ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ
ພາກ​ຫ້ອຍ​ທ້າຍ ກ: ສຳ​ລັບ​ພໍ່​ແມ່—ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ


“ພາກ​ຫ້ອຍ​ທ້າຍ ກ: ສຳ​ລັບ​ພໍ່​ແມ່—ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ພາກ​ຫ້ອຍ​ທ້າຍ ກ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024

ພາກ​ຫ້ອຍ​ທ້າຍ ກ

ສຳ​ລັບ​ພໍ່​ແມ່—ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ

ຍ້ອນ​ວ່າ​ພຣະ​ອົງ​ຮັກ​ທ່ານ, ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ທ່ານ, ແລະ ຮູ້​ເຖິງ​ສັກ​ກະ​ຍະ​ພາບ​ຂອງ​ທ່ານ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈຶ່ງ​ໄດ້​ມອບ​ໂອ​ກາດ​ໃຫ້​ທ່ານ​ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໄປ ແລະ ກ້າວ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28). ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ຊ່ວຍ​ພວກ​ເຂົາ​ໃຫ້​ກະ​ກຽມ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ, ດັ່ງ​ເຊັ່ນ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ. ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້, ລູກໆ​ຂອງ​ທ່ານ​ຈະ​ຜູກ​ມັດ​ຕົວ​ເອງ​ເຂົ້າ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ.

ມັນ​ມີ​ຫລາຍ​ວິ​ທີ​ທາງ​ໃນ​ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ສຳ​ລັບ​ການ​ເດີນ​ທາງ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຊ່ວຍ​ທ່ານ​ຄົ້ນ​ພົບ​ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຊ່ວຍ​ພວກ​ເຂົາ. ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ການ​ດົນ​ໃຈ, ຈົ່ງ​ຈື່​ຈຳ​ວ່າ ການ​ຮຽນ​ຮູ້​ທັງ​ໝົດ​ບໍ່​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ບົດ​ຮຽນ​ຕາມ​ທີ່​ວາງ​ແຜນ. ຕາມ​ຄວາມ​ຈິງ​ແລ້ວ, ພາກ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ​ມີ​ພະ​ລັງ​ຫລາຍ ຄື​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້ ໂດຍ​ຕົວ​ຢ່າງ ແລະ ຜ່ານ​ທາງ​ຊ່ວງ​ເວ​ລາ​ອັນ​ເລັກ​ນ້ອຍ ແລະ ລຽບ​ງ່າຍ—ອັນ​ທີ່​ເກີດ​ຂຶ້ນ​ແບບ​ທຳ​ມະ​ຊາດ ແລະ ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ. ເໝືອນ​ດັ່ງ​ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຈຳ​ເປັນ​ຕ້ອງ​ສະ​ໝ່ຳ​ສະ​ເໝີ, ການ​ຮຽນ​ຮູ້​ກ່ຽວ​ກັບ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ກໍ​ຕ້ອງ​ສະ​ໝ່ຳ​ສະ​ເໝີ​ເຊັ່ນ​ກັນ. (ເບິ່ງ “ບ້ານ​ເຮືອນ ແລະ ຄອບ​ຄົວ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ [2022], 30–31.)

ຮູບ​ພາບ
ແມ່​ກັບ​ລູກ

ມັນ​ມີ​ຫລາຍ​ວິ​ທີ​ທາງ​ໃນ​ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ສຳ​ລັບ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ.

ຂ້າງ​ລຸ່ມ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ​ທີ່​ສາ​ມາດ​ນຳ​ພາ​ໄປ​ສູ່​ການ​ດົນ​ໃຈ​ຫລາຍ​ຍິ່ງ​ຂຶ້ນ. ທ່ານ​ສາ​ມາດ​ພົບ​ເຫັນ​ແນວ​ຄິດ​ເພີ່ມ​ເຕີມ​ສຳ​ລັບ​ການ​ສິດ​ສອນ​ເດັກ​ຊັ້ນ​ປະ​ຖົມ​ໄວ​ໄດ້​ໃນ “ພາກ​ຫ້ອຍ​ທ້າຍ ຂ: ສຳ​ລັບ​ປະ​ຖົມ​ໄວ—ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ນີ​ໄຟ​ໄດ້​ສິດ​ສອນ​ວ່າ “ປະ​ຕູ ຊຶ່ງ​ໂດຍ​ທາງ​ນັ້ນ [ເຮົາ] ຄວນ​ເຂົ້າ​ໄປ” ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ “ຄື​ການ​ກັບ​ໃຈ ແລະ ຮັບ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ” (2 ນີ​ໄຟ 31:17). ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ສາ​ມາດ​ວາງ​ຕີນ​ຂອງ​ພວກ​ເຂົາ​ລົງ​ໃນ​ເສັ້ນ​ທາງ​ນັ້ນ​ຢ່າງ​ໝັ້ນ​ຄົງ​ໄດ້. ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ເລີ່ມ​ຕົ້ນ​ດ້ວຍ​ການ​ສິດ​ສອນ​ກ່ຽວ​ກັບ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ. ມັນ​ຍັງ​ລວມ​ທັງ​ການ​ສິດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ​ໃນ​ແຕ່​ລະ​ອາ​ທິດ​ນຳ​ອີກ.

ຕໍ່​ໄປ​ນີ້​ແມ່ນ​ແຫລ່ງ​ຊ່ວຍ​ເຫລືອ​ບາງ​ຢ່າງ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໄດ້: 2 ນີ​ໄຟ 31; ສະ​ບັບ​ພິ​ເສດ ຂອງ​ວາ​ລະ​ສານ Friend ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ; Gospel Topics, “Baptism,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  • ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ມີ​ປະ​ສົບ​ການ​ທີ່​ສ້າງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ໃຫ້​ແບ່ງ​ປັນ​ມັນ​ກັບ​ລູກ​ຂອງ​ທ່ານ. ຊ່ວຍ​ເຂົາ​ໃຫ້​ເຂົ້າ​ໃຈ​ວ່າ ສັດ​ທາ​ແມ່ນ​ບາງ​ສິ່ງ​ທີ່​ສາ​ມາດ​ເຕີບ​ໂຕ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ ຕະ​ຫລອດ​ຊີ​ວິດ. ມີ​ສິ່ງ​ໃດ​ແດ່​ທີ່​ລູກ​ຂອງ​ທ່ານ​ສາ​ມາດ​ເຮັດ ໃນ​ການ​ພັດ​ທະ​ນາ​ສັດ​ທາ​ໃຫ້​ເຂັ້ມ​ແຂງ​ໃນ​ພຣະ​ຄຣິດ ກ່ອນ​ເຂົາ​ຮັບ​ບັບ​ຕິ​ສະ​ມາ?

  • ເມື່ອ​ລູກ​ຂອງ​ທ່ານ​ເລືອກ​ຜິດ, ໃຫ້​ເວົ້າ​ຢ່າງ​ຊື່ນ​ຊົມ​ກ່ຽວ​ກັບ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ. ແລະ ເມື່ອ ທ່ານ ເລືອກ​ຜິດ, ໃຫ້​ບອກ​ເຖິງ​ຄວາມ​ຊື່ນ​ຊົມ​ທີ່​ຮູ້​ສຶກ​ເມື່ອ​ທ່ານ​ກັບ​ໃຈ. ເປັນ​ພະ​ຍານ​ວ່າ ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ແລະ ໄດ້​ສິ້ນ​ພຣະ​ຊົນ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ມອບ​ພະ​ລັງ​ໃຫ້​ເພື່ອ​ປ່ຽນ​ແປງ. ເມື່ອ​ລູກ​ຂອງ​ທ່ານ​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ, ຈົ່ງ​ໃຫ້​ອະ​ໄພ​ຢ່າງ​ເຕັມ​ໃຈ ແລະ ດ້ວຍ​ຄວາມ​ຊື່ນ​ຊົມ.

  • ບອກ​ລູກ​ຂອງ​ທ່ານ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ. ສະ​ແດງ​ຮູບ​ຖ່າຍ ແລະ ແບ່ງ​ປັນ​ຄວາມ​ຊົງ​ຈຳ. ເວົ້າ​ລົມ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ທ່ານ, ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ ວ່າ​ມັນ​ໄດ້​ຊ່ວຍ​ທ່ານ​ໃຫ້​ມາ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ, ແລະ ມັນ​ສືບ​ຕໍ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຊຸກ​ຍູ້​ລູກ​ຂອງ​ທ່ານ​ໃຫ້​ຖາມ​ຄຳ​ຖາມ.

  • ເມື່ອ​ມີ​ການ​ບັບ​ຕິ​ສະ​ມາ​ໃນ​ຄອບ​ຄົວ​ຍາດ​ພີ່​ນ້ອງ​ຂອງ​ທ່ານ ຫລື ໃນ​ຫວອດ​ຂອງ​ທ່ານ, ໃຫ້​ພາ​ລູກ​ຂອງ​ທ່ານ​ໄປ​ເບິ່ງ. ເວົ້າ​ລົມ​ນຳ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ ແລະ ລູກ​ຂອງ​ທ່ານ​ໄດ້​ເຫັນ ແລະ ຮູ້​ສຶກ. ຖ້າ​ເປັນ​ໄປ​ໄດ້, ໃຫ້​ເວົ້າ​ລົມ​ກັບ​ຜູ້​ຮັບ​ບັບ​ຕິ​ສະ​ມາ ແລະ ຖາມ​ຄຳ​ຖາມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ? ເຈົ້າ​ກະ​ກຽມ​ແບບ​ໃດ?”

  • ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ສັງ​ເກດ​ເຫັນ​ລູກ​ຂອງ​ທ່ານ​ເຮັດ​ບາງ​ສິ່ງ​ທີ່​ເຂົາ​ສັນ​ຍາ​ວ່າ​ຈະ​ເຮັດ, ໃຫ້​ຍ້ອງ​ຍໍ​ເຂົາ​ດ້ວຍ​ຄວາມ​ຈິງ​ໃຈ. ຊີ້​ບອກ​ວ່າ ການ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດ​ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ. ເຮົາ​ສັນ​ຍາ​ຫຍັງ​ກັບ​ພຣະ​ເຈົ້າ​ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ? ພຣະ​ອົງ​ສັນ​ຍາ​ຫຍັງ​ກັບ​ເຮົາ? (ເບິ່ງ ໂມ​ໄຊ​ຢາ 18:8–10, 13).

  • ເມື່ອ​ທ່ານ ແລະ ລູກ​ຂອງ​ທ່ານ​ມີ​ປະ​ສົບ​ການ​ທີ່​ສັກ​ສິດ​ນຳ​ກັນ (ດັ່ງ​ເຊັ່ນ​ເວ​ລາ​ຢູ່​ໂບດ, ຂະ​ນະ​ທີ່​ອ່ານ​ພຣະ​ຄຳ​ພີ, ຫລື ຂະ​ນະ​ທີ່​ຮັບ​ໃຊ້​ບາງ​ຄົນ), ໃຫ້​ບອກ​ເຂົາ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ ຫລື ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ມີ. ເຊື້ອ​ເຊີນ​ລູກ​ຂອງ​ທ່ານ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ. ສັງ​ເກດ​ເບິ່ງ​ຫລາຍ​ວິ​ທີ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ກ່າວ​ກັບ​ຜູ້​ຄົນ, ລວມ​ທັງ​ວິ​ທີ​ທີ່​ພຣະ​ອົງ​ກ່າວ​ກັບ​ທ່ານ​ເປັນ​ສ່ວນ​ຕົວ. ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ຮັບ​ຮູ້​ຊ່ວງ​ເວ​ລາ​ເມື່ອ​ເຂົາ​ປະ​ສົບ​ກັບ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ເບິ່ງ​ວິ​ດີ​ໂອ​ສອງ​ສາມ​ຕອນ​ນຳ​ກັນ ຈາກ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ໃນ​ບ່ອນ​ເກັບ​ກຳ​ທີ່​ເອີ້ນ​ວ່າ “Hear Him!” ເວົ້າ​ລົມ​ນຳ​ກັນ​ກ່ຽວ​ກັບ​ວິ​ທີ​ຕ່າງໆ​ທີ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ. ເຊື້ອ​ເຊີນ​ລູກ​ຂອງ​ທ່ານ​ໃຫ້​ແຕ້ມ​ຮູບ ຫລື ສ້າງວິ​ດີ​ໂອ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ.

  • ເວົ້າ​ລົມ​ກ່ຽວ​ກັບ​ວ່າ ການ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ເປັນ​ພອນ​ໃຫ້​ແກ່​ທ່ານ​ແນວ​ໃດ. ທ່ານ​ໄດ້​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ ເມື່ອ​ທ່ານ​ໄດ້​ຮັບ​ໃຊ້​ຄົນ​ອື່ນ ແລະ ເມື່ອ​ຄົນ​ອື່ນ​ໄດ້​ຮັບ​ໃຊ້​ທ່ານ? ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ຈະ​ຮັບ​ໃຊ້ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄົນ​ອື່ນ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

  • ເຮັດ​ໃຫ້​ສິນ​ລະ​ລຶກ​ເປັນ​ເຫດ​ການ​ທີ່​ສັກ​ສິດ ແລະ ຊື່ນ​ຊົມ​ໃນ​ຄອບ​ຄົວ​ຂອງ​ທ່ານ. ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ວາງ​ແຜນ​ວິ​ທີ​ທີ່​ຈະ​ສຸມ​ໃຈ​ໃສ່​ພຣະ​ເຢ​ຊູ​ຄຣິດ​ລະ​ຫວ່າງ​ສິນ​ລະ​ລຶກ. ເຮົາ​ຈະ​ສະ​ແດງ​ວ່າ​ສິນ​ລະ​ລຶກ​ມີ​ຄວາມ​ສັກ​ສິດ​ຕໍ່​ເຮົາ​ແນວ​ໃດ?

  • ວາ​ລະ​ສານ Friend ຫລາຍ​ສະ​ບັບ ແມ່ນ​ລວມ​ດ້ວຍ​ບົດ​ຄວາມ​ສັ້ນ, ເລື່ອງ​ລາວ, ແລະ ກິດ​ຈະ​ກຳ​ຕ່າງໆ ເພື່ອ​ຊ່ວຍ​ເດັກ​ນ້ອຍ​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ໃຫ້​ລູກ​ຂອງ​ທ່ານ​ເລືອກ​ເອົາ​ບາງ​ສິ່ງ​ເພື່ອ​ອ່ານ ແລະ ຊື່ນ​ຊົມ​ກັບ​ທ່ານ. (ເບິ່ງ ບ່ອນ​ເກັບ​ກຳ “Preparing for Baptism” ໃນ​ພາກ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເດັກ​ນ້ອຍ​ນຳ​ອີກ.)

    ຮູບ​ພາບ
    ເດັກ​ຊາຍ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ

    ນີ​ໄຟ​ໄດ້​ສິດ​ສອນ​ວ່າ “ປະ​ຕູ ຊຶ່ງ​ໂດຍ​ທາງ​ນັ້ນ [ເຮົາ] ຄວນ​ເຂົ້າ​ໄປ” ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ “ຄື​ການ​ກັບ​ໃຈ ແລະ ຮັບ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ” (2 ນີ​ໄຟ 31:17).

ອຳ​ນາດ, ສິດ​ອຳ​ນາດ, ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ ຊຶ່ງ​ໂດຍ​ທາງ​ນັ້ນ​ພຣະ​ອົງ​ໄດ້​ໃຫ້​ພອນ​ແກ່​ລູກໆ​ຂອງ​ພຣະ​ອົງ. ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ແມ່ນ​ຢູ່​ເທິງ​ໂລກ​ໃນ​ທຸກ​ວັນ​ນີ້ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ​ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ—ລວມ​ທັງ​ເດັກ​ນ້ອຍ—ໄດ້​ຮັບ​ພອນ​ດ້ວຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕົນ​ເອງ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 3.5, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ອຳ​ນາດ​ນີ້​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ການ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ສ່ວນ​ຕົວ ແລະ ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄູ່​ມື​ທົ່ວ​ໄປ2.2).

ເຮົາ​ໄດ້​ຮັບ​ພິ​ທີ​ການ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ເມື່ອ​ຜູ້​ຊາຍ ແລະ ຜູ້​ຍິງ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ສາດ​ສະ​ໜາ​ຈັກ, ເຂົາ​ເຈົ້າ​ເຮັດ​ດ້ວຍ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຖາ​ນະ​ປະ​ໂລ​ຫິດ. ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກ​ຄົນ—ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ—ຈະ​ໄດ້​ຮັບ​ພອນ​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຖາ​ນະ​ປະ​ໂລ​ຫິດ​ຫລາຍ​ຂຶ້ນ.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ, ໃຫ້​ເບິ່ງ Russell M. Nelson, “Spiritual Treasures,” Liahona, Nov. 2019, 76–79; Russell M. Nelson, “The Price of Priesthood Power,” Liahona, May 2016, 66–69; “ຫລັກ​ທຳ​ຖາ​ນະ​ປະ​ໂລ​ຫິດ,” ບົດ​ທີ 3 ໃນ ຄູ່​ມື​ທົ່ວ​ໄປ.

  • ເຮັດ​ໃຫ້​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພາກ​ສ່ວນ​ທີ່​ສະ​ໝ່ຳ​ສະ​ເໝີ​ໃນ​ຊີ​ວິດ​ຄອບ​ຄົວ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ກະ​ກຽມ​ທາງ​ວິນ​ຍານ​ສຳ​ລັບ​ສິນ​ລະ​ລຶກ​ທຸກ​ອາ​ທິດ. ຊຸກ​ຍູ້​ລູກ​ຂອງ​ທ່ານ​ໃຫ້​ສະ​ແຫວງ​ຫາ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເມື່ອ​ເຂົາ​ເຈັບ​ປ່ວຍ ຫລື ຕ້ອງ​ການ ການ​ປອບ​ໂຍນ ຫລື ການ​ຊີ້​ນຳ. ເຮັດ​ເປັນ​ນິ​ໄສ​ເພື່ອ​ຊີ້​ບອກ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ພອນ​ແກ່​ຄອບ​ຄົວ​ຂອງ​ທ່ານ ຜ່ານ​ທາງ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ.

  • ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ພຣະ​ຄຳ​ພີ​ນຳ​ກັນ, ໃຫ້​ຫາ​ໂອ​ກາດ​ເພື່ອ​ສົນ​ທະ​ນາ​ວິ​ທີ​ທີ່​ພຣະ​ເຈົ້າ​ໃຫ້​ພອນ​ແກ່​ຜູ້​ຄົນ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ອົງ​ແນວ​ໃດ. ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ທ່ານ ຕອນ​ທີ່​ພຣະ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ທ່ານ​ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ. ສຳ​ລັບ​ຕົວ​ຢ່າງ​ກ່ຽວ​ກັບ​ພອນ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ​ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ, 3.23.5.

  • ຮຽນ​ຮູ້​ເສັ້ນ​ສາຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ທ່ານ. (ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ຂໍ​ເອົາ​ໃບ​ສຳ​ເນົາ​ເສັ້ນ​ສາຍ​ສິດ​ອຳ​ນາດ​ຂອງ​ເຂົາ​ເຈົ້າ​ໄດ້ ໂດຍ​ການ​ສົ່ງ​ອີ​ເມວ​ໄປ​ທີ່ LineofAuthority@ChurchofJesusChrist.org; ເບິ່ງ “Request a Priesthood Line of Authority” ໃນ Help Center ຢູ່​ທີ່ ChurchofJesusChrist.org ນຳ​ອີກ.) ເວົ້າ​ລົມ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຮູ້​ຈັກ​ວ່າ ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ກົງ. ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ແບ່ງ​ປັນ​ມັນ​ໃຫ້​ກັບ​ເຮົາ?

  • ສິດ​ສອນ​ລູກ​ຂອງ​ທ່ານ​ວ່າ ຫລັງ​ຈາກ​ບັບ​ຕິ​ສະ​ມາ, ເຂົາ​ສາ​ມາດ​ໄດ້​ຮັບ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ. ທົບ​ທວນ​ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ນຳ​ກັນ “Spiritual Treasures” (Liahona, Nov. 2019, 76–79). ບອກ​ລູກ​ຂອງ​ທ່ານ​ເຖິງ​ວິ​ທີ​ທີ່​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ສຳ​ລັບ​ວິ​ທີ​ຕ່າງໆ​ທີ່​ເຮົາ​ໄດ້​ຮັບ​ພອນ​ໂດຍ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ3.5.

  • ສົນ​ທະ​ນາ​ຄຳ​ຖາມ​ນີ້ “ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ແບບ​ໃດ?” ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:36–42, ນຳ​ກັນ, ແລະ ຊອກ​ຫາ​ຄຳ​ຕອບ. ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ສັງ​ເກດ​ເຫັນ​ລູກ​ຂອງ​ທ່ານ (ຫລື ຄົນ​ອື່ນ) ນຳ​ໃຊ້​ຫລັກ​ທຳ​ໜຶ່ງ ຫລື ຄຸນ​ສົມ​ບັດ​ໜຶ່ງ​ໃນ​ຂໍ້​ເຫລົ່າ​ນີ້, ໃຫ້​ຊີ້​ບອກ.

  • ເມື່ອ​ທ່ານ ຫລື ລູກ​ຂອງ​ທ່ານ​ໃຊ້​ກະ​ແຈ​ເພື່ອ​ເປີດ​ປະ​ຕູ ຫລື ສະ​ຕາດ​ລົດ, ໃຫ້​ໃຊ້​ຊ່ວງ​ເວ​ລາ​ນັ້ນ​ເພື່ອ​ປຽບ​ທຽບ​ກະ​ແຈ​ເຫລົ່າ​ນີ້​ກັບ​ຂໍ​ກະ​ແຈ​ທີ່​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ດຳ​ລົງ​ຢູ່. (ສຳ​ລັບ​ຄຳ​ນິ​ຍາມ​ຂອງ​ຂໍ​ກະ​ແຈ​ຖາ​ນະ​ປະ​ໂລ​ຫິດ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ, 3.4.1). ຂໍ​ກະ​ແຈ​ຖາ​ນະ​ປະ​ໂລ​ຫິດ “ເປີດ” ຫລື “ສະ​ຕາດ” ຫຍັງ​ແດ່​ສຳ​ລັບ​ເຮົາ? ເບິ່ງ Gary E. Stevenson, “Where Are the Keys and Authority of the Priesthood?,” Liahona, May 2016, 29–32; “Where Are the Keys?” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

  • ເມື່ອ​ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສຳ​ລັບ​ການ​ເອີ້ນ, ໃຫ້​ເຊື້ອ​ເຊີນ​ລູກ​ຂອງ​ທ່ານ​ໄປ​ຮ່ວມ​ນຳ, ຖ້າ​ເປັນ​ໄປ​ໄດ້. ໃຫ້​ລູກ​ຂອງ​ທ່ານ​ເຫັນ​ທ່ານ​ບັນ​ລຸ​ການ​ເອີ້ນ​ຂອງ​ທ່ານ. ທ່ານ​ອາດ​ຊອກ​ຫາ​ວິ​ທີ​ທີ່​ເໝາະ​ສົມ ເພື່ອ​ໃຫ້​ເຂົາ​ຊ່ວຍ​ທ່ານ. ບັນ​ຍາຍ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ວ່າ ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ໃນ​ການ​ເອີ້ນ​ຂອງ​ທ່ານ​ແນວ​ໃດ.

ການ​ໄປ​ພຣະ​ວິ​ຫານ—ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ

ພຣະ​ວິ​ຫານ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ໃນ​ພຣະ​ວິ​ຫານ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຂະ​ນະ​ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ, ຊຶ່ງ​ທັງ​ໝົດ​ຊີ້​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຫາ​ວິ​ທີ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ ເພື່ອ​ເຮັດ​ພັນ​ທະ​ສັນ​ຍາ ແລະ ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ, ລວມ​ທັງ​ຜູ້​ທີ່​ບໍ່​ໄດ້​ຮັບ​ມັນ​ໃນ​ຊີ​ວິດ​ນີ້. ໃນ​ຕົ້ນ​ປີ​ທີ່​ເຂົາ​ເຖິງ​ອາ​ຍຸ 12 ປີ, ລູກ​ຂອງ​ທ່ານ​ແມ່ນ​ໃຫຍ່​ພໍ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ​ໃນ​ພຣະ​ວິ​ຫານ​ແທນ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ.

  • ໄປ​ພຣະ​ວິ​ຫານ​ເລື້ອຍໆ​ເທົ່າ​ທີ່​ສະ​ຖາ​ນະ​ການ​ຈະ​ເອື້ອ​ອຳ​ນວຍ. ເວົ້າ​ລົມ​ກັບ​ລູກ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ໄປ ແລະ ວ່າ​ພຣະ​ວິ​ຫານ​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ.

  • ທົບ​ທວນ ແລະ ສົນ​ທະ​ນາ ຄຳ​ຖາມ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ນຳ​ກັນ. ເວົ້າ​ລົມ​ກັບ​ລູກ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ການ​ສຳ​ພາດ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ແບ່ງ​ປັນ​ວ່າ ເປັນ​ຫຍັງ​ການ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ.

  • ອ່ານ ມາ​ລາ​ກີ 4:6 ນຳ​ກັນ. ເວົ້າ​ລົມ​ກ່ຽວ​ກັບ​ວ່າ​ໃຈ​ຂອງ​ພວກ​ທ່ານ​ສາ​ມາດ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ​ແນວ​ໃດ. ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ ໂດຍ​ການ​ຄົ້ນ​ຄວ້າ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ທ່ານ​ນຳ​ກັນ ທີ່ FamilySearch.org. ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຜູ້​ທີ່​ຕ້ອງ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ. ຜູ້​ໃຫ້​ຄຳ​ປຶກ​ສາ​ຝ່າຍ​ພຣະ​ວິ​ຫານ ແລະ ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ​ສາ​ມາດ​ຊ່ວຍ​ທ່ານ​ໄດ້.

  • ທົບ​ທວນ​ແຫລ່ງ​ຂໍ້​ມູນ​ຕ່າງໆ​ນຳ​ກັນ ໃນ​ບ່ອນ​ເກັບ​ກຳ​ທີ່​ເອີ້ນ​ວ່າ “Temple” ໃນ​ພາກ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເດັກ​ນ້ອຍ. (ເບິ່ງ “Preparing Your Child for Temple Baptisms and Confirmations” ທີ່ ChurchofJesusChrist.org ນຳ​ອີກ.)

ການ​ຮັບ​ເອົາ​ປິ​ຕຸ​ພອນ

ປິ​ຕຸ​ພອນ​ສາ​ມາດ​ເປັນ​ແຫລ່ງ​ນຳ​ພາ, ປອບ​ໂຍນ, ແລະ ດົນ​ໃຈ​ໄດ້. ມັນ​ບັນ​ຈຸ​ຄຳ​ແນະ​ນຳ​ສ່ວນ​ຕົວ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ກັບ​ເຮົາ ແລະ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເອ​ກະ​ລັກ​ນິ​ລັນ​ດອນ ແລະ ຈຸດ​ປະ​ສົງ​ຂອງ​ເຮົາ. ຊ່ວຍ​ລູກ​ຂອງ​ທ່ານ​ກະ​ກຽມ​ເພື່ອ​ຮັບ​ເອົາ​ປິ​ຕຸ​ພອນ ໂດຍ​ການ​ສິດ​ສອນ​ເຂົາ​ເຖິງ​ຄວາມ​ໝາຍ​ສຳ​ຄັນ ແລະ ສັກ​ສິດ​ຂອງ​ປິ​ຕຸ​ພອນ.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ, ໃຫ້​ເບິ່ງ Gospel Topics, “Patriarchal Blessings,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  • ແບ່ງ​ປັນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ຮັບ​ປິ​ຕຸ​ພອນ​ຂອງ​ທ່ານ​ກັບ​ລູກ​ຂອງ​ທ່ານ. ທ່ານ​ສາ​ມາດ​ແບ່ງ​ປັນ​ເຊັ່ນ ວິ​ທີ​ທີ່​ທ່ານ​ກະ​ກຽມ​ເພື່ອ​ຮັບ​ເອົາ​ປິ​ຕຸ​ພອນ, ວ່າ​ມັນ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ແນວ​ໃດ, ແລະ ວ່າ​ທ່ານ​ນຳ​ໃຊ້​ປິ​ຕຸ​ພອນ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກ​ຂອງ​ທ່ານ​ໃຫ້​ເວົ້າ​ກັບ​ຄົນ​ອື່ນ​ໃນ​ຄອບ​ຄົວ ຜູ້​ທີ່​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ເຂົາ​ເຈົ້າ​ແລ້ວ.

  • ໃຊ້​ເວ​ລາ​ເພື່ອ​ທົບ​ທວນ​ແຫລ່ງ​ຂໍ້​ມູນ​ອື່ນໆ​ນຳ​ກັນ ໃນ Gospel Topics, “Patriarchal Blessings.” ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ຮັບ​ປິ​ຕຸ​ພອນ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ18.17.

  • ຖ້າ​ຫາກ​ທ່ານ​ມີ​ບັນ​ພະ​ບຸ​ລຸດ​ທີ່​ໄດ້​ຮັບ​ປິ​ຕຸ​ພອນ​ແລ້ວ, ມັນ​ອາດ​ເປັນ​ການ​ດົນ​ໃຈ​ທີ່​ຈະ​ອ່ານ​ປິ​ຕຸ​ພອນ​ໃດ​ໜຶ່ງ​ກັບ​ລູກ​ຂອງ​ທ່ານ. ໃນ​ການ​ຂໍ​ເອົາ​ໃບ​ປິ​ຕຸ​ພອນ​ຂອງ​ບັນ​ພະ​ບຸ​ລຸດ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ, ໃຫ້​ເຊັນ​ເຂົ້າ​ທີ່ ChurchofJesusChrist.org, ກົດ​ໄອ​ຄອນ​ບັນ​ຊີ​ຢູ່​ມຸມ​ຂວາ​ເທິງ​ຂອງ​ໜ້າ​ຈໍ, ແລະ ເລືອກ “Patriarchal Blessing.”

  • ຫລັງ​ຈາກ​ລູກ​ຂອງ​ທ່ານ​ໄດ້​ຮັບ​ປິ​ຕຸ​ພອນ​ແລ້ວ, ໃຫ້​ເຊື້ອ​ເຊີນ​ຄົນ​ໃດ​ກໍ​ໄດ້​ໃນ​ຄອບ​ຄົວ​ຜູ້​ມີ​ໜ້າ​ຢູ່​ນຳ ໃຫ້​ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ເຂົາ ແລະ ແບ່ງ​ປັນ​ຄວາມ​ຮູ້​ສຶກ​ນັ້ນ​ກັບ​ລູກ​ຂອງ​ທ່ານ.

ການ​ໄປ​ພຣະ​ວິ​ຫານ—ຂອງ​ປະ​ທານ​ສັກ​ສິດ

ພຣະ​ເຈົ້າ​ຢາກ​ມອບ​ຂອງ​ປະ​ທານ​ສັກ​ສິດ, ຫລື ຢາກ​ໃຫ້​ພອນ, ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ ດ້ວຍ “ອຳ​ນາດ​ຈາກ​ເບື້ອງ​ບົນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:8). ເຮົາ​ໄປ​ພຣະ​ວິ​ຫານ​ເພື່ອ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ໃຫ້​ກັບ​ຕົວ​ເອງ​ພຽງ​ຄັ້ງ​ດຽວ​ເທົ່າ​ນັ້ນ, ແຕ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ພຣະ​ເຈົ້າ ແລະ ອຳ​ນາດ​ທາງ​ວິນ​ຍານ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ເຮົາ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຂອງ​ປະ​ທານ​ສັກ​ສິດ ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ເຮົາ​ທຸກ​ວັນ​ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້.

  • ສະ​ແດງ​ຮູບ​ພຣະ​ວິ​ຫານ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ. ບອກ​ລູກ​ຂອງ​ທ່ານ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ທີ່​ທ່ານ​ມີ​ໃນ​ພຣະ​ວິ​ຫານ. ເວົ້າ​ເລື້ອຍໆ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ບ້ານ​ຂອງ​ພຣະ​ອົງ ແລະ ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ໃນ​ທີ່​ນັ້ນ.

  • ຄົ້ນ​ຄວ້າ temples.ChurchofJesusChrist.org ນຳ​ກັນ. ອ່ານ​ບົດ​ຄວາມ​ສັ້ນ​ເຊັ່ນ “About the Temple Endowment” ແລະ “Prepare for the House of the Lord” ນຳ​ກັນ. ປ່ອຍ​ໃຫ້​ລູກ​ຂອງ​ທ່ານ​ຖາມ​ຄຳ​ຖາມ​ທີ່​ເຂົາ​ມີ​ກ່ຽວ​ກັບ​ພຣະ​ວິ​ຫານ. ສຳ​ລັບ​ຄຳ​ແນະ​ນຳ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເວົ້າ​ລົມ​ຢູ່​ນອກ​ພຣະ​ວິ​ຫານ, ໃຫ້​ເບິ່ງ ຂ່າວ​ສານ​ຂອງ Elder David A. Bednar’s message “Prepared to Obtain Every Needful Thing” (Ensign ຫລື Liahona, May 2019, 101–4; ໃຫ້​ເບິ່ງ​ໂດຍ​ສະ​ເພາະ​ພາກ​ທີ່​ເອີ້ນ​ວ່າ “Home-Centered and Church-Supported Learning and Temple Preparation”).

  • ຂະ​ນະ​ທີ່​ທ່ານ ແລະ ລູກ​ຂອງ​ທ່ານ​ມີ​ສ່ວນ​ຮ່ວມ ຫລື ເປັນ​ພະ​ຍານ​ໃນ​ພິ​ທີ​ການ​ອື່ນໆ (ເຊັ່ນ ສິນ​ລະ​ລຶກ ຫລື ພອນ​ແຫ່ງ​ການ​ປິ່ນ​ປົວ), ໃຫ້​ໃຊ້​ເວ​ລາ​ຈັກ​ບຶດ​ໜຶ່ງ​ເພື່ອ​ສົນ​ທະ​ນາ​ສັນ​ຍາ​ລັກ​ທີ່​ກ່ຽວ​ຂ້ອງ​ກັບ​ພິ​ທີ​ການ​ນັ້ນ. ສັນ​ຍາ​ລັກ​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ? ມັນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ສິ່ງ​ນີ້​ສາ​ມາດ​ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ກຽມ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ສັນ​ຍາ​ລັກ​ພິ​ທີ​ການ​ພຣະ​ວິ​ຫານ, ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ເຊັ່ນ​ກັນ.

  • ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ສັງ​ເກດ​ເບິ່ງ​ວ່າ ເຂົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ທີ່​ບັນ​ຍາຍ​ຢູ່​ໃນ ໂມ​ໄຊ​ຢາ 18:8–10, 13 ແນວ​ໃດ. ພ້ອມ​ນີ້​ຈົ່ງ​ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ສັງ​ເກດ​ເບິ່ງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ພອນ​ແກ່​ເຂົາ​ແນວ​ໃດ. ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ລູກ​ຂອງ​ທ່ານ ໃນ​ຄວາມ​ສາ​ມາດ​ຂອງ​ເຂົາ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ.

  • ເວົ້າ​ລົມ​ແບບ​ເປີດ​ໃຈ ແລະ ເປັນ​ປະ​ຈຳ​ກ່ຽວ​ກັບ​ວ່າ ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ທ່ານ​ໄດ້​ນຳ​ພາ​ການ​ເລືອກ​ຂອງ​ທ່ານ ແລະ ຊ່ວຍ​ທ່ານ​ໃຫ້​ຫຍັບ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ. ທ່ານ​ສາ​ມາດ​ໃຊ້ ຄູ່​ມື​ທົ່ວ​ໄປ, 27.2, ເພື່ອ​ທົບ​ທວນ​ພັນ​ທະ​ສັນ​ຍາ ທີ່​ທ່ານ​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ.

ການ​ຮັບ​ໃຊ້​ເຜີຍ​ແຜ່

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ: “ສິ່ງ​ສຳ​ຄັນ​ທີ່​ສຸດ​ຢ່າງ​ດຽວ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ແມ່ນ ການ​ກາຍ​ເປັນ ຜູ້​ສອນ​ສາດ​ສະ​ໜາ​ດົນ​ນານ​ກ່ອນ​ແລ້ວ ກ່ອນ​ທີ່​ທ່ານ​ຈະ ໄປ ເຜີຍ​ແຜ່. … ຈຸດ​ສຳ​ຄັນ​ບໍ່​ແມ່ນ​ການ​ໄປ​ເຜີຍ​ແຜ່; ແຕ່, ຈຸດ​ສຳ​ຄັນ​ແມ່ນ​ການ​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ ແລະ ການ​ຮັບ​ໃຊ້​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ ດ້ວຍ​ສຸດ​ໃຈ, ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງ​ເຮົາ. … ທ່ານ​ຕ້ອງ​ກຽມ​ພ້ອມ​ຕະ​ຫລອດ​ຊີ​ວິດ​ສຳ​ລັບ​ວຽກ​ງານ​ເຜີຍ​ແຜ່” (“Becoming a Missionary,” Liahona, Nov. 2005, 45–46). ປະ​ສົບ​ການ​ທີ່​ລູກ​ຂອງ​ທ່ານ​ມີ​ໃນ ການ​ກາຍ​ເປັນ ຜູ້​ສອນ​ສາດ​ສະ​ໜາ ຈະ​ເປັນ​ພອນ​ໃຫ້​ແກ່​ເຂົາ​ຊົ່ວ​ນິ​ລັນ​ດອນ, ບໍ່​ພຽງ​ແຕ່​ໃນ​ຊ່ວງ​ໄລ​ຍະ​ທີ່​ເຂົາ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ, ໃຫ້​ເບິ່ງ Russell M. Nelson, “Preaching the Gospel of Peace,” Liahona, May 2022, 6–7; M. Russell Ballard, “Missionary Service Blessed My Life Forever,” Liahona, May 2022, 8–10; Missionary Preparation: Adjusting to Missionary Life, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  • ສະ​ແດງ​ແບບ​ຢ່າງ​ວິ​ທີ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ແບບ​ທຳ​ມະ​ຊາດ. ກຽມ​ພ້ອມ​ສະ​ເໝີ​ກັບ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກັບ​ຄົນ​ອື່ນ ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພອນ​ທີ່​ທ່ານ​ໄດ້​ຮັບ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ໄປ​ຮ່ວມ​ກັບ​ຄອບ​ຄົວ​ຂອງ​ທ່ານ ໃນ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ສາດ​ສະ​ໜາ​ຈັກ ແລະ ຄອບ​ຄົວ.

  • ຊອກ​ຫາ​ໂອ​ກາດ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ໄດ້​ປະ​ຕິ​ສຳ​ພັນ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ສິດ​ສອນ​ໝູ່​ເພື່ອນ​ຂອງ​ທ່ານ, ຫລື ສະ​ເໜີ​ໃຫ້​ເຂົາ​ເຈົ້າ​ສິດ​ສອນ​ຜູ້​ຄົນ​ໃນ​ບ້ານ​ຂອງ​ທ່ານ. ຖາມ​ຜູ້​ສອນ​ສາດ​ສະ​ໜາ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ເຂົາ​ເຈົ້າ​ມີ ແລະ ວ່າ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຊ່ວຍ​ເຂົາ​ເຈົ້າ​ຫຍັບ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ. ພ້ອມ​ນີ້​ໃຫ້​ຖາມ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ (ຫລື ສິ່ງ​ທີ່​ເຂົາ​ເຈົ້າ​ເສຍ​ດາຍ​ທີ່​ບໍ່​ໄດ້​ເຮັດ) ເພື່ອ​ກະ​ກຽມ​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

  • ຖ້າ​ທ່ານ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່, ໃຫ້​ເວົ້າ​ລົມ​ຢ່າງ​ເປີດ​ໃຈ ແລະ ເວົ້າ​ເລື້ອຍໆ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ. ຫລື ເຊື້ອ​ເຊີນ​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ເຄີຍ​ຮັບ​ໃຊ້​ເຜີຍ​ແຜ່​ໃຫ້​ເວົ້າ​ລົມ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ. ທ່ານ​ກໍ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ຄິດ​ຫາ​ວິ​ທີ​ທີ່​ເຂົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

  • ໃຫ້​ໂອ​ກາດ​ລູກ​ຂອງ​ທ່ານ​ເພື່ອ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄອບ​ຄົວ​ຂອງ​ທ່ານ. ລູກ​ຂອງ​ທ່ານ​ກໍ​ສາ​ມາດ​ຝຶກ​ການ​ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ເຂົາ​ກັບ​ຄົນ​ອື່ນ​ເຊັ່ນ​ກັນ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ສົນ​ທະ​ນາ​ຄຳ​ຖາມ​ເຊັ່ນ “ເຮົາ​ຈະ​ແນະ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ກັບ​ບາງ​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ມັນ​ໄດ້​ແນວ​ໃດ?” ຫລື “ເຮົາ​ຈະ​ບັນ​ຍາຍ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກັບ​ບາງ​ຄົນ​ທີ່​ບໍ່​ໄດ້​ເປັນ​ຊາວ​ຄຣິດ​ແນວ​ໃດ?”

  • ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ຮູ້​ສຶກ​ສະ​ບາຍ​ໃຈ​ເມື່ອ​ເວົ້າ​ລົມ​ກັບ​ຜູ້​ຄົນ. ມີ​ວິ​ທີ​ທີ່​ດີ​ຢ່າງ​ໃດ​ແດ່​ໃນ​ການ​ເລີ່ມ​ຕົ້ນ​ສົນ​ທະ​ນາ? ຊຸກ​ຍູ້​ລູກ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ວິ​ທີ​ຮັບ​ຟັງ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ, ເຂົ້າ​ໃຈ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ, ແລະ ແບ່ງ​ປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

  • ຊອກ​ຫາ​ໂອ​ກາດ​ໃຫ້​ລູກ​ຂອງ​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ. ຊ່ວຍ​ເຂົາ​ໃຫ້​ຮັບ​ຮູ້ ແລະ ນັບ​ຖື​ຫລັກ​ທຳ​ທີ່​ດີ ແລະ ຄວາມ​ຈິງ ໃນ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ.

ການ​ໄປ​ພຣະ​ວິ​ຫານ—ການ​ຜະ​ນຶກ

ໃນ​ພຣະ​ວິ​ຫານ, ສາ​ມີ ແລະ ພັນ​ລະ​ຍາ​ສາ​ມາດ​ແຕ່ງ​ງານ​ຊົ່ວ​ນິ​ລັນ​ດອນ. ສິ່ງ​ນີ້​ເກີດ​ຂຶ້ນ​ໃນ​ພິ​ທີ​ການ​ທີ່​ເອີ້ນ​ວ່າ ການ​ຜະ​ນຶກ. ເຖິງ​ແມ່ນ​ວ່າ​ພິ​ທີ​ການ​ນີ້​ອາດ​ຈະ​ບໍ່​ເກີດ​ຂຶ້ນ​ເປັນ​ເວ​ລາ​ຫລາຍ​ປີ​ສຳ​ລັບ​ລູກ​ຊາຍ ຫລື ລູກ​ສາວ​ຂອງ​ທ່ານ, ແຕ່​ສິ່ງ​ເລັກ​ນ້ອຍ, ລຽບ​ງ່າຍ, ແລະ ສະ​ໝ່ຳ​ສະ​ເໝີ ທີ່​ພວກ​ທ່ານ​ເຮັດ​ນຳ​ກັນ​ລະ​ຫວ່າງ​ຫລາຍ​ປີ​ເຫລົ່າ​ນັ້ນ ສາ​ມາດ​ຊ່ວຍ​ເຂົາ​ໃຫ້​ກະ​ກຽມ​ສຳ​ລັບ​ພອນ​ທີ່​ປະ​ເສີດ​ນີ້.

  • ອ່ານ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ກັນ. ການ​ປະ​ກາດ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຸກ​ໃນ​ຊີ​ວິດ​ຄອບ​ຄົວ ແລະ ກ່ຽວ​ກັບ​ການ​ແຕ່ງ​ງານ​ທີ່​ປະ​ສົບ​ຜົນ​ສຳ​ເລັດ? ພ້ອມ​ກັບ​ລູກ, ໃຫ້​ເລືອກ​ຫລັກ​ທຳ​ຂໍ້​ໜຶ່ງ​ຢູ່​ໃນ​ການ​ປະ​ກາດ​ເພື່ອ​ສຶກ​ສາ. ພວກ​ທ່ານ​ສາ​ມາດ​ເປີດ​ເບິ່ງ​ຂໍ້​ພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງ​ກັບ​ຫລັກ​ທຳ​ຂໍ້​ນັ້ນ ຢູ່​ໃນ ຄູ່​ມື​ພຣະ​ຄຳ​ພີ. ພວກ​ທ່ານ​ກໍ​ສາ​ມາດ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ນຳ​ໃຊ້​ຫລັກ​ທຳ​ຂໍ້​ນັ້ນ​ໃຫ້​ເຕັມ​ທີ່​ຫລາຍ​ຂຶ້ນ​ໃນ​ຄອບ​ຄົວ​ຂອງ​ພວກ​ທ່ານ​ນຳ​ອີກ. ຂະ​ນະ​ທີ່​ພວກ​ທ່ານ​ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ພວກ​ທ່ານ, ໃຫ້​ສົນ​ທະ​ນາ​ນຳ​ກັນ​ວ່າ ຫລັກ​ທຳ​ຂໍ້​ນັ້ນ​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຄອບ​ຄົວ​ແນວ​ໃດ.

  • ພ້ອມ​ກັບ​ລູກ, ໃຫ້​ອ່ານ​ຂ່າວ​ສານ​ຂອງ​ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ “In Praise of Those Who Save” (Ensign ຫລື Liahona, May 2016, 77–80). ເມື່ອ​ພວກ​ທ່ານ​ອ່ານ​ເຖິງ​ພາກ​ທີ່​ມີ​ຊື່​ວ່າ “A Society of Disposables,” ພວກ​ທ່ານ​ອາດ​ຊອກ​ຫາ​ບາງ​ສິ່ງ​ທີ່​ສາ​ມາດ​ຖິ້ມ​ໄປ​ຫລັງ​ຈາກ​ໃຊ້​ແລ້ວ ແລະ ບາງ​ສິ່ງ​ທີ່​ບໍ່​ສາ​ມາດ​ຖິ້ມ. ເວົ້າ​ລົມ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ເຮັດ​ກັບ​ສິ່ງ​ຂອງ​ໃນ​ທາງ​ທີ່​ແຕກ​ຕ່າງ​ກັນ​ແນວ​ໃດ ເມື່ອ​ພວກ​ທ່ານ​ຢາກ​ໃຫ້​ມັນ​ຍືນ​ຍົງ​ເປັນ​ເວ​ລາ​ດົນ​ນານ. ສິ່ງ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ຕໍ່​ຄວາມ​ສຳ​ພັນ​ຂອງ​ການ​ແຕ່ງ​ງານ ແລະ ຄອບ​ຄົວ? ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ຮຽນ​ຮູ້​ຈາກ​ຂ່າວ​ສານ​ຂອງ​ປະ​ທານ​ອຸກ​ດອບ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ສ້າງ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ທີ່​ເຂັ້ມ​ແຂງ?

  • ຖ້າ​ຫາກ​ທ່ານ​ແຕ່ງ​ງານ​ແລ້ວ, ໃຫ້​ເວົ້າ​ລົມ​ແບບ​ເປີດ​ໃຈ​ກັບ​ລູກ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກັບ​ຄູ່​ຄອງ​ເຮັດ​ໄດ້​ດີ, ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້, ແລະ ວິ​ທີ​ທີ່​ທ່ານ​ກຳ​ລັງ​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ຂຶ້ນ. ຖ້າ​ຫາກ​ທ່ານ​ກັບ​ຄູ່​ຄອງ​ຂອງ​ທ່ານ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ແລ້ວ​ໃນ​ພຣະ​ວິ​ຫານ, ຈົ່ງ​ສະ​ແດງ​ໃຫ້​ລູກ​ຂອງ​ພວກ​ທ່ານ​ເຫັນ​ໂດຍ​ຕົວ​ຢ່າງ​ຂອງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ທ່ານ​ນຳ​ກັນ ແລະ ນຳ​ພຣະ​ຜູ້​ເປັນ​ເຈົ້າ. ບອກ​ລູກ​ຂອງ​ພວກ​ທ່ານ​ເຖິງ​ວິ​ທີ​ທີ່​ພວກ​ທ່ານ​ພະ​ຍາ​ຍາມ​ເຮັດ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ສູນ​ກາງ​ໃນ​ຄວາມ​ສຳ​ພັນ​ຂອງ​ພວກ​ທ່ານ ແລະ ເຖິງ​ວິ​ທີ​ທີ່​ພວກ​ພຣະ​ອົງ​ຊ່ວຍ​ພວກ​ທ່ານ​ແນວ​ໃດ.

  • ເມື່ອ​ຄອບ​ຄົວ​ຕ້ອງ​ໄດ້​ຕັດ​ສິນ​ໃຈ, ໃຫ້​ຈັດ​ການ​ປະ​ຊຸມ​ສະ​ພາ​ຄອບ​ຄົວ​ຂຶ້ນ ແລະ ສົນ​ທະ​ນາ. ໃຫ້​ແນ່​ໃຈ​ວ່າ ຄວາມ​ຄິດ​ເຫັນ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທຸກ​ຄົນ​ໄດ້​ຖືກ​ຮັບ​ຟັງ ແລະ ຖື​ວ່າ​ສຳ​ຄັນ. ໃຊ້​ການ​ສົນ​ທະ​ນາ​ເຫລົ່າ​ນີ້​ໃຫ້​ເປັນ​ໂອ​ກາດ​ເພື່ອ​ສ້າງ​ແບບ​ແຜນ​ການ​ສື່​ສານ​ໃນ​ທາງ​ທີ່​ດີ ແລະ ມີ​ເມດ​ຕາ​ໃນ​ຄວາມ​ສຳ​ພັນ​ຄອບ​ຄົວ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ທຸກ​ຄົນ​ບໍ່​ເຫັນ​ພ້ອມ​ໃນ​ທາງ​ດຽວ​ກັນ.

  • ເມື່ອ​ມີ​ການ​ບໍ່​ເຫັນ​ດ້ວຍ ຫລື ການ​ຂັດ​ແຍ້ງ​ໃນ​ຄອບ​ຄົວ, ໃຫ້​ສະ​ແດງ​ຄວາມ​ອົດ​ທົນ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ. ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ເຫັນ​ວ່າ​ວິ​ທີ​ຈັດ​ການ​ກັບ​ການ​ຂັດ​ແຍ້ງ​ໃນ​ທາງ​ຂອງ​ການ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ ສາ​ມາດ​ຊ່ວຍ​ເຂົາ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ແຕ່ງ​ງານ​ທີ່​ມີ​ຄວາມ​ສຸກ​ໄດ້. ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:41–42, ນຳ​ກັນ ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ ຫລັກ​ທຳ​ໃນ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ເອົາ​ໄປ​ນຳ​ໃຊ້​ໃນ​ການ​ແຕ່ງ​ງານ​ແນວ​ໃດ.