດ້​ຮັບ​ເອົາ​ຄວາມ​ສະ​ຫວ່າງ.

32 ແລະ ທຸກ​ຄົນ​ທີ່​ວິນ​ຍານ​ຂອງ​ເຂົາ​ບໍ່​ຮັບ​ເອົາ ຄວາມ​ສະ​ຫວ່າງ​ແມ່ນ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ.

33 ເພາະ​ມະນຸດ​ເປັນ ວິນ​ຍານ. ທາດ​ຕ່າງໆ​ເປັນ​ນິ​ລັນ​ດອນ, ແລະ ວິນ​ຍານ​ກັບ​ທາດ, ສຳ​ພັນ​ກັນ​ຢ່າງ​ແຍກ​ບໍ່​ໄດ້, ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ;

34 ແລະ ເມື່ອ ແຍກ​ອອກ​ຈາກ​ກັນ, ມະນຸດ​ບໍ່​ສາ​ມາດ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ ຄວາມ​ຊື່ນ​ຊົມ.

35 ທາດ​ຕ່າງໆ​ເປັນ​ທີ່​ພັກ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ມະນຸດ​ເປັນ​ທີ່​ພັກ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ເປັນ ພຣະ​ວິຫານ; ແລະ ພຣະ​ວິຫານ​ໃດ​ກໍ​ຕາມ​ທີ່​ເສື່ອມ​ຄວາມ​ສັກ​ສິດ, ພຣະ​ເຈົ້າ​ຈະ​ທຳ​ລາຍ​ພຣະ​ວິຫານ​ນັ້ນ.

36 ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ເປັນ ຄວາມ​ຮູ້​ແຈ້ງ, ຫລື, ອີກ​ຄຳ​ໜຶ່ງ, ເປັນ ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.

37 ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ ຈະ​ປະ​ຖິ້ມ ມານ​ຮ້າຍ​ຜູ້​ນັ້ນ.

38 ວິນ​ຍານ​ຂອງ​ມະນຸດ​ແຕ່​ລະ​ຄົນ ບໍ​ລິ​ສຸດ​ໃນ​ຕອນ​ຕົ້ນ; ແລະ ໂດຍ​ທີ່​ພຣະ​ເຈົ້າ​ໄດ້ ໄຖ່​ມະນຸດ​ຈາກ ການ​ຕົກ, ມະນຸດ​ຈຶ່ງ​ກາຍ​ເປັນ​ຄົນ ບໍ​ລິ​ສຸດ​ຄືນ​ອີກ, ຢູ່​ໃນ​ສະພາບ​ເດັກ​ແດງ​ທາ​ລົກ​ຂອງ​ພວກ​ເຂົາ, ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

39 ແລະ ວ່າ​ຄົນ​ຊົ່ວ​ຄົນ​ນັ້ນ​ໄດ້​ມາ ແລະ ເອົາ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ໄປ, ຜ່ານ​ການ​ບໍ່​ເຊື່ອ​ຟັງ, ຈາກ​ລູກ​ຫລານ​ມະນຸດ, ແລະ ເປັນ​ເພາະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

40 ແຕ່ ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ​ໃຫ້​ລ້ຽງ​ດູ ລູກໆ​ຂອງ​ພວກ​ເຈົ້າ​ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.

41 ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌, ວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ​ນີ້;

42 ເຈົ້າ​ບໍ່​ໄດ້ ສິດ​ສອນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ໃຫ້​ແກ່​ລູກໆ​ຂອງ​ເຈົ້າ, ຕາມ​ບັນ​ຍັດ; ແລະ ຄົນ​ຊົ່ວ​ຄົນ​ນັ້ນ​ໄດ້​ມີ​ອຳນາດ​ເໜືອ​ເຈົ້າ, ໃນ​ຕອນ​ນີ້, ແລະ ນີ້​ຄື​ສາ​ເຫດ​ຂອງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ.

43 ແລະ ບັດ​ນີ້​ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ—ຖ້າ​ຫາກ​ເຈົ້າ​ຈະ​ຖືກ​ປົດ​ປ່ອຍ ເຈົ້າ​ຕ້ອງ​ຈັດ​ບ້ານ​ເຮືອນ​ຂອງ​ເຈົ້າ​ໃຫ້​ເປັນ ລະບຽບ, ເພາະ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ບໍ່​ຖືກ​ຕ້ອງ​ໃນ​ບ້ານ​ເຮືອນ​ຂອງ​ເຈົ້າ.

44 ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ, ວ່າ​ໃນ​ບາງ​ເລື່ອງ​ລາວ​ບໍ່​ໄດ້​ຮັກ​ສາ​ບັນ​ຍັດ​ກ່ຽວ​ກັບ​ລູກໆ​ຂອງ​ລາວ; ສະນັ້ນ, ກ່ອນ​ອື່ນ​ໝົດ​ຕ້ອງ​ຈັດ​ບ້ານ​ເຮືອນ​ຂອງ​ເຈົ້າ​ໃຫ້​ເປັນ​ລະບຽບ​ເສຍ​ກ່ອນ.

45 ຕາມ​ຄວາມ​ຈິງ​ແລ້ວ, ເຮົາກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຫລື ອີກ​ຄຳ​ໜຶ່ງ, ເຮົາ​ຈະ​ເອີ້ນ​ພວກ​ເຈົ້າ​ວ່າ ເພື່ອນ, ເພາະ​ພວກ​ເຈົ້າ​ເປັນ​ເພື່ອນ​ຂອງ​ເຮົາ, ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຮ່ວມ​ກັບ​ເຮົາ—

46 ເຮົາ​ເອີ້ນ​ພວກ​ເຈົ້າ​ວ່າ​ເປັນ ຜູ້​ຮັບ​ໃຊ້​ເພື່ອ​ເຫັນ​ແກ່​ໂລກ, ແລະ ພວກ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພວກ​ເຂົາ​ເພື່ອ​ເຫັນ​ແກ່​ເຮົາ—

47 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາກ່າວ​ກັບ ໂຈເຊັບ ສະມິດ, ຜູ້ລູກ, ຫລື ເຈົ້າ​ບໍ່​ໄດ້​ຮັກ​ສາ​ບັນ​ຍັດ, ແລະ ຈຳ​ເປັນ​ຕ້ອງ​ຢືນ​ຮັບ ການ​ຕິ​ຕຽນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

48 ຄອບ​ຄົວ​ຂອງ​ເຈົ້າ​ຈຳ​ເປັນ​ຕ້ອງ​ກັບ​ໃຈ ແລະ ປະ​ຖິ້ມ​ບາງ​ສິ່ງ​ບາງ​ຢ່າງ, ແລະ ໃຫ້​ເອົາ​ໃຈ​ໃສ່​ກັບ​ຄຳ​ເວົ້າ​ຂອງ​ເຈົ້າ​ຢ່າງ​ຕັ້ງ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຖືກ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ພວກ​ເຂົາ.

49 ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ; ຈົ່ງ ອະ​ທິ​ຖານ​ສະເໝີ ຖ້າ​ບໍ່​ດັ່ງ​ນັ້ນ​ຄົນ​ຊົ່ວ​ຄົນ​ນັ້ນ​ຈະ​ມີ​ອຳນາດ​ໃນ​ຕົວ​ເຈົ້າ, ແລະ ຍ້າຍ​ເຈົ້າ​ອອກ​ຈາກ​ບ່ອນ​ຂອງ​ເຈົ້າ.

50 ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ກໍ​ຄື​ກັນ, ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຕ້ອງ​ຖືກ​ຕີ​ສອນ, ແລະ ຈັດ​ຄອບ​ຄົວ​ຂອງ​ລາວ​ໃຫ້​ເປັນ​ລະບຽບ, ແລະ ເບິ່ງ​ວ່າ​ພວກ​ເຂົາ​ພາກ​ພຽນ ແລະ ເປັນ​ຫ່ວງ​ເປັນ​ໃຍ​ກັບ​ບ້ານ​ເຮືອນ​ຫລາຍ​ຂຶ້ນ, ແລະ ອະ​ທິ​ຖານ​ສະເໝີ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ຖືກ​ຍ້າຍ​ອອກ​ຈາກ ບ່ອນ​ຂອງ​ພວກ​ເຂົາ.

51 ບັດ​ນີ້, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ທັງ​ຫລາຍ​ຂອງ​ເຮົາ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ ອອກ​ເດີນ​ທາງ, ແລະ ໃຫ້​ຟ້າວ​ໄປ, ແລະ ປະ​ກາດ​ປີ​ທີ່ ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ລອດ, ດັ່ງ​ທີ່​ເຮົາ​ຈະ​ມອບ​ໃຫ້​ລາວ​ກ່າວ; ແລະ ໂດຍ​ການ​ອະ​ທິ​ຖານ​ດ້ວຍ​ສັດທາ​ຂອງ​ພວກ​ເຈົ້າ​ພ້ອມ​ດ້ວຍ​ຄວາມ​ເຫັນ​ຊອບ​ນຳ​ກັນ ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ລາວ.

52 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ເຟຣ໌​ເດຣິກ ຈີ ວິວລຽມສ໌ ຟ້າວ​ໄປ​ຄື​ກັນ, ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຂົາ​ເຈົ້າ​ຕາມ​ການ​ອະ​ທິ​ຖານ​ດ້ວຍ​ສັດທາ; ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ​ຮັກ​ສາ​ຄຳ​ກ່າວ​ຂອງ​ເຮົາ, ພວກ​ເຈົ້າ​ຈະ​ບໍ່​ສັບ​ສົນ​ຢູ່​ໃນ​ໂລກ​ນີ້, ຫລື ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

53 ແລະ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ຈະ​ຟ້າວ ແປ​ພຣະ​ຄຳ​ພີ​ຂອງ​ເຮົາ, ແລະ ມີ ຄວາມ​ຮູ້​ເລື່ອງ​ປະຫວັດ​ສາດ, ແລະ ເລື່ອງ​ປະເທດ​ຕ່າງໆ, ແລະ ອາ​ນາ​ຈັກ​ຕ່າງໆ, ເລື່ອງ​ກົດ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະນຸດ, ແລະ ທັງ​ໝົດ​ນີ້​ເພື່ອ​ຄວາມ​ລອດ​ຂອງ​ຊີໂອນ. ອາແມນ.