ພຣະ​ຄຳ​ພີ
ໂຈເຊັບ ສະມິດ—ປະຫວັດ 1


ໂຈເຊັບ ສະມິດ—ປະຫວັດ

ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ປະຫວັດ​ຂອງ​ໂຈເຊັບ ສະມິດ, ຜູ້​ເປັນ​ສາດ​ສະ​ດາ

ບົດ​ທີ 1

ໂຈເຊັບ ສະມິດ ບອກ​ເຖິງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ, ສະມາ​ຊິກ​ໃນ​ຄອບ​ຄົວ, ແລະ ບ່ອນ​ຢູ່​ອາ​ໄສ​ຂອງ​ເຂົາ​ເຈົ້າ​ໃນ​ຕອນ​ຕົ້ນ—ຄວາມ​ກະ​ຕື​ລື​ລົ້ນ​ແບບ​ຜິດ​ປົກ​ກະ​ຕິ​ກ່ຽວ​ກັບ​ສາດ​ສະ​ໜາ ທີ່​ແຜ່​ລາມ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ນິວຢອກ—​ເພິ່ນ​ຕັ້ງ​ໃຈ​ສະແຫວງ​ຫາ​ປັນ​ຍາ​ຕາມ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຢາ​ໂກ​ໂບ—ພຣະ​ບິດາ ແລະ ພຣະ​ບຸດ​ມາ​ປະກົດ, ແລະ ໂຈເຊັບ​ຖືກ​ເອີ້ນ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຖານະ​ເປັນ​ສາດ​ສະ​ດາ. (ຂໍ້​ທີ 1–20.)

1 ເນື່ອງ​ຈາກ​ມີ​ການ​ລາຍ​ງານ​ຢ່າງ​ຫລວງ​ຫລາຍ ຊຶ່ງ​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ໂດຍ​ບຸກ​ຄົນ​ທີ່​ມີ​ຄວາມ​ປະສົງ​ຮ້າຍ ແລະ ມີ​ແຜນ​ອັນ​ຊົ່ວ​ຮ້າຍ, ກ່ຽວ​ກັບ ການ​ເລີ່ມ​ຕົ້ນ ແລະ ຄວາມ​ຈະ​ເລີນ​ກ້າວ​ໜ້າ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຊຶ່ງ​ທັງ​ໝົດ​ນີ້​ໄດ້​ຖືກ​ວາງ​ແຜນ​ໂດຍ​ຜູ້​ຄົ້ນ​ຄິດ​ເພື່ອ​ທຳ​ລາຍ​ຊື່​ສຽງ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຄວາມ​ກ້າວ​ໜ້າ​ຂອງ​ມັນ​ຢູ່​ໃນ​ໂລກ—ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຈູງ​ໃຈ​ໃຫ້​ຂຽນ​ປະຫວັດ​ນີ້, ເພື່ອ​ກຳ​ຈັດ​ຄວາມ​ຄິດ​ຜິດ​ຂອງ​ສາ​ທາ​ລະ​ນະ​ຊົນ, ແລະ ໃຫ້​ຂໍ້​ຄວາມ​ເທັດ​ຈິງ​ແກ່​ທຸກ​ຄົນ​ທີ່​ສະແຫວງ​ຫາ​ຄວາມ​ຈິງ, ຕາມ​ທີ່​ໄດ້​ເກີດ​ຂຶ້ນ, ທີ່​ກ່ຽວ​ກັບ​ຕົວ​ຂ້າ​ພະ​ເຈົ້າ​ເອງ ແລະ ສາດ​ສະ​ໜາ​ຈັກ, ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ມີ​ຂໍ້​ເທັດ​ຈິງ​ເຫລົ່າ​ນີ້​ຢູ່​ນຳ​ຂ້າ​ພະ​ເຈົ້າ.

2 ໃນ​ປະຫວັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ສະ​ເໜີ​ເຫດ​ການ​ຕ່າງໆ​ທີ່​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ, ໃນ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ, ຕາມ​ທີ່​ໄດ້​ເກີດ​ຂຶ້ນ, ຫລື ຕາມ​ທີ່​ເປັນ​ຢູ່, ປະ​ຈຸ​ບັນ​ນີ້​ເປັນ​ປີ [1838] ຊຶ່ງ​ເປັນ​ປີ​ທີ​ແປດ​ນັບ​ຕັ້ງ​ແຕ່ ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ.

3 ຂ້າ​ພະ​ເຈົ້າ​ໄດ້​ເກີດ​ໃນ​ປີ​ສັກ​ກະ​ລາດ​ໜຶ່ງ​ພັນ​ແປດ​ຮ້ອຍ​ຫ້າ, ໃນ​ວັນທີ​ຊາວ​ສາມ ເດືອນ​ທັນວາ, ໃນ​ໝູ່​ບ້ານ​ຊາ​ໂຣນ, ເຂດ​ວິນ​ເຊີ, ລັດ​ເວີ​ໝ້ອນ. … ພໍ່​ຂອງ​ຂ້າ​ພະ​ເຈົ້າ, ໂຈເຊັບ ສະມິດ, ຜູ້ພໍ່, ໄດ້​ຈາກ​ລັດ​ເວີ​ໝ້ອນ, ແລະ ຍ້າຍ​ໄປ​ຢູ່​ເມືອງ​ພາໄມຣາ, ເຂດ​ອອນ​ແທ​ຣິ​ໂອ (ປະ​ຈຸ​ບັນ​ນີ້​ຄື​ເຂດ​ເວນ), ໃນ​ລັດ​ນິວຢອກ, ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້​ສິບ​ປີ, ຫລື ປະ​ມານ​ນັ້ນ. ປະ​ມານ​ສີ່ປີ​ຫລັງ​ຈາກ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມາ​ເຖິງ​ເມືອງ​ພາໄມຣາ, ເພິ່ນ​ໄດ້​ຍ້າຍ​ຄອບ​ຄົວ​ຂອງ​ເພິ່ນ​ໄປ​ຢູ່​ເມືອງ​ແມນເຈດ​ສະເຕີ ໃນ​ເຂດ​ອອນ​ແທ​ຣິ​ໂອ​ດຽວ​ກັນ​ນັ້ນ—

4 ຄອບ​ຄົວ​ຂອງ​ເພິ່ນ​ມີ​ຢູ່​ດ້ວຍ​ກັນ​ສິບ​ເອັດ​ຄົນ, ນັ້ນ​ຄື, ພໍ່​ຂອງ​ຂ້າ​ພະ​ເຈົ້າ, ໂຈເຊັບ ສະມິດ; ແມ່​ຂອງ​ຂ້າ​ພະ​ເຈົ້າ, ລູສີ ສະມິດ (ຊຶ່ງ​ຊື່​ຂອງ​ເພິ່ນ, ກ່ອນ​ແຕ່ງ​ງານ, ຄື ແມັກ, ລູກ​ສາວ​ຂອງ​ໂຊ​ໂລ​ໂມນ ແມັກ); ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ອາລ໌​ວິນ (ຜູ້​ໄດ້​ເສຍ​ຊີ​ວິດ​ໄປ​ໃນ​ວັນທີ 19 ເດືອນ​ພະຈິກ, 1823, ຕອນ​ລາວ​ມີ​ອາ​ຍຸ​ໄດ້ 26 ປີ), ໄຮຣຳ, ຕົວ​ຂ້າ​ພະ​ເຈົ້າ​ເອງ, ແຊມ​ໂຍ ແຮ​ຣິ​ສັນ, ວິວ​ລຽມ, ດອນ ຄາ​ໂລສ໌; ແລະ ນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ, ໂຊ​ໂຟຣ​ເນຍ, ແຄ​ເທີ​ຣິນ, ແລະ ລູສີ.

5 ໃນ​ຊ່ວງ​ໜຶ່ງ​ໃນ​ປີ​ທີ​ສອງ​ຫລັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ຍ້າຍ​ມາ​ຢູ່​ເມືອງ​ແມນເຈດ​ສະເຕີ, ໃນ​ສະຖານ​ທີ່​ຊຶ່ງ​ພວກ​ເຮົາ​ອາ​ໄສ​ຢູ່ ມີ​ຄວາມ​ກະ​ຕື​ລື​ລົ້ນ​ແບບ​ຜິດ​ປົກ​ກະ​ຕິ​ກ່ຽວ​ກັບ​ສາດ​ສະ​ໜາ. ເລີ່ມ​ຕົ້ນ​ຈາກ ເມ​ໂທ​ດິສ, ແຕ່​ບໍ່​ດົນ ກໍ​ຂະ​ຫຍາຍ​ອອກ​ໄປ​ໃນ​ບັນ​ດາ​ນິ​ກາຍ​ທັງ​ໝົດ​ໃນ​ພາກ​ພື້ນ​ນັ້ນ​ຂອງ​ປະເທດ. ຕາມ​ຈິງ​ແລ້ວ, ເບິ່ງ​ຄື​ວ່າ​ໄດ້​ມີ​ຜົນ​ກະ​ທົບ​ກະ​ເທືອນ​ໄປ​ທົ່ວ​ທ້ອງ​ຖິ່ນ​ນັ້ນ​ຂອງ​ປະເທດ, ແລະ ຊຸມ​ຊົນ​ຢ່າງ​ຫລວງ​ຫລາຍ​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ສາດ​ສະ​ໜາ​ຕ່າງໆ, ຊຶ່ງ​ໄດ້​ສ້າງ​ຄວາມ​ວຸ້ນ​ວາຍ ແລະ ຄວາມ​ແຕກ​ແຍກ​ບໍ່​ໜ້ອຍ​ໃນ​ບັນ​ດາ​ຜູ້​ຄົນ, ບາງ​ຄົນ​ຮ້ອງ​ຂຶ້ນ​ວ່າ, “ ເບິ່ງ​ແມ, ບ່ອນ​ນີ້!” ແລະ ບາງ​ຄົນ, “ເບິ່ງ​ແມ, ບ່ອນ​ນັ້ນ!” ບາງ​ຄົນ​ກໍ​ໄດ້​ຜິດ​ຖຽງ​ກັນ​ເພື່ອ​ເມ​ໂທ​ດິສ, ບາງ​ຄົນ​ເພື່ອ​ເພຣສ໌​ໄບ​ທີ​ຣຽນ, ແລະ ບາງ​ຄົນ​ເພື່ອ​ບັບຕິດ.

6 ເພາະ, ເຖິງ​ແມ່ນ​ວ່າ​ຄວາມ​ຮັກ​ອັນ​ຫລວງ​ຫລາຍ​ທີ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ໃນ​ຄວາມ​ເຊື່ອ​ຕ່າງໆ​ໄດ້​ສະແດງ​ອອກ ໃນ​ເວລາ​ພວກ​ເຂົາ​ປ່ຽນ​ໃຈ​ເຫລື້ອມ​ໃສ, ແລະ ຄວາມ​ກະ​ຕື​ລື​ລົ້ນ​ອັນ​ໃຫຍ່​ຫລວງ​ທີ່​ສະແດງ​ໃຫ້​ປະຈັກ​ໂດຍ​ຄຸນ​ພໍ່​ຂອງ​ນິ​ກາຍ​ຕ່າງໆ, ຜູ້​ທີ່​ເປັນ​ຕົວ​ຕັ້ງ​ຕົວ​ຕີງ​ໃນ​ການ​ປຸກ​ລະ​ດົມ​ໃຈ ແລະ ສົ່ງ​ເສີມ​ພາບ​ທີ່​ແປກ​ປະ​ຫລາດ​ນີ້​ອັນ​ເປັນ​ຄວາມ​ຮູ້​ສຶກ​ທາງ​ສາດ​ສະ​ໜາ, ເພື່ອ​ເຮັດ​ໃຫ້​ທຸກ​ຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ, ດັ່ງ​ທີ່​ພວກ​ເຂົາ​ພໍ​ໃຈ ແລະ ເອີ້ນ​ເຊັ່ນ​ນັ້ນ, ໃຫ້​ນັບ​ຖື​ນິ​ກາຍ​ໃດ​ກໍ​ໄດ້​ທີ່​ພວກ​ເຂົາ​ພໍ​ໃຈ; ແຕ່​ເມື່ອ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເລີ່ມ​ແຍກ​ຕົວ​ອອກ​ໄປ, ບາງ​ຄົນ​ໄປ​ເຂົ້າ​ກັບ​ກຸ່ມ​ໜຶ່ງ ແລະ ອີກ​ບາງ​ຄົນ​ກໍ​ໄປ​ເຂົ້າ​ກັບ​ອີກ​ກຸ່ມ​ໜຶ່ງ, ປະກົດ​ວ່າ​ຄວາມ​ຮູ້​ສຶກ​ທີ່​ເບິ່ງ​ເໝືອນ​ວ່າ​ດີ ທັງ​ຂອງ​ຄຸນ​ພໍ່ ແລະ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ກັບ​ເປັນ​ການ​ສະແດງ​ແບບ​ທຳ​ທ່າ​ເທົ່າ​ນັ້ນ ຫລາຍ​ກວ່າ​ຄວາມ​ຈິງ​ໃຈ; ເພາະ​ວ່າ​ພາບ​ຂອງ​ຄວາມ​ສັບ​ສົນ​ຢ່າງ​ຫລວງ​ຫລາຍ ແລະ ຄວາມ​ຮູ້​ສຶກ​ບໍ່​ດີ​ໄດ້​ຕາມ​ມາ—ຄຸນ​ພໍ່​ຜິດ​ຖຽງ​ກັບ​ຄຸນ​ພໍ່, ແລະ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຜິດ​ຖຽງ​ກັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ; ເຖິງ​ກັບ​ວ່າ ຄວາມ​ຮູ້​ສຶກ​ທີ່​ດີ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ກັນ, ຖ້າ​ຫາກ​ມີ, ກໍ​ໄດ້​ສູນ​ສິ້ນ​ໄປ​ໃນ ການ​ປະ​ທະ​ຖ້ອຍ​ຄຳ​ກັນ ແລະ ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ຄວາມ​ຄິດ​ຄວາມ​ເຫັນ.

7 ໃນ​ເວລາ​ນັ້ນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໃກ້​ຈະ​ເຖິງ​ສິບ​ຫ້າ​ປີ. ຄອບ​ຄົວ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ຊັກ​ຈູງ​ໄປ​ຫາ​ນິກາຍ​ເພຣສ໌ໄບທີຣຽນ, ແລະ ສີ່​ຄົນ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ນັ້ນ, ນັ້ນ​ຄື, ແມ່​ຂອງ​ຂ້າ​ພະ​ເຈົ້າ, ລູສີ; ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ໄຮຣຳ ແລະ ແຊມໂຍ ແຮຣິສັນ; ແລະ ນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ ໂຊໂຟຣເນຍ.

8 ໃນ​ໄລ​ຍະ​ຂອງ​ຄວາມ​ສັບ​ສົນ​ນີ້ ຂ້າ​ພະ​ເຈົ້າ​ກຸ້ມ​ໃຈ​ຫລາຍ​ບໍ່​ຮູ້​ຈັກ​ຈະ​ຕັດ​ສິນ​ໃຈ; ເຖິງ​ແມ່ນ​ວ່າ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເລິກ​ຊຶ້ງ ແລະ ມັກ​ຈະ​ຕື້ນ​ຕັນ​ໃຈ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮັກ​ສາ​ຕົນ​ເອງ​ໃຫ້​ຫ່າງ​ຈາກ​ກຸ່ມ​ເຫລົ່າ​ນັ້ນ, ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ການ​ປະ​ຊຸມ​ຕ່າງໆ​ຂອງ​ພວກ​ເຂົາ​ຫລາຍ​ເທື່ອ​ກໍ​ຕາມ ເທົ່າ​ທີ່​ໂອ​ກາດ​ຈະ​ອຳ​ນວຍ. ໃນ​ເວລາ​ຕໍ່​ມາ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ​ເອ່ນ​ອ່ຽງ​ໄປ​ຫາ​ນິ​ກາຍ​ເມ​ໂທ​ດິສ, ແລະ ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ເລັກ​ໜ້ອຍ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພວກ​ເຂົາ, ແຕ່​ຄວາມ​ສັບ​ສົນ ແລະ ການ​ຜິດ​ຖຽງ​ກັນ​ໃນ​ບັນ​ດາ​ນິ​ກາຍ​ທີ່​ແຕກ​ຕ່າງ​ກັນ​ນັ້ນ​ມີ​ຫລາຍ, ຈົນ​ວ່າ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຄົນ​ໜຸ່ມ​ຢ່າງ​ຂ້າ​ພະ​ເຈົ້າ, ແລະ ບໍ່​ຄຸ້ນ​ເຄີຍ​ກັບ​ຜູ້​ຄົນ ແລະ ເລື່ອງ​ຕ່າງໆ, ຈະ​ສະ​ຫລຸບ​ໄດ້​ຢ່າງ​ແນ່​ນອນ​ແນວ​ໃດ​ວ່າ​ຜູ້​ໃດ​ຖືກ ແລະ ຜູ້​ໃດ​ຜິດ.

9 ບາງ​ເທື່ອ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ສັບ​ສົນ​ຫລາຍ, ສຽງ​ປ່າວ​ຮ້ອງ ແລະ ຄວາມ​ວຸ້ນ​ວາຍ​ກໍ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ ແລະ ບໍ່​ຢຸດ​ຢ່ອນ. ກຸ່ມ​ເພຣສ໌​ໄບ​ທີ​ຣຽນ​ໄດ້​ຕັ້ງ​ໃຈ​ຕໍ່​ຕ້ານ​ກຸ່ມ​ບັບຕິດ ແລະ ເມ​ໂທ​ດິສ ຫລາຍ​ທີ່​ສຸດ, ແລະ ໄດ້​ໃຊ້​ພະ​ລັງ​ທຸກ​ຢ່າງ​ທັງ​ຫາ​ເຫດ​ຜົນ ແລະ ເລ່​ຫລ່ຽມ​ເພື່ອ​ພິ​ສູດ​ຄວາມ​ຜິດ​ຂອງ​ພວກ​ນັ້ນ, ຫລື, ຢ່າງ​ໜ້ອຍ, ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າ ພວກ​ເຂົາ​ເຮັດ​ຜິດ. ອີກ​ມຸມ​ໜຶ່ງ, ກຸ່ມ​ບັບຕິດ ແລະ ເມ​ໂທ​ດິສ​ກໍ​ຄື​ກັນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຫລາຍ​ໃນ​ການ​ສະຖາ​ປະນາ​ຄຳ​ສອນ​ຂອງ​ຕົນ​ເອງ​ຂຶ້ນ ແລະ ພິ​ສູດ​ວ່າ​ຄຳ​ສອນ​ອື່ນໆ​ນັ້ນ​ບໍ່​ຈິງ.

10 ໃນ​ທ່າມ​ກາງ​ສົງ​ຄາມ​ຄາ​ລົມ ແລະ ຄວາມ​ວຸ້ນ​ວາຍ​ຂອງ​ຄວາມ​ຄິດ​ຄວາມ​ເຫັນ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຕົວ​ເອງ​ເລື້ອຍໆ​ວ່າ: ເຮົາ​ຈະ​ເຮັດ​ແນວ​ໃດ? ໃນ​ກຸ່ມ​ທັງ​ໝົດ​ນີ້ ແມ່ນ​ໃຜ​ທີ່ ຖືກ​ຕ້ອງ; ຫລື, ຜິດ​ທັງ​ໝົດ​ບໍ? ຖ້າ​ຫາກ​ມີ​ກຸ່ມ​ໃດ​ຖືກ​ຕ້ອງ, ແລ້ວ​ຈະ​ເປັນ​ກຸ່ມ​ໃດ, ແລະ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ?

11 ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຄວາມ​ກຸ້ມ​ໃຈ​ຢ່າງ​ໃຫຍ່​ຫລວງ ເພາະ​ການ​ຜິດ​ຖຽງ​ກັນ​ຂອງ​ສາດ​ສະ​ໜາ​ຈັກ​ກຸ່ມ​ຕ່າງໆ​ຢູ່​ນັ້ນ, ມື້​ໜຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຂໍ້​ຄວາມ​ໃນ​ສານ​ຂອງ​ຢາ​ໂກ​ໂບ, ບົດ​ທຳ​ອິດ ຂໍ້​ທີ​ຫ້າ, ມີ​ຄວາມ​ວ່າ: ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ລຸ​ນາ, ບໍ່​ຊົງ​ກ່າວ​ຕິ ແລະ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ.

12 ບໍ່​ເຄີຍ​ມີ​ຂໍ້​ຄວາມ​ໃດ​ໃນ​ພຣະ​ຄຳ​ພີ​ທີ່​ມີ​ອຳນາດ ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ມະນຸດ​ໄດ້​ຫລາຍ​ເທົ່າ​ກັບ​ຂໍ້​ຄວາມ​ນີ້​ໃນ​ເວລາ​ນັ້ນ. ຂໍ້​ຄວາມ​ປະກົດ​ວ່າ​ເຂົ້າ​ເຖິງ​ຄວາມ​ຮູ້​ສຶກ​ທຸກ​ຢ່າງ ຂອງ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ພະ​ລັງ​ອັນ​ແຮງ​ກ້າ. ຂ້າ​ພະ​ເຈົ້າ​ຄິດ​ແລ້ວ​ຄິດ​ອີກ, ໂດຍ​ທີ່​ຮູ້​ວ່າ​ຜູ້​ທີ່​ຕ້ອງ​ການ​ປັນ​ຍາ​ຈາກ​ພຣະ​ເຈົ້າ​ນັ້ນ​ຄື​ຂ້າ​ພະ​ເຈົ້າ​ເອງ; ເພາະ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ຈະ​ເຮັດ​ແນວ​ໃດ​ດີ​ນອກ​ຈາກ​ຈະ​ມີ​ປັນ​ຍາ​ຫລາຍ​ກວ່າ​ທີ່​ມີ​ຢູ່​ແລ້ວ, ເພາະ​ຂ້າ​ພະ​ເຈົ້າ​ບໍ່​ອາດ​ຈະ​ຮູ້​ໄດ້​ເລີຍ; ເພາະ​ວ່າ​ນັກ​ເທດ​ສະ​ໜາ​ຂອງ​ແຕ່​ລະ​ສາດ​ສະ​ໜາ​ຈັກ​ແຕ່​ລະ​ຄົນ​ກໍ​ມີ ຄວາມ​ເຂົ້າ​ໃຈ​ຂໍ້​ພຣະ​ຄຳ​ພີ​ໄປ​ຕ່າງໆ​ນາໆ ຈົນ​ວ່າ​ໄດ້​ທຳ​ລາຍ​ຄວາມ​ໝັ້ນ​ໃຈ​ທັງ​ໝົດ​ໃນ​ການ​ຫາ​ຄຳ​ຕອບ​ໂດຍ​ການ​ຄົ້ນ​ຫາ​ຂໍ້​ຄວາມ​ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ໄປ​ໝົດ.

13 ໃນ​ທີ່​ສຸດ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ເລືອກ​ເອົາ​ທາງ​ໜຶ່ງ​ຄື ຈະ​ຢູ່​ໃນ​ຄວາມ​ບໍ່​ຮູ້​ຈັກ ແລະ ສັບ​ສົນ, ຫລື ອີກ​ທາງ​ໜຶ່ງ​ແມ່ນ​ຕ້ອງ​ເຮັດ​ຕາມ​ທີ່​ຢາ​ໂກ​ໂບ​ແນະນຳ​ຄື ໃຫ້​ທູນ​ຂໍ​ຈາກ​ພຣະ​ເຈົ້າ. ໃນ​ທີ່​ສຸດ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ “ ທູນ​ຂໍ​ຈາກ​ພຣະ​ເຈົ້າ,” ໂດຍ​ເຫັນ​ວ່າ​ຖ້າ​ຫາກ​ພຣະ​ອົງ​ປະທານ​ປັນ​ຍາ​ໃຫ້​ຄົນ​ທີ່​ຂາດ​ປັນ​ຍາ ດ້ວຍ​ພຣະ​ກະ​ລຸ​ນາ ແລະ ບໍ່​ຊົງ​ກ່າວ​ຕິ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຈະ​ລອງ​ເບິ່ງ.

14 ດັ່ງ​ນັ້ນ, ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ໄວ້​ທີ່​ຈະ​ທູນ​ຂໍ​ຈາກ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ທູນ​ຂໍ​ລອງ​ເບິ່ງ. ໃນ​ຕອນ​ເຊົ້າ​ທີ່​ສວຍ​ງາມ ອາ​ກາດ​ແຈ່ມ​ໃສ​ດີ​ຂອງ​ມື້​ໜຶ່ງ, ໃນ​ຕົ້ນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ​ໜຶ່ງ​ພັນ​ແປດ​ຮ້ອຍ​ຊາວ. ມັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ພະ​ຍາ​ຍາມ​ແບບ​ນີ້ ເພາະ​ວ່າ​ໃນ​ລະຫວ່າງ​ຄວາມ​ກັງ​ວົນ​ທັງ​ໝົດ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ພະ​ຍາ​ຍາມ ອະ​ທິ​ຖານ​ອອກ​ສຽງ​ມາ​ກ່ອນ​ເລີຍ.

15 ຫລັງ​ຈາກ​ໄປ​ເຖິງ​ຈຸດ​ທີ່​ໄດ້​ໝາຍ​ໄວ້​ກ່ອນ​ແລ້ວ ຂ້າ​ພະ​ເຈົ້າ​ຫລຽວ​ໄປ​ອ້ອມ​ຮອບ ແລະ ເຫັນ​ວ່າ​ຕົນ​ເອງ​ຢູ່​ຕາມ​ລຳ​ພັງ, ແລ້ວ​ຈຶ່ງ​ໄດ້​ຄຸ​ເຂົ່າ​ລົງ ແລະ ເລີ່ມ​ຖວາຍ​ຄວາມ​ປາດ​ຖະ​ໜາ​ຈາກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ເຈົ້າ. ເມື່ອ​ຂ້າພະ​ເຈົ້າເລີ່ມຕົ້ນ​ເຮັດ​ເຊັ່ນ​ນັ້ນ, ໃນ​ທັນທີ​ທັນ​ໃດ ຂ້າ​ພະ​ເຈົ້າ​ກໍ​ຖືກ​ອຳນາດ​ຢ່າງ​ໜຶ່ງ​ມາ​ປົກ​ຄຸມ​ໄວ້​ໃຫ້​ໝົດ​ແຮງ​ໄປ ແລະ ມັນ​ມີ​ອິດ​ທິ​ພົນ​ເໜືອ​ກວ່າ​ຂ້າ​ພະ​ເຈົ້າ​ຢ່າງ​ໜ້າ​ປະ​ຫລາດ. ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ແຂງ​ຈົນ​ເວົ້າ​ຫຍັງ​ບໍ່​ໄດ້. ຄວາມ​ມືດ​ອັນ​ໜາ​ແໜ້ນ​ໄດ້​ປົກ​ຄຸມ​ຂ້າ​ພະ​ເຈົ້າ​ໄວ້​ຊົ່ວ​ໄລ​ຍະ​ໜຶ່ງ ແລະ ຄື​ກັບ​ວ່າ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ຕົກ​ໄປ​ສູ່​ຄວາມ​ພິນາດ.

16 ແຕ່​ວ່າ​ໂດຍ​ການ​ໃຊ້​ພະ​ລັງ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້ ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ຫລຸດ​ພົ້ນ​ຈາກ​ອຳນາດ​ຂອງ​ສັດ​ຕູ​ທີ່​ປົກ​ຄຸມ​ຂ້າ​ພະ​ເຈົ້າ​ຢູ່​ນັ້ນ, ແລະ ໃນ​ນາ​ທີ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ຕົກ​ຢູ່​ໃນ​ຄວາມ​ສິ້ນ​ຫວັງ ແລະ ປ່ອຍ​ຕົວ​ໃຫ້​ໄປ​ສູ່​ຄວາມ​ພິນາດ—ຊຶ່ງ​ຄວາມ​ພິນາດ​ນັ້ນ​ບໍ່​ແມ່ນ​ມະ​ໂນ​ພາບ, ແຕ່​ເປັນ​ອຳນາດ​ຂອງ​ຜູ້​ທີ່​ເປັນ​ຢູ່​ແທ້ໆ​ຈາກ​ໂລກ​ທີ່​ຫລຽວ​ຫາ​ບໍ່​ເຫັນ ເປັນ​ຜູ້​ທີ່​ມີ​ອຳນາດ​ອັນ​ປະ​ຫລາດ ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ພົບ​ໃນ​ຜູ້​ໃດ​ມາ​ກ່ອນ—ໃນ​ໄລ​ຍະ​ທີ່​ຢູ່​ໃນ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແສງ​ສະ​ຫວ່າງ​ເປັນ​ເລົາ​ລົງ​ມາ ຢູ່​ເທິງ​ຫົວ​ຂອງ​ຂ້າ​ພະ​ເຈົ້າ, ແຈ້ງ​ກວ່າ​ຄວາມ​ສະ​ຫວ່າງ​ຂອງ ດວງ​ຕາ​ເວັນ, ຊຶ່ງ​ຄ່ອຍໆ​ເລື່ອນ​ລົງ​ມາ ຈົນ​ເຖິງ​ຕົວ​ຂອງ​ຂ້າ​ພະ​ເຈົ້າ.

17 ໃນ​ທັນ​ທີ​ທີ່​ແສງ​ສະ​ຫວ່າງ​ນັ້ນ​ປະກົດ​ຂຶ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕົວ​ວ່າ​ໄດ້​ຫລຸດ​ພົ້ນ​ຈາກ​ສັດ​ຕູ​ທີ່​ຍຶດ​ຂ້າ​ພະ​ເຈົ້າ​ໄວ້. ເມື່ອ​ແສງ​ນັ້ນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ ໄດ້​ເຫັນ ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ​ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ. ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ຂອງ​ທັງ​ສອງ​ພຣະ​ອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະນາ​ໄດ້. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—ນີ້​ຄື ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!

18 ຄວາມ​ປະສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ກໍ​ເພື່ອ​ຢາກ​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ໃດ​ໃນ​ສາດ​ສະ​ໜາ​ຈັກ​ທັງ​ໝົດ​ນັ້ນ​ຖືກ​ຕ້ອງ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ເຂົ້າ​ຮ່ວມ. ສະນັ້ນ​ໃນ​ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕົວ​ຈົນ​ເວົ້າ​ໄດ້​ແລ້ວ, ຂ້າ​ພະ​ເຈົ້າ​ຈຶ່ງ​ທູນ​ຖາມ​ສອງ​ພຣະ​ອົງ​ທີ່​ປະ​ທັບ​ຢືນ​ຢູ່​ໃນ​ແສງ​ສະ​ຫວ່າງ​ເທິງ​ຫົວ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ຖືກ​ຕ້ອງ (ເພາະ​ໃນ​ເວລາ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ທຸກ​ແຫ່ງ​ຈະ​ຜິດ​ໝົດ)—ແລະ ວ່າ​ຂ້າ​ພະ​ເຈົ້າ​ຄວນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ.

19 ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄຳ​ຕອບ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ເລີຍ ເພາະ​ວ່າ​ສາດ​ສະ​ໜາ​ຈັກ​ທັງ​ໝົດ​ນັ້ນ ບໍ່​ຖືກ​ຕ້ອງ ແລະ ອົງ​ທີ່​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ ຄຳ​ສອນ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ຕ່າງໆ​ນັ້ນ​ເປັນ​ໜ້າ​ກຽດ​ຊັງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ; ວ່າ​ນັກ​ເທດ​ສະ​ໜາ​ເຫລົ່າ​ນັ້ນ​ລ້ວນ​ແຕ່​ເຮັດ​ຜິດ​ຄື: “ພວກ​ເຂົາ ຢູ່​ໃກ້​ເຮົາ​ແຕ່​ປາກ, ແຕ່ ຈິດ​ໃຈ​ຂອງ​ພວກ​ເຂົາ​ຫ່າງ​ໄກ​ຈາກ​ເຮົາ. ພວກ​ເຂົາ​ສິດ​ສອນ ບັນ​ຍັດ​ຂອງ​ມະນຸດ ໂດຍ​ມີ ແບບ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ເປັນ​ຄຳ​ສອນ, ແຕ່​ພວກ​ເຂົາ​ປະ​ຕິ​ເສດ​ອຳນາດ​ໃນ​ນັ້ນ.”

20 ພຣະ​ອົງ​ໄດ້​ຫ້າມ​ຂ້າ​ພະ​ເຈົ້າ​ອີກ​ວ່າ ບໍ່​ໃຫ້​ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ເລີຍ ແລະ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ພຣະ​ອົງ​ໄດ້​ສັ່ງ​ຂ້າ​ພະ​ເຈົ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຂຽນ​ໄວ້​ໃນ​ເວລາ​ນີ້. ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕົວ​ອີກ ກໍ​ພົບ​ວ່າ​ຕົນ​ເອງ​ກຳ​ລັງ​ນອນ​ຫງາຍ​ຫລຽວ​ແນມ​ເບິ່ງ​ຟ້າ​ສະຫວັນ​ຢູ່. ເມື່ອ​ແສງ​ສະ​ຫວ່າງ​ນັ້ນ​ຈາກ​ໄປ, ຂ້າ​ພະ​ເຈົ້າ​ບໍ່​ມີ​ແຮງ; ແຕ່​ບໍ່​ດົນ​ຂ້າ​ພະ​ເຈົ້າ​ກໍ​ຄ່ອຍໆ​ມີ​ແຮງ​ຂຶ້ນ ແລະ ໄດ້​ກັບ​ໄປ​ບ້ານ. ແລະ ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ຢືນ​ຝີງ​ໄຟ​ຢູ່, ແມ່​ສອບ​ຖາມ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, “ບໍ່​ມີ​ຫຍັງ​ດອກ, ທຸກ​ຢ່າງ​ດີ—ລູກ​ສະ​ບາຍ​ດີ.” ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ລູກ​ໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ເອງ​ວ່າ ນິ​ກາຍ​ເພຣສ໌​ໄບ​ທີ​ຣຽນ​ບໍ່​ຈິງ.” ເບິ່ງ​ຄື​ວ່າ ຜູ້​ປໍ​ລະ​ປັກ​ຮູ້​ຈັກ​ວ່າ ໃນ​ຊ່ວງ​ໄລ​ຍະ​ຕົ້ນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຖືກ​ກຳ​ນົດ​ໃຫ້​ເປັນ​ຜູ້​ກໍ່​ກວນ ແລະ ເປັນ​ຜູ້​ສ້າງ​ຄວາມ​ລຳ​ຄານ​ໃຫ້​ອາ​ນາ​ຈັກ​ຂອງ​ມັນ; ຖ້າ​ບໍ່​ດັ່ງ​ນັ້ນ​ເປັນ​ຫຍັງ​ອຳນາດ​ແຫ່ງ​ຄວາມ​ມືດ​ຈຶ່ງ​ມາ​ຮ່ວມ​ກັນ​ຕໍ່​ຕ້ານ​ຂ້າ​ພະ​ເຈົ້າ? ເປັນ​ຫຍັງ ການ​ຕໍ່​ຕ້ານ ແລະ ການ​ຂົ່ມ​ເຫັງ​ຈຶ່ງ​ເກີດ​ຂຶ້ນ​ກັບ​ຂ້າ​ພະ​ເຈົ້າ, ເກືອບ​ຕັ້ງ​ແຕ່​ຕອນ​ຢູ່​ໃນ​ໄວ​ເດັກ​ຂອງ​ຂ້າ​ພະ​ເຈົ້າ?

ຜູ້​ສັ່ງ​ສອນ​ບາງ​ຄົນ ແລະ ຜູ້​ປະ​ກາດ​ສາດ​ສະ​ໜາ​ຄົນ​ອື່ນໆ​ໄດ້​ປະ​ຕິ​ເສດ​ເລື່ອງ​ລາວ​ກ່ຽວ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ—ກາ​ນ​ຂົ່ມ​ເຫັງ​ໄດ້​ທະ​ວີ​ຂຶ້ນ​ກັບ​ໂຈເຊັບ ສະມິດ—ເພິ່ນ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ພາບ​ນັ້ນ. (ຂໍ້​ທີ 21–26.)

21 ສອງ​ສາມ​ມື້​ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ເຫັນ ພາບ​ນັ້ນ, ບັງ​ເອີນ​ຂ້າພະ​ເຈົ້າ​ໄດ້​ຢູ່​ກັບ​ນັກ​ເທດ​ຄົນ​ໜຶ່ງ​ຂອງ​ເມ​ໂທ​ດິສ, ຜູ້​ມີ​ບົດ​ບາດ​ຫລາຍ​ໃນ​ເລື່ອງ​ຄວາມ​ກະ​ຕື​ລື​ລົ້ນ​ກ່ຽວ​ກັບ​ສາດ​ສະ​ໜາ​ດັ່ງ​ທີ່​ກ່າວ​ຜ່ານ​ມາ; ແລະ, ໃນ​ຂະນະ​ທີ່​ສົນ​ທະ​ນາ​ກັບ​ເພິ່ນ​ເລື່ອງ​ສາດ​ສະ​ໜາ, ຂ້າ​ພະ​ເຈົ້າ​ໄດ້​ຖື​ໂອ​ກາດ​ເລົ່າ​ໃຫ້​ເພິ່ນ​ຟັງ​ເຖິງ​ພາບ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຫລາຍ​ກັບ​ການ​ປະ​ພຶດ​ຕົວ​ຂອງ​ເພິ່ນ; ເພິ່ນ​ບໍ່​ພຽງ​ແຕ່​ຖື​ວ່າ​ການ​ບອກ​ເລົ່າ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ການ​ເວົ້າ​ຫລິ້ນ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ໝິ່ນ​ປະ​ໝາດ​ນຳ​ອີກ, ໂດຍ​ກ່າວ​ວ່າ ມັນ​ເປັນ​ຂອງ​ມານ​ທັງ​ໝົດ, ບໍ່​ມີ​ສິ່ງ​ທີ່​ເອີ້ນ​ກັນ​ວ່າ ພາບ​ທີ່​ມາ​ໃຫ້​ເຫັນ ຫລື ການ​ເປີດ​ເຜີຍ​ແບບ​ນັ້ນ​ແລ້ວ​ໃນ​ປະ​ຈຸ​ບັນ​ນີ້; ເລື່ອງ​ເຊັ່ນ​ນັ້ນ​ທັງ​ໝົດ​ໄດ້​ສິ້ນ​ສຸດ​ໄປ​ແລ້ວ​ກັບ​ເຫລົ່າ​ອັກຄະ​ສາວົກ, ແລະ ວ່າ​ຈະ​ບໍ່​ມີ​ວັນ​ມີ​ສິ່ງ​ເຫລົ່າ​ນັ້ນ​ອີກ.

22 ໃນ​ບໍ່​ຊ້າ ຂ້າ​ພະ​ເຈົ້າ​ກໍ​ພົບ​ວ່າ ການ​ເລົ່າ​ເລື່ອງ​ຂອງ​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້​ບັນ​ດາ​ຜູ້​ປະ​ກາດ​ສາດ​ສະ​ໜາ​ເກີດ​ມີ​ຄວາມ​ກຽດ​ຊັງ​ຂ້າ​ພະ​ເຈົ້າ​ຢ່າງ​ໃຫຍ່​ຫລວງ, ແລະ ການ​ຂົ່ມ​ເຫັງ​ກໍ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຊັກ​ໃຊ້. ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ເປັນ​ພຽງ​ເດັກ​ນ້ອຍ​ທີ່ ບໍ່​ມີ​ຜູ້​ໃດ​ຮູ້​ຈັກ ທີ່​ມີ​ອາ​ຍຸ​ພຽງ​ແຕ່​ສິບ​ສີ່​ສິບ​ຫ້າ​ປີ​ເທົ່າ​ນັ້ນ, ແລະ ເຖິງ​ແມ່ນ​ວ່າ​ຖານະ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຍາກ​ຈົນ ແລະ ຕົວ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ສຳ​ຄັນ​ແນວ​ໃດ​ໃນ​ໂລກ​ນີ້, ແຕ່​ກໍ​ຍັງ​ມີ​ຄົນ​ທີ່​ມີ​ການ​ສຶກ​ສາ​ສູງ​ຢ້ານ​ລື່ນ, ແລະ ໄດ້​ຍົວະ​ຍົງ​ໃຫ້​ຄົນ​ທົ່ວ​ໄປ​ຕໍ່​ຕ້ານ​ຂ້າ​ພະ​ເຈົ້າ, ແລະ ກໍ່​ໃຫ້​ເກີດ​ການ​ຂົ່ມ​ເຫັງ​ຢ່າງ​ຂົມ​ຂື່ນ​ຂຶ້ນ; ແລະ ເລື່ອງ​ນີ້​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ນິ​ກາຍ​ຕ່າງໆ—ທັງ​ໝົດ​ໄດ້​ລວມ​ຫົວ​ກັນ​ຂົ່ມ​ເຫັງ​ຂ້າ​ພະ​ເຈົ້າ.

23 ມັນ​ຈຶ່ງ​ເປັນ​ເຫດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ໜັກ ແລະ ຄິດ​ຢູ່​ເລື້ອຍໆ​ຕັ້ງ​ແຕ່​ນັ້ນ​ມາ​ວ່າ ຊ່າງ​ປະ​ຫລາດ​ໃຈ​ແທ້ໆ ທີ່​ເດັກ​ນ້ອຍ​ທີ່​ບໍ່​ມີ​ໃຜ​ຮູ້​ຈັກ, ອາ​ຍຸ​ພຽງ​ສິບ​ສີ່​ປີ, ແລະ ຢູ່​ໃນ​ຖານະ​ມີ​ລາຍ​ໄດ້​ພຽງ​ເລັກ​ໜ້ອຍ​ຈາກ​ຄວາມ​ຈຳ​ເປັນ​ຕ້ອງ​ທຳ​ງານ​ທຸກ​ວັນ, ໄດ້​ເປັນ​ຜູ້​ມີ​ຄວາມ​ສຳ​ຄັນ​ພໍ​ທີ່​ຈະ​ດຶງ​ດູດ​ຄວາມ​ສົນ​ໃຈ ຂອງ​ຜູ້​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກຳ​ລັງ​ເຕີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວ ທີ່​ແຜ່​ຂະ​ຫຍາຍ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ເວລາ​ນັ້ນ ແລະ ເຮັດ​ໃຫ້​ພວກ​ເຂົາ​ເກີດ​ມີ​ຄວາມ​ຄິດ​ຂົມ​ຂື່ນ ແລະ ສົບ​ປະ​ໝາດ​ຂ້າ​ພະ​ເຈົ້າ. ແຕ່​ວ່າ​ຈະ​ແປກ ຫລື ບໍ່​ແປກ​ກໍ​ຕາມ, ແຕ່​ມັນ​ເປັນ​ເລື່ອງ​ຈິງ ແລະ ເປັນ​ເຫດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໂສກ​ເສົ້າ​ຢູ່​ເລື້ອຍໆ.

24 ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ເປັນ​ຄວາມ​ຈິງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນັ້ນ. ຂ້າ​ພະ​ເຈົ້າ​ຄິດ​ຕັ້ງ​ແຕ່​ນັ້ນ​ມາ​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ກັນ​ກັບ ໂປໂລ​ຫລາຍ, ເວລາ​ທີ່​ເພິ່ນ​ເປັນ ຈຳ​ເລີຍ​ຕໍ່​ກະສັດ​ອັກ​ຄຣີ​ປາ, ແລະ ເລົ່າ​ກ່ຽວ​ກັບ​ພາບ​ທີ່​ເພິ່ນ​ໄດ້​ເຫັນ​ແສງ​ສະ​ຫວ່າງ, ແລະ ໄດ້​ຍິນ​ສຽງ; ແຕ່​ກໍ​ຍັງ​ບໍ່​ມີ​ເທົ່າ​ໃດ​ຄົນ​ເຊື່ອ​ເພິ່ນ; ບາງ​ຄົນ​ວ່າ​ເພິ່ນ​ເວົ້າ​ຕົວະ, ບາງ​ຄົນ​ກໍ​ວ່າ​ເພິ່ນ​ເປັນ​ບ້າ; ແລະ ເພິ່ນ​ຖືກ​ຫົວ​ເຍາະ​ເຍີ້ຍ ແລະ ໝິ່ນ​ປະ​ໝາດ. ແຕ່​ສິ່ງ​ທັງ​ໝົດ​ນີ້ ບໍ່​ອາດ​ລ້າງ​ຄວາມ​ຈິງ​ຂອງ​ພາບ​ທີ່​ເພິ່ນ​ໄດ້​ເຫັນ​ນັ້ນ. ເພິ່ນ​ໄດ້​ເຫັນ​ພາບ​ນັ້ນ, ເພິ່ນ​ຮູ້​ວ່າ​ເພິ່ນ​ໄດ້​ເຫັນ, ແລະ ການ​ຂົ່ມ​ເຫັງ​ທັງ​ປວງ​ພາຍ​ໃຕ້​ສະຫວັນ ກໍ​ບໍ່​ສາ​ມາດ​ປ່ຽນ​ມັນ​ໃຫ້​ເປັນ​ສິ່ງ​ອື່ນ​ໄດ້ ແລະ ເຖິງ​ແມ່ນ​ວ່າ​ຄົນ​ເຫລົ່າ​ນັ້ນ​ຈະ​ຂົ່ມ​ເຫັງ​ເພິ່ນ​ຈົນ​ເຖິງ​ແກ່​ຄວາມ​ຕາຍ​ກໍ​ຕາມ, ແຕ່​ເພິ່ນ​ກໍ​ຍັງ​ຮູ້ ແລະ ຈະ​ຮູ້​ໄປ​ຈົນ​ສິ້ນ​ລົມ​ຫາຍ​ໃຈ​ວ່າ ເພິ່ນ​ໄດ້​ເຫັນ​ແສງ​ສະ​ຫວ່າງ ແລະ ໄດ້​ຍິນ​ສຽງ​ເວົ້າ​ກັບ​ເພິ່ນ ແລະ ໂລກ​ທັງ​ໝົດ​ນີ້​ຈະ​ເຮັດ​ໃຫ້​ເພິ່ນ​ຕົວະ ຫລື ເຊື່ອ​ວ່າ​ເປັນ​ຢ່າງ​ອື່ນ​ໄປ​ບໍ່​ໄດ້.

25 ມັນ​ໄດ້​ເປັນ​ດັ່ງ​ນັ້ນ​ກັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ນັ້ນ​ແທ້ໆ ແລະ ທ່າມ​ກາງ​ຂອງ​ແສງ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ ພຣະ​ອົງ ແລະ ທັງ​ສອງ​ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ແທ້ໆ ແລະ ເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຖືກ​ກຽດ​ຊັງ ແລະ ຖືກ​ຂົ່ມ​ເຫັງ​ເພາະ​ການ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນັ້ນ​ກໍ​ຕາມ ແຕ່​ມັນ​ເປັນ​ຄວາມ​ຈິງ ແລະ ຂະນະ​ທີ່​ຄົນ​ຂົ່ມ​ເຫັງ​ຂ້າ​ພະ​ເຈົ້າ, ສົບ​ປະ​ໝາດ​ຂ້າ​ພະ​ເຈົ້າ, ແລະ ເວົ້າ​ໃສ່​ຮ້າຍ​ປ້າຍ​ສີ​ຂ້າ​ພະ​ເຈົ້າ​ຕ່າງໆ​ນາໆ ຢ່າງ​ຜິດໆ, ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ຢູ່​ໃນ​ໃຈ​ວ່າ: ເປັນ​ຫຍັງ​ຈຶ່ງ​ຂົ່ມ​ເຫັງ​ຂ້າ​ພະ​ເຈົ້າ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຄວາມ​ຈິງ​ບໍ? ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນັ້ນ​ແທ້ໆ ແລະ ຂ້າ​ພະ​ເຈົ້າ​ແມ່ນ​ໃຜ​ທີ່​ຈະ​ຕໍ່​ຕ້ານ​ພຣະ​ເຈົ້າ​ໄດ້, ຫລື ວ່າ​ເປັນ​ຫຍັງ​ໂລກ​ຈຶ່ງ​ຄິດ​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ຕິ​ເສດ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ​ແທ້ໆ? ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້ ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຮູ້​ຄື​ກັນ ແລະ ຂ້າ​ພະ​ເຈົ້າ ປະ​ຕິ​ເສດ​ມັນ​ບໍ່​ໄດ້ ທັງ​ຂ້າ​ພະ​ເຈົ້າ​ບໍ່​ກ້າ​ປະ​ຕິ​ເສດ. ຢ່າງ​ໜ້ອຍ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຖ້າ​ເຮັດ​ແນວ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄືອງ ແລະ ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ຖືກ​ລົງ​ໂທດ.

26 ບັດ​ນີ້ ຂ້າ​ພະ​ເຈົ້າ​ສະ​ບາຍ​ໃຈ​ແລ້ວ​ກ່ຽວ​ກັບ​ນິ​ກາຍ​ຕ່າງໆ​ຂອງ​ໂລກ—ມັ​ນ​ບໍ່​ໄດ້​ເປັນ​ໜ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ນິ​ກາຍ​ໃດ​ເລີຍ ແຕ່​ຈະ​ດຳ​ເນີນ​ຕໍ່​ໄປ​ຕາມ​ເຄີຍ​ຈົນ​ກວ່າ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ເພີ່ມ​ເຕີມ. ຂ້າ​ພະ​ເຈົ້າ​ພົບ​ເຫັນ​ວ່າ ປະຈັກ​ພະຍານ​ຂອງ​ຢາ​ໂກ​ໂບ​ເປັນ​ຄວາມ​ຈິງ—ວ່າ​ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ ກໍ​ໃຫ້​ຄົນ​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ, ແລະ ຜູ້​ຈະ​ຊົງ​ປະທານ​ໃຫ້, ແລະ ບໍ່​ຊົງ​ກ່າວ​ຕິ.

ໂມ​ໂຣ​ໄນ​ໄດ້​ມາ​ປະກົດ​ຕໍ່​ໂຈເຊັບ ສະມິດ—ຊື່​ຂອງ​ໂຈເຊັບ​ຈະ​ເປັນ​ທີ່​ຮູ້​ຈັກ​ທັງ​ໃນ​ທາງ​ດີ ແລະ ທາງ​ຊົ່ວ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ—ໂມ​ໂຣ​ໄນ​ບອກ​ເພິ່ນ​ເຖິງ​ພຣະ​ຄຳ​ພີ​ມໍມອນ ແລະ ການ​ພິ​ພາກ​ສາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ມາ​ເຖິງ ແລະ ອ້າງ​ເຖິງ​ພຣະ​ຄຳ​ພີ​ຫລາຍ​ຕອນ—ບ່ອນ​ເຊື່ອງ​ແຜ່ນ​ຈາລຶກ​ຄຳ​ໄດ້​ຖືກ​ເປີດ​ເຜີຍ—ໂມ​ໂຣ​ໄນ​ສືບ​ຕໍ່​ແນະນຳ​ສາດ​ສະ​ດາ​ຕໍ່​ໄປ. (ຂໍ້​ທີ 27–54.)

27 ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ໄປ​ເລື້ອຍໆ​ດັ່ງ​ທີ່​ເຄີຍ​ເຮັດ​ມາ ຈົນ​ເຖິງ​ວັນທີ​ຊາວ​ເອັດ ເດືອນ​ກັນຍາ, ປີ​ໜຶ່ງ​ພັນ​ແປດ​ຮ້ອຍ​ຊາວ​ສາມ, ໂດຍ​ທົນ​ຕໍ່​ການ​ຂົ່ມ​ເຫັງ​ຢ່າງ​ໜັກ​ຕະຫລອດ​ເວລາ​ດ້ວຍ​ນ້ຳ​ມື​ຂອງ​ຄົນ​ທຸກ​ຊັ້ນ ທັງ​ຄົນ​ທີ່​ເຄັ່ງ​ຄັດ​ທາງ​ສາດ​ສະ​ໜາ ແລະ ຄົນ​ບໍ່​ມີ​ສາດ​ສະ​ໜາ​ນຳ​ອີກ ເພາະ​ຂ້າ​ພະ​ເຈົ້າ​ຍັງ​ຢືນ​ຢັນ​ຕໍ່​ໄປ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນັ້ນ​ແທ້.

28 ໃນ​ໄລ​ຍະ​ເວລາ​ລະຫວ່າງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນິມິດ ຈົນ​ເຖິງ​ປີ​ໜຶ່ງ​ພັນ​ແປດ​ຮ້ອຍ​ຊາວ​ສາມ—​ໂດຍ​ທີ່​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ໃນ​ສະ​ໄໝ​ນັ້ນ ແລະ ໂດຍ​ທີ່​ອາ​ຍຸ​ຍັງ​ນ້ອຍ​ຢູ່ ແລະ ຖືກ​ຂົ່ມ​ເຫັງ​ຈາກ​ຄົນ​ທີ່​ໜ້າ​ຈະ​ເປັນ​ເພື່ອນ ແລະ ໜ້າ​ຈະ​ປະ​ຕິ​ບັດ​ຕໍ່​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ກະ​ລຸ​ນາ, ແລະ ຖ້າ​ຫາກ​ພວກ​ເຂົາ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ຖືກ​ຫລອກ​ລວງ​ກໍ​ຄວນ​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ວິ​ທີ​ທີ່​ເໝາະ​ສົມ—ຂ້າ​ພະ​ເຈົ້າ​ຖືກ​ປ່ອຍ​ໄວ້​ກັບ ການ​ລໍ້​ລວງ​ນາໆ​ປະ​ການ ແລະ ຂ້າ​ພະ​ເຈົ້າ​ໄດ້​ຄົບ​ຄ້າ​ກັບ​ສັງ​ຄົມ​ທຸກ​ຊັ້ນ. ຂ້າ​ພະ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ຜິດ​ຢ່າງ​ໂງ່​ຈ້າ ແລະ ສະແດງ​ຄວາມ​ອ່ອນ​ແອ​ຂອງ​ເດັກ​ນ້ອຍ ແລະ ຄວາມ​ຜິດ​ພາດ​ຂອງ​ທຳ​ມະ​ຊາດ​ຂອງ​ມະນຸດ ຊຶ່ງ​ຂ້າ​ພະ​ເຈົ້າ​ເສຍ​ໃຈ​ທີ່​ຈະ​ເວົ້າ​ວ່າ ສິ່ງ​ເຫລົ່າ​ນີ້​ໄດ້​ຊັກ​ນຳ​ຂ້າ​ພະ​ເຈົ້າ​ໄປ​ສູ່​ການ​ລໍ້​ລວງ​ຕ່າງໆ ຊຶ່ງ​ເປັນ​ສິ່ງ​ທີ່​ຂຸ່ນ​ເຄືອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ. ໃນ​ການ​ສາ​ລະ​ພາບ​ນີ້ ໂປດ​ຢ່າ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍ​ແຮງ. ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຄົນ​ທີ່​ມີ​ນິ​ໄສ​ແບບ​ນັ້ນ​ເລີຍ. ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຜິດ​ເລື່ອງ​ຕະ​ຫລົກ, ແລະ ບາງ​ເທື່ອ​ໄດ້​ເຂົ້າ​ຮ່ວມ​ກັບ​ກຸ່ມ​ມັກ​ສະ​ໜຸກ, ແລະ ອື່ນໆ, ບໍ່​ຖືກ​ຕ້ອງ​ກັບ​ລັກ​ສະ​ນະ​ນັ້ນ​ຊຶ່ງ​ຄວນ​ມີ​ຢູ່​ໃນ​ຄົນ​ທີ່​ໄດ້​ຖືກ ເອີ້ນ​ຈາກ​ພຣະ​ເຈົ້າ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ. ແຕ່​ສິ່ງ​ນີ້​ເບິ່ງ​ແລ້ວ​ຈະ​ບໍ່​ແປກ​ຫຍັງ​ຫລາຍ​ກັບ​ຜູ້​ໃດ​ທີ່​ຈື່​ຈຳ​ຕອນ​ຂ້າ​ພະ​ເຈົ້າ​ເປັນ​ໜຸ່ມ, ແລະ ຄຸ້ນ​ເຄີຍ​ກັບ​ນິ​ໄສ​ໃຈ​ຄໍ​ທີ່​ຊື່ນ​ບານ​ຊຶ່ງ​ເປັນ​ທຳ​ມະ​ຊາດ​ຂອງ​ຂ້າ​ພະ​ເຈົ້າ.

29 ເນື່ອງ​ດ້ວຍ​ເຫດ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ມັກ​ຈະ​ຮູ້​ສຶກ​ຜິດ​ເນື່ອງ​ຈາກ​ຄວາມ​ອ່ອນ​ແອ ແລະ ຄວາມ​ບົກ​ພ່ອງ​ຂອງ​ຂ້າ​ພະ​ເຈົ້າ; ໃນ​ຄືນ​ທີ່​ກ່າວ​ມາ​ນັ້ນ ຂອງ​ວັນທີ​ຊາວ​ເອັດ ເດືອນ​ກັນຍາ, ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ນອນ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ນ້ອມ​ຕົວ​ລົງ ອະ​ທິ​ຖານ ແລະ ອ້ອນ​ວອນ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ເພື່ອ​ຂໍ​ການອະໄພ​ໂທດ​ໃຫ້​ແກ່​ຄວາມ​ຜິດ​ບາບ ແລະ ຄວາມ​ຜິດ​ພາດ​ທັງ​ປວງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ທັງ​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ການ​ສະແດງ​ໃຫ້​ປະຈັກ ຊຶ່ງ​ຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ສະພາບ ແລະ ຖານະ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ອົງ; ເພາະ​ວ່າ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ເຕັມ​ທີ່​ວ່າ ຈະ​ໄດ້​ເຫັນ​ການ​ສະແດງ​ໃຫ້​ປະຈັກ​ຈາກ​ສະຫວັນ​ທີ່​ເຄີຍ​ໄດ້​ເຫັນ​ມາ​ກ່ອນ​ແລ້ວ.

30 ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ເອີ້ນ​ຫາ​ພຣະ​ເຈົ້າ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ປະກົດ​ຂຶ້ນ​ໃນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ແສງ​ນັ້ນສະຫວ່າງ​ຂຶ້ນ​ເລື້ອຍໆ ຈົນ​ວ່າ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ​ແຈ້ງ​ສະ​ຫວ່າງ​ຍິ່ງ​ກວ່າ​ຕອນ​ທ່ຽງ​ວັນ. ໃນ​ທັນ​ໃດ​ນັ້ນ ຄົນ​ຜູ້​ໜຶ່ງ​ກໍ​ປະກົດ​ຂຶ້ນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ, ຢືນ​ຢູ່​ໃນ​ອາ​ກາດ, ເພາະ​ຕີນ​ຂອງ​ເພິ່ນ​ບໍ່​ໄດ້​ແຕະ​ຕ້ອງ​ພື້ນ​ຫ້ອງ​ເລີຍ.

31 ເພິ່ນ​ໃສ່​ເສື້ອ​ຄຸມ​ສີ​ຂາວ​ຂະ​ໜາດ. ມັນ ຂາວ​ຍິ່ງ​ກວ່າ​ສິ່ງ​ໃດໆ​ໃນ​ໂລກ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ມາ; ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຈະ​ບໍ່​ມີ​ສິ່ງ​ໃດ​ໃນ​ໂລກ ທີ່​ຈະ​ເຮັດ​ໃຫ້​ປະກົດ​ຂາວ ແລະ ສະ​ຫວ່າງ​ໄດ້​ຢ່າງ​ຍິ່ງ​ເຊັ່ນ​ນັ້ນ. ມື​ຂອງ​ເພິ່ນ​ເປືອຍ​ເປົ່າ, ແລະ ແຂນ​ຂອງ​ເພິ່ນ​ສ່ວນ​ທີ່​ເທິງ​ຂໍ້​ມື​ໜ້ອຍ​ໜຶ່ງ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ; ຕີນ​ຂອງ​ເພິ່ນ​ເປືອຍ​ເປົ່າ, ແລະ ຂາ​ສ່ວນ​ທີ່​ເທິງ​ໜ້ອຍ​ໜຶ່ງ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ. ຫົວ ແລະ ຄໍ​ຂອງ​ເພິ່ນ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ. ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ວ່າ ເພິ່ນ​ບໍ່​ໄດ້​ນຸ່ງ​ອັນ​ໃດ​ອີກ​ນອກ​ຈາກ​ເສື້ອ​ຄຸມ​ຕົວ​ນັ້ນ ເພາະ​ມັນ​ເປີດ​ຈົນ​ຂ້າ​ພະ​ເຈົ້າ​ສາ​ມາດ​ຫລຽວ​ເຫັນ​ໜ້າ​ເອິກ​ຂອງ​ເພິ່ນ.

32 ບໍ່​ພຽງ​ແຕ່​ເສື້ອ​ຄຸມ​ຂອງ​ເພິ່ນ​ຂາວ​ຢ່າງ​ຍິ່ງ​ເທົ່າ​ນັ້ນ, ແຕ່​ທົ່ວ​ທັງ​ຮ່າງ​ກາຍ​ຂອງ​ເພິ່ນ​ນັ້ນ​ມີ ແສງ​ຮຸ່ງ​ເຫລື້ອມ​ເກີນ​ກວ່າ​ທີ່​ຈະ​ພັນ​ລະ​ນາ​ໄດ້, ແລະ ໜ້າ​ຂອງ​ເພິ່ນ​ຄື​ກັນ​ກັບ ຟ້າ​ແມບ​ເຫລື້ອມ​ແທ້ໆ. ຫ້ອງ​ນັ້ນ​ສະ​ຫວ່າງ​ຢ່າງ​ຍິ່ງ, ແຕ່​ວ່າ​ຍັງ​ບໍ່​ເທົ່າ​ກັບ​ຄວາມ​ສະ​ຫວ່າງ​ທີ່​ຢູ່​ອ້ອມ​ຕົວ​ຂອງ​ເພິ່ນ. ເມື່ອ​ຂ້າ​ພະ​ເຈົ້າ​ຫລຽວ​ເຫັນ​ເພິ່ນ, ທຳ​ອິດ​ຂ້າ​ພະ​ເຈົ້າ​ກໍ ຢ້ານ; ແຕ່​ບໍ່​ດົນ​ຄວາມ​ຢ້ານ​ນັ້ນ​ກໍ​ຫາຍ​ໄປ.

33 ເພິ່ນ​ໄດ້​ເອີ້ນ ຊື່​ຂ້າ​ພະ​ເຈົ້າ ແລະ ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ແມ່ນ​ທູດ​ສະຫວັນ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ໃຫ້​ມາ​ຫາ​ຂ້າ​ພະ​ເຈົ້າ, ແລະ ວ່າ​ເພິ່ນ​ຊື່ ໂມ​ໂຣ​ໄນ; ວ່າ​ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ; ແລະ ບອກ​ວ່າ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ຈະ​ມີ​ຢູ່​ທັງ​ທາງ​ດີ ແລະ ທາງ​ຊົ່ວ ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ແລະ ທຸກ​ພາ​ສາ, ຫລື ວ່າ​ຊື່​ຂອງ​ຂ້າພະ​ເຈົ້າ​ຈະ​ຖືກ​ເວົ້າ​ເຖິງ​ໃນ​ທາງ​ດີ ແລະ ທາງ​ຊົ່ວ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ.

34 ເພິ່ນ​ໄດ້​ບອກ​ວ່າ ມັນ​ມີ ໜັງ​ສື​ເຫລັ້ມ​ໜຶ່ງ​ຝັງ​ຢູ່, ທີ່​ຖືກ​ຂຽນ​ໄວ້​ໃນ ແຜ່ນ​ຈາລຶກ​ຄຳ, ຊຶ່ງ​ໃຫ້​ເລື່ອງ​ລາວ​ຂອງ​ຜູ້​ເຄີຍ​ອາ​ໄສ​ຢູ່​ໃນ​ທະ​ວີບ​ນີ້​ໃນ​ສະ​ໄໝ​ກ່ອນ ແລະ ເລື່ອງ​ຖິ່ນ​ກຳເນີດ​ຂອງ​ຄົນ​ເຫລົ່າ​ນັ້ນ. ເພິ່ນ​ໄດ້​ບອກ​ອີກ​ວ່າ ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ ມີ​ຢູ່​ໃນ​ໜັງ​ສື​ນັ້ນ ຕາມ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະທານ​ໃຫ້​ຜູ້​ອາ​ໄສ​ຢູ່​ໃນ​ສະ​ໄໝ​ບູຮານ;

35 ຍັງ​ມີ​ຫີນ​ສອງ​ກ້ອນ​ຕິດ​ຢູ່​ກັບ​ຄັນ​ທະ​ນູ​ທີ່​ເຮັດ​ດ້ວຍ​ເງິນ​ອີກ—ແລະ ຫີນ​ສອງ​ກ້ອນ​ນີ້, ຊຶ່ງ​ຕິດ​ຢູ່​ກັບ ແຜ່ນ​ປົກ​ເອິກ, ປະກອບ​ເປັນ​ສິ່ງ​ທີ່​ເອີ້ນ​ວ່າ ອຸລີມ ແລະ ທຸມມີມ—​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ແຜ່ນ​ຈາລຶກ; ການ​ເປັນ​ເຈົ້າ​ຂອງ ແລະ ການ​ໃຊ້​ຫີນ​ສອງ​ກ້ອນ​ນີ້ ເປັນ​ສ່ວນ​ປະກອບ​ຂອງ​ການ​ເປັນ “ ຜູ້​ພະ​ຍາ​ກອນ” ໃນ​ສະ​ໄໝ​ບູຮານ ຫລື ສະ​ໄໝ​ກ່ອນ; ແລະ ວ່າ​ພຣະ​ເຈົ້າ​ໄດ້​ຕຽມ​ຫີນ​ສອງ​ກ້ອນ​ນີ້​ໄວ້ ເພື່ອ​ຈຸດ​ປະສົງ​ໃນ​ການ​ແປ​ໜັງ​ສື​ເຫລັ້ມ​ນີ້.

36 ຫລັງ​ຈາກ​ເພິ່ນ​ໄດ້​ເລົ່າ​ເລື່ອງ​ເຫລົ່າ​ນີ້​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ແລ້ວ, ເພິ່ນ​ກໍ​ໄດ້​ເລີ່ມ​ອ້າງ​ເຖິງ​ຄຳ​ທຳ​ນາຍ​ຈາກ ພຣະ​ຄຳ​ພີ​ເດີມ. ທຳ​ອິດ​ເພິ່ນ​ໄດ້​ອ້າງ​ເຖິງ​ຕອນ​ໜຶ່ງ​ໃນ ບົດ​ທີ​ສາມ​ຂອງ​ມາ​ລາ​ກີ; ແລະ ເພິ່ນ​ໄດ້​ອ້າງ​ເຖິງ​ບົດ​ທີ​ສີ່ ຫລື ບົດ​ສຸດ​ທ້າຍ​ຂອງ​ຄຳ​ທຳ​ນາຍ​ດຽວ​ກັນ​ນັ້ນ​ນຳ​ອີກ, ແຕ່​ມັນ​ຜິດ​ພ້ຽນ​ໄປ​ຈາກ​ທີ່​ມີ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ພວກ​ເຮົາ​ໜ້ອຍ​ໜຶ່ງ. ແທນ​ທີ່​ຈະ​ກ່າວ​ຂໍ້​ທຳ​ອິດ​ຕາມ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ, ເພິ່ນ​ໄດ້​ອ້າງ​ເຖິງ​ຂໍ້​ນັ້ນ​ໄວ້​ດັ່ງ​ນີ້:

37 ເພາະ​ຈົ່ງ​ເບິ່ງ, ວັນ​ຈະ​ມາ​ເຖິງ ຊຶ່ງ​ຈະ ເຜົາ​ໄໝ້​ເໝືອນ​ເຕົາ​ອົບ ແລະ ຄົນ​ທີ່​ອວດ​ດີ​ທັງ​ໝົດ, ແທ້​ຈິງ​ແລ້ວ, ແລະ ຄົນ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ ຈະ​ໄໝ້​ຄື​ກັນ​ກັບ ເຟືອງ​ເຂົ້າ. ຈອມ​ໂຍທາ​ໄດ້​ກ່າວ​ໄວ້​ວ່າ ມັນ​ຈະ​ໄໝ້​ພວກ​ນັ້ນ​ທັງ​ໝົດ​ເໝືອນ​ໃໝ້​ຕົ້ນ​ໄມ້. ມັນ​ຈະ​ບໍ່​ເຫລືອ​ແມ່ນ​ແຕ່​ຮາກ ຫລື ກິ່ງ​ກ້ານ​ໄວ້​ເລີຍ.

38 ແລະ ເພິ່ນ​ໄດ້​ອ້າງ​ເຖິງ​ຂໍ້​ທີ​ຫ້າ​ອີກ​ດັ່ງ​ນີ້: ຈົ່ງ​ເບິ່ງ, ເຮົາ​ຈະ​ເປີດ​ເຜີຍ ຖານະ​ປະ​ໂລ​ຫິດ​ແກ່​ເຈົ້າ​ໂດຍ​ມື​ຂອງ​ສາດ​ສະ​ດາ ເອລີ​ຢາ ກ່ອນ​ມື້ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ.

39 ເພິ່ນ​ໄດ້​ອ້າງ​ເຖິງ​ຂໍ້​ຕໍ່​ໄປ​ຕື່ມ​ອີກ​ໂດຍ​ຜິດ​ພ້ຽນ​ໄປ​ແດ່​ໜ້ອຍ​ໜຶ່ງ​ວ່າ: ແລະ ເພິ່ນ​ຈະ​ເອົາ ຄຳ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ໃສ່​ໄວ້​ໃນ​ຈິດ​ໃຈ​ຂອງ​ລູກ​ຫລານ ແລ້ວຫົວ​ໃຈ​ຂອງ​ລູກ​ຫລານ​ຈະ ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ. ຖ້າ​ບໍ່​ດັ່ງ​ນັ້ນ​ທັງ​ໂລກ​ກໍ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ ເວລາ​ພຣະ​ອົງ​ສະ​ເດັດ​ມາ.

40 ນອກ​ເໜືອ​ໄປ​ຈາກ​ຂໍ້​ນີ້​ແລ້ວ, ເພິ່ນ​ຍັງ​ໄດ້​ອ້າງ​ເຖິງ​ເອຊາ​ຢາ ບົດ​ທີ​ສິບ​ເອັດນຳ​ອີກ, ໂດຍ​ກ່າວ​ວ່າ ມັນ​ກຳ​ລັງ​ຈະ​ເກີດ​ເປັນ​ຈິງ​ແລ້ວ. ເພິ່ນ​ໄດ້​ອ້າງ​ເຖິງ​ກິດ​ຈະ​ການ ບົດ​ທີ​ສາມ ຂໍ້​ທີ​ຊາວ​ສອງ ແລະ ຂໍ້​ທີ​ຊາວ​ສາມ​ນຳ​ອີກ ຊຶ່ງ​ຄື​ກັນ​ກັບ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່. ເພິ່ນ​ໄດ້​ເວົ້າ​ວ່າ ສາດ​ສະ​ດາ​ນັ້ນ​ຄື ພຣະ​ຄຣິດ; ແຕ່​ວັນ “ຜູ້​ທີ່​ບໍ່​ຍອມ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຈະ​ຖືກ ຕັດ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ,” ນັ້ນ ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ເທື່ອ, ແຕ່​ມັນ​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້.

41 ເພິ່ນ​ໄດ້​ອ້າງ​ເຖິງ ໂຢ​ເອນ ບົດ​ທີ​ສອງ​ນຳ​ອີກ, ຕັ້ງ​ແຕ່​ຂໍ້​ທີ​ຊາວ​ແປດ ເຖິງ​ຂໍ້​ສຸດ​ທ້າຍ. ເພິ່ນ​ໄດ້​ກ່າວ​ອີກ​ວ່າ ເລື່ອງ​ນີ້​ຍັງ​ບໍ່​ເກີດ​ຂຶ້ນ​ເທື່ອ, ແຕ່​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ແລະ ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ ບໍ່​ດົນ ຄົນ​ຕ່າງ​ຊາດ​ກໍ​ຈະ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ. ເພິ່ນ​ໄດ້​ອ້າງ​ເຖິງ​ຂໍ້​ຄວາມ​ອື່ນໆ​ຈາກ​ພຣະ​ຄຳ​ພີ​ຫລາຍ​ຂໍ້ ແລະ ໃຫ້​ຄຳ​ອະ​ທິ​ບາຍ​ໄວ້​ຢ່າງ​ຫລວງ​ຫລາຍ ຊຶ່ງ​ບໍ່​ອາດ​ສາ​ມາດ​ກ່າວ​ໄວ້​ໃນ​ນີ້.

42 ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ອີກ​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ແຜ່ນ​ຈາລຶກ​ເຫລົ່າ​ນັ້ນ​ທີ່​ເພິ່ນ​ກ່າວ​ເຖິງ—ເພາະ​ເວລາ​ທີ່​ຈະ​ໄດ້​ຮັບ​ຍັງ​ບໍ່​ທັນ​ມາ​ເຖິງ​ເທື່ອ—ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເອົາ​ໃຫ້​ຄົນ​ໃດ​ເບິ່ງ; ທັງ​ແຜ່ນ​ປົກ​ເອິກ​ກັບ​ອຸລີມ ແລະ ທຸມມີມ ນັ້ນ​ຄື​ກັນ; ນອກ​ຈາກ​ກັບ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ບັນ​ຊາ​ໃຫ້​ເຮັດ​ເທົ່າ​ນັ້ນ; ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ຂືນ​ເຮັດ ຂ້າ​ພະ​ເຈົ້າ​ກໍ​ຈະ​ຖືກ​ທຳ​ລາຍ. ຂະນະ​ທີ່​ເພິ່ນ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ແຜ່ນ​ຈາລຶກ​ຢູ່​ນັ້ນ, ພາບ​ກໍ​ບ​ັງ​ເກີດ​ຂຶ້ນ​ໃນ ຄວາມ​ນຶກ​ຄິດຂອງ​ຂ້າ​ພະ​ເຈົ້າ ຈົນ​ຫລຽວ​ເຫັນ​ສະຖານ​ທີ່ ບ່ອນ​ແຜ່ນ​ຈາລຶກ​ຖືກ​ຝັງ​ໄວ້, ແລະ ເຫັນ​ຢ່າງ​ແຈ່ມ​ແຈ້ງ ແລະ ຊັດ​ເຈນ​ດີ​ຈົນ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ບ່ອນ​ນັ້ນ​ທັນ​ທີ ເມື່ອ​ເວລາ​ໄປ​ເຖິງ.

43 ຫລັງ​ຈາກ​ສົນ​ທະ​ນາ​ກັນ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ໃນ​ຫ້ອງ​ເລີ່ມ​ລວມ​ຕົວ​ກັນ​ເຂົ້າ​ມາ​ຮອບໆ ໃກ້​ຕົວ​ຂອງ​ຜູ້​ທີ່​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ແລະ ຄົງ​ເປັນ​ຢູ່​ຕໍ່​ໄປ​ແນວ​ນັ້ນ​ຈົນ​ວ່າ​ຫ້ອງ​ມືດ​ລົງ​ອີກ, ນອກ​ຈາກ​ທີ່​ຢູ່​ຮອບ​ຕົວ​ຂອງ​ເພິ່ນ; ໃນ​ທັນ​ໃດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ, ຄື​ກັບ​ວ່າ ເປັນ​ທາງ​ຂຶ້ນ​ໄປ​ສູ່​ສະຫວັນ, ແລະ ເພິ່ນ​ໄດ້​ກັບ​ຂຶ້ນ​ໄປ​ຈົນ​ລັບ​ສາຍ​ຕາ, ແລະ ຫ້ອງ​ກໍ​ກັບ​ຄືນ​ສູ່​ສະພາບ​ເດີມ​ເໝືອນ​ກ່ອນ​ທີ່​ແສງ​ສະ​ຫວ່າງ​ຈາກ​ສະຫວັນ​ມາ​ປະກົດ.

44 ຂ້າ​ພະ​ເຈົ້າ​ໄດ້​ນອນ​ຄິດ​ເຖິງ​ສິ່ງ​ແປກ​ປະ​ຫລາດ​ຂອງ​ເຫດ​ການ​ນີ້, ແລະ ປະ​ຫລາດ​ໃຈ​ຫລາຍ​ໃນ​ເລື່ອງ​ທີ່​ທູດ​ພິ​ເສດ​ຜູ້​ນີ້​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ; ຂະນະ​ທີ່​ກຳ​ລັງ ໃຊ້​ຄວາມ​ຄິດຢູ່, ທັນ​ໃດ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ​ສະ​ຫວ່າງ​ຂຶ້ນ​ອີກ, ແລະ ໃນ​ທັນ​ໃດ​ນັ້ນ, ຄື​ກັບ​ວ່າ ທູດ​ສະຫວັນ​ຜູ້​ເກົ່າ ກໍ​ໄດ້​ມາ​ຢືນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ອີກ.

45 ເພິ່ນ​ໄດ້​ເລີ່ມ​ຕົ້ນ, ແລະ ເລົ່າ​ເຖິງ​ເລື່ອງ​ດຽວ​ກັນ​ນັ້ນ ຊຶ່ງ​ເພິ່ນ​ໄດ້​ເຮັດ ຕອນ​ເພິ່ນ​ມາ​ຢ້ຽມ​ຢາມ​ເທື່ອ​ກ່ອນ, ໂດຍ​ບໍ່​ຜິດ​ພ້ຽນ​ຈັກ​ໜ້ອຍ​ເລີຍ; ຊຶ່ງ​ເມື່ອ​ເລົ່າ​ຈົບ​ແລ້ວ, ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ການ​ພິ​ພາກ​ສາ​ອັນ​ຍິ່ງ​ໃຫຍ່ ທີ່​ກຳ​ລັງ​ຈະ​ມາ​ສູ່​ໂລກ​ນີ້, ພ້ອມ​ດ້ວຍ​ການ​ເຮັດ​ໃຫ້​ເປົ່າ​ປ່ຽວ​ຢ່າງ​ໃຫຍ່​ຫລວງ​ດ້ວຍ​ຄວາມ​ອຶດ​ຢາກ, ດ້ວຍ​ດາບ, ແລະ ດ້ວຍ​ພະ​ຍາດ​ໂລ​ຄາ; ແລະ ວ່າ​ການ​ພິ​ພາກ​ສາ​ອັນ​ໜ້າ​ເສົ້າ​ສະ​ຫລົດ​ໃຈ​ຈະ​ມາ​ສູ່​ໂລກ​ກັບ​ຄົນ​ລຸ້ນ​ນີ້. ເມື່ອ​ເລົ່າ​ເລື່ອງ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ກັບ​ຂຶ້ນ​ໄປ​ສະຫວັນ​ອີກ​ຄື​ກັນ​ກັບ​ເທື່ອ​ກ່ອນ.

46 ໃນ​ເວລາ​ນັ້ນ, ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນ​ໃນ​ຄວາມ​ນຶກ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ເລິກ​ຊຶ້ງ​ຫລາຍ​ຈົນ​ບໍ່​ອາດ​ຈະ​ຫລັບ​ໄດ້ ແລະ ນອນ​ຢູ່​ໃນ​ຄວາມ​ປະ​ຫລາດ​ໃຈ​ຢ່າງ​ຖ້ວມ​ລົ້ນ ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ. ແຕ່​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຫລາຍ​ເມື່ອ​ເຫັນ​ທູດ​ຜູ້​ດຽວ​ກັນ​ນັ້ນ ມາ​ຢືນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ອີກ, ແລະ ໄດ້​ຍິນ​ເພິ່ນ​ກ່າວ​ທວນ​ຄືນ ຫລື ກ່າວ​ຊ້ຳ​ຄຳ​ເກົ່າ ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ອີກ ເຖິງ​ເລື່ອງ​ດຽວ​ກັນ​ກັບ​ເທື່ອ​ກ່ອນ; ແລະ ຍັງ​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ຊາຕານ​ຈະ​ພະ​ຍາ​ຍາມ ລໍ້​ລວງ​ຂ້າ​ພະ​ເຈົ້າ (ເນື່ອງ​ຈາກ​ສະພາບ​ຄວາມ​ຍາກ​ຈົນ​ຂອງ​ຄອບ​ຄົວ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ), ໃຫ້​ເອົາ​ແຜ່ນ​ຈາລຶກ​ໄປ ເພື່ອ​ຈຸດ​ປະສົງ​ທີ່​ຈະ​ສ້າງ​ຄວາມ​ຮັ່ງ​ມີ. ເລື່ອງ​ນີ້​ເພິ່ນ​ຫ້າມ​ຂ້າ​ພະ​ເຈົ້າ​ໂດຍ​ກ່າວ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ບໍ່​ມີ​ຈຸດ​ປະສົງ​ຢ່າງ​ອື່ນ ໃນ​ການ​ໄດ້​ແຜ່ນ​ຈາລຶກ​ນັ້ນ​ມາ ນອກ​ຈາກ​ເພື່ອ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ​ເທົ່າ​ນັ້ນ, ແລະ ຕ້ອງ​ບໍ່​ຕົກ​ຢູ່​ໃນ​ອິດ​ທິ​ພົນ​ຂອງ ຄວາມ​ມຸ້ງ​ໝາຍ​ອື່ນ​ໃດ ນອກ​ຈາກ​ເພື່ອ​ການ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ; ຖ້າ​ບໍ່​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ເອົາ​ແຜ່ນ​ຈາລຶກ​ມາ​ບໍ່​ໄດ້.

47 ຫລັງ​ຈາກ​ການ​ມາ​ຢ້ຽມ​ຢາມ​ເທື່ອ​ທີ​ສາມ​ນີ້, ເພິ່ນ​ກໍ​ກັບ​ຂຶ້ນ​ສູ່​ສະຫວັນ​ຄື​ກັນ​ກັບ​ເທື່ອ​ກ່ອນ, ແລະ ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ຄວາມ​ແປກ​ປະ​ຫລາດ​ນຳ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ປະ​ສົບ​ມາ; ເກືອບ​ໃນ​ທັນ​ທີ ຫລັງ​ຈາກ​ທູດ​ສະຫວັນ​ໄດ້​ໄປ​ຈາກ​ຂ້າ​ພະ​ເຈົ້າ​ເທື່ອ​ທີ​ສາມ, ໄກ່​ກໍ​ຂັນ ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ໃກ້​ຈະ​ເປັນ​ມື້​ໃໝ່​ແລ້ວ. ດັ່ງ​ນັ້ນ ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ແມ່ນ​ໃຊ້​ເວລາ​ຕະຫລອດ​ທັງ​ຄືນ​ເລີຍ.

48 ບໍ່​ດົນ​ຫລັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ລຸກ​ຂຶ້ນ​ຈາກ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ອອກ​ໄປ​ເຮັດ​ວຽກ​ຕາມ​ປົກ​ກະ​ຕິ, ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເຮັດ​ວຽກ​ຄື​ກັນ​ກັບ​ມື້​ອື່ນໆ, ຂ້າ​ພະ​ເຈົ້າ​ພົບ​ວ່າ​ໝົດ​ກຳ​ລັງ​ຈົນ​ເຮັດ​ຕໍ່​ໄປ​ບໍ່​ໄຫວ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ກຳ​ລັງ​ເຮັດ​ວຽກ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມີ​ອັນ​ໃດ​ອັນ​ໜຶ່ງ​ຜິດ​ປົກ​ກະ​ຕິ​ກັບ​ຂ້າ​ພະ​ເຈົ້າ, ຈຶ່ງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ບ້ານ. ຂ້າ​ພະ​ເຈົ້າ​ອອກ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ກັບ​ບ້ານ; ແຕ່​ເວລາ​ທີ່​ພະ​ຍາ​ຍາມ​ຂ້າມ​ຮົ້ວ​ອອກ​ຈາກ​ໄຮ່​ທີ່​ພວກ​ເຮົາ​ຢູ່, ຂ້າ​ພະ​ເຈົ້າ​ກໍ​ໝົດ​ແຮງ, ແລະ ລົ້ມ​ລົງ​ແຜ່​ຢູ່​ກັບ​ພື້ນ​ດິນ, ແລະ ໝົດ​ສະ​ຕິ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ.

49 ສິ່ງ​ທຳ​ອິດ​ທີ່​ຈື່​ໄດ້​ຄື​ສຽງ​ທີ່​ກ່າວ​ກັບ​ຂ້າ​ພະ​ເຈົ້າ ແລະ ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ຂຶ້ນ, ແລະ ເຫັນ​ທູດ​ຜູ້​ເກົ່າ​ນັ້ນ​ຢືນ​ຢູ່​ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ, ມີ​ແສງ​ສະ​ຫວ່າງ​ຢູ່​ອ້ອມ​ຮອບ ຄື​ກັນ​ກັບ​ເທື່ອ​ກ່ອນ. ແລ້ວ​ເພິ່ນ​ໄດ້​ເວົ້າ​ເລື່ອງ​ທັງ​ໝົດ ທີ່​ໄດ້​ເລົ່າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ ເມື່ອ​ມື້​ຄືນ​ນີ້​ອີກ, ແລະ ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນ​ໄປ​ຫາ ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ບອກ​ເພິ່ນ​ກ່ຽວ​ກັບ​ພາບ ແລະ ຄຳ​ສັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ.

50 ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຕາມ; ຂ້າ​ພະ​ເຈົ້າ​ໄດ້​ກັບ​ໄປ​ຫາ​ພໍ່​ໃນ​ໄຮ່, ແລະ ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ເພິ່ນ​ຟັງ. ເພິ່ນ​ຕອບ​ຂ້າ​ພະ​ເຈົ້າ​ວ່າ ມັນ​ເປັນ​ເລື່ອງ​ຂອງ​ພຣະ​ເຈົ້າ, ແລະ ບອກ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ທູດ​ສັ່ງ. ຂ້າ​ພະ​ເຈົ້າ​ຈຶ່ງ​ອອກ​ຈາກ​ໄຮ່, ແລະ ໄປ​ຫາ​ບ່ອນ​ທີ່​ທູດ​ບອກ​ຂ້າ​ພະ​ເຈົ້າ​ວ່າ​ມີ​ແຜ່ນ​ຈາລຶກ​ຝັງ​ຢູ່; ແລະ ເພາະ​ເນື່ອງ​ຈາກ​ຄວາມ​ແຈ່ມ​ແຈ້ງ​ຂອງ​ພາບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກ່ຽວ​ກັບ​ບ່ອນ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ຈັກ​ບ່ອນ​ນັ້ນ​ທັນ​ທີ ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ເຖິງ.

51 ໃກ້​ໝູ່​ບ້ານ​ແມນເຈດ​ສະເຕີ, ເຂດ​ອອນແທ​ຣິໂອ, ລັດ​ນິວຢອກ, ມີ ພູ​ຂະ​ໜາດ​ໃຫຍ່​ໜ່ວຍ​ໜຶ່ງ ແລະ ສູງ​ກວ່າ​ພູ​ໜ່ວຍ​ອື່ນໆ​ທີ່​ຢູ່​ໃກ້​ຄຽງ. ທາງ​ດ້ານ​ຕາ​ເວັນ​ຕົກ​ຂອງ​ພູ​ໜ່ວຍ​ນີ້, ບໍ່​ໄກ​ຈາກ​ຈອມ​ພູ​ຫລາຍ​ປານ​ໃດ, ຢູ່​ກ້ອງ​ກ້ອນ​ຫີນ​ຂະ​ໜາດ​ໃຫຍ່​ກ້ອນ​ໜຶ່ງ, ມີ​ແຜ່ນ​ຈາລຶກ​ວາງ​ຢູ່, ໃນ​ຫີບ​ທີ່​ເປັນ​ຫີນ. ຫີນ​ກ້ອນ​ນີ້​ໜາ ແລະ ທາງ​ກາງ​ຂອງ​ຫີນ​ນີ້​ໂຄ້ງ ແລະ ລາດ​ລົງ​ໄປ​ຫາ​ຂອບ, ຈົນ​ຫລຽວ​ເຫັນ​ທາງ​ກາງ​ຂອງ​ມັນ​ໄດ້​ຈາກ​ໜ້າ​ດິນ, ແຕ່​ດິນ​ປິດ​ຮອບ​ຂອບ​ໄວ້​ທັງ​ໝົດ.

52 ເມື່ອ​ຂຸດ​ດິນ​ອອກ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຫາ​ໄມ້​ລຳ​ໜຶ່ງ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສອດ​ມັນ​ລົງ​ກ້ອງ​ຂອບ​ຫີນ, ແລະ ດ້ວຍ​ການ​ອອກ​ແຮງ​ພຽງ​ເລັກ​ໜ້ອຍ ກໍ​ງັດ​ມັນ​ຂຶ້ນ​ໄດ້. ຂ້າ​ພະ​ເຈົ້າ​ຫລຽວ​ເຂົ້າ​ໄປ​ໃນ​ບ່ອນ​ນັ້ນ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຫັນ ແຜ່ນ​ຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນ​ປົກ​ເອິກ, ຕາມ​ທີ່​ທູດ​ບອກ​ໄວ້. ຫີບ​ທີ່​ມີ​ຂອງ​ເຫລົ່າ​ນີ້​ເຮັດ​ຂຶ້ນ​ໂດຍ​ການ​ວາງ​ຫີນ​ລຽນ​ໄວ້​ໃນ​ຊີ​ມັງ​ຊະ​ນິດ​ໜຶ່ງ. ຢູ່​ກົ້ນ​ຫີບ​ມີ​ຫີນ​ຢູ່​ສອງ​ກ້ອນ ວາງ​ຢູ່​ທາງ​ຂວາງ​ຂອງ​ຫີບ, ແລະ ແຜ່ນ​ຈາລຶກ​ກັບ​ສິ່ງ​ຂອງ​ອື່ນໆ​ຊຶ່ງ​ຢູ່​ນຳ​ກັນ ວາງ​ຢູ່​ເທິງ​ຫີນ​ສອງ​ກ້ອນ​ນີ້.

53 ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເອົາ​ມັນ​ອອກ​ມາ, ແຕ່​ທູດ​ໄດ້​ຫ້າມ​ໄວ້, ແລະ ບອກ​ອີກ​ວ່າ ຍັງ​ບໍ່​ທັນ​ເຖິງ​ເວລາ​ທີ່​ຈະ​ນຳ​ມັນ​ອອກ​ມາ, ຈົນ​ກວ່າ​ເວລາ​ອີກ​ສີ່​ປີ​ນັບ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ໄປ; ແຕ່​ເພິ່ນ​ບອກ​ຂ້າ​ພະ​ເຈົ້າ​ອີກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ມາ​ບ່ອນ​ນັ້ນ ເມື່ອ​ເຖິງ​ວັນ​ຄົບ​ຮອບ​ແຕ່​ລະ​ປີ, ແລະ ວ່າ​ເພິ່ນ​ຈະ​ມາ​ພົບ​ກັບ​ຂ້າ​ພະ​ເຈົ້າ​ຢູ່​ບ່ອນ​ນັ້ນ, ແລະ ວ່າ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ເຮັດ​ແນວ​ນັ້ນ​ໄປ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ຈາລຶກ.

54 ຕາມ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄປ​ເມື່ອ​ຄົບ​ກຳ​ນົດ​ທຸກ​ປີ​ຕາມ​ທີ່​ໄດ້​ຮັບ​ຄຳ​ສັ່ງ, ແລະ ແຕ່​ລະ​ເທື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ທູດ​ອົງ​ເກົ່າ ຢູ່​ບ່ອນ​ນັ້ນ, ແລະ ໄດ້​ຮັບ​ຄຳ​ແນະນຳ ແລະ ຄວາມ​ຮູ້​ແຈ້ງ​ຈາກ​ເພິ່ນ​ທຸກໆ​ເທື່ອ, ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ, ແລະ ກ່ຽວ​ກັບ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ດຳ​ເນີນ​ໄປ​ແນວ​ໃດ ແລະ ໂດຍ​ວິ​ທີ​ໃດ​ໃນ​ຍຸກ​ສຸດ​ທ້າຍ.

ໂຈເຊັບ ສະມິດ ແຕ່ງ​ງານ​ກັບ​ນາງ​ເອມມາ ເຮວ—​ເພິ່ນ​ໄດ້​ຮັບ​ແຜ່ນ​ຈາລຶກ​ຄຳ​ຈາກ​ໂມ​ໂຣ​ໄນ ແລະ ແປ​ອັກຂະລະ​ບາງ​ສ່ວນ—ມາຕິນ ແຮຣິສ ສະແດງ​ອັກຂະລະ ແລະ ການ​ແປ​ຕໍ່​ອາ​ຈານ​ແອນ​ທັນ, ຜູ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ອ່ານ​ໜັງ​ສື​ທີ່​ຜະ​ນຶກ​ໄວ້.” (ຂໍ້​ທີ 55–65.)

55 ເນື່ອງ​ຈາກ​ວ່າ ຖານະ​ຄວາມ​ເປັນ​ຢູ່​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຍາກ​ຈົນ​ທີ່​ສຸດ, ພວກ​ເຮົາ​ຈຶ່ງ​ຕ້ອງ​ເຮັດ​ວຽກ​ງານ​ດ້ວຍ​ແຮງ​ມື, ຮັບ​ຈ້າງ​ງານ​ລາຍ​ວັນ, ແລະ ເຮັດ​ວຽກ​ງານ​ອື່ນໆ​ເທົ່າ​ທີ່​ພວກ​ເຮົາ​ຈະ​ມີ​ໂອ​ກາດ. ບາງ​ເທື່ອ​ພວກ​ເຮົາ​ໄດ້​ຢູ່​ກັບ​ຄອບ​ຄົວ, ແລະ ບາງ​ເທື່ອ​ກໍ​ໄດ້​ຈາກ​ຄອບ​ຄົວ​ໄປ​ເຮັດ​ວຽກ​ງານ​ຢູ່​ໄກ, ແລະ ໂດຍ​ການ​ເຮັດ​ວຽກ​ງານ​ຕະຫລອດ​ເວລາ ພວກ​ເຮົາ​ຈຶ່ງ​ມີ​ພໍ​ຢູ່​ພໍ​ກິນ​ແດ່​ໜ້ອຍ​ໜຶ່ງ.

56 ໃນປີ 1823 ຄອບ​ຄົວ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ຄວາມ​ທຸກ​ອັນ​ໃຫຍ່​ຫລວງ​ເພາະ​ການ​ຕາຍ ຂອງ​ອ້າຍ​ກົກ​ຂອງ​ຂ້າ​ພະ​ເຈົ້າ, ອາລ໌​ວິນ. ໃນ​ເດືອນ​ຕຸລາ, ປີ 1825, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮັບ​ຈ້າງ​ນຳ​ສຸ​ພາບ​ບຸ​ລຸດ​ແກ່​ຊະ​ລາ​ຄົນ​ໜຶ່ງ​ຊື່​ວ່າ ໂຈ​ໄຊ​ຢາ ສະໂຕລ໌, ຜູ້​ອາ​ໄສ​ຢູ່​ໃນ​ເຂດ​ເຊີນັງໂກ, ລັດ​ນິວຢອກ. ເພິ່ນ​ໄດ້​ຍິນ​ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ສະເປນ​ເປີດ​ເໝືອງ​ເງິນ​ຢູ່​ເມືອງ​ຮາມ​ໂມ​ນີ, ເຂດ​ຊັສຄູ​ຮັນນາ, ລັດ​ເພັນໂຊ​ເວເນຍ; ແລະ ກ່ອນ​ເພິ່ນ​ຈະ​ຈ້າງ​ຂ້າ​ພະ​ເຈົ້າ, ເພິ່ນ​ໄດ້​ຂຸດ​ຊອກ​ຫາ, ຖ້າ​ເປັນ​ໄປ​ໄດ້, ເພື່ອ​ຈະ​ພົບ​ເໝືອງ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢູ່​ກັບ​ເພິ່ນ, ແລ້ວ​ເພິ່ນ​ໄດ້​ພາ​ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ຄົນ​ງານ​ທັງ​ໝົດ​ຂອງ​ເພິ່ນ​ໄປ​ຂຸດ​ເໝືອງ​ເງິນ, ຊຶ່ງ​ຢູ່​ບ່ອນ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ຕໍ່​ໄປ​ເກືອບ​ເຖິງ​ໜຶ່ງ​ເດືອນ, ໂດຍ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ທຳ​ງານ​ຂອງ​ພວກ​ເຮົາ; ແລະ ໃນ​ທີ່​ສຸດ​ຂ້າ​ພະ​ເຈົ້າ​ໄດ້​ເກ້ຍ​ກ່ອມ​ສຸ​ພາບ​ບຸ​ລຸດ​ແກ່​ຊະລາ​ຄົນ​ນັ້ນ​ໃຫ້​ເຊົາ​ການ​ຂຸດ​ຫາ​ເໝືອງ​ນັ້ນ. ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ເລື່ອງ​ລາວ​ແຜ່​ຂະຫຍາຍ​ອອກ​ໄປ​ກ່ຽວ​ກັບ​ການ​ເປັນ​ນັກ​ຂຸດ​ເງິນ​ຂອງ​ຂ້າ​ພະ​ເຈົ້າ.

57 ລະຫວ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈ້າງ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພັກ​ຢູ່​ກັບ​ທ່ານ​ໄອຊິກ ເຮວ ຢູ່​ທີ່​ນັ້ນ; ແມ່ນ​ຢູ່​ທີ່​ນັ້ນ​ແຫລະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ເທື່ອ​ທຳ​ອິດ (ລູກ​ສາວ​ຂອງ​ເພິ່ນ), ເອມມາ ເຮວ. ໃນ​ວັນທີ 18 ເດືອນ​ມັງກອນ, 1827, ພວກ​ເຮົາ​ໄດ້​ແຕ່ງ​ງານ​ກັນ, ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ທຳ​ງານ​ຢູ່​ນຳ​ທ່ານ​ສະໂຕລ໌.

58 ເນື່ອງ​ຈາກ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ຢືນ​ຢັນ​ຕໍ່​ໄປ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ທີ່​ມາ​ໃຫ້​ເຫັນ, ການ​ຂົ່ມ​ເຫັງ​ຈຶ່ງ​ຍັງ​ຕິດ​ຕາມ​ຂ້າ​ພະ​ເຈົ້າ​ມາ, ແລະ ຄອບ​ຄົວ​ຂອງ​ພໍ່​ຂອງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ພ້ອມ​ກັບ​ການ​ແຕ່ງ​ງານ​ຂອງ​ພວກ​ເຮົາ. ສະນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຈຳ​ເປັນ​ຕ້ອງ​ພາ​ນາງ​ໄປ​ບ່ອນ​ອື່ນ; ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຈາກ​ໄປ ແລະ ໄດ້​ແຕ່ງ​ງານ​ກັນ​ທີ່​ບ້ານ​ຂອງ​ທ່ານ​ສະແກວ ທາບຽວ, ໃນ​ຊ້າວເບນບຣີຈ໌; ເຂດ​ເຊີນັງໂກ, ລັດ​ນິວຢອກ. ທັນ​ທີ​ຫລັງ​ຈາກ​ການ​ແຕ່ງ​ງານ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ກໍ​ໄດ້​ຈາກ​ບ້ານ​ຂອງ​ທ່ານ​ສະໂຕລ໌, ແລະ ໄປ​ຍັງ​ບ້ານ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ແລະ ເຮັດ​ໄຮ່​ກັບ​ເພິ່ນ​ໃນ​ລະ​ດູ​ນັ້ນ.

59 ໃນ​ທີ່​ສຸດ​ກໍ​ເຖິງ​ເວລາ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນ​ປົກ​ເອິກ. ໃນ​ວັນທີ​ຊາວ​ສອງ, ເດືອນ​ກັນຍາ, ໜຶ່ງ​ພັນ​ແປດ​ຮ້ອຍ​ຊາວ​ເຈັດ, ໂດຍ​ທີ່​ໄດ້​ໄປ​ຫາ​ບ່ອນ​ຝັງ​ຂອງ​ເຫລົ່າ​ນັ້ນ​ຕາມ​ປົກ​ກະ​ຕິ​ເມື່ອ​ຄົບ​ຮອບ​ໜຶ່ງ​ປີ, ທູດ​ສະຫວັນ​ອົງ​ດຽວ​ກັນ​ນີ້​ກໍ​ໄດ້​ມອບ​ຂອງ​ເຫລົ່າ​ນັ້ນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ພ້ອມ​ກັບ​ຂໍ້​ຜູກ​ມັດ​ດັ່ງ​ນີ້​ວ່າ: ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຂອງ​ເຫລົ່າ​ນີ້ ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ປະ​ປ່ອຍ​ມັນ​ໄປ​ໂດຍ​ຄວາມ​ປະ​ໝາດ ຫລື ໂດຍ ການ​ລະ​ເລີຍ​ປະ​ການ​ໃດ, ຂ້າ​ພະ​ເຈົ້າ​ຈະ​ຖືກ​ຕັດ​ອອກ; ແຕ່​ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ທີ່​ຈະ ຮັກ​ສາ​ມັນ​ໄວ້, ຈົນ​ກວ່າ​ເພິ່ນ​ຜູ້​ເປັນ​ທູດ​ຈະ​ເອີ້ນ​ເອົາ​ມັນ​ຄືນ, ແລ້ວ​ຂອງ​ເຫລົ່າ​ນີ້​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ.

60 ໃນ​ບໍ່​ຊ້າ​ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພາ​ລະ​ອັນ​ເຂັ້ມ​ງວດ​ໃຫ້​ຮັກ​ສາ​ຂອງ​ເຫລົ່າ​ນີ້​ໄວ້​ໃຫ້​ປອດ​ໄພ, ແລະ ສິ່ງ​ທີ່​ທູດ​ໄດ້​ເວົ້າ​ໄວ້​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ເພິ່ນ​ຕ້ອງ​ການ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ແລ້ວ, ເພິ່ນ​ຈະ​ເອົາ​ຂອງ​ເຫລົ່າ​ນັ້ນ​ຄືນ​ໄປ. ທັນ​ທີ​ທີ່​ຄົນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂອງ​ເຫລົ່າ​ນັ້ນ​ມາ, ຜູ້​ຄົນ​ກໍ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ຈະ​ເອົາ​ມັນ​ໄປ​ຈາກ​ຂ້າ​ພະ​ເຈົ້າ. ກົນ​ອຸ​ບາຍ​ທຸກ​ຢ່າງ​ທີ່​ຄິດ​ຂຶ້ນ​ມາ​ໄດ້ ກໍ​ຈະ​ເຮັດ​ເພື່ອ​ເຈດ​ຕະ​ນາ​ນັ້ນ. ການ​ຂົ່ມ​ເຫັງ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ກວ່າ​ເກົ່າ, ແລະ ຜູ້​ຄົນ​ເຝົ້າ​ຄອຍ​ຢູ່​ຕະຫລອດ​ເວລາ​ເພື່ອ​ຈະ​ເອົາ​ມັນ​ໄປ. ແຕ່​ໂດຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ, ຂອງ​ເຫລົ່າ​ນີ້​ຈຶ່ງ​ຢູ່​ໃນ​ກຳ​ມື​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ປອດ​ໄພ. ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ໃຊ້​ຂອງ​ເຫລົ່າ​ນີ້​ເຮັດ​ໃຫ້​ພາ​ລະ​ທີ່​ຕ້ອງ​ການ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ສຳ​ເລັດ​ຕາມ​ທີ່​ຕົກ​ລົງ​ກັນ​ໄວ້. ເມື່ອ​ທູດ​ເອີ້ນ​ເອົາ​ມັນ​ຄືນ, ຂ້າ​ພະ​ເຈົ້າ​ກໍ​ສົ່ງ​ຂອງ​ເຫລົ່າ​ນີ້​ຄືນ​ໃຫ້​ເພິ່ນ; ແລະ ເພິ່ນ​ມີ​ຂອງ​ເຫລົ່າ​ນີ້​ຢູ່​ໃນ​ຄວາມ​ອາ​ລັກ​ຂາ​ຂອງ​ເພິ່ນ; ຈົນ​ເຖິງ​ມື້​ນີ້, ຄື​ວັນທີ​ສອງ​ຂອງ​ເດືອນ ພຶດສະພາ, ໜຶ່ງ​ພັນ​ແປດ​ຮ້ອຍ​ສາມ​ສິບ​ແປດ.

61 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ສັບ​ສົນ​ນີ້​ຍັງ​ຄົງ​ມີ​ຢູ່​ຕໍ່​ໄປ, ແລະ ຂ່າວ​ລື​ດ້ວຍ​ລີ້ນ​ນັບ​ພັນໆ​ມີ​ຢູ່​ຕະຫລອດ​ເວລາ​ໃນ​ການ​ແຜ່​ຂະ​ຫຍາຍ​ເລື່ອງ​ເທັດ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ແລະ ກ່ຽວ​ກັບ​ຕົວ​ຂ້າ​ພະ​ເຈົ້າ. ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຈະ​ເລົ່າ​ຈັກ​ເລື່ອງ​ໜຶ່ງ​ໃນ​ພັນ​ເລື່ອງ​ເຫລົ່າ​ນີ້, ກໍ​ຄົງ​ຈະ​ໄດ້​ເປັນ​ເຫລັ້ມໆ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ໄດ້​ຮ້າຍ​ແຮງ​ຂຶ້ນ​ເຖິງ​ຂະ​ໜາດ​ບໍ່​ສາ​ມາດ​ອົດ​ທົນ​ໄດ້ ຈົນ​ວ່າ​ຂ້າ​ພະ​ເຈົ້າ​ຈຳ​ເປັນ​ຕ້ອງ​ໄດ້​ອອກ​ຈາກ​ແມນເຈດ​ສະເຕີ, ແລະ ໄປ​ຍັງ​ເຂດ​ຊັສ​ຄູ​ຮັນນາ​ກັບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ລັດ​ເພັນໂຊ​ເວເນຍ. ໃນ​ຂະນະ​ທີ່​ຕຽມ​ຕົວ​ໄປ—​ໂດຍ​ທີ່​ຍາກ​ຈົນ, ແລະ ການ​ຂົ່ມ​ເຫັງ​ທີ່​ພວກ​ເຮົາ​ໄດ້​ຮັບ​ນັ້ນ​ໜັກ​ຫລາຍ​ຈົນ​ເກີນ​ກວ່າ​ທີ່​ພວກ​ເຮົາ​ຈະ​ເປັນ​ຢ່າງ​ອື່ນ​ໄດ້—​ໃນ​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຮົາ​ນັ້ນ, ພວກ​ເຮົາ​ໄດ້​ພົບ​ກັບ​ສຸ​ພາບ​ບຸ​ລຸດ​ຄົນໜຶ່ງ​ຊື່ວ່າ ມາຕິນ ແຮຣິສ, ຜູ້​ໄດ້​ມາ​ຫາ​ພວກ​ເຮົາ ແລະ ມອບ​ເງິນ​ຈຳນວນ​ຫ້າ​ສິບ​ໂດ​ລາ​ໃຫ້​ພວກ​ເຮົາ​ເພື່ອ​ຊ່ວຍ​ເຫລືອ​ພວກ​ເຮົາ​ໃນ​ການ​ເດີນ​ທາງ. ທ່ານ​ແຮຣິສ ອາ​ໄສ​ຢູ່​ເມືອງ​ພາໄມຣາ, ເຂດ​ເວນ, ລັດ​ນິວຢອກ, ແລະ ເປັນ​ເຈົ້າ​ຂອງ​ສວນ​ທີ່​ມີ​ຜູ້​ນັບ​ໜ້າ​ຖື​ຕາ​ຄົນ​ໜຶ່ງ.

62 ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ທັນ​ການ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ສາ​ມາດ​ໄປ​ເຖິງ​ສະຖານ​ທີ່​ອັນ​ເປັນ​ຈຸດ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເພັນໂຊ​ເວເນຍ; ແລະ ໃນ​ທັນ​ທີ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ກ່າຍ​ອັກຂະລະ​ຈາກ​ແຜ່ນ​ຈາລຶກ. ຂ້າ​ພະ​ເຈົ້າ​ໄດ້​ກ່າຍ​ໄວ້​ຫລາຍ​ເຕີບ, ແລະ ໂດຍ​ການ​ໃຊ້ ອຸລີມ ແລະ ທຸມມີມ ຂ້າ​ພະ​ເຈົ້າ​ໄດ້​ແປ​ຈຳນວນ​ໜຶ່ງ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃນ​ລະຫວ່າງ​ເວລາ​ໄປ​ເຖິງ​ບ້ານ​ພໍ່​ຂອງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ເດືອນ​ທັນວາ, ແລະ ເດືອນ​ກຸມພາ​ຕໍ່​ມາ.

63 ມື້​ໜຶ່ງ​ໃນ​ເດືອນ​ກຸມພາ​ນີ້, ທ່ານ​ມາຕິນ ແຮຣິສ ທີ່​ກ່າວ​ມາ​ກ່ອນ​ນັ້ນ ໄດ້​ມາ​ບ້ານ​ຂອງ​ພວກ​ເຮົາ, ຮັບ​ເອົາ​ອັກ​ຂະລະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າຍ​ຈາກ​ແຜ່ນ​ຈາລຶກ, ແລະ ໄດ້​ເອົາ​ມັນ​ໄປ​ເມືອງ​ນິວຢອກ. ສຳ​ລັບ​ເລື່ອງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເພິ່ນ ແລະ ອັກ​ຂະລະ​ເຫລົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ອ້າງ​ເຖິງ​ເລື່ອງ​ລາວ​ຈາກ​ສະຖາ​ນະ​ການ​ຂອງ​ເພິ່ນ​ເອງ, ດັ່ງ​ທີ່​ເພິ່ນ​ໄດ້​ເລົ່າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ຫລັງ​ຈາກ​ເພິ່ນ​ໄດ້​ກັບ​ຄືນ​ມາ, ຊຶ່ງ​ມີ​ດັ່ງ​ນີ້:

64 “ຂ້າ​ພະ​ເຈົ້າ​ໄດ້​ໄປ​ເມືອງ​ນິວຢອກ, ແລະ ໄດ້​ສະແດງ​ອັກ​ຂະລະ​ຊຶ່ງ​ແປ​ແລ້ວ, ພ້ອມ​ກັບ​ຄຳ​ແປ​ອັກ​ຂະລະ​ດັ່ງ​ກ່າວ, ຕໍ່​ອາ​ຈານ​ຊາ​ລີ ແອນ​ທັນ, ສຸ​ພາບ​ບຸ​ລຸດ​ຜູ້​ມີ​ຊື່​ສຽງ​ໃນ​ຄວາມ​ຊ່ຽວ​ຊານ​ທາງ​ດ້ານ​ພາ​ສາ. ອາ​ຈານ​ແອນ​ທັນ​ໄດ້​ກ່າວ​ວ່າ ຄຳ​ແປ​ນັ້ນ​ຖືກ​ຕ້ອງ, ດີ​ກວ່າ​ການ​ແປ​ໃດໆ​ຈາກ​ພາ​ສາ​ເອຢິບ​ທີ່​ເພິ່ນ​ເຄີຍ​ເຫັນ​ມາ​ກ່ອນ. ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ເພິ່ນ​ເຫັນ​ອັກ​ຂະລະ​ທີ່​ຍັງ​ບໍ່​ໄດ້​ແປ​ເທື່ອ, ແລະ ເພິ່ນ​ໄດ້​ກ່າວ​ວ່າ ມັນ​ເປັນ​ພາ​ສາ​ເອຢິບ, ເຄນ​ເດຍ, ອັດ​ຊີ​ເຣຍ, ແລະ ອາຣັບ; ແລະ ເພິ່ນ​ໄດ້​ກ່າວ​ວ່າ ມັນ​ເປັນ​ອັກ​ຂະລະ​ແທ້. ເພິ່ນ​ໄດ້​ມອບ​ໃບ​ຮັບ​ຮອງ​ໃຫ້​ຂ້າ​ພະ​ເຈົ້າ, ຊຶ່ງ​ສະແດງ​ຕໍ່​ຜູ້​ຄົນ​ຂອງ​ພາໄມຣາ​ວ່າ​ນີ້​ຄື​ອັກ​ຂະລະ​ແທ້, ແລະ ວ່າ ການ​ແປ​ເທົ່າ​ທີ່​ໄດ້​ແປ​ໄວ້​ເຊັ່ນ​ນັ້ນ​ກໍ​ຖືກ​ຕ້ອງ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ໃບ​ຮັບ​ຮອງ ແລະ ໃສ່​ໄວ້​ໃນ​ກະເປົາ, ແລະ ໃນ​ຂະນະ​ທີ່​ຈະ​ອອກ​ບ້ານ​ໄປ, ເມື່ອ​ທ່ານ​ແອນ​ທັນ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ກັບ​ຄືນ​ໄປ, ແລະ ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ ຊາຍ​ໜຸ່ມ​ຄົນ​ນັ້ນ​ຮູ້​ໄດ້​ແນວ​ໃດ​ວ່າ​ມີ​ແຜ່ນ​ຈາລຶກ​ຄຳ​ໃນ​ສະຖານ​ທີ່​ບ່ອນ​ລາວ​ພົບ​ເຫັນ. ຂ້າ​ພະ​ເຈົ້າ​ຕອບ​ວ່າ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ແກ່​ລາວ.

65 “ຫລັງ​ຈາກ​ນັ້ນ​ເພິ່ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ ‘​ຂ້າ​ພະ​ເຈົ້າ​ຂໍ​ເບິ່ງ​ໃບ​ຮັບ​ຮອງ​ໃບ​ນັ້ນ​ແດ່.’ ຂ້າ​ພະ​ເຈົ້າ​ໄດ້​ຢິບ​ເອົາ​ໃບ​ຮັບ​ຮອງ​ອອກ​ຈາກ​ກະເປົາ​ຂອງ​ຂ້າ​ພະ​ເຈົ້າ​ຕາມ​ນັ້ນ ແລະ ໄດ້​ມອບ​ມັນ​ໃຫ້​ເພິ່ນ, ເມື່ອ​ເພິ່ນ​ຈັບ​ເອົາ​ໄປ ເພິ່ນ​ໄດ້​ຈີກ​ມັນ​ຖິ້ມ​ເປັນ​ຕ່ອນໆ, ໂດຍ​ກ່າວ​ວ່າ​ດຽວ​ນີ້​ບໍ່​ມີ​ສິ່ງ​ທີ່​ເອີ້ນ​ກັນ​ວ່າ​ການ​ປະ​ຕິ​ບັດ​ຂອງ ເຫລົ່າ​ທູດ​ອີກ​ແລ້ວ, ແລະ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຈະ​ນຳ​ແຜ່ນ​ຈາລຶກ​ມາ​ໃຫ້​ເພິ່ນ, ເພິ່ນ​ກໍ​ຈະ​ແປ​ໃຫ້. ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ສ່ວນ​ໜຶ່ງ​ຂອງ​ແຜ່ນ​ຈາລຶກ​ນັ້ນ​ຖືກ ຜະ​ນຶກ​ໄວ້, ແລະ ຂ້າ​ພະ​ເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ເອົາ​ມັນ​ມາ. ເພິ່ນ​ໄດ້​ຕອບ​ວ່າ, ‘​ສະນັ້ນ​ຂ້າ​ພະ​ເຈົ້າ​ກໍ​ອ່ານ​ໜັງ​ສື​ທີ່​ຜະ​ນຶກ​ໄວ້​ນັ້ນ​ບໍ່​ໄດ້.’ ຂ້າ​ພະ​ເຈົ້າ​ໄດ້​ຈາກ​ເພິ່ນ​ໄປ ແລະ ໄດ້​ໄປ​ຫາ ດຣ. ມິດ​ໂຈ, ຜູ້​ໄດ້​ຮັບ​ຮອງ​ສິ່ງ​ທີ່​ອາ​ຈານ​ແອນ​ທັນ​ກ່າວ​ໄວ້​ກ່ຽວ​ກັບ​ການ​ແປ ທັງ​ອັກຂະລະ ແລະ ການ​ແປ.”

· · · · · · ·

ອໍ​ລີ​ເວີ ຄາວ​ເດີຣີ ຮັບ​ໃຊ້​ເປັນ​ຜູ້​ຂຽນ​ການ​ແປ​ພຣະ​ຄຳ​ພີ​ມໍມອນ—​ໂຈເຊັບ ແລະ ອໍ​ລີ​ເວີ ຮັບ​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ຈາກ​ໂຢຮັນ​ບັບຕິ​ສະໂຕ—​ພວກ​ເພິ່ນ​ໄດ້​ຮັບ​ບັບຕິ​ສະມາ, ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ແລະ ໄດ້​ຮັບ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ. (ຂໍ້​ທີ 66–75.)

66 ໃນ​ວັນທີ 5 ເດືອນ​ເມສາ, 1829, ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ມາ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ລາວ​ມາ​ກ່ອນ​ເລີຍ. ລາວ​ບອກ​ຂ້າ​ພະ​ເຈົ້າ​ວ່າ ໂດຍ​ທີ່​ສິດ​ສອນ​ຢູ່​ໂຮງ​ຮຽນ​ໃກ້​ບ້ານ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ໜຶ່ງ​ທີ່​ສົ່ງ​ລູກ​ໄປ​ໂຮງ​ຮຽນ​ນັ້ນ, ລາວ​ຈຶ່ງ​ໄປ​ພັກ​ຢູ່​ບ້ານ​ຂອງ​ເພິ່ນ​ຊົ່ວ​ໄລ​ຍະ​ໜຶ່ງ, ແລະ ໃນ​ຊ່ວງ​ທີ່​ພັກ​ເຊົາ​ຢູ່​ທີ່​ນັ້ນ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ໃຫ້​ລາວ​ຟັງ​ກ່ຽວ​ກັບ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແຜ່ນ​ຈາລຶກ, ດັ່ງ​ນັ້ນ​ລາວ​ຈຶ່ງ​ໄດ້​ມາ​ເພື່ອ​ສອບ​ຖາມ​ເບິ່ງ.

67 ສອງ​ມື້​ຫລັງ​ຈາກ​ນາຍ​ຄາວ​ເດີຣີ​ໄດ້​ມາ​ເຖິງ (ຊຶ່ງ​ເປັນ​ວັນທີ 7 ເດືອນ​ເມສາ) ຂ້າ​ພະ​ເຈົ້າ​ກໍ​ເລີ່ມ​ແປ​ພຣະ​ຄຳ​ພີ​ມໍມອນ, ແລະ ລາວ​ໄດ້​ຂຽນ​ໃຫ້​ຂ້າ​ພະ​ເຈົ້າ.

· · · · · · ·

68 ພວກ​ເຮົາ​ຍັງ​ສືບ​ຕໍ່​ເຮັດ​ການ​ແປ​ຕໍ່​ໄປ, ເມື່ອ​ໃນ​ເດືອນ​ຕໍ່​ມາ (ເປັນ​ເດືອນ​ພຶດສະພາ, 1829), ມື້​ໜຶ່ງ ພວກ​ເຮົາ​ທັງ​ສອງ​ໄດ້​ເຂົ້າ​ໄປ​ໃນ​ປ່າ ເພື່ອ​ອະ​ທິ​ຖານ ແລະ ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ການ​ຮັບ ບັບຕິ​ສະມາ​ເພື່ອ ການ​ປົດ​ບາບ, ຊຶ່ງ​ພວກ​ເຮົາ​ພົບ​ວ່າ​ມັນ​ມີ​ກ່າວ​ໄວ້​ຢູ່​ໃນ​ແຜ່ນ​ຈາລຶກ​ນັ້ນ. ໃນ​ຂະນະ​ທີ່​ພວກ​ເຮົາ​ອະ​ທິ​ຖານ ແລະ ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ນັ້ນ, ທູດ​ອົງ​ໜຶ່ງ​ຈາກ​ສະຫວັນ​ໄດ້​ລົງ​ມາ​ຈາກ ເມກ​ແຫ່ງ​ຄວາມ​ສະ​ຫວ່າງ ແລະ ຫລັງ​ຈາກ​ເພິ່ນ​ປົກ ມື​ໃສ່​ຫົວ​ພວກ​ເຮົາ​ແລ້ວ, ເພິ່ນ​ໄດ້ ແຕ່ງ​ຕັ້ງ​ພວກ​ເຮົາ​ໂດຍ​ກ່າວ​ວ່າ:

69 ແກ່​ພວກ​ທ່ານ ພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເມ​ຊີ​ອາ, ຂ້າ​ພະ​ເຈົ້າ​ຂໍ​ມອບ ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ, ຊຶ່ງ​ຖື​ຂໍ​ກະແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ, ແລະ ຂອງ​ການ​ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ ແລະ ສິ່ງ​ນີ້​ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ​ອີກ​ຈັກ​ເທື່ອ ຈົນ​ກວ່າ​ພວກ​ບຸດ​ຂອງ ເລ​ວີ​ຈະ​ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ອີກ​ໃນ​ຄວາມ​ຊອບ​ທຳ.

70 ເພິ່ນ​ໄດ້​ກ່າວ​ວ່າ ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ນີ້​ບໍ່​ມີ​ອຳນາດ​ທີ່​ຈະ​ເອົາ​ມື​ປົກ​ຫົວ​ເພື່ອ​ມອບ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແຕ່​ວ່າ​ອຳນາດ​ນີ້​ຈະ​ຖືກ​ມອບ​ໃຫ້​ພວກ​ເຮົາ​ໃນ​ພາຍ​ຫລັງ; ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ພວກ​ເຮົາ​ໄປ​ຮັບ​ບັບຕິ​ສະມາ, ແລະ ເພິ່ນ​ໃຫ້​ຄຳ​ແນະນຳ​ພວກ​ເຮົາ​ວ່າ ໃຫ້​ຂ້າ​ພະ​ເຈົ້າ​ໃຫ້​ບັບຕິ​ສະມາ​ແກ່​ອໍ​ລີ​ເວີ ຄາວ​ເດີຣີ ກ່ອນ, ແລະ ຫລັງ​ຈາກ​ນັ້ນ​ໃຫ້​ລາວ​ໃຫ້​ບັບຕິ​ສະມາ​ແກ່​ຂ້າ​ພະ​ເຈົ້າ.

71 ພວກ​ເຮົາ​ຈຶ່ງ​ໄປ​ຮັບ​ບັບຕິ​ສະມາ​ຕາມ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ລາວ​ກ່ອນ, ແລະ ຈາກ​ນັ້ນ​ລາວ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ຂ້າ​ພະ​ເຈົ້າ—ຫລັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ວາງ​ມື​ເທິງ​ຫົວ​ຂອງ​ລາວ ແລະ ໄດ້​ແຕ່ງ​ຕັ້ງ​ລາວ​ສູ່​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ, ແລະ ຈາກ​ນັ້ນ​ລາວ​ໄດ້​ວາງ​ມື​ເທິງ​ຫົວ​ຂອງ​ຂ້າ​ພະ​ເຈົ້າ ແລະ ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ສູ່​ຖານະ​ປະ​ໂລ​ຫິດ​ຢ່າງ​ດຽວ​ກັນ—​ເພາະ​ວ່າ​ພວກ​ເຮົາ​ໄດ້​ຖືກ​ບັນ​ຊາ​ໃຫ້​ເຮັດ​ແນວ​ນັ້ນ.*

72 ໃນ​ໂອ​ກາດ​ນີ້​ທູດ​ສະຫວັນ​ໄດ້​ມາ​ຢ້ຽມ​ຢາມ ແລະ ມອບ​ຖານະ​ປະ​ໂລ​ຫິດ​ໃຫ້​ພວກ​ເຮົາ, ໄດ້​ກ່າວ​ວ່າ ເພິ່ນ​ແມ່ນ​ໂຢຮັນ, ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ຊື່​ວ່າ ໂຢຮັນ​ບັບຕິ​ສະໂຕ ໃນ​ພຣະ​ຄຳ​ພີ​ໃໝ່, ແລະ ວ່າ​ເພິ່ນ​ກະ​ທຳ​ໄປ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ເປ​ໂຕ, ຢາ​ໂກ​ໂບ ແລະ ໂຢ​ຮັນ, ຜູ້​ຖື ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ ເມນ​ຄີ​ເສ​ເດັກ, ຊຶ່ງ​ຖານະ​ປະ​ໂລ​ຫິດ​ນີ້, ເພິ່ນ​ໄດ້​ກ່າວ​ວ່າ​ຈະ​ຖືກ​ມອບ​ໃຫ້​ພວກ​ເຮົາ​ໃນ​ພາຍ​ຫລັງ, ແລະ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ ແອວເດີ​ຄົນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ລາວ (ອໍ​ລີ​ເວີ ຄາວ​ເດີຣີ) ເປັນ​ຄົນ​ທີ​ສອງ. ພວກ​ເຮົາ​ທັງ​ສອງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ດ້ວຍ​ມື​ຂອງ​ທູດ​ຜູ້​ນີ້, ແລະ ໄດ້​ຮັບ​ບັບຕິ​ສະມາ​ໃນ​ວັນທີ​ສິບ​ຫ້າ ເດືອນ​ພຶດສະພາ, 1829.

73 ໃນ​ທັນ​ທີ​ທີ່​ພວກ​ເຮົາ​ຂຶ້ນ​ມາ​ຈາກ​ນ້ຳ​ຫລັງ​ຈາກ​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ, ພວກ​ເຮົາ​ໄດ້​ປະ​ສົບ​ກັບ​ພອນ​ອັນ​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ພວກ​ເຮົາ. ໃນ​ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ອໍ​ລີ​ເວີ ຄາວ​ເດີຣີ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ໄດ້​ສະ​ເດັດ​ມາ​ສະ​ຖິດ​ຢູ່​ກັບ​ລາວ, ແລະ ລາວ​ໄດ້​ຢືນ​ຂຶ້ນ ແລະ ທຳ​ນາຍ​ຫລາຍ​ຢ່າງ​ທີ່​ຈະ​ບັງ​ເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນັ້ນ. ແລະ ອີກ​ຕອນ​ໜຶ່ງ​ໃນ​ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ​ຈາກ​ລາວ, ຂ້າ​ພະ​ເຈົ້າ​ກໍ​ມີ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ, ເມື່ອ​ຂ້າ​ພະ​ເຈົ້າ​ຢືນ​ຂຶ້ນ, ຂ້າ​ພະ​ເຈົ້າ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ​ສາດ​ສະ​ໜາ​ຈັກ​ແຫ່ງ​ນີ້​ຂຶ້ນ, ແລະ ອີກ​ຫລາຍ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ສາດ​ສະ​ໜາ​ຈັກ, ແລະ ຂອງ​ລູກ​ຫລານ​ມະນຸດ​ລຸ້ນ​ນີ້. ພວກ​ເຮົາ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ເຮົາ.

74 ບັດ​ນີ້​ຈິດ​ໃຈ​ຂອງ​ພວກ​ເຮົາ​ສະ​ຫວ່າງ​ແລ້ວ, ພວກ​ເຮົາ​ຈຶ່ງ​ເລີ່ມ​ເຫັນ​ພຣະ​ຄຳ​ພີ​ເປີດ​ອອກ​ສູ່ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ, ແລະ ໝາຍ​ເຖິງ ແລະ ເຈດ​ຕະ​ນາ ທີ່​ແທ້​ຈິງ​ຂອງ​ຂໍ້​ຄວາມ​ທີ່​ລຶກ​ລັບ​ຫລາຍ​ກວ່າ​ໄດ້​ຖືກ​ເປີດ​ເຜີຍ ແກ່​ພວກ​ເຮົາ​ໃນ​ວິ​ທີ​ທີ່​ພວກ​ເຮົາ​ບໍ່​ເຄີຍ​ບັນ​ລຸ​ເຖິງ​ກ່ອນ​ໜ້າ​ນີ້, ຫລື ບໍ່​ເຄີຍ​ນຶກ​ເຖິງ​ມາ​ກ່ອນ. ໃນ​ເວລາ​ດຽວ​ກັນ​ນັ້ນ​ພວກ​ເຮົາ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຮັກ​ສາ​ເລື່ອງ​ທີ່​ພວກ​ເຮົາ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ ແລະ ຮັບ​ບັບຕິ​ສະມາ​ຂອງ​ພວກ​ເຮົາ​ໄວ້​ເປັນ​ຄວາມ​ລັບ, ເນື່ອງ​ຈາກ​ວິນ​ຍານ​ແຫ່ງ​ການ​ຂົ່ມ​ເຫັງ​ຊຶ່ງ​ສະແດງ​ຕົນ​ໃຫ້​ປະຈັກ​ໃນ​ແຖວ​ນັ້ນ.

75 ພວກ​ເຮົາ​ຖືກ​ຂົ່ມ​ຂູ່​ວ່າ​ຈະ​ຖືກ​ລຸມ​ທຳ​ຮ້າຍ, ເປັນ​ບາງ​ຄັ້ງ, ແລະ ນີ້​ຄື​ກັນ, ຈາກ​ບັນ​ດາ​ອາ​ຈານ​ຝ່າຍ​ສາດ​ສະ​ໜາ. ແລະ ເຈດ​ຕະ​ນາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ລຸມ​ທຳ​ຮ້າຍ​ພວກ​ເຮົາ​ໄດ້​ຖືກ​ຂັດ​ຂວາງ ໂດຍ​ອິດ​ທິ​ພົນ​ຂອງ​ຄອບ​ຄົວ​ຂອງ​ພໍ່​ຂອງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ (ພາຍ​ໃຕ້​ການ​ປົກ​ປັກ​ຮັກ​ສາ​ແຫ່ງ​ສະຫວັນ), ຜູ້​ເລີ່ມ​ມີ​ໄມ​ຕີ​ຕໍ່​ຂ້າ​ພະ​ເຈົ້າ, ແລະ ຜູ້​ໄດ້​ຕໍ່​ຕ້ານ​ກຸ່ມ​ອັນ​ຕະ​ພານ, ແລະ ເຕັມ​ໃຈ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ການ​ແປ​ຕໍ່​ໄປ​ໂດຍ​ບໍ່​ມີ​ການ​ລົບ​ກວນ; ແລະ ສະນັ້ນ​ຈຶ່ງ​ໄດ້​ສະ​ເໜີ ແລະ ສັນ​ຍາ​ທີ່​ຈະ​ປົກ​ປ້ອງ​ພວກ​ເຮົາ​ຈາກ​ການ​ກະ​ທຳ​ທັງ​ໝົດ​ທີ່​ຜິດ​ກົດ​ໝາຍ​ໃດໆ, ເທົ່າ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້.

  • ອໍ​ລີ​ເວີ ຄາວ​ເດີຣີ ບັນ​ຍາຍ​ເຫດ​ການ​ດັ່ງ​ກ່າວ​ໄວ້​ດັ່ງ​ນີ້: “ເປັນ​ວັນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້—ທີ່​ໄດ້​ນັ່ງ​ຟັງ​ສຽງ​ກ່າວ ຊຶ່ງ​ກ່າວ​ຕາມ​ການ​ດົນ​ໃຈ​ຈາກ​ສະຫວັນ, ປຸກ​ໃຫ້​ເກີດ​ຄວາມ​ກະ​ຕັນ​ຍູ​ໃນ​ຊວງ​ເອິກ! ວັນ​ແລ້ວ​ວັນ​ເລົ່າ​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ຕໍ່​ໄປ, ໂດຍ​ບໍ່​ຖືກ​ລົບ​ກວນ, ໄດ້​ຂຽນ​ຈາກ​ປາກ​ຂອງ​ລາວ, ໃນ​ຂະນະ​ທີ່​ລາວ​ແປ​ດ້ວຍ​ອຸລີມ ແລະ ທຸມມີມ, ຫລື, ຕາມ​ທີ່​ຊາວ​ນີໄຟ​ເອີ້ນ​ວ່າ, ‘ເຄື່ອງ​ແປ​ຄວາມ​ໝາຍ,’ ປະຫວັດ​ສາດ ຫລື ບັນ​ທຶກ​ທີ່​ເອີ້ນ ‘ພຣະ​ຄຳ​ພີ​ມໍມອນ.’

    “ໃນ​ການ​ສັງ​ເກດ​ເຫັນ, ແມ່ນ​ແຕ່​ພຽງ​ສອງ​ສາມ​ຄຳ, ເຖິງ​ເລື່ອງ​ລາວ​ທີ່​ໜ້າ​ສົນ​ໃຈ​ຊຶ່ງ​ມໍມອນ ແລະ ລູກ​ຊາຍ​ທີ່​ຊື່​ສັດ​ຂອງ​ເພິ່ນ, ໂມ​ໂຣ​ໄນ, ໄດ້​ໃຫ້​ໄວ້​ກ່ຽວ​ກັບ​ຜູ້​ຄົນ​ທີ່​ເທື່ອ​ໜຶ່ງ​ເຄີຍ​ເປັນ​ທີ່​ຮັກ​ຫອມ ແລະ ໂປດ​ປານ​ຂອງ​ສະຫວັນ, ກໍ​ເກີນ​ກວ່າ​ຄວາມ​ມຸ້ງ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຂະນະ​ນີ້; ສະນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ເລື່ອນ​ເລື່ອງ​ນີ້​ອອກ​ໄປ​ໃນ​ອະ​ນາ​ຄົດ, ແລະ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໃນ​ຕອນ​ຕົ້ນ, ວ່າ​ຈະ​ມຸ້ງ​ໄປ​ກ່າວ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ການ​ເລີ່ມ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້, ຊຶ່ງ​ອາດ​ຈະ​ເປັນ​ໜ້າ​ສົນ​ໃຈ​ຕໍ່​ຫລາຍ​ພັນ​ຄົນ​ທີ່​ກ້າວ​ອອກ​ມາ​ຂ້າງ​ໜ້າ, ແລະ ຍອມ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ທ່າມ​ກາງ​ຄວາມ​ບໍ່​ພໍ​ໃຈ​ຂອງ​ຄົນ​ທີ່​ບໍ່​ຍອມ​ຮັບ​ຟັງ​ເຫດ​ຜົນ ແລະ ການ​ໃສ່​ຮ້າຍ​ຂອງ​ຄົນ​ໜ້າ​ຊື່​ໃຈ​ຄົດ.

    “ບໍ່​ມີ​ມະນຸດ​ຄົນ​ໃດ, ດ້ວຍ​ສະ​ຕິ​ສຳ​ປະ​ສັນ​ຍະ​ຂອງ​ເຂົາ, ຈະ​ສາ​ມາດ​ແປ ແລະ ຂຽນ​ຄຳ​ແນະນຳ​ທີ່​ມອບ​ໃຫ້​ແກ່​ຊາວ​ນີໄຟ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້, ເຖິງ​ວິ​ທີ​ຊັດ​ເຈນ​ທີ່​ມະນຸດ​ຈະ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ, ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ເມື່ອ​ຄວາມ​ເສື່ອມ​ຊາມ​ເລີ່ມ​ຂະ​ຫຍາຍ​ຄວາມ​ບໍ່​ແນ່​ນອນ​ອອກ​ໄປ​ໃນ​ທຸກ​ຮູບ​ແບບ ແລະ ທຸກ​ລະ​ບົບ​ທີ່​ປະ​ຕິ​ບັດ​ກັນ​ໃນ​ບັນ​ດາ​ມະນຸດ, ໂດຍ​ບໍ່​ປາດ​ຖະ​ໜາ​ສິດ​ທິ​ພິ​ເສດ​ທີ່​ຈະ​ສະແດງ​ຄວາມ​ຍິນ​ດີ​ຈາກ​ໃຈ​ດ້ວຍ​ການ​ຖືກ​ຝັງ​ໃນ​ຫລຸມ​ນ້ຳ, ເພື່ອ​ຕອບ​ສະ​ໜອງ ‘ຄວາມ​ສຳ​ນຶກ​ອັນ​ໃສ​ສະອາດ​ໂດຍ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢຊູ​ຄຣິດ.’

    “ຫລັງ​ຈາກ​ການ​ຂຽນ​ເລື່ອງ​ລາວ​ທີ່​ໃຫ້​ໄວ້ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ຢາໂຄບ, ໃນ​ທະ​ວີບ​ນີ້, ກໍ​ເຫັນ​ໄດ້​ງ່າຍ, ດັ່ງ​ທີ່​ສາດ​ສະ​ດາ​ໄດ້​ກ່າວ​ວ່າ​ຈະ​ເປັນ​ເຊັ່ນ​ນັ້ນ, ວ່າ​ຄວາມ​ມືດ​ຈະ​ປົກ​ຄຸມ​ແຜ່ນ​ດິນ​ໂລກ ແລະ ຄວາມ​ມືດ​ມົວ​ຈະ​ຄອບ​ງຳ​ຈິດ​ໃຈ​ຂອງ​ຜູ້​ຄົນ. ເມື່ອ​ໄຕ່​ຕອງ​ຕໍ່​ໄປ ຈະ​ເຫັນ​ໄດ້​ງ່າຍ​ວ່າ​ທ່າມ​ກາງ​ການ​ຜິດ​ຖຽງ​ກັນ ແລະ ສຽງ​ອຶກ​ກະ​ທຶກ​ກ່ຽວ​ກັບ​ສາດ​ສະ​ໜາ, ບໍ່​ມີ​ໃຜ​ເລີຍ​ທີ່​ມີ​ສິດ​ອຳນາດ​ຈາກ​ພຣະ​ເຈົ້າ​ທີ່​ຈະ​ປະ​ຕິ​ບັດ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ. ເພາະ​ຈະ​ມີ​ຄຳ​ຖາມ​ວ່າ, ມະນຸດ​ມີ​ສິດ​ອຳນາດ​ບໍ​ທີ່​ຈະ​ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຜູ້​ປະ​ຕິ​ເສດ​ການ​ເປີດ​ເຜີຍ, ເມື່ອ​ປະຈັກ​ພະຍານ​ເຖິງ​ພຣະ​ອົງ​ໜ້ອຍ​ໄປ​ກວ່າ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ, ແລະ ສາດ​ສະ​ໜາ​ຂອງ​ພຣະ​ອົງ​ມີ​ພື້ນ​ຖານ, ຖືກ​ສ້າງ​ຂຶ້ນ, ແລະ ຄ້ຳ​ຈູນ​ດ້ວຍ​ການ​ເປີດ​ເຜີຍ​ໂດຍ​ກົງ, ໃນ​ທຸກ​ຍຸກ​ຂອງ​ໂລກ​ເມື່ອ​ພຣະ​ອົງ​ມີ​ຜູ້​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ? ຖ້າ​ຫາກ​ຄວາມ​ຈິງ​ເຫລົ່າ​ນີ້​ຖືກ​ຝັງ​ໄວ້, ແລະ ຖືກ​ປົກ​ປິດ​ໄວ້​ຢ່າງ​ລະ​ມັດ​ລະ​ວັງ​ໂດຍ​ຜູ້​ຄົນ ຊຶ່ງ​ເລ່​ຫລ່ຽມ​ຂອງ​ພວກ​ເຂົາ​ຈະ​ຖືກ​ເປີດ​ເຜີຍ ຖ້າ​ຫາກ​ເມື່ອ​ໃດ​ກໍ​ຕາມ​ມັນ​ຖືກ​ອະ​ນຸ​ຍາດ​ໃຫ້​ສ່ອງ​ແສງ​ຢູ່​ໃນ​ໃບ​ໜ້າ​ຂອງ​ມະນຸດ, ມັນ​ບໍ່​ໄດ້​ຖືກ​ຝັງ​ໄວ້​ສຳ​ລັບ​ພວກ​ເຮົາ; ແລະ ພວກ​ເຮົາ​ພຽງ​ແຕ່​ຄອຍ​ຖ້າ​ພຣະ​ບັນ​ຊາ​ທີ່​ວ່າ ‘ຈົ່ງ​ລຸກ​ຂຶ້ນ ແລະ ຮັບ​ບັບຕິ​ສະມາ.’

    “ຄວາມ​ປາດ​ຖະ​ໜາ​ນີ້​ບໍ່​ໄດ້​ລໍ​ຖ້າ​ດົນ​ກ່ອນ​ມັນ​ໄດ້​ເກີດ​ເປັນ​ຈິງ. ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ມີ​ຄວາມ​ເມດ​ຕາ​ຢ່າງ​ຫລວງ​ຫລາຍ, ແລະ ເຕັມ​ພຣະ​ໄທ​ສະເໝີ​ທີ່​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຢ່າງ​ບໍ່​ຂາດ​ສາຍ​ຂອງ​ຜູ້​ຖ່ອມ​ຕົວ, ຫລັງ​ຈາກ​ພວກ​ເຮົາ​ເອີ້ນ​ຫາ​ພຣະ​ອົງ​ຢ່າງ​ແຮງ​ກ້າ, ໄກ​ຈາກ​ບ່ອນ​ພັກ​ຂອງ​ມະນຸດ, ໄດ້​ສະ​ເດັດ​ມາ​ເພື່ອ​ສະແດງ​ພຣະ​ປະສົງ​ຂອງ​ພຣະ​ອົງ​ໃຫ້​ປະຈັກ​ແກ່​ພວກ​ເຮົາ. ໃນ​ທັນ​ໃດ​ນັ້ນ, ເໝືອນ​ຈາກ​ທ່າມ​ກາງ​ຊົ່ວ​ນິ​ລັນ​ດອນ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ໄຖ່​ໄດ້​ກ່າວ ຄວາມ​ສະຫງົບ​ສຸກ​ແກ່​ພວກ​ເຮົາ, ໃນ​ຂະນະ​ທີ່​ມ່ານ​ເປີດ​ອອກ ແລະ ທູດ​ຂອງ​ພຣະ​ເຈົ້າ​ໄດ້​ລົງ​ມາ​ຫຸ້ມ​ຫໍ່​ດ້ວຍ​ລັດ​ສະ​ໝີ​ພາບ, ແລະ ມອບ​ຂ່າວ​ສານ​ທີ່​ລໍ​ຖ້າ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ແລະ ຂໍ​ກະແຈ​ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ. ຊ່າງ​ຊື່ນ​ຊົມ​ແທ້ໆ! ຊ່າງ​ແປກ​ປະ​ຫລາດ​ແທ້ໆ! ຊ່າງ​ອັດ​ສະ​ຈັນ​ໃຈ​ແທ້ໆ! ໃນ​ຂະນະ​ທີ່ ໂລກ​ທຸກ​ທໍ​ລະ​ມານ ແລະ ວຸ້ນ​ວາຍ—​ໃນ​ຂະນະ​ທີ່​ຫລາຍ​ລ້ານ​ຄົນ​ລູບ​ຄຳ​ເໝືອນ​ຄົນ​ຕາ​ບອດ​ຊອກ​ຫາ​ກຳ​ແພງ, ແລະ ໃນ​ຂະນະ​ທີ່​ຜູ້​ຄົນ​ທັງ​ປວງ​ຢູ່​ກັບ​ຄວາມ​ບໍ່​ແນ່​ນອນ​ໃຈ, ດັ່ງ​ຝູງ​ຊົນ​ທົ່ວ​ໄປ, ຕາ​ຂອງ​ພວກ​ເຮົາ​ໄດ້​ເຫັນ, ຫູ​ຂອງ​ພວກ​ເຮົາ​ໄດ້​ຍິນ, ດັ່ງ​ໃນ ‘ຄວາມ​ເຈີດ​ຈ້າ​ຂອງ​ກາງ​ເວັນ’; ແມ່ນ​ແລ້ວ, ຍິ່ງ​ກວ່າ​ນັ້ນ—ເໜືອ​ກວ່າ​ແສງ​ເຫລື້ອມ​ລະ​ຍິບ​ລະ​ຍັບ​ຂອງ​ແສງ​ຕາ​ເວັນ​ໃນ​ເດືອນ​ພຶດສະພາ, ຊຶ່ງ​ເວລາ​ນັ້ນ​ສ່ອງ​ປະ​ກາຍ​ໃສ່​ເທິງ​ໜ້າ​ໂລກ! ຈາກ​ນັ້ນ​ສຽງ​ຂອງ​ເພິ່ນ, ເຖິງ​ແມ່ນ​ນຸ້ມ​ນວນ, ຈະ​ສຽບ​ແທງ​ເຂົ້າ​ຈົນ​ເຖິງ​ກາງ​ໃຈ, ແລະ ຖ້ອຍ​ຄຳ​ຂອງ​ເພິ່ນ, ‘​ຂ້າ​ພະ​ເຈົ້າ​ເປັນ​ເພື່ອນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ,’ ກຳ​ຈັດ​ຄວາມ​ຢ້ານ​ກົວ​ທຸກ​ຢ່າງ. ພວກ​ເຮົາ​ຟັງ, ພວກ​ເຮົາ ຈ້ອງ​ເບິ່ງ, ພວກ​ເຮົາ​ຊົມ​ເຊີຍ! ສຽງ​ນັ້ນ​ເປັນ​ສຽງ​ຂອງ​ທູດ​ຈາກ​ລັດ​ສະ​ໝີ​ພາບ, ເປັນ​ຂ່າວ​ສານ​ຈາກ​ພຣະ​ຜູ້​ສູງ​ສຸດ! ແລະ ເມື່ອ​ພວກ​ເຮົາ​ໄດ້​ຍິນ ພວກ​ເຮົາ​ໄດ້​ປິ​ຕິ​ຍິນ​ດີ, ໃນ​ຂະນະ​ທີ່​ຄວາມ​ຮັກ​ຂອງ​ພຣະ​ອົງ​ຮ້ອນ​ຮົນ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຖືກ​ໂອບ​ໄວ້​ໃນ​ພາບ​ນິມິດ​ຂອງ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່! ມີ​ບ່ອນ​ສົງ​ໄສ​ຢູ່​ບໍ? ບໍ່​ມີ​ເລີຍ; ຄວາມ​ບໍ່​ແນ່​ນອນ​ໃຈ​ໄດ້​ໝົດ​ໄປ, ຄວາມ​ສົງ​ໄສ​ໄດ້​ຈົມ​ສະ​ຫລາຍ​ໄປ, ໃນ​ຂະນະ​ທີ່​ນິ​ຍາຍ ແລະ ເລື່ອງ​ຫລອກ​ລວງ​ຫລົບ​ໜີ​ໄປ​ຕະຫລອດ​ການ!

    “ແຕ່, ທ່ານ​ທີ່​ເຄົາ​ລົບ, ຈົ່ງ​ຄິດ​ຕໍ່​ໄປ​ໜ້ອຍ​ໜຶ່ງ, ຊ່າງ​ຊື່ນ​ຊົມ​ຢູ່​ໃນ​ໃຈ​ຂອງ​ພວກ​ເຮົາ​ແທ້ໆ, ແລະ ດ້ວຍ​ຄວາມ​ປະ​ຫລາດ​ໃຈ​ຫລາຍ​ແທ້ໆ​ທີ່​ພວກ​ເຮົາ​ໄດ້​ຄຸ​ເຂົ່າ​ລົງ, (ເພາະ​ວ່າ​ແມ່ນ​ໃຜ​ຈະ​ບໍ່​ຄຸ​ເຂົ່າ​ລົງ​ເພາະ​ພອນ​ເຊັ່ນ​ນັ້ນ?) ເມື່ອ​ພວກ​ເຮົາ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ​ສັກ​ສິດ​ພາຍ​ໃຕ້​ມື​ຂອງ​ເພິ່ນ ໃນ​ຂະນະ​ທີ່​ເພິ່ນ​ກ່າວ​ວ່າ, ‘ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເມ​ຊີ​ອາ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ຖານະ​ປະ​ໂລ​ຫິດ​ນີ້ ແລະ ສິດ​ອຳນາດ​ຂອງ​ມັນ, ຊຶ່ງ​ຈະ​ຄົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ຈົນ​ກວ່າ​ພວກ​ບຸດ​ຂອງ​ເລວີ​ຈະ​ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ອີກ​ໃນ​ຄວາມ​ຊອບ​ທຳ!’

    “ຂ້າ​ພະ​ເຈົ້າ​ຈະ​ບໍ່​ພະ​ຍາ​ຍາມ​ບັນ​ຍາຍ​ຄວາມ​ຮູ້​ສຶກ​ໃນ​ໃຈ​ດວງ​ນີ້​ຕໍ່​ທ່ານ, ຫລື ຄວາມ​ງາມ​ອັນ​ສະ​ຫງ່າ​ຜ່າ​ເຜີຍ ແລະ ລັດ​ສະ​ໝີ​ພາບ ຊຶ່ງ​ອ້ອມ​ຮອບ​ພວກ​ເຮົາ​ຢູ່​ໃນ​ເວລາ​ນັ້ນ; ແຕ່​ທ່ານ​ຈະ​ເຊື່ອ​ເມື່ອ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ​ແຜ່ນ​ດິນ​ໂລກ, ຫລື ມະນຸດ, ພ້ອມ​ກັບ​ຄວາມ​ຈັບ​ໃຈ​ຂອງ​ເວລາ, ກໍ​ບໍ່​ສາ​ມາດ​ເລີ່ມ​ຕົ້ນ​ພາ​ສາ​ໃນ​ວິ​ທີ​ທີ່​ໜ້າ​ສົນ​ໃຈ ແລະ ດີ​ເລີດ​ໄດ້​ເທົ່າ​ກັບ​ຜູ້​ບໍ​ລິ​ສຸດ​ຄົນ​ນີ້. ບໍ່​ເລີຍ; ທັງ​ແຜ່ນ​ດິນ​ໂລກ​ນີ້​ກໍ​ບໍ່​ມີ​ອຳນາດ​ທີ່​ຈະ​ໃຫ້​ຄວາມ​ຊື່ນ​ຊົມ, ມອບ​ສັນ​ຕິ​ສຸກ, ຫລື ເຂົ້າ​ໃຈ​ປັນ​ຍາ ຊຶ່ງ​ມີ​ຢູ່​ໃນ​ແຕ່​ລະ​ປະ​ໂຫຍກ ຊຶ່ງ​ໄດ້​ມອບ​ໃຫ້​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ! ມະນຸດ​ອາດ​ຈະ​ຫລອກ​ລວງ​ເພື່ອນ​ມະນຸດ​ຂອງ​ເຂົາ​ໄດ້, ການ​ຫລອກ​ລວງ​ອາດ​ຈະ​ຕິດ​ຕາມ​ມາ​ດ້ວຍ​ການ​ຫລອກ​ລວງ, ແລະ ລູກ​ຫລານ​ຂອງ​ຄົນ​ຊົ່ວ​ຄົນ​ນັ້ນ​ອາດ​ມີ​ອຳນາດ​ທີ່​ຈະ​ຊັກ​ຊວນ​ຄົນ​ໂງ່ ແລະ ຄົນ​ທີ່​ຂາດ​ການ​ສຶກ​ສາ, ຈົນ​ກະ​ທັ້ງ​ບໍ່​ມີ​ສິ່ງ​ໃດ​ນອກ​ຈາກ​ນິ​ຍາຍ​ມາ​ບອກ​ເລົ່າ​ໃຫ້​ຄົນ​ຢ່າງ​ຫລວງ​ຫລາຍ​ຟັງ, ແລະ ຜົນ​ຂອງ​ຄວາມ​ເທັດ​ພາ​ຄົນ​ຢ່າງ​ຫລວງ​ຫລາຍ​ໄປ​ຕາມ​ກະ​ແສ​ຂອງ​ມັນ​ຈົນ​ເຖິງ​ຫລຸມ​ສົບ; ແຕ່​ສຳ​ພັດ​ເທື່ອ​ດຽວ​ດ້ວຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ອົງ, ແມ່ນ​ແລ້ວ, ລຳ​ແສງ​ໜຶ່ງ​ດຽວ​ຂອງ​ລັດ​ສະ​ໝີ​ພາບ​ຈາກ​ໂລກ​ເບື້ອງ​ເທິງ, ຫລື ພຣະ​ຄຳ​ຄຳ​ດຽວ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຈາກ​ອ້ອມ​ເອິກ​ຂອງ​ຊົ່ວ​ນິ​ລັນ​ດອນ, ຈະ​ລົດ​ທຸກ​ຢ່າງ​ໃຫ້​ໄປ​ສູ່​ຄວາມ​ບໍ່​ສຳ​ຄັນ, ແລະ ລຶບ​ມັນ​ຈາກ​ຄວາມ​ຄິດ​ຕະຫລອດ​ການ. ຄວາມ​ໝັ້ນ​ໃຈ​ທີ່​ວ່າ​ພວກ​ເຮົາ​ໄດ້​ຢູ່​ກັບ​ທູດ​ອົງ​ໜຶ່ງ, ຄວາມ​ແນ່​ນອນ​ໃຈ​ທີ່​ວ່າ​ພວກ​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຢຊູ, ແລະ ຄວາມ​ຈິງ​ທີ່​ບໍ່​ດ່າງ​ພ້ອຍ​ໃນ​ຂະນະ​ທີ່​ມັນ​ໄຫລ​ອອກ​ມາ​ຈາກ​ຜູ້​ບໍ​ລິ​ສຸດ​ຄົນ​ໜຶ່ງ, ໄດ້​ຮັບ​ຄຳ​ສັ່ງ​ຈາກ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ​ແມ່ນ​ເກີນ​ກວ່າ​ຈະ​ພັນ​ລະ​ນາ​ໄດ້, ແລະ ຂ້າ​ພະ​ເຈົ້າ​ຈະ​ເບິ່ງ​ການ​ສະແດງ​ອອກ​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ແລະ ຄວາມ​ຂອບ​ພຣະ​ໄທ​ສະ​ເໝີ​ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຍັງ​ຢູ່; ແລະ ໃນ​ປາ​ສາດ​ເຫລົ່າ​ນັ້ນ ບ່ອນ​ທີ່​ຄວາມ​ດີ​ພ້ອມ​ດຳ​ລົງ​ຢູ່ ແລະ ບາບ​ບໍ່​ມີ​ວັນ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຫວັງ​ທີ່​ຈະ​ບູຊາ​ໃນ​ວັນ​ນັ້ນ​ຊຶ່ງ​ຈະ​ບໍ່​ມີ​ວັນ​ຢຸດ​ຢ່ອນ.”—Messenger and Advocate, vol. 1 (October 1834), pp. 14–16.