ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຫ້ອງ​ວ່າງ​ໃນ​ໂຮງ​ແຮມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ຫ້ອງ​ວ່າງ​ໃນ​ໂຮງ​ແຮມ

ໃນ​ຊ່ວງ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ກາຍ​ເປັນ, ເໝືອນ​ພຣະ​ອົງ, ເໝືອນ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ, ເພື່ອ​ຈະ​ເຮັດ​ໃຫ້​ໂຮງ​ແຮມ (ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ) ເປັນ​ບ່ອນ​ລີ້​ໄພ​ສຳ​ລັບ​ທຸກ​ຄົນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຖິງ​ແມ່ນ​ວ່າ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ 20 ປີ​ແລ້ວ, ເປັນ​ບາງ​ຄັ້ງ​ຂ້າ​ພະ​ເຈົ້າ​ກໍ​ຍັງ​ຄິດ​ຮອດ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຢູ່. ເທດ​ສະ​ການ​ອີດ​ສະ​ເຕີ​ສັນ​ຍາ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເຫັນ​ເພິ່ນ​ອີກ​ຄັ້ງ.

ຕອນ​ຂ້າ​ພະ​ເຈົ້າ​ໄປ​ສຶກ​ສາ​ປະ​ລິນ​ຍາ​ເອກ​ຢູ່​ປະ​ເທດ​ອັງ​ກິດ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢາມ​ຂ້າ​ພະ​ເຈົ້າ. ພໍ່​ຂອງ​ຂ້າ​ພະ​ເຂົ້າ​ກໍ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ຄິດ​ຮອດ​ບ້ານ.

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ມັກ​ການ​ຜະ​ຈົນ​ໄພ ຍົກ​ເວັ້ນ​ໃນ​ເລື່ອງ​ອາ​ຫານ​ການ​ກິນ. ແມ່ນ​ແຕ່​ໃນ​ປະ​ເທດ​ຝຣັ່ງ, ໂດ່ງ​ດັງ​ເພາະ​ອາ​ຫານ, ເພິ່ນ​ກໍ​ຈະ​ເວົ້າ​ວ່າ, “ໄປ​ຫາ​ກິນ​ອາ​ຫານ​ຈີນ​ເນາະ.” ໂດຍ​ທີ່​ໄດ້​ຮັບ​ໃຊ້​ເປັນ​ປິ​ຕຸ​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ເວ​ລາ​ຫລາຍ​ປີ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທີ່​ຮູ້​ສຶກ​ພຣະ​ວິນ​ຍານ ແລະ ເຫັນ​ອົກ​ເຫັນ​ໃຈ. ຄືນ​ໜຶ່ງ, ໃນ​ຂະ​ນະ​ທີ່​ລົດ​ສຸກ​ເສີນ​ຜ່ານ​ໄປ​ຢ່າງ​ໄວ​ວາ​ດ້ວຍ​ສຽງ​ສັນ​ຍານ​ດັງໆ​ໃນ​ກຸງ​ປາ​ຣີ, ເພິ່ນ​ໄດ້​ເວົ້າ​ວ່າ, “ແກ​ຣິດ, ສຽງ​ເຫລົ່າ​ນັ້ນ​ແມ່ນ​ສຽງ​ຮ້ອງ​ໄຫ້​ຄວນ​ຄາງ​ຂອງ​ຜູ້​ຄົນ​ທີ່​ເຈັບ​ປວດ​ໃນ​ເມືອງ​ນີ້.”

ໃນ​ການ​ເດີນ​ທາງ​ເທື່ອ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ສຽງ​ຮ້ອງ​ໄຫ້​ຄວນ​ຄາງ ແລະ ຄວາມ​ເຈັບ​ປວດ​ຢ່າງ​ອື່ນໆ. ຍິງ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຂາຍ​ກະ​ແລັມ​ຈາກ​ລໍ້​ຍູ້​ນ້ອຍໆ. ຈອກ​ເຂົ້າ​ໜົມ​ໃສ່​ກະ​ແລັມ​ຂອງ​ນາງ​ມີ​ຂະ​ໜາດ​ໃສ່​ກະ​ແລັມ​ໄດ້​ພຽງ​ແຕ່​ກ້ອນ​ນ້ອຍ​ດຽວ​ເທົ່າ​ນັ້ນ. ດ້ວຍ​ເຫດ​ຜົນ​ໃດ​ໜຶ່ງ, ຊາຍ​ຕົວ​ໃຫຍ່ໆ​ຄົນ​ໜຶ່ງ​ໄດ້​ຕໍ່​ວ່າ​ຍິງ​ໜຸ່ມ​ຄົນ​ນັ້ນ. ໂດຍ​ການ​ຮ້ອງ​ຂຶ້ນ ແລະ ການ​ຊຸກ​ດັນ, ລາວ​ໄດ້​ເຮັດ​ໃຫ້​ລໍ້​ຍູ້​ຂອງ​ນາງ​ຂວ້ຳ, ແລະ ເຮັດ​ໃຫ້​ຈອກ​ໃສ່​ກະ​ແລັມ​ຂອງ​ນາງ​ຕົກ​ລົງ​ທີ່​ພື້ນ. ຂ້າ​ພະ​ເຈົ້າ​ກໍ​ເຮັດ​ຫຍັງ​ບໍ່​ໄດ້​ຂະ​ນະ​ທີ່​ລາວ​ຢຽບ​ຈອກ​ໃສ່​ກະ​ແລັມ​ດ້ວຍ​ເກີບ​ໂບກ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ຍັງ​ວາດ​ພາບ​ເຫັນ​ຍິງ​ໜຸ່ມ​ຄົນ​ນັ້ນ​ນັ່ງ​ຄຸ​ເຂົ່າ​ລົງ​ໃນ​ຖະ​ໜົນ, ພະ​ຍາ​ຍາມ​ເກັບ​ຈອກ​ໃສ່​ກະ​ແລັມ​ທີ່​ແຕກ​ກະ​ຈາຍ, ນ້ຳ​ຕາ​ແຫ່ງ​ຄວາມ​ເຈັບ​ປວດ​ໄຫລ​ລົງ​ອາບ​ໜ້າ​ຂອງ​ນາງ. ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ພາບ​ຂອງ​ນາງ​ດ້ວຍ​ຄວາມ​ເສົ້າ​ໃຈ, ເປັນ​ສິ່ງ​ເຕືອນ​ສະ​ຕິ​ເຖິງ​ການ​ຂາດ​ຄວາມ​ເມດ​ຕາ, ຂາດ​ຄວາມ​ຫ່ວງ​ໃຍ, ການ​ເຂົ້າ​ໃຈ​ຜິດ​ທີ່​ເຮົາ​ເຮັດ​ໃສ່​ກັນ​ແລະ​ກັນ​ເລື້ອຍ​ເກີນ​ໄປ.

ໃນ​ອີກ​ຕອນ​ບ່າຍ​ມື້​ໜຶ່ງ, ຢູ່​ໃກ້​ກຸງ​ປາ​ຣີ, ພໍ່ ແລະ ຂ້າ​ພະ​ເຈົ້າ​ໄດ້​ໄປ​ທ່ຽວ​ຊົມ​ໂບດ​ກາ​ໂຕ​ລິກ​ໃຫຍ່​ຢູ່​​ເມືອງ​ຈາດ. ມາວ​ກຳ ມິວ​ເລີ,1 ຜູ້​ຊ່ຽວ​ຊານ​ລະ​ດັບ​ໂລກ​ເລື່ອງ​ໂບດ​ໃຫຍ່, ໄດ້​ຊີ້​ໃຫ້​ເຫັນ​ປ່ອງ​ຢ້ຽມ​ແກ້ວ​ປະ​ສານ​ສີ​ສາມ​ຊຸດ. ເພິ່ນ​ໄດ້​ບອກ​ວ່າ​ປ່ອງ​ຢ້ຽມ​ເຫລົ່າ​ນັ້ນ​ມີ​ເລື່ອງ​ເລົ່າ.

ປ່ອງ​ຢ້ຽມ​ຊຸດ​ທຳ​ອິດ​ສະ​ແດງ​ໃຫ້​ເຫັນ​ອາ​ດາມ ແລະ ເອ​ວາ​ໜີ​ອອກ​ໄປ​ຈາກ​ສວນ​ເອ​ເດນ.

ປ່ອງ​ຢ້ຽມ​ຊຸດ​ທີ​ສອງ​ເລົ່າ​ເຖິງ​ຄຳ​ອຸ​ປະ​ມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ.

ປ່ອງ​ຢ້ຽມ​ຊຸດ​ທີ​ສາມ​ສະ​ແດງ​ໃຫ້​ເຫັນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເມື່ອ​ເບິ່ງ​ທັງ​ສາມ​ຊຸດ​ລວມ​ກັນ, ປ່ອງ​ຢ້ຽມ​ແກ້ວ​ປະ​ສານ​ສີ​ເຫລົ່າ​ນີ້​ບັນ​ຍາຍ​ເຖິງ​ການ​ເດີນ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ມັນ​ເຊື້ອ​ເຊີນ​ເຮົາ​ໃຫ້​ຕ້ອນ​ຮັບ​ທຸກໆ​ຄົນ​ເຂົ້າ​ມາ​ຮ່ວມ​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ.2

ຮູບ​ພາບ
ປ່ອງ​ຢ້ຽມ​ຢູ່​ໂບດ​ກາ​ໂຕ​ລິກ​ໃຫຍ່​ໃນ​ເມືອງ​ຈາດ

iStock.com/digitalimagination

ເໝືອນ​ດັ່ງ​ອາ​ດາມ ແລະ ເອ​ວາ, ເຮົາ​ກໍ​ມາ​ສູ່​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ແລະ ການ​ທົດ​ລອງ.3

ຮູບ​ພາບ
ປ່ອງ​ຢ້ຽມ​ຢູ່​ໂບດ​ກາ​ໂຕ​ລິກ​ໃຫຍ່​ໃນ​ເມືອງ​ຈາດ

iStock.com/digitalimagination

ໃນ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຢູ່​ເທິງ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່ ເຢ​ຣີ​ໂກ, ເຮົາ​ກໍ​ຖືກ​ຈູ່​ໂຈມ, ໄດ້​ຮັບ​ບາດ​ເຈັບ, ແລະ ຖືກ​ປະ​ຖິ້ມ​ໄວ້​ໃນ​ຄວາມ​ເຈັບ​ປວດ.4

ເຖິງ​ແມ່ນ​ວ່າ​ເຮົາ​ຄວນ​ຊ່ວຍ​ເຫລືອ​ກັນ​ແລະ​ກັນ, ສ່ວນ​ຫລາຍ​ແລ້ວ​ເຮົາ​ກໍ​ຈະ​ຍ່າງ​ຜ່ານ​ໄປ​ອີກ​ຟາກ​ອື່ນ, ບໍ່​ວ່າ​ໂດຍ​ເຫດ​ຜົນ​ໃດ​ກໍ​ຕາມ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ກໍ​ຢຸດ, ແລະ ເອົາ​ເຫລົ້າ​ອະ​ງຸ່ນ ແລະ ນ້ຳ​ມັນ​ຖອກ​ໃສ່​ບາດ​ແຜ ແລະ ເອົາ​ຜ້າ​ພັນ​ບາດ​ໃຫ້​ເຮົາ. ສັນ​ລາ​ຍັກ​ຂອງ​ສິນ​ລະ​ລຶກ ແລະ ພິ​ທີ​ການ​ອື່ນໆ, ເຫລົ້າ​ອະ​ງຸ່ນ ແລະ ນ້ຳ​ມັນ ຊີ້​ບອກ​ເຮົາ​ເຖິງ​ການ​ປິ່ນ​ປົວ​ທາງ​ວິນ​ຍານ​ໃນ​ພຣະ​ເຢ​ຊູ​ຄຣິດ.5 ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ໂຈມ​ເຮົາ​ຂຶ້ນ​ເທິງ​ມ້າ​ລໍ​ຂອງ​ພຣະ​ອົງ ຫລື, ໃນ​ເລື່ອງ​ເລົ່າ​ຂອງ​ປ່ອງ​ຢ້ຽມ​ແກ້ວ​ປະ​ສານ​ສີ​ນັ້ນ, ຈະ​ອຸ້ມ​ເຮົາ​ຂຶ້ນ​ເທິງ​ບ່າ​ຂອງ​ພຣະ​ອົງ. ພຣະ​ອົງ​ພາ​ເຮົາ​ມາ​ທີ່​ໂຮງ​ແຮມ, ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຢູ່​ທີ່​ໂຮງ​ແຮມ, ໄທ​ຊາ​ເຣຍ​ຜູ້​ໃຈ​ດີ​ສັ່ງ​ວ່າ, “ຈົ່ງ​ຊ່ວຍ​ເບິ່ງ​ແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ​ເນີ; … ເມື່ອ​ຂ້ອຍ​ກັບ​ມາ, ຂ້ອຍ​ຈະ​ຈ່າຍ​ເງິນ​ໃຫ້.”6 ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ, ສັນ​ຍາ​ລັກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ສັນ​ຍາ​ວ່າ​ຈະ​ສະ​ເດັດ​ກັບ​ຄືນ​ມາ, ເທື່ອ​ນີ້​ຈະ​ສະ​ເດັດ​ຄືນ​ມາ​ດ້ວຍ​ສະ​ຫງ່າ​ລາ​ສີ ແລະ ລັດ​ສະ​ໝີ​ພາບ.

ຮູບ​ພາບ
ປ່ອງ​ຢ້ຽມ​ຢູ່​ໂບດ​ກາ​ໂຕ​ລິກ​ໃຫຍ່​ໃນ​ເມືອງ​ຈາດ

iStock.com/digitalimagination

ໃນ​ຊ່ວງ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ກາຍ​ເປັນ, ເໝືອນ​ພຣະ​ອົງ, ເໝືອນ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ, ເພື່ອ​ຈະ​ເຮັດ​ໃຫ້​ໂຮງ​ແຮມ (ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ) ເປັນ​ບ່ອນ​ລີ້​ໄພ​ສຳ​ລັບ​ທຸກ​ຄົນ​ຈາກ​ຄວາມ​ເຈັບ​ປວດ ແລະ ຄວາມ​ຍາກ​ລຳ​ບາກ​ຂອງ​ຊີ​ວິດ​ທັງ​ໝົດ.7 ເຮົາ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ທີ່​ສັນ​ຍາ​ໄວ້​ຂອງ​ພຣະ​ອົງ ຂະ​ນະ​ທີ່​ແຕ່​ລະ​ມື້​ເຮົາ​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່ “ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ”8 ດັ່ງ​ທີ່​ເຮົາ​ຈະ​ເຮັດ​ແດ່​ພຣະ​ອົງ. “ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ” ກໍ​ແມ່ນ​ເຮົາ​ແຕ່​ລະ​ຄົນ.

ເມື່ອ​ເຮົາ​ມາ​ສູ່​ໂຮງ​ແຮມ​ກັບ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ, ເຮົາ​ຮຽນ​ຮູ້​ຫ້າ​ສິ່ງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຕົວ​ເຮົາ​ເອງ.

ໜຶ່ງ, ເຮົາ​ເຂົ້າ​ມາ​ໃນ​ໂຮງ​ແຮມ​ຕາມ​ສະ​ພາບ​ທີ່​ເຮົາ​ເປັນ​ຢູ່, ພ້ອມ​ດ້ວຍ​ຄວາມ​ບົກ​ພ່ອງ ແລະ ຄວາມບໍ່​ດີ​ພ້ອມ, ຊຶ່ງ​ເຮົາ​ທຸກ​ຄົນ​ກໍ​ມີ. ແຕ່​ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ບາງ​ສິ່ງ​ທີ່​ສຳ​ຄັນ​ມາ​ປະ​ກອບ​ສ່ວນ. ການ​ເດີນ​ທາງ​ຂອງ​ເຮົາ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ເຈົ້າ​ສ່ວນ​ຫລາຍ​ແລ້ວ​ຈະ​ພົບ​ເຫັນ​ຢູ່​ໃນ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນ. ເຮົາ​ຮູ້​ສຶກ​ວ່າ​ເປັນ​ພາກ​ສ່ວນ​ຜ່ານ​ການ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ—ບໍ່​ວ່າ​ການ​ປະ​ເຊີນ​ໜ້າ​ກັບ​ການ​ລະ​ບາດ, ພະ​ຍຸ​ຮ້າຍ, ໄຟ​ໄໝ້​ປ່າ, ຄວາມ​ແຫ້ງ​ແລ້ງ ຫລື ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ປະ​ຈຳ​ວັນ​ຢ່າງ​ງຽບໆ​ກໍ​ຕາມ. ເຮົາ​ໄດ້​ຮັບ​ການ​ດົນ​ໃຈ ຂະ​ນະ​ທີ່​ເຮົາ​ປຶກ​ສາ​ຫາ​ລື​ນຳ​ກັນ, ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ແຕ່​ລະ​ຄົນ, ລວມ​ທັງ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ, ແລະ ພຣະ​ວິນ​ຍານ.

ໃນ​ຂະ​ນະ​ທີ່​ຫົວ​ໃຈ​ຂອງ​ເຮົາ​ປ່ຽນ​ໄປ ແລະ ເຮົາ​ໄດ້​ຮັບ​ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ເຮົາ,9 ເຮົາ​ຈະ​ເຂົ້າ​ໃຈ​ບົດ​ບາດ​ຂອງ​ພຣະ​ອົງ ແລະ ຂອງ​ຕົວ​ເຮົາ​ເອງ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຜ່ານ​ທາງ​ພຣະ​ອົງ, ເຮົາ​ຈະ​ພົບ​ເຫັນ​ຄວາມ​ແຈ່ມ​ແຈ້ງ, ບໍ່​ເຫັນ​ການ​ຂັດ​ແຍ້ງ. ຜ່ານ​ທາງ​ພຣະ​ອົງ, ເຮົາ​ຈະ​ພົບ​ເຫັນ​ສາ​ເຫດ​ທີ່​ຈະ​ເຮັດ​ສິ່ງ​ດີ, ເຫດ​ຜົນ​ທີ່​ຈະ​ເປັນ​ຄົນ​ດີ, ແລະ ມີ​ຄວາມ​ສາ​ມາດ​ຫລາຍ​ຂຶ້ນ ທີ່​ຈະ​ເປັນ​ຄົນ​ດີ​ກວ່າ​ເກົ່າ. ຜ່ານ​ທາງ​ພຣະ​ອົງ, ເຮົາ​ຈະ​ຄົ້ນ​ພົບ​ສັດ​ທາ​ທີ່​ທົນ​ທານ, ການ​ເປັນ​ອິດ​ສະ​ລະ​ຈາກ​ຄວາມ​ເຫັນ​ແກ່​ຕົວ, ການ​ປ່ຽນ​ແປງ​ທີ່​ຫ່ວງ​ໃຍ, ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ. ຢູ່​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ, ເຮົາ​ຈະ​ພົບ​ເຫັນ ແລະ ເຮັດ​ໃຫ້​ຄວາມ​ສຳ​ພັນ​ສ່ວນ​ຕົວ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ.

ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ເຮົາ​ທີ່​ຈະ​ຊ່ວຍ​ເຮັດ​ໃຫ້​ໂຮງ​ແຮມ​ເປັນ​ບ່ອນ​ທີ່​ພຣະ​ອົງ​ປະ​ສົງ​ຢາກ​ໃຫ້​ມັນ​ເປັນ. ເມື່ອ​ເຮົາ​ສະ​ເໜີ​ມອບ​ພອນ​ສະ​ຫວັນ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ, ຂອງ​ປະ​ທານ​ແຫ່ງ​ວິນ​ຍານ​ຂອງ​ພຣະ​ອົງ ກໍ​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ ແລະ ເປັນ​ພອນ​ໃຫ້​ແກ່​ເຮົາ​ນຳ​ອີກ.10

ນາຍ​ພາ​ສາ​ສະ​ເປນ​ຄົນ​ໜຶ່ງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ແອວ​ເດີ ກອງ, ຂ້າ​ນ້ອຍ​ໄດ້​ຮູ້​ໂດຍ​ພຣະ​ວິນ​ຍານ​ສິ່ງ​ທີ່​ທ່ານ​ຈະ​ກ່າວ​ອອກ​ມາ​ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ແປ​ໄດ້,” ນ້ອງ​ຜູ້​ຊື່​ສັດ​ຄົນ​ນີ້​ໄດ້​ກ່າວ​ວ່າ, “ໂດຍ​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ.”

ຂອງ​ປະ​ທານ​ແຫ່ງ​ສັດ​ທາ ແລະ ຄວາມ​ແນ່​ນອນ​ໃຈ​ຈະ​ມີ​ມາ, ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ແຕກ​ຕ່າງ​ໃນ​ສະ​ພາບ​ການ​ທີ່​ແຕກ​ຕ່າງ​ກັນ. ເອື້ອຍ​ນ້ອງ​ທີ່​ຮັກ​ຄົນ​ໜຶ່ງ​ໄດ້​ຮັບ​ການ​ປອບ​ໂຍນ​ທາງ​ວິນ​ຍານ​ຕອນ​ສາ​ມີ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ​ຈາກ​ພະ​ຍາດ​ໂຄ​ວິດ-19. ນາງ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ຮູ້​ວ່າ​ສາ​ມີ​ທີ່​ຮັກ​ຂອງ​ຂ້າ​ນ້ອຍ ແລະ ຂ້າ​ນ້ອຍ​ຈະ​ໄດ້​ຢູ່​ນຳ​ກັນ​ອີກ.” ຢູ່​ໃນ​ສະ​ພາບ​ໂຄ​ວິດ​ທີ່​ແຕກ​ຕ່າງ​ອີກ​ຢ່າງ​ໜຶ່ງ, ເອື້ອຍ​ນ້ອງ​ທີ່​ຮັກ​ອີກ​ຄົນ​ໜຶ່ງ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ວ່າ​ຂ້າ​ນ້ອຍ​ຄວນ​ອ້ອນ​ວອນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ທ່ານ​ໝໍ​ທັງ​ຫລາຍ​ວ່າ​ໃຫ້​ເວ​ລາ​ສາ​ມີ​ຂອງ​ຂ້າ​ນ້ອຍ​ອີກ​ແດ່​ຈັກ​ໜ້ອຍ​ໜຶ່ງ.”

ສອງ, ພຣະ​ອົງ​ອ້ອນ​ວອນ​ເຮົາ​ໃຫ້​ເຮັດ​ໂຮງ​ແຮມ​ຂອງ​ພຣະ​ອົງ​ເປັນ​ສະ​ຖານ​ທີ່​ແຫ່ງ​ພຣະ​ຄຸນ ແລະ ກວ້າງ​ຂວາງ, ບ່ອນ​ທີ່​ທຸກ​ຄົນ​ສາ​ມາດ​ມາ​ເຕົ້າ​ໂຮມ​ກັນ, ໂດຍ​ທີ່​ມີ​ຫ້ອງ​ວ່າງ​ສຳ​ລັບ​ທຸກ​ຄົນ. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທຸກ​ຄົນ​ເທົ່າ​ທຽມ​ກັນ, ບໍ່​ມີ​ໃຜ​ເປັນ​ກຸ່ມ​ຄົນ​ຊັ້ນ​ທີ​ສອງ.

ທຸກ​ຄົນ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ການ​ປະ​ຊຸມ​ວັນ​ອາ​ທິດ, ແລະ ກິດ​ຈະ​ກຳ​ການ​ພົບ​ປະ​ສັງ​ສັນ​ອື່ນໆ.11 ເມື່ອ​ເຮົາ​ນະ​ມັດ​ສະ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ດ້ວຍ​ຄວາມ​ຄາ​ລະ​ວະ, ເຮົາ​ກໍ​ຄິດ​ຢ່າງ​ຮອບ​ຄອບ ແລະ ເກງ​ໃຈ​ກັນ​ແລະ​ກັນ. ເຮົາ​ເຫັນ ແລະ ຮັບ​ຮູ້​ແຕ່​ລະ​ຄົນ. ເຮົາ​ຍິ້ມ​ໃຫ້​ກັນ, ນັ່ງ​ນຳ​ຜູ້​ຄົນ​ທີ່​ນັ່ງ​ຄົນ​ດຽວ, ຮຽນ​ຮູ້​ຊື່, ລວມ​ທັງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ອ້າຍ​ເອື້ອຍ​ນ້ອງ​ທີ່​ກັບ​ຄືນ​ມາ​ໂບດ, ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ, ແລະ ເດັກ​ປະ​ຖົມ​ໄວ​ທີ່​ໜ້າ​ຮັກ​ແຕ່​ລະ​ຄົນ.

ໂດຍ​ທີ່​ວາດ​ພາບ​ເຫັນ​ຕົວ​ເອງ​ຢູ່​ໃນ​ທີ່​ຂອງ​ເຂົາ​ເຈົ້າ, ເຮົາ​ຕ້ອນ​ຮັບ​ໝູ່​ເພື່ອນ, ຜູ້​ມາ​ຢ້ຽມ​ຢາມ, ຄົນ​ທີ່​ຍ້າຍ​ມາ​ໃໝ່, ບຸກ​ຄົນ​ທີ່​ຫຍຸ້ງ​ຍາກ​ມີ​ພາ​ລະ​ຫລາຍ. ເຮົາ​ເປັນ​ທຸກ, ປິ​ຕິ​ຍິນ​ດີ, ແລະ ຊ່ວຍ​ເຫລືອ​ກັນ​ແລະ​ກັນ. ເມື່ອ​ເຮົາ​ຜິດ​ພາດ​ຈາກ​ຄວາມ​ຄາດ​ຫວັງ ແລະ ຮ້ອນ​ຮົນ​ໃຈ, ບໍ່​ຮູ້​ຕົວ, ຕັດ​ສິນ​ຄົນ​ອື່ນ, ຫລື ມີ​ອະ​ຄະ​ຕິ, ເຮົາ​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຈາກ​ກັນ​ແລະ​ກັນ ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ.

ຄອບ​ຄົວ​ໜຶ່ງ​ຈາກ​ອາ​ຟຣິ​ກາ ທີ່​ດຽວ​ນີ້​ອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ​ໄດ້​ກ່າວ​ວ່າ, “ນັບ​ຕັ້ງ​ແຕ່​ມື້​ທຳ​ອິດ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເປັນ​ມິດ ແລະ ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ. ທຸກ​ຄົນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​ສະ​ບາຍ​ໃຈ. ບໍ່​ມີ​ໃຜ​ດູ​ຖູກ​ພວກ​ເຮົາ.” ຜູ້​ເປັນ​ພໍ່​ໄດ້​ເວົ້າ​ວ່າ, “ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສັກ​ສິດ ສິດ​ສອນ​ວ່າ ໝາກ​ຜົນ​ຂອງ​ພຣະ​ກິດ​ຕິ​ຄຸນ​ນັ້ນ​ມາ​ຈາກ​ຮາກ​ເຫງົ້າ​ຂອງ​ພຣະ​ກິດ​ຕິ​ຄຸນ.” “ແລະ ຜູ້​ສອນ​ສາດ​ສະ​ໜາ,” ພໍ່ ແລະ ແມ່​ໄດ້​ເວົ້າ, “ພວກ​ເຮົາ​ຢາກ​ໃຫ້​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ພວກ​ເຮົາ​ເຕີບ​ໂຕ​ຂຶ້ນ​ຄື​ກັນ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນັ້ນ.” ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຈົ່ງ​ຕ້ອນ​ຮັບ​ທຸກ​ຄົນ​ໃຫ້​ເຂົ້າ​ມາ​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ອົບ​ອຸ່ນ.

ສາມ, ຢູ່​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ, ເຮົາ​ຮຽນ​ຮູ້​ວ່າ ຄວາມ​ສົມ​ບູນ​ແບບ​ນັ້ນ​ແມ່ນ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ, ບໍ່​ແມ່ນ​ຢູ່​ໃນ​ຄວາມ​ສົມ​ບູນ​ແບບ​ຂອງ​ໂລກ. ຄວາມ​ບໍ່​ຈິງ​ແທ້ ແລະ ບໍ່​ມີ​ເຫດ​ຜົນ, “ຄວາມ​ສົມ​ບູນ​ແບບ​ຫລອກໆ” ຂອງ​ໂລກ​ທີ່​ຖືກ​ປິດ​ບັງ​ກໍ​ສາ​ມາດ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ວ່າ​ເຮົາ​ບໍ່​ພຽບ​ພ້ອມ, ຖືກ​ຄວບ​ຄຸມ​ໂດຍ​ເຄື່ອງ​ມື​ຖື. ກົງ​ການ​ຂ້າມ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ຕົວ​ເຮົາ​ທີ່​ເຮົາ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ຮູ້, ແລະ ພຣະ​ອົງ​ກໍ​ຍັງ​ຮັກ​ເຮົາ​ຢູ່. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໃຫ້​ໂອ​ກາດ​ເຮົາ​ເປັນ​ຄັ້ງ​ທີ​ສອງ ແລະ ທີ​ສາມ, ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໂດຍ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.12 ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ເປັນ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ, ຕັດ​ສິນ​ໜ້ອຍ​ລົງ ແລະ ໃຫ້​ອະ​ໄພ​ຕົວ​ເອງ ແລະ ກັນ​ແລະ​ກັນ​ຫລາຍ​ຂຶ້ນ, ແມ່ນ​ແຕ່​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຢ່າງ​ເຕັມ​ທີ່.

ເຮົາ​ຊ່ວຍ​ຕົວ​ເຮົາ​ເອງ​ຂະ​ນະ​ທີ່​ເຮົາ​ຊ່ວຍ​ກັນ​ແລະ​ກັນ. ຄອບ​ຄົວ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ໄດ້​ອາ​ໄສ​ຢູ່​ໃກ້​ຖະ​ໜົນ​ທີ່​ມີ​ຄົນ​ຜ່ານ​ໄປ​ມາ​ເລື້ອຍໆ. ຄົນ​ເດີນ​ທາງ​ມັກ​ຈະ​ຢຸດ ແລະ ຂໍ​ຄວາມ​ຊ່ວຍ​ເຫລືອ. ເຊົ້າ​ມືດ​ມື້​ໜຶ່ງ ຄອບ​ຄົວ​ນັ້ນ​ໄດ້​ຍິນ​ສຽງ​ເຄາະ​ດັງໆ​ທີ່​ປະ​ຕູ. ໂດຍ​ທີ່​ອິດ​ເມື່ອຍ ແລະ ກັງ​ວົນ​ວ່າ​ຈະ​ເປັນ​ໃຜ​ນໍ​ໃນ​ເວ​ລາ 2 ໂມງ​ເຊົ້າ, ເຂົາ​ເຈົ້າ​ຄິດ​ຖ້າ​ຫາກ​ວ່າ, ເທື່ອ​ນີ້, ຄົນ​ອື່ນ​ຈະ​ສາ​ມາດ​ຊ່ວຍ​ໄດ້. ເມື່ອ​ສຽງ​ເຄາະ​ນັ້ນ​ດັງ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢ່ອນ, ເຂົາ​ເຈົ້າ​ໄດ້​ຍິນ​ຄຳ​ວ່າ, “ໄຟ​ໄໝ້—ໄຟ​ໄໝ້​ທາງ​ຫລັງ​ບ້ານ​ຂອງ​ພວກ​ເຈົ້າ!” ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ຊ່ວຍ​ເຫລືອ​ກັນ​ແລະ​ກັນ.

ສີ່, ຢູ່​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ຊຸມ​ຊົນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ຈຸດ​ໃຈ​ກາງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ, ທີ່​ຕັ້ງ​ຢູ່​ເທິງ​ຄວາມ​ຈິງ​ທີ່​ຟື້ນ​ຟູ, ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່, ແລະ ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ—ພຣະ​ຄຳ​ພີ​ມໍ​ມອນ. ພຣະ​ອົງ​ພາ​ເຮົາ​ມາ​ສູ່​ໂຮງ​ແຮມ​ຂອງ​ພຣະ​ອົງ ແລະ ບ້ານ​ຂອງ​ພຣະ​ອົງ​ນຳ​ອີກ—ພຣະ​ວິ​ຫານ​ທີ່​ສັກ​ສິດ. ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບ່ອນ, ດັ່ງ​ເຊັ່ນ​ຜູ້​ຊາຍ​ທີ່​ໄດ້​ຮັບ​ບາດ​ເຈັບ​ຢູ່​ໃນ​ເສັ້ນ​ທາງ​ໄປ​ສູ່​ເຢ​ຣີ​ໂກ, ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ສາ​ມາດ​ຊຳ​ລະ​ເຮົາ​ໃຫ້​ສະ​ອາດ ແລະ ນຸ່ງ​ຫົ່ມ​ໃຫ້​ເຮົາ, ຕຽມ​ເຮົາ​ເພື່ອ​ຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ແລະ ເຕົ້າ​ໂຮມ​ເຮົາ​ໄວ້​ຊົ່ວ​ນິ​ລັນ​ດອນ ຢູ່​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ກໍ​ເປີດ​ຕ້ອນ​ຮັບ​ທຸກ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ດ້ວຍ​ສັດ​ທາ ແລະ ການ​ເຊື່ອ​ຟັງ.

ຄວາມ​ປິ​ຕິ​ຍິນ​ດີ​ທີ່​ກ່ຽວ​ພັນ​ກັບ​ພຣະ​ວິ​ຫານ​ແມ່ນ​ຮ່ວມ​ດ້ວຍ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ພຣະ​ກິດ​ຕິ​ຄຸນ​ທ່າມ​ກາງ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ພາ​ສາ, ແລະ ລຸ້ນ​ຄົນ. ຢູ່​ບ່ອນ​ອຸ​ທິດ​ທີ່​ດິນ​ເພື່ອ​ສ້າງ​ພຣະ​ວິ​ຫານ​ເທ​ເລີ​ສະ​ວຽວ ຢູ​ທາ, ທ້າວ ແມັກສ໌ ຮາ​ເກີ, ອາ​ຍຸ 17 ປີໄດ້​ແບ່ງ​ປັນ​ມໍ​ລະ​ດົກ​ແຫ່ງ​ສັດ​ທາ​ຂອງ​ຄອບ​ຄົວ ທີ່​ໄດ້​ເລີ່ມ​ຕົ້ນ​ຢ້ອນ​ຫລັງ​ກັບ​ໄປ​ເຖິງ​ຫົກ​ລຸ້ນ​ຄົນ ຈາກ​ປູ່​ທວດ​ຂອງ​ປູ່​ທວດ​ຂອງ​ປູ່​ທວດ ໂຈ​ເຊັບ ຮາ​ເກີ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ນາງ​ຊູ​ຊານ​ນາ ສະ​ນີດ. ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ກາຍ​ເປັນ​ສາຍ​ເຊື່ອມ​ທີ່​ແຂງ​ແກ່ນ​ໃນ​ຫລາຍ​ລຸ້ນ​ຄົນ​ໃນ​ຄອບ​ຄົວ​ຂອງ​ເຮົາ​ໄດ້.

ສຸດ​ທ້າຍ, ທີ​ຫ້າ, ເຮົາ​ປິ​ຕິ​ຍິນ​ດີ​ທີ່​ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ​ຢູ່​ໃນ​ພື້ນ​ຖານ ແລະ ສະ​ຖາ​ນະ​ການ​ທີ່​ແຕກ​ຕ່າງ​ກັນ​ຂອງ​ເຮົາ, ໃນ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ແລະ ທຸກ​ພາ​ສາ, ໂດຍ​ມີ​ຫ້ອງ​ວ່າງ​ສຳ​ລັບ​ທຸກ​ຄົນ​ຢູ່​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ.

ຕະ​ຫລອດ 40 ປີ​ຜ່ານ​ມາ​ນີ້, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ມີ​ຫລາຍ​ຂຶ້ນ​ທົ່ວ​ໂລກ. ນັບ​ຕັ້ງ​ແຕ່​ປີ 1998, ສະ​ມາ​ຊິກ​ສ່ວນ​ຫລາຍ​ໄດ້​ອາ​ໄສ​ຢູ່​ນອກ​ສະ​ຫະ​ລັດ ແລະ ກາ​ນາ​ດາ. ເມື່ອ​ເຖິງ​ປີ 2025, ພວກ​ເຮົາ​ຄາດ​ຫວັງ​ວ່າ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​​ອາ​ໄສ​ຢູ່​ອາ​ເມ​ຣິ​ກາ​ລາ​ຕິນ ຈະ​ມີ​ຈຳ​ນວນ​ເທົ່າ​ກັບ​ສະ​ມາ​ຊິກ​ທີ່​ອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ. ການ​ເຕົ້າ​ໂຮມ​ລູກ​ຫລານ​ຜູ້​ຊື່​ສັດ​ຂອງ​ບິ​ດາ​ລີ​ໄຮ​ເປັນ​ການ​ບັນ​ລຸ​ຄຳ​ທຳ​ນາຍ. ໄພ່​ພົນ​ຜູ້​ຊື່​ສັດ, ລວມ​ທັງ​ເຂດ​ທີ່​ຜູ້​ບຸກ​ເບີກ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ, ຍັງ​ເປັນ​ແຫລ່ງ​ຂອງ​ຄວາມ​ອຸ​ທິດ​ຕົນ ແລະ ການ​ຮັບ​ໃຊ້​ສຳ​ລັບ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ​ຢູ່.

ນອກ​ຈາກ​ນີ້, ສະ​ມາ​ຊິກ​ຜູ້​ໃຫຍ່​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ສ່ວນ​ຫລາຍ​ດຽວ​ນີ້​ກໍ​ບໍ່​ໄດ້​ແຕ່ງ​ງານ, ເປັນ​ໝ້າຍ, ຫລື ໄດ້​ຢ່າ​ຮ້າງ. ນີ້​ເປັນ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ. ມັນ​ລວມ​ທັງ​ຈຳ​ນວນ​ເອື້ອຍ​ນ້ອງ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ເຮົາ ແລະ ຫລາຍ​ກວ່າ​ເຄິ່ງ​ໜຶ່ງ​ໃນ​ຈຳ​ນວນ​ອ້າຍ​ນ້ອງ​ຖາ​ນະ​ປະ​ໂລ​ຫິດ​ຜູ້​ໃຫຍ່. ຮູບ​ແບບ​ຂອງ​ປະ​ຊາ​ກອນ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ​ນັບ​ຕັ້ງ​ແຕ່ 1992 ແລະ ໃນ​ສາດ​ສະ​ໜາ​ຈັກ​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ​ນັບ​ຕັ້ງ​ແຕ່​ປີ 2019.

ຖາ​ນະ​ຂອງ​ເຮົາ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ບໍ່​ໄດ້​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ການ​ແຕ່ງ​ງານ ຫລື ເປັນ​ໂສດ ແຕ່​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ ແລະ ກ້າ​ຫານ​ຂອງ​ພຣະ​ເຢ​ຊູ​ຄຣິດ.13 ຜູ້​ໃຫຍ່​ກໍ​ຢາກ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ຕົນ​ເປັນ​ຜູ້​ໃຫຍ່ ແລະ ຮູ້​ຈັກ​ຮັບ​ຜິດ​ຊອບ ແລະ ມີ​ສ່ວນ​ປະ​ກອບ​ໃນ​ສັງ​ຄົມ​ໃນ​ຖາ​ນະ​ຜູ້​ໃຫຍ່. ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມາ​ຈາກ​ທຸກ​ແຫ່ງ​ຫົນ, ໃນ​ທຸກ​ຮູບ​ຮ່າງ, ທຸກ​ຂະ​ຫນາດ, ທຸກ​ຜິວ​ພັນ, ແລະ ທຸກ​ໄວ, ແຕ່​ລະ​ຄົນ​ດ້ວຍ​ພອນ​ສະ​ຫວັນ, ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ, ແລະ ຄວາມ​ສາ​ມາດ​ຢ່າງ​ຫລວງ​ຫລາຍ​ເພື່ອ​ເປັນ​ພອນ ແລະ ຮັບ​ໃຊ້. ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ສັດ​ທາ​ໄປ​ສູ່​ການ​ກັບ​ໃຈ​ທຸກ​ວັນ14 ແລະ ມີ​ຄວາມ​ສຸກ​ອັນ​ຍືນ​ຍົງ.

ໃນ​ລະ​ຫວ່າງ​ຊີ​ວິດ​ນີ້, ບາງ​ເທື່ອ​ເຮົາ​ກໍ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ອາດ​ຍັງ​ບໍ່​ທັນ​ໄດ້​ຢູ່​ໃນ​ບ່ອນ​ທີ່​ເຮົາ​ຫວັງ ແລະ ຢາກ​ຈະ​ຢູ່​ໃນ​ອະ​ນາ​ຄົດ. ເອື້ອຍ​ນ້ອງ​ທີ່​ອຸ​ທິດ​ຕົນ​ຄົນ​ໜຶ່ງ​ເວົ້າ​ວ່າ, “ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຮັບ​ພອນ​ຂອງ​ພຣະ​ອົງ​ເປັນ​ສະ​ຖາ​ນະ​ທີ່​ສັກ​ສິດ. ການ​ລໍ​ຄອຍ​ຈະ​ບໍ່​ຖືກ​ສະ​ໜອງ​ດ້ວຍ​ຄວາມ​ສົງ​ສານ, ການ​ດູ​ຖູກ, ຫລື ການ​ຕັດ​ສິນ ແຕ່​ດ້ວຍ​ກຽດ​ສັກ​ສີ​ອັນ​ສັກ​ສິດ.”15 ໃນ​ຂະ​ນະ​ນີ້, ເຮົາ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ເວ​ລາ​ປະ​ຈຸ​ບັນ, ບໍ່​ໄດ້​ລໍ​ຖ້າ​ໃຫ້​ຊີ​ວິດ​ເລີ່ມ​ຕົ້ນ.

ເອ​ຊາ​ຢາ​ສັນ​ຍາ​ວ່າ, “ພວກ​ທີ່​ລໍ​ຄອຍ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ການ​ເສີມ​ກຳ​ລັງ​ເຮື່ອ​ແຮງ​ຂຶ້ນ​ໃໝ່; ພວກ​ເຂົາ​ຈະ​ແລ່ນ​ໄດ້ ແລະ ບໍ່​ອິດ​ເມື່ອຍ​ອ່ອນ​ແຮງ, ພວກ​ເຂົາ​ຈະ​ຍ່າງ​ໄປ ແລະ ບໍ່​ອ່ອນ​ເພຍ​ລົງ​ອີກ.”16

ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ຂອງ​ເຮົາ​ສັນ​ຍາ​ວ່າ​ຈະ​ສະ​ເດັດ​ກັບ​ຄືນ​ມາ. ການ​ມະ​ຫັດ​ສະ​ຈັນ​ເກີດ​ຂຶ້ນ​ເມື່ອ​ເຮົາ​ດູ​ແລ​ກັນ​ແລະ​ກັນ​ດັ່ງ​ທີ່​ພຣະ​ອົງ​ກະ​ທຳ. ເມື່ອ​ເຮົາ​ມາ​ພ້ອມ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ,17 ເຮົາ​ສາ​ມາດ​ພົບ​ເຫັນ​ສຸ​ລະ​ສຽງ​ໃນ​ພຣະ​ເຢ​ຊູ​ຄຣິດ, ແລະ ຖືກ​ໂອບ​ກອດ​ໄວ້​ໃນ​ອ້ອມ​ແຂນ​ທີ່​ປອດ​ໄພ​ຂອງ​ພຣະ​ອົງ.18 ພິ​ທີ​ການ​ສັກ​ສິດ​ສະ​ເໜີ​ມອບ​ພັນ​ທະ​ສັນ​ຍາ​ຂອງ​ການ​ໄດ້​ເປັນ​ພາກ​ສ່ວນ ແລະ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ”19 ເພື່ອ​ຊຳ​ລະ​ເຈດ​ຕະ​ນາ​ພາຍ​ໃນ ແລະ ການ​ກະ​ທຳ​ພາຍ​ນອກ​ໃຫ້​ບໍ​ລິ​ສຸດ. ດ້ວຍ​ຄວາມ​ກະ​ລຸ​ນາ​ຮັກ​ຫອມ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ກາຍ​ເປັນ​ໂຮງ​ແຮມ​ຂອງ​ເຮົາ.

ຂະ​ນະ​ທີ່​ເຮົາ​ຈັດ​ໃຫ້​ມີ​ຫ້ອງ​ວ່າງ​ຢູ່​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ, ຕ້ອນ​ຮັບ​ທຸກ​ຄົນ, ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ຂອງ​ເຮົາ​ສາ​ມາດ​ປິ່ນ​ປົວ​ເຮົາ​ຢູ່​ໃນ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ມະ​ຕະ​ນີ້. ດ້ວຍ​ຄວາມ​ຮັກ​ທີ່​ສົມ​ບູນ, ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ສັນ​ຍາ​ວ່າ “ສັນ​ຕິ​ສຸກ​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ”20—“ເພື່ອ​ວ່າ​ເຮົາ​ຢູ່​ບ່ອນ​ໃດ​ພວກ​ເຈົ້າ​ຈະ​ຢູ່​ບ່ອນ​ນັ້ນ​ຄື​ກັນ.”21 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ຍິ່ງ ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.