ພຣະ​ຄຳ​ພີ
ໂມເຊ 5


ບົດ​ທີ 5

(ເດືອນ​ມິຖຸນາ–ເດືອນ​ຕຸລາ 1830)

ອາດາມ ແລະ ເອວາ ເກີດ​ລູກ—ອາດາມ​ຖວາຍ​ເຄື່ອງ​ບູຊາ ແລະ ຮັບ​ໃຊ້​ພຣະ​ເຈົ້າ—ກາ​ອິນ ແລະ ອາ​ເບັນ​ໄດ້​ເກີດ​ມາ—ກາ​ອິນ​ກະ​ບົດ, ຮັກ​ຊາຕານ​ຫລາຍ​ກວ່າ​ພຣະ​ເຈົ້າ, ແລະ ກາຍ​ເປັນ​ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ—ການ​ຂ້າ​ຟັນ ແລະ ຄວາມ​ຊົ່ວ​ຮ້າຍ​ແຜ່​ຂະ​ຫຍາຍ​ອອກ​ໄປ​ທົ່ວ—ພຣະ​ກິດ​ຕິ​ຄຸນ​ຖືກ​ສັ່ງ​ສອນ​ຕັ້ງ​ແຕ່​ຕົ້ນ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ແລ້ວ, ອາດາມ​ໄດ້​ເລີ່ມ​ເຮັດ​ໄຮ່​ໄຖ​ນາ, ແລະ ມີ ອຳນາດ​ປົກ​ຄອງ​ເໜືອ​ສັດ​ທັງ​ປວງ​ໃນ​ທົ່ງ, ແລະ ໄດ້​ເຮັດ​ວຽກ​ງານ​ຈົນ​ເຫື່ອ​ໄຫລ​ຍ້ອຍ​ອອກ​ມາ, ດັ່ງ​ທີ່​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ລາວ. ແລະ ເອວາ, ເມຍ​ຂອງ​ລາວ​ກໍ​ຄື​ກັນ, ໄດ້​ທຳ​ງານ​ກັບ​ລາວ.

2 ແລະ ອາດາມ​ໄດ້​ສົມ​ສູ່​ຢູ່​ກັບ​ເມຍ​ຂອງ​ລາວ, ແລະ ນາງ​ກໍ​ໄດ້ ເກີດ​ລູກ​ຊາຍ ແລະ ລູກ​ສາວ ຫລາຍ​ຄົນ, ແລະ ພວກ​ເຂົາ​ໄດ້​ເລີ່ມ​ຂະ​ຫຍາຍ​ເຜົ່າ​ພັນ ແລະ ເພີ່ມ​ທະ​ວີ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ.

3 ແລະ ນັບ​ແຕ່​ເວລາ​ນັ້ນ​ມາ, ພວກ​ລູກ​ຊາຍ ແລະ ພວກ ລູກ​ສາວ​ຂອງ​ອາດາມ​ໄດ້​ເລີ່ມ​ແຍກ​ໄປ​ເປັນ​ຄູ່ໆ​ໃນ​ແຜ່ນ​ດິນ, ແລະ ເຮັດ​ໄຮ່​ໄຖ​ນາ, ແລະ ລ້ຽງ​ຝູງ​ສັດ, ແລະ ພວກ​ເຂົາ​ເລີ່ມ​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ນຳ​ອີກ.

4 ແລະ ອາດາມ ແລະ ເອວາ, ເມຍ​ຂອງ​ລາວ, ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພວກ​ເຂົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຈາກ​ທາງ​ສວນ ເອເດນ, ກ່າວ​ກັບ​ພວກ​ເຂົາ, ແລະ ພວກ​ເຂົາ​ບໍ່​ໄດ້​ເຫັນ​ພຣະ​ອົງ; ເພາະ​ວ່າ​ພວກ​ເຂົາ​ຖືກ​ກັນ​ໄວ້​ຈາກ ທີ່​ປະ​ທັບ​ຢູ່​ຂອງ​ພຣະ​ອົງ.

5 ແລະ ພຣະ​ອົງ​ໄດ້​ປະທານ​ພຣະ​ບັນ​ຍັດ​ໃຫ້​ແກ່​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ ນະມັດ​ສະການ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ຄວນ​ຖວາຍ​ລູກ​ສັດ ຫົວ​ປີ​ຈາກ​ຝູງ​ສັດ​ຂອງ​ພວກ​ເຂົາ, ເພື່ອ​ເປັນ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ແລະ ອາດາມ​ໄດ້ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

6 ແລະ ຫລັງ​ຈາກ​ຫລາຍ​ມື້​ຜ່ານ​ໄປ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ​ຕໍ່​ອາດາມ, ໂດຍ​ກ່າວ​ວ່າ: ເປັນ​ຫຍັງ​ເຈົ້າ​ຈຶ່ງ ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ? ແລະ ອາດາມ​ໄດ້​ຕອບ​ເພິ່ນ​ວ່າ: ຂ້າ​ນ້ອຍ​ບໍ່​ຮູ້, ນອກ​ຈາກ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ນ້ອຍ.

7 ແລະ ແລ້ວ​ທູດ​ໄດ້​ກ່າວ ມີ​ຄວາມ​ວ່າ: ສິ່ງ​ນີ້​ເປັນ ແບບ​ຂອງ ການ​ເສຍ​ສະລະ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ຊຶ່ງ​ເຕັມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ.

8 ດັ່ງ​ນັ້ນ, ເຈົ້າ​ຈົ່ງ​ກະ​ທຳ​ທັງ​ໝົດ​ທີ່​ເຈົ້າ​ກະ​ທຳ​ໃນ ພຣະ​ນາມ​ຂອງ​ພຣະ​ບຸດ, ແລະ ເຈົ້າ​ຈົ່ງ ກັບ​ໃຈ ແລະ ຮ້ອງ​ຫາ​ພຣະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຕະຫລອດ​ໄປ.

9 ແລະ ໃນ​ມື້​ນັ້ນ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ອາດາມ, ຊຶ່ງ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບຸດ, ໂດຍ​ກ່າວ​ວ່າ: ເຮົາ​ຄື ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ​ຕັ້ງ​ແຕ່​ຕົ້ນ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ, ວ່າ​ດັ່​ງ​ທີ່​ເຈົ້າ​ໄດ້ ຕົກ ເຈົ້າ​ຈະ​ໄດ້​ຖືກ ໄຖ່, ແລະ ມະນຸດ​ຊາດ​ທັງ​ປວງ, ແມ່ນ​ແຕ່​ຫລາຍ​ເທົ່າ​ທີ່​ຈະ​ປາດ​ຖະ​ໜາ.

10 ແລະ ໃນ​ມື້​ນັ້ນ​ອາດາມ​ໄດ້​ຖວາຍ​ພຣະ​ພອນ​ແດ່​ພຣະ​ເຈົ້າ ແລະ ໄດ້ ເຕັມ​ປ່ຽມ, ແລະ ໄດ້​ເລີ່ມ ທຳ​ນາຍ​ກ່ຽວ​ກັບ​ຄອບ​ຄົວ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ, ໂດຍ​ກ່າວ​ວ່າ: ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ເພາະ​ເປັນ​ຍ້ອນ​ການ​ລ່ວງ​ລະເມີດ​ຂອງ​ຂ້າ​ພຣະ​ອົງ, ຂ້າ​ພຣະ​ອົງ​ຈຶ່ງ​ມີ​ຄວາມ​ເຂົ້າ​ໃຈ, ແລະ ໃນ​ຊີ​ວິດ​ນີ້​ຂ້າ​ພຣະ​ອົງ​ຈະ​ມີ ຄວາມ​ສຸກ, ແລະ ໃນ ເນື້ອ​ໜັງ​ຂ້າ​ພຣະ​ອົງ​ຈະ​ໄດ້​ເຫັນ​ພຣະ​ເຈົ້າ​ອີກ.

11 ແລະ ເອວາ, ເມຍ​ຂອງ​ລາວ, ໄດ້​ຍິນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ ແລະ ໄດ້​ຍິນ​ດີ, ໂດຍ​ກ່າວ​ວ່າ: ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຄົງ​ບໍ່​ມີ ພົງ​ພັນ, ແລະ ຄົງ​ບໍ່​ເຄີຍ​ຮູ້​ຈັກ​ຄວາມ​ດີ ແລະ ຄວາມ​ຊົ່ວ, ແລະ ຄວາມ​ສຸກ​ຂອງ​ການ​ໄຖ່, ແລະ ຊີ​ວິດ​ນິ​ລັນ​ດອນ​ຊຶ່ງ​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ເຊື່ອ​ຟັງ.

12 ແລະ ອາດາມ​ກັບ​ເອວາ​ໄດ້​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ນາມ​ຂອງ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ເລື່ອງ​ທັງ​ໝົດ​ເປັນ​ທີ່ ຮູ້​ຈັກ​ແກ່​ພວກ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ພວກ​ເຂົາ.

13 ແລະ ຊາຕານ​ໄດ້​ມາ​ໃນ​ທ່າມ​ກາງ​ພວກ​ເຂົາ, ໂດຍ​ກ່າວ​ວ່າ: ເຮົາ​ຄື​ບຸດ​ຂອງ​ພຣະ​ເຈົ້າ; ແລະ ມັນ​ໄດ້​ບັນ​ຊາ​ພວກ​ເຂົາ, ໂດຍ​ກ່າວ​ວ່າ: ຢ່າ ເຊື່ອ; ແລະ ພວກ​ເຂົາ​ບໍ່​ເຊື່ອ, ແລະ ພວກ​ເຂົາ ຮັກ​ຊາຕານ​ຫລາຍ​ກວ່າ​ພຣະ​ເຈົ້າ. ແລະ ນັບ​ຈາກ​ເວລາ​ນັ້ນ​ເປັນ​ຕົ້ນ​ມາ ມະນຸດ​ໄດ້​ເລີ່ມ​ມີ ກາມ​ມະ​ລົມ, ຕັນ​ຫາ​ໜ້າ​ມືດ, ແລະ ຕ່ຳ​ຊ້າ.

14 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ເອີ້ນ​ມະນຸດ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ບັນ​ຊາ​ພວກ​ເຂົາ​ວ່າ ພວກ​ເຂົາ​ຄວນ​ກັບ​ໃຈ;

15 ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່ ເຊື່ອ​ໃນ​ພຣະ​ບຸດ, ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ, ຈະ ລອດ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ພຣະ​ບຸດ, ແລະ ບໍ່​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ, ຈະ ອັບ​ປະ​ໂຫຍດ; ແລະ ພຣະ​ຄຳ​ໄດ້​ອອກ​ໄປ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ​ເປັນ​ຄຳ​ສັ່ງ​ທີ່​ໜັກ​ແໜ້ນ; ດັ່ງ​ນັ້ນ ມັນ​ຈຶ່ງ​ຕ້ອງ​ເກີດ​ສຳ​ເລັດ​ຜົນ.

16 ແລະ ອາດາມ​ກັບ​ເອວາ, ເມຍ​ຂອງ​ລາວ, ບໍ່​ໄດ້​ຢຸດ​ເອີ້ນ​ຫາ​ພຣະ​ເຈົ້າ. ແລະ ອາດາມ​ໄດ້​ສົມ​ສູ່​ຢູ່​ກັບ​ເອວາ ເມຍ​ຂອງ​ລາວ, ແລະ ນາງ​ກໍ​ໄດ້​ຖືພາ ແລະ ເກີດ​ລູກ​ຊາຍ​ຊື່​ວ່າ ກາ​ອິນ, ແລະ ໄດ້​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ລູກ​ຊາຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ; ດັ່ງ​ນັ້ນ ລາວ​ຈະ​ບໍ່​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ອົງ. ແຕ່​ຈົ່ງ​ເບິ່ງ, ກາ​ອິນ​ບໍ່​ໄດ້​ເຊື່ອ​ຟັງ, ໂດຍ​ກ່າວ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ຄື​ຜູ້​ໃດ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ຮູ້​ຈັກ​ພຣະ​ອົງ?

17 ແລະ ນາງ​ໄດ້​ຖື​ພາ​ອີກ ແລະ ໄດ້​ເກີດ​ນ້ອງ​ຊາຍ​ຂອງ​ລາວ​ຊື່​ວ່າ ອາ​ເບັນ. ແລະ ອາ​ເບັນ​ໄດ້ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ອາ​ເບັນ​ເປັນ​ຄົນ​ລ້ຽງ​ຝູງ​ແກະ, ແຕ່​ກາ​ອິນ​ເປັນ​ພໍ່​ນາ.

18 ແລະ ກາ​ອິນ ຮັກ​ຊາຕານ​ຫລາຍ​ກວ່າ​ພຣະ​ເຈົ້າ. ແລະ ຊາຕານ​ໄດ້​ບັນ​ຊາ​ລາວ, ໂດຍ​ກ່າວ​ວ່າ: ຈົ່ງ ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

19 ແລະ ຕາມ​ຄວາມ​ສົມ​ຄວນ​ຂອງ​ເວລາ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກາ​ອິນ​ໄດ້​ເອົາ​ຜົນ​ລະ​ປູກ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

20 ແລະ ອາ​ເບັນ, ລາວ​ກໍ​ໄດ້​ເອົາ​ລູກ​ແກະ​ເຖິກ​ຫົວ​ປີ​ໂຕ​ໜຶ່ງ​ໃນ​ຝູງ​ຂອງ​ລາວ​ມາ​ຂ້າ, ແລະ ເອົາ​ເນື້ອ​ສ່ວນ​ທີ່​ດີ​ທີ່​ສຸດ​ມາ​ຖວາຍ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ພໍ​ພຣະ​ໄທ​ກັບ​ອາ​ເບັນ, ແລະ ກັບ ເຄື່ອງ​ຖວາຍ​ຂອງ​ລາວ;

21 ແຕ່​ກັບ​ກາ​ອິນ, ແລະ ກັບ ເຄື່ອງ​ຖວາຍ​ຂອງ​ລາວ, ພຣະ​ອົງ​ບໍ່​ພໍ​ພຣະ​ໄທ​ນຳ. ບັດ​ນີ້ ຊາຕານ​ໄດ້​ຮູ້​ເຖິງ​ເລື່ອງ​ນີ້, ແລະ ນີ້​ເຮັດ​ໃຫ້​ມັນ​ພໍ​ໃຈ​ຫລາຍ. ແລະ ກາ​ອິນ​ຈຶ່ງ​ຄຽດ​ແຄ້ນ, ແລະ ໜ້າ​ບູດ​ບຶ້ງ.

22 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ກາ​ອິນ​ວ່າ: ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄຽດ​ແຄ້ນ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໜ້າ​ບູດ​ບຶ້ງ?

23 ຖ້າ​ຫາກ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ດີ ແລ້ວ​ເຈົ້າ​ຈະ​ຖືກ ຮັບ​ໄວ້. ແລະ ຖ້າ​ຫາກ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ດີ, ແລ້ວ​ບາບ​ກໍ​ຢູ່​ທີ່​ປະຕູ, ແລະ ຊາຕານ​ປາດ​ຖະ​ໜາ​ທີ່​ຈະ​ໄດ້​ເຈົ້າ; ແລະ ຍົກ​ເວັ້ນ​ແຕ່​ເຈົ້າ​ຈະ​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ເຮົາ, ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ມັນ, ແລະ ຈະ​ເກີດ​ກັບ​ເຈົ້າ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ມັນ. ແລະ ເຈົ້າ​ຈະ​ປົກ​ຄອງ​ເໜືອ​ມັນ;

24 ເພາະ​ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ບິດາ​ແຫ່ງ​ຄວາມ​ຕົວະ​ຂອງ​ມັນ; ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ ຜູ້​ຈິບ​ຫາຍ; ເພາະ​ວ່າ​ເຈົ້າ​ໄດ້​ດຳ​ລົງ​ຢູ່​ກ່ອນ​ໂລກ​ນີ້​ເຊັ່ນ​ດຽວ​ກັນ.

25 ແລະ ຈະ​ມີ​ການ​ກ່າວ​ໄວ້​ໃນ​ເວລາ​ທີ່​ຈະ​ມາ​ເຖິງ—ວ່າ ຄວາມ​ໜ້າ​ກຽດ​ຊັງ​ເຫລົ່າ​ນີ້​ມີ​ມາ​ນັບ​ແຕ່​ກາ​ອິນ; ເພາະ​ວ່າ​ລາວ​ໄດ້​ປະ​ຕິ​ເສດ​ຄຳ​ແນະນຳ​ອັນ​ຍິ່ງ​ໃຫຍ່​ກວ່າ ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ; ແລະ ນີ້​ເປັນ​ການ​ສາບ​ແຊ່ງ ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ເຈົ້າ, ຍົກ​ເວັ້ນ​ແຕ່​ເຈົ້າ​ຈະ​ກັບ​ໃຈ.

26 ແລະ ກາ​ອິນ​ໄດ້​ຄຽດ​ແຄ້ນ, ແລະ ບໍ່​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ຕໍ່​ໄປ, ທັງ​ບໍ່​ຟັງ​ສຽງ​ຂອງ​ອາ​ເບັນ​ຄື​ກັນ, ນ້ອງ​ຊາຍ​ຂອງ​ລາວ, ຜູ້​ໄດ້​ເດີນ​ໄປ​ໃນ​ຄວາມ​ສັກ​ສິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

27 ແລະ ອາດາມ​ກັບ​ເມຍ​ຂອງ​ລາວ​ກໍ​ມີ​ຄວາມ​ໂສກ​ເສົ້າ​ຫລາຍ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ກາ​ອິນ ແລະ ອ້າຍ​ນ້ອງ​ຂອງ​ລາວ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກາ​ອິນ​ໄດ້​ເອົາ​ລູກ​ສາວ​ຂອງ​ອ້າຍ​ນ້ອງ​ຂອງ​ລາວ​ມາ​ເປັນ​ເມຍ, ແລະ ພວກ​ເຂົາ ຮັກ​ຊາຕານ​ຫລາຍ​ກວ່າ​ພຣະ​ເຈົ້າ.

29 ແລະ ຊາຕານ​ໄດ້​ກ່າວ​ກັບ​ກາ​ອິນ​ວ່າ: ຈົ່ງ​ສາບານ​ກັບ​ຂ້າ​ພະ​ເຈົ້າ​ໂດຍ​ຄໍ​ຂອງ​ທ່ານ, ແລະ ຖ້າ​ຫາກ​ທ່ານ​ເປີດ​ເຜີຍ​ເລື່ອງ​ນີ້ ທ່ານ​ຈະ​ຕາຍ; ແລະ ໃຫ້​ອ້າຍ​ນ້ອງ​ຂອງ​ທ່ານ​ສາບານ​ດ້ວຍ​ຫົວ​ຂອງ​ພວກ​ເຂົາ, ແລະ ໂດຍ ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ວ່າ​ພວກ​ເຂົາ​ຈະ​ບໍ່​ເປີດ​ເຜີຍ​ເລື່ອງ​ນີ້; ເພາະ​ວ່າ​ຖ້າ​ຫາກ​ພວກ​ເຂົາ​ເປີດ​ເຜີຍ, ພວກ​ເຂົາ​ຈະ​ຕາຍ​ຢ່າງ​ແນ່​ນອນ; ແລະ ການ​ນີ້​ເພື່ອ​ບໍ່​ໃຫ້​ບິດາ​ຂອງ​ທ່ານ​ຮູ້​ຈັກ; ແລະ ມື້​ນີ້​ຂ້າ​ພະ​ເຈົ້າ​ຈະ​ມອບ​ອາ​ເບັນ​ນ້ອງ​ຊາຍ​ຂອງ​ທ່ານ​ໃຫ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ທ່ານ.

30 ແລະ ຊາຕານ​ໄດ້​ສາບານ​ກັບ​ກາ​ອິນ​ວ່າ ມັນ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ລາວ. ແລະ ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ໄດ້​ເຮັດ​ເປັນ​ການ​ລັບ.

31 ແລະ ກາ​ອິນ​ໄດ້​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຄື​ເມ​ຮັນ​ຢ່າງ​ແນ່​ແທ້, ເຈົ້າ​ແຫ່ງ​ຄວາມ​ລັບ​ອັນ​ຍິ່ງ​ໃຫຍ່​ນີ້, ວ່າ​ຂ້າ​ພະ​ເຈົ້າ​ສາ​ມາດ ຄາດ​ຕະ​ກຳ ແລະ ຫາ​ຜົນ​ປະ​ໂຫຍດ. ດັ່ງ​ນັ້ນ​ກາ​ອິນ​ຈຶ່ງ​ຖືກ​ເອີ້ນ​ວ່າ ເຈົ້າ ເມ​ຮັນ, ແລະ ລາວ​ໄດ້​ພາກ​ພູມ​ໃຈ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລາວ.

32 ແລະ ກາ​ອິນ​ໄດ້​ລົງ​ໄປ​ໃນ​ທົ່ງ, ແລະ ກາ​ອິນ​ໄດ້​ເວົ້າ​ລົມ​ກັບ​ອາ​ເບັນ, ນ້ອງ​ຊາຍ​ຂອງ​ລາວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ພວກ​ເຂົາ​ຢູ່​ໃນ​ທົ່ງ, ກາ​ອິນ​ໄດ້​ໂດດ​ໃສ່​ອາ​ເບັນ, ນ້ອງ​ຊາຍ​ຂອງ​ລາວ, ແລະ ໄດ້​ຂ້າ​ລາວ​ເສຍ.

33 ແລະ ກາ​ອິນ​ໄດ້ ພາກ​ພູມ​ໃຈ​ກັບ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ລົງ​ໄປ, ໂດຍ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ເປັນ​ອິດສະ​ລະ​ແລ້ວ; ຝູງ​ສັດ​ຂອງ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຈະ​ຕົກ​ຢູ່​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ແນ່​ນອນ.

34 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ກາ​ອິນ​ວ່າ: ອາ​ເບັນ, ນ້ອງ​ຊາຍ​ຂອງ​ເຈົ້າ​ຢູ່​ໃສ? ແລະ ລາວ​ໄດ້​ກ່າວ​ວ່າ: ຂ້າ​ພຣະ​ອົງ​ບໍ່​ຮູ້. ຂ້າ​ພຣະ​ອົງ​ເປັນ ຄົນ​ດູ​ແລ​ຮັກ​ສາ​ນ້ອງ​ຊາຍ​ຊັ້ນ​ບໍ?

35 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ? ເລືອດ​ຂອງ​ນ້ອງ​ຊາຍ​ຂອງ​ເຈົ້າ​ໄດ້​ຟ້ອງ​ຮ້ອງ​ຂຶ້ນ​ມາ​ຫາ​ເຮົາ​ຈາກ​ພື້ນ​ດິນ.

36 ແລະ ບັດ​ນີ້​ເຈົ້າ​ຈະ​ຖືກ​ສາບ​ແຊ່ງ​ຈາກ​ແຜ່ນ​ດິນ​ບ່ອນ​ທີ່​ໄດ້​ອ້າ​ປາກ​ຮັບ​ເອົາ​ເລືອດ​ຂອງ​ນ້ອງ​ຊາຍ​ຂອງ​ເຈົ້າ​ຈາກ​ມື​ຂອງ​ເຈົ້າ.

37 ເມື່ອ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ​ຢູ່​ບ່ອນ​ນີ້ ມັນ​ຈະ​ບໍ່​ເກີດ​ຜົນ. ເຈົ້າ​ຈະ ບໍ່​ມີ​ທີ່​ຢູ່ ແລະ ຈະ​ພະ​ເນ​ຈອນ​ໄປ​ເທິງ​ແຜ່ນ​ດິນ​ໂລກ.

38 ແລະ ກາ​ອິນ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ຊາຕານ​ໄດ້ ລໍ້​ລວງ​ຂ້າ​ພຣະ​ອົງ​ເນື່ອງ​ດ້ວຍ​ຝູງ​ສັດ​ຂອງ​ນ້ອງ​ຊາຍ​ຂອງ​ຂ້າ​ພຣະ​ອົງ. ແລະ ຂ້າ​ພຣະ​ອົງ​ກໍ​ຄຽດ​ແຄ້ນ​ນຳ​ອີກ; ເພາະ​ເຄື່ອງ​ຖວາຍ​ຂອງ​ລາວ ພຣະ​ອົງ​ໄດ້​ຮັບ​ເອົາ ແລະ ບໍ່​ໄດ້​ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ຂ້າ​ພຣະ​ອົງ; ໂທດ​ນີ້​ໜັກ​ເກີນ​ກວ່າ​ທີ່​ຂ້າ​ພຣະ​ອົງ​ຈະ​ຮັບ​ໄດ້.

39 ຈົ່ງ​ເບິ່ງ ພຣະ​ອົງ​ໄດ້​ຂັບ​ໄລ່​ຂ້າ​ພຣະ​ອົງ​ໃຫ້​ອອກ​ໄປ​ມື້​ນີ້​ຈາກ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໃຫ້​ພົ້ນ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ; ແລະ ຂ້າ​ພຣະ​ອົງ​ຈະ​ບໍ່​ມີ​ທີ່​ຢູ່ ແລະ ຈະ​ພະ​ເນ​ຈອນ​ໄປ​ເທິງ​ແຜ່ນ​ດິນ​ໂລກ; ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື, ຖ້າ​ຫາກ​ຜູ້​ໃດ​ຜູ້​ໜຶ່ງ​ພົບ​ເຫັນ​ຂ້າ​ພຣະ​ອົງ, ເຂົາ​ກໍ​ຈະ​ສັງ​ຫານ​ຂ້າ​ພຣະ​ອົງ​ເສຍ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຂ້າ​ພຣະ​ອົງ, ເພາະ​ວ່າ​ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ຖືກ​ປິດ​ບັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

40 ແລະ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ: ຜູ້​ໃດ​ກໍ​ຕາມ​ທີ່​ຂ້າ​ເຈົ້າ, ການ​ແກ້​ແຄ້ນ​ຈະ​ເກີດ​ກັບ​ເຂົາ​ເຈັດ​ເທົ່າ. ແລະ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ ເຄື່ອງ​ໝາຍ​ໄວ້​ໃນ​ຕົວ​ຂອງ​ກາ​ອິນ, ຖ້າ​ບໍ່​ດັ່ງ​ນັ້ນ​ຄົນ​ທີ່​ພົບ​ເຫັນ​ລາວ ຈະ​ຂ້າ​ລາວ.

41 ແລະ ກາ​ອິນ​ໄດ້​ຖືກ​ກັນ​ໄວ້​ຈາກ ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເມຍ​ຂອງ​ລາວ ແລະ ອ້າຍ​ນ້ອງ​ຫລາຍ​ຄົນ​ຂອງ​ລາວ​ໄດ້​ອາ​ໄສ​ຢູ່​ແຜ່ນ​ດິນ​ໂນດ, ທາງ​ເບື້ອງ​ຕາ​ເວັນ​ອອກ​ຂອງ​ເອເດນ.

42 ແລະ ກາ​ອິນ​ໄດ້​ສົມ​ສູ່​ຢູ່​ກັບ​ເມຍ​ຂອງ​ລາວ, ແລະ ນາງ​ໄດ້​ຕັ້ງ​ທ້ອງ ແລະ ໄດ້​ເກີດ​ລູກ​ຊາຍ​ຊື່​ວ່າ​ເອນົກ, ແລະ ລາວ​ກໍ​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ນຳ​ອີກ. ແລະ ລາວ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ, ແລະ ລາວ​ໄດ້​ເອີ້ນ​ຊື່ ເມືອງ​ວ່າ​ເອນົກ ຕາມ​ຊື່​ຂອງ​ລູກ​ຊາຍ​ຂອງ​ລາວ.

43 ແລະ ເອນົກ​ໄດ້​ລູກ​ຊາຍ​ຊື່​ອີ​ລາດ, ແລະ ລູກ​ຊາຍ ແລະ ລູກ​ສາວ​ຄົນ​ອື່ນໆ. ແລະ ອີ​ລາດ​ໄດ້​ລູກ​ຊາຍ​ຊື່​ເມ​ຮູ​ຢາ​ເອນ, ແລະ ລູກ​ຊາຍ ແລະ ລູກ​ສາວ​ຄົນ​ອື່ນໆ. ແລະ ເມ​ຮູ​ຢາ​ເອນ​ໄດ້​ລູກ​ຊາຍ​ຊື່​ເມທູ​ຊາ​ເອນ, ແລະ ລູກ​ຊາຍ ແລະ ລູກ​ສາວ​ຄົນ​ອື່ນໆ. ແລະ ເມທູ​ຊາ​ເອນ​ໄດ້​ລູກ​ຊາຍ​ຊື່​ລາ​ເມັກ.

44 ແລະ ລາ​ເມັກ​ໄດ້​ຮັບ​ເອົາ​ຍິງ​ສອງ​ຄົນ​ມາ​ເປັນ​ເມຍ; ຄົນ​ໜຶ່ງ​ຊື່​ວ່າ​ອາ​ດາ, ແລະ ອີກ​ຄົນ​ໜຶ່ງ​ຊື່​ວ່າ​ຊິນ​ລາ.

45 ແລະ ອາ​ດາ​ໄດ້​ລູກ​ຊາຍ​ຊື່​ຢາ​ບານ; ລາວ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທີ່​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ, ແລະ ພວກ​ເຂົາ​ເປັນ​ຄົນ​ລ້ຽງ​ສັດ; ແລະ ນ້ອງ​ຊາຍ​ຂອງ​ລາວ​ມີ​ຊື່​ວ່າ ຢູ​ບານ, ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທີ່​ດີດ​ພິນ ແລະ ເປົ່າ​ຄຸ່ຍ.

46 ແລະ ຊິນ​ລາ, ນາງ​ກໍ​ໄດ້​ລູກ​ຊາຍ​ຄົນ​ໜຶ່ງ​ຄື​ກັນ​ຊື່​ຕູ​ບາ​ກາ​ອິນ, ເປັນ​ຊ່າງ​ຕີ​ເຄື່ອງ​ມື​ເປັນ​ທອງ​ສຳ​ເລັດ ແລະ ເຫລັກ. ແລະ ຕູ​ບາ​ກາ​ອິນ​ມີ​ນ້ອງ​ສາວ​ຄົນ​ໜຶ່ງ​ຊື່​ວ່າ ນາ​ອາມາ.

47 ແລະ ລາ​ເມັກ​ໄດ້​ກ່າວ​ກັບ​ເມຍ​ຂອງ​ລາວ, ອາ​ດາ ແລະ ຊິນ​ລາ​ວ່າ: ຈົ່ງ​ຟັງ​ສຽງ​ຂອງ​ອ້າຍ, ພວກ​ນ້ອງ​ຜູ້​ເປັນ​ເມຍ​ຂອງ​ລາ​ເມັກ, ຈົ່ງ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ອ້າຍ; ເພາະ​ອ້າຍ​ໄດ້​ສັງ​ຫານ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ເພາະ​ວ່າ​ລາວ​ໄດ້​ຕີ​ອ້າຍ​ໃຫ້​ບວມ​ຊ້ຳ.

48 ຖ້າ​ຫາກ​ກາ​ອິນ​ຈະ​ຖືກ​ແກ້​ແຄ້ນ​ເຖິງ​ເຈັດ​ເທົ່າ, ແລ້ວ​ລາ​ເມັກ​ຈະ​ເປັນ​ເຖິງ ເຈັດ​ສິບ​ເຈັດ​ເທົ່າ;

49 ເພາະວ່າ​ລາ​ເມັກ​ໂດຍ​ທີ່​ໄດ້​ເຂົ້າ​ເຮັດ ພັນທະ​ສັນ​ຍາ​ກັບ​ຊາຕານ, ຕາມ​ວິ​ທີ​ຂອງ​ກາ​ອິນ, ຊຶ່ງ​ໃນ​ການ​ນີ້ ລາວ​ໄດ້​ກາຍ​ເປັນ​ເຈົ້າ​ເມ​ຮັນ, ເປັນ​ເຈົ້າ​ແຫ່ງ​ຄວາມ​ລັບ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ຊາຕານ​ໄດ້​ມອບ​ໃຫ້​ກາ​ອິນ; ແລະ ອີ​ລາດ, ລູກ​ຊາຍ​ຂອງ​ເອນົກ, ໂດຍ​ທີ່​ຮູ້​ຈັກ​ຄວາມ​ລັບ​ຂອງ​ພວກ​ເຂົາ, ໄດ້​ເລີ່ມ​ເປີດ​ເຜີຍ​ມັນ​ກັບ​ບັນ​ດາ​ລູກ​ຊາຍ​ຂອງ​ອາດາມ;

50 ດັ່ງ​ນັ້ນ ລາ​ເມັກ, ໂດຍ​ທີ່​ຄຽດ​ແຄ້ນ, ໄດ້​ຂ້າ​ລາວ, ບໍ່​ເໝືອນ​ກາ​ອິນ, ໄດ້​ຂ້າ​ອາ​ເບັນ​ນ້ອງ​ຊາຍ​ຂອງ​ລາວ, ເພື່ອ​ເຫັນ​ແກ່​ການ​ຫາ​ຜົນ​ປະ​ໂຫຍດ, ແຕ່​ລາວ​ໄດ້​ຂ້າ​ລາວ​ເພື່ອ​ເຫັນ​ແກ່​ຄຳ​ສາບານ.

51 ເພາະ, ນັບ​ແຕ່​ວັນ​ເວລາ​ຂອງ​ກາ​ອິນ, ມັນ​ໄດ້​ມີ ການ​ມົ້ວ​ສຸມ​ລັບ, ແລະ ວຽກ​ງານ​ຂອງ​ພວກ​ເຂົາ​ໄດ້​ຢູ່​ໃນ​ຄວາມ​ມືດ, ແລະ ພວກ​ເຂົາ​ໄດ້​ຮູ້​ຈັກ​ອ້າຍ​ນ້ອງ​ຂອງ​ພວກ​ເຂົາ​ທຸກ​ຄົນ.

52 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ສາບ​ແຊ່ງ​ລາ​ເມັກ, ແລະ ຄົວ​ເຮືອນ​ຂອງ​ລາວ, ແລະ ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ຊາຕານ; ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ພຣະ​ເຈົ້າ​ບໍ່​ພໍ​ພຣະ​ໄທ, ແລະ ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ບັດ​ຕໍ່​ພວກ​ເຂົາ, ແລະ ວຽກ​ງານ​ຂອງ​ພວກ​ເຂົາ​ໄດ້​ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ, ແລະ ໄດ້​ເລີ່ມ​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ໃນ​ບັນ​ດາ ພວກ​ລູກ​ຊາຍ​ທັງ​ປວງ​ຂອງ​ມະນຸດ. ແລະ ມັນ​ໄດ້​ຢູ່​ໃນ​ບັນ​ດາ​ພວກ​ລູກ​ຊາຍ​ຂອງ​ມະນຸດ.

53 ແລະ ໃນ​ບັນ​ດາ​ພວກ​ລູກ​ສາວ​ຂອງ​ມະນຸດ ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ຖືກ​ກ່າວ​ເຖິງ, ເພາະ​ວ່າ​ລາ​ເມັກ​ໄດ້​ເປີດ​ເຜີຍ​ຄວາມ​ລັບ​ໃຫ້​ພວກ​ເມຍ​ຂອງ​ລາວ​ຟັງ, ແລະ ພວກ​ນາງ​ໄດ້​ກະ​ບົດ​ຕໍ່​ລາວ, ແລະ ໄດ້​ປະ​ກາດ​ສິ່ງ​ເຫລົ່າ​ນີ້​ໄປ​ທົ່ວ, ແລະ ບໍ່​ມີ​ຄວາມ​ສົງ​ສານ;

54 ດັ່ງ​ນັ້ນ ລາ​ເມັກ​ຈຶ່ງ​ຖືກ​ກຽດ​ຊັງ, ແລະ ຖືກ​ໄລ່​ໜີ, ແລະ ບໍ່​ໄດ້​ຢູ່​ໃນ​ບັນ​ດາ​ພວກ​ລູກ​ຊາຍ​ມະນຸດ, ຖ້າ​ບໍ່​ດັ່ງ​ນັ້ນ​ລາວ​ຈະ​ຖືກ​ຂ້າ.

55 ແລະ ວຽກ​ງານ​ແຫ່ງ ຄວາມ​ມືດ​ຈຶ່ງ​ໄດ້​ເລີ່ມ​ແຜ່​ອອກ​ໄປ​ໃນ​ບັນ​ດາ​ພວກ​ລູກ​ຊາຍ​ທັງ​ປວງ​ຂອງ​ມະນຸດ​ດັ່ງ​ນັ້ນ.

56 ແລະ ພຣະ​ເຈົ້າ​ໄດ້​ສາບ​ແຊ່ງ​ຜືນ​ແຜ່ນ​ດິນ​ດ້ວຍ​ການ​ສາບ​ແຊ່ງ​ອັນ​ສາ​ຫັດ, ແລະ ໄດ້​ພຣະ​ພິ​ໂລດ​ໃຫ້​ຄົນ​ຊົ່ວ, ກັບ​ພວກ​ລູກ​ຊາຍ​ທັງ​ປວງ​ຂອງ​ມະນຸດ​ຜູ້​ທີ່​ພຣະ​ອົງ​ໄດ້​ສ້າງ​ຂຶ້ນ;

57 ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ທັງ​ບໍ່​ເຊື່ອ​ໃນ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ຜູ້​ທີ່​ພຣະ​ອົງ​ໄດ້​ປະ​ກາດ​ວ່າ ຈະ​ສະ​ເດັດ​ມາ​ໃນ​ເວລາ​ອັນ​ຮຸ່ງ​ໂລດ, ຜູ້​ໄດ້​ຖືກ​ຕຽມ​ໄວ້​ນັບ​ແຕ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ.

58 ແລະ ດັ່ງ​ນັ້ນ​ຈຶ່ງ​ໄດ້​ເລີ່ມ​ມີ​ການ​ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ, ຕັ້ງ​ແຕ່​ຕົ້ນ, ດ້ວຍ​ການ​ປະ​ກາດ​ໂດຍ ເຫລົ່າ​ທູດ​ຜູ້​ບໍ​ລິ​ສຸດ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ແລະ ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ, ແລະ ໂດຍ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

59 ແລະ ທຸກ​ສິ່ງ​ທັງ​ປວງ​ຈຶ່ງ​ຖືກ​ຢືນ​ຢັນ​ກັບ​ອາດາມ​ດັ່ງ​ນັ້ນ, ໂດຍ​ພິ​ທີ​ການ​ສັກ​ສິດ, ແລະ ພຣະ​ກິດ​ຕິ​ຄຸນ​ຖືກ​ສັ່ງ​ສອນ, ແລະ ຄຳ​ສັ່ງ​ຖືກ​ສົ່ງ​ອອກ​ໄປ, ວ່າ​ມັນ​ຈະ​ຢູ່​ໃນ​ໂລກ​ນີ້, ຈົນ​ເຖິງ​ທີ່​ສຸດ​ຂອງ​ມັນ; ແລະ ມັນ​ເປັນ​ໄປ​ດັ່ງ​ນັ້ນ. ອາແມນ.