ພຣະ​ຄຳ​ພີ
ຫລັກ​ແຫ່ງ​ຄວາມ​ເຊື່ອ 1


ຫລັກ​ແຫ່ງ​ຄວາມ​ເຊື່ອ
ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ

ບົດ​ທີ 1

1 ພວກ​ເຮົາ ເຊື່ອ​ໃນ ພຣະ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ໃນ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ, ແລະ ໃນ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

2 ພວກ​ເຮົາ​ເຊື່ອ​ວ່າ ມະນຸດ​ຈະ​ໄດ້​ຮັບ​ໂທດ​ເພາະ​ບາບ ຂອງ​ຕົນ ແລະ ບໍ່​ແມ່ນ​ເພາະ​ການ​ລ່ວງ​ລະເມີດ ຂອງ​ອາດາມ.

3 ພວກ​ເຮົາ​ເຊື່ອ​ວ່າ ຜ່ານ​ທາງ ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ມະນຸດ​ຊາດ​ທັງ​ປວງ​ຈະ ລອດ​ໄດ້ ໂດຍ ການ​ປະ​ຕິ​ບັດ​ຕາມ ກົດ ແລະ ພິ​ທີ​ການ​ແຫ່ງ ພຣະ​ກິດ​ຕິ​ຄຸນ.

4 ພວກ​ເຮົາ​ເຊື່ອ​ວ່າ ຫລັກ​ທຳ ແລະ ພິ​ທີ​ການ​ເບື້ອງ​ຕົ້ນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຄື: ໜຶ່ງ ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ; ສອງ ການ​ກັບ​ໃຈ; ສາມ ບັບຕິ​ສະມາ​ໂດຍ ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ; ສີ່ ການ​ວາງ ມື​ເພື່ອ​ຮັບ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

5 ພວກ​ເຮົາ​ເຊື່ອ​ວ່າ ມະນຸດ​ຕ້ອງ​ໄດ້​ຮັບ ການ​ເອີ້ນ​ຈາກ​ພຣະ​ເຈົ້າ​ໂດຍ ການ​ພະ​ຍາ​ກອນ ແລະ ໂດຍ ການ​ວາງ​ມື​ໂດຍ​ຜູ້​ມີ ສິດ​ອຳນາດ ເພື່ອ​ໃຫ້ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ປະ​ຕິ​ບັດ ພິ​ທີ​ການ​ຕາມ​ນັ້ນ.

6 ພວກ​ເຮົາ​ເຊື່ອ​ໃນ ການ​ຈັດ​ວາງ​ລະບຽບ​ງານ​ຢ່າງ​ດຽວ​ກັນ​ກັບ​ທີ່​ມີ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ສະ​ໄໝ​ບູຮານ ນັ້ນ​ຄື ອັກຄະ​ສາວົກ, ສາດ​ສະ​ດາ, ສິດ​ຍາ​ພິ​ບານ, ຄູ​ສອນ, ຜູ້​ປະ​ກາດ​ຂ່າວ​ປະ​ເສີດ, ແລະ ອື່ນໆ.

7 ພວກ​ເຮົາ​ເຊື່ອ​ໃນ ຂອງ​ປະທານ​ແຫ່ງ ການ​ເວົ້າ​ພາ​ສາ, ການ​ພະ​ຍາ​ກອນ, ການ​ເປີດ​ເຜີຍ, ພາບ​ທີ່​ມາ​ໃຫ້​ເຫັນ, ການ​ປິ່ນ​ປົວ, ການ​ແປ​ພາ​ສາ, ແລະ ອື່ນໆ.

8 ພວກ​ເຮົາ​ເຊື່ອ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕາບ​ໃດ​ທີ່​ແປ​ມັນ ຖືກ​ຕ້ອງ. ພວກ​ເຮົາ​ເຊື່ອ​ອີກ​ວ່າ ພຣະ​ຄຳ​ພີ​ມໍມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

9 ພວກ​ເຮົາ​ເຊື່ອ​ທັງ​ໝົດ​ທີ່​ພຣະ​ເຈົ້າ​ໄດ້ ເປີດ​ເຜີຍ​ມາ, ທັງ​ໝົດ​ທີ່​ພຣະ​ອົງ​ເປີດ​ເຜີຍ​ຢູ່​ໃນ​ຂະນະ​ນີ້ ແລະ ພວກ​ເຮົາ​ເຊື່ອ​ວ່າ ພຣະ​ອົງ​ຈະ ເປີດ​ເຜີຍ​ເລື່ອງ​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ອີກ​ຫລາຍ​ເລື່ອງ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

10 ພວກ​ເຮົາ​ເຊື່ອ​ໃນ ການ​ຮ່ວມ​ກັນ​ແທ້ໆ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ ແລະ ໃນ​ການ​ກັບ​ຄືນ​ມາ​ຂອງ​ຄົນ ສິບ​ເຜົ່າ ແລະ ວ່າ ຊີໂອນ (ເຢຣູ​ຊາເລັມ​ໃໝ່) ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ ວ່າ​ພຣະ​ຄຣິດ​ຈະ ປົກ​ຄອງ​ແຜ່ນ​ດິນ​ໂລກ​ເອງ ແລະ ວ່າ​ແຜ່ນ​ດິນ​ໂລກ​ຈະ​ຖືກ ເຮັດ​ໃໝ່ ແລະ ໄດ້​ຮັບ ລັດ​ສະ​ໝີ​ພາບ ແຫ່ງ​ສຸຂະ​ເສີມ​ຂອງ​ມັນ.

11 ພວກ​ເຮົາ​ເຊື່ອ​ຖື ສິດ​ທິ​ແຫ່ງ​ການ​ນະມັດ​ສະການ​ພຣະ​ເຈົ້າ ຜູ້​ມີ​ລິດ​ທາ​ນຸ​ພາບ​ຕາມ ການ​ບອກ​ຂອງ ຄວາມ​ຮູ້​ສຶກ​ຜິດ ຫລື ຖືກ​ຂອງ​ເຮົາ​ເອງ ແລະ ຍອມ​ໃຫ້​ຄົນ​ທັງ​ປວງ​ມີ​ສິດ​ທິ​ເຊັ່ນ​ດຽວ​ກັນ ໃຫ້​ເຂົາ ນະມັດ​ສະການ​ຢ່າງ​ໃດ, ທີ່​ໃດ, ຫລື ສິ່ງ​ໃດ​ທີ່​ເຂົາ​ຈະ​ນະມັດ​ສະການ.

12 ພວກ​ເຮົາ​ເຊື່ອ​ໃນ​ການ​ຂຶ້ນ​ຢູ່​ກັບ​ກະສັດ, ປະ​ທາ​ນາ​ທິ​ບໍ​ດີ, ຜູ້​ປົກ​ຄອງ, ແລະ ຜູ້​ພິ​ພາກ​ສາ ໃນ​ການ​ເຮັດ​ຕາມ​ການ​ຍົກ​ຍ້ອງ ແລະ ໃນ​ການ​ສະ​ໜັບ​ສະ​ໜູນ ກົດ​ໝາຍ.

13 ພວກ​ເຮົາ​ເຊື່ອ​ໃນ​ການ​ເປັນ​ຄົນ ຊື່​ສັດ, ຈິງ​ໃຈ, ບໍ​ລິ​ສຸດ, ມີ​ເມດ​ຕາ, ມີ​ຄຸນ​ນະ​ທຳ, ແລະ ໃນ ການ​ເຮັດ​ຄວາມ​ດີ​ຕໍ່​ມະນຸດ​ທັງ​ປວງ ໂດຍ​ແທ້​ແລ້ວ ພວກ​ເຮົາ​ຈະ​ກ່າວ​ວ່າ ພວກ​ເຮົາ​ດຳ​ເນີນ​ຕາມ ຄຳ​ແນະນຳ​ຂອງ​ໂປໂລ—ນັ້ນ​ຄື ພວກ​ເຮົາ​ເຊື່ອ​ທຸກ​ສິ່ງ, ພວກ​ເຮົາ ຫວັງ​ທຸກ​ສິ່ງ, ພວກ​ເຮົາ​ອົດ​ທົນ​ມາ​ແລ້ວ​ຫລາຍ​ສິ່ງ ແລະ ຫວັງ​ທີ່​ຈະ​ສາ​ມາດ ອົດ​ທົນ​ໄດ້​ທຸກ​ສິ່ງ ຫາກ​ມີ​ສິ່ງ​ໃດ​ທີ່​ເປັນ ຄຸນ​ນະ​ທຳ, ງົດ​ງາມ, ຫລື ຈາກ​ການ​ລາຍ​ງານ​ດີ ຫລື ຄວນ​ສັນ​ລະ​ເສີນ, ພວກ​ເຮົາ​ສະແຫວງ​ຫາ​ສິ່ງ​ເຫລົ່າ​ນີ້.

ໂຈເຊັບ ສະມິດ.