ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຕ້ອງ​ການ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ຕ້ອງ​ການ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ

ທ່ານ​ມີ​ອຳ​ເພີ​ໃຈ​ທີ່​ຈະ​ເລືອກ​ການ​ຂັດ​ແຍ້ງ ຫລື ການ​ປອງ​ດອງ​ກັນ. ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ທ່ານ​ເລືອກ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ, ດຽວ​ນີ້ ແລະ ຕະ​ຫລອດ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແທ້ໆ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ! ລະ​ຫວ່າງ​ຫົກ​ເດືອນ​ຜ່ານ​ມາ​ນີ້, ທ່ານ​ໄດ້​ຢູ່​ໃນ​ຈິດ​ໃຈ ແລະ ໃນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ​ມາ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສື່​ສານ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ໄດ້​ຍິນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ຕອນ​ນີ້.

ລະ​ຫວ່າງ​ທີ່​ຂ້າ​ພະ​ເຈົ້າ​ຝຶກ​ງານ​ເປັນ​ໝໍ​ຜ່າ​ຕັດ​ດົນ​ນານ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຊ່ວຍ​ໝໍ​ຜ່າ​ຕັດ​ຄົນ​ໜຶ່ງ ທີ່​ກຳ​ລັງ​ຕັດ​ຂາ​ອັກ​ເສບ ເນື້ອ​ຕາຍ​ເນົ່າ​ຮ້າຍ​ແຮງ. ການ​ຜ່າ​ຕັດ​ນັ້ນ​ຫຍຸ້ງ​ຍາກ. ແລ້ວ, ເພື່ອ​ເພີ່ມ​ຄວາມ​ຕຶງ​ຄຽດ, ຜູ້​ໜຶ່ງ​ໃນ​ທີມ​ພັດ​ປະ​ຕິ​ບັດ​ງານ​ບໍ່​ດີ, ແລະ ທ່ານ​ໝໍ​ໄດ້​ລະ​ເບີດ​ອາ​ລົມ​ດ້ວຍ​ຄວາມ​ໃຈ​ຮ້າຍ​ຢ່າງ​ແຮງ. ໃນ​ທ່າມ​ກາງ​ອາ​ລົມ​ສຸນ​ສຽວ, ທ່ານ​ໝໍ​ໄດ້​ໂຍນ​ມີດ​ຜ່າ​ຕັດ​ຂອງ​ເພິ່ນ ທີ່​ເຕັມ​ໄປ​ດ້ວຍ​ເຊື້ອ​ໂຣກ. ມີດ​ດວງ​ນັ້ນ​ໄດ້​ຕົກ​ໃສ່​ກົກ​ແຂນ ຂອງ​ຂ້າ​ພະ​ເຈົ້າ!

ທຸກ​ຄົນ​ຢູ່​ໃນ​ຫ້ອງ​ຜ່າ​ຕັດ—ຍົກ​ເວັ້ນ​ແຕ່​ທ່ານ​ໝໍ​ທີ່​ລະ​ງັບ​ອາ​ລົມ​ບໍ່​ໄດ້—ເກີດ​ຄວາມ​ຢ້ານ​ກົວ ເພາະ​ການ​ລະ​ເມີດ​ການ​ຜ່າ​ຕັດ​ທີ່​ເປັນ​ອັນ​ຕະ​ລາຍ​ນີ້. ໂຊກ​ດີ​ທີ່, ຂ້າ​ພະ​ເຈົ້າ​ບໍ່​ຕິດ​ເຊື້ອ. ແຕ່​ປະ​ສົບ​ການ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຈື່​ຈຳ​ບໍ່​ເຄີຍ​ລືມ. ໃນ​ຊົ່ວ​ໂມງ​ນັ້ນ​ເອງ, ຂ້າ​ພະ​ເຈົ້າ​ໄດ້​ສັນ​ຍາ​ກັບ​ຕົວ​ເອງ​ວ່າ ບໍ່​ວ່າ​ຈະ​ມີ​ຫຍັງ ເກີດ​ຂຶ້ນ​ໃນ​ຫ້ອງ​ຜ່າ​ຕັດ ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ ບໍ່​ມີ​ວັນ ສູນ​ເສຍ​ການ​ຄວບ​ຄຸມ​ອາ​ລົມ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ສາ​ບານ​ວ່າ ຈະ​ບໍ່​ໂຍນ​ສິ່ງ​ຂອງ​ໃດໆ​ດ້ວຍ​ຄວາມ​ໃຈ​ຮ້າຍ—ບໍ່​ວ່າ​ຈະ​ເປັນ​ມີດ​ຜ່າ​ຕັດ ຫລື ຄຳ​ເວົ້າ.

ແມ່ນ​ແຕ່​ເວ​ລາ​ນີ້, ຫລາຍ​ທົດ​ສະ​ວັດ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ຍັງ​ສົງ​ໄສ​ຢູ່​ວ່າ ມີດ​ຜ່າ​ຕັດ​ເປື້ອນ​ດ້ວຍ​ເຊື້ອ​ໂຣກ​ທີ່​ຕົກ​ໃສ່​ແຂນ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ມີ​ພິດ​ຮ້າຍ​ແຮງ​ກວ່າ​ການ​ຂັດ​ແຍ້ງ​ທີ່​ເປັນ​ພິດ ຊຶ່ງ​ແຜ່​ຂະ​ຫຍາຍ​ໃນ​ຄຳ​ເວົ້າ​ຂອງ​ຜູ້​ຄົນ ແລະ ໃນ​ຄວາມ​ສຳ​ພັນ​ສ່ວນ​ຕົວ​ທີ່​ຫລາຍ​ເກີນ​ໄປ​ໃນ​ປະ​ຈຸ​ບັນ​ຫລື​ບໍ່. ຄວາມ​ສຸ​ພາບ ແລະ ຄວາມ​ເໝາະ​ສົມ​ເບິ່ງ​ຄື​ວ່າ​ສູນ​ຫາຍ​ໄປ​ໃນ​ຍຸກ​ຂອງ​ການ​ຫັນ​ປ່ຽນ ແລະ ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ຮຸນ​ແຮງ.

ມີ​ຄຳ​ຫຍາບ​ຄາຍ, ການ​ຈັບ​ຜິດ, ແລະ ການ​ເວົ້າ​ໃສ່​ຮ້າຍ​ຜູ້​ອື່ນ​ເປັນ​ເລື່ອງ​ທຳ​ມະ​ດາ​ຫລາຍ​ເກີນ​ໄປ. ມີ​ນັກ​ຊ່ຽວ​ຊານ, ນັກ​ການ​ເມືອງ, ນັກ​ບັນ​ເທີງ, ແລະ ຜູ້​ມີ​ອິດ​ທິ​ພົນ​ອື່ນໆ​ຢ່າງ​ຫລວງ​ຫລາຍ​ທີ່​ເວົ້າ​ດູ​ຖູກ​ຫລາຍ​ເກີນ​ໄປ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ທີ່​ຫລາຍ​ຄົນ​ເບິ່ງ​ຄື​ເຊື່ອ​ວ່າ ເປັນ​ເລື່ອງ​ທີ່​ຍອມ​ຮັບ​ໃນ​ການ​ກ່າວ​ໂທດ, ການ​ໃສ່​ຮ້າຍ, ແລະ ການ​ດູ​ຖູກ ໃຜ​ກໍ​ຕາມ ທີ່​ບໍ່​ເຫັນ​ດ້ວຍ​ກັບ​ພວກ​ເຂົາ. ຫລາຍ​ຄົນ​ເບິ່ງ​ຄື​ກະ​ຕື​ລື​ລົ້ນ​ທີ່​ຈະ​ທຳ​ລາຍ​ຊື່​ສຽງ​ຂອງ​ຄົນ​ອື່ນ ດ້ວຍ​ຄຳ​ເວົ້າ​ທີ່​ໜ້າ​ສົມ​ເພດ ແລະ ແຫລມ​ຄົມ!

ຄວາມ​ໃຈ​ຮ້າຍ​ບໍ່​ເຄີຍ​ຊັກ​ຊວນ. ຄວາມ​ເປັນ​ສັດ​ຕູ​ບໍ່​ເຄີຍ​ສ້າງ​ໃຜ. ການ​ຂັດ​ແຍ້ງ​ບໍ່​ເຄີຍ​ນຳ​ໄປ​ສູ່​ການ​ແກ້​ໄຂ​ທີ່​ດົນ​ໃຈ. ແຕ່​ໜ້າ​ເສຍ​ດາຍ, ບາງ​ຄັ້ງ​ເຮົາ​ເຫັນ​ພຶດ​ຕິ​ກຳ​ທີ່​ຂັດ​ແຍ້ງ​ກັນ ແມ່ນ​ແຕ່​ຢູ່​ໃນ​ກຸ່ມ​ຂອງ​ເຮົາ​ເອງ. ພວກ​ເຮົາ​ໄດ້​ຍິນ​ກ່ຽວ​ກັບ​ຜູ້​ທີ່​ດູ​ຖູກ​ຄູ່​ຄອງ ແລະ ລູກໆ​ຂອງ​ຕົນ, ກ່ຽວ​ກັບ​ຜູ້​ທີ່​ໃຊ້​ຄວາມ​ໂກດ​ແຄ້ນ​ເພື່ອ​ຄວບ​ຄຸມ​ຄົນ​ອື່ນ, ແລະ ຜູ້​ທີ່​ລົງ​ໂທດ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ດ້ວຍ “ການ​ບໍ່​ເວົ້າ​ນຳ.” ພວກ​ເຮົາ​ໄດ້​ຍິນ​ກ່ຽວ​ກັບ​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ​ທີ່​ກັ່ນ​ແກ້ງ ແລະ ພະ​ນັກ​ງານ​ທີ່​ໝິ່ນ​ປະ​ໝາດ​ເພື່ອນ​ຮ່ວມ​ງານ​ດ້ວຍ​ກັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມັນ​ບໍ່​ຄວນ​ເປັນ​ເຊັ່ນ​ນີ້. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຕ້ອງ​ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ອື່ນ—ໂດຍ​ສະ​ເພາະ ເມື່ອ​ເຮົາ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ. ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ໃນ​ການ​ລະ​ບຸ ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື ວິ​ທີ​ທີ່​ບຸກ​ຄົນ​ນັ້ນ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ໃນ​ການ​ເທດ​ສະ​ໜາ​ຂອງ​ພຣະ​ອົງ​ແກ່​ຜູ້​ຕິດ​ຕາມ​ໃນ​ສອງ​ຊີກ​ຂອງ​ໂລກ. “ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ,” ພຣະ​ອົງ​ໄດ້​ກ່າວ.1 “ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ, ຈົ່ງ ປິ່ນ​ແກ້ມ​ເບື້ອງ​ຊ້າຍ​ໃຫ້​ຜູ້​ນັ້ນ​ນຳ​ອີກ.”2 ແລະ ແລ້ວ, ແນ່​ນອນ, ພຣະ​ອົງ​ໃຫ້​ຄຳ​ຕັກ​ເຕືອນ​ທີ່​ທ້າ​ທາຍ​ແກ່​ເຮົາ​ແຕ່​ລະ​ຄົນ​ວ່າ: “ຈົ່ງ​ຮັກ​ສັດ​ຕູ​ຂອງ​ເຈົ້າ, [ຈົ່ງ​ໃຫ້​ພອນ​ແກ່​ຄົນ​ທີ່​ປ້ອຍ​ດ່າ​ເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດ​ຊັງ​ເຈົ້າ, ແລະ ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໃຊ້​ເຈົ້າ​ຢ່າງ​ໝິ່ນ​ປະ​ໝາດ ແລະ] ຂົ່ມ​ເຫັງ​ເຈົ້າ.”3

ກ່ອນ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບັນ​ຊາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ​ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັກ​ພວກ​ເພິ່ນ.4 ແລະ ແລ້ວ​ພຣະ​ອົງ​ໄດ້​ກ່າວ​ຕື່ມ​ວ່າ, “ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”5

ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ແຈ່ມ​ແຈ້ງ: ສາ​ນຸ​ສິດ​ທີ່ ແທ້​ຈິງ ຂອງ​ພຣະ​ອົງ​ຈະ​ເສີມ​ສ້າງ, ຍົກ​ລະ​ດັບ, ໃຫ້​ກຳ​ລັງ​ໃຈ, ຊັກ​ຊວນ, ແລະ ດົນ​ໃຈ—ບໍ່​ວ່າ​ສະ​ຖາ​ນະ​ການ​ຈະ​ຫຍຸ້ງ​ຍາກ​ປານ​ໃດ​ກໍ​ຕາມ. ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.6

ມື້​ນີ້​ແມ່ນ​ວັນ​ອາ​ທິດ​ໃບ​ຕານ. ພວກ​ເຮົາ​ກຳ​ລັງ​ຕຽມ​ທີ່​ຈະ​ລະ​ນຶກ​ເຖິງ​ເຫດ​ການ​ທີ່​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ບັນ​ທຶກ​ໄວ້​ໃນ​ໂລກ, ຊຶ່ງ​ເປັນ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ໜຶ່ງ​ໃນ​ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ໃຫ້​ກຽດ​ແກ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ການ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.7

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ຊົ່ວ​ຮ້າຍ ທັງ​ປວງ —ລວມ​ທັງ​ການ​ຂັດ​ແຍ້ງ. ທ່ານ​ສາ​ມາດ​ແນ່​ໃຈ​ໄດ້​ວ່າ: ການ​ຂັດ​ແຍ້ງ ແມ່ນ ຄວາມ​ຊົ່ວ​ຮ້າຍ! ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ກາດ​ວ່າ ຜູ້​ທີ່​ມີ “ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ” ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ອົງ ແຕ່​ມາ​ຈາກ “ມານ, ຜູ້​ເປັນ​ບິ​ດາ​ຂອງ​ການ​ຂັດ​ແຍ້ງ ແລະ [ມານ] ໄດ້​ຍຸ​ຍົງ​ໃຈ​ຂອງ​ມະ​ນຸດ​ໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ.”8 ຜູ້​ທີ່​ສົ່ງ​ເສີມ​ການ​ຂັດ​ແຍ້ງ​ກຳ​ລັງ​ເຮັດ​ແບບ​ດຽວ​ກັນ​ກັບ​ຊາ​ຕານ, ເຖິງ​ແມ່ນ​ພວກ​ເຂົາ​ຮູ້​ຈັກ​ຫລື​ບໍ່​ກໍ​ຕາມ. “ບໍ່​ຫ່ອນ​ມີ​ຜູ້​ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້.”9 ເຮົາ​ບໍ່​ສາ​ມາດ​ສະ​ໜັບ​ສະ​ໜູນ​ຊາ​ຕານ​ດ້ວຍ​ການ​ທຳ​ຮ້າຍ​ທາງ​ຄຳ​ເວົ້າ ແລະ ແລ້ວ​ຄິດ​ວ່າ ເຮົາ​ຍັງ​ສາ​ມາດ​ຮັບ​ໃຊ້​ພຣະ​ເຈົ້າ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ມີ​ຄວາມ​ສຳ​ຄັນ​ຫລາຍ! ວິ​ທີ​ທີ່​ເຮົາ​ເວົ້າ​ກັບ​ຄົນ​ອື່ນ​ຢູ່​ທີ່​ບ້ານ, ທີ່​ໂບດ, ບ່ອນ​ທຳ​ງານ, ແລະ ອອນ​ລາຍ ມີ​ຄວາມ​ສຳ​ຄັນ​ແທ້ໆ. ມື້​ນີ້, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ເຮົາ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ອື່ນ​ໃນ​ວິ​ທີ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ. ກະ​ລຸ​ນາ​ຕັ້ງ​ໃຈ​ຟັງ. “ຫາກ​ມີ​ສິ່ງ​ໃດ​ທີ່​ເປັນ​ຄຸນ​ນະ​ທຳ, ງົດ​ງາມ, ຫລື ຈາກ​ການ​ລາຍ​ງານ​ດີ ຫລື ຄວນ​ສັນ​ລະ​ເສີນ”10 ທີ່​ເຮົາ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ຄົນ​ອື່ນ—ບໍ່​ວ່າ​ຈະ​ເປັນ​ຢູ່​ຕໍ່​ໜ້າ ຫລື ລັບ​ຫລັງ—ນັ້ນ​ຄວນ​ເປັນ​ມາດ​ຕະ​ຖານ​ຂອງ​ການ​ສື່​ສານ ຂອງ​ເຮົາ.

ຖ້າ​ຫາກ​ຄູ່​ສາ​ມີ​ພັນ​ລະ​ຍາ​ໃນ​ຫວອດ​ຂອງ​ທ່ານ​ໄດ້​ຢ່າ​ຮ້າງ, ຫລື ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ກັບ​ບ້ານ​ໄວ​ກ່ອນ​ກຳ​ນົດ, ຫລື ຊາວ​ໜຸ່ມ​ຄົນ​ໃດ​ຄົນ​ໜຶ່ງ​ສົງ​ໄສ​ປະ​ຈັກ​ພະ​ຍານ​ຂອງ​ຕົນ, ເຂົາ​ເຈົ້າ​ບໍ່​ຕ້ອງ​ການ​ການ​ຕັດ​ສິນ​ຈາກ​ທ່ານ. ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ສະ​ທ້ອນ​ຢູ່​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານ.

ຖ້າ​ເພື່ອນ​ຄົນ​ໜຶ່ງ​ຢູ່​ໃນ​ສື່​ສັງ​ຄົມ​ມີ​ທັດ​ສະ​ນະ​ທາງ​ດ້ານ​ການ​ເມືອງ ຫລື ສັງ​ຄົມ​ທີ່​ຮຸນ​ແຮງ ຊຶ່ງ​ລະ​ເມີດ​ທຸກ​ສິ່ງ​ທີ່​ທ່ານ​ເຊື່ອ, ການ​ໂຕ້​ຕອບ​ຢ່າງ​ເຈັບ​ແສບ​ດ້ວຍ​ຄວາມ​ໃຈ​ຮ້າຍ​ຂອງ​ທ່ານ​ຈະ​ບໍ່​ຊ່ວຍ​ຫຍັງ​ໄດ້​ເລີຍ. ການ​ສ້າງ​ສະ​ພານ​ແຫ່ງ​ຄວາມ​ເຂົ້າ​ໃຈ ຈະ​ຮຽກ​ຮ້ອງ​ຈາກ​ທ່ານ​ຫລາຍ, ແຕ່​ນັ້ນ​ຄື​ສິ່ງ​ທີ່​ເພື່ອນ​ຂອງ​ທ່ານ​ຕ້ອງ​ການ.

ການ​ຂັດ​ແຍ້ງ​ຈະ​ຂັບ​ໄລ່​ພຣະ​ວິນ​ຍານ​ໃຫ້​ໜີ​ໄປ—ທຸກ​ຄັ້ງ. ການ​ຂັດ​ແຍ້ງ​ຈະ​ຕອກ​ຍ້ຳ​ຄວາມ​ຄິດ​ຜິດໆ ທີ່​ວ່າ​ການ​ປະ​ເຊີນ​ໜ້າ​ແມ່ນ​ວິ​ທີ​ດຽວ​ໃນ​ການ​ແກ້​ໄຂ​ຄວາມ​ແຕກ​ຕ່າງ; ແຕ່​ມັນ​ບໍ່​ເຄີຍ​ເປັນ​ເຊັ່ນ​ນັ້ນ. ການ​ຂັດ​ແຍ້ງ​ແມ່ນ​ທາງ​ເລືອກ. ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ແມ່ນ​ທາງ​ເລືອກ. ທ່ານ​ມີ​ອຳ​ເພີ​ໃຈ​ທີ່​ຈະ​ເລືອກ​ການ​ຂັດ​ແຍ້ງ ຫລື ການ​ປອງ​ດອງ​ກັນ. ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ທ່ານ ເລືອກ ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ, ດຽວ​ນີ້ ແລະ ຕະ​ຫລອດ​ໄປ.11

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ສາ​ມາດ​ປ່ຽນ​ແປງ​ໄດ້​ຢ່າງ​ແທ້​ຈິງ—ເທື່ອ​ລະ​ຄົນ ແລະ ເທື່ອ​ລະ​ປະ​ຕິ​ສຳ​ພັນ​ໄປ. ຈະ​ເຮັດ​ໄດ້​ແນວ​ໃດ? ໂດຍ​ການ​ສະ​ແດງ​ວິ​ທີ​ຈັດ​ການ​ກັບ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ຢ່າງ​ຊື່​ສັດ ດ້ວຍ​ຄວາມ​ເຄົາ​ລົບ​ຊຶ່ງ​ກັນ​ແລະ​ກັນ ແລະ ການ​ສົນ​ທະ​ນາ​ຢ່າງ​ມີ​ສັກ​ສີ.

ຄວາມ​ແຕກ​ຕ່າງ​ຂອງ​ຄວາມ​ຄິດ​ເຫັນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ຊີ​ວິດ. ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ທຸກ​ວັນ​ກັບ​ຜູ້​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ບໍ່​ໄດ້​ເຫັນ​ບັນ​ຫາ​ແບບ​ດຽວ​ກັນ​ສະ​ເໝີ​ໄປ. ພວກ​ເພິ່ນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຢາກ​ໄດ້​ຍິນ​ແນວ​ຄິດ​ຂອງ​ພວກ​ເພິ່ນ ແລະ ຄວາມ​ຮູ້​ສຶກ​ທີ່​ຊື່​ສັດ​ຕໍ່​ທຸກ​ສິ່ງ​ທີ່​ພວກ​ເຮົາ​ສົນ​ທະ​ນາ—ໂດຍ​ສະ​ເພາະ ເລື່ອງ​ທີ່​ອ່ອນ​ໄຫວ.

ຮູບ​ພາບ
ປະ​ທານ​ດາ​ລິນ ເອັຈ ໂອກສ໌ ແລະ ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ

ທີ່​ປຶກ​ສາ​ທີ່​ມີ​ກຽດ​ຂອງ​ຂ້າ​ພະ​ເຈົ້າ, ປະ​ທານ​ດາ​ລິນ ເອັຈ ໂອກສ໌ ແລະ ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ, ເປັນ​ຕົວ​ຢ່າງ​ໃນ​ການ​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເພິ່ນ—ໂດຍ​ສະ​ເພາະ​ເມື່ອ​ພວກ​ເພິ່ນ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ. ພວກ​ເພິ່ນ​ເຮັດ​ດ້ວຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຕໍ່​ກັນ​ແລະ​ກັນ. ທັງ​ບໍ່​ມີ​ໃຜ​ແນະ​ນຳ​ວ່າ ເພິ່ນ​ຮູ້​ດີ​ທີ່​ສຸດ ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ຍຶດ​ໝັ້ນ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ເພິ່ນ. ທັງ​ບໍ່​ມີ​ຫລັກ​ຖານ​ເຖິງ​ຄວາມ​ຕ້ອງ​ການ​ທີ່​ຈະ​ແຂ່ງ​ຂັນ​ກັບ​ຄົນ​ອື່ນ. ເພາະ​ແຕ່​ລະ​ຄົນ​ເຕັມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ, “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ,”12 ການ​ພິ​ຈາ​ລະ​ນາ​ຂອງ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ການ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຮັກ ແລະ ນັບ​ຖື​ຜູ້​ຊາຍ​ທີ່​ຍິ່ງ​ໃຫຍ່​ສອງ​ທ່ານ​ນີ້​ຫລາຍ​ທີ່​ສຸດ!

ຄວາມ​ໃຈ​ບຸນ​ເປັນ​ຢາ​ແກ້​ພິດ​ຂອງ​ການ​ຂັດ​ແຍ້ງ. ຄວາມ​ໃຈ​ບຸນ​ເປັນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ທີ່​ຊ່ວຍ​ໃຫ້​ເຮົາ​ປະ​ຖິ້ມ​ຄວາມ​ເປັນ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ, ຜູ້​ທີ່​ເຫັນ​ແກ່​ຕົວ, ປົກ​ປ້ອງ​ຕົວ​ເອງ, ທະ​ນົງ​ຕົວ, ແລະ ອິດ​ສາ. ຄວາມ​ໃຈ​ບຸນ​ແມ່ນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຕົ້ນ​ຕໍ​ຂອງ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.13 ຄວາມ​ໃຈ​ບຸນ​ກຳ​ນົດ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

ເມື່ອ​ເຮົາ​ຖ່ອມ​ໃຈ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ອະ​ທິ​ຖານ​ດ້ວຍ ສຸດ ກຳ​ລັງ​ແຫ່ງ​ໃຈ​ຂອງ​ເຮົາ, ແລ້ວ​ພຣະ​ເຈົ້າ​ຈະ​ປະ​ທານ​ຄວາມ​ໃຈ​ບຸນ​ໃຫ້​ເຮົາ.14

ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ຂອງ​ປະ​ທານ​ອັນ​ສູງ​ສົ່ງ​ນີ້ ມີ​ຄວາມ​ອົດ​ກັ້ນ ແລະ ມີ​ຄວາມ​ເມດ​ຕາ. ເຂົາ​ເຈົ້າ​ບໍ່​ອິດ​ສາ​ຄົນ​ອື່ນ ແລະ ບໍ່​ເຫັນ​ແກ່​ຄວາມ​ສຳ​ຄັນ​ຂອງ​ຕົນ​ເອງ. ເຂົາ​ເຈົ້າ​ບໍ່​ຄຽດ​ງ່າຍ ແລະ ບໍ່​ຄິດ​ຮ້າຍ​ຕໍ່​ຄົນ​ອື່ນ.15

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ ເປັນ​ຄຳ​ຕອບ​ຕໍ່​ການ​ຂັດ​ແຍ້ງ ທີ່​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ໃນ​ທຸກ​ວັນ​ນີ້. ຄວາມ​ໃຈ​ບຸນ​ຜັກ​ດັນ​ໃຫ້​ເຮົາ “ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ”16 ແທນ​ທີ່​ຈະ​ເປັນ​ກອງ​ພາ​ລະ​ໃຫ້​ກັນ​ແລະ​ກັນ. ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ​ຊ່ວຍ​ໃຫ້​ເຮົາ “ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ”17ໂດຍ​ສະ​ເພາະ ໃນ​ສະ​ຖາ​ນະ​ການ​ທີ່​ຕຶງ​ຄຽດ. ຄວາມ​ໃຈ​ບຸນ​ຊ່ວຍ​ໃຫ້​ເຮົາ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາຍ ແລະ ຍິງ​ຂອງ​ພຣະ​ຄຣິດ ເວົ້າ ແລະ ປະ​ຕິ​ບັດ​ແບບ​ໃດ—ໂດຍ​ສະ​ເພາະ ເມື່ອ​ມີ​ຄວາມ​ກົດ​ດັນ​ຫລາຍ​ທີ່​ສຸດ.

ຕອນ​ນີ້, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ່າວ​ກ່ຽວ​ກັບ “ຄວາມ​ສະ​ຫງົບ​ສຸກ​ທີ່​ຕ້ອງ​ຍຶດ​ມາ​ໃຫ້​ໄດ້​ແນ່​ນອນ.”18 ຂ້າ​ພະ​ເຈົ້າ​ກຳ​ລັງ​ກ່າວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ໃນ​ວິ​ທີ​ທີ່​ສອດ​ຄ່ອງ​ກັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ທີ່​ທ່ານ​ໄດ້​ເຮັດ​ເມື່ອ​ທ່ານ​ຮັບ​ສ່ວນ​ສິນ​ລະ​ລຶກ. ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ວ່າ ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຕະ​ຫລອດ​ເວ​ລາ. ໃນ​ສະ​ຖາ​ນະ​ການ​ທີ່​ຄັບ​ຂັນ ແລະ ເຕັມ​ໄປ​ດ້ວຍ​ການ​ຂັດ​ແຍ້ງ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ທ່ານ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ອະ​ທິ​ຖານ​ຂໍ​ໃຫ້​ມີ​ຄວາມ​ກ້າ​ຫານ ແລະ ສະ​ຕິ​ປັນ​ຍາ​ທີ່​ຈະ​ເວົ້າ ຫລື ເຮັດ​ສິ່ງ​ທີ່​ພຣະ​ອົງ​ປະ​ສົງ. ເມື່ອ​ເຮົາ​ເຮັດ​ຕາມ​ອົງ​ສັນ​ຕິ​ລາດ, ເຮົາ​ຈະ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຂອງ​ພຣະ​ອົງ.

ໃນ​ຈຸດ​ນີ້​ທ່ານ​ອາດ​ຄິດ​ວ່າ ຂ່າວ​ສານ​ນີ້​ຈະ​ຊ່ວຍ​ບາງ​ຄົນ​ທີ່​ທ່ານ​ຮູ້​ຈັກ​ໄດ້​ແທ້ໆ. ບາງ​ທີ​ທ່ານ​ອາດ​ຫວັງ​ວ່າ ມັນ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ດີ​ກັບ​ທ່ານ​ຫລາຍ​ຂຶ້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ເປັນ​ເຊັ່ນ​ນັ້ນ! ແຕ່​ຂ້າ​ພະ​ເຈົ້າ​ກໍ​ຍັງ​ຫວັງ​ວ່າ ທ່ານ​ຈະ​ເບິ່ງ​ເຂົ້າ​ໄປ​ເລິກໆ​ໃນ​ໃຈ ຂອງ​ທ່ານ ເພື່ອ​ເບິ່ງ​ວ່າ ມີ​ເສດ​ຂອງ​ຄວາມ​ທະ​ນົງ​ໃຈ ຫລື ຄວາມ​ອິດ​ສາ ທີ່​ກີດ​ກັນ ທ່ານ ຈາກ​ການ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຫລື​ບໍ່.19

ຖ້າ​ຫາກ​ທ່ານ​ຈິງ​ຈັງ​ກັບ​ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ກ່ຽວ​ກັບ​ການ​ສ້າງ​ຄວາມ​ສຳ​ພັນ​ທີ່​ຈະ​ຄົງ​ຢູ່​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ, ບັດ​ນີ້ ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ປະ​ຖິ້ມ​ຄວາມ​ຂົມ​ຂື່ນ. ບັດ​ນີ້ ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຢຸດ​ຕິ​ການ​ຢືນ​ຢັນ​ການ​ໃຫ້​ເປັນ​ໄປ​ຕາມ​ທາງ​ຂອງ​ທ່ານ ໂດຍ​ບໍ່​ສົນ​ທາງ​ອື່ນ. ບັດ​ນີ້ ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຢຸດ​ເຮັດ​ໃຫ້​ຄົນ​ອື່ນ​ລະ​ວັງ​ຕົວ​ຄື​ກັນ​ກັບ​ຍ່າງ​ຢູ່​ເທິງ​ເປືອກ​ໄຂ່ ເພາະ​ຢ້ານ​ຈະ​ເຮັດ​ໃຫ້​ທ່ານ​ບໍ່​ພໍ​ໃຈ. ບັດ​ນີ້ ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ທ່ານ.20 ຖ້າ​ຫາກ​ຄຳ​ເວົ້າ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄຳ​ເວົ້າ​ດູ​ຖູກ ແລະ ຂໍ້​ກ່າວ​ຫາ, ບັດ​ນີ້ ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ປະ​ຖິ້ມ​ມັນ.21 ທ່ານ​ຈະ​ລຸກ​ຂຶ້ນ​ເປັນ​ຊາຍ ແລະ ຍິງ​ທີ່​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ພຣະ​ຄຣິດ.

ພຣະ​ວິ​ຫານ​ສາ​ມາດ​ຊ່ວຍ​ເຮົາ​ໃນ​ການ​ສະ​ແຫວງ​ຫາ​ຂອງ​ເຮົາ. ໃນ​ນັ້ນ​ເຮົາ​ໄດ້​ຮັບ​ພະ​ລັງ​ຈາກ​ພຣະ​ເຈົ້າ, ເພື່ອ​ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຊາ​ຕານ, ຜູ້​ຍຸ​ຍົງ​ໃຫ້​ເກີດ​ການ​ຂັດ​ແຍ້ງ ທັງ​ໝົດ.22 ຂັບ​ໄລ່​ມັນ​ອອກ​ໄປ​ຈາກ​ຄວາມ​ສຳ​ພັນ​ຂອງ​ທ່ານ! ໃຫ້​ສັງ​ເກດ​ເຫັນ​ວ່າ ເຮົາ​ໄດ້​ຕຳ​ນິ​ຜູ້​ປໍ​ລະ​ປັກ​ທຸກ​ຄັ້ງ​ທີ່​ເຮົາ​ແກ້​ໄຂ​ຄວາມ​ເຂົ້າ​ໃຈ​ຜິດ ຫລື ປະ​ຕິ​ເສດ​ທີ່​ຈະ​ຂຸ່ນ​ເຄືອງ. ກົງ​ກັນ​ຂ້າມ, ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ ທີ່​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຈະ​ຂັດ​ຂວາງ​ຜູ້​ປໍ​ລະ​ປັກ.

ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ຜູ້​ຄົນ​ທີ່​ກາຍ​ເປັນ​ແສງ​ສະ​ຫວ່າງ​ທີ່​ແທ້​ຈິງ​ຢູ່​ເທິງ​ຄ້ອຍ​ພູ—ເປັນ​ແສງ​ສະ​ຫວ່າງ​ທີ່ “ຈະ​ຖືກ​ບັງ​ລັບ​ໄວ້​ບໍ່​ໄດ້.”23 ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ມີ​ຄວາມ​ສະ​ຫງົບ​ສຸກ ແລະ ​ມີ​ຄວາມ​ເຄົາ​ລົບ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ຊັບ​ຊ້ອນ ແລະ ວິ​ທີ​ທີ່​ໃຫ້​ຄວາມ​ຮູ້ ເພື່ອ​ແກ້​ໄຂ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ. ເມື່ອ​ທ່ານ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ໃຈ​ບຸນ​ໃນ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເກີນ​ກວ່າ​ທີ່​ທ່ານ​ຈະ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້.

ດາງ​ແຫ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ພຣະ​ເຈົ້າ​ໄດ້​ເຊື້ອ​ເຊີນ ທຸກ​ຄົນ ໃຫ້​ມາ​ຫາ​ພຣະ​ອົງ, “ດຳ ແລະ ຂາວ, ຂ້າ​ທາດ ແລະ ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ.”24 ຍັງ​ມີ​ບ່ອນ​ວ່າງ​ສຳ​ລັບ​ທຸກ​ຄົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈະ ບໍ່ ມີ​ບ່ອນ​ວ່າງ​ສຳ​ລັບ​ອະ​ຄະ​ຕິ, ການ​ກ່າວ​ໂທດ, ຫລື ການ​ຂັດ​ແຍ້ງ​ໃດໆ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ສິ່ງ​ດີໆ​ທີ່​ສຸດ​ຍັງ​ບໍ່​ມາ​ເຖິງ​ເທື່ອ ສຳ​ລັບ​ຜູ້​ທີ່​ໃຊ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເພື່ອ​ເສີມ​ສ້າງ​ຄົນ​ອື່ນ. ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ກວດ​ສອບ​ການ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ ໃນ​ສະ​ພາບ​ການ​ຂອງ​ວິ​ທີ​ທີ່​ທ່ານ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ໃຫ້​ທຳ​ການ​ປັບ​ປ່ຽນ​ທີ່​ຈຳ​ເປັນ ເພື່ອ​ວ່າ​ພຶດ​ຕິ​ກຳ​ຂອງ​ທ່ານ​ຈະ​ມີ​ກຽດ, ໜ້າ​ນັບ​ຖື, ແລະ ເປັນ​ຕົວ​ແທນ​ຂອງ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ໃຫ້​ປ່ຽນ​ການ​ຜິດ​ຖຽງ​ເປັນ​ຄວາມ​ກະ​ລຸ​ນາ, ການ​ກຽດ​ຊັງ​ເປັນ​ຄວາມ​ເຂົ້າ​ໃຈ, ແລະ ການ​ຂັດ​ແຍ້ງ​ເປັນ​ຄວາມ​ສະ​ຫງົບ​ສຸກ.

ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ພຣະ​ອົງ​ເປັນ​ພຣະ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ນີ້. ພວກ​ເຮົາ​ແມ່ນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.