ພຣະ​ຄຳ​ພີ
2 ນີໄຟ 18


ບົດ​ທີ 18

ພຣະ​ຄຣິດ​ຈະ​ເປັນ​ເໝືອນ​ຫີນ​ທີ່​ຕຳ​ຕີນ ແລະ ເປັນ​ເໝືອນ​ແຮ້ວ​ທີ່​ຫ້າງ​ໄວ້—ຈົ່ງ​ສະແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ແມ່ນ​ໝໍ​ດູ​ທີ່​ເວົ້າ​ພ່ຳ—ຈົ​່​ງ​ກັບ​ມາ​ຫາ​ກົດ ແລະ ປະຈັກ​ພະຍານ​ເພື່ອ​ເປັນ​ການ​ຊີ້​ນຳ—ປຽບ​ທຽບ​ກັບ​ເອຊາ​ຢາ 8. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ຍິ່ງ​ໄປ​ກວ່າ​ນັ້ນ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຈົ່ງ​ເອົາ​ແຜ່ນ​ໜັງ​ກໍ້​ໃຫຍ່​ມາ, ແລະ ຂຽນ​ດ້ວຍ​ປາກ​ກາ​ຂອງ​ມະນຸດ​ໃສ່​ໃນ​ນັ້ນ​ວ່າ, ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ.

2 ແລະ ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ ພະຍານ​ທີ່​ຊື່​ສັດ​ມາ​ເຮັດ​ບັນ​ທຶກ​ກັບ​ຂ້າ​ພະ​ເຈົ້າ​ຄື, ອູ​ລິ​ອາ ຜູ້​ເປັນ​ປະ​ໂລ​ຫິດ, ແລະ ເຊ​ກາ​ຣີຢາ, ລູກ​ຊາຍ​ຂອງ​ເຢ​ເບ​ເຣ​ກີ​ຢາ.

3 ແລະ ຂ້າ​ພະ​ເຈົ້າ​ໄດ້​ສົມ​ສູ່​ຢູ່​ຮ່ວມ​ກັບ ເມຍ​ຂອງ​ຂ້າ​ພະ​ເຈົ້າ; ແລະ ນາງ​ໄດ້​ຕັ້ງ​ທ້ອງ; ແລະ ໄດ້​ຄອດ​ລູກ​ມາ​ເປັນ​ຊາຍ. ພຣະ​ຜູ້​ເປັນ​ເຈົ້າ​ບອກ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເອີ້ນ​ຊື່​ຂອງ​ລາວ​ວ່າ ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ.

4 ຈົ່ງ​ເບິ່ງ, ກ່ອນ ເດັກ​ນ້ອຍ​ຜູ້​ນີ້​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້​ຈັກ​ເອີ້ນ​ບິດາ​ມານດາ​ໄດ້, ຊັບ​ສົມ​ບັດ​ທັງ​ໝົດ​ໃນ​ເມືອງ​ດາ​ມັສ​ກັດ ແລະ ຂອງ​ທີ່ ຍາດ​ຊີງ​ມາ​ໄດ້​ຈາກ​ຊາ​ມາ​ເຣຍ​ຈະ​ຖືກ​ກະສັດ​ອັດ​ຊີ​ເຣຍ​ຍຶດ​ເອົາ​ໄປ​ໝົດ.

5 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ​ວ່າ:

6 ຍ້ອນ​ວ່າ​ຜູ້​ຄົນ​ພວກ​ນີ້​ໄດ້​ປະ​ຕິ​ເສດ​ສາຍ​ນ້ຳ ຊີ​ໂລ​ອາ​ທີ່​ງຽບ​ສະ​ຫງັດ, ແລະ ສັ່ນ​ເຊັນ​ຕໍ່​ໜ້າ​ກະສັດ ເຣ​ສິນ ແລະ ລູກ​ຊາຍ​ຂອງ​ເຣ​ມາ​ລີ​ຢາ;

7 ແລ້ວ​ສະນັ້ນ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ເອົາ​ນ້ຳ​ຈາກ​ແມ່​ນ້ຳ​ທີ່​ໄຫລ​ແຮງ, ແລະ ຫລາຍ​ສາຍ ມາ​ຫາ​ພວກ​ເຂົາ​ຈົນ​ກະ​ທັ້ງ​ກະສັດ​ຂອງ​ອັດ​ຊີ​ເຣຍ ແລະ ລັດ​ສະ​ໝີ​ພາບ​ທັງ​ໝົດ​ຂອງ​ເພິ່ນ; ແລະ ເພິ່ນ​ຈະ​ຂ້າມ​ຫ້ວຍ ແລະ ຝັ່ງ​ທັງ​ໝົດ​ຂອງ​ເພິ່ນ.

8 ແລະ ເພິ່ນ​ຈະ​ໄຫລ​ຜ່ານ​ຢູ​ດາ​ໄປ; ເພິ່ນ​ຈະ​ໄຫລ ແລະ ຖ້ວມ​ຈົນ​ເຖິງ​ພຽງ​ຄໍ; ແລະ ການ​ກາງ​ປີກ​ຂອງ​ເພິ່ນ​ຈະ​ເຕັມ​ຄວາມ​ກວ້າງ​ຂອງ​ແຜ່ນ​ດິນ​ຂອງ​ພຣະ​ອົງ, ໂອ້ ເອ​ມາ​ນູ​ເອນ.

9 ຈົ່ງ​ພາ​ກັນ​ຢ້ານ​ກົວ​ເຖີດ, ໂອ້ ຊົນ​ຊາດ​ທັງ​ຫລາຍ​ເອີຍ, ເຈົ້າ​ຈະ​ຖືກ​ຫັກ​ເປັນ​ຊິ້ນ​ສ່ວນ; ແລະ ບັນ​ດາ​ປະເທດ​ໄກ​ທັງ​ໝົດ​ຈົ່ງ​ຟັງ​ເດີ້; ແລະ ຕຽມ​ຕົວ​ໄວ້​ເຖີດ ແລະ ເຈົ້າ​ຈະ​ຖືກ​ຫັກ​ເປັນ​ຊິ້ນ​ສ່ວນ; ຈົ່ງ​ຕຽມ​ຕົວ​ໄວ້​ເຖີດ, ແລະ ເຈົ້າ​ຈະ​ຖືກ​ຫັກ​ເປັນ​ຊິ້ນ​ສ່ວນ.

10 ຈົ່ງ​ວາງ​ແຜນ​ກັນ ແຕ່​ມັນ​ຈະ​ບໍ່​ສຳ​ເລັດ, ເວົ້າ​ແຕ່​ຈະ​ບໍ່​ມີ​ປະ​ໂຫຍດ; ເພາະ​ພຣະ​ເຈົ້າ​ຢູ່​ກັບ​ພວກ​ເຮົາ​ແລ້ວ.

11 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ດ້ວຍ​ລິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ແລະ ແນະນຳ​ຂ້າ​ພະ​ເຈົ້າ​ວ່າ ບໍ່​ຄວນ​ເດີນ​ໃນ​ເສັ້ນ​ທາງ​ທີ່​ຜູ້​ຄົນ​ພວກ​ນີ້​ເຮັດ, ໂດຍ​ກ່າວ​ວ່າ:

12 ເຈົ້າ​ຢ່າ​ເວົ້າ​ວ່າ, ພັນທະ​ມິດ, ແກ່​ທຸກ​ຄົນ​ທີ່​ຜູ້​ຄົນ​ພວກ​ນີ້​ຈະ​ເວົ້າ​ວ່າ, ພັນທະ​ມິດ; ທັງ​ຢ່າ​ຢ້ານ​ກົວ​ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຂົາ, ຫລື ຢ່າ​ຕົກ​ໃຈ​ເລີຍ.

13 ຖວາຍ​ຄວາມ​ສັກ​ສິດ​ແດ່​ອົງ​ຈອມ​ໂຍທາ​ເຖີດ, ແລະ ໃຫ້​ພຣະ​ອົງ​ເປັນ​ທີ່​ຢ້ານ​ກົວ​ຂອງ​ເຈົ້າ, ແລະ ໃຫ້​ພຣະ​ອົງ​ເປັນ​ທີ່​ໜ້າ​ເກງ​ຂາມ​ຂອງ​ເຈົ້າ.

14 ແລະ ພຣະ​ອົງ​ເປັນ ສະຖານ​ທີ່​ສັກ​ສິດ; ແຕ່​ເປັນ​ເໝືອນ ກ້ອນ​ຫີນ​ທີ່​ເຮັດ​ໃຫ້​ສະ​ດຸດ​ລົ້ມ, ແລະ ເປັນ​ສີ​ລາ​ທີ່​ເຮັດ​ໃຫ້​ເຄືອງ​ແຄ້ນ​ໃຈ​ຕໍ່​ເຊື້ອ​ສາຍ​ອິດສະ​ຣາເອນ​ສອງ​ເຜົ່າ, ເປັນ​ກັບ​ດັກ ແລະ ບ້ວງ​ແຮ້ວ​ຕໍ່​ຜູ້​ອາ​ໄສ​ຂອງ​ເຢຣູ​ຊາເລັມ.

15 ແລະ ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໃນ​ບັນ​ດາ​ພວກ​ເຂົາ​ຈະ ເຕະ​ສະ​ດຸດ ແລະ ລົ້ມ​ລົງ, ແລະ ຖືກ​ບ້ວງ​ແຮ້ວ ແລະ ລົ້ມ​ລົງ​ເປັນ​ບາດ​ແຜ ແລະ ຖືກ​ພາ​ຕົວ​ໄປ.

16 ຈົ່ງ​ຜູກ​ມັດ​ປະຈັກ​ພະຍານ​ໄວ້, ຈົ່ງ​ຜະ​ນຶກ ກົດ​ໄວ້​ໃນ​ບັນ​ດາ​ສາ​ນຸ​ສິດ​ຂອງ​ເຮົາ.

17 ແລະ ຂ້າ​ພະ​ເຈົ້າ​ຈະ​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ທີ່ ເຊື່ອງ​ພຣະ​ພັກ​ຈາກ​ເຊື້ອ​ສາຍ​ຂອງ​ຢາໂຄບ, ແລະ ຂ້າ​ພະ​ເຈົ້າ​ຈະ​ຊອກ​ຫາ​ພຣະ​ອົງ.

18 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ ແລະ ລູກ​ຫລານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະທານ​ໃຫ້​ຂ້າ​ພະ​ເຈົ້າ​ເພື່ອ​ເປັນ ເຄື່ອງ​ໝາຍ ແລະ ເພື່ອ​ເປັນ​ການ​ແປກ​ປະ​ຫລາດ​ໃນ​ອິດສະ​ຣາເອນ ອັນ​ມາ​ຈາກ​ຈອມ​ໂຍທາ, ຜູ້​ປະ​ທັບ​ຢູ່​ເທິງ​ພູ​ຊີໂອນ.

19 ແລະ ເມື່ອ​ພວກ​ເຂົາ​ຈະ​ບອກ​ກັບ​ພວກ​ທ່ານ​ວ່າ: ຈົ່ງ​ຊອກ​ຫາ ຄົນ​ທີ່​ລ້ຽງ​ວິນ​ຍານ, ແລະ ໝໍ​ດູ​ທີ່​ເວົ້າ​ພ່ຳ ແລະ ຈົ່ມ​ພຶມ​ພຳ​ຢູ່​ໃນ​ລຳ​ຄໍ—ເປັນ​ການ​ສົມ​ຄວນ​ແລ້ວ​ບໍ​ທີ່​ຜູ້​ຄົນ​ບໍ່​ຊອກ​ຫາ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ເພື່ອ​ຜູ້​ທີ່​ມີ​ຊີ​ວິດ​ຈະ​ໄດ້​ຍິນ ຈາກ​ຜູ້​ຕາຍ?

20 ຊອກ​ຫາ​ກົດ ແລະ ປະຈັກ​ພະຍານ; ແລະ ຖ້າ​ຫາກ ພວກ​ເຂົາ​ບໍ່​ເວົ້າ​ຕາມ​ພຣະ​ຄຳ​ນີ້, ກໍ​ຍ້ອນ​ວ່າ​ມັນ​ບໍ່​ມີ​ຄວາມ​ສະ​ຫວ່າງ​ຢູ່​ໃນ​ຕົວ​ຂອງ​ພວກ​ເຂົາ.

21 ແລະ ພວກ​ເຂົາ​ຈະ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ດ້ວຍ​ຄວາມ​ໝົດ​ຫວັງ ແລະ ອຶດ​ຢາກ; ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ຫິວ​ຢາກ​ກິນ, ພວກ​ເຂົາ​ຈະ​ຄຽດ​ແຄ້ນ ແລະ ສາບ​ແຊ່ງ​ກະສັດ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ແລະ ແຫງນ​ໜ້າ​ຂຶ້ນ​ຟ້າ.

22 ແລະ ພວກ​ເຂົາ​ຈະ​ຫລຽວ​ເບິ່ງ​ໂລກ ແລະ ເຫັນ​ຄວາມ​ຫຍຸ້ງ​ຍາກ, ແລະ ຄວາມ​ມືດ, ຄວາມ​ໝົ່ນ​ໝອງ​ອັນ​ເກີດ​ຈາກ​ຄວາມ​ເຈັບ​ປວດ, ແລະ ຈະ​ຖືກ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຄວາມ​ມືດ.

      • ເຮັບ​ເຣີ ລົງມື​ປຸ້ນ​ທັນ​ທີ, ເພິ່ນ​ໄດ້​ຂອງ​ປຸ້ນ​ມາ​ໄວ.

      • ອສ ເມຍ​ຂອງ​ເພິ່ນ.

      • ອສ ມາ​ຫາ​ຊາວ​ອິດສະຣາ​ເອນທີ່​ຢູ່​ພາກ​ເໜືອ​ກ່ອນ.

      • ອສ ສ້າງ​ພັນທະ​ມິດ.

      • ອສ ຢູດາ (ແຜ່ນ​ດິນ​ເອ​ມາ​ນູ​ເອນ) ຈະ​ຖືກ​ຮັກສາ​ໄວ້. ພສສ 46:7.

      • ອສ ຢູ​ດາ​ບໍ່​ຄວນ​ເພິ່ງ​ອາ​ໄສ​ແຜນ​ການ​ລັບ​ກັບ​ຄົນ​ອື່ນ ເພື່ອ​ຄວາມ​ປອດ​ໄພ.

      • ອສ ມີ​ຄວາມ​ຄາ​ລະວະ ແລະ ຖ່ອມ​ຕົວ​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ.

      • ອສ ຊື່​ຂອງ​ເອ​ຊາ​ຢາ ແລະ ພວກ​ລູກ​ຊາຍ​ຂອງ​ເພິ່ນ ໝາຍ​ເຖິງ “ພຣະ​ເຢ​ໂຮ​ວາ​ຄຸ້ມ​ຄອງ”; “ຜູ້​ທີ່​ເຫລືອ​ຢູ່​ຈະ​ກັບ​ຄືນ​ມາ”; ແລະ “ລົງ​ມື​ປຸ້ນ​ທັນ​ທີ, ເພິ່ນ​ໄດ້​ຂອງ​ປຸ້ນ​ມາ​ໄວ.” 2 ນຟ 17:3; 18:3.

      • ອສ ຊາວ​ອິດສະ​ຣາ​ເອນ​ຈະ​ຖືກ​ນຳ​ໄປ​ສູ່​ການ​ເປັນ​ຊະ​ເລີຍ ເພາະ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ.