ຮູບ​ພາບ​ລາ​ມົກ
ເຮົາ​ຈະ​ລົມ​ກັບ​ລູກ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ເພດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ​ໄດ້​ແນວ​ໃດ?


“ເຮົາ​ຈະ​ລົມ​ກັບ​ລູກ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ເພດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ​ໄດ້​ແນວ​ໃດ?” ການ​ຊ່ວຍ​ເຫລືອ​ສຳ​ລັບ​ພໍ່​ແມ່ (2021)

“ເຮົາ​ຈະ​ລົມ​ກັບ​ລູກ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ເພດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ​ໄດ້​ແນວ​ໃດ?” ການ​ຊ່ວຍ​ເຫລືອ​ສຳ​ລັບ​ພໍ່​ແມ່

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຍ່າງ​ຢູ່​ທາງ​ນອກ

ເຮົາ​ຈະ​ລົມ​ກັບ​ລູກ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ເພດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ​ໄດ້​ແນວ​ໃດ?

ພໍ່​ແມ່​ຫລາຍ​ຄົນ​ອາດ​ຮູ້​ສຶກ​ລັງ​ເລ ຫລື ອາຍ​ທີ່​ຈະ​ລົມ​ກັບ​ລູກໆ​ຂອງ​ຕົນ​ກ່ຽວ​ກັບ​ເລື່ອງ​ເພດ, ຫລື ເຂົາ​ເຈົ້າ​ຢ້ານ​ວ່າ​ການ​ລົມ​ກັບ​ລູກໆ​ຂອງ​ຕົນ​ກ່ຽວ​ກັບ​ເລື່ອງ​ເພດ​ຈະ​ປຸກ​ພຶດ​ຕິ​ກຳ​ທາງ​ເພດ​ຂອງ​ພວກ​ເຂົາ. ຄວາມ​ຈິງ​ກໍ​ຄື, ຖ້າ​ພວກ​ທ່ານ​ບໍ່​ລົມ​ກັບ​ລູກໆ​ຂອງ​ພວກ​ທ່ານ​ກ່ຽວ​ກັບ​ເລື່ອງ​ເພດ, ເຂົາ​ກໍ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ຈາກ​ແຫລ່ງ​ອື່ນ. ໂດຍ​ການ​ສົນ​ທະ​ນາ​ກັບ​ລູກໆ​ຂອງ​ພວກ​ທ່ານ​ເປັນ​ປະ​ຈຳ​ກ່ຽວ​ກັບ​ຫົວ​ຂໍ້​ສຳ​ຄັນ​ເຊັ່ນ​ເລື່ອງ​ເພດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ, ພວກ​ທ່ານ​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ວ່າ ພວກ​ທ່ານ​ເປັນ​ຄົນ​ທີ່​ພວກ​ເຂົາ​ສາ​ມາດ​ເວົ້າ​ລົມ​ນຳ​ກ່ຽວ​ກັບ​ເລື່ອງ​ນີ້​ໄດ້.

ເດັກ​ນ້ອຍ​ສ່ວນ​ຫລາຍ​ຈະ​ມີ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ໂດຍ​ທຳ​ມະ​ຊາດ, ແລະ ພວກ​ເຂົາ​ຢາກ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ທຳ​ມະ​ຊາດ​ທີ່​ພວກ​ເຂົາ​ມີ​ຢູ່, ຊຶ່ງ​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ພວກ​ເຂົາ. ພວກ​ທ່ານ​ສາ​ມາດ​ກຽມ​ຕົວ​ເອງ​ໃຫ້​ພ້ອມ​ທີ່​ຈະ​ລົມ​ກັບ​ລູກໆ​ຂອງ​ພວກ​ທ່ານ​ກ່ຽວ​ກັບ​ເລື່ອງ​ເພດ ໂດຍ​ຈື່​ວ່າ​ພວກ​ທ່ານ​ເຄີຍ​ເປັນ​ແນວ​ໃດ​ຕອນ​ທີ່​ອາ​ຍຸ​ສ່ຳ​ພວກ​ເຂົາ. ພວກ​ທ່ານ​ເຄີຍ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ຢ່າງ​ໃດ​ແດ່? ພວກ​ທ່ານ​ໄດ້​ມີ​ຄວາມ​ຄິດ, ຄຳ​ຖາມ, ຫລື ຄວາມ​ກັງ​ວົນ​ຫຍັງ​ແດ່? ພວກ​ທ່ານ​ໄດ້​ຊອກ​ຫາ​ຂໍ້​ມູນ​ຈາກ​ໃສ? ພວກ​ທ່ານ​ຫວັງ​ວ່າ​ຕອນ​ນັ້ນ​ພວກ​ທ່ານ​ຈະ​ໄດ້​ຍິນ ຫລື ໄດ້​ຮັບ​ການ​ສິດ​ສອນ​ຫຍັງ​ແດ່?

ຖ້າ​ພວກ​ທ່ານ​ຮູ້​ສຶກ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ສົນ​ທະ​ນາ​ໃຫ້​ດີ​ທີ່​ສຸດ​ກ່ຽວ​ກັບ​ເລື່ອງ​ນີ້ ກໍ​ບໍ່​ເປັນ​ຫຍັງ. ພວກ​ທ່ານ​ສາ​ມາດ​ໃຊ້​ຈຸດ​ອ່ອນ​ຂອງ​ພວກ​ທ່ານ​ເພື່ອ​ສ້າງ​ຄວາມ​ສຳ​ພັນ​ກັບ​ລູກໆ​ຂອງ​ພວກ​ທ່ານ​ໄດ້. ລູກໆ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ທ່ານ​ໄດ້ ເມື່ອ​ພວກ​ທ່ານ​ສຸດ​ຈະ​ຫຼິດ ແລະ ຈິງ​ໃຈ​ໃນ​ການ​ສື່​ສານ​ກັບ​ພວກ​ເຂົາ, ເຖິງ​ແມ່ນ​ວ່າ​ພວກ​ທ່ານ​ຈະ​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ​ກໍ​ຕາມ.

ເພື່ອ​ສົ່ງ​ເສີມ​ການ​ສື່​ສານ​ແບບ​ເປີດ​ໃຈ, ພວກ​ທ່ານ​ສາ​ມາດ:

  • ເລີ່ມ​ເມື່ອ​ລູກໆ​ຂອງ​ພວກ​ທ່ານ​ຍັງ​ນ້ອຍ​ຢູ່ ໂດຍ​ການ​ເອີ້ນ​ສ່ວນ​ຕ່າງໆ​ຂອງ​ຮ່າງ​ກາຍ​ຕາມ​ຊື່​ທີ່​ຖືກ​ຕ້ອງ​ຂອງ​ມັນ. ສິ່ງ​ນີ້​ຈະ​ຊ່ວຍ​ສອນ​ເດັກ​ນ້ອຍ​ກ່ຽວ​ກັບ​ຮ່າງ​ກາຍ​ຂອງ​ພວກ​ເຂົາ ແລະ ໃຫ້​ພາ​ສາ​ທີ່​ພວກ​ເຂົາ​ຕ້ອງ​ການ ເພື່ອ​ທີ່​ຈະ​ມີ​ສຸ​ຂະ​ພາບ​ທີ່​ດີ ແລະ ມີ​ຄວາມ​ຮູ້.

  • ໃຫ້​ລູກໆ​ຂອງ​ພວກ​ທ່ານ​ຮູ້​ວ່າ ພວກ​ເຂົາ​ສາ​ມາດ​ຖາມພວກ​ທ່ານ​ກ່ຽວ​ກັບ​ເລື່ອງ​ໃດ​ກໍ​ໄດ້, ແລ້ວ​ພະ​ຍາ​ຍາມ​ທີ່​ຈະ​ບໍ່​ສະ​ແດງ​ທ່າ​ທີ​ເກີນ​ຈິງ ຫລື ເຮັດ​ໃຫ້​ພວກ​ເຂົາ​ອັບ​ອາຍ​ກັບ​ຄຳ​ຖາມ ຫລື ຄຳ​ສາ​ລະ​ພາບ​ຂອງ​ພວກ​ເຂົາ. ສະ​ຫລອງ​ທີ່​ພວກ​ເຂົາ​ໄດ້​ມາ​ລົມ​ກັບ​ພວກ​ທ່ານ: ສະ​ແດງ​ຄວາມ​ຮັກ ແລະ ສະ​ໜັບ​ສະ​ໜູນ​ພວກ​ເຂົາ, ແລະ ເຮັດ​ສຸດ​ຄວາມ​ສາ​ມາດ​ຂອງ​ພວກ​ທ່ານ​ເພື່ອ​ສື່​ສານ​ຕໍ່​ໄປ.

  • ຫລີກ​ລ້ຽງ​ການ​ໃຊ້​ຄຳ​ປຽບ​ທຽບ​ກ່ຽວ​ກັບ​ເລື່ອງ​ເພດ. ເດັກ​ນ້ອຍ​ຕ້ອງ​ການ​ຂໍ້​ມູນ​ທີ່​ຖືກ​ນຳ​ສະ​ເໜີ​ຢ່າງ​ຊັດ​ເຈນ ແລະ ກົງ​ໄປ​ກົງ​ມາ. ຍົກ​ຕົວ​ຢ່າງ, ຊາວ​ໜຸ່ມ​ບາງ​ຄົນ​ເລົ່າ​ເຖິງ​ບົດ​ຮຽນ​ທີ່​ປຽບ​ທຽບ​ການ​ຝ່າ​ຝືນ​ກົດ​ພົມ​ມະ​ຈັນ ໃສ່​ກັບ​ການ​ຫຍ້ຳ​ຊິງ​ງົ້ມ ຫລື ການ​ກິນ​ອາ​ຫານ​ທີ່​ເປັນ​ເງື່ອນ​ຂອງ​ຄົນ​ອື່ນ ທີ່​ຖືກ​ສົ່ງ​ຕໍ່​ຈາກ​ຄົນ​ໜຶ່ງ​ໄປ​ຫາ​ອີກ​ຄົນ​ໜຶ່ງ​ຢູ່​ທົ່ວ​ຫ້ອງ ດັ່ງ​ນັ້ນ ມັນ​ຈຶ່ງ​ບໍ່​ເປັນ​ສິ່ງ​ທີ່​ໜ້າ​ເພິ່ງ​ປາດ​ຖະ​ໜາ​ອີກ​ຕໍ່​ໄປ. ເຖິງ​ແມ່ນ​ວ່າ​ຈະ​ມີ​ເຈດ​ຕະ​ນາ​ດີ​ກໍ​ຕາມ, ແຕ່​ການ​ປຽບ​ທຽບ​ເຊັ່ນ​ນີ້ ມັກ​ຈະ​ສົ່ງ​ເສີມ​ຄວາມ​ຢ້ານ​​ກົວ​ກ່ຽວ​ກັບ​ເລື່ອງ​ເພດ ຫລື ຄວາມ​ຮູ້​ສຶກ​ວ່າ​ຄຸນ​ຄ່າ​ຂອງ​ຕົນ​ເອງ​ຕ່ຳ ຫລື ບໍ່​ສາ​ມາດ​ແກ້​ໄຂ​ໄດ້.

  • ຈັດບົດ​ຮຽນ​ການ​ສັງ​ສັນ​ໃນ​ຕອນ​ແລງ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ເພດ ແລະ ໃຫ້​ລູກໆ​ຂອງ​ພວກ​ທ່ານ​ສິດ​ສອນ​ເມື່ອ​ພວກ​ເຂົາ​ຮູ້​ສຶກ​ພ້ອມ. ຫົວ​ຂໍ້​ຕ່າງໆ​ອາດ​ລວມ​ທັງ ໄລ​ຍະ​ຕົ້ນ​ໄວ​ລຸ້ນ, ລັກ​ສະ​ນະ​ຂອງ​ຮ່າງ​ກາຍ, ແລະ ແງ່​ບວກ​ເລື່ອງ​ເພດ.

  • ໂອ້​ລົມ​ວ່າ ການ​ມີ​ຄວາມ​ຮູ້​ສຶກ​ທາງ​ເພດ ແລະ ການ​ກະ​ຕຸ້ນ​ທາງ​ເພດ​ເປັນ​ເລື່ອງ​ທຳ​ມະ​ດາ​ຢ່າງ​ໃດ. ເດັກ​ນ້ອຍ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ຕາມ​ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ ແຕ່​ສາ​ມາດ​ຮັບ​ຮູ້​ມັນ​ໄດ້. ນີ້​ໝາຍ​ເຖິງ ການ​ສັງ​ເກດ​ຄວາມ​ຮູ້​ສຶກ​ທາງ​ເພດ ແຕ່​ບໍ່​ຕັດ​ສິນ​ມັນ​ໃນ​ທາງ​ລົບ. ການ​ວິ​ໄຈ​ພົບ​ວ່າ ການ​ຝຶກ​ຄວາມ​ຮັບ​ຮູ້​ສາ​ມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຕັດ​ສິນ​ໃຈ​ໄດ້​ດີ​ກວ່າ ຊຶ່ງ​ສອດ​ຄ່ອງ​ກັບ​ຄຸນ​ຄ່າ ແລະ ເປົ້າ​ໝາຍ​ຂອງ​ພວກ​ເຂົາ.

  • ພະ​ຍາ​ຍາມ​ທີ່​ຈະ​ບໍ່​ເຮັດ​ທ່າ​ທີ​ແບບ​ລັງ​ກຽດ ຫລື ໃຈ​ຮ້າຍ ເມື່ອ​ເດັກ​ນ້ອຍ​ມີ​ສ່ວນ​ໃນ​ການ​ສຳ​ພັດ​ຕົວ​ເອງ ຫລື ເມື່ອ​ລູກ​ຄົນ​ໜຸ່ມ​ຍອມ​ຮັບ​ກ່ຽວ​ກັບ​ການ​ສຳ​ເລັດ​ຄວາມ​ໃຄ່​ດ້ວຍ​ຕົນ​ເອງ. ວິ​ທີ​ທີ່​ພໍ່​ແມ່​ຮັບ​ມື​ກັບ​​ພຶດ​ຕິ​ກຳ​ເຫລົ່າ​ນີ້ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ທີ່​ເດັກ​ນ້ອຍ ແລະ ລູກ​ຄົນ​ໜຸ່ມ​ຮູ້​ສຶກ​ກ່ຽວ​ກັບ​ຕົນ​ເອງ ແລະ ເລື່ອງ​ເພດ​ຂອງ​ພວກ​ເຂົາ.

  • ສອນ​ລູກໆ​ຂອງ​ພວກ​ທ່ານ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ຢູ່​ເບື້ອງ​ຫລັງ​ມາດ​ຕະ​ຖານ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ສຳ​ພັນ ແລະ ເລື່ອງ​ເພດ. ເມື່ອ​ພວກ​ທ່ານ​ສິດ​ສອນ​ມາດ​ຕະ​ຖານ​ເຫລົ່າ​ນີ້ ແລະ ເຫດ​ຜົນ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄຸນ​ຄ່າ, ໃຫ້​ຈື່​ຈຳ​ໄວ້​ວ່າ ເປັນ​ສິ່ງ​ສຳ​ຄັນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ໂດຍ​ທີ່​ບໍ່​ເຮັດ​ໃຫ້​ມີ​ຄວາມ​ອັບ​ອາຍ ຫລື ຄວາມ​ຢ້ານ​ກົວ.1

ແຫລ່ງ​ອ້າງ​ອີງ

  1. ຂໍ້​ຄວາມ​ໃນ​ຈຸດ​ເຄື່ອງ​ໝາຍ​ຫົວ​ຂໍ້​ຍ່ອຍ​ຖືກ​ອ້າງ​ອີງ ແລະ ດັດ​ແປງ​ຈາກ Laura M. Padilla-Walker and Meg O. Jankovich, “How, When, and Why: Talking to Your Children about Sexuality,” Liahona, Aug. 2020.