ພຣະ​ຄຳ​ພີ
ໂມເຊ 3


ບົດ​ທີ 3

(ເດືອນ​ມິຖຸນາ–ເດືອນ​ຕຸລາ 1830)

ພຣະ​ເຈົ້າ​ສ້າງ​ທຸກ​ສິ່ງ​ທັງ​ປວງ​ທາງ​ວິນ​ຍານ​ກ່ອນ​ມັນ​ຈະ​ເປັນ​ຢູ່​ທາງ​ທຳ​ມະ​ຊາດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ—ພຣະ​ອົງ​ສ້າງ​ຜູ້​ຊາຍ, ເນື້ອ​ໜັງ​ຄົນ​ທຳ​ອິດ, ຢູ່​ເທິງ​ແຜ່ນ​ດິນ​ໂລກ—ຜູ້​ຍິງ​ເປັນ​ຜູ້​ຊ່ວຍ​ຊູ​ທີ່​ເໝາະ​ສົມ​ສຳ​ລັບ​ຜູ້​ຊາຍ.

1 ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈຶ່ງ ສຳ​ເລັດ​ເສັດ​ສິ້ນ​ດັ່ງ​ນັ້ນ, ແລະ ໄພ່​ພົນ​ທັງ​ປວງ​ຂອງ​ມັນ.

2 ແລະ ໃນ​ມື້​ທີ​ເຈັດ ເຮົາ, ພຣະ​ເຈົ້າ, ໄດ້​ຢຸດ​ວຽກ​ງານຂອງ​ເຮົາ, ແລະ ທຸກ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ນິ​ລະ​ມິດ​ສ້າງ; ແລະ ເຮົາ​ໄດ້ ພັກ​ຜ່ອນ​ໃນ ມື້​ທີ​ເຈັດ​ຈາກ​ວຽກ​ງານ​ຂອງ​ເຮົາ, ແລະ ໄດ້​ສຳ​ເລັດ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ນິ​ລະ​ມິດ​ສ້າງ, ແລະ ເຮົາ, ພຣະ​ເຈົ້າ, ໄດ້​ຊົມ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ກໍ​ພໍ​ໃຈ;

3 ແລະ ເຮົາ, ພຣະ​ເຈົ້າ, ໄດ້ ອວຍ​ພອນ​ມື້​ທີ​ເຈັດ, ແລະ ໄດ້​ຊຳລະ​ມັນ​ໃຫ້​ບໍ​ລິ​ສຸດ; ເພາະ​ຮອດ​ມື້​ນີ້​ທີ່​ເຮົາ​ໄດ້​ສຳ​ເລັດ​ການ​ນິ​ລະ​ມິດ​ສ້າງ ແລະ ຢຸດ ວຽກ​ງານ​ທັງ​ສິ້ນ​ຊຶ່ງ​ເຮົາ, ພຣະ​ເຈົ້າ, ໄດ້​ນິ​ລະ​ມິດ​ສ້າງ ແລະ ເຮັດ​ຂຶ້ນ​ມາ.

4 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ລຳ​ດັບ​ການ​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ເມື່ອ​ມັນ​ຖືກ​ນິ​ລະ​ມິດ​ສ້າງ, ໃນ​ມື້​ທີ່​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເຮັດ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ,

5 ແລະ ຕົ້ນ​ໄມ້​ທຸກ​ຊະ​ນິດ​ຢູ່​ໃນ​ທົ່ງ ກ່ອນ​ມັນ​ຢູ່​ໃນ​ພື້ນ​ດິນ, ແລະ ພືດ​ພັນ​ທຸກ​ຊະ​ນິດ​ຢູ່​ໃນ​ທົ່ງ​ກ່ອນ​ມັນ​ຈະ​ເຕີບ​ໂຕ​ຂຶ້ນ. ເພາະ​ວ່າ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້ ສ້າງ​ທຸກ​ສິ່ງ​ທັງ​ປວງ, ຊຶ່ງ​ເຮົາ​ໄດ້​ກ່າວ​ມາ​ນັ້ນ, ທາງ​ວິນ​ຍານ​ກ່ອນ​ມັນ​ຈະ​ເປັນ​ຢູ່​ທາງ​ທຳ​ມະ​ຊາດ​ຢູ່​ເທິງ​ຜືນ​ແຜ່ນ​ດິນ​ໂລກ. ເພາະ​ວ່າ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ໄດ້​ໃຫ້​ຝົນ​ຕົກ​ລົງ​ມາ​ເທິງ​ຜືນ​ແຜ່ນ​ດິນ​ໂລກ. ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້ ສ້າງ​ລູກ​ຫລານ​ມະນຸດ​ທັງ​ປວງ​ໄວ້; ແລະ ຍັງ​ບໍ່​ມີ​ມະນຸດ​ຈັກ​ຄົນ​ທຳ​ມາ​ຫາ​ກິນ​ຢູ່​ເທິງ ແຜ່ນ​ດິນ​ໂລກ​ເທື່ອ; ເພາະ​ວ່າ​ເຮົາ​ໄດ້ ສ້າງ​ພວກ​ເຂົາ​ຢູ່​ໃນ ສະຫວັນ; ແລະ ຍັງ​ບໍ່​ມີ​ເນື້ອ​ໜັງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ທັງ​ໃນ​ນ້ຳ, ແລະ ທັງ​ໃນ​ອາ​ກາດ​ກໍ​ບໍ່​ມີ;

6 ແຕ່​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ, ແລະ ມີ ໝອກ​ລອຍ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ, ແລະ ເຮັດ​ໃຫ້​ພື້ນ​ດິນ​ຊຸ່ມ​ຊື່ນ​ທົ່ວ​ໄປ.

7 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ກໍ​ເອົາ ຂີ້​ດິນ​ແຕ່​ພື້ນ​ດິນ​ມາ​ປັ້ນ​ເປັນ​ຜູ້​ຊາຍ, ແລະ ໄດ້​ເປົ່າ​ລົມ​ຫາຍ​ໃຈ​ໃສ່​ຮູ​ດັງ​ຂອງ​ລາວ​ໃຫ້​ມີ​ຊີ​ວິດ; ແລະ ຮູບ​ປັ້ນ​ນັ້ນ​ໄດ້​ກາຍ​ເປັນ ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ, ເປັນ​ເນື້ອ​ໜັງ​ຄົນ ທຳ​ອິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ເປັນ​ຜູ້​ຊາຍ​ຄົນ​ທຳ​ອິດ​ນຳ​ອີກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ທຸກ​ສິ່ງ​ທັງ​ປວງ​ເປັນ​ຢູ່​ແລ້ວ​ກ່ອນ​ຖືກ​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ; ແຕ່​ມັນ​ໄດ້​ຖືກ​ສ້າງ​ຂຶ້ນ​ທາງ​ວິນ​ຍານ ແລະ ຖືກ​ປະ​ດິດ​ຕາມ​ຄຳ​ຂອງ​ເຮົາ.

8 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສ້າງ​ສວນ​ແຫ່ງ​ໜຶ່ງ​ໃນ ເອເດນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ, ແລະ ໄດ້​ເອົາ​ຊາຍ​ຜູ້​ທີ່​ເຮົາ​ປັ້ນ​ຂຶ້ນ​ນັ້ນ​ມາ​ຢູ່.

9 ແລະ ຈາກ​ພື້ນ​ດິນ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ບັນ​ດານ​ໃຫ້​ມີ​ຕົ້ນ​ໄມ້​ທຸກ​ຊະ​ນິດ, ໃນ​ທຳ​ມະ​ຊາດ, ຊຶ່ງ​ເປັນ​ທີ່​ເພິ່ງ​ພໍ​ໃຈ​ໃນ​ສາຍ​ຕາ​ຂອງ​ມະນຸດ; ແລະ ມະນຸດ​ສາ​ມາດ​ຫລຽວ​ເຫັນ​ມັນ​ໄດ້. ແລະ ມັນ​ກາຍ​ເປັນ​ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ​ຄື​ກັນ. ເພາະ​ວ່າ​ມັນ​ເປັນ​ທາງ​ວິນ​ຍານ​ໃນ​ວັນ​ເວລາ​ທີ່​ເຮົາ​ໄດ້​ສ້າງ​ມັນ; ເພາະ​ວ່າ​ມັນ​ຍັງ​ໃນ​ຢູ່​ຂົງ​ເຂດ ຊຶ່ງ​ໃນ​ນັ້ນ​ເຮົາ, ພຣະ​ເຈົ້າ, ໄດ້​ສ້າງ​ມັນ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ທຸກ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ຕຽມ​ໄວ້​ເພື່ອ​ໃຫ້​ມະນຸດ​ໃຊ້; ແລະ ມະນຸດ​ໄດ້​ເຫັນ​ວ່າ​ມັນ​ດີ​ສຳ​ລັບ​ເປັນ​ອາຫານ. ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ປູກ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ນຳ​ອີກ​ໄວ້​ໃນ​ກາງ​ສວນ, ແລະ ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ​ນຳ​ອີກ.

10 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເຮັດ​ໃຫ້​ມີ​ແມ່​ນ້ຳ​ສາຍ​ໜຶ່ງ​ໄຫລ​ອອກ​ມາ​ຈາກ​ເອເດນ​ເພື່ອ​ຫົດ​ນ້ຳ​ສວນ; ແລະ ຈາກ​ບ່ອນ​ນັ້ນ​ມັນ​ໄດ້​ແບ່ງ​ອອກ​ເປັນ​ສີ່ ສາຍ.

11 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເອີ້ນ​ສາຍ​ທີ​ໜຶ່ງ​ວ່າ ປີ​ໂຊນ, ແລະ ມັນ​ໄຫລ​ອ້ອມ​ດິນ​ແດນ​ຮາວີລາ, ບ່ອນ​ທີ່​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສ້າງ​ບໍ່​ຄຳ​ໄວ້​ຢ່າງ​ຫລວງ​ຫລາຍ;

12 ແລະ ບໍ່​ຄຳ​ຂອງ​ດິນ​ແດນ​ນັ້ນ​ເປັນ​ບໍ່​ຄຳ​ຊັ້ນ​ດີ, ແລະ ຕົ້ນ​ຢາງ​ຫອມ​ທີ່​ມີ​ຄ່າ​ສູງ ແລະ ແກ້ວ​ປະ​ເສີດ​ໂກ​ລາ.

13 ແລະ ແມ່​ນ້ຳ​ສາຍ​ທີ​ສອງ​ຊື່​ວ່າ ກີ​ໂຮນ; ຊຶ່ງ​ສາຍ​ດັ່ງ​ກ່າວ​ໄຫລ​ອ້ອມ​ດິນ​ແດນ​ກູ​ເຊ (ອີ​ຕີ​ໂອ​ເປຍ).

14 ແລະ ແມ່​ນ້ຳ​ສາຍ​ທີ​ສາມ​ຊື່​ວ່າ ຕິກ​ລິດ; ຊຶ່ງ​ໄຫລ​ຜ່ານ​ດິນ​ແດນ​ອັດ​ຊີ​ເຣຍ​ທາງ​ຕາ​ເວັນ​ອອກ. ແລະ ແມ່​ນ້ຳ​ສາຍ​ທີ​ສີ່​ຊື່​ວ່າ ເອີ​ຟຣັດ.

15 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເອົາ​ຊາຍ, ແລະ ວາງ​ລາວ​ໄວ້​ໃນ​ສວນ​ເອເດນ, ເພື່ອ​ເຝົ້າ​ຮັກ​ສາ ແລະ ເບິ່ງ​ແຍງ​ມັນ.

16 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສັ່ງ​ລາວ​ວ່າ: ເຈົ້າ​ສາ​ມາດ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ຕາມ​ໃຈ​ຊອບ,

17 ແຕ່​ເຈົ້າ​ຈົ່ງ​ຢ່າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ສາ​ມາດ ເລືອກ​ເພື່ອ​ຕົວ​ເອງ, ເພາະ​ໄດ້​ມອບ​ໃຫ້​ແກ່​ເຈົ້າ​ແລ້ວ; ແຕ່​ຈຳ​ໄວ້​ວ່າ ເຮົາ​ຫ້າມ​ເຈົ້າ, ເພາະ​ໃນ ມື້​ທີ່​ເຈົ້າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ເຈົ້າ​ຈະ ຕາຍ​ຢ່າງ​ແນ່​ນອນ.

18 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ກັບ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ​ວ່າ ບໍ່​ເປັນ​ການ​ສົມ​ຄວນ​ທີ່​ຜູ້​ຊາຍ​ຕ້ອງ​ຢູ່​ໂດດ​ດ່ຽວ​ຢ່າງ​ນີ້; ດັ່ງ​ນັ້ນ, ເຮົາ​ຈະ​ສ້າງ​ຜູ້ ຊ່ວຍ​ຊູ​ທີ່​ເໝາະ​ສົມ​ໃຫ້​ລາວ.

19 ແລະ ຈາກ​ພື້ນ​ດິນ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ປັ້ນ​ສັດ​ທຸກ​ຕົວ​ໃນ​ທົ່ງ, ແລະ ນົກ​ທຸກ​ຕົວ​ໃນ​ອາ​ກາດ; ແລະ ໄດ້​ບັນ​ຊາ​ມັນ​ໃຫ້​ມາ​ຫາ​ອາດາມ, ເພື່ອ​ເບິ່ງ​ວ່າ​ລາວ​ຈະ​ເອີ້ນ​ມັນ​ຢ່າງ​ໃດ; ແລະ ມັນ​ເປັນ​ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ​ຢູ່​ຄື​ກັນ; ເພາະ​ວ່າ​ເຮົາ, ພຣະ​ເຈົ້າ, ໄດ້​ເປົ່າ​ລົມ​ຫາຍ​ໃຈ​ໃສ່​ມັນ​ໃຫ້​ມີ​ຊີ​ວິດ, ແລະ ໄດ້​ບັນ​ຊາ​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ອາດາມ​ເອີ້ນ​ສັດ​ທຸກ​ຊະ​ນິດ​ທີ່​ມີ​ຊີ​ວິດ​ເຫລົ່າ​ນັ້ນ, ນັ້ນ​ຈະ​ເປັນ​ຊື່​ຂອງ​ມັນ.

20 ແລະ ອາດາມ​ໄດ້​ຕັ້ງ​ຊື່​ໃຫ້​ສັດ​ລ້ຽງ, ແລະ ນົກ​ໃນ​ອາ​ກາດ, ແລະ ໃຫ້​ສັດ​ປ່າ​ທັງ​ໝົດ​ຢູ່​ໃນ​ທົ່ງ; ແຕ່​ສຳ​ລັບ​ອາດາມ, ບໍ່​ມີ​ສັດ​ໂຕ​ໃດ​ເລີຍ​ເປັນ​ຜູ້​ຊ່ວຍ​ຊູ​ທີ່​ເໝາະ​ສົມ​ແກ່​ລາວ.

21 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເຮັດ​ໃຫ້​ອາດາມ​ນອນ​ຫລັບ; ແລະ ລາວ​ໄດ້​ນອນ​ຫລັບ​ສະ​ໜິດ, ແລະ ເຮົາ​ໄດ້​ເອົາ​ກະ​ດູກ​ຂ້າງ​ຊີກ​ໜຶ່ງ​ຂອງ​ລາວ​ອອກ​ມາ ແລະ ໄດ້​ເຮັດ​ໃຫ້​ເນື້ອ​ໜັງ​ຈອດ​ຕິດ​ກັນ​ດັ່ງ​ເດີມ;

22 ແລະ ກະ​ດູກ​ຂ້າງ​ຊຶ່ງ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເອົາ​ມາ​ຈາກ​ຜູ້​ຊາຍ, ມາ​ສ້າງ​ເປັນ ຜູ້​ຍິງ, ແລະ ນຳ​ນາງ​ມາ​ມອບ​ໃຫ້​ລາວ.

23 ແລະ ອາດາມ​ໄດ້ກ່າວ​ວ່າ: ຕອນ​ນີ້​ເຮົາ​ຮູ້​ແລ້ວ​ວ່າ ກະ​ດູກ​ຂອງ​ນາງ​ມາ​ຈາກ​ກະ​ດູກ​ຂອງ​ເຮົາ, ແລະ ເນື້ອ​ໜັງ​ຂອງ​ນາງ​ມາ​ຈາກ​ເນື້ອ​ໜັງ​ຂອງ​ເຮົາ; ນາງ​ຈະ​ຖືກ​ເອີ້ນ​ວ່າ ຜູ້​ຍິງ, ເພາະວ່າ​ນາງ​ມາ​ຈາກ​ຜູ້​ຊາຍ.

24 ສະນັ້ນ ຜູ້​ຊາຍ​ຈຶ່ງ​ຈາກ​ພໍ່​ແມ່ ແລະ ໄປ ຕິດ​ພັນ​ຢູ່​ກັບ​ເມຍ​ຂອງ​ຕົນ; ແລະ ພວກ​ເຂົາ​ທັງ​ສອງ​ກໍ​ກາຍ ເປັນ​ໜຶ່ງ.

25 ແລະ ພວກ​ເຂົາ​ທັງ​ສອງ​ໄດ້​ເປືອຍ​ກາຍ​ຢູ່, ຜູ້​ຊາຍ ແລະ ເມຍ​ຂອງ​ລາວ, ແຕ່​ພວກ​ເຂົາ​ບໍ່​ຮູ້​ສຶກ​ລະ​ອາຍ​ກັນ​ເລີຍ.